ຮ້ານ​ອາ​ຫານ​ຝູລີ້,​ເຮັດ​ໃຫ້ຜູ້​ເຖົ້າ​ຄຸ້ມ​ເຮືອນ​ຢູ່​ໄດ້​ສະ​ຫວັດ​ດີ​ການ

(GMT+08:00) 2009-11-06 15:42:43 cri
-----------------------------------------------------------------------------------------------------------------

ສະ​ບາຍ​ດີ,ທ່ານ​ຜູ້​ຟັງ​ທີ່​ໂຄ​ລົບ,ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າ​ສູ່​ຄໍ​ລໍາ​《ຊີ​ວິດ​ສັງ​ຄົມ​》ມື້​ນີ້.ຈີນ​ມີ​ສຸ​ພະ​ສິດ​ວ່າ,ປະ​ຊາ​ຊົນຖື​ອາຫານ​ເປັນ​ສິ່ງ​ສໍາຄັນ​ກວ່າ​ໝູ່.ໃນ​ຂະ​ນະ​ທີ່​ມີ​ວຽກ​ຢ່າງ​ຫລວງ​ຫລາຍ​,ຈະ​ຮັບ​ປະກັນການ​ກິນ​ເຂົ້າ​ສາມ​ຄາບ​ໃນ​ແຕ່ລະ​ມື້​ຂອງ​ຜູ້​ເຖົ້າແນວ​ໃດ,​ແມ່ນ​ບັນ​ຫາ​ທີ່​ຫລາຍ​ຄົນ​ປະ​ເຊີນ​ຢູ່.ດຽວ​ນີ້,ຜູ້​ເຖົ້າ​ທີ່​ພັກ​ພາ​ອາ​ໄສ​ຢູ່​ຄຸ້ມ​ເຮືອນ​ຢູ່​ຊາວ​ຢາງ​ເມີນ​ໄດ້​ແກ້​ໄຂ​ບັນ​ຫາ​ຄາບ​ເຂົ້າ​ແຕ່​ລະ​ຄາບ​ແລ້ວ. ຮ້ານ​ອາ​ຫານ​ຝູ​ລີ້​ທີ່​ສ້າງ​ໃໝ່​ຢູ່​ນີ້​ເຮັດ​ໃຫ້​ພວກ​ລຸງ​ພວກ​ປ້າ​ບໍ່​ຕ້ອງ​ອອກ​ຈາກ​ຄຸ້ມ​ເຮືອນ​ຢູ່​ກໍ່​ມີ​ອາ​ຫານ​ທີ່​ແຊບ​ນົວ​ແລະ​ຮັບ​ປະ​ທານ​ຢ່າງ​ສະ​ບາຍ​ອົກ​ສະ​ບາຍ​ໃຈ.

ຫວ່າງ​ກ່ອນ​ນີ້,ຮ້ານ​ອາ​ຫານ​ຜູ້​ເຖົ້າ​ທີ່​ມີ​ຊື່​ວ່າ​ຮ້ານ​ອາ​ຫານ​ຝູ​ລີ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ສູນ​ບໍ​ລິ​ການ​ຄຸ້ມ​ເຮືອນ​ຮ່ອມ​ຕາ​ຟາງ​ຈຽວ​ເບີ38​ຊາວ​ຢາງ​ເມີນ​ນະຄອນ​ຫລວງ​ປັກ​ກິ່ງ​ໄດ້​ເປີດ​ບໍ​ລີ​ການ​ຢ່າງ​ເປັນ​ທາງ​ການ,ໃຫ້​ແກ່​ຜູ້​ເຖົ້າ​ຢູ່​ເຂດ​ຊາວ​ຢາງ​ເມີນ​ດ້ວຍ​ອາ​ຫານ​ທີ່​ລາ​ຄາ​ຖືກ​ແລະ​ຄຸນ​ນະ​ພາບດີ.ຫ້ອງ​ອາ​ຫານ​ກວ້າງ​ຂວາງ​ແຈ້ງ​ສະ​ຫວ່າງ,ໂຕະຕັ່ງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ,ຖ້ວຍ​ບ່ວງ​ຈານ​ຊາມ​ສະ​ອາດ,ຈ່າຍ​ເງິນ​ບໍ່​ຮອດ​ສິບ​ຢວນ​ກໍ່​ໃດ້​ກິນ​ອາ​ຫານ​ທີ່​ທັງ​ແຊບ​ທັງ​ສະອາດ.

