ການສະ​ໜອງ​ເຄື່ອງ​ບໍລິ​ໂພ​ກ​ໃນ​ໄລຍະບຸນ​ກຸດ​ຈີນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນມີ​ຢ່າງ​ພຽງພໍ

(GMT+08:00) 2010-02-11 16:25:30     cri
ປະຈຸ​ບັນ, ​ແຫ່ງ​ຕ່າງໆຂອງ​ຈີນ​ພວມຫຼິ້ນ​ບຸນ​ກຸດ​ຈີນ, ບຸນ​ປະ​ເພນີ​ຂອງ​ຈີນ​ທີ່​ສຳຄັນ​ທີ່​ສຸດ​ຢ່າງ​ເບີກບານ​ມ່ວນ​ຊື່ນ, ນັກ​ຂ່າວCRI​ ​ໄດ້​ໄປ​ຢາມ​ຮ້ານ​ຄ້າ​ໃຫຍ່​ແລະ​ຮ້ານ​ຊູ​ເປີ​ມາ​ເກັດ​ຕ່າງໆ​ແລະ​​ຮູ້​ວ່າ, ປະຈຸ​ບັນ, ການສະ​ໜອງ​ເຄື່ອງ​ບໍລິ​ໂພ​ກ​ໃນ​ໄລຍະບຸນ​ກຸດ​ຈີນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ມີຢ່າງ​ພຽງພໍ​, ສິນຄ້າ​ໃນ​ຕະຫຼາດ​ຕ່າງໆ​ກໍ່​ຂາຍດີ​ຫຼາຍ. ​ໃນ​ຄໍ​ລຳ​ແຈ້ງ​ຂ່າວ​ເສດຖະກິດ​ຈີນ​ພາກ​ນີ້, ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ຢາມ​ຕະຫຼາດ​ສິນຄ້າ​ໄລຍະ​ບຸນ​ກຸດ​ຈີນ​ຢູ່​ແຫ່ງ​ຕ່າງໆ.

ຢູ່​ຮ້ານ​ຄ້າ​ແລະ​ຮ້ານ​ຊູ​ເປີ​ມາ​ເກັດ​ແຫ່ງ​ຕ່າງໆ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ, ຜູ້​ມາ​ຊື້​ສິນຄ້າ​ສະ​ຫຼອງ​ບຸນ​ຫຼາຍ​ກວ່າ​ຍາມ​ທຳ​ມະ​ດາ​ຢ່າງ​ຈະ​ແຈ້ງ, ​ໃນ​ລໍ້​ຊື້​ເຄື່ອງ​ກໍ່​ເຕັມ​ໄປ​ດ້ວຍ​ສິນຄ້າ​ປະ​ເພດ​ຕ່າງໆ. ທ່ານ​ວາງ​ເຈິ້ນຈ່ຽງ, ຜູ້ອຳ​ນວຍການ​ຝ່າຍ​ປະຊາ​ສຳພັນ​ຂອງຮ້ານ​ຄາ​ລິ​ຟໍ​ເຂດ​ຊືຈິງ​ສ່າ​ນປັກ​ກິ່ງ​ເວົ້າ​ວ່າ, ​ໃນ​ຍາມ​ທຳ​ມະ​ດາ, ​ມື້ໜຶ່ງ​ມີ​ລູກ​ຄ້າ7ພັນ​ຫາ8ພັນ​ຄົນ, ​ແຕ່​ວ່າໃນຍາມ​ບຸນ​ກຸດ​ຈີນ, ລູກ​ຄ້າ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ຍາມ​ທຳ​ມະ​ດາ​ເກືອບ40%. ​ແຕ່​ຍ້ອນ​ມີ​ການ​ກະ​ກຽມ​ຢ່າງ​ພຽງ​ພໍ, ສິນຄ້າ​ຈຶ່ງ​ບໍ່​ໄດ້​ຂາດ​ເຂີນ​ເລີຍ. ລາວ​ເວົ້າ​ວ່າ,

