ການ​ປ່ຽນ​ແປງ​ຂອງ​ຕາ​ແສງ​ເຜົ່າ​ເຕີ​ອາງ​ພູ​ຊານ​ທາຍ

(GMT+08:00) 2009-11-05 19:47:09 cri
-----------------------------------------------------------------------------------------------------------------

ສະ​ບາຍ​ດີ, ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ.​ໃນ56​ຊົນ​ເຜົ່າ​ຂອງ​ຈີນ, ​ເຜົ່າ​ເຕີ​ອາງ​ມີ​ປະ​ຊາ​ກອນ​ອ່າວ​ໜ້ອຍ​ເຊິ່ງ​ມີ​ປະ​ຊາ​ກອນ​ຄົນ​ທັງໝົດ​ບໍ່ຮອດ​2ໝື່​ນຄົນ, ສ່ວນ​ຫຼາຍ​ຕັ້ງ​ພູມລຳ​ເນົາ​ຢູ່​ພາກ​ຕາ​ເວັນ​ຕົກ​ແຂວງ​ຢູນ​ນານ.ໃນ​ລາຍ​ການ​ມື້​ນີ້,ຜູ້​ດຳ​ເນີນ​ຄໍ​ລໍາຈະ​ພາ​ທ່ານ​ໄປ​ຢາມ​ຕາ​ແສງ​ເຜົ່າ​ອາງ​ເຕີ​ອາງ​ແສງ​ພູ​ຊານ​ທາຍ​ຂອງ​ຈີນເບິ່ງວ່າ​ຊີວິດ​ການ​ເປັນ​ຢູ່ຂອງ​ເຂົາ​ເຈົ້າ​ມີ​ການ​ປ່ຽນ​ແປງ​ແນວ​ໃດ.


ຕາແສງ​ເຜົ່າເຕີ​ອາງ​ພູຊານ​ຖາຍ​ຕັ້ງ​ຢູ່​ກິ່ງ​ແຂວງ​ປົກຄອງ​ຕົນເອງເ​ຜົ່າຈິງ ຜໍ​ເຜົ່າ​ລື້​ເຕີ​ຮົງ​ຂອງ​ແຂວງ​ຢູນນານ,ໃກ້​ກັບ​ຊາຍ​ແດນ​ຈີນ-ມຽນມ້າ, ມີຊາວ​ເຜົ່າ​ເຕີອາງ​3800ກວ່າ​ຄົນອາ​ໄສ​ຢູ່​ແຫ່ງ​ນັ້ນ​ຫຼາຍ.ປີມໍ່ໆມານີ້, ຄຽງ​ຄູ່ກັບການ​ຜັນ​ຂະຫຍາຍ​ນະ​ໂຍ​ບາຍ​ສ້າງ​ເຂດ​ຊາຍ​ແດນ​ໃຫ້​ຈະ​ເລີນ, ແລະ​ໃຫ້​ປະ​ຊາ​ຊົນ​ຊາຍ​ແດນ​ຮັ່ງມີ​ຂຶ້ນ,ຕາ​ແສງ​ເຜົ່າ​ເຕີ​ອາງພູ​ຊານ​ຖາຍ​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ຢ່າງ​ແຂງ​ແຮງ​ຈາກ​ອົງການ​ປົກຄອງ​ທຸກ​ຂັ້ນ,ໃນ​31​ບ້ານ​ທົ່ວຕາ​ແສງ,ມີ11ບ້ານ​ໄດ້​ຍ້າຍ​ອອກ​ຈາກ​ບ່ອນ​ທີ່​ສູງ​ກວ່າ​ລະດັບ​ນ້ຳທະເ​ລໄປ​ຢູ່​ບ່ອນ​ຕ່ຳ,ລະ​ດັບ​ຊີ​ວິດ​ການ​
ເປັນ​ຢູ່​ຂອງ​ຊາວບ້ານ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.