ທ່ານ​ກົວ​ຢູນ,ຮອງ​ຫົວ​ໜ້າ​ສູນ​ບໍລິ​ການ​ຄຸ້ມ​ເຮືອນ​ຢູ່​ຊາວ​ຢາງ​ເມີນ​ເວົ້າວ່າ​ຊື່​ຂອງ​ຮ້ານ​ອາ​ຫານ​ກໍ​ຄື​ຝູລີ້,ຊື່​ນີ້​ແມ່ນ​ມາ​ຈາກ​ເລື່ອງ​ສາມ​ກົກ,ມີ​ຄວາມ​ໝາຍ​ວ່າ​ຍິ່ງ​ແກ່​ຍິ່ງ​ແຂງແຮງ,ອອກ​ສຽງ​ຄ້າຍ​ຄື​ກັບ​ຄໍາ​ວ່າ"ສະ​ຫວັດ​ດີການ"ໃນ​ພາສາ​ຈີນ,ຖືກ​ກັບ​ຈຸດ​ປະ​ສົງ​ແລະ​ເປົ້າ​ໝາຍ​ຂອງ​ການ​ສ້າງ​ຕັ້ງ​ຮ້ານ​ອາ​ຫານນີ້,ບັນ​ຫາ​ຄາບ​ເຂົ້າ​ຂອງ​ຜູ້​ເຖົ້າ​ກໍ​ໄດ້​ແກ້​ໄຂ​ຢ່າງ​ບັງ​ເກີດ​ຜົນ.

ກ່ອນ​ເປີດ​ຮ້ານ​ອາ​ຫາ​ນີ້,ສູນ​ບໍ​ລິການ​ຄຸ້ມ​ເຮືອນ​ຢູ່ຊາວ​ຢາງ​ເມີນ​ໄດ້​ສໍາ​ຫລວດ​ເປັນ​ພິເສດ,ຢູ່​ເຂດ​ນີ້,ຜູ້ເຖົ້າ​ທີ່​ມີ​ອາ​ຍຸ​ສູງ​ກວ່າ​60ປີ​ມີ​6ພັນ​ກວ່າ​ຄົນ,ແມ່ນ​15%ຂອງ​ຍອດ​ຈໍາ​ນວນ​ຄົນ​ທີ່​ຢູ່​ເຂດນີ້,ໃນ​ນັ້ນ,ຜູ້​ເຖົ້າ​ທີ່ຢູ່​ຜູ້​ດຽວ​ມີ100​ກວ່າ​ຄົນ,ຜູ້​ເຖົ້າ​ທີ່​ພິ​ການ​ມີ​ເກືອບ​20​ຄົນ,ຜູ້​ເຖົ້າ​ທີ່​ທຸກ​ຍາກ​ມີ3​70​ກວ່າ​ຄນ,ໃຫ້​ຜູ້​ເຖົ້າ​ທີ່​ມີ​ຄວາມ​ຕ້ອງ​ການ​ດູ​ແລ​ເປັນ​ພິ​ເສດ​ໃນ​​ແຕ່​ລະ​ມື້​ໄດ້​ຮັບ​ປະ​ທານ​ອາ​ຫານ3​ຄາບ​ເປັນ​ຢ່າງ​ດີ​ກໍ​ແມ່ນ​ຈຸດ​ປະ​ສົງ​ຂອງ​ຮ້ານ​ອາ​ຫານ​ຝູ​ລີ້.

