ພວກ​ເຮົາ​ມາ​ຟ້ອນນຳ​ກັນ​ເທາະ

(GMT+08:00) 2010-05-18 15:41:08     cri

ທີ່​ນີ້​ວິທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ.ສະ​ບາຍດີ​ທ່ານ​ຜູ້​ຟັງ,​ໃນ​ຄໍ​ລຳ​ຊີວິດ​ສັງຄົມ​ຂອງ​ມື້​ນີ້,​ເຊີນ​ທ່ານ​ຕິດຕາມ​ນັກ​ຂ່າວcri​ໄປ​ຊອກ​ຮູ້​ການ​ນັດ​ພົບກັນ​ຂອງ​ຫຼານ​ສາວຈົວ​ມາ​ເຜົ່າ​ຕິ​ເບ​ດ​ແລະ​ຫຼານ​ສາວ​ຫຼີ​ເຢ້​ເຜົ່າ​ຊ່ຽງ​ໃນ​ຫົວ​ຂໍ້​ວ່າ: ພວກ​ເຮົາ​ມາ​ຟ້ອນນຳ​ກັນ​ເທາະ.

ທ່ານ​ຜູ້​ຟັງ,​ເຫດການ​ແຜ່ນດິນ​ໄຫວຢູ່​ເມືອງ​ອີ້ຊູ້​ແຂວງຊິ່ງ​ໄຮຈີນສ້າງ​ຄວາມ​ສະ​ເທືອ​ນ​ໃຈ​ໃຫ້​ແກ່​ຄົນ​ທັງຫຼາຍ,​ໃນ​ເວລາ​ທີ່​ທຸກ​ຄົນ​ພວມເອົາ​ໃຈ​ໃສ່​ແລະ​ຊ່ວຍ​ເຫຼືອ​ປະຊາຊົນ​ຢູ່ເຂດ​ປະສົບ​ໄພ​ດ້ວຍ​ວິທີ​ຕ່າງໆ,​ພາບທີ່​ຕື້ນ​ຕັນ​ໃຈ​ຕ່າງໆ​ກໍ່​ໄດ້​ຈົດ​ຈຳ​ໄວ້​ໃນຄວາມ​ຊົງ​ຈຳ​ຂອງ​ພວກ​ເຮົາ.ພວກ​ເຮົາ​ບໍ່​ຫ່ອນ​ຈະລືມ​ພາບ​ຂອງ​ຫຼານສາວ​ເຜົ່າ​ຕິ​ເບດທີ່​ຊຶ່ວ່າ​ຈົວ​ມາ​ກາ​ໂຊກ​ທີ່​ເໝາະ​ຢູ່​ໃນ​ອ້ອມ​ກອດຂອງ​ທ່ານ​ຫູ​ຈິນທ່າວ, ປະທານ​ປະ​ເທດ​ຈີນ.​ເມື່ອ​ເກີດ​ແຜ່ນດິນ​ໄຫວ,ຫຼານ​ຈົວ​ມາ​ພວມ​ລ້າງ​ໜ້າ​ຢູ່.​ເຮືອນ​ພັງ​ລົງ​ມາ​ຢ່າງກະ​ທັນຫັນ​ເຮັດ​ໃຫ້​ຄອບຄົວ​ຂອງ​ນາງ​ເສຍ​ເຮືອນ,ທັງ​ເຮັດ​ໃຫ້ກະ​ດູກ​ແຂນ​ເບື້ອງ​ຂວາ​ຂອງ​ນາງຫັກ.​ໃນ​ວັນ​ທີ18​ເມສາ,ນາງ​​ໄດ້​ໄປ​ປ່ຽນ​ຢາ​​ແລະ​ລ້າງ​ບາດ​ຢູ່​ຕູບ​ຜ້າ​ເຕັ້ນຂອງ​ໜ່ວຍ​ແພດ,ບັງ​ເອີນ​ໄດ້​ພົບ​ກັບ​ທ່ານ​ປະທານ​ປະ​ເທດ​ຫູ​ຈິນທ່າວ​ທີ່​​ໄປ​ກວດກາ​ວຽກ​ງານ​ຢູ່​ເມືອງ​ອີ້​ຊູ້,ມາ​ຮອດ​ມື້​ນີ້​ນາງ​ຍັງ​ຈື່​ຄຳ​ເວົ້າ​ທີ່​ລຸງ​ຫູ​ເວົ້າ​ໃນ​ເວລາ​ທີ່​ຫຼານ​ພວມ​ຢູ່​ໃນ​ອ້ອມ​ກອດ​ຂອງ​ເພິ່ນ:
"ລຸງ​ຫູບອກ​ຫຼານວ່າ​ຕ້ອງ​ຂະຫຍັນ​ໝັ່ນຮຽນ,​ອາວອາ​ແລະ​ນ້າ​ສາວ​ເຫຼົ່າ​ນີ້​ຈະ​​ເບິ່ງ​ແຍງ​ຫຼານ​ໃຫ້​ດີ,​ແລ້ວ​ຍັງ​ໄດ້​ຖາ​ມອາ​ການ​ເຈັບ​ຂອງ​ຫຼານ."

