ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຫຼາຍ​ສີ​ສັນ​ໃນ​ເມືອງ​ນ້ອຍ​ມາ​ເກົາ

(GMT+08:00) 2009-12-29 14:44:38     cri

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ​​ເນື້ອທີ່​ຂອງມາ​​ເກົານ້ອຍ​ຫຼາຍ​ ​ແຕ່​ຍັງ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່ເປັນ​ໜ້າຄຶດ​​, ​ໂດຍ​ສະ​ເພາະ​ແມ່ນລັກສະນະ​ພິ​ເສດ​ຂອງມາ​​ເກົາທີ່​ມີວັດທະນະທໍາທີ່​ຫຼາກຫຼາຍ​​ເຊື່ອມ​ໂຍງ​ເຂົ້າກັນ​​​​ເປັນ​ໜ້າ​ຕື່ນ​ຕາ​ຕື່ນ​ໃຈ. ນີ້​ແມ່ນ​ຄວາມ​ເຫັນ​ຮ່ວມ​ກັນ​ຂອງ​​ຫຼາຍຄົນ​ທີ່​ເຄີຍ​ທ່ຽວ​ມາ​​ເກົາ​ແລະ​ຄຸ້ນ​ເຄີຍກັບ​ມາ​ເກົາ. ​ໃນ​ຄໍ​ລຳ《​ທ່ຽວ​​​ເມືອງຈີນ》​ເທື່ອ​ນີ້, ​ເຊີນ​ຟັງ​ລາຍ​ງານ: ການທ່ອງທ່ຽວວັດທະນະທຳ​ຫຼາຍ​ສີ​ຫຼາຍ​ສັນ​ໃນ​ເມືອງ​ນ້ອຍ​ມາ​​ເກົາ.

​ເມື່ອມາ​ຮອດ​ເຂດ​ພິ​ເສດ​ມາ​ເກົາ, ຍ່າງ​ຕາມ​ຖະໜົນ​ກ້ອນ​ຫີນ​ນ້ອຍ​ໆ​ທີ່​ມີ​ລັກສະນະ​ເອີ​ລົບ​ໃຕ້​ເຂົ້າ​ສູ່​ເຂດ​ຖະໜົນ​ເມືອງ​ເກົ່າ, ​ໂບດ​ແບບ​ຕາ​ເວັນ​ຕົກ, ວັດ​ແບບ​ຈີນພົ້ນ​​ເດັ່ນ​ອອກ​ມາ​ຕາມ​ລຳດັບ, ຢູ່ທ້າຍຮ່ວມມີ​ສຽງ​ງີ້ວ​ກວາງຕຸ້ງ, ມີກິ່ນ​ຫອມ​ຂອງ​ອາຫານ​ກວາງຕຸ້ງ, ​ຄືວ່າ​ເຂົ້າ​ສູ່ທາງ​ຍາວ​ແຫ່ງປະຫວັດສາດ​ທີ່​ປະກອບ​ດ້ວຍ​ວັດທະນະທຳ​​ຕ່າງ​ກັນ.

 "​ເບື້ອງ​ຂວາຂອງ​ພວກ​ເຮົາ​ແມ່ນ​ສະ​ແດງ​ອາ​ລິ​ຍະ​ທຳຈີນ, ​ເບື້ອງ​ຊ້າຍ​ແມ່ນ​ສະ​ແດງ​ອາ​ລິ​ຍະ​ທຳ​ຕາ​ເວັນ​ຕົກ, ລວມມີ​ຕົວ​ໜັງສື, ​ແນວ​ຄິດ​ປັດ​ຊະ​ຍາ, ສາສະໜາ, ​ເຕັກນິກ​ແລະ​ອື່ນໆ​"

