ຈຸດ​ເລີ່ມ​ຕົ້ນ​ໃໝ່​ຂອງ​ໂຄ​ສົກ​ຍິງ​ອັງ​ກິດ​ຢູ່​ຈີນ

(GMT+08:00) 2010-02-24 17:31:24     cri
ຈາກBBCມາ​CRI, ຈາກ​ອັງກິດ​ມາ​ຈີນ, ນາງ​ຊູ​ຊານ ອົສມານ, ​ໄດ້​​ຈາກ​ໂຄສົກ​ທີ່​ມີ​ປະສົບ​ການ​ສູງ​ກາຍ​ເປັນ​ຜູ້​ໃໝ່​ໃນ​ໜ່ວຍ​ງານ. ນາງ​ຊູ​ຊານ ອົສມານ, ​ເປັນ​ໂຄສົກ​ຍິງ​ອາວຸ​ໂສ​ທີ່ເຄີຍ​ເຮັດ​ວຽກ​ຢູ່BBCຂອງ​ອັງກິດ​ມາຫຼາຍ​ປີ, ປະຈຸ​ບັນ, ​​ໄດ້​ກາຍ​ເປັນ​ໂຄສົກ​ຂອງ​ຄໍ​ລຳ​ໃໝ່ Beijing Hour​ທີ່​ເປັນ​ລາຍ​ການຂ່າວ​ສົດ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ.

ນາງ​ຊູຊານ​ປີ​ນີ້ອາຍຸ​50ກວ່າ​ປີ​ແລ້ວ, ​ນາງມີ​ປະສົບ​ການ​ໃນ​ວຽກ​ງານດ້ານ​ນີ້30ກວ່າ​ປີ. ນາງ​ເຄີຍ​ເປັນ​ຄູ​ສອນ​ພາສາ​ອັງກິດ, ພາຍຫຼັງ​ມາ​ເຂົ້າ​ເຮັດ​ວຽກ​ຢູ່BBC, ກາຍ​ເປັນ​ໂຄສົກ​ລາຍການ​ຂ່າວ. ນາງ​ຍັງ​ເຄີຍ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ, ບໍ່ພ​ຽງ​ແຕ່​ມີ​ປະສົບ​ການຫຼາຍ​ໃນດ້ານວິທະຍຸ​ເທົ່າ​ນັ້ນ, ຍັງ​ມີ​ສາຍຕາ​ສາກົນກວ້າງ​ໄກ. ນາ​ງຊູຊານ​ຮັກ​ວຽກ​ງານ​ຂອງ​ຕົນຫຼາຍ, ​ແຕ່​ຄຽງ​ຄູ່​ກັບ​ອາຍຸ​ສູງ​ຂຶ້ນ, ຜູ້​ຊົມ​ກໍ​​ໃຫ້​ຄວາມ​ສົນ​ໃຈ​ໜ້ອຍ​ລົງ, BBCກໍ່ບໍ່​ຢາກ​ຕໍ່​​ສັນຍາ​​ກັບ​ເພິ່ນ​ອີກ. ນາງ​ຊູ​ຊານ​ເວົ້າ​ວ່າ,

ຂ້ອຍ​ມີ​ຄວາມ​ກະ​ຕືລື​ລົ້ນ​ຫຼາຍ​ຕໍ່​ລາຍ​ການ​ຂ່າວ, ມັກວຽກ​ງານ​ຂອງ​ຕົນ​ຫຼາຍ​ແຕ່​ເມື່ອອາ​ຍຸ​ສູງ​ຂຶ້ນ​ແລ້ວ, ຜູ້ຊົມ​ເລີ່ມ​ສັງ​ເກດ​ຮອຍ​ຫຍູ່​ຢູ່​ເທິງ​ໃບ​ໜ້າ​ຂອງ​ເຈົ້າ, ​ແລະ​ຮ່າງກາຍ​ທີ່​ຄ່ອຍໆ​ຕຸ້ຍ​ຂຶ້ນ, ນີ້​ກໍ​ເຮັດ​ໃຫ້​ໂອກາດ​ວຽກ​ງານຂອງ​ເຈົ້າ​ບໍ່​ຫຼາຍ​ຄື​ໄວ​ໜຸ່ມ​ແລ້ວ.

