ງານ​ຕະຫຼາດນັດ​ສິນຄ້າ​ຄຸນ​ມີ​ງ​ເປັນ​ເວທີ​ຊອກ​ຫາ​ໂອກາດ​ການ​ຄ້າ​ຂອງ​ວິ​ສາ​ຫະກິດ​ຈີນ​ແລະ​ລາວ

(GMT+08:00) 2010-06-23 17:01:20     cri
ວັນ​ທີ10ມິຖຸນາ​ນີ້, ງານ​ຕະຫຼາດນັດ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຄຸນ​ມີ​ງ ຈີນ​ຄັ້ງ​ທີ18​, ທັງ​ເປັນງານ​ວາງສະ​ແດງ​ສິນຄ້າ​ປະ​ເທດ​ອາຊີ​ໃຕ້​ຄັ້ງ​ທີ3ທີ່​ຈັດ​ຢູ່​ເມືອງ​ຄຸນ​ມີ​ງ​ແຂວງ​ຢຸນນານ​ຈີນ​ໄດ້​ອັດ​ລົງ​​ແລ້ວ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້.
 
ງານ​ຕະຫຼາດນັດ​ສິນຄ້າ​ແລະ​ງານ​ວາງສະ​ແດງ​ສິນຄ້າ​ປະ​ເທດ​ອາຊີ​ໃຕ້​ເທື່ອ​ນີ້​ໄດ້​ສ້າງ​ຫ້ອງ​ວາງ​ສະ​ແດງ2452ຫ້ອງ, ຫຼາຍ​ກວ່າ​ຄັ້ງ​ແລ້ວ​ນີ້118ຫ້ອງ, ວິ​ສາ​ຫະກິດ​ທີ່​ເຂົ້າ​ຮ່ວມ​ການວາງ​ສະ​ແດງ​ມີ2306​ແຫ່ງ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກາຍ44%. ​ໃນ​ນັ້ນ​ມີ​ນັກ​ທຸລະ​ກິ​ດຮົງ​ກົງ, ມາ​ກາວ, ​ໄຕ້​ຫວັນ​ແລະ​ຕ່າງປະ​ເທດ​ເກືອບ2ໝື່ນ​ຄົນ. ນາງ​ກົມມະລີ ດາລາ​ວົງ, ຮອງ​ເລຂາ​ສະພາ​ອຸດສາຫະກຳ​ແລະ​ການ​ຄ້າ​ແຫ່ງ​ຊາດ​ລາວ​ທີ່​ຮັບຜິດ​ຊອບ​ການວາງສະ​ແດງ​ຂອງ​ລາວ​ເທື່ອ​ນີ້​ບອກ​ໃຫ້​ຮູ້ວ່າ,
 
ຢູ່​ຫໍ​ວາງສະ​ແດງ​ຂອງ​ລາວ, ​ຈາກ15ບໍ​ລິສັດ19ຫ້ອງ​ວາງສະ​ແດງ​ເພີ່ມ​ຂຶ້ນ​ເປັນ18​ບໍລິສັດ​26ຫ້ອງ​ວາງສະ​ແດງ. ການ​​ເພີ່ມ​ຫ້ອງ​ວາງສະ​ແດງ​ແມ່ນ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ການ​ພົວພັນ​ການ​ຄ້າ​ແລະ​ການ​ລົງທຶນ​ຂອງ​ຈີນ​ແລະ​ລາວ, ຄາດ​ວ່າ​ປີໜ້າ​ຈະ​ຫຼາຍ​ກວ່າ​ນີ້​ອີກ.
 
ນາງ​ເວົ້າ​ວ່າ, ສິນຄ້າ​ຂອງ​ລາວ​ທີ່​ນຳ​ມາ​ວາງສະ​ແດງມີ​ຈຸດ​ພິ​ເສດ​ພົ້ນ​ເດັ່ນ​ທີ່​ສຸດແມ່ນ​ເຄື່ອງ​ເຟີ​ນີ​ເຈີ, ທຸກ​ເທື່ອ​ກໍ່​ຂາຍ​ດິບ​ຂາຍ​ດີ, ຂາຍ​ໄດ້​ເຖິງ​90%. ສິນຄ້າ​ຂອງ​ລາວ​ມີ​ຄຸນ​ນະພາບດີ​ທັງ​ລາຄາ​ຖືກ, ມີ​ຊື່ສຽງທີ່​ດີ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ລູກ​ຄ້າ​​ຈີນ.
 