ໃນ​ເວລາ​ປະ​ເທດ​ຈີນ​ໃໝ່​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ, ສະ​ພາບ​ການ​ຜະລິດ​ຂອງ​ເຜົ່າ​ເຕີ​ອາງ​ຍັງຢູ່​ໃນ​ສະ​ພາບ​ທ້າຍ​ສະ​ໄໝ​ສັງ​ຄົມ​ປະ​ຖົມ​ບູຮານ, ບ່ອນ​ຢູ່​ບ່ອນ​ອາ​ໄສ ກໍ່​ເກືອບ​ຖືກ​ຕັດ​ຂາດ​ຈາກ​ໂລກ​ພາຍ​ນອກ​ສະ​ພາບ​ວົງ​ປິດ, ຄົມ​ມະ​ນາ​ຄົມ​ບໍ່​ສະດວກ; ຢູ່​ເທິງ​ພູ,ຈະ​ກິນ​ນ້ຳ​ຕ້ອງ​ໄດ້​ລົງ​ໄປ​ຕັກ​ຢູ່​ຕີນ​ພູ, ອາ​ໄສ​ຄົນ​ແບກມ້າ​ຕ່າງ; ຄົນ​ທັງ​ຫຼາຍ​ຢູ່​ກະ​ແຈກ​ກະຈາຍ​ກັນ,ບໍ່​ສາ​ມາດ ສົ່ງ​ຂ່າວ​ຄາວ​ຫາ​ກັນ;ອົງ​ການ​ປົກ​ຄອງ​ກໍ່ຢູ່​ໄກ​ຈາກ​ທາງ​ຄົມ​ມະ​ນາ​ຄົມ, ສະ​ນັ້ນ​ຈິ່ງ​ບໍ່​ສາ​ມາດ​ຍົກ​ສູງ​ຂອງ​ຕົນ​ໄດ້​ບົດ​ບາດ​ຍາກ​ທີ່​ສຸດ. ນັບ​ແຕ່​ຊຸມ​ປີ1990​ເປັນ​ຕົ້ນ​ມາ, ລັດ​ຖະ​ບານ​ຈີນ​ໄດ້​ວາງ​ງົບ​ປະ​ມານ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ຄ້ຳ​ຊູ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ອ່າວ​ໜ້ອຍ, ​ເມື່ອ​ສິບ​ປີ​ກ່ອນ, ລັດ​ຖະ​ບານ​ຈີນ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ແຜນ​ການ​ພັດ​ທະ​ນາ​ທີ່​ໃຫ້​ເຂດ​ຊາຍ​ແດນ​ຈະ​ເລີນ​ຂຶ້ນ​ແລະ​ໃຫ້​ປະ​ຊາ​ຊົນທີ່​ຢູ່​ເຂດ​ຊາຍ​ແດນ​ຮັ່ງມີ​ຂຶ້ນ, ຕາ​ແສງຊານ​ຖາຍຖືກ​ຈັດ​ເປັນ​ຕາ​ແສງ​ຕົວຢ່າງ​ລະດັບ​ແຂວງ​​ໃນ"​ການ​ເຄື່ອນ​ໄຫວ​ສ້າງເຂດຊາຍ​ແດນ​​ໃຫ້ ຈະ​ເລີ​ນ​ແລະ​ໃຫ້​ປະຊາຊົນຢູ່​ເຂດ​ຊາຍ​ແດນ​ຮັ່ງມີ​ຂຶ້ນ"​ແຕ່​ນັ້ນ​ມາ, ຊີວິດ​ການ​ເປັນ​ຢູ່​ຂອງ​ເຜົ່າ​ເຕີ​ອາງ​ໄດ້​ມີ​ການປ່ຽນ​ແປງຢ່າງ​ຫຼວງ​ຫຼາຍ. ​ທ່ານ​ຊຽນ​ເຈຍ​ສຽງ​ຫົວ​ໜ້າ​ຕາ​ແສງ​ເຜົ່າ​ເຕີ​ອາງ​ພູ​ຊານ​ທາຍ​ບອກ​ໃຫ້​ຮູ້"ຫຼາຍປີ​ມາ​ນີ້, ຍ້ອນ​ວ່າ​ໄດ້​ຮັບ​ການ​ດູ​ແລດ້ານ​ນະ​ໂຍ​ບາຍ​ແລະ​ຜົນປະ​ໂຫຍດ​ຕົວ​ຈິງ​ຕ່າງໆ,ພູ​ຊານ​ທາຍພວກ​ເຮົາໄດ້​ມີ​ການ​ພັດ​ທະ​ນາ​ໄວ​ທີ່​ສຸດ ກ່ອນປີ1995,ລາຍ​ໄດ້ສຸດ​ທິ​ສະ​ເລ່ຍ​ຕາມ​ຫົວຄົນ​ຂອງພວກ​ເຮົາ​ມີ​ແຕ່​ປະ​ມານ​500ຢວນ, ດຽວ​ນີ້​ລາຍ​ໄດ້​ສຸດ​ທິ​ສະ​ເລ່ຍ​ຕາມ​ຫົວຄົນ​ຂອງພວກ​ເຮົາໄດ້​ຮອດ​1875ຢວນ​ແລ້ວ."​

