ຊີວິດ​ສັງຄົມ——ນັກ​ຂ່າວ​ນ້ອຍ​​ໃນງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ

(GMT+08:00) 2010-06-09 17:00:04     cri
ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ນາງອີ​ຊີ​ຢ້າວມີ​ອາຍຸ12​ປີ, ​ແມ່ນ​ນັກຮຽນປະຖົມ​​ຊັ້ນປ.6 ​ເທື່ອ​ນີ້​ແມ່ນ​ເທື່ອ​ທຳອິດ​ທີ່ນາງ​ມາ​ງານ​ວາງສະ​ແດງ​ໂລກ, ​ແຕ່​ນາງ​ບໍ່​ແມ່ນ​​ໄປ​ທ່ຽວຊົມ​ງານ​ເໝືອນ​ເດັກນ້ອຍ​ຜູ້​ອື່ນ, ​ແຕ່ແມ່ນ​ໄປ​ເອົາ​ຂ່າວ​ໃນ​ນາມ​​ເປັນນັກ​ຂ່າວ​ຂອງ​ໜັງສື​ພິມ​​ເຈົ້າພາບ​ນ້ອຍ​ຂອງ​ຊຽງ​ໄຮ. ພາຍ​ໃຕ້​ການ​ນຳພາ​ຂອງ​ຄູ​ສອນ, ນາງ​ອີຊີ​ຢ້າວ​ແລະ​ໝູ່​ຫຼາຍ​ຄົນ​ໄດ້​ໄປ​ສຳພາດ​ຄົນ​ຕ່າງປະ​ເທດ​ດ້ວຍ​ພາສາ​ອັງກິດກ່ຽວ ກັບ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ​ທີ່​ທ່ຽວ​ຊົມ​ງານ​ວາງສະ​ແດງ​ໂລກ. ​​ເພາະວ່າເຂົາ​ເຈົ້າ​ຈະ​ພິມ​ໜັງສື​ພິມສະ​ບັບພິ​ເສດກ່ຽວ​ກັບ​ງານ​ວາງສະ​ແດງ​ໂລກ, ​ເພື່ອ​ໃຫ້​ເດັກ​ນ້ອຍ​​ຜູ້​ອ່ານຢູ່​​ແຫ່ງ​ຕ່າງ​ໆສາ​ມາດ​ສຳຜັດສະ​ເໜ່ຂອງ​ງານ​ວາງສະ​ແດງ​ໂລກ. ​ໃນ​ມື້​ນີ້, ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ສຳ​ພັດ​ກັບນັກ​ຂ່າວ​ນ້ອຍເຫຼົ່າ​ນີ້.

ນາງ​ອີ​ຊີ​ຢ້າວ: "ຊັອກ​ໂກ​ແລັດຂອງ​ແບນ​ຊິກ​ມີ​ຊື່​ສຽງ​ຫຼາຍ, ທ່ານ​ເຫັນ​ວ່າ​ເປັນ​ຫຍັງ​ຫຼາຍຄົນ​ຈິ່ງມັກ​ຊັອກ​ໂກ​ແລັດຂອງ​ແບນ​ຊິກ?"

ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ: "​ເຈົ້າ, ຂ້ອຍ​​ເຫັນ​ວ່າ​ຊັ​ອກ​ໂກ​ແລັດ​ດຳ​ຂອງ​ແບນ​ຊິກ​ແມ່ນ​ດີ​ທີ່​ສຸດ​ໃນ​ໂລກ."