ຢູ່​ອັງກິດ​ເມື່ອ​ເຫັນ​ວ່າ, ໂອກາດຂອງ​ຕົນ​ເອງບໍ່​ຄອຍ​ດີ​ແລ້ວ, ນາງ​ຊູ​ຊານ​ກໍ່​ເຄີຍລັ່ງ​ເລ​ໃຈ, ​ແຕ່ຄຳ​ແນະ​ນຳ​ຂອງ​ລູກ​ຊາຍ​ເຮັດ​ໃຫ້​ນາງ​ໂລ່ງ​ອົກ​ໂລ່ງ​ໃຈ. ນາງ​ເວົ້າ​ວ່າ,

ລູກ​ຊາຍ​ພວມ​ຮຽນ​ຢູ່​ມະຫາວິທະຍາ​ໄລ​, ລະດູ​ຮ້ອນ​ຂອງ​ປີ​ກາຍ, ລາວ​ຢູ່​ຊຽງ​ໄຮ້, ລາວ​ເວົ້າ​ນຳ​ຂ້ອຍ​ວ່າ, ​ເປັນ​ຫຍັງ​ບໍ່​ມາ​ລອງ​ເຮັດ​ວຽກ​ຢູ່​ຈິນ​ເບິ່ງ?

ຢູ່​ອັງກິດ, ນາງ​ຊູ​ຊານ​ມີ​ບໍລິສັດ​ໃຫ້​ຄຳ​ປຶກສາ​ດ້ານ​ສື່​ມວນ​ຊົນ​ແຫ່ງ​ໜຶ່ງ, ສະໜອງ​ການ​ບໍລິການ​ດ້ານ​ການອົບ​ຮົມ​ຜູ້​ຄົນ​ທັງຫຼາຍ, ສອນ​ເຂົາ​ເຈົ້າ​ເຮັດ​ວຽກ​ໃນ​ຂະ​ແໜງ​ການ​ນີ້​ແນວ​ໃດ, ພ້ອມ​ດ້ວຍ​ເຕັກ​ນິກ​ພາສາ​ການ​ເວົ້າ, ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ເຮັດ​ວຽກ​ຢູ່​ວິທະ​ຍຸ. ນາງ​ເວົ້າ​ວ່າ, ຮູ້​ສຶກ​ໂຊກ​ດີຫຼາຍ​ທີ່​​ໄດ້​ມາ​ສືບ​ຕໍ່ເຮັດ​ວຽກ​ເກົ່າຂອງ​ຕົນຢູ່​ຈີນ.

ເດືອນ​ຕຸລາ​ປີ​ກາຍ​ນີ້, ນາງ​ຊູ​ຊານ​ໄດ້​ເຫັນ​ຂໍ້​ມູນ​ຮັບສະ​ໝັກຂອງ​CRIທີ່​ປະກາດ​ທາງ​ເວັບ​ໄຊ້, ​ແລະ​ໄດ້​ຕິດ​ຕໍ່​ກັບCRI, ຫຼັງ​ຈາກ​ນັ້ນ, ນາງຊູ​ຊານ​ໄດ້​ສົ່ງ​ຊີວະ​ປະຫວັດ​ຫຍໍ້, ຮູບ​ຖ່າຍ, ​ເທັບ​ທີ່​ອັດສຽງ​​ຂອງ​ຕົນ​ມາ​ໃຫ້, ​ແລະ​ເລີ່​ມປຶກສາ​ຫາລື​ກັບCRIຢ່າງ​ເປັນ​ທາງ​ການ.

