ປະຊາຊົນ​ອາ​ຟຼິກາ​ຈະ​ພະຍາຍາມຮ່ວມ​ກັບ​ໂລກ​ເພື່ອ​ສ້າງອະນາຄົດທີ່​ດີງາມ​ກວ່າ​ເກົ່າ

(GMT+08:00) 2010-06-24 16:40:19     cri
ວັນ​ທີ 3 ມິຖຸນາ​ນີ້​​ແມ່ນ​ວັນ​ກຽດ​ຕິຍົດຂອງ​ຄະນະ​ກຳມະການ​ສະຫະພາບ​ອາ​ຟຼິກາ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ.​ໃຕ້​ຫົວ​ຂໍ້​ທີ່​ວ່າ"ຕົວ​ເມືອງ​ທີ່​ດີກ​ວ່າ,ຊີວິດ​ທີ່​ດີກ​ວ່າ",ຫໍປະສົມ​ອາ​ຟຼິກາ​ໃນ​​ເຂດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ໄດ້​ສະ​ແດງ​ໃຫ້​ຄົນ​ທັງຫຼາຍ​ເຫັນສະພາບ​ຕົວ​ຈິງ​ຂອງ​ອາ​ຟຼິກາ,​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຮູ້​ຫຼາຍ​ກວ່າ​​ເກົ່າ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ປະ​ເທດ​ອາ​ຟຼິກາ.​ເຖິງ​ວ່າ​ຍັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​​ແລະ​ສິ່ງທ້າ​ທາຍ​ຫຼາຍປະການ,​ແຕ່​ປະຊາຊົນ​ອາ​ຟຼິກາບໍ່​ໄດ້​ຢຸດຕິ​ຕໍ່ການ​ສະ​ແຫວ​ງຫາ​ຊີວິດທີ່​ຜາ​ສຸກ​ຕະຫຼອດ​ມາ.​ເຂົາ​ເຈົ້າ​ເຊື່ອ​ໝັ້ນ​ວ່າ,ຊີວິດ​ໃນ​ອະນາຄົດ​ຍ່ອມ​ຈະ​ດີງາມ​ກວ່າ​ເກົ່າ.

​​ຫຼາຍ​ຄົນອາດຈະຮູ້ແຜ່ນດິນ​​ໃຫຍ່​ອາ​ຟຼິກາບໍ່ຫຼາຍ​ປານ​ໃດ,​ແຕ່​​ເມື່ອ​ຍ່າງ​ເຂົ້າ​ຫໍ​ປະສົມ​ອາ​ຟຼິກາ,ຄົນ​ທັງຫຼາຍ​ກໍ່​ຈະ​ໄດ້​ເຫັນ​​ວ່າ,ຢູ່​​ທາງ​ຫຼັງ​ຮູບ​ພາບ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ອາ​ຟຼິກາທີ່​​ແຕ້ມ​ຢູ່​ເທິງ​ຝາ​ທາງ​ນອກ​ຂອງ​ຫໍ​ປະສົມ,ປະ​ເທດ​ຕ່າງໆ​ຍັງ​ມີ​ສີສັນ​ພິ​ເສດ​ຂອງ​ໃຜລາວ.ຕົວຢ່າງ​ຄື​ຫໍ​ໂມ​ລິ​ເຊີດ,​ເຖິງ​ວ່າ​ຈັດສິ່ງ​ວາງສະ​ແດງ​ແບບ​ງ່າຍໆ,​​ແຕ່​ພັດມີ​ເອກະລັກຂອງ​ປະ​ເທດ​ເກາະດອນ,ທົ່ວ​ຫໍ​ກໍ່​ເໝືອນ​ດັ່ງ​ທະ​ເລ​ສີຟ້າ.​​ໃນ​ສອງ​ເຂດ​ວາງສະ​ແດງ​ທີ່​ຕ່າງ​ມີ​ຫົວ​ຂໍ້​ວ່າ"​​

