ເຂດ​ປອດ​ພາ​ສີ​ຂອງ​ທ່າ​ກຳ​ປັ່ນ​ຕ້າ​ຢາວ​ວ່ານ​ເມືອງ​ຕ້າ​ລຽນ​ໃຊ້​ການ​ບໍ​ລິ​ການ​ພິ​ເສດ​ມາ​ຍົກ​ປະ​ສິດ​ທິ​ພາບ​ວຽກ​ງານ

(GMT+08:00) 2009-11-25 16:40:38     cri
ເຂດປອດ​ພາສີ​ຂອງ​ທ່າ​ກຳ​ປັ່ນ​ຕ້າ​ຢາ​ວ​ວ່ານ​ທີ່​ຕັ້ງ​ຢູ່​ເມືອງ​ຕ້າ​ລຽນ​ແຂວງ​ລຽວນິງ​ໄດ້​ປິດດ່ານ​ພາສີ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ສິງຫາ​2007. ສອງ​ປີ​ມາ​ນີ້, ​ເຂດ​ປອດ​ພາສີ​ໄດ້​ນຳ​ໃຊ້​ທ່າ​ແຮງ​ທີ່"​ເຂດ​ປອດ​​ພາສີ​ກັບ​ທ່າ​ກຳ​ປັ່ນ​ເຊື່ອມ​ໂຍງ​ເຂົ້າກັນ", ສົ່ງ​ເສີມ​​ບົດບາດ​ທີ່​ທ່າ​ກຳ​ປັ່ນ, ການ​ຈໍລະ​ຈອນ​ສິນຄ້າ, ​ແລະ​ການ​ປຸງ​ແຕ່ງ, ອອກ​ແຮງ​ຍົກ​ປະສິດ​ທິພາບ​ວຽກ​ງານ​ວານ​ຂອງ​ທ່າ​ກຳ​ປັ່ນ​ໃຫ້​ສູງ​ຂຶ້ນ, ພ້ອມ​ທັງ​ປະສານ​ສົມທົບ​ກັບ​ທ່າ​ແຮງ​ທີ່​ມີ​ຂະໜາ​ດ​ໃຫຍ່​ແລະ​​ທີ່​ຕັ້ງ​ເໝາະ​ສົມ, ​ໃນ​ວິ​ກິດ​ການ​ການ​ເງິນ​ສາກົນ, ​ປະລິມານ​ສິນ​ຄ້າ​ເຂົ້າ​ອອກ​ທ່າ​ກຳ​ປັ່ນກໍ່​ຍັງ​​ເພີ່ມ​ຂຶ້ນ​. ​

ກຸ່ມ​ບໍລິສັດ​ທ່າ​ຕ້າ​ລຽນ​ແມ່ນ​ບໍລິສັດ​ຈໍ​ລະ​ຈອນ​ສິນຄ້າ​ທາງ​ເຮືອ​ຂະໜາດ​ໃຫຍ່​ແຫ່ງ​ໜຶ່ງ​​ໃນ​ເຂດ​ທ່າ​ປອດ​ພາສີ​ທ່າ​ກຳ​ປັ່ນ​ຕ້າ​ຢາ​ວວ່າ​ນ, ປະຈຸ​ບັນ​ໄດ້​ເດີນ​ເຮືອ​ໂດຍ​ກົງ​ກັບທ່າ​ກຳ​ປັ່ນ​ໃຫຍ່​ຫຼາຍ​ແຫ່ງ​ຂອງ​ໂລກ, ​ແລະ​ໄດ້​ສົ່ງ​ຕູ້​ບັນ​ຈຸ​ສິນ​ຄ້າ​ໄປ​ທະວີບເອີ​ລົບ, ທະວີບອາ​ເມ​ລິ​ກາ​ແລະ​ເຂດ​ທະ​ເລ​ເມ​ດີ​ເຕລາ​ເນ​ໂດຍ​ກົງ. ຕູ້​ບັນຈຸ​ສິນ​ຄ້າທີ່​ສົ່ງ​ໄປ​ຕ່າງປະ​ເທດ 90%​ແລະ​​ສິນຄ້າ​ທີ່​ສົ່ງ​ອອກ​ຕ່າງປະ​ເທດ 70%ຂອງ​ເຂດ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ລ້ວນ​ແຕ່​ແມ່ນ​ສົ່ງ​ຜ່ານ​ທ່າ​ກຳ​ປັ່ນ​ຕ້າ​ລຽນ. ທ່ານ​ຊຸນ​ຫົງ, ຜູ້​ຈັດການ​ໃຫຍ່​ຂອງ​ບໍລິສັດ​ກ່າວ​ວ່າ,