ບ້ານ​ຢູນ​ຊ້ຽນຕາ​ແສງຊານ​ຖາຍ​ແຕ່​ກ່ອນ​ອາ​ໄສ​ຢູ່​ເທິງ​ຈອມ​ພູ, ແມ່ນ​ບ້ານ​ໜຶ່ງ​ທີ່​ທຸກ​ຍາກ​ກວ່າ​ໝູ່ໃນຕາ​ແສງ​ທັງໝົດ. ພາຍ​ຫຼັງ​ໄດ້​ເລີ່ມ"ສ້າງ​ເຂດ​ຊາຍ​ແດນ​ໃຫ້ຈະເລີນ, ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີ​ຂຶ້ນ"ແລ້ວ, ໝົດ​ບ້ານ​ໄດ້​ຍົກ​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ. ດຽວ​ນີ້​ຍ່າງ​ເຂົ້າ​ບ້ານ​ຢູນ​ຊ້ຽນ​ຈະ​ເຫັນ​ຊາວ​ບ້ານ​ຂີ່​ລົດ​ຈັກ​ໄປ​ເຮັດ​ນາ​ເລື້ອຍໆ. ຖະ​ໜົນ​ໃນ​ບ້ານ​ແມ່ນ​ຖະ​ໜົນ​ຊີ​ມັງ​ທັງ​ໝົດ, ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ​ອົງ​ການ​ປົກ​ຄອງ, ຊາວບ້ານ​ທຸກ​ຄົນ​ໄດ້​ຂຶ້ນ​ຢູ່​ເຮືອນ​ໃໝ່​ທີ່​ມີ​ຈຸດ​ພິ​ເສດ​ຂອງ​ເຜົ່າ​ເຕີ​ອາງ, ຢູ່​ໃນ​ບ້ານ, ​ມີ​ປ່າ​ກໍໄຜ່​ທີ່​ຂຽວ​ງາມ​ເປັນ​ສຸມໆ, ພາ​ໃຫ້​ຄົນ​ຮູ້​ສຶກທຳ​ສະ​ບາຍ​ອົກ​ສະ​ບາຍ​ໃຈ

ທ່ານ​ຊຽນ​ເຈຍສຽງ​ຫົວໜ້າຕາ​ແສງຂອງ​ຕາ​ແສງ​ພູ​ຊານ​ທາຍ​ແນະນຳ​ວ່າ: "ບ້ານ​ຢູນ​ຊ້ຽນ​ນີ້, ​ແມ່ນ​​ແບບ​ຢ່າງ​ຂອງ​ບ້ານ​ເຜົ່າ​ເຕີ​ອາງ. ແຕ່​ກ່ອນ​ອາ​ໄສຢູ່​ເທິງ​ພູ, ​ແລ້ວ​ໄດ້​ຮັບ​ການ​ຊ່ວຍເຫຼືອ​, ​ໃຫ້ຍ້າຍ​ມາຢູ່​ບ່ອນ​ນີ້. ​ເມື່ອ​ປີ2003, ​ເວລາ​ຍ້າຍ​ມາ​ບ່ອນ​ນີ້, ລາຍ​​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ມີ​ແຕ່​700​ກວ່າ​ຢວນ. ແຕ່​ດຽວ​ນີ້​ໄດ້​ຮອດ 2600​ກວ່າ​ຢວນ, ຄາດ​ວ່າ​ປີ​ນີ້​ຈະ​ຫຼາຍ​ກວ່າ3000ຢວນ"

