ການ​ໂຄສະນາຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຢູ່​ຈີນ

(GMT+08:00) 2010-04-22 16:31:02     cri

ທ່ານ​ຜູ້​ຟັງ,ກ່ອນ​ໜ້າ​ນີ້​ບໍ່​ດົນ,ລົດ​ທ່ຽວ​ໂຄສະນາ​ງານ​ວາງສະ​ແດງ​ໂລກຊຽງ​ໄຮໄດ້​ເດີນທາງ​5500ກິ​ໂລ​ແມັດ​ແລະ​ໃຊ້ເວ​ລາ18ວັນ,ຈາກ​ຊຽງ​ໄຮ,​ໄປ5ແຂວງ​ແລະ​3ກຳ​ແພງ​ນະຄອນ​ແລ້ວ​ມາ​ຮອດ​ປັກ​ກິ່ງ.ຂະ​ບວນລົດ​ທ່ຽວ​ໂຄສະນາງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ4ຄັນ​ໄດ້​ບັນທຸກ​ເຄື່ອງ​ໂຄສະນາ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ,ພະ​ນັກງານ​ຂອງພະ​ແນ​ກ​ງານ​ວາງສະ​ແດງ​ໂລກແລະ​ບໍລິສັດ​ທ່ອງ​ທ່ຽວ​ທີ່​ເຮັດ​ທຸ​ລະກິດ​ການທ່ອງທ່ຽວງານ​ວາງສະ​ແດງ​ໂລກ,​ໄດ້ສົ່ງ​ຕໍ່​ໄຟ​ສັກສິດ​ແລະ​ໂຄສະ​ນາງານ​ວາງສະ​ແດງ​ໂລກ​ຊຽງ​ໄຮຢູ່​ຈີນ,​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຈີນຮູ້ຈັກ​ແລະ​ໃກ້ຊິດ​ກັບ​ງານ​ວາງສະ​ແດງ​ໂລກ​ຫຼາຍ​ກວ່າ​ເກົ່າ.

"ປ້າ,ນີ້​ແມ່ນ​ເອກະ​ສານ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ,ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ1​ພຶດສະ​ພາ​ຫາ​ວັນ​ທີ31ຕຸ​ລາ​ປີ2010,​ລວມ184​ວັນ,ຄຳ​ຂວັນ​ແມ່ນ​"ຕົວ​ເມືອງ​ທີ່​ດີກ​ວ່າ,ຊີວິດ​ທີ່​ດີກ​ວ່າ",ປ້າ​ຮູ້​ບໍ່​ວ່າສິ່ງ​ນຳ​ໂຊກຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ເທື່ອ​ນີ້​ແມ່ນຫຍັງ​?ມັນ​ແມ່ນ​ໄຫ້​ປາວ,ນີ້​ແມ່ນ​ເຄື່ອງໝາຍ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ໃນ​ນັ້ນມີ​ໜັງສື​ຈີນ世​ແປ​ວ່າ​ໂລກ​ເປັນ​ຮູບ3ຄົນ​ເກາະ​ແຂນ​ກັນ."

ສຽງເດັກນ້ອຍ​ທີ່​ພວມ​ເວົ້າ​ມາ​ນີ້​ແມ່ນ​ນັກຮຽນ​ທີ່​ຮຽນ​ຢູ່​ໂຮງຮຽນ​ປາຍ​ຈິງ​ຫວັ່ນ​ແຂວງອ່ານ​ຫຸ່ຍ,ຊື່ວ່າ​ກວນ​ເຄີ່ສີ,ລາວ​ພວມ​ເອົາ​ໃບ​ໂຄສະ​ນາ​ງານ​ວາງສະ​ແດງ​ໂລກ​ຢາຍໃຫ້​ແກ່​ປະຊາຊົນ​ອ່ານ​ຫຸ່ຍ.ລາວ​ແລະ​ໝູ່​ຮຽນ​ຂອງ​ລາວຮູ້​ວ່າລົດ​ທ່ຽວ​ໂຄສະນາ​ງານ​ວາງສະ​ແດງ​ໂລກຈະ​ຈັດ​ກິດຈະກຳ​ໂຄສະນາ​ຢູ່​ແຂວງ​ອ່ານ​ຫຸ່ຍ,ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ຕັດສິນ​ໃຈປະກອບ​ເປັນ​ໜ່ວຍ​ງານ​ໂຄສະນາ​ງານ​ໃຫ້​ປະຊາຊົນ​ອ່ານ​ຫຸ່ຍ​ໄດ້​ຮູ້.