ທ່ານ​ເຊີນຢີງຊຽນຫົວໜ້າຫໍພິພິທະ​ພັນ​ມາ​ກາວ​ບອກ​ວ່າ: ມາ​ກາວ​ກໍ່​ຄື​​ເສັ້ນ ທາງ​ຂອງ​ປະຫວັດສາດ​ທີ່​ສະ​ແດງ​​ໃຫ້​ເຫັນການ​​ແລກປ່ຽນ​ແລະ​ການເຊື່ອມ​ໂຍງ​ເຂົ້າກັນຂອງອາ​ລິ​ຍະ​ທຳ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ. ຕົວ​ໜັງກະດອງ​ເຕົ່າ​ຂອງ​ ​ຈີນ​​ແລະຕົວ​ໜັງສື​ຕາ​ເວັນ​ຕົກ, ​ຮູບ​ປັ້ນ​ທະຫານ​ມ້າ​ຂອງ​ຈີ​ນກັບ​ເຮືອ​ທະ​ເລ​ປ້ອກຕຸຍ​ການ​ຂອງ​ສັດຕະວັດ​ກາງ, ​ແນວ​ຄິດ​ລັດທິ​ເຕົາ​ກັບ​ປັດ​ຊາຍາ​ຂອງອາຣີສ​ໂດ​ເຕີ​ສະ​ແດງ​ຢູ່ສອງ​ຂ້າງ, ສະ​ແດງ​​ໃຫ້​ເຫັນ​ສະ​​ເໜ່​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາ​ລິ​ຍະ​ທຳຈີນ​ກັບ​ຕາ​ເວັນ​ຕົກ​ຢູ່​ມາ​ກາວ.

ນອກຈາກ​ດ້ານ​ວັດທະນະທໍາ​ແລ້ວ, ​ໃນ​ຫໍພິພິທະ​ພັນ​ມາ​ກາວ, ຍັງ​ສາມາດຊົມ​ຮີດຄອງ​ປະ​ເພນີ​ຂອງ​​ເມືອງຫຼີງນານ​ທີ່​​ເຂັ້ມ​ຂຸ້ນ​ແລະ​ພາບ​ທ່ານ​ການ​ຄ້າ​ສາກົນທີ່ມີພໍ່ຄ້າເຕົ້າໂຮມກັນຢ່າງ​ຫຼວງ​ຫຼາຍ. ​ໃນ​ຫໍພິພິທະ​ພັນ​ມາ​ກາວ​ມີ "ຖະໜົນ​ມາ​ກາວ​ນ້ອຍ" , ​ເຮືອນ​ຂອງ​ປະຊາຊົນ​ຫຼີງນານ​ທີ່​ມີ​ປະຕູ​ຄວັດ​ລວດລາຍ​ແລະ​ກຳ​ແພງ​ກັນ​ໄຟ​ໄໝ້​​ເທິງ​ຫຼັງຄາ​ດິນຂໍ​ສີ​ຂີ້​ເຖົ່າ​ເປັນ​ເອກະລັກ​ພິ​ເສດ​ແລະກັບ​ເຮືອນ​ແບບ​ປ້ອກຕຸຍ​ການ​ສີ​ເຫຼືອງ​ອ່ອນ​ແລະ​ສີຟ້າ​, ສຽງ​ຮ້ອງຈ່າວ​ຂາຍ​ເຄື່ອງ​ທີ່​ເປັນ​ປະ​ເພນີຕາມຖະໜົນ​ມາ​ກາວກໍ່​ໄດ້​ຍິນ​​ເລື້ອຍໆ.

