ປີ​ຂານ​ຄົນ​ຈີນ​ເອົາ​ເສືອ​ເມືອ​ເຮືອນ

(GMT+08:00) 2010-02-11 16:14:21     cri
ປີ​ນີ້​ແມ່ນ​ປີ​ຂານ​ຕາມ​ຈັນທະ​ຄະຕິ​ຈີນ, ຄົນ​ຈີນ​ຖື​ເສືອ​ເປັນ​ສັດ​ສິລິ​ມຸງຄຸນ​ຕະຫຼອດ​ມາ, ​​ເປັນ​ຕົວ​ແທນ​ແຫ່ງຄວາມ​ກ້າຫານ​ແລະ​ຄວາມ​ຍຸ​ດຕິ​ທຳ. ​ໃນ​ໂອກາດ​ທີ່​ບຸນ​ກຸດ​ຈີນ​ໃກ້​ຈະ​ມາ​ເຖິງ, ສິນຄ້າ​ສະຫຼອງ​ບຸນ​ກຸດ​ຈີນ​ຊະນິດ​ຕ່າງໆທີ່​​ເຮັດ​ເປັນ​ຮູບ​ເສືອ​ກໍ່​ເລີ່​ມຂາຍ​ດິບ​ຂາຍ​ດີ​ຢູ່​ຈີນ. ຜູ້​ຂາຍ​ໄດ້​ຜະລິດ​ສິນຄ້າ​ທີ່​ມີ​ເອກະລັກ​ຂອງເສືອ​ຊະນິດ​ຕ່າງໆ​ເພື່ອ​ປ້ອນ​ຕະຫຼາດ, ຄົນ​ຈີນ​ກໍ່​ພາກັນ​ນຳ​ເອົາ​ເສືອ​ສິລິ​ມຸງຄຸນ​​ຮູບ​ແບບ​ຕ່າງ​ໆ​ເມືອ​ເຮືອນ.

ເສືອ​ເປັນ​ສັດອັນ​ດັບ​ທີ​ສາມ​ໃນ12ລາສີ​ຂອງ​ຈີນ, ​ໃນ​ຖານະ​ເປັນ​ລາຊາ​ຂອງ​ສັດ​ນານາ​ພັນ​ທີ່​ຄົນ​ຈີນນິຍົມ​ຊົມ​ຊອບ, ​ເສືອ​ບໍ່ພ​ຽງ​ແຕ່​ເປັນ​ສັນຍາ​ລັກ​ຂອງ​ຄວາມ​ສະ​ຫງົບ​ແລະ​ຄວາມ​ເປັນ​ສິລິ​ມຸງຄຸນ​ເທົ່າ​ນັ້ນ, ຍັງ​ສາມາດ​ປົກ​ປ້ອງ​ຊັບ​ສິນ. ​ປະຊາ​ຊົນທ້ອງ​ຖິ່ນກໍ່​ມີ​ຮີດຄອງ​ທີ່​ເຮັດ​ເກີບ​ຫົວ​ເສືອ, ໝວກ​ຫົວ​ເສືອ​ແລະ​ເສື້ອ​ຊັ້ນໃນ​ຮູບ​ເສືອ​ໃຫ້​​ເດັກ​ນ້ອຍ, ​ເຊິ່ງມີ​ຄວາມ​ໝາຍ​ວ່າ, ປົກ​ປ້ອງ​ເດັກ​ນ້ອຍ​ໃຫ້​​ເຕີບໃຫຍ່​ຢ່າງ​ເຂັ້ມ​ແຂງ​​ແລະ​ມີ​ຄວາມ​ສະ​ຫງົບ​ສຸກ.