ທຳ​ອິດນາງ​ຊູ​ຊານ​ຄິດ​ວ່າ, ວົງ​ການ​ສື່​ມວນ​ຊົນ​ຈີນ​ກໍ່​ມີ​ຄວາມດູ​ໝີ່​ນ ຕໍ່​ຜູ້ຍິງ​ໃນ​ເກນ​ອາຍຸ​​ນີ້. ​ແຕ່​ວ່າຄຳ​ເວົ້ຂອງ​ເຈົ້າ​ໜ້າ​ທີ່ສຳພາດໄດ້​ລົບ​ລ້າງ​ຄວາມ​ເປັນ​ຫ່ວງ​ຂອງ​ນາງ. ນາງຊູ​ຊານ​ເວົ້າວ່າ,

ເພິ່ນ​ເວົ້າ​ວ່າ, ຢູ່​ຈີນ, ພວກ​ເພິ່ນ​ຊື່ນຊົມ​​ຜູ້​ມີ​ປະສົບ​ການ​ຫຼາຍ, ທັງ​ໃຫ້​ຄວາມ​ສຳຄັນ​ແກ່​ຜູ້​ທີ່​ສາ​ມາດ​ຖ່າຍ​ທອດ​ປະສົບ​ການ​ຂອງ​ຕົນ​ໃຫ້​ທົ່ວ​ໜ່ວຍ​ງານ. ສະ​ນັ້ນ, ພວກ​ເພິ່ນ​ເຫັນ​ວ່າ, ອາຍຸ​ບໍ່​ແມ່ນ​ບັນຫາ.

ໃນ​ການສຳ​ພາດ​ວຽກ​ເທື່ອ​ນີ້, ​ເຈົ້າ​ໜ້າ​ທີ່​ສຳພາດ​ກັບ​ນາງ​ຊູ​ຊານ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ຄວາມ​ອາດ​​ເປັນ​ໄປ​ໄດ້​ທີ່​ນາງ​ຊູ​ຊານ​ມາ​ເຮັດ​ວຽກ​ຢູ່​CRIພ້ອມ​ດວ້ຍ​ແນວທາງ​ໃນ​ການ​ເຮັດ​ລາຍການ, ​ວຽກ​ງານ​ຂອງ​ນາງຊູ​ຊານ, ບັນຫາ​ກ່ຽວ​ກັບ​ການ​ຊ່ວຍຊາວ​ໜຸ່ມຢູ່​ໃນທີມ​ງານແນວ​ໃດ​ແລະ​ອື່ນໆ, ສອງ​ຝ່າຍ​ກໍ່​ພໍ​ໃຈ​ຕໍ່​ຜົນຂອງການ​ແລກປ່ຽນ. ຫຼັງ​ຈາກ​ນັ້ນ​, ການ​ເຊັນສັນຍາ​ຮ່ວມວຽກ​ງານ​ແລະ​ອື່ນໆ​ກໍ່​ດຳ​ເນີນ​ໄປ​ຢ່າງ​ສະດວກ, ນາງຊູ​ຊານກໍ່​​ໄດ້ເລີ່​ມ​ເຮັດ​ວຽກ​ໃໝ່​ຢູ່ຈີນ​​ໃນ​ທີ່​ສຸດ. ສ່ວນ​CRIກໍ່​ໄດ້ມອບ​ລາຍການ​ພິ​ເສດ​ໃໝ່ໆ​ໃຫ້​ນາງ, ຄືbeijing hour.

