ວິ​ສາ​ຫະກິດ​ຈີນ​ກ້າວ​ໄປ​ສູ່​ເສັ້ນ​ທາງ​ທີ່​ປະ​ຢັດ​ພະ​ລັງ​ງານ​ແລະ​ກາກ​ບອນ​ຕ່ຳ

(GMT+08:00) 2010-06-14 15:46:36     cri

​ເດືອນ​ພະຈິກ​ປີ 2009, ລັດຖະບານ​ຈີນ​ໄດ້​ປະກາດ​ວ່າ, ​ເມື່ອຮອດ​ປີ 2020, ລວມຍອດ​​ຜະລິດ​ຕະພັນພາຍ​ໃນ ຫຼື GDP ຂອງ​ຈີນຈະຫຼຸດ​ການ​ລະ​ບາຍ​​ກາກ​ບອນ​ລົງ​ໃຫ້​ໄດ້ 40-45% ​ເມື່ອ​ທຽບ​ກັບ​ປີ 2005, ​ແລະ​ຈະ​ກຳນົດ​ເປົ້າ​ໝາຍ​ດັ່ງ​ກ່າວ​ເປັນ​​ເປົ້າ​ໝາຍ​ທີ່​​ເປັນ​ແບບບັງຄັບ, ເຊິ່ງຈັດ​ເຂົ້າ​ໃນ​ແຜນການ​ໄລຍະ​ກາງ​ແລະ​ໄລ​ຍະ​ຍາວ​ແຫ່ງ​ການ​ພັດ​ທະ​ນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງ​ກ່າວ, ຈີນ​ທີ່​ກຳ​ລັງ​ຢູ່​ໃນ​ໄລຍະ​ເລັ່ງ​ລັດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​, ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ຕ່າງໆ​ຂອງ​ຈີນ ກໍ​ຕ້ອງ​ອອກ​ແຮງ​ທຳ​ຄວາມ​ພະ​ຍາ​ຍາມ​​ເພື່ອ​ບັນ​ລຸ​ຕາມ​ແຜນ​ການ​ນີ້. ​

ລັດຖະບານ​ຈີນ​ໄດ້​ຈັດຂະ​ແໜງ​ການອຸດສາຫະກຳ​ຢູ່​ໃນ​ອັນ​ດັບ​ໜຶ່ງ​ໃນ​ຂົງ​ເຂດ​ທີ່​ສຳຄັນ​ເພື່ອ​ພະຍາຍາມ​ປະຢັດ​ພະ​ລັງ​ງານ​ ແລະ ຫຼຸດ​ການ​ລະ​ບາຍ​ກາກ​​ບອນ, ​ເພາະວ່າ​ອຸດສາຫະກຳ​​ໃນ​ຂະນະ​ທີ່​ແຕ່ລະ​ປີ​ໄດ້​ສ້າງ​​ມູນ​ຄ່າ​ຫຼາຍ​ກວ່າ 40% ຂອງ GDP ນັ້ນ, ກໍ​ໄດ້​ສິ້ນ​ເປືອງ​ພະ​ລັງງານ​ປະມານ 70%, ບັນຫາ​ມົນ​ລະ​ພິດ​ໜັກ​ໜ່ວງ ຫຼາຍ. ພາຍ​ໃຕ້​ຄວາມ​ກົດ​ດັນ​ໃຫຍ່​ແຫ່ງ​ການປະຢັດ​ພະລັງງານ​ ແລະ ຫຼຸດ​ການ​ລະ​ບາຍ​ກາກ​ບອນ, ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ ກຳລັງ​ຕັ້ງໜ້າ ​ແລະ ​ເພີ່ມ​ການ​ລົງ​ທຶນ, ​ເພື່ອ​ສຸມ​ກຳ​ລັງ​ແກ້​ໄຂ​ບັນ​ຫາ​ການ​ປະ​ຢັດ​ພະລັງງານ ​ແລະ ຫຼຸດ​ການ​ລະ​ບາຍ​ກາກ​ບອນ.