ເມື່ອ​ເຂົ້າ​ສູ່​ຫໍ​ຕ່າງປະ​ເທດ, ​ເຄື່ອງ​ຫັດຖະກຳ, ​ເຄື່ອງ​ເຟີ​ນີ​ເຈີ​ທີ່​ເຮັດ​ດ້ວຍ​ໄມ້, ​ເຄື່ອງ​ແກະ​ສະ​ຫຼັກ​​ໄມ້​ທີ່​ມີ​ເອກະລັກ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​ໜ້າ​ສົນ​ໃຈ​ຫຼາຍ. ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ເຄື່ອງ​ເຟີ​ນີ​ເຈີ​ທີ່​ເຮັດ​ດ້ວຍ​ໄມ້​ແດງ​, ນອກ​ນີ້​ຍັງ​ມີ​ໄຫ​ໃຫຍ່​ທີ່​ເຮັດ​ດ້ວຍໄມ້​ດູ່ລາຍທີ່​ເປັນ​ຮູບ​ທຳ​ມະ​ຊາດ, ​ໃນ​ນັ້ນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ກໍ່​ແມ່ນ​ຕຽງ​ໄມ້​ດູ່​ລາຍ​ທີ່ຕິດ​ລາຄາ1​ແສນ8​ໝື່ນ8​ພັນ​ຢວນ. ນອກຈາກ​ເຄື່ອງ​ເຟີ​ນີ​ເຈີ​ໄມ້​​ເນື້ອແຂງ​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ​ແລ້ວ, ຍັງ​ມີ​ເຄື່ອງ​ຫັດ​ຖະກຳ​ທີ່​ເຮັດ​ດ້ວຍ​ໄໝ, ຝ້າຍ​ແລະ​ເຄື່ອງ​ປະດັບ​ທີ່​ເປັນເງິນ​ຄຳ​ແລ​ະອື່ນໆ. ຢູ່​ຫໍ​ວາງສະ​ແດງ​ລາວ​ໂດຍ​ສະ​ເພາະ​ແມ່ນ​ສະຖານ​ທີ່​ວາງສະ​ແດງ​ເຄື່ອງ​​ເຟີ​ນີ​ເຈີ​ມີ​ຄົນຫຼາຍ​ມາ​ໂດຍ​ຕະຫຼອດ.
 
ອັນ​ນີລາຄາ​ເທົ່າ​​ໃດ?
1200.
ຫຼຸດ​ໜ້ອຍ​ໜຶ່ງ​ໄດ້​ບໍ່?
ຄັນ​ຊັ້ນ​ກໍ່1000ສາ.
 


ນາງ​ບົວ​ມາລາ​ທີ່​ຂາຍ​ໂຕະ​​ນ້ຳ​ຊາ​ເປັນ​ນັກທຸ​ລະກິດ​ລາວ, ນາງ​ໄດ້​ຕັ້ງ​ບໍລິສັດ​ມາ20ກວ່າ​ປີ​ແລ້ວ. ປະຈຸ​ບັນ, ລາວ​ພວມ​ຮ່ວມ​ມື​ກັບນັກ​ທຸລະ​ກິດ​ຜູ້​ໜຶ່ງ​ຂອງ​ນະຄອນ​ຕ້າ​ລຽນ​ຂອງ​ຈີນ. ບໍລິສັດ​ຂອງ​ນາງ​ບົວ​ມາລາ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ກວມ​ເນື້ອ​ທີ3​ເຮັກຕາ, ຈ້າງກຳ​ມະກອນ​300ກວ່າ​ຄົນ.​ ​ເຖິງ​ວ່າ​ເປັນ​ມື້​ທຳ​ອິດ​ທີ່​ເປີດ​ຫ້ອງ​ວາງສະ​ແດງ​ກໍ່ຕາມ, ​ແຕ່ກໍ່​ມີ​ລູກ​ຄ້າຫຼາຍໆ​ຄົນ​ມາ​ຊື້​ເຄື່ອງ​ເຟີ​ນີ​ເຈີ.
 