"ຫຼັງ​ເກີດ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ແລ້ວ, ລູກ​ຄ້ານັບມື້​ນັບ​ເອົາ​ໃຈ​ໃສ່​ເລື່ອງ​ຕົ້ນທຶນ, ການ​ສົ່ງ​ຜ່ານ​ກ່ຳ​ປັ່ນ​ແມ່ນ​ທາງ​ເລືອກ​ທີ່​ດີ​ອັນ​ໜຶ່ງ, ຍ້ອນ​ວ່າ​ໄດ້​ເຮັດ​ໃຫ້​ຕົ້ນທຶນ​ຫຼຸດ​ຕ່ຳລົງ, ປະຈຸ​ບັນ, ທ່າ​ກຳ​ປັ່ນພາຍ​ໃນ​ປະ​ເທດທີ່​ສາມາດຈອດ​ກ່ຳ​ປັ່ນ​ຂະໜາດ​ໃຫຍ່​ແມ່ນ​ມີ​ໜ້ອຍ​ທີ່​ສຸດ, ທ່າ​ກຳ​ປັ່ນ​ຕ້າ​ລຽນ​ມີ​ທ່າ​ແຮງຫຼາຍ​ໃນ​ດ້ານ​ນີ້. ສະນັ້ນ, ​ເຖິງ​ວ່າ​ມີ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ, ​ແຕ່​ປະລິມານ​ສິນຄ້າ​ທີ່​ສົ່ງ​ເຂົ້າອອກທ່າ​ໃນ 6 ​ເດືອນ​ຕົ້ນປີ​ນີ້ຍັງ​ເພີ່ມ​ຂຶ້ນ​ໄວຫຼາຍ. ປີ​ນີ້ອາດ​ຈະຫຼາຍ​ກວ່າ 270 ລ້ານ​ໂຕນ, ​ໃນ​ 6 ​ເດືອນຕົ້ນປີ​ນີ້​ມີ 130 ລ້ານ​ໂຕນ​ແລ້ວ."
ທ່ານ​ຊຸນ​ຫົງ​ກ່າວ​ວ່າ, ຄວາມ​ສາມາດ​ຂົນ​ສົ່ງ​ສິນຄ້າ​ຂອງ​ທ່າ​ກຳ​ປັ່ນ​ຕ້າ​ລຽນ​ຍົກ​ສູງ​ຂຶ້ນ ຕົ້ນຕໍ​ແມ່ນ​​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຄຸ້ມ​ຄອງ​ບໍລິຫານ​ທີ່​ດີ​ພິ​ເສດ​ຄື"​ເຮັດ​ໃຫ້​ເຂດ​ປອດ​ພາສີ​ກັບ​ທ່າ​ກຳ​ປັ່ນ​ເຊື່ອມ​ໂຍງ​ເຂົ້າກັນ". ​ເມື່ອ​ທຽບ​ໃສ່​ເຂດ​ປອດ​ພາສີ​ແບບ​ເກົ່າ​ແລ້ວ, ​ເຂດ​ປອດ​ພາສີ​ນີ້ບໍ່​ພຽງ​ແຕ່ມີ​ຮູບ​ແບບຂອງ​ເຂດ​ປອດ​ພາສີ​​ແບບ​ເກົ່າຄື​ການ​ຄ້າ​ສາກົນ, ສາງ​ສິນຄ້າ​ປອດ​ພາສີ, ​ແລະ​ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກທໍ່​ນັ້ນ, ສີນ​ຄ້າສົ່ງ​ອອກ​ນຳ​ເຂົ້າ​ໃນ​ເຂດ​ນີ້​ແລ້ວກໍ່​ໄດ້ນຳ​ໃຊ້​ນະ​ໂຍບາຍ​ສົ່ງ​ຄືນ​ອາກອນ, ສິນຄ້າ​ນຳ​ເຂົ້າສົ່ງ​ອອກ​ເຂດ​ທ່າ​ນີ້​ແລ້ວ​ຈຶ່ງ​ຖື​ວ່າ​ໄດ້​ອອກ​ດ່ານ, ​ທີ່​ເອີ້ນວ່າ"ດ່ານ​ນອກ​ຢູ່​ໃນ​ແດນ​ຈີນ". ທ່ານ​ສູ​ສຽວ​ຈຸນ, ຮອງ​ຫົວ​ໜ້າ​ພະ​ແນກ​ພັດທະນາ​ການ​ຈໍລະ​ຈອນ​ສິນຄ້າ​ຂອງ​ເຂດ​ປອດ​ພາສີ​ຕ້າ​ລຽນ​ກ່າວ​ວ່າ,

