ແຂວງ​ສານ​ຊີ່​ອົບຮົມ​ຊາວ​ກະສິກອນ​ແບບ​ໃໝ່

(GMT+08:00) 2010-03-15 17:07:45     cri
ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ຄໍ​ລຳ​ແຈ້ງ​ຂ່າວ​ເສດ​ຖະກິດ​ຈີນ. ​ໃນ​ຄໍ​ລຳ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົ​ວ​ເລື່ອງ​ວ່າ, ​ແຂວງ​ສານ​ຊີ່​ຈີນ​ເພີ່ມ​ການ​ອົບຮົມ​ຊາວ​ກະສິ​ກອນ​ແບບ​ໃໝ່.

ບຸນ​ກຸດ​ຈີນ​ຫາ​ກໍ່​ຜ່ານ​ໄປ, ທ່ານ​ລິວ​ກົວ​ຊີ່​ງຂອງ​ແຂວງ​ສ່ານ​ຕົ່ງ, ພາກ​ຕ​າ​ເວັນ​ອອກ​ຂອງ​ຈີນ​ກໍ່​ຂ້ຽວ​ເດີນ​ທາງ​ຈາກ​ເມືອງ​ໂຊ້​ວກວ່າ​ງ​ແຂວງ​ສ່ານຕົ່ງ​ໄປ​ເມືອງ​ອ່ານ​ໄຊ້​ແຂວງ​ສານຊີ​ທີ່​ໄກ​1000​ກວ່າ​ກິ​ໂລ​ແມັດ, ​ໃນ​ຖານະ​ເປັນ​ນັກວິ​ຊາ​ການ​ທີ່​ເມືອງ​ໂຊ້​ວກວ່າ​ງສົ່ງ​ໄປ​ຊ່ອຍ​ເຫຼືອ​ເຕັກນິກ​ປູກ​ຜັກ​​ໃນ​ຫ້ອງ​ຮັກສາ​ອຸນຫະພູມ​ຢູ່​ເມືອງ​ອ່ານ​ໄຊ້​​ແຂວງ​ສານ​ຊີ່, ທ່ານ​ລິວ​ກົວ​ຊີ່ງຕ້ອງ​ໃຊ້​ໄລຍະ​ຫຼັງ​ບຸນ​ກຸດ​ຈີນ​​ເພື່ອ​ຊ່ອຍ​ຊາວ​ກະສິກອນຂອງ​ເມືອງ​ອ່ານ​ໄຊ້​ບົດ​ລະ​ບັດ​ຮັກ​ສາ​ຜັກ​ໃນ​ຫ້ອງ​ຮັກສາ​ອຸນຫະພູມ. ທ່ານ​ລິວ​ກົວ​ຊີ່​ງ​ເວົ້າ​ວ່າ, 
 
ໂດຍ​ທົ່ວ​ໄປ​ແລ້ວ, ​ໄລຍະ​ນີ້​ມີ​ຄວາມ​ສຳຄັນ​ຫຼາຍ, ​ໄດ້​ອົບ​ຮົມ3​ເທື່ອ​ແລ້ວ. ຕອນ​ເຊົ້າ​ແມ່ນ​ການ​ອົບຮົມ​ດ້ານ​ທິດ​ສະ​ດີ, ຕ​ອນ​ແລງ​ແມ່ນ​ໄປ​ອະທິບາຍ​ຢູ່​ກັບ​ບ່ອນ.
 