ຂາຍ​ໄດ້4ໝື່ນ​ຫາ5​ໝື່ນ​ຢວນ​ແລ້ວ, ​ແຕ່ປີ2000, ຂ້ອຍ​ກໍ່​ໄດ້​ມາ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ສິນຄ້າ​ຄຸນ​ມີ​ງ​ແລ້ວ, ມາ​ທຸກ​ເທື່ອ, ​ເປັນ​ບໍລິສັດ​​ເຄື່ອງ​ເຟີ​ນີ​ເຈີ​ແຫ່ງ​ທຳ​ອິດຂອງ​ລາວ​ທີ່​​ເຂົ້າ​ສູ່​ຕະຫຼາດ​ຂອງ​ຈີນ.
 
ທີ່​ຈິງ​ແລ້ວ, ​ເວົ້າ​ສຳລັບ​ນາງ​ບົວ​ມາລາ, ງານ​ຕະຫຼາດນັດ​ສິນຄ້າ​ຄຸນ​ມີງບໍ່​ແມ່ນ​​ເລື່ອງ​ໃໝ່ໆ, ມັນ​ແມ່ນ​ເພື່ອນ​ເກົ່າ​ແລ້ວ.
 


ເຖິງ​ວ່າ​ນັກທຸ​ລະກິດ​ເຄື່ອງ​ເຟີ​ນີ​ເຈີ​ຂອງ​ລາວ​ມີ​ຄູ່​ແຂ່ງຫຼາຍ​ສົມຄວນ​ກໍ່ຕາມ, ​ແຕ່​ລາວ​ບໍ່ນ້ອຍ​ໜ້າຜູ້​ໃດ​​ເລີຍ. ​ເຄື່ອງ​ເຟີ​ນີ​ເຈີ, ​ເຄື່ອງ​ຫັດ​ຖະກຳ​​ຕ່າງ​ໆລ້ວນ​ແຕ່​ໄດ້​ຜະລິດ​ຢ່າງ​ປານີດງົດ​ງາມ, ​ໃນ​ນັ້ນ​ກໍ່​ມີຊ່າງ​ສີ​ມື​ຂອງ​ບໍລິສັດ​​ຈີນ. ທ່ານ​ຢີ້ງທີ່​ມາ​ຈາກ​ເມືອງ​ຈູ​ຈີ້​ແຂວງ​ເຈີ້​ຈ່ຽງຂອງ​ຈີນ​ເປັນ​ຜູ້​ອຳນວຍ​ການ​ໃຫຍ່​ຂອງ​ບໍລິສັດ​ເຄື່ອງ​​ເຟີ​ນີ​ເຈີ​ມູ້​ຈື່​ຢຸ້ນຄຸນ​ມີ​ງ, ທັງເປັນ​ນັກ​ແກະ​ສະ​ຫຼັກ, ລາວ​ເຄີຍ​ໃຊ້​ເວລາ​ສອງ​ປີ​ແກະ​ສະຫຼັກ​ໄຫ​ໄມ້"ອໍລະ​ຫັນ18​ອົງ"ທີ່​ວາງສະ​ແດງ​ໃນ​ງານ​ຄັ້ງ​ນີ້. ລາວ​ເວົ້າ​ວ່າ, ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ຄຸນ​ມີ​ງ​, ສົນ​ໃຈ​ຫຼາຍ​ຕໍ່ຜະ​ລິດ​ຕະພັນ​ໄມ້​ຂອງ​ລາວ, ສະ​ນັ້ນ​ຈຶ່ງ​ມາ​ເຂົ້າ​ຮ່ວມ, ຢາກ​ຜ່ານ​ງານ​ຄັ້ງ​ນີ້​ພົວພັນ​ກັບ​ນັກທຸ​ລະກິດ​ຈີນ​ແລະ​ລາວ​ທີ່​ສົນ​ໃຈ​ນຳ​ສີມື​ຂອງ​ລາວ.
 