ຫວ່າງ​ມໍ່ໆມາ​ນີ້, ກຳລັງ​ຊື້​​ຂອງ​ຜູ້​ບໍລິ​​ໂພ​ກມີ​ທ່ວງທ່າ​ສູງ​ຂຶ້ນ, ​ຈຳນວນ​ລູກ​ຄ້າ​ຫຼາຍ​ກວ່າ​ຍາມ​ທຳ​ມະ​ດາປະ​ມານ30%​ຫາ40%. ​ແຕ່​ພວກ​ເຮົາ​ໄດ້​ກຽມ​ສິນ​ຄ້າ​​ເມື່ອ1​ເດືອນ​ກ່ອນ, ​ແລະ​ໄດ້​ເຊົ່າສ້າງ​ສິນຄ້າ​ຢູ່​ບ່ອນ​ໃກ້ໆ​ນີ້, ສະ​ນັ້ນ​ພວກ​ເຮົາ​ສາມາດ​ຮັບປະກັນ​ໃຫ້​ຜູ້​ບໍລິ​ໂພກ​ສາມາດ​ຊື້​​ສິນຄ້າ​ຕາມ​ໃຈ​ມັກ​ໃນ​ໄລຍະ​ບຸນ​ກຸດ​ຈີນ.

ທ່ານ​ຢາງ ​ຊາວ​ເມືອງ​ປັກ​ກິ່ງ​ຍູ້​ລໍ້​ຊື້​ເຄື່ອງ​ທີ່​ເຕັມ​ດ້ວຍ​ສິນຄ້າ, ​ແລະ​ເວົ້າ​ວ່າ, ບຸນ​ກຸດ​ຈີນ​ແມ່ນ​ເວລາ​ທີ່​ຄອບ​ຄົວ​ຂອງລາວ​ເຕົ້າ​ໂຮມ​ກັນ, ມີຫຼາຍ​ຄົນ, ກະ​ກຽມ​ເຄື່ອງ​ໃຊ້​ຂອງ​ກິນ​ໃຫ້​ຫຼາຍ. ​ແຕ່​ບໍ່​ວ່າ​ອາຫານ, ​ເຄື່ອງ​ຢູ່​ຂອງ​ກິນ, ​ແລະ​ເຄື່ອງ​ເອ້​ເຮືອນ, ​ເມື່ອ​ເລາະຫຼິ້ນ​ໃນ​ຮ້ານ​ຄ້າ​ແລ້ວ​ກໍ່​ຊື້​ໄດ້​ໝົດ. ລາວ​ເວົ້າ​ວ່າ,

ພວກ​ເຮົາ​ກຳລັງ​ຊື້​ເຄື່ອງ​ເພື່ອ​ຫຼິ້ນ​ບຸນ, ​ໄດ້​ຊື້​ເຄື່ອງ​ເອ້​ປະດັບ​ເຮືອນ​ຈຳນວນ​ໜຶ່ງ, ​ເຊັ່ນ, ຕົວ​ໜັງ​ສື"ຟູ", ດອກ​ໄມ້, ຊື້​ເກືອບຄົບ​ໝົດ​ແລ້ວ, ຍັງ​ຈະ​ຊື້​ໝາກ​ໄມ້​ແລະ​ຊີ້ນ​ໜ້ອຍ​ໜຶ່ງ, ຈະ​ຮ່ວມ​ກັບ​ລູກ​ຫຼານ​ຫຼິ້ນ​ບຸນ​ຢ່າງ​ເບີກບານ​ມ່ວນ​ຊື່ນ.

ເມື່ອ​ເຂົ້າ​ສູ່​ປີ​ໃໝ່​ແລ້ວ, ຫິມະທີ່​ຕົກ​ໜັກ​ທີ່​ສຸດ​ໃນ​60ປີ​ມາ​ນີ້​ໄດ້​ກະທົບ​ເຖິງ​ເຂດ​ອາ​ເລີ​ໄທ້​ພາກ​ເໜືອ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ອຸຍ​ເກີ​ຊີ່​ນຈ່ຽງຈີນ, ມີ​ຜົນ​ກະທົບ​ອັນ​ໜັກໜ່ວງ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ຄຽງ​ຄູ່​ກັບ​ບຸນ​ກຸດ​ຈີນ​ວຽນມາ​ເຖິງ, ປະຊາຊົນ​ເຂດ​ອາ​ເລີ​ໄທ້​ຍັງ​ມີ​ຄວາມ​ກະຕື​ລື​ລົ້ນ​ຄື​ເກົ່າ, ຮ້ານ​ຄ້າ​ຂະໜາດ​ໃຫຍ່​ແລະ​ຮ້ານ​ຊູ​ເປີ​ມາ​ເກັດ​ໄດ້​ຕ້ອນຮັບ​ລູກ​ຄ້າ​ຢ່າງ​ຫຼວງ​ຫຼາຍ.