ຍ້ອນ​ແຂນ​ເບື້ອງ​ຂວາ​ໄດ້​ຮັບ​ບາດ​ເຈັບ​ໜັກ,ພໍ່​ແມ່​ຂອງ​ນາງ​ຈົວ​ມາ​ໄດ້​ພາ​ນາງ​ມາ​ປິ່ນ​ປົວ​ຢູ່​ໂຮງໝໍ​ຕຳ​ຫຼວດປັກ​ກິ່ງ.ຫຼັງ​ຈາກ​ໄດ້​ພັກ​ຜ່ອນ​ສອງ​ມື້​ແລ້ວ,ນາງ​ພະຍາ​ບານ​ໄດ້​ສະ​ຜົມ​ໃຫ້​ນາງ,​ເພື່ອ​ລ້າງ​ຂີ້ຝຸ່ນທີ່​ຕິດ​ເປື້ອນ​ເປິໃນ​ເວລາ​ເກີດ​ແຜ່ນດິນ​ໄຫວ,ຊຶ່ງ​ປຽບ​ເໝືອນ​ການ​ລ້າງ​ຄວາມ​ອິດ​ເມື່ອຍຂອງ​ນາງ​ໃຫ້​ໝົດ​ໄປ.ນາງ​ຈົວ​ມາ​ເລີ່​ມລົມ​ກັນ​ກັບ​ນັກ​ຂ່າວ,ນາງ​ເວົ້າ​ວ່າ,ຫຼັງ​ຈາກ​​ໄດ້ມາ​ປິ່ນປົວ​ຢູ່​ໂຮງ​ໝໍ​ນີ້​ແລ້ວ,ມີ​ອາວ​ອາແລະ​ນ້າ​ສາວ​ຫຼາຍ​ຄົນ​ມາຢາມ​ຫຼານ,ຍັງ​ມີ​ເອື້ອ​ຍຄົນ​ໜຶ່ງ​ໄດ້​​ເອົາເງິນ​1ໝື່ນ​ຢວນມາ​ໃຫ້​ຫຼານ:"​ເອື້ອຍ​ຜູ້ນັ້ນໄດ້​ມາ​ໂຮງໝໍ​ຫຼັງ​ຈາກ​ຫຼານກິນ​ເຂົ້າ​ເຊົ້າ​ແລ້ວ,​ເພິ່ນຜົມ​ສັ້ນ,ເພິ່ນ​ເອົາ​ເງິນ​ໃຫ້​ຫຼານແລະ​ຢາກ​ລົມ​ກັບ​ຫຼານ,​ແຕ່​ເມື່ອ​ເອື້ອຍ​ໄດ້​ເຫັນ​ນັກ​ຂ່າວ​ມາຖາ​ຍຮູບ​ເພິ່ນ​,ເພິ່ນຜູ້​ນັ້ນກໍ່​ເລີຍ​ວາງ​ເງິນ​ໄວ້​ເທິງຕຽງ​ແລ້ວຟ້າວ​ໜີ​ໄປ."

ພໍ່​ແມ່​ຂອງ​ນາງ​ຈົວ​ມາ​ນັ່ງ​ຢູ່​ຂ້າງນາງ​ຢ່າງ​ງຽບ​ໆ​ຕະຫຼອດ​ເມື່ອ​ນາງ​ເວົ້າ​ຕໍ່​ນັກ​ຂ່າວ.​​ໃນ​ເວລາ​ນີ້,​ເຂົາ​ເຈົ້າ​ໄດ້​ຍິນສຽງ​ເວົ້າ​ຢູ່​ນອກ​ປະຕູ​ຫ້ອງ​ຄົນ​ເຈັບ,ບໍ່​ດົນ,ກໍ່​ໄດ້​ມີນາງ​ສາວທີ່​ມີໜ້າ​ຕາ​ສົດ​ຊື່ນ​ຜູ້​ໜຶ່ງ​ເຂົ້າ​ມາ,ນາງ​ໄດ້​ນັ່ງ​ຢູ່​ເທິງ​ລໍ້​ຍູ້​ຄັນ​ໜຶ່ງ,​ແມ່​ຂອງ​ນາງ​ເປັນ​ຜູ້​ຍູ້.


