ປັກ​ກິ່ງ​ເຂົ້າ​ສູ່​ລະດູ​ຮ້ອນພາຍ​ໃຕ້​ບັນຍາ​ກາດຂອງ​ການ​ແຂ່ງຂັນ​​ເຕະບານ​ໂລກ​2010

(GMT+08:00) 2010-07-05 16:32:38     cri

ທ່ານ​ຜູ້​ຟັງ,ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ອາ​ຟຼິກາ​ໃຕ້2010​ເລີ່ມ​ຕົ້ນ​ຂຶ້ນ​ແລ້ວ,​ພາຍຫຼັງ​ລໍ​ຖ້າມາ​ເປັນ​ເວລາ4ປີ​ແຟ​ນບານທົ່ວ​ໂລກກໍ່​ໄດ້​ເຂົ້າ​ສູ່​ບັນ​ຍາກາດ​ຂອງ​ການ​ແຂ່ງຂັນ​ທີ່​ຟົດ​ຟື້ນ.ຢູ່ທຸກ​ແຫ່ງຂອງ​ນະຄອນ​ຫຼວງ​ປັກ​ກິ່ງ​,ກໍ່​ຈະໄດ້​ຍິນ​ຜູ້ຄົນ​ສົນທະນາ​ກັນ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ອາ​ຟຼິກາ​ໃຕ້,​ແລະ​ຈະ​ໄດ້​ເຫັນ​ການຈັດ​ກິດຈະກຳ​ໂຄສະນາ​ການ​ແຂ່ງ​ຂັນ​ເຕະບານ​ຕາມຮ້ານ​ຄ້າ​ນ້ອຍໃຫຍ່​ຂອງ​ປັກ​ກິ່ງໃນ​ໄລຍະ​ການ​ແຂ່ງຂັນ​ເຕະບານ​ໂລກ.​ເຖິງ​ວ່າການ​ແຂ່ງຂັນ​ເຕະບານ​ໂລກ​ໄດ້​ຈັດຂຶ້ນ​ຢູ່​ອາ​ຟິຼາກາ​ໃຕ້​ທີ່​ຫ່າງ​ໄກ​ຈາກ​ຈີນ​ຫຼາ​ຍກໍ່ຕາມ,​ແຕ່ຄວາມ​ກະຕື​ລືລົ້ນ​ທີ່​ມີ​​ຕໍ່​ການ​ແຂ່ງ​ຂັນ​ເຕະບານຂອງ​ຄົນຈີນ​ທັງຫຼາຍກໍ່​ໄດ້​ເ​ລີ່​ມຟົດ​ຟື້ນ​ຂຶ້ນ​ໃນ​ລະດູ​ຮ້ອນນີ້.

ກາ​ນ​ແຂ່ງ​ຂັນ​ເຕະບານຕິດ​ພັນ​ກັບ​ເບຍ​ໂດຍ​ຕະຫຼອດ​ມາ,​ເບຍ​ເຢັນ​ຈອກ​ໜຶ່ງ,ການ​​ແຂ່ງຂັນ​ເຕະບານ​ລະດັບ​ໂລກ​ທີ່​ດີ​ເດັ່ນຄູ່ໜຶ່ງ,ນີ້​ແມ່ນ​ເອກະລັກພິ​ເສດ​ໃນລະດູ​ຮ້ອນຂອງ​ປີ​ນີ້.ຢູ່​ເຂດສື​ຈິງ​ຊ່ານ​ຂອງ​ປັກ​ກິ່ງ,ງານ​ເບຍ​ສາກົນ​ຂອງ​ສູນ​ການ​ຄ້າ​ຄົບ​ວົງ​ຈອນນະ​ຄອນຫຼວງ​ປັກ​ກິ່ງ​ຄັ້ງທຳ​ອິດ​ໄດ້​ໄຂ​ຂຶ້ນຢູ່​ສະໜາມ​ເຈ່ຍ​ນຽນ​ຮວາ​ຂອງ​ສວນສາ​ທາລະ​ນະ​ວິຈິດ​ສິນ​ສາກົນ​ໃນ​ໄລຍະ​ດຽວ​ກັນ​ທີ່​ຈັດການ​ແຂ່ງຂັນ​ເຕະບານ​ໂລກ​ອາ​ຟຼິກາ​ໃຕ້​.ໃນ​ຖານະ​ທີ່​ເປັນ​ຜູ້​ຈັດງານ,ທ່ານ​ຢູ​ເຕີ​ຈື້,ຜູ້​ຮັບຜິດ​ຊອບຂອງ​ບໍລິສັດ​ໃຫ້ການ​ປຶກສາ​ປະຊາ​ສຳພັນ​ຍຸກ​ໃໝ່​ເສິ້ງ​ລານ​ປັກກິ່ງ​ບອກ​​ໃຫ້​ຮູ້ວ່າ,​ໃນ​ໄລຍະ​ວັນ​ທີ11ຫາ​ວັນ​ທີ28​ມິຖຸ​ນານີ້,​ມີ​ບໍລິສັດ​ຂາຍ​ເຫຼົ້າ​ຈີນ​ແລະ​ຕ່າງປະ​ເທດ​ຮ້ອຍ​ກວ່າ​ແຫ່ງ​ຈະ​ສະໜອງ​ເບຍ​ຢ່າງພຽງພໍ​ໃຫ້​ແກ່​ຜູ້​ເບິ່ງ​ການ​ແຂ່ງຂັນ​ເຕະບານ​ໂລກ​ອາ​ຟຼິກາ​ໃຕ້​ເຖິງ​ບ່ອນ.ພ້ອມ​ກັນນັ້ນ,ຍັງ​ຈະ​ຈັດ​ກິດຈະກຳ​ຕ່າງໆ​ໃນ​ງານ​ເບຍ​ສາກົນ​ເທື່ອ​ນີ້.

