ຊີວິດ​ສັງຄົມ—ຊ່າງຕັດຜົມ​ທີ່​ມາ​ຈາກ​ຊົນນະບົດ​

(GMT+08:00) 2009-11-29 18:55:33     cri
ສະບາຍດີ​ທ່ານ​ຜູ້​ຟັງ! ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຮັບ​ຟັງ​ຄໍ​ລຳ​ຊີວິດ​ສັງຄົມ​​ໃນ​ມື້​ນີ້. ວັນ​ທີ1​ພະຈິກ​ປີ​ນີ້​ແມ່ນ​ວັນຊາວ​ກະສິກ​ອນທີ່​ໄປ​ເຮັດ​ວຽກ​ໃນ​ຕົວ​ເມືອງຄັ້ງ​ທີ3​ຂອງ​ເມືອງ​ຈຸ່ງ​ກິ່ງ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ແນະນຳ​ຊາວ​ກະສິກອນ​ທີ່​ໄປ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ຜູ້​ໜຶ່ງ, ນັ້ນກໍ່​ຄືທ້າວເຫີ​ຊື່ເຈີທີ່​ໄດ້​ຮັບ​ນາມມະຍົດ​ເປັນ"ຊ່າງຕັດ​ຜົມ​ດີ​ເດັ່ນ10ຄົນ​ຂອງ​ຈີນ"​ແລະ​"ກຳມະ​ກອນ​ຫຼຽນ​ຄຳ​ເມືອງຈຸ່ງ​ກິ່ງ".

ຄົນຈີນ​ສ່ວນ​ຫຼາຍ​ເຫັນ​ວ່າ, ຊາວ​ກະສິກອນ​ໄກ​ຈາກ​ເວທີ​ແຟ່ຊັ້ນ​ຫຼາຍ, ​ແຕ່ທ້າວ​ເຫີ​ຊ່ຽນ​ເຈີ​ທີ່​ມາ​ຈາກ​ເມືອງຈຸ່ງ​ກິ່ງໄດ້​ຢ່ວງບາດ​ກ້າວທີ່​ອັດສະ​ຈັນຢ່າງ​ສຳ​ເລັດຜົນ​.

ທ້າວ​ເວົ້າວ່າ:"ສິ່ງທີ່​ຜູ້​ອື່ນ​ເຫັນ​ວ່າ​ເປັນ​ໄປ​ບໍ່​ໄດ້, ​ແຕ່​ວ່າ​ຖ້າ​ມີ​ຄວາມ​ພະຍາຍາມ​ກໍ່​ຈະ​ບັນ​ລຸ​ຜົນ​ສຳ​ເລັດໄດ້."

40ປີ​ກ່ອນ, ທ້າວ​ເຫີ​ຊ່ຽນ​ເຈີ​ເກີດ​ຢູ່ບ້ານ​ຢາ​ງລູ້​ຕາ​ແ​ສງສ່ວງ​ເຫີ​ໂຂ້ວ​ເຂດ​ປ່າ​ໜານ​ຂອງ​ເມືອງ​ຈຸ່ງກິ່ງ, ​ແມ່ນ​ບ້ານ​ທີ່​ຢູ່​ໃນ​​ເຂດ​ພູ​ດອຍ. ​ແຕ່​ຕອນ​ຍັງ​ເປັນ​ເດັກນ້ອຍ, ລາວກໍ່​ເຮັດ​ວຽກ​​ກະສິກຳ​ນຳ​ຜູ້​ໃຫຍ່, ລາວ​ບໍ່​ເຄີຍ​ອອກ​ຈາກບ້ານ​ຈັກ​ເທື່ອ. ປີ​ທີ່​​ລາວ​ມີອາຍຸ18​ປີ, ລາວ​ໄດ້​ມີໂອກາດ​​ເຮັດ​ວຽກ​ເປັນ​ບຸລຸດ​ໄປສະ​ນີຊົ່ວຄາວ​ໃນ​ຫ້ອງການ​ໄປສະນີຂອງ​ເຂດ​ປ່າ​ໜານ.