"ຈຸດ​ພິ​ເສດ​ໃຫຍ່​ກວ່າ​ໝູ່​ຂອງ​ເຂດ​ທ່າ​ປອດ​ພາສີ​ກໍ່​ແມ່ນ​ການ​ຄຸ້ມ​ຄອງ​ແບບ​ເຂດ​ປອດ​ພາສີ​ກັບ​ທ່າ​ກຳ​ປັ່ນ​ເຊື່​ອມ​ໂຍງ​ເຂົ້າກັນ, ມັນ​ມີ​ຜົນ​ດີ​ຕໍ່​ການ​ເຮັດ​ໃຫ້​ເຂດ​ທ່າ​ປອດ​ພາສີ​ກັບ​ເຂດ​ຈໍລະ​ຈອນ​ສິນຄ້າ​ຫຍັບ​ໃກ້​ເຂົ້າ, ​ແລະ​ເຊື່ອມ​ໂຍງ​ເຂົ້າກັນ, ວຽກ​ງານ​ຕ່າງໆໃນ​​ເຂດ​ທ່າ​ກຳ​ປັ່ນ​ແບບ​ເກົ່າໄດ້​ປ່ຽນ​ເປັນ​ວຽກ​ປອດ​ພາສີ​​ແລ້ວ​ດຳ​ເນີນ​ການ​ຄຸ້ມ​ຄອງ; ຜົນ​ດີ​ທີ​ສອງ​ກໍ່​ແມ່ນ​ເຂດ​ທ່າ​ປອດ​ພາສີ​ມີ​ນະ​ໂຍບາຍພິ​ເສດວ່າຖ້າ​ເຂົ້າ​ເຂດ​ແລ້ວກໍ່​ສົ່ງ​ຄ່າ​ອາກອນຄືນ​ໃຫ້, ​ເຂດ​ປອດ​ພາສີ​​ໃນ​​ເມື່ອກ່ອນ​ແມ່ນ​ອອກ​ຈາກ​ທ່າ​ກຳ​ປັ່ນ​ແລ້ວ​ຈຶ່ງ​ສົ່ງ​​ອາກອນຄືນ​ໃຫ້. ຜົນ​ດີ​ທີ​ສາມ​ແມ່ນ ​ເຂດ​ຈໍລະ​ຈອນ​ສິນຄ້າ​ຕົ້ນຕໍ​ແມ່ນ​ສະໜັບສະໜູນ​ການ​ພັດທະນາ​ຂອງ​ເຂດ​ທ່າ​ກຳ​ປັ່ນ, ​ເຂດ​ປອດ​ພາສີ​ແມ່ນ​ຊຸກ​ຍູ້​ການ​ຄ້າ​ປຸງ​ແຕ່ງ​ຢູ່​ອ້ອມ​ຂ້າງ, ​ແລະ​ການ​ພັດທະນາ​ການ​ຄ້າ​ທີ່​ມີ​ລັກສະນະ​ພາກ​ພື້ນ, ​ເຂດ​ທ່າ​ກຳ​ປັ່ນ​ອາ​ໃສ​ດ່ານ​ພາສີ, ວຽກ​ງານ​ບໍລິການ​ຈະ​ກວ້າງ​ຂວາງ​ກວ່າ​ເກົ່າ."