ຢູ່​ເມືອງອ່ານ​ໄຊ້, ຈາກ​ການກ້າ​ເບ້ຍ, ຕິດ​ຕາມ​ວັດ​ແທກ​ທີ່​ດິນ, ​ໃສ່​ຝຸ່ນ, ຮອດ​ເຕັກ​ນິດ​ປູກ​ໝາກ​ແຕງ, ໝາກ​ເຜັດ, ໝາກ​ເຂືອ, ​ໝາກ​​ເຫຼັ່ນ​ແລະ​ອື່ນໆ​ໃນ​ຫ້ອງ​ຮັກສາ​ອຸນຫະພູມ, ທ່ານ​ລິວ​ກົວ​ຊີ່​ງກໍ່​ໄດ້​ອົບຮົມ​ຊາວ​ກະສິກ​ອນຢູ່​ແຫ່ງ​ນັ້ນ​ທຸກດ້ານ. ​ຕາມ​ທຳ​ມະ​ດາ​ແລ້ວ, ຮອດ​ເດືອນ​ມິຖຸນາ​ປີ​ນີ້, ວຽກ​ງາ​ນຂອງ​ທ່ານກໍ່​ຈະ​ສິ້ນ​ສຸດ​​ແລ້ວ, ​ແຕ່​ຫ້ອງການ​ວຽກ​ງານ​ປູກ​ຜັກ​ຂອງ​ເມືອງ​ອ່ານ​ໄຊ້​ໄດ້​ປຶກ​ສາ​ກັບ​ເມືອງ​ໂຊ້​ວກວ່າ​ງ, ​ໃຫ້​ທ່ານ​ລິວ​ກົວ​ຊີ່​ງ​ເຮັດ​ວຽກ​ນີ້​ຕໍ່​ໄປ​ອີກ​ປີ​ໜຶ່ງ.
 
ທ້າວ​ຄ່າງ​ຈ້າ​ນ​ເພີງ, ​ຊາວບ້ານ​ຊາ​ຟາງຕາ​ແສງ​ອຽນ​ເຮີ​ວ່າ​ນ​ເມືອງ​ອ່ານ​​ໄຊ້​ແຂວງ​ສານ​ຊີ່​ບອກ​ນັກ​ຂ່າວ​ວ່າ, ປີ​ນີ້, ໜ່ວຍ​ງານ​ກະສິກຳ​ທ້ອງ​ຖິ່ນ​ໄດ້​ອົບຮົມ​ເຂົາ​ເຈົ້າ​ສາມ​ເທື່ອ​ແລ້ວ, ​ແຕ່​ລະ​ເທື່ອ​ອົບຮົມ​ສາມ​ສີ່​ມື້. ຕອນ​ເຊົ້າ​​ຮຽນ​ທິດ​ສະ​ດີ, ຕອນ​ບ່າຍ​ໄປ​ຟັງ​ການ​ອະທິບາຍ​ຂອງ​ນັກ​ວິຊາ​ການ​ຢູ່​ຫ້ອງ​ຮັກສາ​ອຸນຫະພູມ, ຊາວ​ກະສິກອນ​ກໍ່​ສາມາດ​ແລກ​ປ່ຽນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ. ທ້າວ​ຄ່າງ​ຈ້າ​ນ​ເພີງ​ເວົ້າ​ວ່າ, ການ​ອົບຮົມ​ເຫຼົ່າ​ນີ້​​ສຳຄັນຫຼາຍ​ສຳລັບ​ລາວ, ບໍ່ພຽງ​ແຕ່​ໄດ້​ຮູ້​ເຕັກ​ນິກ​ທີ່​ດີກ​ວ່າ​ເກົ່າ, ມີ​ຄວາມ​ຮູ້​ຫຼາຍ​ກວ່າ​ເກົ່າ, ລາຍ​ໄດ້​ກໍ່​ສູງ​ຂຶ້ນຄື​ກັນ. ລາວ​ເວົ້າ​ວ່າ,
 