ທ້າວ​​ເວົ້າ​ວ່າ: "​ໃນ​ຖານະ​ເປັນ​ຊາວ​ກະ​ສິກອນ, ຂ້ອຍ​ມີ​ຄວາມສຸກ​ຫຼາຍ​ກວ່າ​ໝູ່​ຮຽນ​ຂອງ​ຂ້ອຍ​ແລ້ວ, ​ເພາະວ່າ​​ການ​ທີ່ໄດ້​ເຮັດ​ວຽກ​ເປັນ​ບຸລຸດ​ໄປສະນີ​​ບໍ່​ແມ່ນ​ເລື່ອງ​ທີ່ງ່າຍ​ດາຍ​​ໃນ​ໄລຍະ​ນັ້ນ.​"

3​ປີຜ່ານ​ໄປ, ທ້າວ​ເຫີ​ຊ່ຽນ​ເຈີ​ທີ່​ດຸ​ໝັ່ນ​ຮູ້ສຶກ​ວ່າ, ​​ແຕ່​ລະ​ມື້​​​​ເຮັດ​ແຕ່​ວຽກ​ເກົ່າ​ຄື​ມີ​ແຕ່​ສົ່ງ​ຈົດໝາຍ​,​ເບິ່ງ​ແລ້ວ​ຄືວ່າ​ບໍ່ມີອະ​ນາຄົດ​ທີ່​ດີ​ເລີຍ.​ມີ​ມື້​ໜຶ່ງ, ທ້າວ​ເຫີ​ຊ່ຽນ​ເຈີ​ໄປຫຼິ້ນ​ຢູ່​ຮ້ານ​ຕັດ​ຜົມຂອງໝູ່.

ທ້າວ​ເວົ້າ​ວ່າ: "​ແຕ່​ລະ​ມື້ລາວຕ້ອງ​ຕັດ​ຜົມ​ໃຫ້50ຫາ​60ຄົນ, ຄົນ​ລະ1​ຢວນ. ຕອນ​ນັ້ນ​ເງິນ​ເດືອນ​ຂອງ​ຂ້ອຍ​ມີ​ແຕ່57​ຢວນ5​ເໝົາ​ເທົ່າ​ນັ້ນ. ຂ້ອຍກໍ່​ເລີຍ​ຄິດ​ວ່າ​ຖ້າວ່າຂ້ອຍ​ຮຽນ​ວິຊາຕັດ​ຜົນ​ອາດຈະ​ດີກ​ວ່າ, ຕໍ່​ມາ​ຂ້ອຍ​ກໍ່​ກາຍ​ເປັນ​ຊ່າງຕັດ​ຜົມ​."

ແຕ່​ກ່ອນ​ຢູ່ຊົນນະ​ບົດ​ຂອງ​ຈີນ, ຊ່າງ​ຕັດ​ຜົມຖືກ​ຖື​ວ່າ​ແມ່ນ​ອາຊີ​ບທີ່​ອ່າວ​ຕ່ຳ​ໃນ​ສັງ​ຄົມ​ຕະຫຼອດ​ມາ. ​ແຕ່​ວ່າ​ລາວ​ໄດ້​ຕັດ​ສິນ​ໃຈ​ແລ້ວ​ແລະ​ກໍ່​ບໍ່ສົນ​ໃຈນຳ​ສຽງ​ຄັດຄ້ານ​ຈາກ​ຄອບຄົວ​, ຂໍ​ລາ​ອອກ​ຈາກ​ໄປສະນີ​ແລະ​ໄປ​ຮຽນວິຊາ​ຕັດ​ຜົມນຳ​ຊ່າງຕັດ​ຜົມທີ່​ເກັ່ງ​ທີ່​ສຸດ​ຢູ່​ທ້ອງ​ຖິ່ນ.