ໃນ​ຕະຫຼາດ​ກ່ອນ​ບຸນ​ກຸດ​ຈີນ, ​ເຄື່ອງ​ເອ້​ສີ​ແດງ​ທີ່​ຄົນ​ຈີນ​ມັກ, ​ເຊັ່ນ, ສາຍ​ພັນ​ແອວ​ສີ​ແດງ, ​ເສື້ອ​ຊັ້ນ​ໃນ​ສີແດງ, ຖົງຕີນ​ສີແດງ, ​ແລະ​ອື່ນໆ, ກໍ່​ຂາຍ​ດິບ​ຂາຍ​ດີ​ຄື​ກັນ. ອີງ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຈີນ, ຜູ້​ທີ່​ເກີດ​ໃນ​ປີ​ຂານ​, ຮອດ​ປີ​ຂານ​ອີກ​ຮອບ​ໜຶ່ງ​ແລ້ວ, ກໍ່​ຄວນ​ນຸ່ງ​ຖື​ສີ​ແດງ. ສິ່ງ​ທີ່​ຕ່າງ​ກັນ​ກັບ​ປີ​ທີ່​ຜ່ານ​ມາ, ປີ​ນີ້​ໃນ​ສິນຄ້າ​ເຫຼົ່ານີ້, ​ໄດ້​ມີ​ຮູບ​ເສືອ​ກາ​ຕູນ​ທີ່​ໜ້າ​ຮັກ. ​ຢູ່​ບ່ອນ​ຂາຍ​ເສື້​ອ​ຊັ້ນໃນ​ຂອງ​ຮ້ານ​ຄ້າ​ຂະໜາດ​ໃຫຍ່​ຂອງ​ປັກ​ກິ່ງ, ​ເສື້ອ​ຊັ້ນໃນ​ສີ​ແດງ​ທີ່​​ເປັນ​ຮູບ​ເສືອ​ຂາຍ​ໄດ້​ດີ​ຫຼາຍ.

ນາງ​ລິນ​ທີ່​ຫາ​ກໍ່​ເລີ່​ມ​ເຮັດ​ວຽກ​ໃນ​ປີ​ນີ້​ໄດ້ຊື້​ເສື້ອຊັ້ນ​ໃນ​ລາສີ​ຊຸດ​ໜຶ່ງ​ໃຫ້​ຕົນ​ເອງ​ເພື່ອ​ຕ້ອນຮັບ​ປີ​ຂານ. ນາງເວົ້າ​ວ່າ,

ຂ້ອຍ​ເກີດ​ໃນ​ປີ​ຂານ, ປີ​ນີ້​ກໍ່​ແມ່ນປີ​ຂານ​ເທື່ອ​ທຳ​ອິດ​ຫຼັງ​ຈາກ​ຂ້ອຍ​ເລີ່​ມ​ເຮັດ​ວຽກ, ສະ​ນັ້ນ​ຈຶ່ງໄດ້​ຊື້​ເສື້ອ​ຊັ້ນໃນ​ລາຍ​ເສືອ​ສີ​ແດງ​ໃຫ້​ຕົນ​ເອງ, ຫວັງ​ວ່າ​ປີ​ນີ້ວ​ວຽກ​ງານ​ແລະ​ຄວາມ​ຮັກ​ຈະ​ປະສົບ​ຜົນສຳ​ເລັດດີ.

ບໍ່ພຽງ​ແຕ່​ແມ່ນ​ເສື້ອ​ຊັ້ນໃນ​ສີ​ແດງ​ໃນ​ຮ້ານ​ຄ້າຂາຍ​ໄດ້​ດີ​ເທົ່າ​ນັ້ນ, ​ໃນ​ບ່ອນ​ຂາຍ​ເສື້ອ​ຊັ້ນໃນ​ຂອງ​ຕະຫຼາດຈຳນວນ​ໜຶ່ງ, ຜະລິດ​ຕະພັນ​ທີ່​​ເປັນ​ສີ​ແດງ​ແລະ​ມີ​ຮູບ​ເສືອ​ນັ້ນກໍ່​ຂາຍ​ໄດ້​ດີ​ຫຼາຍ.

ໃນ​ຮີດຄອງ​ປະ​ເພນີ​ຂອງ​ຈີນ, ຄົນ​ຈີ​ນມັກຖື​ວ່າ​ປີ​ເກີດ​​ເປັນ​ປີ​ທີ່​ບໍ່​ເປັນ​ສິລິ​ມຸງຄຸນ​ສຳລັບ​ຜູ້​ເກີດ​ໃນ​ປີ​ນັ້ນ. ສະ​ນັ້ນ, ຜູ້​ເກີດ​ໃນ​ປີ​ນັ້ນ​ຈະ​ນຸ່ງ​ຖື​ສີ​ແດງ​ເພື່ອ​ຫຼີກ​ລ່ຽງ​ເລື່ອງ​ບໍ່​ດີ. ​ແຕ່​ວ່າ, ທັດສະນະ​ຂອງ​ຄົນ​ໄດ້​ປ່ຽນ​ແປງ​ຫຼາຍ​ແລ້ວ, ຄົນນັບ​ມື້​ນັບ​ຫຼາຍ​ກວ່າ​ເກົ່າ​ມັກ​ນຸ່ງ​ເສື້ອ​ສີ​ແດງ​ໃນ​ຍາວ​ບຸນ​ກຸດ​ຈີນ, ​ເພື່ອ​ສະ​ແຫວ​ງຫາ​ຄວາມ​ສິລິ​ມຸງຄຸນ, ຫວັງ​ວ່າ​ໃນ​ປີ​ໃໝ່, ຈະ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ເບີກບານ​ມ່ວນ​ຊື່ນກວ່າ​ເກົ່າ.