ເກາະດອນຫຼາກຫຼາຍ​ສີສັນ"​ແລະ"​ເຮືອນ​ດັ້ງ​​ເດີມ",ຄົນ​ທັງຫຼາຍ​ຈະ​ໄດ້​ເຫັນຄວາມ​ພະຍາຍາມ​ຂອງ​ໂມ​ລິ​​ເຊີດ​ໃນ​ການ​ອະນຸລັກ​ມໍລະດົກ​ປະຫວັດສາດ​ແລະ​ເຮັດ​ໃຫ້​ວັດທະນະທຳ​ທີ່​ຕ່າງ​ກັນ​ເຊື່ອມ​ໂຍງ​ເຂົ້າກັນ.ນອກ​ນີ້,​ໃນ​ຫໍ​ປະສົມ​ອາ​ຟຼິກາ​ຍັງ​ມີ​ຕະຫຼາດ​ອາ​ຟຼິກາ.ຢູ່​ນີ້,ຄົນ​ທັງຫຼາຍ​ຈະ​ໄດ້​ເຫັນ​ແລະ​ຊື້​ສິນຄ້າ​ອາ​ຟຼິກາ​ແທ້ໆ,ຍິ່ງ​ໃກ້ຊິດ​ກັບ​ສະພາບການ​ດຳລົງ​ຊີວິດ​ຂອງປະຊາຊົນ​ອາ​ຟຼິກາ.

ທ່ານ​ເຊຣິກ​ເນ ອາລີ​ໂອ ດີ​ອົບ,​ເຈົ້າ​ໜ້າ​ທີ່​ບໍລິສັດ​ແຫ່ງ​ໜຶ່ງ​ຂອງ​ເຊ​ເນ​ການທີ່ເຮັດວຽກກ່ຽວ​ກັບ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​​ແລະ​ການ​ສົ່ງ​ອອກບອກ​ວ່າ,ຊີວິດ​ໃນ​ຕົວ​ເມືອງ​ຂອງ​ອາ​ຟິຼກາຄ້າຍຄືກັບປະ​ເທດ​ອື່ນ,​ເຂົາເຈົ້າ​ກໍ່​ໄດ້​ຮັບ​ຜົນກະທົບຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ,​ແຕ່​ປະຊາຊົນ​ຍັງ​ດຳລົງ​ຊີວິດ​ແບບ​ລຽບ​ງ່າຍ.

"ຄື​ກັນ​ກັບປະ​ເທດ​ອາ​ຟຼິກາ​ສ່ວນ​ຫຼາຍ,​ເຊ​ເນ​ການ​ກໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ເຊັ່ນ​ກັນ,ເຊິ່ງເຮັດ​ໃຫ້ຄ່າຄອງຊີບ​ຢູ່​ນະຄອນຫຼວງ​ດາ​ກາສູງຂຶ້ນ.​ແຕ່​ເວົ້າ​ລວມ​ແລ້ວ,ພວກ​ເຮົາ​ຍັງ​ດຳລົງ​ຊີວິດ​ແບບລຽບ​ງ່າຍ."

​ຫຼາຍຄົນ​ກໍ່​ຮູ້​ແລ້ວ​ວ່າ,ຍ້ອນ​ໄດ້​ຮັບຜົນ​ສະທ້ອນ​ຈາກ​ສາ​ເຫດທາງ​ປະຫວັດສາດ​ແລະ​ສິ່ງ​ແວດ​ລ້ອມ​ພູມສັນຖານ,ການ​ພັດທະນາ​ຂອງ​ອາ​ຟຼິກາ​ໄດ້​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ,ຕົວຢ່າງ​ຄື,ການ​ຂາດນ້ຳ​ແລະ​ອາ​ຫານ​ເປັນ​ຕົ້ນ.​ແຕ່​ປະຊາຊົນ​ອາ​ຟຼິກາ​ບໍ່​ໄດ້​ປະລະ​ທັດສະນະ​ຕໍ່​ຕົວ​ເມືອງ​ທີ່​ດີງາມ.​ໃນ​ເວລາ​ທ່ານ​ນາເດີ ​ເມຣາ,ຜູ້ຕາງໜ້າ​ສະຫະພາບ​ອາ​ຟຼິກາ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ກ່າວ​ວ່າ:

"ທະວີບອາຟຼິກາພວມ​ສະ​​ແຫວ​ງຫາ​ໂອກາດ​ການ​ພັດທະນາ,​ແນ່​ນອນ​ແລ້ວ​ວ່າ,ພວກ​ເຮົາ​ຍັງ​ປະ​ເຊີນ​ກັບ​ສິ່ງທ້າ​ທາຍ​ຫຼາຍ​ຢ່າງ.​ແຕ່​ສິ່ງ​ສຳຄັນ​ນັ້ນ​ແມ່ນ,ປະ​ເທດ​ອາ​ຟຼິກາ​ຕ້ອງ​ໄດ້​ຮັບ​ການ​ພັດທະນາ,ປະຊາຊົນ​ຂອງ​ພວກ​​ເຮົາ​ຕ້ອງ​ມີ​ອາຫານທີ່​ພຽງພໍ,​ເງື່ອນ​ໄຂ​ດຳລົງ​ຊີວິດ​ທີ່​ດີກ​ວ່າ​​ເກົ່າ​ແລະ​​ໄດ້​ຮັບ​ການ​ສຶກສາ​ທີ່​ດີ."

ຢາກ​​​ເຮັດ​ໃຫ້​ຊີວິດ​ແບບ​ນີ້​​ເຊິ່ງ​ເປັນຄວາມປາດຖະໜາຂອງ​ປະຊາຊົນ​ອາ​ຟຼິກາ​ປະກົດ​ເປັນ​ຈີ​ງນັ້ນບໍ່​ແມ່ນ​​ເລື່ອງ​ງ່າຍ,​ໃນ​ຫຼາຍ​ປີ​ມາ​ນີ້,ປະຊາຊົນ​ອາ​ຟຼິກາ​ຊອກ​ຫາ​ຊ່ອງທາງການ​ພັດທະນາ​ທີ່​ເໝາະ​ສົມ​ຕະຫຼອດ​ມາ.ປະຊາຊົນ​ອາ​ຟຼິກາ​ຫຼາຍໆ​ຄົນ​ເຫັນ​ວ່າ,ການ​ພັດທະນາ​ຂອງ​ຈີນ​ໄດ້​ສະໜອງ​ບົດຮຽນອັນລ້ຳຄ່າ​ໃຫ້​ແກ່​ອາ​ຟຼິກາ.ທ້າວ​ກຼາ​ໂຟດ ອາ​ໂມ​ໂຣ,ນັກ​ສຶກສາ​ກົດ​ດີ​ວົວທີ່​ຮຽນ​ຢູ່​ຈີນ​ກໍ່​ເຫັນ​ວ່າ,ອາ​ຟຼິກາ​ຄວນ​ຮຽນ​ແນ​ວຄຶດ​ພັດທະນາ​ນຳຈີນ.

"ຂ້ອຍ​ຫວັງ​ວ່າ,ປະ​ເທດ​ພວກເຮົາ​ສາມາດ​ຮຽນ​ນຳ​ຈີນ,ຮຽນ​ຮູ້​ວິທີ​ການວ່າ,​​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະ​ເທດ​ພັດທະນາ​ຢ່າງ​ວ່ອງ​ໄວ,ຖື​ຈີນ​ເປັນ​ແບບ​ຢ່າງ.ຂ້ອຍ​​ເຫັນ​ວ່າ,ພວກ​ເຮົາ​ຕ້ອງການ​ທຶນຢ່າງ​ແນ່ນອນ,​ແຕ່​ພວກ​ເຮົາ​ຍິ່ງ​ຕ້ອງການ​ແນ​ວຄຶດ​ແລະ​ບົດຮຽນ​ຂອງ​ຈີນ."

ຍ້ອນວ່າ​ປະ​ເທດ​ຕ່າງໆຂອງ​ທະວີບອາ​ຟຼິກາ​ມີ​ລະດັບ​ພັດທະນາ​ທີ່​ຕ່າງ​ກັນ​ຫຼາຍ,ສະ​ນັ້ນ,ນອກຈາກ​ລັດຖະບານ​ແລະ​ປະຊາຊົນຂອງບັນດາປະ​ເທດ​ອາ​ຟຼິກາ​ເພີ່ມ​ຄວາມ​ພະຍາຍາມ​ຂອງ​ຕົນ​ແລ້ວ,ການຊ່ອຍ​ເຫຼືອ​ຈາກ​ປະຊາ​ຄົມ​ໂລກ​ກໍ່​ຂາດ​ບໍ່​ໄດ້.

