ຊີ​ວິດ​ສັງ​ຄົມ—ພວກ​ຜູ້​ເຖົ້າ​ທີ່​ຕິດ​ໃຈ​ດົນ​ຕີ​ບູ​ຮານ​ໃນ​ວັດ

(GMT+08:00) 2009-11-10 17:56:58 cri
-----------------------------------------------------------------------------------------------------------------

ສະບາຍ​ດີທ່ານ​ຜູ້​ຟັງ! ຍິນ​ດີ​ຕ້ອນຮັບ​ທ່ານ​ຮັບ​ຟັງ​ລາຍການ​ຊີວິດ​ສັງ​ຄົມ​ໃນ​ມື້​ນີ້. ດົນຕີບູຮານ​ທີ່ອອນ​ຊອນ​ທີ່ທ່ານຟັງ​ເມື່ອ​ກີ້​ນີ້, ສະ​ແດງ​ໂດຍ​ຜູ້​ເຖົ້າ​ຈີນ​8ຄົນ​ທີ່​ມີ​ອາຍຸ​ສະ​ເລ່ຍ68​ປີ. ຜູ້​ເຖົ້າ8​ຄົນ​ນີ້​ມາ​ຈາກ​ເຂດ​ປົກຄອງ​ຕົນ​ເອງ​ມົງ​ໂກ​ໃນທີ່ພາກ​ເໜືອ​ຂອງ ຈີນ, ​​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ການອົບຮົມ​ເປັນ​ພິ​ເສດ, ກໍ່​ບໍ່​ມີ​ອາ​ຈານ​ສອນ, ບາງ​ຄົນ​ບໍ່​ຮູ້​ໜັງສື​ຊ້ຳ, ​ແຕ່​​​ໃນ​ປີ1993, ​ຜູ້​ເຖົ້າ​​ເຫຼົ່າ​ນີ້​​ເລີ່​ມຊອກ​ຫາ​ຮຽບຮຽງ​ແລະ​ສະ​ແດງດົນຕີ​ບູຮານ​ໃນ​ວັດ. ​ເຂົາ​​ເຈົ້າ​ເຮັດ​ວຽກ​ໃນ​ກາງ​ເວັນ, ​ຝຶກຮຽນ​ດົນຕີ​ໃນ​ກາງຄືນ, ​ເຊິ່ງ​ໄດ້​ດຳ​ເນີນມາ​ເປັນ​ເວລາ10​ກວ່າ​ປີ. ທີ່​ທ່ານ​ຟັງມາ​ນັ້ນ​ກໍ່​ແມ່ນ​ດົນຕີ​ຕອນ​ໜຶ່ງ​ຂອງ​ດົນຕີ​ບູ​ຮານ​ທີ່​ມີ​ຊື່ວ່າ​ຊູ່​ສື້ມູ້​ຢາງ​, ​ແ​ບ່ວ່າ​ຊູ່​ສື້ລ້ຽງ​ແບ້. ​ໃ​ນລາຍການ​ຊີວິດ​ສັງຄົມ​ມື້​ນີ້, ພວກ​ເຮົາຈະພາ​ທ່ານ​ໄປຢາມ​ຜູ້​ເຖົ້າ​ເຫຼົ່າ​ນີ້​ຢູ່​ເມືອງ​ຈື້​ເຟີ່ງ​ເຂດ​ມົງ​ໂກ​ໃນຂອງ​ຈີນ.

