
ພູທ້າຍຊ່ານ
ຈີນມີພູ 5 ໜ່ວຍທີ່ມີຊື່ສຽງຫຼາຍ, ໃນນັ້ນ, ມີພູໜ່ວຍໜຶ່ງຊື່ວ່າພູທ້າຍຊ່ານ, ຕັ້ງຢູ່ພາກຕາເວັນອອກ, ຖືກຂະໜານນາມວ່າ"ເປັນເຈົ້າແຫ່ງ 5 ໜ່ວຍພູ"ແລະ"ພູອັນດັບໜຶ່ງໃນໂລກ". ພູທ້າຍຊ່ານມີທັງທິວທັດທຳມະຊາດທີ່ສວຍງາມສະຫງ່າແລະວັດທະນະທຳປະຫວັດສາດທີ່ເກົ່າແກ່, ທັງແມ່ນສວນພູເຂົາທຳມະຊາດ, ແມ່ນຮູບຫຍໍ້ວັດທະນະທຳແລະປະຫວັດສາດຂອງປະຊາຊາດຈີນ, ມໍລະດົກທາງທຳມະຊາດແລະມໍລະດົກວັດທະນະທຳແຫ່ງທຳອິດຂອງໂລກ.
ເສັ້ນທາງທ່ຽວທີ່ເລີ່ມຈາກປະຕູ"ຫົງເມີນ"ແປວ່າປະຕູແດງ ແມ່ນເສັ້ນທາງຫຼັກຂອງການທ່ຽວພູທ້າຍຊ່ານໃນສະໄໝບູຮານແລະປະຈຸບັນ, ກໍ່ແມ່ນທາງຂຶ້ນພູຂອງເຈົ້າຊີວິດທຸກສະໄໝຂອງຈີນ. ຢູ່ຕາມສອງຟາກທາງມີຕົ້ນໄມ້ດົກໜາ, ຂັ້ນໃດກ້ຽວພູ, ຈອມພູຕ່າງໆງາມສະຫງ່າ, ບໍ່ນ້ຳສະອາດໄຫຼລິນ, ທິວທັດທຳມະຊາດສວຍງາມໜ້າອັດສະຈັນ, ຮອງຮອຍບູຮານສະຖານກໍ່ມີຢ່າງຫຼວງຫຼາຍ. ນາງລູ້ຫົງ, ຜູ້ນຳທ່ຽວເວົ້າວ່າ:
"ຈາກປະຕູແດງຮອດປະຕູ"ນານທ່ຽນເມີນ"ແປວ່າປະຕູຟ້າໃຕ້ມີຂັ້ນໃດທັງໝົດ 6293 ຂັ້ນ, ຂຶ້ນພູທຸກບາດກ້າວເບິ່ງແລ້ວທິວທັດກໍ່ແຕກຕ່າງກັນ, ແມ່ນທາງຂຶ້ນພູສຳລັບເຈົ້າຊີວິດທຸກສະໄໝ. ຢູ່ຕາມທາງຈະເຫັນຈຸດທ່ອງທ່ຽວທີ່ສວຍງາມຕ່າງໆເຊັ່ນ: ວັງປະຕູແດງ, ຫໍເທວະດາໝື່ນອົງ, ປະຕູຟ້າກາງ, ຂັ້ນໃດ 18 ກ້ຽວແລະອື່ນໆ. ໃນນັ້ນ, ຂັ້ນໃດ 18 ກ້ຽວແມ່ນບ່ອນອັນຕະລາຍທີ່ສຸດຂອງພູທ້າຍຊ່ານ, ສູງ 400 ກວ່າແມັດ, ມີ 1600 ກວ່າຂັ້ນ, ໄປເຖິງປະຕູຟ້າໃຕ້ເລີຍ. ອາດເວົ້າໄດ້ວ່າ, ຂັ້ນໃດ18ກ້ຽວແມ່ນການທົດສອບກຳລັງແຮງທາງຮ່າງກາຍແລະຈິດໃຈຂອງຄົນເຮົາ."