ທ້າວ​ກວນ​ເຄີ່ສີ​ແລະ​ໝູ່​ຮຽນ​ຂອງ​ລາວ​ອາດ​ຈະ​ບໍ່​ຮູ້​ວ່າ​ງານ​ວາງສະ​ແດງ​ໂລກ​ຈະ​ວາງສະ​ແດງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ,​ແລະ​ວັດທະ​ນະທຳ​ແລະປະ​ຫວັດສາດ​ທີ່​ເກົ່າ​ແກ່​ແລະ​ສີວິ​ໄລ.ພໍ່​ແມ່​ຂອງ​ເຂົາ​ເຈົ້າ​ກໍ່​ຫວັງ​ໃຫ້​ລູກ​ຂອງ​ຕົນ​ໄດ້​ຮູ້ການ​ພັດ​ທະນາ​ຂອງ​ຕົວ​ເມືອງ ໃນ​ອະນາຄົດ​​ໃນເບື້ອງ​ຕົ້ນ​ໃນ​ໄລຍະ​ເຂົາ​ເຈົ້າ​ເຕີບ​ໃຫຍ່​ຂຶ້ນ,ນາງ​ຫຼີ້ຊິ່ນ,​ແມ່​ຂອງ​ທ້າວ​ກວນ​ເຄີ່ສີ​ເວົ້າ​ວ່າ:
"​​ເມື່ອພວກ​ເຮົາຮູ້​ວ່າ​ລົດ​ທ່ຽວ​ໂຄສະນາ​ງານ​ວາງສະ​ແດງ​ໂລກຈະ​ມາ​ແຫ່ງ​ນີ້,ຫຼາຍ​ຄອບຄົວ​ກໍ່​ລ້ວນ​​ແຕ່​ເຫັນ​ວ່າ​ຄວນ​ໃຫ້​ລູກ​ເຂົ້າ​ຮ່ວມ​ກິດຈະ​ກຳ​ເຫຼົ່າ​ນີ້​ໃຫ້​ຫຼາຍໆ,​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ຈັກ​ງານ​ວາງສະ​ແດງ​ໂລກ​ແລະ​ໂລກ​ພາຍ​ນອກ​ຫຼາຍ​ກວ່າ​ເກົ່າ,​ແລະ​ຮູ້ສຶກ​ວ່າ​ຕົນ​ເອງ​ແມ່ນ​ເຈົ້າ​ຂອງ​ຊີວິດ."

ຢູ່​ແຫ່ງ​ນັ້ນ,ນັກ​ຂ່າວ​ໄດ້​ເຫັນປະ​ຊາຊົນ​ອ່ານໃບ​ໂຄ​ສະນາ​ງານ​ວາງສະ​ແດງ​ໂລກ,​ ເຂົາ​ເຈົ້າຖືກ​ດຶງດູດ​ຈາກ​ນ້ຳ​ໃຈ​ຂອງ​ທູດ​ນ້ອຍ​ໂຄສະນາ​ເຫຼົ່າ​ນີ້​​ເຊິ່ງມີ​ອາຍຸ​ຍັງ​ບໍ່​ຮອດ10ປີ​ຊ້ຳ.