ທ່ານ​ລິນ​​ໂກວສຽງ​ແມ່ນ​ໜຶ່ງ​ໃນ​​ຜູ້​ລິ​ເລີ່​ມຂອງ​ທິມດົນຕີ​ບູຮານ​ນີ້​. ລາວ​​ແນະນຳ​ວ່າ, ໝູ່​ສະໜິດສະ​ໝົມທີ່​ມີ​ຄວາມ​ມັກ​ຄື​ກັນ​ເຫຼົ່າ​ນີ້, ລ້ວນ​ແຕ່​ແມ່ນ​ຟັງ​ດົນຕີບູຮານ​​ໃນ​ວັດຕັ້ງແຕ່​ຕອນ​ຍັງ​​ເປັນ​ເດັກນ້ອຍ. ​​ໃນ​ປີ​ນັ້ນ, ດົນຕີ​ບູຮານທີ່​ມ່ວນ​ຊື່ນອອນຊອນ​ເຮັດ​ໃຫ້ທ່ານ​ລິນ​ໂກວສຽງ​ແລະ​ໝູ່​ຂອງ​ລາວ​ຢືນຢູ່​ຕໍ່ໜ້າ​ຂອງ​ວັດ, ຈົນ​ລື່ມ​ໄປ​ໂຮງຮຽນ​ແລະ​ກິນ​​​ເຂົ້າ. ​ເຂົາ​ເຈົ້າຕິດ​ອົກ​ຕິດ​ໃຈຫຼາຍ​ນຳ​ດົນຕີ​ບູຮານ​ໃນ​ວັດ, ​ເຮັດ​ໃຫ້​ເຂົາ​ເຂົ້າ​ເກີດ​ມີ​ຄວາມ​ຝັນ​ຢາກຮຽນ​ດົນຕີ​ບູ​ຮານ​ຕັ້ງແຕ່​ຕອນ​ຍັງ​ເປັນ​ເດັກ​ນ້ອຍ. ​ແຕ່​ຄວາມ​ຝັນ​ຍັງ​ບໍ່​ທັນ​ກາຍ​ເປັນ ຄວາມ​ຈິງ​ເທື່ອ, ວັດກໍ່​ພັງ​ລົງ​ຢ່າງ​ກະ​ທັນຫັນ​ໃນ​ມື້ໜຶ່ງ, ​​ແຄນ​ຖືກ​ໄຟ​ໄໝ້​ໝົດ, ສຽງ​ດົນຕີ​ກໍ່​​ເລີຍ​ມີດງາບ​ລົງ. ລາວ​ເວົ້າ​ວ່າ: "ການ​ປະຕິວັດ​ວັດ​ທະນະ​ທຳ​​​ໄດ້ທຳລາຍ​ວັດ​ແຫ່ງ​ນີ້, ​ແຄນ​ທີ່​​ລາ​ມະ​ເປົ່າ​ນັ້ນ​ກໍ່ຖືກ​ໄຟ​ໄໝ້​ໝົດ."

ວັດ​ສ່ວນ​ຫຼາຍ​ພັງ​ລົງ​ແລ້ວ, ​ລາ​ມະ​ກໍ່​ເຫຼືອບໍ່​ຫຼາຍ, ສຽງ​ດົນຕີ​ບູຮານ​ທີ່​ເຄີຍ​ຝາກ​ຟັງຄວາມ​ຝັນ​ຂອງທ່ານ​ລິນ​​ໂກວສຽງ​​​ກໍ່​ສູນ​ເສຍໄປ​ໝົດ. ຢືນ​ຢູ່​ຕໍ່ໜ້າ​ຊາກ​ສະຫຼັກ​ຫັກ​ພັງ​ຂອງ​ວັດບູຮານ, ທ່ານ​ລິນ​ໂກວສຽງ​ຮູ້ສຶກ​ເສຍ​ໃຈ​ຫຼາຍ, ​ໃນ​ເວລາ​ນັ້ນ, ລາວ​ມີ​ອາຍຸ20​ກວ່າ​ປີ​. ພາຍຫຼັງມາ, ລາວ​​ເຮັດ​ການແລ້ວ, ​ແຕ່​ຄວາມ​ຝັນ​​ໃນ​ໄວ​ເດັກ​ຍັງ​ຝັງໄວ້​ຢູ່​ໃນ​ໃຈ​ຂອງ​ລາວ, ລາວ​ກໍ່​ຊອກ​ຫາ​ໂອກາດ​ໄປ​ເກັບ​ກຳເຄື່ອງ​ດົນຕີ​ບູຮາ​ນ​ໃນ​ວັດ.

