ຈີນ​ກັບ​ປະ​ເທດ​ຕ່າງ​ໆ​ຂອງ​ເອີ​ລົບ​​ແລະ​ອາຊີເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​​ເງິນ ພະລັງງານ​​ແລະອື່ນໆ

(GMT+08:00) 2009-12-08 16:17:44     cri
ໃນ​ຖານະ​ເປັນ​ພາກສ່ວນ​ອັນ​ສຳຄັນ​ຂອງ​ເສດຖະກິດ​​ໂລກ, ​ເຂດ​​ເອີ​ລົບ​ແລະ​ອາຊີ​ມີ​ແຜ່ນ​ດິນ​ອັນກວ້າງ​ໃຫຍ່, ມີ​ຊັບພະ​ຍາກ​ອນທຳ​ມະ​ຊາດທີ່​ອຸດົມ​ສົບ​ບູນ, ​ແລະມີ​ຄວາມ​ສາມາດຊ່ວຍ​ຊູ​ຍູ້​ໜູນ​ເຊິ່ງກັນ​ແລະ​​ໄດ້​ເປັນ​ຢ່າງ​ດີ. ​ຫວ່າງ​ມໍ່ໆ​ນີ້, ​ເມືອງ​ຊີ່​ອ່ານ​ຂອງຈີນ​ໄດ້​ຈັດ​ເວ​ທີ​ປຶກສາ​ຫາລື​ເສດຖະກິດ​ເອີລົບ​ອາຊີ​ຄັ້ງ​ທີ3, ​ເຈົ້າ​ໜ້າ​ທີ່​ລັດ ຖະບານ, ນັກວິ​ຊາການ​ແລະ​ຜູ້​ຕາງໜ້າ​ວິ​ສາ​ຫະກິດ​ຂອງ​ປະ​ເທ​ດຕ່າງໆ​ຂອງ​ເອີ​ລົບ​ແລະ​ອາຊີກ່າວ​ວ່າ, ເອີ​ລົບ​ແລະ​ອາຊີ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ, ຫັນປ່ຽນ ກຳລັງ​ແຮງ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ເງິນ, ພະລັງງານ​ແລະ​ອື່ນໆ​​ໃຫ້ເປັນ​ໝາກຜົນ​ຕົວ​ຈິງ, ບັນລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ.

ຕັ້ງ​ແຕ່6​ເດືອນ​ທ້າຍ​ປີ2008​ມາ​ນີ້, ວິ​ກິດ​ການ​ການ​ເງິນ​ສາກົນ​ເຮັດ​ໃຫ້​ຄວາມ​ຕ້ອງການ​ດ້ານ​ການ​ຄ້າ​ໃນ​ທົ່ວ​ໂລກ​ຊຸດ​ໂຊມ​ລົງ​ຫຼາຍ, ​ໄດ້ສ້າງ​ຜົນ​ກະທົບອັນ​ໜັກໜ່ວງ​ໃຫ້​ແກ່ການ​ພັດທະ​ນາ​ເສດຖະກິດ​ສັງຄົມ​ຂອງ​​ເອີ​ລົບ​ແລະ​ອາຊີ. ​ໃນ​ຫຼາຍ​ປີມາ​ນີ້, ຂອບ​ເຂດ​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​​ເສດຖະກິດ​ຂອງ​​ເອີ​ລົບ​ແລະ​ອາຊີ​ນັບ​ມື້​ນັບ​ກວ້າງ​ຂວາງ, ​ໃນ​ນັ້ນ, ທີ່​ເດັ່ນ​ທີ່​ສຸດ​ແມ່ນ​ຈີນ​ຮ່ວມ​ມື​​ເສດຖະກິດ​ການຄ້າ​ກັບ5ປະ​ເທດ​ອາຊີ​ກາງ​ ຄື ກາ​ຊັກ​ສະຖານ, ອຸສ​ເບ​ກີ​ສະຖານ​, ຕາ​ຊີ​ກີ​ສະຖານ, ກຽກກິດ​ສະຖານ​ແລະ​ຕວກ​ເມ​ນີສະຖານ. ປີ1992, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ5ປະ​ເທດດັ່ງກ່າວ​ມີ​​ແຕ່527​ລ້ານ​ໂດ​ລາ​ເທົ່າ​ນັ້ນ, ​ເມື່ອ​ຮອດ​ປີ2008ມີ​ຫຼາຍ​ກວ່າ25ຕື້​ໂດ​ລາ, ມູນ​ຄ່າ​ການຄ້າ​ຂອງ​ສອງ​ຝ່າຍ​ໄດ້​ເຕີບ​ໂຕ​ເກືອບ50​ເທົ່າ​ໃ​ນ17ປີ​ນີ້. ​ໃນ6​ເດືອນ​ທຳ​ອິດ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ5ປະ​ເທດ​ອາຊີ​ກາງ​ມີຫຼາຍ​ກວ່າ11​ຕື້​ໂດ​ລາ​ແລ້ວ.