ເອົາ​ຈັ່ງ​ຊີ້, ​ເຈົ້າ​​ໄປ​ສຳ​ຫຼວດ​ກ່ອນ​​ໄດ້​ບໍ່?
ຂີ່​ລົດ​ໄປ​ໄດ້​ບໍ່?
ໄດ້, ​ເຮັດ​ວີ​ຊາ​​ແລ້ວກໍ່​ໄປ​ໄດ້.
ຮອດ​ພຸ້ນ​ແລ້ວ​ຈະ​ໂທ​ຫາ​​ເນາະ.
ເຈົ້າ.
 




ທ່ານ​ອູ​ທີ່​ພວມ​ຖາມ​ເຈົ້າ​ຂອງ​ຮ້ານ​ເຟີ​ນີ​ເຈີ​ກໍ່​ເປັນນັກ​ທຸລະກິດ, ​ແຕ່ກ່ອນ​ເຄີຍ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​​ເມືອງ​ແຄ​ມທະ​ເລ. ​ເທື່ອ​ນີ້​ມາ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ຄຸນ​ມີງ​​ແມ່ນ​ເພື່ອ​ຊອກ​ຄູ່​ຮ່ວມ​ມືຜູ້​ໃໝ່, ​ແລະ​ຢາກ​ໄປຊອກຮູ້​ສະພາບ​ການ​ລົງທຶນ​ໃນ​ຂະ​ແໜງ​ກາ​ນ​ເຄື່ອງ​ເຟີ​ນີ​ເຈີ​ຢູ່​ປະ​ເທດ​ລາວ. ລາວ​ເວົ້າວ່າ, ການ​ຄ້າ​ຈີນ​ລາວ​ພັດທະນາ​ໄດ້​ດີ​ຕະຫຼອດ​ມາ, ປະຈຸ​ບັນ, ລັດ​ຖະບານ​ຈີນ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ຈີນ​ໄປ​ສ້າງ​ທຸລະ​ກິດ​ຢູ່​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້, ສະ​ນັ້ນ​ລາວ​ຢາກ​ຜ່ານ​ງານ​ຕະຫຼາດນັດ, ຊອກ​ຫາ​ຄູ່​ຮ່ວມ​ມື​ທີ່ດີ, ​ໄປ​ສຳ​ຫຼວດຢູ່​ອາຊີ​ອາຄະ​ເນ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ລາວ, ​​ເຮັດ​ໃຫ້​ບໍລິສັດ​ຂອງ​ຕົນ​ກ້າວ​ສູ່​ອາຊີ​ອາຄະ​ເນ.
 
ແຂວງ​ຢຸນນານ​ຈີນ​ມີ​ຊາຍ​ແດນ​ຕິດ​ກັບ​ລາວ, ຫວຽດນາມ​ແລະ​ມຽນມາ, ​ມີ​ເສັ້ນ​ຊາຍ​ແດນ4061​ກິ​ໂລແມັດ, ​ເປັນຊາຍ​ແດນ​ທີ່​ມີ​ເງື່ອນ​ໄຂ​ເປີດ​ປະຕູ​ທີ່​ດີ, ລະດັບ​ເປີດ​ປະຕູກວ້າງຂວາງ​ທີ່​ສຸດ, ​ແລະ​ເງື່ອນ​ໄຂ​ດ້ານ​ພູມ​ສັນຖານ​ດີ​ທີ່​ສຸດ. ນີ້​ໝາຍ​ຄວາມ​ວ່າ, ​ແຂວງ​ຢຸນນານ​ມີ​ທ່າ​ແຮງ​ດ້ານ​ພູມ​ສັນຖານ​ທີ່​ກ້າວ​ສູ່​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້. ຕາມ​ສະຖິຕິ, ​ໃນ4​ເດືອນ​ທຳ​ອິດ​ປີ​ນີ້, ການ​ຄ້າ​ຈີນ​ລາວ​ໂດຍ​ສະ​ເພາະ​ແມ່ນມູນ​ຄ່າ​ການ​ຄ້າ​ລະຫວ່າງ​ລາວ​ກັບ​ແຂວງ​ຢຸນນານ​ຈີນ​ໄດ້​ເພີ່ມ​ຂຶ້ນ66%. ສ່ວນ​ງານ​ຕະຫຼາດນັດ​ສິນຄ້າ​ຄຸນ​ມີ​ງ​ໄດ້​ສ້າງ​ໂອກາດ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຈີນ​ກັບ​ອາຊ​ຽນ, ​ໂດຍສະ​ເພາະ​ຈີນ​ກັບ​ລາວ.