ຂັ້ນໃດ 18 ກ້ຽວ
ຢູ່ຈອມພູທ້າຍຊ່ານເບິ່ງຕະເວັນພົ້ນຈາກຂອບຟ້າກໍ່ແມ່ນທິວທັດທຳມະຊາດທີ່ໜ້າຊົມທີ່ສຸດ. ເມື່ອຂຶ້ນໄປຮອດປະຕູຟ້າໃຕ້, ຍ່າງເລາະຕາມຂັ້ນໃດຫີນຂອງຖະໜົນຟ້າ, ກໍ່ເໝືອນດັ່ງພວມທ່ຽວເມືອງສະຫວັນ. ສ່ວນຢູ່ບ່ອນສູງສຸດຂອງພູທ້າຍຊ່ານທີ່ເອີ້ນວ່າ"ຈອມພູເທບພະເຈົ້າ", ຕອນຮຸ່ງເຊົ້າທຸກໆມື້ກໍ່ມີນັກທ່ອງທ່ຽວຫຼວງຫຼາຍຢືນປິ່ນໜ້າໄປທາງທິດຕາເວັນອອກ, ເພື່ອຊົມພະອາທິດທີ່ກຳລັງຈະໂພ່ຂຶ້ນຈາກຂອບຟ້າຄື: ທິດຕາເວັນອອກຄ່ອຍໆກາຍເປັນສີຄຳ, ຕາເວັນສີແດງຄ່ອຍໆຂຶ້ນມາ, ສາດແສງຢູ່ເທິງຈອມພູແລະທະເລເມກ, ເບິ່ງແລ້ວສວຍງາມອີ່ຫຼີ.
ທ້າວລີຢົງຊິງ, ນັກທ່ອງທ່ຽວທີ່ມາຈາກແຂວງກວາງຕຸ້ງກ່າວວ່າ, "ຂ້ອຍມາຈາກກວາງຕຸ້ງ, ພາຄອບຄົວ 3 ຄົນມາປີນພູທ້າຍຊ່ານ, ເບິ່ງຕາເວັນຂຶ້ນ. ເມື່ອຂຶ້ນພູທ້າຍຊ່ານແລ້ວກໍ່ມີຄວາມໝາຍວ່າເຮັດວຽກໃນປີນີ້ຈະສະດວກກວ່າເກົ່າ, ຊີວິດກໍ່ຈະດີງາມກວ່າເກົ່າ."

ຢູ່ຈອມພູທ້າຍຊ່ານເບິ່ງຕະເວັນພົ້ນຈາກຂອບຟ້າ
ດິນຟ້າອາກາດຂອງພູທ້າຍຊ່ານແບ່ງເປັນ 4 ລະດູຢ່າງຈະແຈ້ງ, ລະດູຕ່າງກັນກໍ່ມີຈຸດພິເສດຕ່າງກັນ. ລະດູຮ້ອນກໍ່ຍັງເຢັນສະບາຍ, ໃນເດືອນກໍລະກົດທີ່ເປັນຍາມຮ້ອນທີ່ສຸດ, ອຸມຫະພູມສະເລ່ຍແລ້ວກໍ່ມີພຽງ 17 ອົງສາທໍ່ນັ້ນ, ເຖິງຈະແມ່ນໃນຍາມຮ້ອນສຸດໄປຂຶ້ນພູກໍ່ບໍ່ຮ້ອນ, ຍ້ອນມີຕົ້ນແປກຕົ້ນສົນຫຼາຍ, ເຮັດໃຫ້ຄົນຮູ້ສຶກເຢັນສະບາຍ, ຖ້າຂຶ້ນຮອດຈອມພູ, ຍັງຕ້ອງນຸ່ງເສື້ອກັນໜາວອີກ. ນາງຈ່າງສາຍເສຍ, ຜູ້ນຳທ່ຽວເວົ້າວ່າ:
"ມາທ່ຽວພູທ້າຍຊ່ານ, ດີທີ່ສຸດແມ່ນຢູ່ລະຫວ່າງເດືອນເມສາຫາເດືອນພະຈິກ, ຍ້ອນວ່າອຸນຫະພູມໃນສອງລະດູຄືລະດູໃບໄມ້ປົ່ງແລະລະດູໃບໄມ້ຫຼົ່ນອ່າວດີ, ແຕ່ລະດູໃບໄມ້ປົ່ງມີລົມຂີ້ຊາຍແຮງ, ລະດູໃບໄມ້ລົ່ນດີກວ່າຍ້ອນລົມແລະຝົນໜ້ອຍ, ມື້ອາກາດປອດໂປ່ງອ່າວຫຼາຍ, ອາກາດເຢັນດີ, ເປັນລະດູທີ່ດີທີ່ສຸດສຳລັບການຂຶ້ນພູຊົມຕາເວັນຂຶ້ນ."