 ​​ໂດຍ​ສະ​ເພາະ​ແມ່ນບົດບາດ​ຂອງອົງການ​ຈັດ​ຕັ້ງ​ພາກ​ພື້ນ​ສະຫະພາບ​ອາ​ຟຼິກາ​ນີ້, ຄວນ​ໄດ້​ຮັບ​ການ​ເອົາ​​ໃຈໃສ່ຫຼາຍ​ກວ່າ​​ເກົ່າ. ຄົນ​ອາ​ຟຼິກາ​ຫຼາຍມີ​ການ​ຄາດ​ຫວັງຫຼາຍ​ຕໍ່​ສະຫະພາບ​ອາ​ຟຼິກາ​ໃນ​ດ້ານການປົວ​​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ​ແລະ​ກ້າວ​ໄປ​ເຖິງການ​ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່. ທ່ານ​​ເຊ​ຣິກ​ເນ ອາລີ​ໂອ ດີ​ໂອບກ່າວ​ວ່າ:

"ພວກ​ເຮົາ​ມີ​ການ​ຄາດ​ຫວັງ​ສູງ​ຫຼາຍຕໍ່ສະຫະພາບ​ອາ​ຟຼິກາ, ຍ້ອນ​ໃນ​ປັດຈຸ​ບັນ​ນີ້, ພວ​ກ​ເຮົາ​ເອົາ​ໃຈ​ໃສ່ນຳການ​ແລກປ່ຽນ​ດ້ານ​ເສດຖະກິດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ສະຫະພາບ​ອາ​ຟຼີກາ​ຍັງ​ມີ​ຫຼາຍສິ່ງ​ຫຼາຍ​ຢ່າງ​ຕ້ອງ​ເຮັດ, ຍ້ອນ​ການ​ລົງ​ເລິກ​​ການ ເຊື່ອມ​ໂຍງ​ຂອງ​ພາກ​ພື້ນຍັງ​ບໍ່ຫ​ຫຼາຍ, ພວກ​ເຮົາ​ກໍ່​ບໍ່​ມີ​ຕະຫຼາດ​ຮ່ວມ​, ນີ້​ກໍ່​ແມ່ນ​​ດ້ານ​ທີ່​ສະຫະພາບ​ອາ​ຟຼີກາ​ຕ້ອງ​ພະຍາຍາມຫຼາຍ​ກວ່າ​ເກົ່າ, ຫວັງ​ວ່າ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ນີ້​ຈະສາມາດ​ບັນລຸ​ໄດ້."

ໃນ​​ດ້ານ​ນີ້, ສະຫະພາບ​ອາ​ຟຼິກາ​ພວມ​ພະຍາຍາມ​ຢູ່. ທ່ານ​ນາ​​ເດີ ​ເມ​ຣາ​ກ່າວ​ວ່າ, ​ເຖິງ​ແມ່ນ​ວ່າ​ສະຫະພາບ​ອາ​ຟຼິກາຍັງ​ໜຸ່ມ​ນ້ອຍ, ​ແຕ່​ໄດ້ປະກອບສ່ວນ​ຫຼາຍ​​ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ​ສະມາຊິກ53​ແຫ່ງ, ​ໂດຍ​ສະ​ເພາະ​​ແມ່ນ​ໃນ​ການ​ຫຼີກ​ເວັ້ນ ການ​ປະ​ທະ​ກັນ​ຂອງພາກ​ພື້ນ, ການ​ຮັບປະກັນການສະ​ໜອງ​​ອາຫານ​ແລະ​ດ້ານ​ອື່ນໆ, ​ກໍ່​ໄດ້ຮັບ​ໝາກຜົນ​ຢ່າງ​ພົ້ນ​ເດັ່ນ. ທ່ານກ່າວ​ວ່າ, ສະຫະພາບ​ອາ​ຟຼິກາ​ໄດ້​ວາງ​ຍຸດ​ທະ​ສາດ​ການ​ພັດທະນາ​ໄລຍະ​ຍາວ, ບວກ​ກັບ​ການ​ຊ່ວຍ​ເຫຼືອ​ຂອງ​ປະຊາ​ຄົມ​ໂລກ, ຈະ​ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຢ່າງ​ແນ່ນອນ, ສ້າງຊີວິດ​ການ​ເປັນ​ຢູ່​ທີ່ດີກ​ວ່າ​ເກົ່າ. ທ່ານ​ນາ​​ເດີ ​ເມ​ຣາຫົວໜ້າ​ຄະນະ​ຮັບຜິດຊອບການວາງສະ​ແດງ​ຂອງ​ສະຫະພາບ​ອາ​ຟຼິກາ​ກ່າວ​ວ່າ:

"ປັດຈຸບັນ​ນີ້, ພວກ​ເຮົາ​ມີ​ແຜນ​ຍຸດ​ທະ​ສາດຢ່າງ​ເຂັ້ມ​ແຂງ​ແຜນ​ໜຶ່ງ, ບວກ​ກັບ​ພວກ​ເຮົາ​ມີ​ສາຍ​ພົວພັນ​ທີ່​ດີ​ກັບ​ຫຼາຍ​ປະ​ເທດ​ເຊິ່ງລວມທັງ​ປະ​ເທດ​ຈີນ, ສະ​ນັ້ນ, ຂ້ອຍ​ຄິດ​ວ່າ​ພວກ​​ເຮົາ​ສາມາດ​ຮັບ​ມື​ກັບ​ສິ່ງ​ທ້າທາຍ​ນີ້​ໄດ້."

ໃນ​ຄວາມ​ເປັນ​ຈິງ, ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ທີ່​​ເຕົ້າ​ໂຮມຄວາມ​ຄິດ​ການ​ພັດທະນາ​ຂອງຕົວ​ເມືອງ​ໃນ​ອະນາຄົດຂອງ​ປະ​ເທດ​ຕ່າງໆ, ​ໄດ້​​ສ້າງ​ແທ່ນ​ທີ່​ດີ​​ໃຫ້​ປະ​ເທດ​ອາ​ຟຼິກາ​ເພື່ອ​ສະ​ແດງ​ເງື່ອນ​ໄຂ​ຕົນ​ເອງ, ຮໍ່າ​ຮຽນ​ບົດ​ຮຽງ​ການ​ພັດທະນາ​ຂອງ​ຕົວ​ເມືອງ​ປະ​ເທ​ດອື່ນໆ. ກ່ຽວ​ກັບ​ເລື່ອງ​ນີ້​, ນາງ​ເອລີ​ຊາ​ເບດ ທັນ​ກູ​ກຳມະການ​ກະຊວງ ການ​ຄ້າ​ອຸດສາຫະກຳຂອງ​ຄະນະ​ກຳມະການ​ສະຫະພາບ​ອາ​ຟຼີກາ​ກ່າວວ່າ: ຫວັງ​ວ່າ​ປະ​ເທດ​ອາ​ຟຼິກາຈະສາ​ມາດ​ຊອກ​ພົບຊ່ອງ​ທາງການ​ພັດທະນາ​ຂອງ​ຕົວ​ເມືອງ​ໃໝ່​ໃນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ.

"ພວກ​ເຮົາຄອງ​ຄອຍ​ຢ່າງ​ຮີບ​ຮ້ອນວ່າ, ​ໂດຍ​ຜ່ານ​ການ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໂລກ, ຄະນະ​ກຳມະການ​ສະຫະພາບ​ອາ​ຟຼິກາ​ແລະ​ປະ​ເທດ​ສະມາຊິກ​ສະຫະພາບ​ອາ​ຟຼິກາສາມາດ​ຊອກ​ພົບ​ຊ່ອງທາງ​ໃໝ່​​ເສັ້ນ​ໜື່ງ​ເພື່ອ​ໃຫ້​ຕົວ​ເມືອງ​ອາ​ຟຼິກາບັນລຸ​ສັນຕິພາບ​ແລະ​ຄວາມ​ປອດ​ໄພ​ມີຊີວິດ​ການ​ເປັນ​ຢູ່​ທີ່​ດີກ​ວ່າ​ເກົ່າ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