ໃນ​ເມື່ອ​ກ່ອນ, ພວກ​ເຮົາ​ປູກ​ແນວ​ພັນ​ເກົ່າ, ກໍ່​ບໍ່​ໄດ້​ແລກປ່ຽນ​ບົດຮຽນກັນ​ຈັກ​ເທື່ອ, ຜົນ​ຜະລິດ​ກໍ່​ໜ້ອຍ​ກວ່າ​ປະຈຸ​ບັນ, ​ເສຍ​ເວລາ​ລ້າຫຼາຍ, ​ແຕ່​ບໍ່​ໄດ້ກຳ​​ໄລ. ກ່ອນ​ການ​ອົບຮົມ, ປີ​ໜຶ່ງມີ​ລາຍ​ໄດ້​ພຽງ​ແຕ່​ປະມານ​9000​ຢວນ​ເທົ່າ​ນັ້ນ, ​ແຕ່​​ເມື່ອໄດ້​ອົບຮົມ​ແລ້ວ, ​ລະດູ​ດຽວ​ກໍ່​ໄດ້​ກຳ​ໄລ1ໝື່ນ​ກວ່າ​ຢວນ​ແລ້ວ, ຫຼັງ​ຈາກ​ຮຽນຮູ້​ເຕັກນິກ​ແລ້ວ, ຊາວ​ກະສິກອນ​ພວກ​ເຮົາ​ກໍ່ມີ​ລາຍ​ຮັບ​​ເພີ່ມ​ຂຶ້ນຫຼາຍ.
 
ປະຈຸ​ບັນ, ຢູ່​​ແຂວງ​ສານ​ຊີ່​ໄດ້​ດຳ​ເນີນ​ການ​ອົບຮົມ​ເຕັກນິກ​ກະສິກຳ​ແບບ​ທົ່ວ​ໄປ​ຢ່າງ​ກວ້າງ​ຂວາງ, ລະ​ບົບ​ການ​ອົບຮົມ​ຊາວ​ກະສິ​ກອນ​ຂັ້ນ​ເມືອງ, ນະຄອນ​​ແລະ​ແຂ​ວງກໍ່​ໄດ້​ສ້າງ​ຕັ້ງ​ຂຶ້ນ. ​ໃນ​ທົ່ວ​ແຂວງ​ມີ11ນະຄ​​ອນ 80ກວ່າ​ເມືອງ​ໄດ້​ສ້າງ​ສູນ​ສຶກສາ​ອົບຮົມ​ເຕັກນິກ​ໃຫ້​ຊາວ​ກະສິ​ກອນ, ສູນ​ອົບຮົມ​​ແຫ່ງ​ຕ່າງໆ​ໄດ້​ສ້າງ​ສູນ ​ອົບຮົມ​ຊາວ​ກະສິ​ກອນ600​ກວ່າ​ແຫ່ງ​ຢ່ຂັ້ນູ​ບ້ານ​ແລະ​ຕາ​ແສງ. ​ເຂົາ​ເຈົ້າ​ໄດ້​ໃຊ້​ຮູບ​ການ​ອົບຮົມ​ເຕັກນິກ​ກະສິ​ກຳ​ທີ່"ຈັດ​ຊຸດ​ອົບຮົມ​ແບບ​ໂຮມ​ສູນ, ​ແນະ​ນຳ​ກັບ​ບ່ອນ, ​ໃຫ້​ຄຳ​ປຶກສາ​ດ້ານ​ເຕັກນິກ, ​ແລະ​ບໍລິການ​ທາງ​ໄກ", ​ໄດ້​ຈັດ​ຊຸດ​ອົບຮົມ​ຢູ່​ເດີ່ນ​ບ້ານຂອງ​ຊາວ​ກະສິກ​ອນ, ຄູ​ສອນ​ອະທິ​ບາຍ​ໃຫ້ຊາວ​ກະສິ​ກອນ​ຢູ່​ຕາມ​ໄຮ່ນາ​ຫຼື​ຄອກ​ສັດ, ​ໂດຍ​ຜ່ານ​ໂທລະສັບ​ສາຍ​ດ່ວນ​ຂອງ​ຫ້ອງ​ອົບຮົມ​ຊາວ​ກະສິກ​ອນທີ່​ສ້າງ​ຂຶ້ນ​​ໂດຍ​ສູນ​ອົບຮົມ​ຊາວ​ກະສິ​ກອນ​​ແຂວງ​ສານ​ຊີ່ແລະ​ໂທລະພາບ​ດາວ​ທຽມ​ກະສິກຳ​ປ່າ​ໄມ້​ແຂວງ​ສານ​ຊີ່, ​ໃຫ້​ຄຳ​ປຶກສາ​ດ້ານ​ເຕັກນິກ​​ແກ່ຊາວ​ກະສິກອນ​ຂອງ​ແຫ່ງ​ຕ່າງໆ​​ທຸກ​ມື້, ພ້ອມ​ທັງ​ຜ່ານ​ໂທລະ​ພາບ, ວິ​ທະຍຸ, ​ແລະ​ອິນ​ເຕີ​ເນັດ, ​ໃຫ້ການ​ບໍລິ​ການ​ທາງ​ໄກແກ່​ຊາວກະ​ສິກອນ. ທ່ານ​ລິວ​ຢ້າຈຸ່ນ, ​ພະນັກ​ງານ​ທີ່​ຮັບຜິດ​ຊອບ​ການ​ອົບຮົມ​ຊາວ​ກະສິກອນ​ຂອງ​ພະ​ແນ​ກກະສິກຳ​ແຂວງ​ສານ​ຊີ່​ກ່າວ​ວ່າ,
 