ລຸງ​ຫລີ້​ທີ່​ອາ​ໄສ​ຢູ່ນີ້,ແມ່ນ​ແຂກ​ປະ​ຈໍາ​ຂອງ​ຮ້ານ​ອາຫານ​ນີ້​ນັບ​ແຕ່​ເປີດ​ບໍລິ​ການ​ເປັນ​ຕົ້ນ​ມາ.ຍ້ອນ​ວ່າ​ອາຍຸ​ສູງ​ແລ້ວ,ເຮັດ​ຫຍັງ​ກໍບໍ່​ສະດວກ,ບັນ​ຫາ​ແຕ່​ລະ​ຄາບ​ຂອງ​ລຸງຫລີ້​ແລະ​ເມຍ​ຂອງ​ລຸງ​ກໍ່​ແມ່ນ​ບັນ​ຫາ​ຫຍຸ້ງ​ຍາກ​ຂອງ​ລູກ,ຖ້າ​ເຂົາ​ເຈົ້າ​ສອງ​ຄົນ​ແຕ່ງກິນ​ດ້ວຍເຕົາ​ແກັສ,ຢ້ານ​ບໍ່​ປອດ​ໄພ,ຖ້າ​ວ່າໄປ​ກິນ​ຢູ່ນອກ,ຢ້ານ​ບໍ່ສະ​ອາດ.ຫລັງ​ຈາກ​ຮ້ານ​ອາ​ຫານ​ຝູລີ້​ເປີດ​ບໍລິ​ການແລ້ວ,ອອກ​ຈາກ​ເຮືອນ​ບໍ່​ໄກ​ກໍ່ ແມ່ນ​ຮ້ານ​ອາ​ຫານ,ຢູ່​ນີ້​ອາຫານ​ທັງ​ລາຄາ​ຖືກ​ທັງ​ແຊບ,ລຸງ​ຫລີ້​ຮູ້​ສຶກ​ພໍໃຈ​ຫລາຍ.

(ຫລຸງ​ຫລີ້​ເວົ້າ​ວ່າ​ມາ​ທຸກມື້,ຕອນ​ທ່ຽງ​ກິນ​ຢູ່ຮ້ານ,ຕອນ​ແລງ​ຊື້ຢູ່​ນີ້​ເອົາ​ເມືອ​ກິນ,)(ນັກ​ຂ່າວ​ເປັນ​ຫຍັງ​ມັກ​ກິນ​ຢູ່​ນີ້)(ໃກ້,ຮູ້​ສຶກ​ວ່າ​ດີ,ສະ​ອາດ​ແລະ​ກວ້າງ​ຂວາງ.)ຈ່າຍ​ບໍ່​ຮອດ​ສິບ​ຢວນ,ກໍ່​ກິນເຂົ້າ​ຄາບໜຶ່ງ​ໃດ້,ຮ້ານ​ອາ​ຫານ​ຝູ​ລີ້​ທີ່​ລາຄາ​ຖຶກ​ແລະ​ຄຸນນະ​ພາບ​ດີ​ບໍ່​ພຽງ​ແຕ່​ສະ​ໜອງ​ຄວາມ​ສະດວກ​ໃຫ້​ແກ່​ຄົນ​ທີ່ຢູ່​ມໍໆນີ້,ຍັງ​ດຶງ​ດູດ​ຜູ້ເຖົ້າ​ຢູ່​ຄຸ້ມເຮືອນ​ຢູ່​ອື່ນ​ມາ​ກິນ​ອີກ.ປ້າ​ເຊ​ແມ່ນ​ສະມາ​ຊິກ​ຂອງ​ອົງການ​ຈັດຕັ້ງ​ມະຫາ​ຊົນ,ແຕ່​ກີ້,ເວລາ​ອົງການ​ຈັດຕັ້ງ​ມະ​ຫາ​ຊົນ​ເຝິກຊ້ອມ​ຫລື​ປະຊຸມ​ກັນ,ຕອນ​ທ່ຽງ​ກິນ​ເຂົ້າ​ຢູ່​ໃສ​ກໍແມ່ນ​ບັນຫາ​ໜຶ່ງ,ດຽວ​ນີ້,ຮ້ານ​ອາຫານ​ຝູລີ້​ແມ່ນ​ບ່ອນ​ກິນເຂົ້າ​ປະຈໍາ​ທີ່​ໄວ້ວາງ​ໃຈ​ຂອງ​ເຂົາ​ເຈົ້າ. ປ້າ​ເຊ​ເວົ້າ​ວ່າ​ຮູ້​ສຶກ​ວ່າ​ຮ້ານນີ້​ສະ​ອາດ,ລາ​ຄາ​ກໍ​ຖືກ.ທິ່ງ​ຈິ່ງ​ແລ້ວ,ຢູ່​vຄຸ້ມ​ເຮືອນ​ຢູ່​ມີ​ຮ້ານ​ອາຫານ​ແບບ​ນີ້​ແມ່ນ​ດີ​ສົມຄວນ​ແລ້ວ,ສະ​ດວກ​ສະ​ບາຍ.ໃນ​ເວລາ​ພວກ​ເຮົາ​ມີ​ການ​ເຄື່ອນ​ໄຫວ​ກິດ​ຈະ​ກໍາ​ຕ່າງໆ,ກິນ​ເຂົ້າ​ທ່ຽງ​ແລ້ວ​ຕອນບ່າຍ​ກໍ່​ສືບຕໍ່​ເຮັດ​ກິດ​ຈະ​ກໍາ​ເຫລົ່າ​ນັ້ນ.