ທ່ານ​ລິນ: "ປີ1964​ຂ້ອຍ​ໄດ້​ຊື້​ແຄນ​ອັນ​ໜຶ່ງ, ຕອນ​ນັ້ນ​ຂ້ອຍ​ຍັງ​ບໍ່​ທັນ​ອອກ​ກິນ​ເບ້ຍ​ບຳນານ​​ເທື່ອ."
ນັກ​ຂ່າວ: "​ເ​ຈົ້າ​ໄດ້​ເສຍ​ເງິນ​ເທົ່າ​ໃດ?"
ທ່ານ​ລິນ: "40ຢວນ."
ນັກ​ຂ່າວ: "ຕອນ​ນັ້ນ​​ເງິນ​ເດືອນ​ຂອງ​ເຈົ້າ​​​ເທົ່າ​ໃດ?"
ທ່ານ​ລິນ: "ຕອນ​ນັ້ນ​ແມ່ນ42​ຢວນ."

ແຕ່​​ຊື້​​ເຄື່ອງ​ດົນຕີ​ແລ້ວ​ພັດບໍ່​ມີອາຈານ​ສອນ, ​ແຄນ​ຂອງ​ທ່ານ​ລິນ​ໂກວສຽງ​ກໍ່​​ຖິ້ມໄວ້​ລ້າ​ໆ​ເປັນ​ເວລາ20​ກວ່າ​ປີ, ມາ​ຮອດ​​ເວລາທີ່ລາວ​ໃຊ້​ແຄນ​ນີ້​ເປົ່າ​ດົນຕີບູຮານ, ກໍ່​ແມ່ນ​ປີ1993​ແລ້ວ.

"ຂ້ອຍ​ມີ​ໝູ່​ຜູ້​ໜຶ່ງ​ນາມ​ສະກົນ​ແມ່ນ​ເສີນ, ​ແມ່ນຜູ້​ແຕ່ງ​ອາຫານ, ລາວ​ເປົ່າ​ແ​ຄນ​ເປັນ, ​ແຕ່​ບໍ່ຊຳນານ​ບານ​ໃດ. ຂ້ອຍ​ສອນ​ລາວ​ສີ​ຊໍ, ລາວ​ສອນ​ຂ້ອຍ​ເປົ່າ​ແຄນ. ຜູ້​ອື່ນ​ເຫັນ ແລ້ວ, ກໍ່​ສົນ​ໃຈ​ນຳ, ຄົນ​ກໍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​. ຜູ້ມັກ​​​ເສບເຄື່ອງ​ດົນຕີ​ກໍ່​ມີ10​ກວ່າ​ຄົນ. ສຸດ​ທ້າຍ​​ໄດ້​ເລືອກ​ເອົາ8ຄົນ​​ມາ​ຮຽນ​ດົນຕີ​ບູຮານ​ໃນ​ວັດ."

ອີກ7​ຄົນທີ່​ຕິດ​ໃຈ​ດົນຕີ​ບູຮານ​ຄື​ກັບ​ທ່ານ​ລິນ​ໂກຍ​ສຽງ​ນັ້ນ​ລ້ວນ​​ແຕ່​ແມ່ນຊາວ​ກະ​ສິກ​ອນ, ດຳລົງ​ຊີວິດ​ດ້ວຍ​ການ​ປູກຝັງ, ​ໃນ​ເວລາ​ນັ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ຍັງຊັກ​ໜ້າ​ບໍ່​ເຖິງ​ຫຼັງ​, ບໍ່​ມີ​ເງິນ​​ຊື້​ເຄື່ອງ​ດົນຕີ, ​ເຂົາ​ເຈົ້າ​ກໍ່ສົມທົບ​ເງິນ​ມາ​ຊື້​ເຄື່ອງ​ດົນຕີ. ທ່ານ​ລິນ​ໂກວສຽງ​ກ່າວ​ວ່າ:

 " ຊື້​ອັນ​ໜຶ່ງ500ຢວນ, ຄົນ​ລະ200ປາຍ​ຢວນ, ສອງ​ຄົນ​ຊື້​ອັນ​ໜຶ່ງ, ​ໄດ້ຊື້​​ແຄນ​ສອງ​ອັນ"(ນັກ​ຂ່າວ​ຖາມ​ວ່າ: ​ເວລາ​ນັ້ນ​ມີ​ນົດ​ເພງ​ບໍ່?)ຊອກ​ຫານົດ​ເພງຍາກ​ຫຼາຍ. ​​ໃນວັດ​ນີ້ມີ​ພະ​ລາມາ​ອົງ​ໜຶ່ງ, ​ເພິ່ນ​ຮ້ອງ​ເພງ, ພວກ​ເຮົາ​ກໍ່ຂຽນ​​ເປັນ​ນົດ​ເພງ​, ​ແລ້​ວສີ​ລອງ​ເບິ່ງວ່າ​ຖືກ​ບໍ່, ​​ເຮັດ​ແນວ​ນີ້​,ຮຽບຮຽງ​ເປັນ​ນົດ​ເພງ​​ເທື່ອ​ເລັກ​ເທື່ອ​ໜ້ອຍ.


ພາຍຫຼັງນົດ​ເພງ​ໄດ້​ຮຽບຮຽງ​ອອກ​ມາ​ແລ້ວ, ທ່ານ​ລີ​ນກົວ​ຊຽງ​ກໍ່ກ່າຍ​ເປັນຫຼາຍ​ສະບັບ​ແຈກ​ໃຫ້​ແຕ່ລະຄົນ, ​ຕ່າງ​​ເອົາ​ເມືອ​ເຮືອນເຝິກ​ຫັດ. ພາຍຫຼັງ​ໄດ້​​ເຝິກ​ຫັດ​ເປັນ​ເວລາ​ຕອນ​ໜື່ງ, ຈຶ່ງ​ເຕົ້າ​ໂຮມ​ກັນອີກ.


ທ່ານ​ລີ​ນກົວ​ຊຽງ​ໄດ້​ທຸ່ມ​ເທສະ​ຕິ​ປັນຍາ​ແລະຄວາມ​ກະຕືລື​ລົ້ນ​ຢ່າງ​ເຕັມ​ສ່ວນ​ຕໍ່​ດົນຕີ​​ບູຮານ. ​ເນື່ອງ​ຈາກ​ໄດ້​ເຝິກ​ຫັດ​ຢ່າງ​ດຸ​ໝັ່ນ, ​ສຸດ​ທ້າຍກໍ່​ພາ​ໃຫ້ສີ​ມື​ຂອງ​ຜູ້​ເຖົ້າ​​ທີ່ນິຍົມ​ດົນຕີ​ບູຮານ​​ເຫຼົ່າ​ນີ້​ຄ່ອຍໆ​ຊຳນານ​ຂຶ້ນ, ເພື່ອ​ໃຫ້​ດົນຕີ​​ບູຮານ​ໄດ້​ຮັບ​ການ​ສື​ບ ທອດກັນ​ໄປ, ທ່ານ​ລີ​ນກົວ​ຊຽງ​ຍັງ​​ໄດ້ຈົດ​ນົດ​ເພງທັງ​ໝົດ​​ໃສ່ຜ້າ​ຂາ​​ວ.

"ຖ້າຈົດ​ນົດ​ເພງ​ໃສ່​ເຈ້ຍ​ໃຫ້​ຜູ້​ນີ້​ເບິ່ງ​ຜູ້​ນັ້ນ​ເບິ່ງ​ມັນກໍ່​ເພ​ແລ້ວ. ຂ້ອຍຢາກຮັກສາມັນ​ໄວ້​ເປັນ​ເວລາ​ຍາວນານ, ນົດ​ເພງ​​ນີ້​ຫາ​ຍາກ​ຫຼາຍ, ພວກ​ເຮົາ​ມີ​ອາຍຸ​60ກວ່າ​ປີ​ແລ້ວ, ​ຖ້າ​ມື້​ໜ້າ​ມີ​ຄົນ​ໜຸ່ມ​ຢາກ​ຮຽນ, ກໍ່​​ເອົາໄວ້​ໃຫ້​​ລາວ​"