ແຕ່ລະ​ປີ, ​ໄດ້​ອົບຮົມຊາວ​ກະສິກອນ​ປະ​ມານ1ລ້ານ​ເທື່ອຄົນ, ​ໃຫ້​ແກ່​ການ​ພັດທະ​ນາກະ​ສິກຳ​ທັນ​ສະ​ໄໝ. ​ໃນ​ທົ່ວ​ແຂວງ​ມີ​ໂຄງການ​ອົບຮົມ​ວິຊາ​ການ​ໃໝ່​ໃຫ້​ແກ່ຊາວ​ກະສິກ​ອນຢູ່53​​ເມືອງ, ບ້ານ​ຕົວຢ່າງ​2100​ບ້ານ, ອົບຮົມ​ຊາວ​ກະສິກອນ​8ໝື່ນ​4ພັນ​ຄົນ​ທີ່​ຖື​ກະສິກຳ​ເປັນ​ອາຊີບ​ແລະ​ລາຍ​ໄດ້​ຫຼັກ. ​ເຊິ່ງ​ໄດ້​ກະ​ຕຸ້ນ​ໃຫ້​ຊາວ​ກະສິ​ກອນ1​ແສນ​8ໝື່ນ​ຄົນ​ຢູ່​​ໃກ້​ຄຽງ​ເຂົ້າ​ຮ່ວມ​ການ​ອົບຮົມ​ເຕັກ​ນິກ​ໂດຍ​ກົງ​ຫຼື​ທາງ​ອ້ອມ.
 
ໂຮງ​ຮຽນ​ວິຊາ​ການ​ເຮີ່ງທົ່ງ​ຊີ່​ອ່ານ​ແມ່ນ​ສູນ​ອົບຮົມ​ຂອງ​ໂຄງການ​"ແສງ​ແດດ"ຂອງ​ແຂວງ​ສານ​ຊີ່, ກໍ່​ແມ່ນ​ສູນ​ອົບ​ຮົມ​ຊາວ​ກະສິກອນ​ທີ່​ເຂົ້າ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ຂອງ​ເຂດ​ເວີ້​ຍຢ່າງ​​ນະ​ຄອນ​ຊີ່​ອ່ານ. ທ່ານ​ຈ້າວ​ຈີ​ຈຸ່ນ, ຜູ້​ອຳນວຍ​ການການ​ໂຮງຮຽນ​ດັ່ງກ່າວ​ບອກ​ນັກ​ຂ່າວ​ວ່າ,
 