ທ່ານ​ຜູ້​ຟັງ,ທີ່​ທ່ານຟັງ​ມານັ້ນ​ແມ່ນ​ເພງ"ປີ2010​ລໍຖ້າ​ທ່ານ​ມາ",​ເຊິ່ງ​ແມ່ນ​ເພງ​ປະຈຳ​ງານ​ວາງສະ​ແດງ​ໂລກບັດ​ນີ້ພວກ​ເຮົາ​ມາ​​ສືບຕໍ່ການ​ທ່ຽວ​​ໂຄສະນາ​ງານ​ວາງສະ​ແດງ​ໂລກ.ນະ​ຄອນ​ນານ​ກິ່ງ​ແຂວງ​ຈ່ຽງຊູ່​ຫ່າງ​ຈາກ​ຊຽງ​ໄຮພຽງ​ປະມານ2ຊົ່ວ​ໂມງ,ປະ​ຊາຊົນ​ຫຼາຍ​ຄົນ​ຢູ່​ແຫ່ງ​ນີ້​ຈະ​ໄປ​ຊຽງ​ໄຮ້,​ເພື່ອ​ສຳຜັດ​ແລະ​ຮູ້ຈັກກັບ​ງານ​ວາງສະ​ແດງ​ໂລກ​.ເມື່ອ​ລົດ​ທ່ຽວ​ໂຄສະນາ​ງານ​ວາງສະ​ແດງ​ໂລກ​ໄປ​ຮອດ​ນະຄອນ​ນານ​ກິ່ງ​ແລ້ວ,ພໍ່​ເຖົ້າ​ຫວາງ​ເຄີ້ຈື້ທີ່​ມີ​ອາຍຸ70ປີ​ແລະ​ເມຍ​ຂອງ​ເພິ່ນ​ໄດ້​ໄປຊອກ​ຮູ້​ຂໍ້​ມູນຕ່າງໆ​ກ່ຽວ​ກັບ​ການ​ໄປ​ຊົມ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮນຳ​ພະນັກ
ງານ​ຢູ່​​ໃນລົດ​ທ່ຽວ​ໂຄສະນາ​.ຜົວ​ເມຍ​ຄູ່​ນີ້​ສົນ​ໃຈ​ຫຼາຍ​ຕໍ່​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ,ພໍ​ມີ​ຂໍ້​ມູນ​ກ່ຽວ​ກັບ​ດ້ານ​ນີ້​ເຂົາ​ເຈົ້າ​ກໍ່​ກະຕື​ລືລົ້ນ​ໄປ​ຊອກ​ຫາໂລດ.

"ພວກ​ເຮົາ​ໄດ້ຕິດ​ຕາມງານ​ວາງສະ​ແດງ​ໂລກ​​ຢູ່​ເທິງ​ເວ​ບ​ໄຊໂດຍ​ຕະຫຼອດ​,ຫໍ​ວາງສະ​ແດງ​ທັງ​ໝົດ​​ໃກ້ຈະ​ສ້າງ​ສຳ​ເລັດ​ແລ້ວ,ບາງ​ເທື່ອ​ກໍ່​ພຽງ​ແຕ່​ໄດ້​ເຫັນ​ພາບ​ຈຳນວນ​ໜຶ່ງ​ທາງໂທ​ລະພາບ,​ຮູ້ສຶກ​ບໍ່​ພຽງ​ພໍ,ພວກ​ເຮົາ​ກໍ່​ເລີຍຂຶ້ນ​ເວບ​ໄຊ​ຊອກຫາ​ຂໍ້​ມູນ​ອີກ,ຫໍ​ວາງສະ​ແດງ​ໃດ​ໜຶ່ງ​ມີຈຸດ​ພິ​ເສດ​ຫຍັງ​ແດ່,ດຽວ​ນີ້ຮູ້​ໝົດ​​ເລີຍ."