ເມື່ອ​ເຂດປອດ​ພາສີທ່າ​ກ່ຳ​ປັ່ນຕ້າ​ຢາ​ວວ່າ​ນ​ເປີດ​ໃຊ້​ແລ້ວ, ທ່າ​ແຮງ​ດ້ານ​ນະ​​ໂຍບາຍ​ຂອງ​ເຂດ​ນີ້​ໄດ້​​ເຮັດ​ໃຫ້​ວິ​ສາ​ຫະກິດ​ການ​ຄ້າ​ປຸງ​ແຕ່ງ​ຢູ່​​ເຂດອ້ອມ​​ແອ້ມສົນ​ໃຈຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​ຜະລິດ​ເອ​ເລັກ​ໂຕຼນິກຂະ​ໜາດ​ໃຫຍ່. ​ດ້ວຍທ່າ​ແຮງນະ​ໂຍບາຍ​ໃນ​ດ້ານ​ການ​ຝາກ​ສິນຄ້າ​ແບບປອດ​ພາສີ, ການ​ກວດກາ​ວັດ​ແທກ​ສ້ອມແປງ​ແລະ​ການ​ຜ່ານ​ດ່ານ​ໃນ​ເວລາ​ດຽວ​ກັນ​ຂອງ​ເຂດ​ປອດ​ພາສີ, ຊີ​ບາ​, ກາ​ນົງ​ແລະວິ​ສາ​ຫະກິດ​ອື່ນໆ​ໄດ້​ຕັ້ງ​ແຫຼ່ງ​ສົ່ງ​ວັດຖຸ​ດິບ​ແລະ​ສິນຄ້າ​ໂດຍ​ແບ່ງ​ເປັນ​ງວດ, ດຳ​ເນີນ​ການ​ບໍລິການຄຸ້ມ​ຄອງ​ສາງ​ແລະ​ການ​ຂົນ​ສົ່ງ​ສິນຄ້າຢ່າງ​ທັນ​ການ​, ​ໄດ້​ເຮັດ​ໃຫ້​ໂຮງງານບໍ່​ມີ​ສິນຄ້າ​ຄ້າງ​ສາງ.

ໃນ​ປີ​ມໍ່ໆ​ມາ​ນີ້, ​ເຂດ​ປອດ​ພາສີ​ດັ່ງກ່າວ​ທັງໝົດ​ໄດ້​ດຶງ​ດູດ​ທຶນຈາກ​ຕ່າງປະ​ເທດ​ເກືອບ 100 ລ້ານ​ໂດ​ລາ, ທຶນ​ພາຍ​ໃນ​ປະ​ເທດ​ຫຼາຍ​ກວ່າ 120 ລ້ານ​ຢວນ. ປະຈຸ​ບັນ, ​ໃນ​ເຂດ​ດັ່ງກ່າວ​ທີ່​ມີ​ເນື້ອ​ທີ່​ເກືອບ 7 ​ກິ​ໂລ​ຕາແມັດ​ມີ​ວິ​ສາ​ຫະກິດ 85 ​ແຫ່ງ, ​ໃນ​ນັ້ນ, 70% ​ແມ່ນວິ​ສາ​ຫະກິດ​ຂົນ​ສົ່ງ​ສິນຄ້າ.