"​ແຕ່​ລະ​ມື້,ພວກ​ເຮົາ​ມີ​ກິດຈະກຳ​ຕອບ​ຄຳຖາມ​ຊິງ​ລາງວັນ​,ມອບເຄື່ອງທີ່​ລະ​ລຶກຂອງ​ການ​​ແຂ່ງຂັນ​ເຕະບານ​ໂລກ​ອາ​ຟຼິກາ​ໃຕ້​,​ແລ້ວ​ຍັງ​ຈະ​ຈັດການ​ແຂ່ງຂັນ​ດື່ມເບຍ​ທຸກ​ມື້ນຳ​ອີກ."
ນອກ​ນີ້,ທ່ານ​ຢູ​ເຕີ​ຈື້ຍັງ​ເວົ້າ​ວ່າ,​ເພື່ອ​ເຮັດ​ໃຫ້​ຜູ້​ຊົມ​ສາມາດ​ຊົມ​ການ​ແຂ່ງຂັນ​ເຕະບານ​ໂລກ​ໄດ້​ຢ່າງ​ສະດວກ​ສະບາຍ.ຢູ່​ສະໜາມ​ດັ່ງກ່າວ​,ຍັງ​ໄດ້ຕິດ​ຕັ້ງ​ຈໍ​ໂທລະ​ພາບ​ໃຫຍ່ລຸ້ນ​ໃໝ່3​ຜືນ,ລວມທັງ​ຈໍ​ໂທລະພາບ​ຕົ້ນຕໍ​ທີ່​ມີຂະ​ໜາດ54​ຕາແມັດ​ຜືນໜຶ່ງ,​ແລະ​ຈໍ​ໂທລະ​ພາບທີ່​ມີ​ຂະໜາດ35ຕາແມັດ​2ຜືນ​ຢູ່​ແຈ​ຂອງ​ສະໜາມ,ທັງ​ໝົດ​ເຫຼົ່າ​ນີ້ຈະ​ສາມາດ​ເຮັດ​ໃຫ້​ຜູ້​ຊົມ​ສາມາດ​ເບິ່ງ​ການ​ແຂ່ງຂັນ​ເຕະບານ​ຢ່າງມ່ວນ​ຊື່ນ.ນອກ​ນີ້,​ເພື່ອ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຊົມ,​ເວລາ​ເປີດ​ບໍລິ​ການ​ແຕ່​ລະ​ມື້​ແມ່ນ​ຈະ​ດຳ​ເນີນ​ໄປ​ຈົນ​ຈົບ​ການ​ແຂ່ງ​ຂັນ​ຄູ່​ທີ2.