ທ່ານ​ເຕິ້ງ​ສິລິ​ນ ຜູ້ວຍ​ການ​ໃຫຍ່​ກຸ່ມ​ບໍລິສັດ​ຜະລິດ​ເຫຼັກກ້າ​ອູ​ຮ້ານ ກ່າວ​ວ່າ: "​ກຸ່ມ​ບໍລິສັດ​ອູ​ຮ້ານ​ແມ່ນ​ໃກ້​ກັບ​ແມ່​ນ້ຳ​ຢາງ​ຊີ​ກຽງ, ​ແຕ່​ກ່ອນ ຖ້າ​ຜະ​ລິດ​ເຫຼັກ​ກ້າ​ໜຶ່ງ​ໂຕນ ຕ້ອງ​ໃຊ້​ນ້ຳ 20 ກວ່າ​ໂຕນ, ​ແຕ່​ປັດ​ຈຸ​ບັນ ໃຊ້​ພຽງ​ແຕ່​ 3 ​ໂຕນ​ກວ່າ​ກໍ​ພໍ​ແລ້ວ, ການ​ໝູນ​ວຽນ​ໃຊ້​ນ້ຳ​ສູງ​ເຖິງ 98%. ສ່ວນ​ໄຟຟ້າ​ທີ່​ໃຊ້​ໃນ​ການ​ຜະ​ລິດ​ນັ້ນ, ມີ 47% ​ແມ່ນ​ທາງ​ບໍ​ລິ​ສັດ​ຜະ​ລິດ​ດ້ວຍ​ອາຍ​ແກັສໝູນວຽນ".

ຄື​ກັນ​ກັບ​ວິ​ສາ​ຫະກິດ​ຜະລິດເຫຼັກກ້າ, ​ວິ​ສາ​ຫະກິດຫຼອມ​ໂລຫະ​ມີ​ສີ, ​ກໍ​ແມ່ນ​ອຸດສາຫະກຳ​ທີ່​ສິ້ນ​ເປືອງ​ພະລັງ​ງານ​ຫຼາຍ, ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ຫຼອມ​ໂລຫະ​ມີ​ສີ​ ກໍ​ກຳລັງ​ພະຍາຍາມປັບປຸງ​ໂຄງ​ປະກອບ​ຜະ​ລິດ​ຕະ​ພັນ ນຳ​ໃຊ້​ແຮ່​ທາດ​ໂດຍ​ສັງ​ລວມ ​​ເກັບ​​ຄືນ​ແລະ​ໝູນວຽນນຳ​ໃຊ້​ເຄື່ອງ​ເສດ​ເຫຼືອ​ທີ່​ກຳ​ເນີ​ດຈາກ​ການ​ຜະ​ລິດ ​ແລະ​ຮູບ​ແບບ​ອື່ນໆ ​ເພື່ອຫຼຸດຜ່ອນການ​ສິ້ນ​ເປືອງ​ພະລັງງານ ​ແລະ ການ​ລະ​ບາຍ​ກາກ​ບອນ​ໃຫ້​ໜ້ອຍ​ລົງ.

ວິ​ສາ​ຫະກິດ​ອຸດສາຫະກຳ​​​ເກົ່າ​ແກ່ທີ່​ສິ້ນ​ເປືອງ​ພະລັງງານຫຼາຍ ​ແລະ ລະບາຍ​ກາກ​ບອນ​ຫຼາຍ ຕ້ອງ​ໃຊ້​ຮູບ​ແບບຕ່າງໆ ​ເພື່ອ​ປະ​ຢັດ​ພະ​ລັງ​ງານ ​ແລະ ຫຼຸດ​ການ​ລະ​ບາຍ​ກາກ​ບອນ, ​ເພື່ອ​ບັນລຸ​ຄາດໝາຍ​ທີ່​ລັດຖະບານ​ຈີນ​ກຳນົດ​ໄວ້. ສ່ວນ​ວິ​ສາ​ຫະ​ກິດ​ທີ່​ໃຊ້​ພະ​ລັງ​ງານ​ໃໝ່​ດ້ວຍ​ເຕັກນິກ​ສູງ ​ແລະ ​ໃໝ່​ນັ້ນ ກໍ​ມີ​​ໂອ​ກາດ​ຫຼາຍ​ຍ້ອນ​ລັດ​ຖະ​ບານ​ຈີນ​ອອກ​ແຮງ​ຊຸກ​ຍູ້​ການ​ປະຢັດ​ພະ​ລັງ​ງານ ​ແລະ ຫຼຸດ​ການ​ລະ​ບາຍ​ກາກ​ບອນ.

