ແມ່​ນ້ຳ​ເຫຼືອງ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ເຜົ່າ​ຫຸຍ

(GMT+08:00) 2010-03-08 17:07:01     cri

ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ໜິງ​ເຊ້ຍຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ,​ແມ່​ນ້ຳ​​ເຫຼືອງ​ເຊິ່ງ​ເປັນ​ແມ່​ນ້ຳ​ໃຫຍ່ອັນ​ດັບ​ສອງ​ຂອງ​ຈີນ,​ໄຫຼ​ຜ່ານ​ພາກ​ກາງຂອງ​​ເຂດໜິງ​ເຊ້ຍ,ຍາວ​390ກິ​ໂລ​ແມັດ.ຊຸມ​ປີ​ຫຼັງມາ​ນີ້,​ເຂດໜິງ​ເຊ້ຍພວມວາງ​ແຜນ​ແລະ​ສ້າງ​ຕົວ​ເມືອງຫຼາຍ​ແຫ່ງ​,​ແມ່​ນ້ຳ​ເຫຼືອງໄດ້​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ແລະ​ໃບ​ໜ້າ​ຂອງ​ຕົວ​ເມືອງມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ,​ແລະ​ໄດ້​ເຮັດ​ໃຫ້ການ​ທ່ອງ​ທ່ຽວ​ແລະ​ເສດຖະກິດ​ຂອງ​ຕົວເມືອງ​ນີ້​ມີ​ການ​ພັດທະນາ​ຢ່າງ​ຫຼວງ​ຫຼາຍ.​ໃນ​ຄໍ​ລຳແຈ້ງ​ຂ່າວ​ເສດຖະ​ກິດຈີນ​ມື້​ນີ້,ພວກ​ເຮົາ​ຈະ​​ແນະນຳ​​​ສະພາບ​ຂອງນະ​ຄອນ​ຫວູຈຸ່ງ​ທີ່​ຖືກ​ເອີ້ນວ່າ​ເປັນບ້ານ​ເຜົ່າ​ຫຸຍ​ຂອງ​ຈີນ,ສ້າ​ງສາຍ​ຝັ່ງ​ຄຳ​ແມ່​ນ້ຳ​ເຫຼືອງ​ຢູ່​ເທິງດິນ​ທາມ​.