ພວກ​ເຮົາ​ໄດ້​ເລຶອກ​ເອົາບ່ອນ​ທີ່​ມີ​ຕາ​ແສງ​ຫຼື​ມີ​ບ້ານ​ບ້ານ​ຢູ່​ໃກ້​ກັນ, ດຳ​ເນີນ​ການ​ໂຄສະນາ​ໂຄງ​ການ​ອົບຮົມ​ຢ່າງ​ຫຼວງ​ຫຼາຍ, ​ແຈ້ງ​ໃຫ້​ຊາບວ່າ, ພວກ​ເຮົາ​ຈະ​ຈັດ​ຊຸດ​ອົບຮົມ​ໃນ​ດ້ານ​ໃດ​ດ້ານ​ໜຶ່ງ​ຢູ່​ນີ້, ຖ້າ​ມາ​ເຂົ້າ​ຮ່ວມ, ກໍ່​ບໍ່​ຕ້ອງ​ເສຍ​​ເງິນ, ຫຼັງ​ຈາກ​ການ​ອົບຮົມ, ຖ້າ​ມີ​ຜູ້​ໃດ​ຢາກ​ປະ​ກອບ​ອາຊີບ, ພວກ​ເຮົາ​ຍັງ​ຈະ​​ແນະນຳ​ໃຫ້, ນີ້​ກໍ່​ບໍ່​ເກັບ​​ເງິນ​ຄື​ກັນ, ນີ້​ກໍ່​ແມ່ນການ​ສົ່ງ​ຄວາມ​ຮູ້​ແລະ​ຂ່າວສານ​ໄປ​ສູ່​ຂັ້ນ​ຮາກ​ຖານ.
 
ໂຄງການ​ແສງ​​ແດດ​ແມ່ນ​ໂຄງການ​ອົບຮົມ​ແຮງ​ງານ​ຊົນນະ​ບົດຂອງ​ແຂວງ​ສານ​ຊີ່ທີ່​ເລີ່ມ​ຈັດ​ຕັ້ງ​ປະຕິ​ບັດ​ແຕ່​ປີ2004. ​ມາ​ຮອດ​ປະຈຸ​ບັນ, ຜູ້​ໄດ້​ຮັບ​ການອົບຮົມ​ສ່ວນ​ຫຼາຍ​ໄດ້​ປະກອບ​ອາຊີບ​ໃນ​ດ້ານ​ຕ່າງໆ.​ຜ່ານ​ຈາກ​ການ​ອົບຮົມ, ຊາວ​ກະສິ​ກອນ​ມີ​ຄວາມ​ຊຳນານ​ໃນ​ອາຊີບ​ດີ​ຂຶ້ນ, ​ມີ​ລາຍ​ໄດ້​ຫຼື​ເງິນ​ເດືອນຫຼາຍ​ຂຶ້ນ.
 