ປັດຈຸບັນ, ​ໄຟຟ້າ​ທີ່​ໄດ້​ຈາກ​ພະລັງງານ​ຄວາມ​ຮ້ອນ​​ໄດ້​ກວມ 75% ຂອງການຜະລິດ​ໄຟຟ້າ​​ໃນທົ່ວ​ປະ​ເທດ. ລັດຖະບານ​ຈີນ​ໄດ້​ກຳ​ນົດ​ວ່າ, ຈະ​ຕັ້ງ​ໜ້າ​ພັດ​ທະ​ນາ​ພະລັງງານ​ໃໝ່ ​ແລະ ພະລັງງານ​ໝູນວຽນ, ສະນັ້ນ ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ, ນີ້​ຈະ​ເປັນ​ຊ່ອງ​ທາງ​ໃນ​ການ​ພັດທະນາພະລັງງານ​ທີ່​ສະ​ອາດ ​ເຊັ່ນ ​ໄຟ​ຟ້າ​ແຮງ​ລົມ ​​​ໄຟ​ຟ້າ​ນ້ຳ​ຕົກ ​ແລະ​ອື່ນໆ. ນາງ​ລິ​ສຽວ​ລິນ ປະທານ​ຄະນະ​ກຳມະ​ການ​ກຸ່ມ​ບໍ​ລິ​ສັດ​ການ​ລົງ​ທຶນ​ພະ​ລັງ​ງານ​ໄຟ​ຟ້າ ປະ​ທານ​ບໍ​ລິ​ສັດ​ພະ​ລັງ​ງານ​ໄຟຟ້າ​ສາ​ກົນ​ຈີນ​ຈຳ​ກັດ ກ່າວ​ວ່າ, ບໍ​ລິ​ສັດ​ຂອງ​ເພິ່ນ ​ໄດ້​ພັດ​ທະ​ນາ​ໂຄງການ​ພະລັງງານ​ໄຟຟ້າ​ທີ່​ສະ​ອາດ​ຫຼາຍ​ໂຄງ​ການ ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ, ​ແລະ​ລົງ​ມື​ສ້າງ​ເຂດ​ສາທິດ​ຊີວິດ​ກາກ​ບອນ​ຕ່ຳ ຢູ່​ແຂວງ​ໄຫ​ຫຼຳ. ນາງ​ລິ​ສຽວ​ລິນ​ ເວົ້າ​ວ່າ: "​ມາ​ຮອດ​ປັດຈຸບັນ, ພວກ​ເຮົາ​ໄດ້​ພັດທະນາ​ໄຟຟ້າ​ແຮງ​ລົມ ​ໄຟ​ຟ້າ​ພະ​ລັງ​ງານ ຄວາມ​ຮ້ອນ​​ຈາກ​ການ​ເຜົາ​ຂີ້​ເຫຍື້ອ ​ໄຟຟ້າ​ແສງຕາ​ເວັນ ​ແລະ ​ໄຟ​ຟ້າ​ພະ​ລັງ​ງານ​ຊີ​ວະ​ພາບ ​ໃນ 20 ກວ່າ​ແຂວງ​ ​ເຂດ​ປົກຄອງ​ຕົນ​ເອງ ​ແລະ​ ນະຄອນ​ ໃນ​ທົ່ວ​ປະ​ເທດ. ຈັກ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ​ຂອງ​ພວກ​ເຮົາ ທີ່​ກຳລັງ​​ເຮັດ​ວຽກ​ຢູ່​ນັ້ນ ມີ 10 ລ້ານ​ເມ​ກາ​ວັດ, ນອກ​ນີ້, ພວກ​ເຮົາ​ຍັງມີ​ໂຮງ​​ໄຟ​ຟ້າ​ຄວາມ​ຮ້ອນ​ຈາກ​ການ​ເຜົາ​ຂີ້​ເຫ​ຍື້​ອ ທີ່​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ. ຫວ່າງ​ບໍ່​ດົນ​ມາ​ນີ້, ພວກ​ເຮົາ​ໄດ້​​ເຊັນ​ສັນຍາ​ເພື່ອ​ສ້າງ​ສວນ​ວິ​ທະ​ຍາ​ສາດ​ທີ່​ກາກ​ບອນ​ຕ່ຳ​ແລະ​​ໃຊ້​ພະ​ລັງ​ງານ​ຊີ​ວະ​ພາບ ຢູ່​ແຂວງ​ໄຫຫຼຳ, ຈະ​ນຳ​​ເຂົ້າ​ຜົນ​ສຳ​ເລັດ​ຂອງ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ພະ​ລັງ​ງານ​ແສງ​ຕາ​ເວັນ​ທີ່​ກ້າວໜ້າ ​ແລະ ຜະ​ລິດ​ຕະ​ພັນ​ໄຟ​ຟ້າ​ແຮງ​ລົມ​ອ່ອນ​ທີ່​ພັດ​ທະ​ນາ​ໃໝ່ ຂອງ​ໂລກ​ ມາ​ໃຊ້​ຢູ່​ໃນ​ສວນ​ວິ​ທະ​ຍາ​ສາດ​ດັ່ງ​ກ່າວ."