ລະດູຮ້ອນເຖິງຈະແມ່ນລະດູທີ່ມີຝົນຫຼາຍຢູ່ພູທ້າຍຊ່ານ, ແຕ່ໃນມື້ຝົນຕົກກໍ່ຕ້ອງຫາໂອກາດໄປຂຶ້ນພູໃຫ້ໄດ້, ຍ້ອນວ່າໃນເວລານັ້ນຈະໄດ້ເຫັນພາບເມກເຝື້ອທີ່ໜ້າອັດສະຈັນ, ຖ້າຫາກໄດ້ເຫັນຕາເວັນຂຶ້ນແລະມີທະເລເມກແມ່ນໂຊກດີແລ້ວ. ເມື່ອຝົນເຊົາ, ຈະໄດ້ຊົມດອກເມກສີແດງຢູ່ເທິງພູ, ຄືກັບວ່າເຮົາໄດ້ຍ່າງຢູ່ເທິງກ້ອນເມກໄປພ້ອມ. ໃນລະດູໜາວ, ເຖິງວ່າອາກາດໜາວກໍ່ຕາມ, ແຕ່ກໍ່ມີໂອກາດຫຼາຍທີ່ຈະໄດ້ເຫັນຕາເວັນຂຶ້ນ, ຖ້າຫິມະຕົກ, ທິວທັດຍິ່ງງາມຂຶ້ນຕື່ມອີກ.
ພູທ້າຍຊ່ານ,ນອກຈາກມີທິວທັດທຳມະຊາດທີ່ສວຍງາມແລ້ວ,ຍັງມີອາຫານທີ່ແຊບນົວຫຼາຍ,ຄື:ເຕົ້າຮູ້ທ້າຍຊ່ານ,ຂະໜົມຈ່ຽນປີງ,ລ້ວນແຕ່ແມ່ນອາຫານທີ່ມີລົດຊາດພິເສດຂອງພູທ້າຍຊ່ານ.ໂດຍສະເພາະແມ່ນຫຼັງບຸນກຸດຈີນທຸກປີ,ຢູ່ວັດໄຕທີ່ຢູ່ຕີນພູທ້າຍຊ່ານກໍ່ຈະຈັດບຸນວັດ,ເຄື່ອງຫັດຖະກຳ,ອາຫານທ້ອງຖິ່ນຊະນິດຕ່າງໆ,ການສະແດງສິນລະປະພື້ນເມືອງ,ງິ້ວແລະການຟ້ອນລຳທຳເພງທຸກຮູບແບບເຕົ້າໂຮມກັນຢູ່ບ່ອນນີ້,ການຕັດເຈ້ຍເປັນຮູບຕ່າງໆທີ່ສວຍງາມ,ການແຕ້ມຮູບດ້ວຍປາກກາໄຟ,ການເຮັດຂະໜົມເປົ່ານ້ຳຕານ,ສິນລະປະຄວັດໄມ້ແລະສາທິດວິທີເຮັດເຄື່ອງປັ້ນດິນເຜົາທີ່ສະແດງຢູ່ກັບບ່ອນຢ່າງຫຼາກຫຼາຍເປັນທີ່ຕື່ນຕາຕື່ນໃຈ;ຂະໜົມຈ່ຽນປີງ,ເຕົ້າຮູ້ອ່ອນ,ໝາກກໍ່ຂົ້ວ,ຂະໜົມຍອງຝ້າຍແລະອາຫານພື້ນເມືອງທີ່ມີສີສັນແລະລົດຊາດພິເສດຫຼາຍຢ່າງຫຼາຍແນວເຮັດໃຫ້ນັກທ່ອງທ່ຽວຊີມແລ້ວຕິດອົກຕິດໃຈ.
ທ່ານວາງຢົງ,ນັກທ່ອງທ່ຽວທີ່ມາຈາກແຂວງເຮີ່ຍລົງຈຽງຍ້ອງຍໍຢ່າງບໍ່ຂາດສົບຂາດປາກຕໍ່ອາຫານເຫຼົ່ານີ້ວ່າ:
"ການທ່ຽວພູທ້າຍຊ່ານແມ່ນທ່ຽວຊົມວັດທະນະທຳ,ພວກເຮົາມາທ່ຽວເປັນພິເສດ,ຫຼິ້ນບຸນວັດແລະຊິມອາຫານທ້ອງຖິ່ນ.ວັດໄຕຖືວັດທະນະທຳທີ່ເປັນພື້ນຖານ,ຖືການບັນເທິງເປັນຫຼັກ,ແລະມີຫໍຂອງວັດຕ່າງໆ,ດີຫຼາຍ."