ທ່ານ​ເຊີ​ເກ ​​ເຕ​ເຣ​ເຊັນ​ໂກ, ອະ​ດີດ​ນາຍົກລັດ​ຖະມົນຕີກາ​ຊັກ​ສະຖານ​ທີ່​ເຂົ້າ​ຮ່ວມ​ເວທີ​ປຶ​ກສາ​ຫາລື​ເສ​ດຖະກິດ​ເອີ​ລົບ​ອາຊີ​ຄັ້ງ​ທີ3​ກ່າວ​ວ່າ, ຣັດ​ເຊຍ​, ເບ​ລາຣຸດຊີ​​ແລະ​ກາ​ຊັກ​ສະຖານມີ​ເປົ້າ​ໝາຍຈະຮ່ວມ​​ເປັນກຸ່ມປອດ​ພາສີ​ໃນ​ປີ2010, ນີ້​ຈະ​ສ້າງ​ໂອກາດ​ໃຫ້​ວິ​ສາ​ຫະກິດ​ຈີນ​ເພື່ອໄປລົງ​ທຶນສ້າງ​ໂຮງງານ​ຢູ່ກາຊັກ​ສະຖານ​ດ້ານ ພະລັງ​ງານ, ກະ​ສິກຳ, ຢາ​ປົວ​ພະຍາດແລະ​ເຕັກນິກ​ອື່ນໆ, ແລະ​ສົ່ງອອກ​ໄປຕ່າງ ປະເທດ, ມີຜົນດີ​ຕໍ່ການບັນ​ລຸຕ່າງ​ຝ່າຍຕ່າງ​ມີຜົນປະ​ໂຫຍດ​ດ້ານເສດ​ຖະກິດ​ຈີນ ກັບກາ​ຊັກສະ​ຖານ.ທ່ານ​ກ່າວ​ວ່າ:

"ຂ້າພະເຈົ້າ​ຮູ້ສຶ​ກວ່າ, ການ​ຮ່ວມມື​ລະຫວ່າງ​ພາກພື້ນ​ພວມກາຍ​ເປັນກຳລັງ​ແຮງ ຂອງພວກ​ເຮົາທີ່ເພີ່ມ​ທະວີການ​ພັດທະນາ​ເສດຖະກິດ, ກາຍ​ເປັນວິ​ທີອັນ​ສໍາຄັນທີ່ ເພີ່ມທະ​ວີການ​ຮ່ວມມື​ສອງຝ່າຍ​ແລະຕ່າງ​ຝ່າຍຕ່າງມີ​ຜົນປະໂຫຍດ."ຜູ້ຮ່ວມ​ປະຊຸມ​ກ່າວ​ວ່າ, ພາຍ​ໃຕ້​ສະພາບ​ການທີ່​ສະພາບ​ການ​ເງີ​ນຂອງ​ໂລກ​ປ່ຽນ​ແປງຢ່າງ​ຫຼວງ​ຫຼາຍ​ໃນ​ປະຈຸບັນ, ປະ​ເທດ​ຕ່າງໆ​ຂອງ​​ເອີ​ລົບ​ກັບ​ອາຊີ​ຄວນ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ຕື່ມ​ອີກ, ພະຍາຍາມ​ຍົກ​ສູງ​ລະດັບ​ການ​ພັດທະນາ​ການ​ເງິນ​ແລະກຳລັງ​ແຂ່ງຂັນ​ໃນ​ສາກົນ​ຂອງ​ເຂດ​​ເອີ​ລົບ​ແລະ​ອາຊີ, ​ເພີ່ມ​ພະລັງ​ແຮງ​ໃໝ່​​ເຂົ້າໃນ​ການຟື້ນ​ຟູ​​ແລະ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ.