ຍ່າງ​ອອກ​ຈາກ​ຫໍພິພິທະ​ພັນ, ນັກ​ທ່ອງ​ທ່ຽວ​ກໍ່ຈະ​​ເຫັນວ່າ​ຫໍພິພິທະ​ພັນ​ມາ​ກາວ​ກໍ່ຕັ້ງ​ຢູ່​ບໍລິ​ເວນ"ປ້ອມ​ປືນ​ໃຫຍ່", ປ້ອມ​ປືນ​ໃຫຍ່​ນີ້​ກັບປະຕູ​ໂຂງ​ແຊງ​ພໍSt.Paul, ​ໂບດ​ດອກກຸຫຼາບ​ເຈົ້າ​ແມ່​ມາລີ​ອາ​ເດີ່ນ​ໜ້າສາລາ, ວັດ​ເນີ​ຈາ, ​ເຮືອນ​​ໃຫຍ່​ຂອງ​ຄອບຄົວ​ລູ, ຕຶກ​​ໃຫຍ່​ຂອງ​ກົມວ​ຽກງານການ​ທ່າ​, ວັດ​ມາ​ເກີ​ແລະ​ອື່ນໆ, ລວມມີ​ສະໜາມຫຼວງ8​ແຫ່ງ, ສະຖາ​ປັດຕະຍະ​ກຳ​ປະຫວັດສາດ22​ແຫ່ງ​​ປະກອບ​ເປັນ​ພາກ​ສ່ວນ​ຕົ້ນຕໍ​ຂອງ "​ເຂດ​ເມືອງ​ປະຫວັດສາດ​ມາ​ກາວ".

​​ເດືອນກໍລະກົດປີ2005, ກອງ​ປະຊຸມຂອງຄະນະ​ກຳມະການມໍລະດົກ​ໂລກ​ຄັ້ງທີ29ຂອງ​ອົງການສຶກສາ​ວິທະຍາສາດ​ວັດທະນະທຳ​ສະຫະ​ປະຊາ​ຊາດຫຼື​ຢູ່​ເນັສ​ໂກ​ໄດ້ຕົກລົງຈັດ​ເອົາ​ວ່າ, ຖືກ ​​"ເຂດເມືອງ​ປະຫວັດສາດ​ມາ​ກາວ" ຈີນ​​​ເປັນມໍລະດົກ​ໂລກ​ແລະ​ຈັດ​ເຂົ້າ​ໃນ <ບັນຊີ​ລາຍ​ຊື່ມໍລະດົກ​ໂລກ>, ກາຍ​ເປັນ​ມໍລະດົກ​ໂລກ​ແຫ່ງ​ທີ31​​ຂອງ​ຈີນ. ​ທ່ານ​ອານ​ຕົ່ງ​ລຽງຫົວໜ້າ​ກົມ​ທ່ອງທ່ຽວ​ຂອງເຂດ​ພິ​ເສດ​ມາ​ກາວ​ເວົ້າ​ວ່າ:

ມໍລະດົກ​ວັດທະນະທຳ​​ເຫຼົ່າ​ນີ້​ແມ່ນ​ຮ່ອງຮອຍ​​ໃນ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ລະຫວ່າງ​ອາ​ລິ​ຍະ​ທຳ​ຈີນກັບ​ຕາ​ເວັນ​ຕົກ​ໃນ400ປີ​ກວ່າຂອງ​ມາ​ກາວ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກສະ ນະ​ພິ​ເສດ​ຂອງ​ມາ​ກາວ."

ປະຈຸ​ບັນ​ນີ້ ມໍລະດົກ​ວັດທະນະທຳ​ມາ​ກາວ​ກໍ່​ກາຍ​ເປັນບ່ອນທ່ອງທ່ຽວຕົ້ນຕໍ. ສະຖາປັດຕະຍາ​ກຳຍຸກປະຈຸ​ບັນ​​ແລະ​ສະ​ໄໝ​ບູຮານ​, ມີຮູບຊົງ​ແຕກ​ຕ່າງ​ກັນ, ​ມີ​ປະຫວັດ​ຄວາມ​ເປັນ​ມາ​ທາງປະ​ຫວັດ​ສາດ​ແລະ​ລັກສະນະ​ພິ​ເສດ​ແຕກ​ຕ່າງ​ກັນ, ​ໄດ້​ປະກອບ​ເປັນ​ເອກະລັກ​ພິ​ເສດ​ມາ​ກາວ​ແລະ​ຄຸນ​ລັກສະນະ​ພິ​ເສດ​ຂອງວັດທະນະທຳ ມາ​ກາວ. ​ໃນສະຖາປັດຕະຍາ​ກຳ​ປະຫວັດສາດ​ທີ່​ມີ​ສີສັນຂອງ​ເອີ​ລົບ​ໃຕ້​​ທັງ​ໄດ້​ເຊື່ອມ​ໂຍງ​ສີສັນ​ຕາ​ເວັນ​ອອກ​ເຫຼົ່າ​ນີ້​, ນັກ​ທ່ອງ​ທ່ຽວ​ສາມາດ​ຮູ້ສຶກ​ເຖິງ​ການ​ຂັດ​ແຍ່ງ​ກັນແລະ​ການ​​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​​ແນວ​ຄິດ, ການ​ຄ້າ, ປະ​ເພນີ​​ວັດທະ ນະທຳ​ທີ່​ຫຼາກຫຼາຍ​ຢ່າງກັບຮູບ​ຖານ​ເສດຖະກິດ​ຂອງ​ຈີນ​​ແລະຕາ​ເວັນ​ຕົກ