ພະ​ນັກ​ງານ​ຂອງ​ສູນ​ບໍລິ​ການ​ຄຸ້ມ​ເຮືອນ​ຢູ່​ຊາວ​ຢາງ​ເມີນ​ເວົ້າວ່າ,ຮ້ານ​ອາຫານ​ຝູລີ້​ແມ່ນ​ຄະນະ​ຄ້ມຸ​ຄອງ​ຄຸ້ມ​ເຮືອນ​ຢູ່​ເຊັນ​ສັນຍາ​ກັບ​ຮ້ານ​ອາຫານ​ທີ່​ໄດ້​ມາດ​ຕະ​ຖານ​ແຫ່ງ​ໜຶ່ງ,ເອົາ​ເປັນ​ຮ້ານ​ອາຫານ​ທີ່​ມີ​ເນື້ອທີ່​ກວ້າງ​ປະມານ​75ຕາແມັດ​ເພື່ອ​ເຮັດ​ເປັນ​ຮ້ານ​ອາ​ຫານ​ບໍລິ​ການ​ໃຫ້​ແກ່​ຜູ້​ເຖົ້າ.ເພື່ອ​ຮັບ​ປະ​ກັນ​ໃຫ້​ຮ້ານ​ອາ​ຫານ​ຫລັງ​ນີ້​ດໍາ​ເນີນ​ທຸ​ລະ​ກິດ​ປົກ​ກະ​ຕິ.ທັງ​ຄະນະ​ຄຸ້ມ​ເຮຶອນ​ຢູ່​ໄດ້​ຍົກ​ເວັ້ນ​ຫລື​ຫລຸດຄ່າ​ຕ່າງໆ​ໃຫ້​ຜູ້​ເຮັດ​ທຸ​ລະ​ກິດເ​ຊັ່ນ​ຄ່າ​ນໍ້າ,ຄ່າ​ໄຟ,ຄ່າ​ເຊົ່າເຮືອນ.ເຮັດ​ໃຫ້​ຜູ້ເຖົ້າ​ທີ່​ມາ​ຮັບ​ປະທານ​ອາຫານ​ຢູ່ນີ້​ໃດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ກວ່າ​ເກົ່າ.ລາຄາ​ອາຫານ​ຂອງ ຮ້ານ​ນີ້​ຢ່າງໜ້ອຍ​ຖືກ​ກວ່າ​ລາຄາ​ຕະຫລາດ​ໜຶ່ງ​ສ່ວນ​ສາມ.ເມື່ອ​ຮອດ​ເວລາ​ກິນເຂົ້າ​ຮ້ານ​ນີ້​ກໍ​ຟົດ​ຟື້ນ​ຫລາຍ.