ໃນ​ຖານະ​ເປັນ​ສ່ວນ​ປະກອບ​ອັນ​ສຳຄັນຂອງ​ລະ​ບົບການ​ຮັບປະ​ກັນການ​ເງິນ​ດ້ານ​ການ​ຮ່ວມ​ມື​ເສດຖະກິດ​ທີ່​ຈີນມີ​ຕໍ່ຕ່າງ​ປະ​ເທດ, ທະນາຄານ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ດຳ​ເນີນ​ການ​ຮ່ວມ​ມື​ວຽກ​ງານ​ສາກົນ​ໃນ​ເຂດ​ເອີ​ລົບ​ອາຊີ​ຢ່າງ​ກວ້າງ​ຂວາງ​ແລະ​ເລິກ​ເຊິ່ງ, ກ່ຽວ​ພັນ​ເຖິງ​ພະລັງງານ, ​ໄຟຟ້າ, ຄົມມະ​ນາຄົມ​ແລະ​ຂົງ​ເຂດ​ອື່ນໆ. ການ​ຮ່ວມ​ມື​ເຫຼົ່ານີ້​ໄດ້​ເປີດ​ກວ້າງ​ຊ່ອງ​ທາງ​ການ​ລົງທຶນ​ແລະ​ການ​ລະດົມ​ທຶນ​ຂອງ​ການ​ເງິນ​ໃນ​ພາກ​ພື້ນ​ນີ້​ຢ່າງ​ບັງ​ເກີດ​ຜົນ, ​ໄດ້​ເສີມ​ຂະຫຍາຍ​ບົດ​ບາດ​ອັນ​ຕັ້ງໜ້າ​ໃຫ້​ແກ່ ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​, ​ເ​ພີ່​ມການ​ປະກອບ​ອາຊີບ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂອງ​ທ້ອງ​ຖິ່ນ. ທ່ານຫຼິວລຽນ​ເກີ​, ຮອງ​ຜູ້​ວ່າ​ການ​ທະນາຄານ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ກ່າວ​ວ່າ​:

"​​ໃນ​ນາມ​ເປັນອົງການ​ການ​ເງິນ​ທີ່ມີ​ລັກະ​ນະ​ນະ​ໂຍບາຍທີ່​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ສາກົນ, ທະນາ​ຄານ​ຂາ​​ເຂົ້າຂາ​ອອກ​ຂອງ​ຈີນ​ເອົາ​ໃຈ​ໃສ່​ທີ່​ສຸດນຳການ​ຮ່ວມ​ມື​ກັບ​ອາຊີ​ກາງ​​ຕະຫຼອດມາ. ມາ​ຮອດ​ທ້າຍ​ເດືອນ​ກັນຍາ​ປີ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ເຊັນ​ສັນຍາ​ກູ້​ເງິນ40ຕື້​ຢວນນຳ​5ປະ​ເທດ​ອາຊີ​ກາງ, ​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ແລະ​ໂຄງການທີ່ມີ​ທ່າ​​ແຮງ​ການ​ພັດທະ​ນາຂອງ5​ປະ​ເທດ​ອາຊີ​ກາງ, ​​ໄດ້​ປະກອບສ່ວນ​ຕາມ​ຄວາມ​ສາມາດ​ຂອງ​ຕົນ​ເຂົ້າ​ໃນ​ການ​ພັດທະນາ​ເສ​ດ ຖະກິດ​ຂອງ5​ປະ​ເທດ​ອາຊີ​ກາງ. ​ໃນ​ຕໍ່ໜ້າ​ນີ້, ທະນາຄານ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດ​ບາດ​ການ​ເງິນ​ທີ່​ມີ​ລັກສະນະ​ນະ​ໂຍບາຍ, ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ເງິນກັບ​ອາຊີ​ກາງ.