ຍ້ອນ​ວ່າ​ປີ​ຂານ​ວຽນມາ​ເຖິງ, ຕຸກກະຕາ​ເສືອ​ຜ້າ​ທີ່​ເປັນ​ເຄື່ອງ​ຫັດຖະກຳ​ພື້ນ​ເມືອງ​ຂອງຈີນກໍ່​ເລີ່ມ​ຂາຍ​ດິບ​ຂາຍ​ດີ. ຢູ່​ເມືອງ​ຊາງ​ຈື້​ແຂວງ​ສ່າ​ນຊີ່, ​ເມືອງ​ເວີຍ​ຟ່າງ​ແຂວງ​ສ່າ​ນຕົ່ງ​ທີ່​ມີ​ມູນ​ເຊື້ອ​ເຮັດຕຸກ​ກະຕາ​ເສືອ​ຜ້າ, ຊ່າງ​ຫັດຖະກຳ​ພື້ນ​ເມືອງ​ຈະ​ເຮັດ​​ເສືອ​ຜ້າ100ກວ່າ​ໂຕ​ທຸກ​ມື້. ​ເສືອ​ຜ້າ​ເຫຼົ່າ​ນີ້​ແມ່ນ​ຫຍິບ​ດ້ວຍມື​ໝົດ, ມີຫຼາຍ​ສິບ​ຊະນິດ, ໜ້າ​ຮັກຫຼາຍ. ​ເສືອ​ຜ້າ​ເຫຼົ່າ​ນີ້, ​ໂຕ​ໃຫຍ່​ໜັກ​ຫຼາຍ​ກິ​ໂລ, ​ໂຕ​ນ້ອຍ​ໜັກ​ເທົ່າ​ໄຂ່​ໄກ່, ​ໃຊ້​ມາ​ເປັນ​ໝອນ​ຫຼື​ເຄື່ອງ​ເອ້,​ ມີ​ທ່າ​ທາງ​ຕ່າງໆ, ​ແລະ​ມີ​ຊີວິດ​ຊີວາ​ທີ່​ສຸດ.

ຢູ່​ຊືວ່າງ​ເມືອງ​​ໂຟສ່າ​ນຂອງ​ແຂວງ​ກວາງ​ຕຸ້ງ, ປະຊາ​ຊົນ​ທ້ອງ​ຖິ່ນ​ມີ​ປ​ະ​ເພນີ​ທີ່​ເອົາ​ຂອງ​ຕ້ອນ​ທີ່​ເປັນ​ສັດ​ລາສີ​ເຄື່ອງປັ້ນ​ດິນ​ເຜົາ​ໃຫ້​ກັນ​ໃນ​ທຸກ​ປີ. ​ເມື່ອ​ທົດ​ລອງ​ມາ​ຫຼາຍ​ເທື່ອ, ປີ​ນີ້​ຊ່າງ​ຫັດຖະກຳ​ທ້ອງ​ຖິ່ນ​ໄດ້​ເຮັດ​ເສືອ​ເຄືອບ​ທີ່​ມີ​ຂົນ​ເສືອ​ທຽມ, ​ເສືອ​ເຄືອບ​ແນວ​ນີ້​ເບິ່ງ​ແລ້ວ​ມີ​ຂົນ​ຫຍຸຍໆ​ເຕັມ​ໂຕ,​ແຕ່​ເວລາ​ຈັບ​ບາຍຈະ​ຮູ້ສຶກ​ນຸ້ມນວນ.