ນອກ​ນີ້, ລົດຍົນ​ທີ່​ໃຊ້​ພະລັງງານ​ໃໝ່​ທີ່​ກຳລັງ​ປະກົດ​ຂຶ້ນໃນ​ທົ່ວ​ໂລກ ກໍ​ກາຍ​ເປັນ​ວຽກ​ງານ​ສຳຄັນທີ່​ລັດຖະບານ​ຈີນ​ຕ້ອງ​ຊຸກ​ຍູ້​ພັດ​ທະ​ນາ​ ໃນ​ປີ​ນີ້. ຢູ່ຈີນ​ຢ່າງ​ໜ້ອຍ​ມີ​ວິ​ສາ​ຫະກິດຜະລິດ​ລົດຍົນ 30 ​ແຫ່ງ ​ກຳລັງ​ຄົ້ນ​ຄວ້າ​ພັດ​ທະ​ນາ​ລົດ​ຍົນ​ທີ່​ໃຊ້​ພະ​ລັງ​ງານ​ໃໝ່, ​ລົດຍົນ​ເຫຼົ່ານີ້​ ມີ​ລົດ​ເກ໋ງ ລົດໂດຍສານ ລົດ​ປັດ​ກວາດ​ຖະ​ໜົນ ​ແລະ​ອື່ນໆ.

​ເຖິງ​ແມ່ນ​ວ່າ ວິ​ສາ​ຫະກິດ​ຈີນກຳລັງ​ຕັ້ງໜ້າ​ເຂົ້າຮ່ວມ​ເສດຖະກິດກາກ​ບອນ​ຕ່ຳ​ກໍ່ຕາມ, ​ແຕ່​ຈີນກໍ​ໄດ້​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ສົມ​ຄວນ​ໃນ​ການ​ປະຢັດ​ພະລັງງານ ​ແລະ ຫຼຸດການ​ລະບາຍ, ຄື ດ້ານ​ໜຶ່ງ, ການ​ຫັນ​ເປັນ​ອຸດ​ສາ​ຫະ ກຳ ​ແລະ ການ​ຫັນ​ເປັນ​ຕົວ​ເມືອງ ຂອງ​ຈີນ​ຍັງ​ຢູ່​ໃນ​ລະດັບ​ຕ່ຳ, ​ແລະ​ຍັງ​ຢູ່​ໃນ​ໄລຍະ​​​ເລັ່ງ​ຄວາມ​ໄວ​ຂອງ​ການ​ພັດ​ທະ​ນາ, ຢູ່ຈີນ​ຍັງ​ມີຫຼາຍກວ່າ​ 100 ລ້ານ​ຄົນດຳ​ລັງ​ຊີວິດ​ຢູ່​ໃຕ້​ເສັ້ນ​ທຸກ​ຍາກ, ລັດ​ຖະ​ບານ​ມີ​ພາ​ລະ​ໜັກ​ໜ່ວງ​ສົມ​ຄວນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ​ເພື່ອ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ. ອີກ​ດ້ານ​ໜຶ່ງ, ຈີນ​ຍັງ​ປະ​ສົບ​ຫຼາຍ​ບັນ​ຫາ ​ໃນ​ການ​ພັດທະນາ​ເສດຖະກິດ​ກາກ​ບອນ​ຕ່ຳ, ​ເຊັ່ນ ກົດ​ໝາຍ ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ຍັງ​ບໍ່​ຄົບ​ຖ້ວນ, ຄວາມ​ສາມາດຂອງ​ການ​ປະດິດ​ສ້າງ​ເຕັກນິກ​ບໍ່​ສູງ, ບາງ​ຂະ​ແໜງ​ການ​ພະ​ລັງ​ງານ​ໃໝ່​ສົນ​ໃຈ​ແຕ່​ການ​ຂະ​ຫຍາຍ​ຕົວ ​ແຕ່ບໍ່​​ສົນ​ລະ​ບົບ​ລະ​ບຽບ ​ແລະ​ອື່ນໆ.