ໃນ​ໄລຍະ​​ທ່ຽວ​ໂຄສະ​ນາ​ງານ​ວາງສະ​ແດງ​ໂລກ​ຢູ່​ຈີນ,​ໄດ້​ຈັດ​ກິດຈະກຳ​ໂຄສະ​ນາການ​ທ່ອງ​ທ່ຽວ​ງານ​ວາງສະ​ແດງ​ໂລກ​ລວມ16​ເທື່ອ,​ໃນ​ນັ້ນ,ມີ​ກິດຈະກຳ3​ເທື່ອ​ແມ່ນ​ໄດ້​ຈັດ​ຂຶ້ນ​ຢູ່​​ຕາ​ແສງ​ຕ່າງໆ​ຂອງ​ຈີນ.ກິດຈະກຳ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຈີນ​ສາມາດ​ສຳຜັດ​​ແລະ​ຮູ້ຈັກ​ກັບງານ​ວາງສະ​ແດງ​ໂລກ​ຢ່າງ​ໃກ້ຊິດ.

ໃນ​ເວລາ​ລົດທ່ຽວ​ໂຄສະນາ​ງານ​ວາງສະ​ແດງ​ໂລກ​ໄປ​ຮອດ​ປັກ​ກິ່ງ,ພະ​ນັກງານ​ຂອງ​ລົດ​ກໍ່​ດີ​​ໃຈ​ຈົນ​ນໍ້າຕາ​ຊື່​ມ​ໃນ​ພິທີ​ຕ້ອນຮັບ.ນາງ​ຢູ້​ເຈ່ຍ​ແມ່ນ​ພະນັກງານ​ຜູ້​ນຶ່ງ​ຂອງບໍລິສັດ​ທ່ອງ​ທ່ຽວ​ຄ່າງ​ຫຸ່ຍ​ປັກ​ກິ່ງທັງ​ແມ່ນ​ອາ​ສາສະ​ໝັກຂອງ​ງານ​ວາງສະ​ແດງ,​ໃນ​ກິດຈະ​ກໍາ​ຂອງ​ລົດ​ໂຄສະ​ນາ​ງານ​ວາງສະ​ແດງ​ໂລກ​,ນາງ​ໄດ້​ໂຄສະ​ນາເສັ້ນ​ທາງທ່ອງ​ທ່ຽວ​ແລະ​ຄວາມ​ຮູ້​ຂອງ​ງານ​ວາງສະ​ແດງ​ໂລກ​ຢູ່​ຕະຫລອດ​ທາງ.​ນາງ​ເກີດ​ຫລັງ​ປີ1980,ໄດ້​ຂຽນ​ບົດ​ບັນ​ທຶກ​ປະ​ຈໍາ​ວັນ​ເພື່ອ​ບັນ​ທຶກ​ທຸກ​ສິ່ງ​ທຸກຢ່າງຂອງ​ລົດ​ໂຄສະນາ​ງານ​ວາງສະ​ແດງ​ໂລກ​,ບັນທຶກ​ຄວາມ​ກະຕືລື​ລົ້ນ​ຂອງ​ຄົນ​ຈີນຕໍ່​ງານ​ວາງສະ​ແດງ​ໂລກ​.ນາງ​ເວົ້າ​ວ່າ,