ນາງ​ນ້ອຍ​ທີ່​ຫາ​ກໍ່​ເຂົ້າ​ມາ​ຜູ້​ນີ້​ແມ່ນ​ຜູ້​ລອດ​ຕາຍ​ໃນ​ແຜ່ນດິນ​ໄຫວ​ເວີ້​ນຊ່ວນ​,ນາງ​ຊື່ວ່າ​ຫຼີ​ເຢ້.​ໃນ​ເວລາ​ເມືອງ​ເວີ້​ນຊ່ວນ​ຂອງແຂວງ​ເສ​ສວນ​ເກີດ​ແຜ່ນດິນ​ໄຫວ,ນາງຫຼີ​ເຢ້ທີ່​ມີ​ອາຍຸ​10ປີ​ຖືກ​ຕິດ​ຄ້າງ​ໃຕ້​ຊາກ​ອາຄານ​70ກວ່າ​ຊົ່ວ​ໂມງ​ແລ້ວ​ໄດ້​ຮັບ​ການ​ກອບ​ກູ້,​ແຕ່​ພັດ​ຈຳ​ເປັນ​ຕ້ອງ​ຖືກ​ຕັດຂາ​ເບື້ອງ​ຊ້າຍ,​ເວົ້າສຳ​ລັບ​ເດັກນ້ອຍ​ທີ່​ມັກ​ຟ້ອນ​ຜູ້​ນີ້, ນີ້​ແມ່ນ​ເລື່ອງ​ທີ່ໂຫດ​ຫ້ຽມທີ່​ສຸດ​ໃນ​ຊີວິດ.​ແຕ່​ຫ່າ​ນຟ້າ​ນ້ອຍ​ທີ່​ຖືກ​ຕັດ​ປີກ​ໂຕ​ນີ້​ພັດ​ບໍ່​ໄດ້​ປະຖີ້ມ​ການ​ຟ້ອນ​ບາ​ເລ​ເລີຍ,ສຸດ​ທ້າຍ​ນາງ​ໄດ້​ຟ້ອນ​ບາ​ເລ​ດ້ວຍ​ຄວາມ​ອົດທົນ​ພາກ​ພຽນ​ຂອງ​ຕົນໃນ​ພິທີ​ໄຂ​ງານ​ກິລາໂອ​ລິມປິ​ກຄົນ​ພິການ​ປີ2008.​ນາງ​ໄດ້​ຍົກ​ເກີບ​ຟ້ອນ​ບາ​ເລ​ສີ​ແດງຂຶ້ນ​ສູງ​ໆ,​ເຮັດ​ໃຫ້​ປະຊາ​ຊົນຂອງ​ປະ​ເທດ​ຕ່າງໆ​ປະ​ທັບ​ໃຈ​ຫຼາຍ,ນາງ​ຖືກ​ເອີ້ນ​ວ່າ"ນາງ​ສາວ​ບາ​ເລ".

ສອງ​ປີ​ມາ​ນີ້, ຊີວິດ​ຂອງນາງ​ລີ​ເຢ້ກັບ​ແມ່​ຂອງ​ນາງຄ່ອຍໆ​ຟື້ນ​ຟູ​ເປັນ​ປົກກະຕິ. ​ແຕ່​ເມື່ອ​ຮູ້ຂ່າວ​ວ່າເຂດ​ຢີ້ຊູ້​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ຕິ​ເບ​ດຊີງ​ໄຮ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລ້ວ,​ ສອງແມ່​ລູກ​ນີ້​ໄດ້​ຕົກ​ຢູ່​ໃນ​ຄວາມ​ໂສກຫຼາຍ​ອີກ​ເທື່ອ​ໜຶ່ງ. ຫຼັງ​ຈາກ​ໄດ້​ຍິນ​ວ່າ​ນາງ​ຈົວມາ ກາ​ໂຊກມາ​ຮອດ​ປັກ​ກິ່​ງ​ແລ້ວ, ນາງ​ລີ​ເຢ້​ໄດ້​ບອກ​ແມ່​ພາລາວ​ມາ​ຢາມ​ໃນ​ທັນ​ທີ. ຢູ່ຕໍ່​ໜ້າຕຽງ​ຄົນ​ເຈັບ​ຂອງ​ນາງ​ຈົວມາ ກາ​ໂຊກ​, ນາງ​ລີ​​ເຢ້ຈັບ​ມື​ຂອງ​ນາງ​ຈົວມາ​ແລ້ວ​ເວົ້າ​ວ່າ:

"ຂ້ອຍ​ກໍ່ເຄີຍ​ປະສົບ​ໄພ​ແຜ່ນດິນ​ໄຫວ, ​ເວລາ​ນັ້ນ​ກໍ່​ຮູ້ສຶກ​ເສຍ​ໃຈ​ຫຼາຍ, ຂ້ອຍ​ເຂົ້າ​ໃຈຄວາມ​ຮູ້ສຶກ​​ຂອງ​​ເຈົ້າ​ໃນ​ເວລາ​ນີ້. ມີລຸງ​ປ້າ​ອາວ​ອາ​ຫຼາຍ​ຄົນ​ເອົາ​ໃຈ​ໃສ່ນຳ​ພວກ​ເຮົາ, ຊ່ວຍ​ພວກ​ເຮົາ​ຜ່ານ​ຜ່າ​ຄວາມຫຍຸ້ງ​ຍາກ, ຂ້ອຍ​​ເຊື່ອ​ໝັ້ນ​ວ່າ​ພວກ​ເຈົ້າກໍ່​ຈະ​ເປັນ​ແນວ​ນີ້ຄື​ກັນ, ພວກ​ຂ້ອຍ​ກໍ່ຈະ​ຊ່ວຍ​ເຫຼືອ​ພວກ​ເຈົ້າຄື​ກັນ"

ນາງ​ລີ​ເຢ້ມີຮູບ​ແຜ່ນ​ໜຶ່ງ​ທີ່​ແຕ້ມ​ດ້ວຍຕົນ​ເອງມອບ​ໃຫ້​ນາງ​ຈົວມາ ກາ​​ໂຊກ​ແລະ​ສັນຍາ​ກັບ​ນາງ​ຈົວມາວ່າ:
"​ໄດ້​ຍິນ​ວ່າ​ເຈົ້າ​ມັກ​​ເຕັ້ນ​ລຳ​ແມ່ນ​ບໍ?ຫວັງ​ວ່າ​ເມື່ອເຈົ້າ​ຟື້ນ​ຟູ​ສຸຂະ​ພາບ​ແລ້ວ, ພວກ​ເຮົາ​ສອງ​ຄົນ​ສາມາດ​ຮ່ວມ​ກັນ​ເຕັ້ນ​ລຳ​ຢູ່​ເທິງ​ເວທີ"

ມີ​ນ້ຳຕາ​ໄຫຼ​ອອກ​ມາ​ຈາກ​ຕາ​ຂອງນາງ​ຈົວມາ, ນາງຄ່ອຍໆ​ເຊັດ​ນ້ຳຕາ, ​ແລ້ວຕອບ​ດ້ວຍຄວາມ​ຍິ້ມ​ແຍ້ມ​ວ່າ:
"ຂອບ​ໃຈ​ເຈົ້າ​ທີ່ມາ​ຢາມ​ຂ້ອຍ, ຂ້ອຍ​ຈະ​ຟື້ນ​ຟູ​ສຸຂະ​ພາບ​ໃຫ້​ດີ, ​ແລ້ວພວກ​ເຮົາຈະ​​ເຕັ້ນລຳ​ນຳ​ກັນ"