"​ເວລາ​ເປີດ​ບໍລິການຈະ​ຮອດ24​ໂມງ,ຊ້າ​ສຸດ​ແມ່ນ​ຮອດເວລາ​ທີ່​ຜູ້​ຊົມ​ເບິ່ງ​ການ​ແຂ່ງຂັນ​ເຕະ​ບານຄູ່​ທີ2ຈົບ.ການ​ແຂ່ງຂັນ​ເຕະບານ​ຄູ່ທີ2​ອາດຈະ​ແກ່ຍາວ​ເວລາ​ຮອດຫຼັງ​ທ່ຽງ​ຄືນ,ຫຼັງ​ຈາກການ​ແຂ່ງຂັນ​ເຕະບານ​ສິ້ນສຸດ​ແລ້ວ​ຈຶ່ງ​ຈະ​ເກັບ​ມ້ຽນ​ແລະ​ອະນາ​ໄມສະຖານ​ທີ່."

ຢູ່​ປັກ​ກິ່ງ​ທີ່​ຄ່ອຍໆ​ເຂົ້າ​ສູ່​ລະດູ​ຮ້ອນ,ຜູ້​ຄົນສາມາດ​ທັງ​ເບິ່ງ​ການຖ່າຍ​ທອດ​ການ​ແຂ່ງຂັນ​ເຕະບາ​ນ​ໂລກ​ທັງ​ດື່ມ​ເບຍ​​ເຢັນ​ຢູ່​ສະໜາມ​ໃນ​ຄ່ຳ​ຄືນ,ນີ້​ເປັນ​ໂອກາດ​ທີ່​ຫາໄດ້​ຍາກ.ສະ​ນັ້ນ,ບໍ​ລິສັດ​ນ້ອຍ​ແລະ​ໃຫຍ່ຢູ່​ປັກ​ກິ່ງ​ລ້ວນ​ແຕ່ເອົາ​ໃຈ​ໃສ່​ເພື່ອ​ນຳ​ໃຊ້ໂອກ​າດການ​ຄ້າ​ໃນ​ເວລາມີການ​ແຂ່ງຂັນ​ເຕະບານ​ໂລກ​.ຢູ່​ເຂດ​ການ​ຄ້າ​ສາກົນ​ລານ​ເຊີ້​ກາງ​ວ່າ​ນຂອງ​ເຂດ​ເສົາ​ຢາງ​ປັກ​ກິ່ງ,ງານ​ເບຍ​ຄັ້ງ​ທີ2ຢູ່ປັກ​ກິ່ງ​ກໍ່​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ9ມິຖຸນາ​ນີ້​​ຢູ່​ໃນ​ໄລຍະທີ່​ຈັດການ​ແຂ່ງ​ຂັນ​ເຕະບານ​ໂລກ​ເຊັ່ນ​ດຽວ​ກັນ. ນາງ​ກ່າວ,ພະ​ນັກງານ​ການ​ຕະຫຼາດຂອງ​ລານ​ເຊີ້​ກາງ​ວ່າ​ນ​ເວົ້າ​ວ່າ:
"ຢູ່​ສະຖານ​ທີ່​ຈັດງານ​​ເບຍຂອງ​ພວ​ກ​ເຮົາ,ຜູ້​ຄົນ​ສາມາດ​ເບິ່ງ​ການ​ແຂ່ງຂັນ​ເຕະ​ບານ,ພ້ອມ​ກັນນັ້ນ​ກໍ່​ມີ​ກິດຈະກຳ​ທີ່​ເຮັດ​ໃຫ້​ຜູ້​ຊົມ​ໄດ້​ມີ​ສ່ວນ​ຮ່ວມ​ຈຳນວນ​ໜຶ່ງ,ຕົວຢ່າງ​ເຊັ່ນ,ການ​ແຂ່ງຂັນ​ດື່ມ​ເບຍ,ການ​ສະ​ແດງ​ຂອງວົງ​ດົນຕີ,​ແລະຍັງ​ມີ​ການ​ຈົກ​ສະຫຼາກ​ຈຳນວນ​ໜຶ່ງ.ປີ​ນີ້ມີ​​ເບຍ​ລະດັບ​ສາກົນ​ຮ້ອຍ​ກວ່າ​ຍີ່​ຫໍ້,​ແ​ລະ​ອາຫານ​ແຊບໆ​ລະດັບ​ສາກົນ​ຈຳ​ນວນ​ໜຶ່ງ."