ນາງ​ອີ​ຊີ​ຢ້າວ​ທີ່​ພວມ​ເອົາ​ຂ່າວ​ຢູ່​ຫໍ​ວາງສະ​ແດງແບນ​ຊິກ​ເອົາ​ໃຈ​ໃສ່​ຫຼາຍ​ນຳພາບ​ພົດ​ຂອງ​ແບນ​ຊິກ​​ໃນສາຍຕາ​ຄົນ​ຕ່າງປະ​ເທດ, ​ແລະ​ການວາງສະ​ແດງ​ຂອງ​ແບນ​ຊິກ​ຈະ​ນຳ​ຫຍັງ​ມາ​ໃຫ້​ຈີນ. ນາງ​ອີ​ຊີ​ຢ້າວ​​ເວົ້າ​ວ່າ, ນາງ​ໄດ້​ເຮັດ​ວຽກ​ຢູ່​ໜັງສືພິມ​​ເຈົ້າ​ພາບ​ນ້ອຍ​​3ປີ​ແລ້ວ, ​ແຕ່​ສ່ວນຫຼາຍ​ແມ່ນ​ສຳພາດ​ດ້ວຍ​ພາສາ​ຈີນ. ​ເພື່ອສໍາ​ພາດງານ​ວາງສະ​ແດງ​ໂລກ​ດ້ວຍ​ພາສາອັງ​ກິດ​ເທື່ອ​ນີ້, ພາຍ​ໃຕ້ການ​ຊ່ວຍ​ເຫຼືອ​ຂອງ​ຄູ​ສອນ, ນາງ​ກັບ​ໝູ່​ໄດ້​ກຽມຄຳ​ຖາມ​ກ່ອນຈະ​ໄປ​ສຳພາດ, ​ແລະ​​ໄດ້ຝຶກ​ແອບຫຼາຍ​ເທື່ອ​. ​ໃນ​ຖານະ​ເປັນ​ຫົວໜ້າ​ຮັບຜິດຊອບ​ການ​ເອົາ​ຂ່າວ​ຢູ່ເຂດ​ຜູ້ຊີ່, ນາງ​ອີ​ຊີ​ຢ້າວ​​ເຫັນ​ວ່າການ​ສຳພາດ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ.

ນາງ​ອີ​ຊີ​ຢ້າວ​ເວົ້າ​ວ່າ: "​ພວກ​ເຮົາ​ມີ​ໂຮງ​ຮຽນຂ່າວ​ຂອງ​ໜັງສືພິມ​ເ​ຈົ້າພາບ​ນ້ອຍ, ​​ເພື່ອ​ບຳລຸງ​ສ້າງຄວາມ​ສາມາດ​ຂອງ​ພວກ​ເຮົາ​​ແລະ​ຈັດ​ວາງ​ພວກ​ເຮົາ​ໄປ​ສຳພາດ​ຜູ້​ມີ​ຊື່​ສຽງ​​ຫຼື​ກິດຈະກຳ​ໃຫຍ່ຈຳນວນ​ໜຶ່ງ. ​ໃນ​ງານ​ວາງສະ​ແດງ​ໂລກ​ຄັ້ງ​ນີ້, ພວກ​ເຮົາ​ຈະ​ສຳ​ພາດ​ດ້ວຍ2​ພາສາ. ​ແຕ່​ກ່ອນ​ພວກ​ເຮົາ​ມີ​ແຕ່​ໃຊ້​ພາ​ສາ​ຈີນ, ​ເທື່ອ​ນີ້​ພວກ​ເຮົາ​ຈະ​ໃຊ້​ພາສາ​ອັງກິດ​ພ້ອມ. ກ່ອນ​ໄປ​​ສຳພາດ, ພວກ​ເຮົາ​​ຈະ​ຕັ້ງ​ຫົວ​ຂໍ້​ເຫຼົ່າ​ນີ້​, ​ແລ້ວ​ຈິ່ງໄປ​ສຳພາດ​ຄົນ​ຕ່າງປະ​ເທດ​ໂດຍ​ອີງ​ຕາມ​ຫົວ​ຂໍ້, ນີ້​ສາມາດ​ສ້າງຄວາມ​ສາມາດ​ຂອງ​ພວກ​ເ​ຮົາ​ໃນ​ການປັບຕົວ​ໃຫ້​ເຂົ້າກັບ​ສະພາບ​ແວດ​ລ້ອມ​ແລະ​ເຮັດ​ວຽກ​ດ້ວຍ​ຕົນ​ເອງ."