ນາງ​ເວົ້າ​ວ່າ: "ຂ້ອຍມີ​ຄວາມ​ກະຕືລື​ລົ້ນ​ຫຼາຍຕໍ່​ລາຍການ​​ໃນປະຈຸ​ບັນ​ນີ້​​​, ​ເຖິງ​ວ່າ​ຂ້ອຍບໍ່ຢາກ​ຕື່ນ​ນອນ​​ໃນ​ຕອນ​​ເຊົ້າໆ. ​ແຕ່​ລະ​ມື້​ປະມານ​2​ໂມງ​ເຄິ່ງ, ຂ້ອຍ​ຕ້ອງ​ຕື່ນ​ນອນ, ​ເພື່ອ​ກຽມ​​ເຮັດ​ວຽກ​​ໃນຕອນ4​​ໂມງ. ​ໄດ້​ມາຈັດ​ລາຍການ​ນີ້, ຂ້ອຍຮູ້ສຶກ ພູມໃຈຫຼາຍ, ​ເພາະວ່າ​ນີ້​ແມ່ນCRI​ເຊື່ອ​ໝັ້ນຂ້ອຍ, ສະ​ນັ້ນ​ ຂ້ອຍ​ບໍ່​ສົນ​ໃຈ​ວ່າຈະ​​ໄດ້​ທ່ຽວ​ຫຼິ້ນຢູ່​ປັກ​ກິ່ງ​ຢ່າງ​ມ່ວນ​ຊື່ນຫຼື​ບໍ່, ອັນ​ທີ່​ຂ້ອຍ​ສົນ​ໃຈ​ກວ່າ​ນັ້ນແມ່ນ ລາຍການ​ນີ້ຈະ​ຈັດໄດ້​ດີ​ຫຼື​ບໍ່, ​ເພື່ອ​ໃຫ້​ມີຜູ້​ຟັງ​ຫຼາຍ​ກວ່າ​ເກົ່າ​ມັກ​ລາຍການ​ນີ້."

ລາຍການ​beijing hour​ແມ່ນ​ລາຍການ​ຂ່າວສົດ, ​ເລີ່​ມ​ແຕ່​ວັນ​ທີ25​ມັງກອນ​ແລ້ວ​ນີ້, ແຕ່​ລະ​ມື້ຈະ​ອອກ​ອາກາດ​ແຕ່7​​ໂມງຫາ8​​ໂມງ​ຕາມ​ເວລາ​ປັກ​ກິ່ງ, ລາຍການ​ນີ້​ຈະ​ມີ​ເນື້ອ​ໃນ​ຕ່າງໆ, ​ເຊັ່ນ ຂ່າວ​ສຳຄັນ​ປະຈຳ​ວັນ, ການ​ວິຈານ​ຂ່າວ, ຂ່າວ​ເສດຖະກິດ​ການ​ຄ້າ, ຂ່າວ​ກິລາ, ຂ່າວ​ຈາກ​ໜັງສືພິມ​ແລະ​ອື່ນໆ, ​ແລະຈະ​ເຊີນ​ຊ່ຽວຊານ​ມາ​ວິຈານ​ຂ່າວ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ.