ດິນ​ແດນ​ແຄບໆ​ແຫ່ງ​ນີ້ໄດ້​ບັນຈຸ​ວັດທະນະ​ທໍາ​ແລະ​ປະຫວັດ​ສາດຫຼາຍ​ຂະໜາດ​ນີ້, ​​ໃນ​ທີ່​ສຸດ​ຍັງ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ພັດທະນາ​ພ້ອມ​ກັນ​ໄດ້, ນີ້​ສາມາດ​ເວົ້າ​ໄດ້​ວ່າ​ເປັນ​ປະກົດ​ກາ​ນພິ​ເສດ​ຂອງ​ວັດທະນະ​ທໍາ.

ກ່ອນ​ກັບ​ຄືນ​ປະ​ເທດ​ຊາດ, ຊາວມາ​ກາວ​ບໍ່​ເຄີ​ຍສົນ​ໃຈຄວາມ​ໝາຍ​ວັດທະນະ​ທໍາ​ທີ່​ຫຼາຍ​ຫຼາຍ​ຂອງ​​ມາ​ກາວ. ພາຍຫຼັງ​ເຂດ​​ເທດສະບານ​ອັນ​ເກົ່າ​ແກ່​ຂອງ​ມາ​ກາວ​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍ​ລະດົກ​ໂລກ​ແລ້ວ, ຊາວ​ມາ​ກາວ​ຢ່າງ​ຫຼວງ​ຫຼາຍຈິ່ງ​ເລີ່​ມພິຈາ ລະນາ​ຄືນ​ໃໝ່ຕໍ່​ຄຸນຄ່າ​ຂອງ​ຕົວ​ເມືອງ​ແຫ່ງ​ນີ້​ທີ່​ຕົນ​ພວມ​ອາ​ໄສ​ຢູ່. ນາງ​ເຫີ​ລີ້​ຈ້ວນທີ່​ເຮັດ​ວຽກ​ຢູ່​ກົມ​ວັດທະ​ນະທຳ​​ມາ​ກາວ​ເຄີຍ​ມີ​ປະສົບ​ການ​ແນວ​ນີ້, ຕອນ​ລາວ​ຍັງ​ເປັນ​ເດັກນ້ອຍ​ໄປຮຽນ​ຢູ່ໂຮງຮຽນ​ມາ​ກາວ​, ປື້​ມຮຽນທີ່​ນາງອ່ານ​ນັ້ນ​ແມ່ນ​ປື້​ມຮຽນ​ຮົງ​ກົງ​ໃນ​ສະ​ໄໝ​ອັງກິດ​ປົກຄອງ​ຮົງ​ກົງ, ນີ້​ເຮັດ​ໃຫ້​ຊາວ​ມາ​ກາວ​ສ່ວນ​ຫຼາຍບໍ່​ເຂົ້າ​ໃຈ​ວັດທະນະທຳ​ຂອງ​ປະ​ເທດ​ຊາດ​ແລະ​ມາ​ກາວ. ສະ​ນັ້ນ​ນາງ​ເຫັນ​ວ່າ, ການ​ຂໍ ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ມໍລະດົກ​ໂລກ​ແລະການ​ຈັດ​ກິດຈະກຳ​ດ້ານ​ວັດ​ທະນະ​ທຳ​ອື່ນໆ ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ.