ທ່ານ​​ແຊມ​ລີນ​ແມ່ນ​ຄູຝຶກ​ນັກ​ຂ່າວ​ຂອງ​ໜັງສືພິມ​ເຈົ້າພາບ​ນ້ອຍ, 1ປີ​ກ່ອນ​ນີ້, ລາວ​​ເດີນທາງ​ຈາກ​ລອນ​ດອນ​ມາ​ຊຽນ​ໄຮ. ທ່ານ​​ແຊມ​ເວົ້າ​ວ່າ, 2​ເດືອນ​ກ່ອນ​, ​ສໍານັກ ງານ​ໜັງສື​ພິມ​ກໍ່​ໄດ້​ກະ​ກຽມວຽກ​ງານ​ໃນ​ການ​ສຳພາດ​ງານ​ວາງສະ​ແດ​ງ​ໂລກ​ໃຫ້​ເດັກນ້ອຍ, ບໍ່​ວ່າ​ໃນ​ດ້ານ​ພາສາ​ຫຼື​ຄວາມ​ສາມາດ​ດ້ານ​ການ​ຂຽນ​ຂ່າວ, ທ່ານ​ແຊມກໍ່​ໄດ້​ອົບຮົ​ມໃຫ້​ເດັກນ້ອຍ​​ເຫຼົ່າ​ນີ້. ນອກ​ນີ້, ​ເພື່ອ​​ໃຫ້​ພົວພັນ​ກັບ​ຫົວ​ຂໍ້​ຫຼັກຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຄື"ຕົວ​ເມືອງ​ທີ່​ດີກ​ວ່າ ຊີວິດ​ທີ່​ດີກ​ວ່າ", ທ່ານ​ແຊມ​ຍັງ​ຊ່ວຍ​ຂຽນ​ຄຳ​ຖາມ​ແ​ລະສິ່ງ​ທີ່​ໜ້າ​ສົນ​ໃຈ​ຕ່າງໆ​​ກ່ຽວ​ກັບ​ການ​ພັດທະນາ​ຕົວ​ເມືອງໃຫ້​ນັກ​ຂ່າວ​ນ້ອຍ, ​​​ເຮັດ​ໃຫ້​ເປົ້າ​ໝາຍ​ສຳພາດ​ຂອງ​ເດັກນ້ອຍຍິ່ງ​ຈະ​ແຈ້ງ​.

ທ່ານ​ແຊມ​ເວົ້າ​ວ່າ: "ນີ້​ແມ່ນ​ພວກ​ເຮົາ​ສຳພາດ​ງານ​ວາງສະ​ແດງ​ໂລກ​ເປັນ​ເທື່ອ​ທຳ​ອິດ, ຈຸ​ດປະສົງ​ຂອງ​ພວກ​ເຮົາ​ແມ່ນພະ​ຍາຍາມ​ສຳພາດ​ດ້ວຍ​ພາສາ​ອັງກິດ. ທຸກ​ຄົນ​ກໍ່​ໄດ້​ເລືອກ​ຫົວ​ຂໍ້​ທີ່​ຕົນ​ເອງ​ສົນ​ໃຈ​, ​ເຊັ່ນ​ວ່າ ​ເດັກນ້ອຍ​ບາງຄົນສົນ​ໃຈນຳ​ບັນຫາ​ການເຊື່ອມ​ພິດ, ເດັກນ້ອຍ​ບາງ​​ຄົນສົນ​ໃຈ​ນຳ​ບັນຫາ​ຊັບພະ​ຍາກອນ​ນ້ຳ, ຍັງ​ມີ​ ​ເດັກນ້ອຍ​ບາງຄົນສົນ​ໃຈ​ຫໍ​ວາງສະ​ແດງ. ບັນຫາ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ພົວພັນ​ກັບ​ຫົວ​ຂໍ້​ຫຼັກ​ຂອງ​ງານ​ວາງສະ​ແດງ​​ໂລກ​ຊຽງ​ໄຮ, ​ສະ​ນັ້ນ, ​​​ເດັກນ້ອຍ​ຈິ່ງ​ຢາກ​​​ໄປ​ຊອກ​ຮູ້​ວ່າ​ຫຼຸດ​ການ​ເຊື່ອມພິດ​ແນວ​ໃດ, ປັບປຸງ​ຄຸນ​ນະພາ​ບຂອງ​ນ້ຳ​ແນວ​ໃດຈິ່ງ​ຈະ​ເຮັດ​ໃຫ້​ຕົວ​ເມືອງ​ງາມ​ກວ່າ​ເກົ່າ​ໄດ້. ສ່ວນ​ຢູ່​​ຫໍ​ແບນ​ຊິກ, ບັນຫາ​ທີ່​ພວກ​ເຮົາ​ສົນ​ໃຈ​ແມ່ນ​ ຊຽງ​​ໄຮ​​ແລະແບນ​ຊິກສາ​ມາດ​ແລກປ່ຽນ​ບົດຮຽ​ນຫຍັງນຳ​ກັນ​ກ່ຽວ​ກັບ​ການ​ກໍ່ສ້າງ​ຕົວ​ເມືອງ."