ກົງສູນໃຫຍ່ລາວປະຈຳຄຸນໝິງ(ຊ້າຍ)

ທ່ານ​ພອນ​ທະວີ ບຸດ​ດາລາ, ກົງ​ສູນ​ໃຫຍ່​ຂອງ​ລາວ​ປະຈຳ​ຄຸນ​ມີ​ງກ່າວ​ວ່າ, 
 ເຮົາ​ເຫັນ​ວ່າ,ລາວ​ກັບ​ຈີນ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັນ​ຫຼາຍ,​ເຊັ່ນການ​ຮ່ວມ​ມື​ທາງ​ດ້ານ​ກະສິກຳ​,ການທ່ອງ​ທ່ຽວ,ການ​ກໍ່ສ້າງ​ພື້ນຖານ​ໂຄງ​ຮ່າງ​, ທາງ​ດ້ານ​ການ​ສຶກສາ​ແລະ​ອື່ນໆ.ງາ​ນວາງສະ​ແດງ​ຕະຫຼາດນັດ​ຄຸນ​ໝິງຈະ​ມີ​ບົດບາດສຳຄັນ​ຫຼາຍ​,ນີ້​ກໍ່​ແມ່ນ​ວິທີ​ການ​ໜຶ່ງ​ທີ່​ວ່າ​ຢຸນນານ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ພາຍ​ນອກ​ກັບປະ​ເທດ​ອື່ນ​ໃຫ້​ຫຼາຍ​ກວ່າ​ເກົ່າ,​ເພື່ອ​ສ້າງ​ຕະຫຼາດ​ໃໝ່​,​ເພື່ອ​ມີ​ການ​ແລກປ່ຽນ​ເສດຖະກິດ​ການ​ຄ້າ​,ກາ​ນລົງທຶນ​ແລະການ​ທ່ອງທ່ຽວ​ກັນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.​ ການ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​ຈີນ​ໂດ​ຍສະ​ເພາະ​ລາວ​ກັບ​ຢຸນນານ​ຈະ​ນັບ​ມື້​ນັບ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ແລະ​ນັບ​ມື້​ນັບ​ໄດ້​ຮັບ​ໝາກຜົນ​ຫຼວງ​ຫຼາຍ​ໃນ​ການ​ຮ່ວມ​ມື​ກັນ​ດັ່ງກ່າວ,ປະ​ຈຸ​ບັນ​ແລະ​ໃນ​ຕໍ່ໜ້າ​ກໍ່​ຈະ​ໄດ້​ຮັບ​ໝາກຜົນ​ອັນ​ດີ.ພ້ອມ​ດຽວ​ກັນນັ້ນ,ກໍ່​ຮຽກ​ຮ້ອງ​ທັງ​ນັກທຸ​ລະກິດ​ລາວ​ທັງ​ນັກທຸລະກິດ​ຈີນ​ໃຫ້​ມີ​ການ​ໄປມາຫາ​ສູ່​ກັນ​ໃຫ້​ຫຼາຍ​ກວ່າ​ເກົ່າ,​ໂດ​ຍສະ​ເພາະ​ແມ່ນ​ຢາກ​​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫຼື​​ບໍລິສັດ​ທີ່​ມີ​ທ່າ​ແຮງ​ຂອງ​ຈີນ​ໄປ​ຮ່ວມ​ມື​ເຮັດ​ທຸລະ​ກິດກັບ​ລາວ,ບໍລິສັດ​​ແລະ​ວິ​ສາ​ຫະກິດທີ່​ມີ​ທ່າ​ແຮງ​ແລະ​ຄວາມ​ສາມາດ​ຕົວ​ຈິງ​ໃນ​ການ​ເຮັດ​ວຽກ​ໄປ​ຮ່ວມ​ມື​ກັບ​ລາວ,​ພ້ອມ​ກັນ​ພັດທະນາ​ເພື່ອ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