ຕັ້ງແຕ່ບູຮານນະການມາແລ້ວ,ຄົນຈີນໄດ້ບູຊາພູທ້າຍຊ່ານ,ມີສຸພາສິດເວົ້າວ່າ:"ພູທ້າຍຊ່ານມີຄວາມສະຫງົບ,ທົ່ວປະເທດກໍ່ມີຄວາມສະຫງົບເຊັ່ນກັນ",ຈາກເຈົ້າຊີວິດຈິນຊີຮ່ອງເຕ້ແລະເຈົ້າຊີວິດອູຕີ້ຂອງລາຊະວົງຮ້ານ,ຮອດເຈົ້າຊີວິດຂອງລາຊະວົງເຊັ່ງ,ເຈົ້າຊີວິດທຸກອົງກໍ່ຊົງມາສູດມົນ,ໄຫວ້ພະແລະບັນພະບູລຸດເປັນປະຈຳ,ສ້າງວັດວາອາຮາມ,ຕັ້ງພະພຸດທະຮູບແລະຄວັດຫີນຢູ່ຕາມພູທ້າຍຊ່ານ.ນັກວັນນະຄະດີແລະນັກກະວີກໍ່ແຮ່ງບູຊາພູທ້າຍຊ່ານ,ໃນປະຫວັດເປັນຮ້ອຍເປັນພັນປີມານີ້,ເຂົາເຈົ້າມັກມາທ່ຽວຢູ່ບ່ອນນີ້ແລະໄດ້ແຕ່ງກະວີຫຼືຂຽນບົດຕ່າງໆຢ່າງຫຼວງຫຼາຍ.ຢູ່ຕາມພູທ້າຍຊ່ານທີ່ທັງໃຫຍ່ທັງສູງ,ມີກຸ່ມສິ່ງກໍ່ສ້າງບູຮານ 20 ກວ່າແຫ່ງ,ແລະມີບ່ອນວາງສີລາລຶກ 2200 ກວ່າແຫ່ງ.ທ່ານໂຈ່ອີງ,ນັກຄົ້ນຄວ້າພູທ້າຍຊ່ານແນະນຳວ່າ:
"ເນື້ອໃນດ້ານວັດທະນະທຳຂອງພູທ້າຍຊ່ານມີຫຼາກຫຼາຍ.ມັນມີລັກສະນະພົ້ນເດັ່ນທີ່ສຸດໃນສິນລະປະວັນນະຄະດີຂອງຈີນ,ຕົວຢ່າງຄື:《ສື່ຈີ່ງ》,ປື້ມກະວີບູຮານທີ່ມີຊື່ສຽງຂອງຈີນ,ກະວີຈູຊື,ກະວີຂອງລາຊະວົງຖາງ,ກະວີຂອງລາຊະວົງຊົ້ງແລະອື່ນໆ,ໃນຜົນງານທີ່ດີເດັ່ນຂອງທຸກສະໄໝກໍ່ມີກະວີແລະບົດຄວາມເພື່ອຍ້ອງຍໍພູທ້າຍຊ່ານ,ຈາກທ່ານຫຼີປາຍ,ຕູຝູຮອດທ່ານຊູຈື້ມົວແລະທ່ານກົ່ວມົ້ວຢົ້ວ,ນັກກະວີແລະນັກວັນນະຄະດີທີ່ມີຊື່ສຽງໃນລາຊະວົງທີ່ຜ່ານມາເຫຼົ່ານີ້,ລ້ວນແຕ່ເຄີຍມາທ່ຽວພູທ້າຍຊ່ານ,ແລະສ້າງຜົນງານທີ່ດີເລີດເອົາໄວ້.ສະນັ້ນ,ໃນປະຫວັດສາດ,ວັນນະຄະດີ,ງິ້ວ,ເພງ,ດົນຕີແລະການຟ້ອນກ່ຽວກັບພູທ້າຍຊ່ານລ້ວນແຕ່ມີຄຸນຄ່າສູງສົ່ງແລະມີຊື່ສຽງໂດ່ງດັງ."
ພູທ້າຍຊ່ານຖືເປັນ"ພູເທວະດາ","ພູສັກກາລະບູຊາ"ແລະ"ພູວັດທະນະທຳ"ຂອງຈີນ,ແມ່ນບ້ານເກີດເມືອງນອນທາງຈິດໃຈຂອງລູກຫຼານເຫຼັນຫຼ້ອນຂອງຊາວຈີນ,ແມ່ນບ້ານຈິດໃຈຂອງປະຊາຊາດຈີນ.ຂຶ້ນພູທ້າຍຊ່ານ,ເຮັດໃຫ້ສະບາຍໃຈ,ຈິດໃຈມີຄວາມສະຫງົບ.ຍິນດີຕ້ອນຮັບທ່ານເຂົ້າສູ່ໂລກທີ່ມີຫຼາຍສີສັນຂອງພູທ້າຍຊ່ານ,ທ່ຽວຊົມເອກະລັກພິເສດຂອງພູທ້າຍຊ່ານ,ແລະນຳເອົາຄວາມສຸກ,ໂຊກດີ,ຄວາມສະຫງົບແລະຄວາມເປັນສິລິມຸງຄຸນກັບບ້ານ!