ສາຍ​ຝັ່ງ​ຄຳ​ແມ່​ນ້ຳ​​ເຫຼືອງ, ​ໝາຍ​ຄວາມ​ວ່າ​ໃຫ້ແມ່​ນ້ຳ​ເຫຼືອງສ້າງ​ປະ​ສິດທິ​ຜົນ​ແລະຄວາມ​ຮັ່ງມີ.​ຊັບພະ​ຍາກອນ​ນ້ຳຢູ່​ນະຄອນຫ​ວູຈຸ່ງມີ​ທ່າ​ແຮງ​ພິ​ເສດ.ຢູ່​ໃນ5​ຕົວເມືອງ​ໃຫຍ່​ຂອງ​ເຂດ​ໜິງ​ເຊ້ຍ,ມີ​ແຕ່​ແມ່​ນ້ຳ​ເຫຼືອງທີ່ໄຫຼ​ຜ່ານ​ນະຄອນ​ຫວູຈຸ່ງ​​ເທົ່າ​ນັ້ນ.​ແມ່​ນ້ຳ​ເຫຼືອງ​ຕອນ​ຜ່ານນະ​ຄອນຫວູ​ຈຸ່ງ​ໄຫຼ​ຊ້າ​ຫຼາຍ,ມີ​ພູມ​ສັນຖານ​ທີ່​ຮາບ​ພຽງ,ບຶງໜອງ​ນ້ອຍໃຫຍ່​ແລະດິນ​ທາມຫຼວງ​ຫຼາຍ​ປານ​ໝູ່​ດາວ​ກະຈາ​ຍຢູ່​ທົ່ວ​ໄປ,ມີ​ເງື່ອນ​ໄຂ​ທີ່​ສະດວກ​ຫຼາຍ​ຕໍ່​ການ​ສ້າງນະຄອນ​ແຫ່ງ​​ນ້ຳ.ຫຼັງ​ຈາກ​ອົງການ​ປົກຄອງ​ເຂດ​ໜິງ​ເຊ້ຍສະ​ເໜີ​ໂຄງການ​"ສາຍ​ຝັ່ງ​ຄຳ​ແມ່​ນ້ຳ​ເຫຼືອງ"ທີ່​ເລັ່ງລັດ​ບາ​ດກ້າວ​ເຕີບ​ໂຕ​ຂອງ​ເມືອງ​ແຄມ​ແມ່​ນ້ຳ​ເຫຼືອງ​ຂອງ​ເຂດໜິງ​ເຊ້ຍ​ແລ້ວ,​ນະຄອນ​ຫວູຈຸ່ງ​ຖື​ຊັບພະ​ຍາກອນ​ນ້ຳ​ເປັນ​ທ່າ​ແຮງ,​ໄດ້​ດຳ​ເນີນໂຄງການ​ຢ່າງ​ເປັນ​ລະບົບທີ່​ພັດທະ​ນາ​ຕົວ​ເມືອງ​ດ້ວຍນ້ຳ.ທ່ານ​ເຢ້​ເຖ້ຍສຽງ,ຮອງ​ຫົວໜ້າ​ພະ​ແນ​ກ​ວຽກ​ງານ​ນ້ຳ​ນະຄອນ​ຫວູຈຸ່ງ​ເວົ້າວ່າ:
"ສະຖານ​ທີ່​ຂຸດ​​ເອົາດິນ​​ແລະ​ດິນ​ທາມ​ທັງ​ໝົດ​ລ້ວນ​ແຕ່​ຈະ​ຟື້ນ​ຟູ​ຂຶ້ນ.​ມາ​ຮອດ​ປະຈຸ​ບັນ,ນະຄອນ​ຫວູຈຸ່ງ​ໄດ້​ສຳ​ເລັດ​ການ​ຟື້ນ​ຟູ​ດິນ​ທາມ​ແລະ​ບຶງໜອງ1040​ເຮັກຕາ,​ແລະ​ພວມ​ສ້າງ​ເສັ້ນທາງ​ຕິດ​ຕໍ່​ທັງໝົດ​ຢູ່.​ໃນ​ຂອບ​ເຂດ​ແມ່​ນ້ຳ​ຕອນຜ່ານ​ນະຄອນ​ຫວູຈຸ່ງ​ກວ້າງ​10ກິ​ໂລ​ແມັດ​ມີ​ດິນ​ທາມ2666​ເຮັກຕາ​ປາຍ.ນີ້​ແມ່ນ​ທິວ​ທັດ​ທຳ​ມະ​ຊາດທີ່​ຈົບງາມ​ແຫ່ງ​ໜຶ່ງ."