ຍ້ອນ​ວ່າປີ​ນີ້​ເຂດ​ອາ​ເລີ​ໄທ້​ໄດ້​ປະສົບ​ຜົນ​ກະທົບ​ຈາກຫິມະ​ຕົກ​ໜັກ, ​ເພື່ອ​ຮັບ​ປະ​ກັນ​ການ​ປ້ອນ​ຕະຫຼາດ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ​ເຂດ​ຊີ່ນຈ່ຽງ​ໄດ້​ຈັດ​ສັນ​ຜັກ​ແລະ​ອາຫານ​400ກວ່າ​ຊະນິດ​ເກືອບ​800​ໂຕນ, ນອກ​ນີ້, ຮ້ານ​ຄ້າ​ແລະ​ຮ້ານ​ຊູ​ເປີ​ມາ​ເກັດ​ຕ່າງໆ​ຂອງ​ເຂດ​ອາ​ເລີ​ໄທ້​ກໍ່​ໄດ້​ກຽມ​ສິນຄ້າ​​ໄວ້ລ່ວງ​ໜ້າ, ຮັກສາ​ລາ​ຄາ​ສິນຄ້າ​​ໃຫ້​ປົກກະຕິ, ​ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ປະຊາຊົນ​ເຜົ່າ​ຕ່າງ​ໆ. ທ່ານ​ຈ່ຽວຈົ່ງ​ຊຸ້ນ, ຜູ້​ຮັບຜິດຊອບ​ຮ້ານ​ຊູ​ເປີ​ມາ​ເກັດ​ຮາວ​ອີ​​ເຈ່ຍ​ຂອງ​ເມືອງ​ອາ​ເລີ​ໄທ້​ເວົ້າ​ວ່າ,

ພວກ​ເຮົາ​ໄດ້​ກຽມ​ສິນຄ້າ​ຢ່າງ​ພຽງພໍ, ລາຄາ​ກໍ່​ເທົ່າ​ກັບ​ປີ​ທີ່​ຜ່ານ​ມາ, ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ຂອງ​ປະຊາ​ຊົນ, ປະຈຸ​ບັນ​ພໍດີ​ແມ່ນ​ໄລຍະ​ທີ່​ມີ​ລູກ​ຄ້າ​ຫຼາຍ​.

ນອກ​ນີ້, ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ປີ​ນີ້, ປະຊາຊົນ​ຢູ່​ເຂດ​ຊີ່​ນຈ່ຽງນິຍົມ​ເອົາ​ຜັກ​ທີ່​ບັນຈຸ​ໃນ​ແກັດ​ນັ້ນ​ໄປ​ຕ້ອນ​ໝູ່. ຜັກ​ປອດ​ສານພິດ​ເຄມີ​ເຫຼົ່າ​ນີ້​ແມ່ນ​ສັ່ງ​ຈອງ​ແລະ​ເດັດໃນ​ມື້​ດຽວ​ກັນ, ​ເພື່ອ​ຮັບ​ປະ​ກັນ​ຄວາມ​ສົດ​.

ນັບ​ແຕ່​ກ້າວ​ເຂົ້າປີ​ນີ້​ມາ, ​ເຂດ​ປົກຄອງ​ຕົນ​ເອງ​ມົງ​ໂກ​ໃນ ພາກ​ເໜືອ​ຂອງ​ຈີນ​ກໍ່​ໄດ້​ປະສົບ​ໄພລົມ​ພາຍຸ​ແລະ​ຫິມະຕົກ​ໜັກ, ຫິມະ​ຕົກ​ໜັກ​​ເຮັດ​ໃຫ້​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ຜັກ​ຂອງ​ເຂດ​ມົງ​ໂກ​ໃນສູງ​ຂຶ້ນ, ລາຄາ​ຜັກກໍ່​ສູງ​ຂຶ້ນ​ນຳ, ​ແຕ່​ລາຄາ​ໄຂ່​ໄກ່, ສັດ​ປີກ​ແລະ​ຊີ້ນພັດ​ຮັກ​ສາ​ເປັນ​ປົກ​ກະຕິ, ຈຳນວນ​ສິນຄ້າ​ມີຢ່າງ​ພຽງພໍ, ສາ​ມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ຍາມ​ວັນ​ບຸນ.