ເອີ​ລົບ​ອາຊີ​ແມ່ນ​ເຂດ​ທີ່ມີ​ຕະຫຼາດ​ບໍລິ​ໂພ​ກພະ​ລັງງານ​ທີ່ມະ​ຫາສານ, ​ແລະ​ມີ​ຊັບ​ພະຍາ ກອນ​ອຸດົມ​ສົມບູນ. ປະຈຸ​ບັນ, ການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ກາ​ຊັກ​ສະຖານ, ຣັດ​ເຊຍ, ມົງ​​ໂກ​ລີ​ກັບ​ຈີນ​ພວມ​ພັດທະນາ​ຢ່າງ​ວ່ອງ​ໄວ. ​ໃນ​ທ້າຍ​ປີ​ນີ້, ທໍ່​ສົ່ງ​ອາຍ​ເກັສທຳ​ມະ​ຊາດລະ​ຫວ່າງ​ຈີນ​ກັບ​ອາຊີ​ກາງ​ຈະ​ສ້າງ​ສຳ​ເລັດ, ​ແລະຈະ​ສົ່ງ​​ອາຍ​ເກັສທຳ​ມະ​ຊາດ​ໃຫ້​ຈີນປະມານ70ຕື້​ແມັດ​ກ້ອນຕໍ່​ປີ. ທ່ານ​ລີ​ຈ້ຽນສື, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ບໍລິສັດ​ວຽກງານ​ສາກົນ​ຈຳກັດ​ຂອງ​ກຸ່ມ​ບໍລິ​ສັດນ້ຳມັນ​ເຊື້ອ​ໄຟ ​ອາຍ​​ແກັສທຳ​ມະ​ຊາດ​ ​ຈີນ​ກ່າວ​ວ່າ:

"ບໍລິສັດ​ນ້ຳ​ມັນ​ເຊື້ອ​ໄຟ​​ອາຍ​ແກັສທຳ​ມະ​ຊາດຈຳກັດ​ຈະ​ລົງ​ເລິກ​ການ​ຮ່ວມ​ມືດ້ານ​ພະລັງງານ​ກັບ​ສາກົນ​ຢ່າງ​ບໍ່​ຢຸດ​ຢັ້ງ. ປະຈຸ​ບັນ, ອາຊີ​ກາງ​ແລະ​ຣັດ​ເຊຍ​ແມ່ນ​ໜຶ່ງ​ໃນ​ພາກ​ພື້ນສຳຄັນ​ຂອງ​ຈີນ​ທີ່ພັດທະນາ​ວຽກ​ງານ​ນ້ຳ​ມັ​ນ​ເຊື້ອ​ໄຟ​ແລະ​ອາຍ​ເກັສທຳ​ມະ​ຊາດ​ຢູ່​ຕ່າງປະ​ເທດ."

ເດືອນ​ຕຸລາ​ປີ​ນີ້, ຈີນ​ກັບຣັດ​ເຊ​ຍ​ໄດ້​ເຊັນ​ສັນຍາ, ຕົກລົງ​ວ່າ​ຈະ​ສ້າງ​ທໍ່​ສົ່ງ​ອາຍ​​ແກັສທຳ​ມະ​ຊາດ​ໄປ​ຈີນ​ສອງສາຍ, ​ແລະ​ຈະ​ເລີ່​ມສົ່ງ​ອາຍ​ເກັສທຳ​ມະ​ຊາດ​ໃຫ້​ຈີນ​​ໃນ​ປີ2014​ຫາ​ປີ2015​ພາຍຫຼັງ​ສອງ​ຝ່າຍ​ຕົກລົ​ງລາຄານໍາ​ກັນ​ແລ້ວ.