ນະຄອນຫວູຈຸ່ງ​ຖືບຶງ​ໜອງ​​ແລະ​ດິນ​ທາມ​ຢູ່​ສອງ​ຝັ່ງ​ແມ່​ນ້ຳ​ເຫືຼອງ​ເປັນ​ພື້ນຖານ,​ເລີ່​ມຂຸດ​ຄອງນ້ຳ​ທີ່​ລະບາຍ​ນ້ຳຖ້ວມ​ຍາວ28ກິ​ໂລ​ແມັດ.ຟື້ນ​ຟູ​ຊັບພະ​ຍາກອນ​ດິນ​ທາມ​ຢ່າງ​ຫຼວງ​ຫຼາຍ.ຍ້ອນ​ມີ​ໂຄງການ​ສ້າງຄັນ​ຄູ​ລຽບ​ຝັ່ງ​ໄດ້​ມາດຕະ​ຖານຂອງ​ແມ່​ນ້ຳ​ເຫືຼອງ,​ນະຄອນ​ຫວູຈຸ່ງ​ໄດ້​ສ້າງ​ແລວຊົມ​ທິວ​ທັດ​ຢູ່​ຕາມ​ສອງ​ຝັ່ງ​ຂອງ​ນ້ຳ​ສາຍ​ຕ່າງໆ​ແລະ​ຄັນ​ຄູ​ລຽບ​ຝັ່ງ​ນ້ຳ,​ເຮັດ​ໃຫ້​ທິວ​ທັດ​ບຶງ​ໜອງ​ແມ່​ນ້ຳ​ງາມ​ກວ່າ​ເກົ່າ.ທ່ານ​ໝ້າ​ຊ້ຽວ​ເຟິ່ງ​ເວົ້າວ່າ:
"ສ້າງ​ສາຍ​ຝັ່ງ​ຄຳ​ແມ່​ນ້ຳ​ເຫືຼອງ,ສ້າງ​ນະຄອນ​ຫວູຈຸ່ງ​ທີ່​ມີ​ທິວ​ທັດ​ນ້ຳ​ທີ່​ສວຍ​ງາມ,​ໄດ້​ເຮັດ​ໃຫ້​ນະຄອນ​ຫວູຈຸ່ງ​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ.ກ່ອນ​ອື່ນ​ແມ່ນ​ສະພາບ​ໃບ​ໜ້າ​ຂອງ​ນະຄອນ​ຫວູຈຸ່ງມີ​ການ​ປ່ຽນ​ແປງ​ແບບໜ້າ​ມື​ເປັນ​ຫຼັງ​ມື,ນີ້​ແມ່ນ​ເລື່ອງ​ທີ່​ເຮັດ​ໃຫ້​ຄົນຄຶດ​ເຖິງ​ຍາກ. ​ໃນ​ລະດູ​ຮ້ອນ,ລະດູ​ບານ​ໃໝ່​ແລະ​ລະດູ​ໃບ​ໄມ້​ຫຼົ່ນ,​ນະຄອນ​ຫວູຈຸ່ງ​ກໍ່​ມີ​ສະພາບ​ຄື​ກັນ​ກັບ​ພາກ​ໃຕ້​ຂອງ​ຈີນ,ນີ້​ແມ່ນ​ຄວາມ​ຮູ້ສຶກທີ່​ແທ້​ຈິງ​ຂອງ​ຂ້າພະ​ເຈົ້າ."

ຊັບພະ​ຍາກອນ​ນ້ຳ​ທີ່​ອຸດົມ​ສົມບູນ​ເຮັດ​ໃຫ້ນະຄອນ​ຫວູຈຸ່ງ​ມີ​ການ​ປ່ຽນ​ແປງ​ໃໝ່​ຄູ່​ມື້​ຄູ່​ເດືອນ,ກໍ່​ເຮັ​ດ​ໃຫ້​ທິວ​ທັດອັນ​ສວຍ​ງາມ​ຄືພາກ​ໃຕ້​ຂອງ​ຈີນ​ປະກົດ​ຕົວ​ອອກ​ມາ.ການ​ປ່ຽນ​ແປງ​ຂອງ​ທິວ​ທັດ​ເຫຼົ່າ​ນີ້​ໄດ້​ຊຸກຍູ້​ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ທ່ອງທ່ຽວ​ໂດຍ​ກົງ.ການ​ພັດທະ​ນາ​ຂອງ​ຂະ​ແໜງ​ການທ່ອງ​ທ່ຽວ​ເຮັດ​ໃຫ້ສາຍ​ຝັ່ງ​ຄຳ​ແມ່​ນ້ຳ​ເຫຼືອງ​ນັບ​ມື້​ນັບ​ຈະ​ເລີນຂຶ້ນ,ພຽງ​ແຕ່​ລາຍ​ຮັບ​ການ​ທ່ອງທ່ຽວ​ຂອງ​ນະຄອນ​ຫວູຈຸ່ງໃນ​6​ເດືອນ​ຕົ້ນປີ​2009ກໍ່​ໄດ້​ຫຼາຍ​ກວ່າ3ຮ້ອຍ​ລ້ານ​ຢວນ​ແລ້ວ.