ຢູ່ປັກ​ກິ່ງ​ມີ​ເຂດ​ທີ່​ມີ​ຊື່ສຽງທີ່​ເປັນ​ຮ້ານ​ອາຫານ,​ເຖົ້າ​ແກ່​ຂອງ​ຮ້ານ​ອາຫານ​ກໍ່​ກະກຽມ​ເພື່ອ​ຕ້ອນຮັບ​ແຂກ​ໃນ​ໄລຍະ​ການ​ແຂ່ງຂັນ​ເຕະບານ​ໂລກ​ອາ​ຟຼີກາ​ໃຕ້.ທົ່ງ​ຫຍ້າຂຽວ--ຮ້ານ​ອາ​ຫານ​ທີ່​ຢູ່​ມໍ່ໆ​​ສະໜາມ​ກິລາ​ກໍາມະກອນ,​ໄດ້​ຕັ້ງ​ເຄື່ອງສາຍ​ພາບຂະ​ໜາດນ້ອຍ​ຢູ່ບ່ອນ​ຫວ່າງນອກ​ຮ້ານອາ​ຫານ,ແລະ​ຢູ່ທາງນອກ​ຂອງຮ້ານ ອາຫານໄດ້ວາງໂຕະ​ເປັນ​ແຖວທີ່​ເຕັມໄປ​ດ້ວຍ​ຂອງ​ແກ້ມ.ນາງ​ເຫລີ​ຍອີ​ຜີ​ງ,ຜູ້​ຮັບ​ຜິດຊອບ​ຮ້ານ​ອາຫານ​ເວົ້າ​ວ່າ,​ໃນ​ໄລຍະ​ການ​ແຂ່ງຂັນ​ເຕະບານ​ໂລກ​ຄັ້ງ​ກ່ອນ,ລູກ​ຄ້າ​ບໍ່ພໍ​ໃຈ​ຕໍ່​​ການເບິ່ງ​ການ​ແຂ່ງຂັນ​ດ້ວຍ​ໂທລະ​ພາບ​ໃນ​ຫ້ອງ.ສະ​ນັ້ນ,ປີ​ນີ້,ພວກ​ເຮົາ​ໄດ້​ຕັ້ງ​ເຄື່ອງສາຍ​ພາບ​ຢູ່​ນອກ,​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ທີ່​ເບິ່ງ​ການແຂ່ງ​ຂັນ​ເຕະບານ​ໂລກ.ນອກ​ນີ້,​ເພື່ອ​ຮັບປະ​ກັນການ​ສະໜອງ​​ເບຍ​ເຢັນ​ໃນ​ໄລຍະ​ເຕະບານ​​ໂລກ,ຮ້ານ​ອາຫານ​ໄດ້​ຊື້​ຕູ້​​ແຊ່ເຢັນ​ຕື່ມ​ອີກຫລາຍ​ໜ່ວຍ.


ຢູ່​ທາງ​ຫລັງ​ຮ້ານ​ອາຫານ​ມີ​ຕູ້​ແຊ່ເຢັນ​ໃຫຍ່2​ເຄື່ອງ,​ສາມາດ​ສະໜອງ​ເບຍ​ໃນ​ທຸກ​ເວລາ,ຢູ່​ທາງ​ໜ້າ​ຮ້ານ​ອາຫານ​ຍັງມີ​ຕູ້​ແຊ່ເຢັນ​ໃຫຍ່ອີກ4​ເຄື່ອງ,​ກະກຽມ​ເພື່ອຕ້ອນ​ຮັບ​ການ​ແຂ່ງຂັນ​ເຕະບານ​ໂລກ.ເມື່ອຮອດ​ການແຂ່ງ​ຂັນເຕະ​ບານໂລກ,ຊຸດ​ເຕະບານ​ກໍ່​ໄດ້​ຂາຍ​ດິບ​ຂາຍ​ດີ,ກ່ອນ​ການ​ແຂ່ງຂັນ​ເຕະ​ບານ​ໂລກ​ອາ​ຟີຼກາ​ໃຕ້,ບໍ່ວ່າ​ຝ່າຍ​ສະໜັບສະໜູນ​ທາງ​ການ​ຂອງ​ການ​ແຂ່ງຂັນ​​ເຕະບານ​ໂລກ​ຫລື​ວ່າ​​ຝ່າຍ​ສະໜັບ​ສະໜູນ​ຂອງ​ທີ​ມ​ເຕະບານ​ເຊັ່ນ​ໄນ​ກີ້,ພູ​ມາ​ແລະ​ອື່ນໆ,ກໍ່​ໄດ້ຈໍາໜ່າຍ​ເສື້ອ​ເຕະບານ,ບານ​ເຕະ,​ເກີບ,ທຸງຊາດ​ຂອງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ,​ຈອກ,ຕຸກ​ກະຕາ​ດາລາ​ເຕະ​ບານ​ແລະ​ອື່ນໆ,ລາຄາ​ຈາກບໍ່​ຮອດ​ສິບ​ຈົນ​ຮອດຢວນຫາ​ພັນ​ຢວນ.ຢູ່​ຮ້ານ​ຂາຍ​ເຄື່ອງກິ​ລາຂອງ​ປັກ​ກິ່ງ​ຮ້ານ​ໜຶ່ງ,ຜູ້​ບໍລິການ​ເວົ້າ​ວ່າ,ການ​ແຂ່ງຂັນ​ເຕະບານ​ໂລກ​ມາ​ຮອດ​ແລ້ວ,ຫລາຍ​ຄົນ​ຈະ​ເຕົ້າ​ໂຮມກັນ​ເບິ່ງ​ການ​ແຂ່ງຂັນ,ດື່ມ​ເບຍ,​ເຂົາ​ເຈົ້າ​ຈະ​ກຽມ​ເຄື່ອງ​ເຊຍ​ບານ,​ເສື້ອ​ເຕະບານ​ເຫລົ່ານີ້​ແມ່ນ​ເຄື່ອງ​ທີ່​ແຟນບານ​ເຕະ​ຕ້ອງ​ມີ,ຄົນ​ທີ່​ມາ​ຊື້​ກໍ່​ຫລາຍ.