ບໍລິສັດ​ຂົນ​ສົ່ງ​ສິນຄ້າ​ເກັບ​ແຊ່​ເຢັນອີ້​ຕູ່​ຈີ​ຟ່າຕ້າ​ລຽນ​ແມ່ນ​ວິ​ສາ​ຫະກິດ​ຈໍລະ​ຈອນ​ສິນຄ້າ​ແຫ່ງ​ໜຶ່ງທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ເວລາ​ດຽວ​ກັນ​ກັບ​ເຂດ​ປອດ​ພາສີ​ທ່າ​ກ່ຳ​ປັ່ນຕາ​ຢາ​ວວ່າ​ນ. ນາງ​ຢິວຈຸ່ນ, ປະທາ​ນາ​ບໍ​ລິສັດ​ເວົ້າ​ວ່າ, ​ໃນ​ເວລາ 2 ປີ​ປາຍ, ບໍລິສັດ​ຂອງ​ນາງໄດ້​ບັນລຸ​ການ​ພັດ​ທະນາ​ແບບ​ກ້າວ​ກະ​ໂດດ. ​ເຖິງວ່າ​ມີ​ຄວາມ​ກົດ​ດັນ​ດ້ານ​ການ​ຄ້າຂາ​ເຂົ້າຂາ​ອອກ​ຈາກ​ວິ​ກິດ​ການ​ການ​ເງິນ, ບໍລິສັດ​ຍັງ​ໄດ້​ຮັບ​ຄວາມ​ຄືບ​ໜ້າຢ່າງ​ໃຫຍ່​ໃນ​ການຂົນ​ສົ່ງ​ສິນຄ້າ​ໂດຍ​ນຳ​ໃຊ້ນະ​ໂຍບາຍພິ​ເສດຕ່າງໆ​ຂອງ​ເຂດ​ປອດ​ພາສີ. ນາງ​ກ່າວ​ວ່າ:

"​ໃນ 3 ປີ​ມາ​ນີ້, ວຽງ​ງານ​ຂອງ​ບໍລິສັດ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ​ແຕ່ລະ​ປີ, ​ເຕີບ​ໂຕ​ດ້ວຍ​ຈັງຫວະ​ເກືອບ 3​0%. ນະ​ໂຍບາຍ​ຂອງ​ເຂດ​ປອດ​ພາສີ​ນັບ​ມື້​ນັບ​ໄດ້ຮັບ​ການ​ຍອມຮັບ​ຈາກສາກົນ, ສະ​ນັ້ນ, ​ເຖິງ​ວ່າ​ໄດ້​ປະສົບ​ວິ​ກິດ​ການ​ເສດຖະກິດ, ປະລິ​ມານການ​ຄ້າຂາ​ເຂົ້າຂອງ​ສັດ​ນ້ຳ​ແລະ​ພືດ​ນ້ຳ​ບໍ່ຫຼາຍປານ​ໃດ, ​ແຕ່​ວຽກ​ງານ​ອື່ນໆ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ປີ​ນີ້, ວຽກ​ງານ​ຂົນ​ສົ່ງ​ສິນຄ້າ​ຕໍ່​ພາຍ​ໃນ​ແລະ​ສາກົນ​ຂອງ​ພວກ​ເຮົາ​ໄດ້​ເພີ່ມ​ຂຶ້ນ 30% ​ເມື່ອ​ທຽບ​ໃສ່​ປີ​ກາຍ​ນີ້."

"ການ​ສົ່ງຕໍ່​ສາກົນ​" ທີ່​ນາງ​ຢິວຈຸ່ນ​ເວົ້າ​ເຖິງ​ນັ້ນ​ໝາຍ​ເຖິງຂະ​ບວນການ​ຂົນ​ສົ່ງ​ຕູ້​ບັນຈຸ​ສິນ​ຄ້າ​ທີ່​ຂົນ​​ຈາກ​ຕ່າງປະ​ເທດ, ​ແລ້ວ​ຂົນ​ສົ່ງ​ຜ່ານ​​ດ່ານ​ຊາຍ​ແດນ​ທີ່​ມີ​ພາສີພາຍ​ໃນ​ປະ​ເທດ, ​ແລ້ວ​ຂ່ຽນ​ຖ່າຍ​ໄປ​ຫາ​ກ່ຳ​ປັ່ນການ​ເດີນ​ເຮືອ​ສາກົນ, ​ເພື່ອສືບ​ຕໍ່​ສົ່ງ​ໄປ​ປະ​ເທດ​ທີ 3. ດຳ​ເນີນ​ການ​ຂົນ​ສົ່ງຕູ້​ບັນຈຸ​ສິນຄ້າ​ໃນ​ສາກົນ, ​ແມ່ນ​ສິ່ງສະ​ແດງອັນ​ສຳຄັນໃຫ້​ເຫັນ​ເຖິງ​ບົດບາດໃນ​ສາກົນ​ຂອງ​ທ່າ​ກ່ຳ​ປັ່ນ. ທ່າ​ກ່ຳ​ປັ່ນ​ສິງກະ​ໂປ​ແມ່ນ​ທ່າ​ກ່ຳ​ປັ່ນ​ຕູ້​ບັນຈຸ​ສິນຄ້າ​ໃຫຍ່​ກວ່າໝູ່​ໃນ​ໂລກ​, ​ໃນ​ປະລິມານຂົນ​ສົ່ງສິນຄ້າ​ຂອງ​ທ່າ​ສິງກະ​ໂປ​ມີ​ເກືອບ 80% ​ແມ່ນ​ວຽກ​ງານ​ຂົນ​ສົ່ງ​ສິນຄ້າ​ຕໍ່​ສາກົນ, ທ່າ​ສິງ​ກະ​ໂປ​ກໍ່​ກາຍ​ເປັນ​ທ່າ​ຂົນ​ສົ່ງຂ່ຽນ​ຖ່າຍ​ສິນຄ້າ​ຕໍ່​ທີ່​ມີ​ຊື່ສຽງ​ໃນ​ໂລກ.