ທ້າວ​ເຫີ​ຊ່ຽນ​ເຈີຮຽນ​ຮູ້​ໄວ​ຫຼາຍ, ລາວ​ໄດ້ກຳ​​ເຕັກນິກ​ການຕັດ​ຜົມ​ໂດຍ​ພື້ນຖານ​ພຽງ ເຄີ່ງ​ປີ. ພາຍຫຼັງ​ສຳຫຼວດ​ສະພາບ​ທຸລະ​ກິດ​ຂອງ​ຮ້ານ​ຕັດຜົມ​ຢູ່​ອ້ອມຂ້າງ​ບ້ານ​ຢາງ​ເຫີ, ທ້າວ​ເຫີ​ຊ່ຽນ​ເຈີ​ກໍ່ຕົກ​ລົງ​​​​ເປີດຮ້ານ​ຕັດຜົມ​ດ້ວ​ຍຕົນ​ເອງ. ຜ່ານຄວາມ​ພະຍາ ຍາມ​ຂອງ​ລາວ, ຮ້ານ​ຕັດ​ຜົມ​ນ້ອຍໆ​​ຮ້ານ​ທຳ​ອິດຂອງ​ລາວ​​ໄດ້ເປີດ​ບໍລິການ​ແລ້ວ.

ທ້າວ​ເວົ້າ​ວ່າ: "ຂ້ອຍ​ຕັດ​ຜົມ​ເທື່ອ​ທຳ​ອິດ​ໃນ​ຮ້ານ​ຂ້ອຍ​ແມ່ນ​ຕັດ​ໃຫ້​ໝູ່ຮ່ວມ​ຮຽນ​ຜູ້​ໜຶ່ງ, ລາວພໍ​ໃຈ​ຫຼາຍ, ຂ້ອຍ​ກໍ່​​ເລີ່​ມມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງ."

ການຕັດ, ດັດ​ແລະ​ຍ້ອມຜົມ​ຂອງທ້າວ​ເຫີ​ຊ່ຽນ​ເຈີ​ນັບ​ມື້​ນັບ​ມີ​ຊື່​ສຽງ​ດັງ​ຂຶ້ນ​ຢູ່ທ້ອງ​ຖິ່ນ​ດ້ວຍ​ຝີ​ມືດີ​ເດັ່ນ​ແລະ​ການ​ອອກ​ແບບ​ຊົງຜົມ​ຕາມ​​ແຟຊັ້ນ. ບາງມື້, ລາວ​ຕ້ອງ​​ເຮັດ​ຜົມ​​ໃຫ້100​ຄົນ​. ວັນ​ທີ່​ຫຍຸ້ງ​ວຽກ​ຜ່ານ​ໄປ​ໄວ​ຫຼາຍ​, ​​ແຕ່​ລາວ​ກໍ່​ຍັງບໍ່​ທັນພໍ​ໃຈ​ກັບ​ຜົນສຳ​ເລັດຂອງ​ຕົນຢູ່​ບ້ານ​ຢາງ​ເຫີ, ລາວ​ໄດ້​ຕັ້ງ​ເປົ້າ​ໝາຍ​ສູງ​ກວ່າ​ເກົ່າ​ໃຫ້​ແກ່​ຕົນ​ເອງ. ລາວ​ໃຊ້​ເວລາ​ພິຈາລະ​ນາ​ຫຼາຍ​ມື້,​ ຈຶ່ງ​ຕັດສິນ​ໃຈ​ຂາຍ​ຮ້ານ​ຕັດ​ຜົມ, ​ແລ້ວອອກ​ຈາກ​ບ້ານ​ເປັນ​ເທື່ອ​ທຳ​ອິ​ດ​​ເພື່ອ​ສະ​ແຫວງ ຫາອະນາ​ຄົດ​ທີ່​ດີກ​ວ່າ​ຢູ່​ຕົວ​ເມືອງ.

ທ້າວ​ເຫີ​ຊ່ຽນ​ເຈີ​ເຄີຍ​ໄປ​ນະຄອນ​ເສີ່ນ​ເຈິ້ນ, ​ແຂວງ​ເຈິ້​ຈ່ຽງ, ​ແຂວງ​ຝູຈ້ຽນ, ຊ່ຽງ​ໄຮ​ແລະ​ປັກ​ກິ່ງ, ລາວ​ທັງ​ຮຽນ​ທັງ​​ໄປ​ເຮັດ​ວຽກ​​ເພື່ອຊອກ​ຫາເງິນ​ເປັນ​ຄ່າ​ເດີນ​ທາງ. ລາວ​​ໄດ້​​ເຮັດ​ຊົງ​ຜົມທັນ​ສະ​ໄໝ​ຫຼາຍ​ແລະ​ກາຍ​ເປັນ​​ແບບຮຽນ​ຂອງ​ຊ່າງຕັດຜົມ​ທັງຫຼາຍ. ​ໃນ​ເວລາ​ນັ້ນ, ​ເຖິງ​ວ່າ​ລາວ​​ໃຊ້​ເງິນ​ຂອງ​ຕົນ​ຈົນ​ໝົດ, ​ແຕ່​ກໍ່​ໄດ້​ຄວາມ​ຮູ້​ແລະມີ​ຄວາມ​ໝັ້ນ​ໃຈຫຼາຍຂຶ້ນ. ​ເມື່ອມາ​ຮອດ​ປັກ​ກິ່ງ, ລາວ​ເຫັນການ​ປະກາດ​ຮັບ​ສະໝັກ​ນັກຮຽນ​ຂອງ​ໂຮງຮຽນ​ເສີມ​ຄວາມ​ງາມດຶງ​ດູດ​ໃຈຫຼາຍ.