ນາງ​ລີ​ເຢ້​ແມ່ນ​ສາວນ້ອຍ​ຂອງ​ເຜົ່າຊຽງ, ສຳ​ລັບ​ປະຊາຊົນ​ເຜົ່າ​ຊຽງ​ແລ້ວ, ​ໃນ​ຊີວິ​ຈະ​ຂາດ​ເພງບໍ່​ໄດ້, ຂາດ​ການ​ຟ້ອນ​ລຳບໍ່​ໄດ້.​ສ່ວນ​ປະຊາ​ຊົນ​ເຜົ່າ​ຕິ​ເບ​ດກໍ່ມັກ​ຟ້ອນ​ລຳ​ທຳ​ເພງຄື​ກັນ. ຫຼັງ​ຈາກ​ໄດ້​ຟັງ​ຄຳ​ໝັ້ນ​ສັນຍາ​ຂອງ​ເດັກນ້ອຍ​ສອງ​ຄົນ, ​ແມ່ຂອງ​ນາງ​ລີ​ເຢ້​ເວົ້າ​ວ່າ:
"​ການ​ຟ້ອນ​ໂກ​ຈວງ​ຂອງ​ພວກ​ເຮົາ​ກັບ​ການ​ຟ້ອນ​ໂກ​ຈວງ​ຂອງ​ເຜົ່າ​ຕິ​ເບ​ດ​ຄ້າຍຄື​ກັນ​ໂດຍ​ພື້ນຖານ. ພວກ​ເຮົາ​ເປັນ​ຄອບຄົວ​ດຽວ​ກັນ, ປະ​ຊາຊົນ​ທົ່ວ​ປະ​ເທດ​ກໍ່​ແມ່ນ​ຄອບຄົວ​ດຽວ​ກັນ. ປັດຈຸ​ບັນ​ນີ້, ພວກ​ເຮົາ​ປະສົບ​ໄພ​ພິບັດ, ປະ​ຊາຊົນ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ນຳພວກ​ເຮົາ, ສະ​ນັ້ນ, ພວກ​ເຮົາ​ຕ້ອງ​ເຂັ້ມ​ແຂງ​ກວ່າ​ເກົ່າ"

ໃນຫ້ອງ​ຄົນ​ເຈັບ, ບັນຍາ​ກາດທີ່​ເບີກບານມ່ວນ​ຊື່ນ​ໄດ້ປົກ​ຄຸມ​ຄວາມ​ເຈັບ​ປວດ. ພໍ່​ຂອງ​ນາງ​ຈົວມາ​ຢືນຢູ່​ຂ້າງ​, ນ້ຳຕານ​ອງ​ເບົ້າ. ພໍ່​ຜູ້​ນີ້​ເວົ້າ​ພາສາ​ຈີນ​ບໍ່​ເກັ່ງ​ປານ​ໃດ, ລາວ​ນົບຢູ່​ໜ້າເອິກ​ຕະຫຼອດ​ແລະກ່າວ​ຄຳ​ວ່າ"ຂອບໃຈ"ຢູ່​ຕະຫຼອດ​ວ່າ:
"ນາງ​ຈົວມາ​ນັບ​ມື້​ນັບ​ດີ​ຂຶ້ນ, ຂອບ​ໃຈ​ພວກ​ເຈົ້າ​ຫຼາຍໆ. ຄວາມ​ເວົ້າ​ໃນ​ໃຈ​ທີ່​ຢາກ​ເວົ້າ​ມີຫຼາຍ, ​ແຕ່​ຂ້ອຍ​ບໍ່ຊ່າງ​ເວົ້າ​, ຂອບ​ໃຈ​ຫຼາຍໆ. ຂອບ​ໃຈ, ຂອບ​ໃຈ(ພາສາ​ຕິ​ເບ​ດ)"


ທ່ານໝໍ​ຂອງ​ນາງ​ຈົວມາ​ເວົ້າ​ວ່າ, ປັດ​ຈຸບັນ​ນີ້, ບາດ​ແຜ​ຂອງລາວ​ສາມາດ​ປິ່ນປົວ​ໄດ້​ແລ້ວ,​ໂດຍ​ຜ່ານ​ການ​ປິ່ນ​ປົວ​ດ້ານ​ຈິດ​ໃຈ, ສະພາບ​ດ້ານ​ຈິດ​ໃຈ​ກໍ່​ດີຫຼາຍ, ຖ້າ​ອີກ​ໜຶ່ງ​ເດືອນ​ເຄິ່ງ​ກໍ່​ຈະ​ເຊົາ​ດີ​ແລ້ວ​. ພວກ​ເຮົາ​ຫວັງ​ວ່າ​ຮອດ​ເວລາ​ນັ້ນ, ນາງ​ນ້ອຍ​ສອງ​ຄົນນີ້​ທີ່ເຄີຍ​ປະສົບ​ຄວາມ​ທຸກທີ່​ເສຍ​ເຮືອນ​ຊານ​ບ້ານ​ຊ່ອງແລະ​ມີ​ຄວາມ​ກ້າຫານ​ຕໍ່​ຊີວິດ​ນັ້ນ​ສາມາດ​ຟ້ອນ​ນຳ​ກັນຢ່າງ​ມ່ວນ​ຊື່ນໃຕ້​ແສງຕາ​ເວັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