ທ່ານ​ລູລິນ, ຫົວໜ້າ​ຄະນະ​ກຳມະການ​ຄຸ້ມ​ຄອງ​ເຂດ​ປອດ​ພາສີຂອງ​ນະຄອນ​ຕ້າ​ລຽນ​​ບອກ​ວ່າ, ບົນ​ພື້ນຖານ​ປະລິມານ​ຈໍລະ​ຈອນ​ສິນຄ້າ​ໄດ້​​ເພີ່ມ​ຂຶ້ນຫຼາຍສົມຄວນ, ​ເຂດ​ປອດ​ພາສີຕ້າ​ຢາ​ວວ່າ​ນ​ກໍ່​ມີ​ສະພາບໄດ້​ດີ​ຂຶ້ນ​ໃນດ້ານ​ຕ່າງໆ, ​ເຊັ່ນ: ລະດັບ​ບໍລິການ​ຜ່ານ​ດ່ານ​ແລະ​ການ​ເຮັດ​ໃຫ້ການ​​ບັນຊີ​ກໍ່ສະດວກຂຶ້ນ​ເປັນ​ຕົ້ນ. ມາດ​ຕະການ​ເຫຼົ່ານີ້​ປະສານ​ກັບ​ນະ​ໂຍບາຍ​ປອດ​ພາສີ, ​ໄດ້​ດຶງ​ດູດ​ການ​ຂົນ​ສົ່ງ​ສິນຄ້າ​ຕໍ່​ສາກົນ​ຈາກຫຼາຍປະ​ເທດ​ແລະ​ເຂດ​ແຄ້ວນ.

"ວິ​ສາ​ຫະກິດ​ຕ່າງປະ​ເທດ​ໃຫຍ່ຫຼາຍ​ແຫ່ງ​ກໍ່​ສົນ​ໃຈຫຼາຍຕໍ່​ນະ​ໂຍບາຍ​ປອດ​ພາສີ​ຂອງ​ຈີນ, ​ເຂົາ​ເຈົ້າ​ຫວັງ​ຢາກ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າຂາ​ອອກດ້ວຍ​ນະ​ໂຍບາຍ​ປອດ​ພາສີ. ຕົວຢ່າງຄື ບໍລິສັດ​ຫາ​ປາຢູ່​ມະຫາ​ສະໝຸດ​ຂອງຣັດ​ເຊຍ​ເຮັດ​ການ​ປຸງ​ແຕ່​ງງ່າຍໆ​ແລະ​ການ​ຄ້າຜະລິດ​ຕະພັນ​ທະ​ເລ​ຜ່ານ​ດ່ານຢູ່​ນະຄອນ​ຕ້າ​ລຽນ, ​ເຂົາ​ເຈົ້າ​ເຮັດ​ດີຫຼາຍຢູ່​ເຂດ​ປອດ​ພາສີ, ການ​ຂົນ​ສົ່ງ​ຕໍ່​ສາກົນ​ຂອງວິ​ສາ​ຫະກິດຫຼາຍ​ແຫ່ງ​ຂອງ​ຍີ່​ປຸ່ນກໍ່​ດຳ​ເນີນ​ຢູ່​ນະຄອນ​ຕ້າ​ລຽນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