ໃນ​ຕົ້ນ​ປີ​ນີ້, ລັດຖະບານ​ຈີນ​ໄດ້​ປະກາດ​ເອກະສານ​ເລກ1ຂອງ​ປີ2010, ​ເອົາ​ໃຈ​ໃສ່ນຳ​ບັນ​ຫາ​"ກະສິ​ກຳ, ຊົນ​ນະ​ບົດ​ແລະ​ກະສິ​ກອນ"7ປີ​ລຽນຕິດ. ​ໃນ​ເອກະສານ​ໄດ້ກຳ​ນົດ​ວ່າ, ຕ້ອງ​ຍົກ​ສູງ​ຄວາມ​ສາ​ມາດ​ປະດິດ​ສ້າງ​ວິທະ​ຍາສາດ​ເຕັກນິກ​​ດ້ານ​ກະສິກຳ​ແລະ​ເຜີຍ​ແຜ່​ໃຫ້​ທົ່ວ​ເຖິງ​ກັນ, ​ເພີ່ມ​ທະ​ວີ​ການ​ສະ​ໜັບສະ​ໜູນ​ດ້ານ​ວິທະຍາສາດ​ເຕັກນິກ​ຕໍ່​ການ​ຜະລິດ​ຊອງ​ຊົນນະ​ບົດ. ພ້ອມ​ທັງ​ສະ​ເໜີ​ອອກ​ມາ​ວ່າ, ​ເພີ່ມ​ທະວີ​ການ​ຊີ້​ນຳ​ແລະ​ການ​ບໍ​ລິ​ການ​ຕໍ່​ຊາວ​ກະສິກອນ​ທີ່​ໄປ​ເຮັດ​ວຽກ​​ໃນ​ເມືອງ, ຍົກ​ສູງ​ຄວາມ​ສາມາດ​ປະກອບ​ອາຊີບ​ຂອງ​​ເຂົາ​ເຈົ້າ, ຊຸກ​ຍູ້​ແຮງ​ງານ​ຊົນນະ​ບົດ​ຍົກຍ້າຍ​ຢ່າງ​ໝັ້ນ​ທ່ຽງ​ແລະມີ​ລະບຽບ​ຮຽບຮ້ອຍ. ປະຈຸ​ບັນ, ຊາວ​ກະສິ​ກອນ​ໜຸ່ມ​ທີ່​ໄປ​ເຮັດ​ວຽກ​​ໃນ​ເມືອງ​ຫຼັງ​ຈາກ​ໄດ້​ຜ່ານ​ການ​ອົບຮົມ​ແລ້ວ, ຈາກ​ການ​​ເຄື່ອນຍ້າຍ​​ແບບ​ບໍ່​ເປັນ​ລະບຽບ​ໃນ​ເມື່ອ​ກ່ອນ​ຫັນ​ມາ​ເປັນ​ການ​ເຄື່ອນ​ທີ່​ຢ່າງລະບຽບ​, ຈາກການ​ບໍ່​ມີ​ສີມື​ດີ​ປານ​ໃດ​ກາຍມາ​ເປັນ​ຜູ້​ມີ​ສີມື​ເກັ່ງ​ໃນ​ດ້ານ​ໃດ​ດ້ານ​ໜຶ່ງ, ຈາກ​ຜູ້​ທີ່​ສ້າງ​ຄວາມ​ບໍ່​ສະຫງົບ​ໃນ​ຕົວ​ເມືອງ​ຫັນ​ມາ​ເປັນ​ຜູ້​ເຂົ້າ​ຮ່ວມການ​ກໍ່ສ້າງ​ແລະ​ພັດທະນາ​ຕົ​ວ​ເມືອງ​ໃນ​ປະຈຸ​ບັນ. ສິ່ງ​ທີ່​ສຳຄັນ​ກວ່າ​ນີ້​ແມ່ນ, ຫຼາຍໆ​ຄົນທີ່​ເຮັດ​ວຽກ​​ໃນ​ເມືອງມາ​ຫຼາຍ​ປີ​ແລ້ວ, ​ເລີ່​ມກັບ​ຄືນ​ສູ່​ບ້ານ​ເກີດ​ແລະ​ດຳ​ເນີນທຸລະ​ກິດ, ນຳ​ເອົາ​ເຕັກນິກ, ການ​ຄຸ້ມ​ຄອງທີ່​ກ້າວໜ້າ, ​ແລະ​​ທຶນຮອນ​ຈາກ​ຕົວ​ເມືອງ​ໄປ​ສູ່​ຊົນ​ນະບົດ, ​ເຊິ່ງ​ໄດ້​ຊຸກ​ຍູ້​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ເສດ​ຖະກິດ​ແລະ​ສັງຄົມ​ຂອງ​ຕົວ​ເມືອງ​ແລະ​ຊົນນະ​ບົດ​ຢ່າງ​ແຂງ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