ນາງ​ເຫີ​ລີ້​ຈ້ວນຮູ້ສຶກ​ວ່າ, ​ຕົນ​ເອງ​ດີ​ໃຈ​ຫຼາຍທີ່​ໄດ້​ເຮັດ​ວຽກ​ຢູ່ພາກສ່ວນ​ວັດທະນະ ທຳ​ພາຍຫຼັງ​ມາ​ກາວ​ກັບ​ຄືນ​ປະ​ເທດ​ຊາດ, ​ເພາະວ່າ​ອຳນາດ​ການ​ປົກຄອງ​​ເຂດ​ພິ​ເສດ​ມາ​ກາວ​ໄດ້​ໃຊ້​ງົບປະມານ​ໃນ​ດ້ານ​ວັດທະ​ນະ​ທຳຢ່າງ​ຫຼວງ​ຫຼາຍ, ນີ້​ເຮັດ​ໃຫ້​ວຽກ​ງານ​ຂອງ​ເຂົາ​ເຈົ້າ​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ.

ນາງ​ເວົ້າວ່າ: "ຖ້າວ່າ​ສະຫຼຸບ​ໂດຍ​ຫຍໍ້​ໃນ10ປີ​ຜ່ານ​ມາ​​ນີ້​ຂອງ​ມາ​ກາວ, ພວກ​ເຮົາ​ຄວນ​ເວົ້າ​ແນວ​ນີ້, ​ຄື ພວກ​ເຮົາ​ໄດ້​ຮັກສາ​ມໍລະດົກ​ວັດ​ທະນະ​ທຳ​ໂລກ​ທີ່​ອຸດົມສົມ​ບຸນ, ​ໄດ້​ສ້າງຖານ​ວັດ ທະນະທຳ​ສອງ​ແຫ່ງ​ທີ່​ບໍລິການ​ມາ​ກາວ ຄື​ສະ​ຖາ​ບັນ​ສະ​ແດງສິ​ລະ​ປະ​ມາ​ກາວ​​ເຊິ່ງ​ເປັນ​ຖານບຳລຸງ​ສ້າງຊັບພະ​ຍາກອນ​ມະນຸດ​ດ້ານ​ການສະ​ແດງສິລະ​ປະ, ​ແລະຫໍ​ພິພິ ທະ​ພັນ​ມາ​ກາວ​ເຊິ່ງ​ເປັນ​ຖານວັດ​ທະນະ​ທຳບູຮານ​ມາ​ກາວ​, ​ໄດ້​ສ້າງ​ຫົວ​ຂໍ້​ທີ່​ເປັນຍີ່ຫໍ້​ດັງ​ຕໍ່ວັດທະ​ນະທຳ​ໂລກ4ຂໍ້ ຄື​ງານດົນຕີ​ມາ​ກາວ, ງານສິ​ລະ​ປະ​ມາ​ກາວ, ວົງດົນຕີ​ມາ​ກາວ​ແລະ​ວົງດົນຕີ​ຈີນ​ມາ​ກາວ."