ຮ້ານລຽນ​ຊ່ຽງ​ໂລ​ແມ່ນຮ້ານຄ້າ​ເກົ່າ​ທີ່​ມີ​ຊື່​ສຽງທີ່​ສຸດ​ແຫ່ງໜຶ່ງ​ຂອງ​ເມືອງ​ກວາງ​ໂຈ່ວ, ຂາຍ​ຂະໜົມ​ກວາງຕຸ້ງ​ຊະ​ນິດ​ຕ່າງໆ. ບຸນ​ກຸດ​ຈີນ​ໃກ້​ຈະ​ວຽນມາ​ເຖິງ, ຮ້ານ​ລຽນ​ຊ່ຽງ​ໂລທີ່​ຂາຍ​ດິບ​ຂາຍ​ດີ​ໃນມື້​ທຳ​ມະ​ດາ​ນັ້ນ​ກໍ່​ຍິ່ງ​ຟົດ​ຟື້ນ. ປັດຈຸບັນ, ​ອາຫານສຳລັບ​ບຸນປີ​ໃໝ່ທີ່​ມີ"ລົດ​ຊາດ​ກວາງ​ຕຸ້ງ" ​ເຊັ່ນ, ​ເຂົ້າ​ໜົມ​ເຂ້​ງປີ​ໃໝ່​ເປັນຕົ້ນ​ໄດ້​ກຽມ​ພ້ອມ​ແລ້ວ. ​ແຕ່​ຍ້ອນ​ວ່າ​ລາຄາ​ສິນຄ້າ​ປີ​ນີ້​ໄດ້ສູງ​ຂຶ້ນ​ໜ້ອຍ​ໜຶ່ງ, ຮ້ານລຽນ​ຊ່ຽງ​ໂລ​ກໍ່​ໄດ້​ປັບປຸງ​ລາຄາ​ເຄື່ອງສຳ​ລັບ​ບຸນປີ​ໃໝ່​ໜ້ອຍ​ໜຶ່ງ. ທ່ານ​ລຽງ​ເຈີ້​ຈຸ່ນ ຜູ່​ອຳ​ນວຍ​ການ​ທີ່​ຮັບຜິດ​ຊອບ​ວຽກ​ງານ​ປະຈຳ​ວັນ​ຂອງຮ້ານ​ລຽນຊ່ຽງ​ໂລ​ກ່າວ​ວ່າ,

"​ເພື່ອ​ເຮັດ​ວຽກ​ສະໜອງ​ເຄື່ອງສຳ​ລັບ​ບຸນປີ​ໃໝ່​ຂອງ​ປີ​ນີ້​ໃຫ້​ດີ,​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ທັງ​ຫຼາຍ. ນັບ​ແຕ່​ກ້າວ​ເຂົ້າປີ​ນີ້​ມາ,ພວກ​ເຮົາກໍ່​ໄດ້​ເພິ່ມຂະ​ໜົມຫຼາຍ​ຊະ​ນິດ, ບໍ່​ຄື​ກັນ​ກັບ​ແຕ່​ກ່ອນ ຍິ່ງ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຜູ່​ບໍລິ​ໂພ​ກ. ​ເພາະວ່າ​ລາຄາ​ສິນຄ້າ​ແພງ​ຂຶ້ນ,ສະ​ນັ້ນ,ລາຄາ​ເຄື່ອງສຳ​ລັບ​ບຸນປີ​ໃໝ່ກໍ່​ແພງຂຶ້ນ​ໜ້ອຍ​ໜຶ່ງ,​ແຕ່ບໍ່​ໄດ້ສົ່ງ​ຜົນ​ສະ​ທ້ອນ​ຫຼາຍ​ປານ​ໃດ."

ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ການ​ຊື້​ເຄື່ອງ​ທາງ​ອິນ​ເຕີ​ເນັດ​ທີ່​ນັບ​ມື້​ນັບ​ຈະ​ເລີນ​ຂຶ້ນ​ກໍ່​ໄດ້​ເຮັດ​ໃຫ້​ຄວາມ​ຊິນ​ເຄີຍ​​ໃນ​ການບໍລິ​ໂພ​ກຂອງ​ຈີນ​ເກີດ​ມີ​ການ​ປ່ຽນ​ແປງ, ການຊື້​ຢູ່​​ເຄື່ອງ​ທາງອິນ​ເຕີ​ເນັດ​ກໍ່​ກາຍ​ເປັນ​ຊ່ອງ​ທາງທີ່​ຫຼາຍໆ​ຄົນ​ເລືອກ​ຊື້​ເຄື່ອງສຳ​ລັບ​ບຸນປີ​ໃໝ່. ນາງ​ຮວງ​ເຈຍ​​ແມ່ນ​ພະນັກ​ງານພະ​ແນ​ກຈຳ​ສິນຄ້າ​ຂອງ​​ເວັບ​ໄຊ​ທາວ​ປາວ ​ເຊິ່ງ​ເປັນ​ເວັບ​ໄຊຂາຍ​ເຄື່ອງ​ທາງອິນ​ເຕີ​ເນັດ​ທີ່ໃຫຍ່​ກວ່າ​ໝູ່​ຂອງ​ຈີນ,ນາງ​ກ່າວ​ວ່າ,​ໃນ​ເດືອນ​ມັງກອນ​ປີ​ນີ້, ປະລິມານ​ການ​ຊື້​ຂາຍ​ເຄື່ອງ​ສຳ​ລັບ​ບຸນປີ​ໃໝ່​ຢູ່​ເວັບ​ໄຊ​ທາວ​ປາວ​ 1 ຕື້​ຢວນ, ສິ່ງ​ທີ່​ຄົນ​ທັງຫຼາຍ​ຊື້​ນັ້ນ​ຕົ້ນຕໍ​ແມ່ນ​ອາຫານ​ການ​ກິນ, ​ເຄື່ອງ​ໄຟຟ້າ​ຂະໜາດ​ນ້ອຍ, ຂອງ​ຂວັນ ​ແລະ ​ເຄື່ອງ​ປະດັບ​ປະດາ​ປີ​ໃໝ່​ເປັນ​ຕົ້ນ. ນາງ​ບອກ​ໃຫ້​ຮູ້​ວ່າ, "ພວກ​ເຮົາ​​ເກັບ​ກຳສະຖິຕິ​ແລ້ວ,​ໃນ​ເດືອນ​ມັງ​ກອນ,ຍອດ​ປະ​ລິ​ມານ​ຕົກລົງ​ຊື້​ຂາຍ​ປະ​ເພດ​ອາຫານ​ການ​ກິນ​ກໍ່​ມີປະມານ 700 ລ້ານ​ຢວນ,​ໃນ​ນັ້ນ​ມີ​ຮ້ານ​ອາຫານ​ແຫ່ງ​ໜຶ່ງ​ທີ່​ມີ​ຊື່ວ່າ"ອູ​ຟ່າງ​ຈ່າຍ",​ແມ່ນ​ຮ້ານ​ຂາຍ​ເຂົ້າຕົ້ມ​ຂອງ​ເວັບ​ໄຊ​ທາວ​ປາວ, ປະລິມານ​ຕົກລົງ​ຊື້​ຂາຍ​ມື້​ດຽວ​ຂອງ​ຮ້ານ​ນີ້​ກໍ່ມີ 2 ​ແສນ​ຢວນ,ລ້ວນ​ແຕ່​ແມ່ນ​ຂາຍ​ຍ່ອຍ, ຢູ່​​ເວັບ​ໄຊ​ຂອງ​ຮ້ານ​ນີ້​ລູກ​ຄ້າ​ຈະ​ເຫັນຫໍ່​ຂອງຂວັນ​ຊະນິດ​ຕ່າງໆ,ຕາມ​ຂ້ອຍ​ຮູ້​ວ່າ, ມີ​ລູກ​ຄ້າ​ຄົນ​ໜຶ່ງ​ໄດ້​ຊື້​ຫໍ່​ຂອງ​ຂວັນ​ແບບ​ຕ່າງໆ​ຕັ້ງ​ວ່າ 1000 ກວ່າຢວນ,​ເພື່ອມອບ​ໃຫ້​ພໍ່​ແມ່ ​ແລະ ຍາດ​ພີ່ນ້ອງ​, ບໍ່ພ​ຽງ​ແຕ່​ສາມາດ​ປະຢັດ​​ເງິນ​ອາງ​ເປົ໋າ​ເທົ່າ​ນັ້ນ,​ຍັງສາ​ມາດສະ​ແດງ​ຈິດ​ໃຈຄວາມ​ເຄົາລົບ​ນັບຖື​ຂອງ​ຕົນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