ປັດຈຸບັນ, ຊາວ​ໜຸ່ມ​ຈີນຍິ່ງ​ນິຍົມ​ຊື້​​ເຄື່ອງ​ທາງ​ອິນ​ເຕີ​ເນັດ. ອິນ​ເຕີ​​ເນັດທີ່​ຂາຍເສືອ​ຜ້າ​ເຊິ່ງ​ເປັນ​ເຄື່ອງ​ສິລະ​ປະ​ຫັດຖະ​ກຳຂອງ​ຈີນຂາຍ​ດິບ​ຂາຍ​ດີຫຼາຍ. ນອກ​ນີ້,​ ເສື້ອ,​ ເກີ​ບ, ຖົງມືຮູບ​​ເສືອ​ກໍ່​ກາຍ​ເປັນ​ຜະລິດ​ຕະພັນ​ທີ່ຂາຍ​ດິບ​ຂາຍ​ດີ. ພໍ່ຄ້າ​ຈຳນວນ​ໜຶ່ງ​ກໍ່​ພາກັນ​ເພິ່ມ​ສັນຍາ​ລັກ​ຂອງເສືອ​ໃສ່​ສິນ​ຄ້າ​ທີ່​ອອກ​ແບບ​ເອງ, ຕົວຢ່າງ, ​ເບາະທີ່​ມີ​ຮູບ​ຕັດເຈ້ຍ​ເສືອ, ຕຸກ​ກະຕາ​ເສືອ, ຈີ້ສາຍ​ຄໍ​ເສືອ, ໝວກ​ເສືອ,​ເສື້ອ​ນອນ​ເສືອ, ຖົງ​ມື​ເສືອ​ແລະ​ອື່ນໆ​ເພື່ອ​ໃຫ້ຄົນ​ທັງຫຼາຍ​ຮູ້ສຶກ​ມີ​ຄວາມສຸກ​ໄປ​ກັບ​ເສືອ.

ເມື່ອ​ຮອດ​ບຸນ​ກຸດ​ຈີນ, ຄົນ​ທັງ​ຫຼາຍ​ຍັງ​ມັກ​ຊື້​ເຄື່ອງ​ເງິນ​ເຄື່ອງຄຳ​ທີ່​ມີ​ມູນ​ຄ່າ​ສູງ​ຈຳນວນ​ໜຶ່ງ​ເພື່ອ​ມອບ​​ໃຫ້ຍາດ​ພີ່ນ້ອງ ຫຼື ​ເກັບ​ໄວ້​ເອງ. ບໍລິສັດ​ຊ້າຍ​ປາຍ ​ເຊິ່ງ​ເປັນ​ຮ້ານວັດຖຸ​ມີຄ່າໃຫຍ່​ກວ່າ​ໝູ່​ຂອງ​ປັກ​ກິ່ງ​​ກໍ່ໄດ້​ສະໜອງ​ຜະລິດ​ຕະພັນອວຍພອນ​ປີ​ໃໝ່ທີ່​ເປັນ​ລັກສະນະ​ຂອງ"​ເສືອ​ໂຊກ​ດີ", ກຽມ"​ເຄື່ອງ​ສຳ​ລັບ​ບຸນປີ​ໃໝ່"ທີ່​ອຸດົມສົມບູນ​ໃຫ້​ແກ່​ລູກ​ຄ້າ​ໃນປີ​ຂານ​ທີ່​ຈະ​ມາ​ເຖິງ​ນີ້.

ນາງ​ຢາງ​ນ້າ ພະນັກງານ​ຂອງ​ບໍລິສັດ​ຊ້າຍ​ປາຍ​ກ່າວ​ວ່າ,​"ປີ​ນີ້, ບໍລິສັດ​ຊ້າຍ​ປາຍ​ສະ​ໜອງ​ເຄື່ອງ​ຄຳ"​ເສືອ​ໂຊກ​ດີ"​ເພື່ອ​ອວຍພອນ​ປີ​ຂານ, ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບຈາກ​ລູກ​ຄ້າ​ຫຼາຍ. ​ເພາະ​ວ່າວັດ​ທະນະ​ທຳ​ອວຍ​ພອນ​ປີ​ໃໝ່ ກັບ ວັດທະ​ນະທຳ​ພື້ນ​ເມືອງຂອງ​ຈີນ​ເຊື່ອມ​ໂຍງ​ເຂົ້າກັນ, ​ແມ່ນ​ພາກ​ສ່ວນ​ໜຶ່ງ​ອັນ​ສຳຄັນ​ຂອງວັດ​ທະນະ​ທຳ​ກ່ຽວ​ກັບ​ສັດ 12 ລາສີ. ລູກ​ຄ້າ​ມັກ​ຜະລິດ​ຕະ​ພັນ​ອວຍ​ພອນ​ປີ​ໃໝ່​ເຫຼົ່າ​ນີ້​ຫຼາຍ. ​ເມື່ອ​ຮອດ​ໄລຍະ​ຂາຍ​ຜະລິດ​ຕະ​ພັນ​ອວຍພອນ​ປີ​ໃໝ່​ຈົນ​ໄດ້​ລຽນ​ແຖວຊື້,​ຈຶ່ງ​ເຫັນ​ໄດ້​ວ່າ​ລູກ​ຄ້າ​ຄອງ​ຄອຍ​ຜະລິດ​ຕະພັນ​ອວຍ​ພອນ​ປີ​ໃໝ່ຢ່າງ​ຫຼວງ​ຫຼາຍ."