ປະ​ຈຸ​ບັນ​ນີ້, ວັດທະນະທຳ​ຂອງ​ມາ​ກາວ​ທີ່​ຫຼາກ​ຫຼາຍຕ່າງ​ມີ​​ເອກະລັກ​ຂອງ​​ໄຜມັນ, ​ເບີ່​ງຈາກ​"ງານ​ມະ​ໂຫລານ​ມາ​ກາວ​ທີ່ພາດ​ບໍ່​ໄດ້​ໃນ​ປີ2009​"ທີ່​ກົມ​ການ​ທ່ອງທ່ຽວ​ມາ​ກາວ​ວາງ​ອອກ​ໃນ​ຕົ້ນ​ປີ2009​ແລ້ວ​ກໍ່ເຫັນ​ວ່າ, ນອກຈາກ​ງານສິລະ​ປະ​ມາ​ກາວ​ແລະ​ງານ​ດົນຕີ​ສາກົນ​ມາ​ກາວ​ດັ່ງກ່າວ​ແລ້ວ, ຍັງ​ມີ​ວັນ​ເກີດ​ເຈົ້າ​ຖິ່ນ​ເຈົ້າ​ຖານມະ​ເຫ​ສັກ​ຫຼັກ​ເມື​ອງ, ການ​​ແຫ່​ຮູບພະ​ເຍຊູ, ບຸນ​ຊິງ​ມິ​ງ, ບຸນ​​ອິສ​ເຕີ, ວັນ​ປະສູດ​ຂອງ​ພະພຸດທະ​ເຈົ້າ, ບຸນ​ວັດທະ​ນະທຳ​ເຈົ້າ​ແມ່​ມາ​ຈູ, ບຸນ​ດອກບົວ, ການ​ແຫ່​ຮູບ​ເຈົ້າ​ແມ່​ມາ​ເລຍ, ວັນ​ປະສຸ​ດຂອງ​ພະ​ເຈົ້າ​ກວນ​ອູ, ບຸນ​ສົງ​ຢາງ​, ບຸນ​ຄາ​ເນແລະ​ອື່ນໆ. ບຸນ​ຂອງ​ຈີນ​ກັບ​ບຸນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກຜັດປ່ຽນ​ກັນ​ສະ​ເຫຼີ​ມສະ​ຫຼອງ, ມີ​ຈຸດ​ພິ​ເສດ​ຫຼາກຫຼາຍ​ຢ່າງ​ເດັ່ນ​ຊັດ.

ທ້າວ​ສ້ຽວ​ເມີນ​ທີ່​​​ເປັນ​ຄົນ​ມາ​ກາວ​ທີ່​ຮຽນ​ຢູ່​ມະຫາວິ​ທະຍາ​ໄລ​ການສື່​ມວ​ນຊົນຈີນ​ເວົ້າ​ວ່າ, ລາວ​ເຫັນ​ວ່າ, ວັດທະ​ນະທຳ​ທີ່​ຫຼາກ​ຫຼາຍ​ຈະ​ແມ່ນ​ຈຸດ​ດຶງ​ດູດ​ໃຈ​ຂອງ​ນັກທ່ອງ​ທ່ຽວໃນ​ຕໍ່ໜ້າ.

"ຂ້ອຍ​ຮຽນ​ວິຊາ​ສື່​​ດ້ານດົນຕີ, ​ແຕ່​ຂ້ອຍ​ຢາກ​ຮຽນ​ຫຼາຍກວ່າ​ນີ້​ຄວນ​ແມ່ນ​ວິຊາ​ສື່​​ດ້ານ​ວັດທະ​ນະທຳ. ວັດທະ​ນະທຳ​ຂອງ​ມາ​ກາວໜ້າ​ຊົມ​ຫຼາຍ, ຄວນ​ສົ່ງ​ເສີມ​​ຂະຫຍາຍ ອອກ​ໄປ​ເປັນ​ຢ່າງ​ດີ."

ທ້າວ​ສ້ຽວ​ເມີນ​​ເວົ້າ​ວ່າ, ຄວາມ​ມຸ່ງ​ມາດ​ຂອງ​ລາວ​ແມ່ນ​ປ່ຽນ​ຄວາມ​ເຂົ້າ​ໃຈ​ຜິດ​ຂອງ​ຄົນ​ທົ່ວ​ໄປ​ຕໍ່​ມາ​ກາວ​​ໂດຍ​ຜ່ານ​ການ​​​ເຜີຍ​ແຜ່​ວັດທະ​ນະທຳ, ​ເພາະວ່າ​ມາ​ກາວ​ບໍ່​ແມ່ນ​ມີພຽງ​​ແຕ່ກາຊີ​ໂນ​, ຍັງ​​ເປັນ​ບ່ອນ​ທີ່​ມີວັດທະ​ນະທຳ​ທີ່​ຫຼາກຫຼາຍ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