ລາວ​ເວົ້າ​ວ່າ:"​ເມື່ອມາ​ຮອດ​ປັກ​ກິ່ງ​ແລ້ວ​​ເຫັນ​ເຂົາ​ເຈົ້າ​ໂຄສະ​ນາວ່າ​ສາມາດ​ໄປ​ລອງ ຟັງ​ໂດຍ​ບໍ່​​ຕ້ອງເສຍ​ຄ່າ​, ສະ​ນັ້ນ​ຂ້ອຍ​ກໍ່​ໄປຟັງ​ເບິ່ງ, ຫຼັງ​ຈາກ​ນັ້ນຂ້ອຍ​​ໄດ້​ຢືມ​ເງິນ​ນຳ​ໝູ່​800​ຢວນ​​ເພື່ອໄປ​ຮຽນ."

ທ້າວ​ເຫີ​ຊ່ຽນ​ເຈີ​ຕັ້ງ​ໃຈຮ່ຳຮຽນ​ຢ່າງ​ເອົາ​ຈິງ​ເອົາ​ຈັງ, ຝີ​ມື​ການ​​ເສີ​ມຄວາມ​ງາ​​ມນັບ​ມື້​ນັບ​ສູງ​ຂຶ້ນ, ລາວ​ກໍ່​ນັບ​ມື້​ນັບ​ມັກ​ວຽກ​ຂອງ​ຕົນ. ​​​ບໍ່​ດົນ, ລາວ​ກໍ່​ໄດ້​ວຽກ​​​ເຮັ​ດເປັນ​ຊ່າງ ​ເຮັດຜົມໃນ​ຮ້ານ​ເຮັດ​ຜົມ​ແຫ່ງ​ໜຶ່ງ​ຂອງ​ປັກ​ກິ່ງ. ລາວ​ທັງ​ເຮັດ​ວຽກ​ທັງ​ຮຽນ​ໄປ​ພ້ອມ, ລາວ​ໃຊ້ເວລາ​ຫວ່າງ​ແລະ​​ເງິນ​ເກັບທັງ​ໝົດ​ໄປ​ຝຶກ​ຝົນ​ຝີ​ມືຂອງ​ຕົນ.

ລາວ​ເວົ້າ​ວ່າ: "​ຂ້ອຍ​​ໃຊ້ຫົວ​ຈໍາລອງ​​ເປັນ​​ແບບຝຶກຝົນ​ຝີ​ມື​ຂອງ​ຂ້ອຍ, ​ແຕ່ລະ​ຄືນ​ຕ້ອງ​ໃຊ້​ຫົວຈໍາ​ລອງ5​ຫາ6​ຫົວ, ຫົວ​ຈໍາລອງ​ຫົວ​ໜຶ່ງ​ລາຄາ100​ກວ່າ​ຢວນ, ບາງ​ຄືນບໍ່​ໄດ້​ນອນ​ຈົນ​ເຮັດ​ໃຫ້​ຕົນ​ເອງ​ພໍ​ໃຈ. ຂ້ອຍ​ຕ້ອງ​ທຸ້ມ​ເທ​ເວລາ​ຈິດ​ໃຈ​ແລະ​ເງິນ​ຢ່າງ​ຫຼວງຫຼາຍ, ​ແຕ່​ມັນ​ກໍ່​ຄຸ້ມ​ຄ່າ​ທີ່​ສຸດ.