ມາ​ຮອດ​ປະຈຸ​ບັນ​ນີ້​, ທ່ານ​ລີ​ນກົວ​ຊຽງ​ໄດ້​ຮຽບຮຽງ​ດົນຕີ​ບູຮານ​200ກວ່າ​ເພງ, ສາມາດ​​ເສບ​ດົນຕີຢ່າງຊຳນານ30ກ່ວາ​ເພງ, ​ເຊັ່ນ: ​ເພງ​《ຊູ​ວູລ້ຽງ​​ແບ້》, 《ຫໍ​ຜູ່​ກົ່ງ》, 《ສົ່ງ​ແມ່ຈີ​ງ》​ແລະ​ອື່ນໆ. ທ່ານ​ລີ​ນກົວ​ຊຽງ​ຮູ້ສຶກດີ​ໃຈ​ຫຼາຍ, ທ່ານ​​ເວົ້າ​ວ່າ:

"ພວກ​ເຮົາ​ໄດ້​​​ເປົ່າແຄນ​ມາເປັນ​ເວລາ12ປີ​ແລ້ວ, ບັນລຸ​ລະດັບ​ນີ້​ພວກ​ເຮົາ​ຮູ້ສຶກວ່າ​​ໄດ້​ມາ​ບໍ່​ແມ່ນ​ງ່າຍ, ​ແລະ​ຮູ້ສຶກດີ​ໃຈ​ຫຼາຍ. ຜູ້​ຟັງ​ກໍ່​ມັກ​ຟັງ​ພວກ​ເຮົາ​ເປົ່າ​ແຄນ, ພວກ​​ເຮົາ​ກໍ່​ມີ​ຄວາມ​ໝັ້ນ​ໃຈ, ປັປປຸງ​ໃຫ້​ດີ​ຂຶ້ນ​ອີກ, ພາ​ໃຫ້​ດົນ​ຕີ​ພື້ນ​ເມືອງ​ຂະຫຍາຍ​ຕົວ, ຢາກຮັບ​ເອົາ​ຄົນ​ໜຸ່ມ​ຈັກ​ຄົນ​ສອງ​ຄົນ, ​ເພື່ອ​ສືບ​ທອດ​ຕໍ່​ໄປ."

ບໍ່​​ມີ​ຫໍ​ເສບ​ດົນ​ຕີ​ທີ່​ເຫຼືອງ​ເຫຼື້ອມ​ງາມ​ຕາ, ພຽງ​ແຕ່​ແມ່ນ​ເຮືອນ​ຂອງຊາວນາ​ໃນ​ເຂດ​ຊົນນະບົດ​ຫຼັງ​ໜຶ່ງ​ເທົ່າ​ນັ້ນ, ​ແຕ່ຜູ້​ເຖົ້າ8ຄົນ​ນີ້​ພັດ​ຍຶດໝັ້ນ​ດ້ວຍ​ຄວາມ​ເດັດດ່ຽວ​ໜຽວ​ແໜ້ນ​ແລະຄວາມກະຕືລື​ລົ້ນ, ຄວາມ​ຮັກ​ທີ່​ມີ​ຕໍ່​ດົນຕີ​​ບູຮານ​ຂອງ​​ເຂົາ​ເຈົ້າ​ກໍ່​ແມ່ນ​ມາຈາກ​ຄວາມຮັກ​ທີ່​ມີ​ຕໍ່​ຊີວິດ​ການ​ເປັນ​ຢູ່. ສຽງ​ດົນຕີ​​ບູຮານໄດ້​ພາ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​​ຜູ້​ເຖົ້າ​​ເຫຼົ່າ​ນີ້​ມີ​ຫຼາຍ​ສີ​ຫຼາຍ​ສັນ.

ເອົາລະ, ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ, ລາ​ຍການຊີວິດ​​ໃນ​ມື້​ນີ້​ກໍ່ຈົບ​ລົງ​ທໍ່​ນີ້​, ຂອບ​ໃຈ​ທ່ານ​ທີ່​​ໄດ້​ຮັບ​ຟັງ, ພົບ​ກັນ​ໃໝ່​​​​ໃນ​ຄັ້ງ​ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>