ນາງ​ເວົ້າ​ວ່າ: "ລາຍການ​beijing hour​ແມ່ນ​ລາຍການຂ່າວ​ສົດ, ອອກ​ອາກາດ​​ຕໍ່​ທົ່ວ​ໂລກ, ບໍ່​ວ່າ ຢູ່​ຈີນ, ອາ​ເມ​ລິ​ກາ, ອົສຕຼາ​ລີ​ແລະປະ​ເທດ​ອື່ນໆກໍ່​ຮັບ​ຟັງ​ໄດ້​ໃນ​ເວລາດຽວ​ກັນ. ຂ້ອຍ​ຫວັງວ່າ​ຕໍ່ໜ້ານີ້ຈະ​ໄດ້ເຊີນ​​ຊຽວຊານມາ​ວິຈານ​​ເຫດການ​ທີ່​ເກີດ​ຂຶ້ນ​​ໃໝ່ໆ, ສົມ​ມຸດ​ວ່າ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ໃກ້​ຈະ​ວຽນ​ມາ​ເຖິງ​ແລ້ວ, ຂ້ອຍຫວັງ​ວ່າ​ຈະ​ມີ​ສຽງ​​ກ່ຽວ​ກັບ​ເລື້ອງ​ນີ້ມາ​ຈາກ​ຊຽງ​ໄຮ."
ນາງ​ຊູ​ຊານ​​ເວົ້າວ່າ, ການ​ເຮັດ​ວຽກ​ຢູ່​ຈີນ​ແມ່ນ​ໂອກາດ​ທີ່ດີ​ຕໍ່ລາວ, ລາວ​ຈະ​ໄດ້​ເບິ່ງການ​ພັດທະນາ​ແລະ​ການ​ປ່ຽນ​ແປງ​ຂອງ​ຕະຫຼາດ​ນີ້​ທີ່​ນັບ​ມື້​ນັບ​ພັດທະນາ​ດີ​ຂຶ້ນ, ​ແລະ​ຄົນ​ຈີນນຳ​ໃຫ້​ທັນ​ບາດກ້າວ​ຂອງ​ຍຸກ​ສະ​ໄໝ​ແນວ​ໃດ. ນາງ​ຈະ​ລອງ​ເບິ່ງ​ໂລກ​, ພາບ​ພົດຂອງ​ຈີນ​ແລະ​ທິດ​ກ້າວ​ໜ້າຈາກ​ສາຍຕາ​ຂອງ​ຄົນ​ຈີນ.

ນາງ​ເວົ້າ​ວ່າ: "ສຳລັບ​ວີ​ຖີຊີ​ວິດ​ຂອງ​ຄົນ​ຈີນແລະ​ວັດທະ​ນະທຳ​ຈີນ, ພະນັກງານ​ຄົນ​ຈີນ​ແນ່ນອນ​ຮູ້ຫຼາຍ​ກວ່າ​ຂ້ອຍ, ນີ້​ຈະ​ສາມາດຊ່ອຍ​​ຂ້ອຍ​​ເຂົ້າ​ໃຈຄວາມ​ເຫັນ​ຕໍ່​​ໂລກ​ຂອງ​ຄົນ​ຈີນ​ໃຫ້​ດີກ​ວ່າ​ເກົ່າ, ​ແລະ​ຈະ​ເຮັດ​ໃຫ້​ຂ້ອຍ​ດຳ​ເນີນ​ລາຍການ​ໃຫ້​ດີກ​ວ່າ​ເກົ່າ. ຂ້ອຍ​ຮູ້ສຶກ​ວ່າ​ນີ້​ແມ່ນ​ສິ່ງທີ່​ຕື່ນ​ເຕັ້ນ​ທີ່​ສຸດ​ໃນ​ການ​ເຮັດ​ວຽກ​ຂອງ​ຂ້ອຍ."
ປີ2010​ຫາກໍ່​ເລີ່​ມຕົ້ນ, ນາງ​ຊູ​ຊານ​ກໍ່​ໄດ້​ຕັ້ງ​ເປົ້າ​ໝາຍ​ໃນ​ປີ​ນີ້​ໃຫ້​ຕົນ​ເອງ.

ນາງ​ເວົ້າ​ວ່າ: "ຄວາມ​ຫວັງ​​ໃນປີ​ໃໝ່ຂອງ​ຂ້ອຍ​ກ່ອນ​ອື່ນແມ່ນ​ຮຽນ​ພາສາ​ຈີນ​ໃຫ້​ດີ, ​ແລ້ວ​ກາຍ​ເປັນ​ພະນັກງານ​ທີ່​ດີ​ເດັ່ນ​ຂອງ​ທີ​ມງານ, ດຳ​ເນີນ​ລາຍການ​beijing hour​​ໃຫ້ເປັນ​ລາຍການ​​ຂ່າວວິ​ທະຍຸທີ່​ດີ, ​​ເພື່ອຍົກ​ສູງ​ສື່​ສຽງ​ຂອງ​CRI."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