ພາຍຫຼັງ​ບ້ານ​ຢູນຊ້ຽນ​ພາ​ກັນ​ຍົກ​ຍ້າຍມາ​ຢູ່​ນີ້​ທັງ​ໝົດ​ແລ້ວ, ການ​ຄົມ ມະ ນາຄົມ​ສະ​ດວກ​ກວ່າ​ເກົ່າ​ຫຼາຍ, ບັນ​ຫາ​ຂາດ​ໄຟ​ຟ້າ​ແລະຂາດ​ນ້ຳ​ໄດ້​ແກ້​ໄຂຕົກ​ແລ້ວ, ຊີວິດ​ການ​ເປັນ​ຢູ່​ຂອງ​ເຜົ່າ​ເຕີ​ອາງ​ໃນ​ບ້ານ​ກໍ່​ດີ​ຂຶ້ນ​ເປັນ​ກ້າວໆ. ພວກ​ເຮົາ​ຍັງ​ໄດ້​ເຫັນ​​ໃນໜ້າ​ທີ່​ຍີ້ມ​ແຍ້ມ​ແຈ່ມ​ໃສ​ເບີກ​ບານ​ມ່ວນຊື່ນ​ຂອງ​ເຂົາ​ເຈົ້າ​ພາຍ​ຫລັງ​ທີ່​ຍົກ​ຍ້າບ່ອນ​ຢູ່​ແລ້ວ . ທ້າວ​ໄລ​ຢິ​ຊື​ບອກ​ນັກ​ຂ່າວ​ວ່າ:"ແຕ່​ກ່ອນ​ນັ້ນ, ​ທຸກ​ແທ້ໆ. ​ແຕ່​ດຽວ​ນີ້, ​ໃຜໆ​ກໍ່​ຢູ່​ດີ​ກິນ​ດີ, ອີ່ມ​ນຳ​ສຳ​ລານ​ແລ້ວ.

ນາງລ້າຍ​ອານ​ກົວ,ລູກ​ສາວ​ຂອງ​ລ້າຍ​ຢີຊືກໍ່​ເລົ່າ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ໃຫ້​ນັກ​ຂ່າວ​ຟັງ​ວ່າ​ດຽວ​ນິ້;ສະ​ດວກ​ຫລາຍ​,​ນໍ້າ​ກໍ່ບໍ່​ຕອ້ງ​ໄປ​ເປ້​ມາ​ກິນ;​ເພາະ​ມີ​ນໍ້າ​ປະປາ​ໃຊ້​ແລ້ວ,ຍັງ​ເບິ່ງ​ໂທ​ລະ​ພາບ​ໄດ້ອີກ.ຫລັງ​ຈາກ​ແກ້​ໄຂ​ບັນ​ຫາ​ຂາດ​ນໍ້າ​ຂາດ​ໄຟ​ຟ້າ​ແລ້ວ,ອົງ​ການ​ປົກ​ຄອງ​ຕາ​ແສງ​ເລີ່ມ​ຄໍາ​ນຶງຈະນໍາ​ໃຊ້​ທຶນ​ຂອງ​ອົງການ​ປົກຄອງ​ທຸກ​ຂັ້ນ​ແນວ​ໃດ​ເພື່ອ​ໄປ​ພັດ​ທະ​ນາ​ການ​ຜະລິດ​ແນວ​ໃດ.​ກ່ອນ​ອື່ນ,​ເຂົາ​ເຈົ້າ​ກໍ່​ຄໍານຶງ​ເຖິງ​ການປ່ຽນ​ແປງ​ວິທີ​ການຜະ​ລິດ​ແບບ​ເກົ່າ​​​​ຂອງ​ຊົນ​ເຜົ່າ​ເຕີ​ອາງ,ສັບ​ຊ້ອນ​ອົງ​ປະກອບ​ການ​ຜະລິດ,

.ທ່ານ​ສຽນ​ເຈຍ​ຊຽງ​ເຈົ້າ​ຕາ​ແສງ ຂອງ​ຕາ​ແສງ​ຊານຖາຍ​ເວົ້າ​ໃຫ້​ຟັງ​ບ້ານ​ຢູນຊ້ຽນ​ພວກເຮົາ​​ໄດ້ກໍາ​ໂອ​ກາດ​ພັດ​ທະ​ນາ​ທີ່​ດີດັ່ງກ່າວ​ໄວ້​ແໜ້ນ​,ສັບ​ຊ້ອນ​ອົງ​ປະ​ກອນການ​ຜະລິດຂ​ອງຕົນ​,​ເດີນ​ຕາມ​ເສັ້ນ​ທາງ​ຂ​ອງຕົນ​ເອງ,ຄື​ກໍ່​ເຕົາ​ແກັດຊີວະ​ພາບ,ບໍ່​ຕ້ອງ​ໄປ​ຕັດ​ໄມ້​ມາ​ດັງ​ໄຟນໍາພາຊາວບ້ານ​​ຮັກສາສິ່ງ​ແວດລ້​ອມ.