ຄຽງ​ຄູ່​ກັນ​ກັບ​ການ​ແຂ່ງຂັນ​​ເຕະບານ​ໂລກ​ໄຂ​ຂຶ້ນ​ຢ່າງ​ຟົດ​ຟື້ນ,ຕະ​ຫລາດຈຳ​ໜ່າຍ​ໂທລະ​ພາບ​ກໍ່​ໄດ້ຂາຍ​ດີຈາກ​ເຕະບານ​ໂລກ​ທີ່ສີ່​ປີ​ມີ​ເທື່ອ​ໜຶ່ງ.ຢູ່​ຕະຫລາດ​ໂທລະ​ພາບ​ປັກ​ກິ່ງ,ນັກ​ຂ່າວ​ໃຫ້​ຮູ້​ວ່າ,​ໃນ​ເກືອບ1​ເດືອນ​ມາ​ນີ້,ຍອດ​ຈໍາ​ໜ່າຍໂທ​ລະພາບ​ສີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ,​ໃນ​ນັ້ນ,ຍອດຈໍາ​ໜ່າຍ​ໂທລະພາບ​ສີ​ຈໍ​ໃຫຍ່​ໄດ້​ເພີ່ມ​ຂຶ້ນ50%.​ໂທລະ​ພາບ​ເຄື່ອນ​ທີ່​ທີ່​ສາມາ​ດ​ເບິ່ງ​ການ​ແຂ່ງຂັນ​ໃນ​ທຸກ​ເວລາ​ທຸກ​ບ່ອນ​ກໍ່​ໄດ້ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ,ມີ​ຫລາຍ​ຄົນ​ກໍ່​ຢາກ​ເອົາ​ມັນ​ໄປ​ນໍາ​ເພື່ອ​ທັງ​ຍ່າງ​ທັງ​ເບິ່ງ​ການ​ແຂ່ງຂັນ​ໄປ​ພ້ອມ​ຫລື​ທັງ​ຂີ່ລົດ​ທັງ​ເບິ່ງ​ການ​ແຂ່ງ​ຂັນ​ໄປ​ພ້ອມ.​ໃນ​ລະດູ​ຮ້ອນ​2010,ກໍ່​ແມ່ນ​ລະດູ​ຮ້ອນ​ຂອງ​ການ​ແຂ່ງຂັນ​ເຕະບານ​ໂລກ​ອາ​ຟຼີກາ​ໃຕ້.ຮ້ານ​ຂາຍ​ເຄື່ອງ​ປັກ​ກິ່ງ​ກໍ່​ໄດ້​ກຽມພ້ອມ​ເພື່ອ​ສະຫລອງ​ການ​ແຂ່ງຂັນ​ເຕະບານ​ໂລກ​ໃນ​ລະດູ​ຮ້ອນ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