ຄວາມ​ພະຍາ​ຍາມຢູ່​ບ່ອນ​ໃດ, ຜົນ​ສຳ​ເລັດ​ຈະຢູ່ບ່ອນ​ນັ້ນ. ຝີ​​ມືຂອງ​ທ້າວ​ເຫີ​ຊ່ຽນ​ເຈີ​ໄດ້​ຮັບ​ການ​ຍອມຮັບຈາກ​ຊ່ຽວຊານ​ດ້ານ​ເສີມ​ຄວາມ​ງາມ. ປີ2001, ລາວ​ຖືກ​ສະມາຄົມ​ເສີມ​ຄວາມ​ງາມຈີນ​ເລືອກ​ເຂົ້າ​ທິມ​ຊາດ, ຕາງໜ້າ​ຈີນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນຊົງ​ຜົມ​ໂລກ​ຮອບຄັດ​ເລືອກ​ເຂດ​ອາຊີ​ແລະ​ໄດ້​ຮັບ​ຜົນງານ​ທີ່​ດີ​ເດັ່ນ. ປະຈຸ​ບັນ, ລາວ​ເປັນ​ກຳມະການ​ຂອງ​ການ​ແຂ່ງຂັນ​ເຕັກນິກ​ວິຊາ​ຊີບ​ແຫ່ງ​ຊາດ, ທັງ​ເປັນຄູ​ຝຶກສະ​ເພາະຂອງ​ການ​ແຂ່ງຂັນ​ຊົງ​ຜົມ​ສາກົນ​ແລະ​ຊ່າງ​ເຮັດຜົມ​ດີ​ເດັ່ນ10ຄົນ​ຂອງ​ຈີນ.

ປີ2004, ທ້າວ​ເຫີ​ຊ່ຽນ​ເຈີ​​ໄດ້​ປະຕິ​ເສດ​ການ​ເຊີນ​ດ້ວຍ​ເງິນ​ເດືອນ​ສູງ​ຂອງ​ຫ້ອງ​ອອກ​ແບບ​ຊົງ​ຜົມ​ຈົ້ງ​ຕົ່ວ​ປັກ​ກິ່ງ, ​ແຕ່​ໄດ້​ກັບຄືນ​ຈຸ່ງ​ກິ່ງ​​​ເປີດ​ຮ້ານ​​​ເສີມ​ຄວາມ​ງາ​ມຂອງ​ຕົນ, ​ແລະຈັດການ​ຝຶກ​ອົບຮົມ​ດ້ານ​ການ​ເສີມ​ຄວາມ​ງາມ​​ໂດຍ​ບໍ່​ເກັບ​ຄ່າ, ພາຍ​ໃຕ້​ການ​ນຳພາ​ຂອງ​ລາວ, ຝີ​ມື​ຂອງຊ່າງ​ຕັດຜົມ​ຢູ່​ຈຸ່ງກິ່​ງ​ໄດ້ຍົກ​ສູງ​ຂຶ້ນຫຼາຍ. ​ເຖິງ​ວ່າລາວ​ໄດ້​ຈັດ​ຢູ່​ແຖວ​ໜ້າ​ຂອງ​ກະ​ແສ​​​ແຟຊັ້ນ​​ແລ້ວກໍ່ຕາມ, ​ແຕ່​ລາວ​ພັດ​ບໍ່​ໄດ້​ປ່ຽນ​ນິ​ໄສ​ທີ່​ເປັນ​ລູກຂອງ​ຊາວ​ກະສິກອນ​​ເລີຍ.

ລາວ​ເວົ້າ​ວ່າ​​: "ຍ້ອນ​ວ່າ​ຂ້ອຍ​ແມ່ນ​ລູກ​ຂອງ​ຊາວ​ກະສິກອນ, ຂ້ອຍ​ຈິງ​ໄປ​ສູ້​ຊົນ​ບຸກບືນ​ເພື່ອ​​ໃຫ້ໄດ້ຜົນ​ສຳ​ເລັດ. ​ຂ້ອຍ​ມັກ​ຄຳ​ໜຶ່ງ​ທີ່ວ່າ​ມັກ​ສູ້​ຊົນ​ຈິ່ງ​ຊະນະ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