ພາຍ​ຫລັງ​ປີ​2003,ຊາວ​ບ້ານ​ບ້ານ​ຢູນ​ຊ້ຽນ​ບໍ່​ພຽງ​ແຕ່​ໄດ້ຍ້າຍ​ເຂົ້າ​ໄປພັກ​ອາ​ໄສຢູ່​ເຮືອນ​ທີ່ກໍ່​ດ້ວຍ​ດິນ​ຈີ່​ທີ່​ກວ້າງ​ຂວາງ​ແຈ້ງ​ສະ​ຫວ່າງ,ຍັງ​ໄດ້​ປ່ຽນ​ແປງ​ຄວາມ​ຊິນ​ເຄີຍ​ທີ່​ຄົນກັບ​ສັດ​ຢູ່​ນໍາ​ກັນ.​ເຂົາ​ເຈົ້າ​ອາ​ໄສກໍາ​ລັງ​ຂອງ​ຕົນ​ເອງ​ປູກ​ຊາ​, ກ້ວຍ, ​ໝາກ​ຂະ​ໝອງ​ລັງ,​ໝາກ​ກໍ່​ແລະ​ກໍ​ໄຜ່ເປັນ​ຕົ້ນ​ໄດ້.ແກ້​ໄຂ​ຄວາມ​ທຸກ​ຍາກ​ເທື່​ອລະ​ກ້າວ​ແລ້ວ,ກາຍ​ເປັນ​ບ້ານທີ່​ຮັ່ງ​ມີ​ກ່ອນ​ໝູ່.ປັດຈຸບັນ​ນີ້,​ແຕ່​ລະຄ​ອບຄົວ​ມີ​ລົດ​ຈັກ​ຂີ່,ຊາວ​ໜຸ່ມ​ມີ​ໂທລະ​ສັບ​ມື​ຖື​ໃຊ້,ສໍາ​ຄັນກວ່າ​ນັ້ນ​ແມ່ນ,ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ພັດ​ທະນາ​,ສະຕິ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຂອງ​ເຂົາ​ເຈົ້າ​ກໍ່​ໄດ້​ເພີ່ມ​ທະ​ວີ​ຂຶ້ນ.ປັດ​ຈຸ​ບັນ​ນີ້,ບ້ານ​ອື່ນໆ​ຂອງຕາ​ແສງ​ຊານ​ຖາຍ​ຊົນ​ເຜົ່າ​ເຕີ​ອາງກໍ​ພາກັນຖື​ບ້ານ​ຢູນຊ້ຽນ​ເປັ​ນ​ບ້ານ​ແບບ​ຢ່າງ,​ສ້າງ​ບ້ານຕົນ​ໃຫ້​ມີ​ສິ່ງ​ແວດ​ລ້ອມ​ທີ່ສວຍ​ສົດ​ງົດ​ງາມ​ຮີດ​ຄອງ​ປະ​ເພ​ນີ​ຊົນ​ເຜົ່າ​ອັນ​ເຂັ້ມຂຸ້ນ,ເສດ​ຖະ​ກິດ​ສັງ​ຄົມ​ພັດ​ທະ​ນາ​ຢ່າງ​ຮບ​ດ້ານ​ກົມກຽວ​ກັນ​ແລະ​ເປັນ​ບ່ອນ​ທີ່​ໜ້າ​ຢູ່ທີ່​ສຸດ

.ເອົາລະ,ທ່ານ​ຜູ້​ຟັງ,ຄໍ​ລໍາ"​ຊີວິດ​ສັງ​ຄົມ​"ມື້​ນີ້ຂໍ​ສິ້ນສຸດ​ລົງ​ພຽງ​ທໍ່​ນີ້.ຂ​ອບ​ໃຈ​ທີ່​ຮັບ​ຟັງ,ສະ​ບາຍ​ດີ. 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>