ເມືອງ​ໃນ​ນ້ຳ,ນ້ຳ​ໃນ​ເມືອງ.ນຳ​ໃຊ້​ດິນ​ທາມ​ແລະ​ບຶງໜອງ​ຕາມ​ຝັ່ງ​ແມ່​ນ້ຳ​ເຫຼືອງ,ສ້າງ​​ເຮືອນ​ພັກ,ບ້ານ​​ແມ່​ນ້ຳ​​ເຫຼືອງ,ສວນ​ປະ​ເພນີ​​ແມ່​ນ້ຳ​ເຫຼືອງ ​ພື້ນຖານ​ໂຄງ​ລ່າງ​ການ​ທ່ອງທ່ຽວ​ຮ້ານຄ້າ​ທີ່ມີ​ສີສັນ​ພິ​ເສດຕ່າງ​ໆ,ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ກາຍ​ເປັນ​ຈຸດ​ເຕີບ​ໂຕ​ຂອງ​ເສດຖະ​ກິດ​ສີຂຽວ​ຂອງ​ນະຄອນ​ຫວູຈຸ່ງ.ການ​ສຳ​ຫຼວດ​ແລະ​ໃຊ້​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ,​ໄດ້​ພັດທະນາ​ຂະ​ແໜງ​ກາ​ນທ່ອງ​ທ່ຽວ​ຂອງ​ນະຄອນ​ຫວູຈຸ່ງ,​ເພີ່ມ​ໂອກາດ​ການ​​ເຮັດ​ທຸລະ​ກິດທີ່ດີ​ໃນ​ອະນາຄົດ.ຊາວ​ເມືອງ​ນັບ​ມື້​ນັບ​ຫຼາຍ​ເລີ່​ມສົນໃຈ​ນຳ​ການທ່ອງ​ທ່ຽວ​ພັກ​ຜ່ອນ.ນາງ​ຈ້າວຊາວ​ເມືອງ​ຫວູຈຸ່ງ​ເວົ້າວ່າ:

"ດຽວ​ນີ້​ນະຄອນ​ຫວູຈຸ່ງ​ນັບ​ມື້​ນັບ​ງາມ​ກວ່າ​ເກົ່າ​ແລ້ວ.ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວ​ຢູ່​ແຫ່ງ​ນີ້​ກໍ່​ຫຼາຍ​ຂຶ້ນ​​ແລ້ວ.​ແຕ່​ກ່ອນ​ພວກ​ເຮົາ​ກໍ່​ຫຼິ້ນ​ຢູ່​ໃນ​ເມືອງ,ດຽວ​ນີ້​ມີ​ສະພາບ​ແວດ​ລ້ອມ​ທີ່​ດີ​​ແນວ​ນີ້,ພວກ​ເຮົາ​ກໍ່​ຈະ​ບໍ່​ມັກຫຼິ້ນຢູ່​ໃນ​ເມືອງປານ​ໃດ​ແລ້ວ,ມັກ​ມາ​ຫຼິ້ນ​ຢູ່​ນີ້​ເລື້ອຍໆ."