ການ​ເພິ່ມ​ເນື້ອ​ໃນ​ກ່ຽວ​ກັບ​ສັດ 12 ລາສີ​ເຂົ້າ​​ໃນ​ຜ​ະລິດ​ຕະພັນ​ບໍ່​ແມ່ນ"ສິດທິ​ບັດ"ຂອງ​ນັກ​ທຸ​ລະ​ກິດ​ຈີນ. ​ເພື່ອ​ຕ້ອນຮັບ​ປີ​ຂານ​ຕາມ​ປະ​ເພນີ​ຂອງ​ຈີນ, ບໍລິ​ສັດ​Mercedes Benz​ກໍ່​ໃຫ້​ລົດ​ນ້ອຍໆ​ທີ່​ມີ​ຊື່ວ່າsmartນັ້ນ​"ໃສ່"​ເສື້ອລາຍ​ເສືອ​ເປັນ​ພິ​ເສດ, ນາງ​ວາງ​ອ້ຽນ ຜູ່​ຈັດການ​ຝ່າຍ​ປະ​ຊາ​ສຳ​ພັນ​ຢູ່​ຈີຂອງ​ບໍລິສັດ​ເບັນ​ສ​ ກ່າວ​ວ່າ, "ວັນ​ທີ 14 ກຸມພາ​ປີ​ນີ້​​ແມ່ນວັນ​ບຸນ​ກຸດ​ຈີນ​ປີ​ຂານ, ທັງ​​ແມ່​ນວັນ​​ແຫ່ງ​ຄວາມຮັກ​ຂອງ​ຕາວັນຕົກ, ​ໃນ​ວັນ​ພິ​ເສດ​ທີ່​ຄົນຕາ​ເວັນ​ຕົກ​ກັບຄົນ​ຕາ​ເວັນ​ອອກ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ເປັນ​ໜ້າ​ສະ​ເຫຼີມ​ສະຫຼອງ​ແທ້ໆ, ພວກ​ເຮົາ​ກໍ່​ເກີດມີ​ແນວ​ຄິດ​ທີ່​ຢາກ​ປະ​ດັບ​ປະດາລົດ​ນ້ອຍ​smart​ເປັນ​ເສືອ​ນ້ອຍໆ​ໂຕ​ໜຶ່ງ, ຮຽກຮ້ອງ​ໃຫ້​ຍາດ​ພີ່​ນ້ອງ​ແລະ​ຄູ່​ຮັກ​ທັງ​ຫຼາຍ​ເວົ້າ​ດ້ວຍສ​ຽງດັງໆ​ວ່າ"ອ້າຍ​ລາວ​ຮູ​ຢິວ","ລາວ​ຮູ​"​ໃນ​ພາສາ​ຈີນ​ກໍ່​ແມ່ນ​ເສືອ,ສະ​ນັ້ນ​ປະ​ໂຫຍກນີ້​ກໍ່​ມີ​ຄວາມ​ໝາຍ"I love you",ພວກ​ເຮົາກໍ່​ຫວັງ​ຢາກ​ຜ່ານ​ຈາກລົດ​ລາຍ​ເສືອsmart​ນ້ອຍ​ນີ້ ມາສະ​ແດງ​ວັດທະ​ນະທຳ​​ເສືອ​ຂອງ​ຈີນ, ​ແລະຫວັງ​ໃຫ້​ຄົນ​ທັງຫຼາຍ​ໄດ້​ຮູ້​ສຶກ​ເຖິງຄວາມ​ເອົາ​ໃຈ​ໃສ່​​ແລະ​ຄວາມຮັກ​ແພງ​​ໃນ​ຍາມບຸນ​ກຸດ​ຈີນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຄາວມອົບ​ອຸ່ນ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