ກິດຈະ​ກໍາ​ນີ້​ໄດ້​ຜ່ານ5​ແຂວງ,3ກໍາ​ແພງນະ​ຄອນ,​ຂ້ອຍ​ຄິດ​ບໍ່​ເຖິງ​ເລີຍ​ວ່າປະຊາຊົນຢູ່​ແຫ່ງ​ຕ່າງ​ໆ​ຈະມີ​ຄວາມ​ກະຕືລື​ລົ້ນ​ຕໍ່​ງານ​ວາງສະ​ແດງ​ໂລກຂະ​ໜາດ​ນີ້,ຕອນ​ເລີ່​ມຕົ້ນໂຄສະນາ,​ປະຊາຊົນ​ຍັງ​ບໍ່​ຮູ້​ງານ​ວາງສະ​ແດງ​ໂລກດີ​ປານ​ໃດ,​ແຕ່​ເວລາ​ເຂົາ​ເຈົ້າ​ມາສອບ​ຖາມ​ແລະເອົາເ​ອກະສານ​ນໍາພວກ​ເຮົາ​,ພວກ​ເຮົາ​ກໍ​ຮູ້ສຶກ​ວ່າຄົນ​ທັງ​ຫລາຍຢາກ​ໄປ​ຊົມງານ​ວາງສະ​ແດງ​ຫລາຍ.​ໂອກາດ​ງານ​ວາ​ງສ​ະ​ແດງ​ນີ້​ແມ່ນ​ໂອກາດທີ່​ຫາ​ຍາກ,​ເທື່ອ​ນີ້​ຈັດ​ຢູ່​ຊຽງ​ໄຮ,ສະ​ນັ້ນ​ພວກ​ເຮົາ​ພາກພູມ​ໃຈ​ຫລາຍ​ທີ່​ຈະ​ໄປ​ເຂົ້າ​ຮ່ວມ,​ແລະ​ຫວັງ​ວ່າ​ງານ​ວາງສະ​ແດງ​ໂລກ​ຈະ​ສໍາ​ເລັດ​ຜົນ​ຢ່າງ​ຈົບງາມ.

ຫລັງ​ຈາກກິດຈະ​ກໍາ​ນີ້​ສິ້ນສຸດ​ແລ້ວ,ການ​ໂຄສະນາ​ງານ​ວາງສະ​ແດງ​ໂລກ​ຂອງ​ຈີນ​ຍັງ​ບໍ່​ຢຸດ​ເຊົາ,ກົມ​ທ່ອງ​ທ່ຽວ​​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກິດ​ຈະກໍາ​ເຜີຍ​ແຜ່​ໂຄສະນາ​ງານ​ວາງສະ​ແດງ​ໂລກ​ຢູ່​ຮ້ອຍນະຄອນ,​ເຮັດ​ໃຫ້​ຄົນ​ຈີນ​ຫລາຍ​ກວ່າ​ເກົ່າ​ໄດ້​​ຮູ້​ຈັກງານ​ວາງສະ​ແດງ​ໂລກ.ຫລັງ​ຈາກກິດ​ຈະ​ກໍາ​ນີ້​ສິ້ງ​ສຸດ​ແລ້ວ,ພະນັກງານ​ຂອງ​ລົດ​ໂຄສະນາ​ງານ​ວາງສະ​ແດງ​ໂລກ​ກໍ​ຈະ​ກັບ​ຄືນ​ສູ່ວຽກ​ງານຂອງ​ຕົນ​,ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ງານ​ວາງສະ​ແດງ​ໂລກ.ທ່ານ​ເຊີນ​ລູຈູ​ນ,ຜູ້​ຂັບ​ລົດ​ຂອງ​​ລົດ​ໂຄສະນາ​ງານ​ວາງສະ​ແດງ​ໂລກ​ເວົ້າ​ວ່າ,ກັບ​ຄືນ​ຊຽງ​ໄຮ​ແລ້ວ,ລາວ​ຈະ​ເຂົ້າ​ຮ່ວມວຽກ​ງານ​ງານ​ວາງສະ​ແດງ​ໂລກ​ເລີຍ,​ເພື່ອພາ​ແຂກ​ທັງພາຍ​ໃນ​ແລະ​ຕ່າງປະ​ເທດ​ໄປ​ຊົມ​ງານ​ວາງສະ​ແດງ​ໂລກ​ແລະ​ທ່ອງທ່ຽວ​ປະ​ເທດຈີນ.

ໃນ​ຖານະ​ເປັນ​ຄົນ​ຊຽງ​ໄຮແລະ​ຄົນ​ຈີນ​,ປະກອບສ່ວນ​ເຂົ້າ​ໃນງານ​ວາງສະ​ແດງ​ໂລກຊຽງ​ໄຮແມ່ນ​ວຽກທີ່​ຄວນ​ເຮັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