​ໃນຖານະ​ທີ່​ເປັນນະ​ຄອນເຜົ່າ​ຫຸຍ​ທີ່​ມີ​ປະຫວັດ​ສາດ​ອັນ​ຍາວ​ນານ,​ນະຄອນ​ຫວູຈຸ່ງ​ບໍ່​ພຽງ​ແຕ່​ໄດ້ສ້າງ​ທິວ​ທັດ​ຢູ່ຕາມ​ແຄມ​ແມ່ນ້ຳ​ແລະ​ບຶງ​ໜອງເທົ່າ​ນັ້ນ.ການ​ສ້າງ​ພື້ນຖານ​ໂຄງ​ຮ່າງ​ສຳຄັນ​ແມ່ນ​ສ້າງ​​ໂຄງ​ລ່າງ​ຂອງ​ຕົວ​ເມືອງໃນ​ອະນາຄົດ​.ໃຊ້​ນ້ຳມາ​ຊຸກຍູ້​ການ​ສ້າງ​ກຸ່ມ​ອາຄານ​ແລະ​ທິວ​ທັດ​ວັດທະ​ນະທຳ​ຂອງ​ເມືອງທີ່​ມີ​ສີສັນ​ພິ​ເສດຂອງ​ເຜົ່າ​ຫຸຍ.ນະຄອນ​ຫວູຈຸ່ງ​ໄດ້​ດຳ​ເນີນໂຄງການ​ສ້າງ​ເມືອງ14​ໂຄງການຢູ່​ຕາມຝັ່ງ​ແມ່​ນ້ຳ​ເຫືຼອງ,ຄື,ສ້າງ​ຫໍ​ພິພິທະ​ພັນ​ຮີດ​ຄອງປະ​ເພນີ​ຊົນ​ເຜົ່າ,ຫໍ​ສິລະ​ປະວັດ​ທະນະ​ທຳ​ແລະ​ສູນ​ສິລະປະວັດ​ທະນະ​ທຳອິດ​ສະ​ລາມ,ອາ​ຄານ​​ແລະ​ໂຄງ​ລ່າງ​ຂອງຕົວ​ເມືອງ​ທີ່​ມີ​ສັນຍາ​ລັກ​ຈຳນວນ​ໜຶ່ງ​ແລະ​ອື່ນໆ.

ໂດຍຕາມ​ຜັງ​ເມືອງ​ລວມ​ຂອງເຂດ​ໜິງ​ເຊ້ຍກ່ຽວ​ກັບ​ການ​ສ້າງ​ກຸ່ມ​ຕົວ​ເມືອງ​ຕາມ​ແມ່​ນ້ຳ​ເຫຼືອງ,​ແລະ​ທ່າ​ແຮງ​ພູມ​ສັນຖານ​ທີ່ອວາຍ​ໜ້າ​ສູ່​ແມ່​ນ້ຳ​ເຫຼືອງ​,ນະຄອນ​ຫວູຈຸ່ງ​ໄດ້​ດຳ​ເນີນ​ໂຄງການ​ຍ້າຍ​ເທດສະບານ​ເມືອງ​ສູ່ພາກຕາ​ເວັນ​ຕົກ,ມີ​ເນື້ອ​ທີ່​ກວ້າງ​20ກິ​ໂລ​ຕາແມັດ,ພື້ນຖານ​ໂຄງ​ລ່າງ​ຂອງ​ເມືອງ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຮັບ​ການ​ປັບປຸງ​ໃຫ້ສົມບູນ​ຂຶ້ນ,​ເນື້ອ​ທີ່​ທັງ​ໝົດ​ຂອງ​ນະຄອນ​ຫວູຈຸ່ງແລະ​ອັດຕາ​ຫັນ​ເປັນ​ຕົວ​​ເມືອງ​ລ້ວນ​ແຕ່​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງ​ຫຼວງ​ຫຼາຍ.