ສະນັ້ນ, ທ່ານ​ໂກ່​ໂກ​ຊິ້ງ ສາ​ດສະ​ດາ​ຈານມະຫາວິທະຍາ​ໄລ​ປະຊາຊົນ​ຈີນ​ກ່າວ​ວ່າ, ຄວນ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ກາກ​ບອນ​ຕ່ຳ ​ໃນ​ຫຼາຍ​ດ້ານ, ​ເຊັ່ນ ສ້າງ​ຂໍ້​ກຳ​ນົດ​ກົດ​ລະບຽບ ​ແລະ ກົດໝາຍ​ຕ່າງໆ, ການ​ຄ້າ​ກາກ​ບອນ, ການ​ວາງ​ແຜນ​ພັດ​ທະ​ນາ ​ແລະ ການ​ປະດິດ​ສ້າງ​ເຕັກນິກ ​ແລະ​ອື່ນໆ. ທ່ານ​ໂກ່​ໂກ​ຊິ້ງ ​ເວົ້າ​ວ່າ: "ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກາກ​ບອນ​ຕ່ຳ ຕ້ອງ​ມີ​ນິຕິ​ກຳ​ທີ່​ສົມ​ຄູ່​ກັນ, ​ເພື່ອ​ຊີ້​ນຳ ​ແລະ ຈຳ​ກັດ​ການ​ກະ​ທຳ​ຂອງ​ອົງ​ການ​ປົກຄອງ​ທຸກຂັ້ນ ວິ​ສາ​ຫະກິດ ​ແລະ ປະຊາ​ຊົນ; ຕ້ອງ​ມີ​ຕະ​ຫຼາດ​ຄ້າ​ຂາຍ​ກາກ​ບອນ​ທີ່​ເປີດ​ເຜີຍ, ​ເພື່ອ​ຊຸກຍູ້ສ້າງ​ກົນ​ໄກການ​ຜະລິດ​ແບບ​ສະ​ອາດ, ຊີ້​ນຳ​ວິ​ສາ​ຫະກິດ​ໃນ​ການ​ຫຼຸດ​ການ​ລະບາຍ​​ກາກ​ບອນ; ຕ້ອງ​ຈັດ​ເອົາເຕັກນິກ​ກາກ​ບອນ​ຕ່ຳ​ອັນ​ກ້າວ​ໜ້າ​​ເຂົ້າ​ໃນ​ແຜນ​ການ​ພັດ​ທະ​ນາ​ເຕັກ​ນິກ​ວິທະຍາສາດ​ຂອງ​ລັດ​ແລະ​​ເຂດ​ແຄວ້ນ ​ໂດຍ​ຖື​ເປັນ​ເນື້ອ​ໃນ​ໃຈກາງ ​ໃນການ​ຍົກ​ສູ​ງກຳລັງ​ແຂ່ງຂັນ​ດ້ານ​ເຕັກນິກ​ຂອງ​ຊາດ, ຕ້ອງ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ງົບປະມານ, ​ໃຫ້​ສ້າງທີ​ມປະດິດ​ສ້າງ​ທີ່​ພັດທະນາ​ຢ່າງຕໍ່​ເນື່ອງ ​ແລະ ໝັ້ນ​ທ່ຽງ; ​ໃຊ້​ມາດ​ຕະ​ການ​ພິ​ເສດ ​ແລະ ສົ່ງ​ເສີມ ​ໃນ​ດ້ານ​ສິນ​ເຊື່ອ ​ແລະ ອາ​ກອນ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ກາກ​ບອນ​ຕ່ຳ​ພັດ​ທະນາ."