ເຈົ້າ​ມີບ່ອນ​ຫວ່າງ...ເຊີນ​ເຂົ້າ​ມາ​ນັ່ງທາງ​ໃນ​ພີ້​ເລີຍ...ຂ້ອຍ​ເອົາ​ຂົວ​ຊີ້ນ​ລາດ​ໜ້າ...ກະລຸ​ນາຖ້າ​ບຶດ​ໜຶ່ງ​ເດີ້...ປ້າ,ເຈົ້າ​ຍັງ​ຢາກ​ໄດ້ຫຍັງ​ຕື່ມ​ອີກ​ບໍ່,ເອົາ​ຂົວ​ຜັກ​ລາດ​ໜ້າ​ຈານ​ໜຶ່ງ,ຖ້າ​ບຶດ​ດຽວ​ເດີ້.ຢ່າ​ລືມ​ຊື່​ອາ​ຫານ​ທີ່​ປ້າ​ສັ່ງ​ເດີ້.

ຍ້ອນ​ວ່າ​ຫ້ອງ​ອາຫານ​ບໍ່​ໃຫຍ່,ຮ້ານ​ອາຫານ​ຝູລີ້​ຍັງ​ໄດ້​ເປີດ​ບໍ​ລິການ​ສັ່ງ​ອາຫານ​ທາງ​ໂທລະ​ສັບ,ຜູ້ເຖົ້າ​ທີ່​ໄປ​ມາ​ບໍ່​ສະດວກ​ພຽງ​ແຕ່​ໂທ​ໄປ,ອາຫານ​ທີ່​ຮ້ອນໆ​ກໍ​ຈະ​ສົ່ງ​ຮອດ​ເຮືອນ​ໂລດ.

ທ່ານ​ກົວຢູນ,ຮອງ​ຫົວໜ້າ​ສູນ​ບໍລິ​ການ​ຄຸ້ມ​ເຮືອນ​ຢູ່ຊາວ​ຢາງເມີນ​ເວົ້າວ່າ​ສໍາລັບ​ຜູ້​ເຖົ້າ​ທີ່​ມີ​ໃບ​ບໍ​ລິ​ການ,ພວກເຮົາ​ສົ່ງ​ອາຫານ​ຮອດ​ເຮືອນ​ໂດຍ​ບໍ່​ເກັບ​ຄ່າ,ເຮັດ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ຄວາມ​ສະດວກ​ສະບາຍ​ຫລາຍ.ທ່ານ​ກົວ​ຢູນ​ເວົ້າວ່າ,ນອກ​ຈາກ​ແກ້ໄຂ​ບັນຫາ​ຄາບເຂົ້າ​ແລ້ວ,ເຂົາ​ເຈົ້າ​ຍັງ​ຢາກ​ເຮັດ​ໃຫ້​ຮ້ານ​ອາຫານ​ຝູລີ້​ເປັນ​ບ່ອນ​ທີ່​ໂອ້​ລົມ​ແລກ​ປ່ຽນ​ໃນ​ເວລາ​ຫວ່າງ,ບ່ອນ​ທີ່​ມີ​ມ່ວນ​ຊື່ນ​ຂອ​ງຜູ້​ເຖົ້າ,ເພື່ອ​ບັນລຸ​ປະສົງ​ນີ້,ເຂົາ​ເຈົ້າ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ທີ່​ຫລາຍ​ຮູບ​ຫລາຍ​ແບບ.ອາ​ຫານ​ທີ່​ແຊບນົວ,ບໍ​ລິ​ການ​ທີ່​ດີເລີດ,ສູນ​ບໍລິ​ການ​ຄຸ້ມ​ເຮືອນ​ຢູ່​ຊາວຢາງ​ເມີນ​ສ້າງ​ຮ້ານ​ອາຫານ​ນີ້​ໄດ້​ຮັບ​ການ​ຍ້ອງຍໍ​ຊົນເຊີຍ​ທົ່ວ​ໄປ​ຈາກ​ຜູ້​ເຖົ້າ​ໃນ​ຄຸ້ມ ເຮືອນ​ຢູ່

