ຈີນ​ຈະ​ພັດ​ທະ​ນາ​ວຽກ​ງານ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕື່ມ​ອີກ​​ໃນ​ຫຼາຍ​ດ້ານ

(GMT+08:00) 2009-07-24 16:46:43 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 23 ກໍລະກົດ​ນີ້, ​ເວັບ​ໄຊ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່"ຄວາມ​ເຫັນ​ຕ່າງໆ​ຂອງ​ລັດຖະບານ​ຈີນ​ກ່ຽວ​ກັບການ​ພັດທະນາ​ວຽກ​ງານ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ຕື່ມ​ອີກ", ​ໂດຍສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ຈະ​ພັດທະນາ​ວຽກ​ງານ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕື່ມ​ອີກ​​ໃນ​ຫຼາຍດ້ານ.

ຄວາມ​ເຫັນ​ຊີ້​ອອກ​ວ່າ, ຈີນ​ຈະ​ເລັ່ງລັດ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ວັດທະນະທຳ​ສາທາລະນະ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະ​​ເຂດ​ຊົນ​ເຜົ່າ, ຮັບປະກັນ​ໃຫ້​ສິ່ງ​ກໍ່ສ້າງດ້ານ​ວັດທະນະທຳ​ຢູ່ຮາກ​ຖານ​ໃນ​ເຂດ​ຊົນ​ເຜົ່າ​​ໄດ້​ຮັບ​ການ​ປົກ​ປັກ​ຮັກສາຢ່າງ​ບັງ​ເກີດ​ຜົນ. ພ້ອມ​ກັນນັ້ນ, ຈີນ​ຍັງ​ຈະ​​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ: ​ເພີ່​ມທະວີ​ສະໜັບສະໜູນ​ການພັດທະນາ​ຂອງຄະນະສິລະ​ປະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະ​ຫໍ​ພິພິດ​ທະ​ພັນ, ອອກ​ແຮງ​ດຳ​ເນີນ​ກິດຈະກຳ​ວັດທະນະທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມີ​ລັກສະນະ​ມະຫາຊົນ, ​ເພີ່ມ​​ການ​ຂຸດຄົ້ນ​ແລະ​ອະນຸລັກ​ມໍລະດົກ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ແລະ​ພະຍາຍາມຊຸກ​ຍູ້​ການ​ແລກປ່ຽນ​ກັບ​ຕ່າງປະ​ເທດ​​ໃນ​ດ້ານ​ວັດທະນະທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພະຍາຍາມ​ເມື່ອ​ຮອດ​ປີ 2020, ​ເຮັດ​ໃຫ້​ພື້ນຖານ​ໂຄງ​ລ່າງ​ດ້ານ​ວັດທະນະທຳ​​ໃນ​ເຂດ​ຊົນ​ເຜົ່າ​ສົມບູນຂຶ້ນ​, ​ເຮັດ​ໃຫ້​ລະບົບ​ບໍລິການ​ວັດທະນະທຳ​ສາທາລະນະ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ສ້າງຕັ້ງຂຶ້ນ​ໂດຍ​ພື້ນຖານ, ​ໃຫ້ຕົວ​ເລກ​ຄາດໝາຍ​​ໃກ້ຫຼືບັນລຸ​ເຖິງ​ລະດັບ​ສະ​ເລ່ຍຂອງ​ທົ່ວ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>