ຫຼາຍ​ຄົນ​ອາດ​ຈະ​ບໍ່​ຮູ້​ໜັງສືພິມ​ເຈົ້າພາບ​ນ້ອຍ, ​ແຕ່​ໜັງສືພິມ​ສະບັບ​ນີ້​ມີ​ຊື່ສຽງ​ດົງດັງ​ໃນ​ກຸ່ມ​ຊາວ​ໜຸ່ມ​ໃນ​ຫຼາຍຕົວ​ເມືອງຂອງ​ຈີນ. ນີ້​ແມ່ນໜັງສື​ພິມ​ທີ່​ສຳພາດ, ຮຽບຮຽງ​ແລະ​ພິມ​ຈຳໜ່າຍ​ດ້ວຍ​ເດັກນ້ອຍ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ15​ປີ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງຜູ້​ໃຫຍ່. ນັບ​ແຕ່​​ເລີ່​ມພິມ​ຈຳໜ່າຍ​ໜັງສື​ພິມ​ສະ​ບັບນີ້​ເປັນ20​ກວ່າ​ປີ​ມາ​ນີ້, ​ໄດ້​ສ້າງ​​ໂອກາດ​ສໍາຜັດ​ກັບ​ວຽກຕົວ​ຈິງ​ໃຫ້​ຊາວ​ໜຸ່ມ​ທີ່ຢາກ​​​​ເຮັດ​ວຽກ​​ໃນວົງການ​ຂ່າວ, ​ແລະ​ໄດ້​ສ້າງຊັບ​ພະຍາ​ກອນ​ມະນຸດດ້ານ​ຂ່າວສານ​ທີ່​ດີ​ເດັ່ນ.

ທ້າວ​ຖານ​ຖຽນ ນັກ​ຂ່າວ​ນ້ອຍ​ທີ່​ມີ​ອາຍຸ10​ປີ​ເວົ້າ​ວ່າ, ​ເຖິງ​ວ່າ​ເຮັດ​ວຽກ​ຢູ່​ສຳນັກ ງານໜັງ​ສືພິມ​ບໍ່​ດົນ​ປານ​ໃດ​ກໍ່ຕາມ, ​ແຕ່​ລາວ​​ໄດ້​ມີ​ໂອກາດ​ລົມກັບ​ຄົນ​ອື່ນ​ໃນ​ເວລາສຳ​ພາດ, ຄວາມອາຍ​ຂອງ​ລາວ​ກໍ່​ຫຼຸດ​ລົງຫຼາຍ. ລາວ​ຫວັງ​ວ່າ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ກວ່າ​ເກົ່າ​ທີ່​ຄູ​ສອນ​ບໍ່​ທັນ​ສອນ​ໃຫ້​ໃນ​ການ​ສຳພາດ​ຢູ່​ໃນງານ​ວາງສະ​ແດງ​ໂລກ.