ທ່ານ​ກົວ​ຢູນ​ເວົ້າວ່າ​ຜູ້ເຖົ້າ​ກໍ​ມາ​ກິນເຂົ້າ​ຢູ່ຮ້ານ​ນີ້,ຮັດ​ແໜ້ນ​ການ​ພົວພັນ​ລະ​ຫວ່າງ​ຜູ້າເຖົ້າ,ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ບັນ​ຍາ​ກາດ​ທີ່​ດີ​ໃນ​ການ​ລົມ​ກັນ​ໃນ​ເວລາ​ຫວ່າງ.ນັບ​ແຕ່​ຮ້ານ​ອາຫານ​ເປີດ​ບໍ​ລິ​ການເປັນ​ຕົ້ນ​ມາ,ທຸ​ລະ​ກິດ​ຂອງ​ຮ້ານ​ກໍ່​ໄປ​ໄດ້​ດີ​ສົມ​ຄວນ.ຈໍາ​ນວນ​ຜູ້​ເຖົ້າ​ທີ່​ມາ​ກິນ​ເຂົ້າ​ຢູ່​ຮ້ານ​ຫລາຍ​ປານ​ນີ້​ແມ່ນ​ຢູ່​ນອກ​ເໝືອ​ຄິດ​ຂອງ​ພວກ​ຂ້າ​ພະ​ເຈົ້າ.ໄດ້​ຮັບ​ຄວາມ​ນິຍົມ​ຫລາຍ,ເປີດ​ບໍ​ລິ​ການ​ບໍ່ຮອດ​ສອງ​ອາ​ທິດ,ກໍ​ມີ​ຄົນ​ຂຽນ​ຈົດ​ໝາຍ​ມາ​ຍ້ອງຍໍ,ສະມາ​ຊິກ​ໃນ​ຄອບຄົວ​ຂອງ​ຜູ້​ເຖົ້າ​ກໍ​ໂທ​ມາ​ຍ້ອງ​ຍໍ​ພວກ​ເຮົາ​ວ່າ,ຄຸ້ມ​ເຮືອນ​ຢູ່ເປີດ​ບໍລິ​ການ​ຮ້ານ​ອາ​ຫານ​ແບບ​ນີ້​ພວກ​ເຮົາ​ດີ​ໃຈ​ຫລາຍ.

ດຽວນີ້,ພະ​ນັກ​ງານ​ຮ້ານ​ອາຫານ​ຝູລີ້​ກັບ​ຜູ້​ເຖົ້າ​ຜູ້ແກ່​ໃນ​ຄຸ້ມ​ເຮືອນ​ຢູ່ບໍ່​ພຽງ​ແຕ່ ເປັນ​ໝູ່​ເພື່ອນ​ກັນ,ຍັງ​ຄື​ກັບ​ຄົນ​ໃນ​ຄອບຄົວ​ດຽວ​ກັນ,ເຂົາ​ເຈົ້າ​ຫວັງ​ວ່າ​ຜ່ານ​ຈາກ​ຄວາມ​ພະຍາ​ຍາມ​ຂອງ​ຕົນ,ຈະ​ສາມາດ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ເຖົ້າ​ໃນ​ຄຸ້ມ​ເຮືອນ​ຢູ່​ດີ​ກວ່າ​ເກົ່າ.

ເອົາ​ລະ,ທ່ານ​ຜູ້​ຟັງ,ລາຍ​ການ​ມື້​ນີ້​ຂໍ​ສິ້ນ​ສຸດ​ລົງ​ພຽງ​ທໍ່​ນີ້,ຂອບ​ໃຈ​ທີ່​ຮັບ​ຟັງ,ສະ​ບາຍ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>