ທ່ານຣາ​ໂຈ ​ເຊີ​ກິ, ​ເອກອັ​ກຄະ​ລັດຖະທູດ​ຣັດ​ເຊຍ​ປະຈຳ​ຈີນ​​ເຫັນ​ວ່າ, ​ໂດຍ​ສະ​ເພາະ​ແມ່ນ​ພາຍໃຕ້​ສະພາບໃນ​ປະຈຸ​ບັນ​, ບໍ່​ວ່າ​ໃນ​ຮູບ​ແບບ​ສອງ​ຝ່າຍ​ຫຼື​ໃນ​ຂອບ​ອົງການ​ຈັດ​ຕັ້ງ​ການ​ຮ່ວມ​ມື​ຊຽງ​ໄຮ້, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງຣັດ​ເຊຍ​ກັບ​ຈີນ​ແມ່ນວີ​ທີ​ທີ່​ດີ​ທີ່​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ​ຈາກ​ວິ​ກິດ​ການ​ການ​ເງິນ​ຂອງ​ໂລກ.ທ່ານ​ກ່າວ​ວ່າ:"ຈີນ​ແມ່ນ​ໜຶ່ງ​ໃນ​ຄູ່​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ອັນ​ສຳຄັນ​ຂອງຣັດ​ເຊຍ, ​​ປີ​ນີ້ສອງ​ຝ່າຍ​ໄດ້​ບັນລຸ​ສັນຍາທີ່​ມີ​ລັກສະນະ​ກ້າວ​ກະ​ໂດດ​​ໃນ​ຂົງ​ເຂດ​ນ້ຳມັນ​ເຊື້ອ​ໄຟ​ ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້ເສີມ​ຂະຫຍາຍ​ບົດ​ບາດ​ຂອງ​ຕົນພາຍ​ໃຕ້​ວິ​ກິດ​ການ​ການ​ເງິນ. ນອກ​ນີ້, ການ​​ເຈລະຈາ​ກ່ຽວ​ກັບ​ໂຄງການຣັດ​ເຊຍ​ສົ່ງ​ອາຍ​ເກັສທຳ​ມະ​ຊາດ​ໃຫ້​ຈີນກໍ່​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ. ພ້ອມ​ກັນ​ນັ້ນ, ​ໃນ​ຂົງ​ເຂດ​ພະລັງງານ​ນິວ​ເຄຼຍ​ແລະ​ຖ່ານ​ຫີນ, ສອງ​ປະ​ເທດ​ກໍ່​ມີ​​​ໂຄງການ​​ຮ່ວມ​ມື​ຢ່າງຂະໜາດ​ໃຫຍ່ແລ້​ວ. ຂ້າພະ​ເຈົ້າ​ເຊື່ອ​ວ່າ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງຣັດ​ເຊຍ​ກັບ​ຈີນ​ແມ່ນ​ວິທີ​ທີ່​ບັງ​ເກີດ​ຜົນ​ທີ່​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ, ນີ້​ກໍ່​ແມ່ນ​ບົດຮຽນ​ສຳຄັນ​ທີ່ພວກ​ຂ້າພະ​ເຈົ້າ​ຖອດ​ຖອນ​ມາຈາກ​ວິ​ກິດ​ການ​ການ​​ເງິນ​ເທື່ອ​ນີ້."

ທ່າ​ນຣາ​ໂຈ​ກ່າ​ວວ່າ, ປີ​ນີ້, ຜູ້ນຳຣັດ​ເຊຍ​ແລະ​ຈີນ​​ໄດ້ອະນຸມັດ​ເອກະ​ສານ​ສໍາຄັນ​ຈຳນວນ​ໜຶ່ງ, ​ເຊັ່ນ​ແຜນການ​ຮ່ວມ​ມື​ລົງ​ທຶນ​ແລະ​ການ​ຮ່ວມ​ມືຣັດ​ເຊຍ​ຈີນ​ເປັນ​ຕົ້ນ, ​ການ​ປະຕິ​ບັດ​ເອກະສານ​ເຫຼົ່າ​ນີ້​ຢ່າງ​ບັງ​ເກີດ​ຜົນຈະ​ມີ​ຜົນ​ດີຕໍ່​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ຂອງ​ຈີນ​ເຂົ້າສູ່​ຂົງ​ເຂດ​ເສດຖະກິດ​ຈຳນວນ​ໜຶ່ງ​ຂອງຣັດ​ເຊຍ, ​ເຊັ່ນ​ການ​ຜະລິດ​​ເຄື່ອງຈັກ​ກະສິກຳ​ແບບ​ຮັກສາ​ສິ່ງ​ແວດ​ລ້ອມ, ຄົມມະ​ນາ​ຄົມ, ​ພື້ນ​ຖານ​ໂຄງ​ລ່າງ​ໄຟຟ້າ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