ເມືອງ​ຢຽນສື​ຂຶ້ນ​ກັບ​ນະຄອນ​ຫວູຈຸ່ງ,ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​​ເຂດໜິງ​ເຊ້ຍ,ຢູ່​ໃນ​ເມືອງ​ຢຽນສືບໍ່​ມີ​ທິວ​ທັດ​ແມ່​ນ້ຳ​.​ເພື່ອ​ປ່ຽນ​ສະພາບການ​ແບບ​ນີ້,​ໂຄງການ​ໃຊ້​ພະລັງງານ​ແມ່​ນ້ຳທີ່ມີການ​ເກັບ​ນ້ຳ,ລະບາຍ​ນ້ຳ​ແລະ​ທິວ​ທັດທຳ​ມະ​ຊາດ​ໄດ້​ສ້າງ​ສຳ​​ເລັດໃນ​ປີ​ກາຍ​ນີ້.ຜ່ານ​ການ​ຂຸດ​ອ່າງ​ເກັບ​ນ້ຳ,​ລະບາຍ​ນ້ຳ​ຖ້ວມ,​ໂຄງການ​ທີ່​ມີ​ຊື່ວ່າ"ໂຄງການ​ໃຊ້ຊັບ​ພະຍາ​ກອນ​ນ້ຳ​ຮ່ວາ​ໝ້າ​ສື"ນີ້,ມີ​ເນື້ອ​ທີ່​ໜ້າ​ນ້ຳ​ກວ້າງ160ກວ່າ​ເຮັກຕາ,​ແລະ​ປູກ​ຕົ້ນ​ໄມ້​ປູກ​ທົ່ງ240ກວ່າ​ເຮັກຕາ.ທ່ານ​ລິວ​ເພິ​ງຢຸນ,​ເລຂາ​ພັກ​ເມືອງ​ຢຽນສື​ເວົ້າວ່າ:

"ຫຼັງ​ຈາກ​ສ້າງ​ໂຄງການ​ຮ່ວາ​ໝ້າ​ສື​ສຳ​ເລັດ​​ແລ້ວ,​ເນື້ອ​ທີ່ຂອງ​ເທດສະ​ບານເມືອງ​ຢຽນສື​ໄດ້​ຈາກ12,3ກິ​ໂລ​ຕາ​ແມັດ,​ເພີ່ມ​ຂຶ້ນ​ເປັນ37ກິ​ໂລ​ຕາ​ແມັດ,​ເຮັດ​ໃຫ້​ເປັນ​ເມືອງ​ໃນ​ປ່າ,ປ່າ​ໃນ​ເມືອງ;​ເມືອງ​ໃນ​ນ້ຳ,ນ້ຳ​ໃນ​ເມືອງ.ສະພາບ​ແບບນີ້​ຈະມີ​ບົດບາດ​ສຳຄັນ​ຕໍ່​ການ​ຊຸກຍູ້​ການ​ພັດ​ທະນາ​ຂອງ​ເສດຖະ​ກິດ​ສັງຄົມ​ຂອງ​ເມືອງ​ຢຽນສື​,ມີ​ຄວາມ​ໝາຍ​ທີ່​ເປັນ​ປະ​ຫວັດສາດ.​​​"

ຕົວ​ເມືອງເຂດ​ໜິງ​ເຊ້ຍ​ສວຍງາມ​ແລະມີ​ຊີວິດ​ຊີວາ​ຍ້ອນ​ມີ​ນ້ຳ. ປະ​ຊາຊົນ​ເຂດ​ໜິງ​ເຊ້ຍມີ​ຄວາມ​ຮັກ​ແພງ​ແລະ​ທະນຸ​ຖະໜົມພິ​ເສດ​ຕໍ່​ແມ່​ນ້ຳ​ເຫຼືອງ.​ເຊື່ອ​ວ່າ​ຢູ່​ເຂດ​ໜິງ​ເຊ້ຍ​ເຜົ່າ​ຫຸຍ​ຈີນ​ແຫ່ງ​ນີ້,ຈະ​ມີ​ຕົວ​ເມືອງ​ນັບ​ມື້​ນັບ​ຫຼາຍ​ສວຍງາມ​ແລະ​ຈະ​ເລີ​ນກວ່າ​ເກົ່າ​ຍ້ອນ​ມີ​ນ້ຳ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