ຂໍ້​ສະ​ເໜີ​ດັ່ງກ່າວ​ໄດ້​​ເຮັດ​ໃຫ້​ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ນຳ​ໃນ​ລະດັບ​ສູງ​ແລ້ວ, ທ່ານ​ເຊ້​ເຈີ້ນ​ຮົວ ຮອງ​ຫົວໜ້າ​ຄະນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ ແລະ ​ການປະຕິ​ຮູບ​ແຫ່ງ​ລັດ​ຈີນ ກ່າວ​ວ່າ, ປີ​ນີ້, ຈີນ​ຈະ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ການ​ຫຼຸດ​ການ​ລະ​ບາຍ​ຈາກ​ດ້ານ​ໂຄງ​ປະກອບ, ຊຸກ​ຍູ້​ການ​ປັບປຸງ​ໂຄງ​ປະກອບ​ອຸດ​ສາ​ຫະ​ກຳ ​ແລະ ການ​ປ່ຽນ​ແປງ​ຮູບ​ແບບ​ພັດ​ທະນາ​ເສດຖະກິດ ​ໂດຍ​ຜ່ານ​ຈາກ​ການ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ. ທ່ານ​ເຊ້​ເຈີ້ນ​ຮົວ​ເວົ້າວ່າ: "ປີ​ນີ້ ຈີນ​ຈະ​ວາງ​ວິທີ​ການ​ເຜີຍ​ແຜ່​ການ​ອຸດ​ໜູນ​ດ້ານ​ການ​ເງິນ​ໃຫ້​ແກ່​ລົດ​ຍົນ​ທີ່​ປະຢັດ​ພະລັງງານ, ຈັກ​ໄຟຟ້າ ​ແລະ ​ຜະ​ລິດ​ຕະ​ພັນ​ອື່ນໆ, ຕ້ອງ​ວາງ​ນະ​ໂຍ​ບາຍ​ລັກ​ສະ​ນະ​ສົ່ງ​ເສີມ, ປັບປຸງ​ນະ​ໂຍ​ບາຍ​ເສດ​ຖະ​ກິດ, ຊຸກ​ຍູ້​ການ​ປະ​ຕິ​ຮູບ​ກ່ຽວ​ກັບ​ລາ​ຄາ​ຜະ​ລິດ​ຕະ​ພັນ​ທີ່​ມີລັກສະນະປະຢັດ​ຊັບພະຍາກອນ ​ແລະ ການ​​ເກັບ​ຄ່າ​​​ໃນ​ດ້ານ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ​ໃຫ້​ດຳ​ເນີນ​ໄປ​ຢ່າງ​ໝັ້ນທ່ຽງ, ຕັ້ງ​ໜ້າ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ ​ແລະ ​ອາກອນ​ຂອງ​ລັດ ​ໃນ​ການ​ສະໜັບສະ​ໜູນ​ການ​ປະ​ຢັດ​ພະ​ລັງ​ງານ ​ແລະ ຫຼຸດ​ການ​ລະ​ບາຍ​ກາກ​ບອນ, ​​ໃຫ້​ວິ​ສາ​ຫະກິດ​ຕ່າງໆ​ເພີ່ມ​ສະຕິ​ເປັນ​ເຈົ້າ​ການ​ປະ​ຢັດ​ພະ​ລັງ​ງານ ​ແລະ ຫຼຸດ​ການ​ລະ​ບາຍ​ກາກ​ບອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