ທ້າວ​ຖານ​ຖຽນ​ເວົ້າ​ວ່າ: "ຂ້ອຍ​​ໄດ້ມີ​ຄວາມ​ຮັບ​ຮູ້​ຫຼາຍ​ກວ່າ​ເກົ່າ​ກ່ຽວ​ກັບ​ງານ​ວາງສະ​ແດງ​ໂລກ​ຢູ່​ທີ່​ນີ້, ​ແລະ​ສາມາດ​ໄປ​ສຳພາດ​ຜູ້​ອື່ນ. ຄຳຖາມ​ທີ່​ຂ້ອຍ​ຖາມ​ນັ້ນ​ແມ່ນ​ບັນ​ຫາ​ກ່ຽວ​ກັບຫໍ​ວາງສະ​ແດງ​ຍີ່ປຸ່ນ, ​ຂ້ອຍ​ໄດ້​ໄປ​ຖາມ​ນັກ​ທ່ອງ​ທ່ຽວ​ວ່າ​ການ​ທ່ຽວ​ຊົມຫໍ​ວາງສະ​ແດງ​ຍີ່ປຸ່ນ​ໄດ້ຄວາ​ມຮູ້​ຫຍັງບໍ່. ຂ້ອຍ​ມັກ​​ເຮັດ​ວຽກ​ຕົວ​ຈິງ, ​ເພາະວ່າ​ສາມາດ​ເຝິກຝົນ​ຕົນ​ເອງ, ​ແລະ​ໄດ້​ຮັບ​ຄວາມ​ຮູ້ຫຼາຍ​ກວ່າ​ເກົ່າ."

ນັກ​ຂ່າວ​ນ້ອຍ​ພາກັນ​ຫຸ້ມໄປສໍາ​ພາດທ່ານ​ໂຊຣານ ​ເນັດ​ໂຄ​ວິກ ນັກ​ທ່ອງ​ທ່ຽວ​ແຊກ​ບີ, ທ່ານເວົ້າ​ວ່າ​, ດີ​ໃຈ​ຫຼາຍທີ່​ໄດ້​ໃຫ້​ສຳພາດ​ດ້ວຍ​ພາສາ​ອັງກິດ​ຕໍ່ນັກ​ຂ່າວນ້ອຍ​ຢູ່​ຫໍ​ຂອງ​ງານວາງ​ສະ​ແດງ​​ໂ​ລກ. ທ່ານ​ເຫັນ​ວ່າ, ນີ້​ບໍ່​ພຽງ​ແຕ່​​ແມ່ນການ​ສຶກສາ​ແລະ ບຳລຸງ​ສ້າງຄວາມ​ສາມາດ​ຂອງ​ເດັກນ້ອຍ​ເທົ່າ​ນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ອະນາ​ຄົດ​ຂອງ​ປະ​ເທດ​ຊາດ.

ທ່ານ​ໂຊຣານ ​ເນັດ​ໂຄ​ວິກ​ເວົ້າ​ວ່າ: "ມ່ວນ​ຫຼາຍ, ຂ້ອຍ​ເຫັນ​ວ່າວິທີ​ນີ້​ມີ​ຜົນດີ​ຕໍ່​ຊາວ​ໜຸ່ມ​ແລະ​ມີ​ຜົນ​ດີ​ຕໍ່​ການ​ພັດທະ​ນາປະ​ເທດ​ຊາດ, ​ເດັກນ້ອຍ​ສໍາພາດ​ຄົນ​ຕ່າງປະ​ເທດ​ດ້ວຍພາສາ​ອັງ​ກິດ, ​​ແລະ​ເຂົ້າ​ໃຈຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຄົນ​ອື່ນ, ນີ້​ແມ່ນຄວາມ​ຄິດ​ທີ່​ດີ."

ທ່ານ​ຜູ້​​ຟັງ​ທີ່​ເຄົາລົບ, ທີ່ທ່ານ​ຟັງ​​ມານັ້ນ​ແມ່ນ​ຄໍ​ລຳ​ກ່ຽວ​ກັບ​ນັກຂ່າວ​ນ້ອຍ​ໃນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ. ຖ້າ​ທ່ານມາຊົມ​ງານ, ຍ່າງ​ເຂົ້າ​ໄປ​ສວນ​ວາງສະ​ແດງ, ອາດ​ຈະ​ໄດ້​ພົບ​ນັກ​ຂ່າວ​ນ້ອຍ​ທີ່​ໜ້າ​ຮັກ​ເຫຼົ່າ​ນີ້. ຄໍ​ລຳ​ຊີວິດ​ສັງຄົມ​ເທື່ອ​ນີ້​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ!
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