ຕົວ​ເມືອງ​ທີ່​ຖືກ​ປ່ຽນ​ແປງ​ດ້ວຍ​ພະ​ລັງ​ງານ​ແສງ​ຕາ​ເວັນ

(GMT+08:00) 2010-07-07 17:20:30     cri

ຕຶກຫ້ອງການພະລັງງານແສງຕາເວັນທີ່ໃຫຍ່ທີ່ສຸດໃນໂລກຕັ້ງຢູ່ເມືອງເຕີໂຈ່ວ

ເມືອງ​ເຕີ​ໂຈວ​ແມ່ນຕົວ​ເມືອງ​ຂະ​ໜາດ​ກາງ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ແຂວງ​ຊ່ານ​ຕົງ.​ໃນ​ຫລາຍ​ປີ​ທີ່​ຜ່ານ​ມາ,​ໂດຍ​ຜ່ານ​ການ​ເຜີຍ​ແຜ່​ພະລັງ​ງານ​ອະນາ​ໄມຄື​ພະ​ລັງ​ງານ​ແສງຕາ​ເວັນ,ຕົວ​ເມືອງ​ນີ້​ຈາກ​ເມືອງ​ກະ​ສິ​ກໍາທີ່​ດ້ອຍ​ພັດທະ​ນາ​ກາຍ​ເປັນ​ຕົວ​ເມືອງ​ແຫ່ງ​ພະ​ລັງງານ​​ແສງ​ຕາ​ເວັນ​ທີ່​ຂະ​ແໜງ​ການ​ພະລັງ​ງານ​ໃໝ່ກໍາລັງ​ພັດທະນາ.​ເຕັກ​ນິກ​ພະ​ລັງ​ງານ​ແສງຕາ​ເວັນ​ທີ່​ອະນຸລັກ​ສິ່ງ​ແວດ​ລ້ອມບໍ່​ພຽງ​ແຕ່​ສ້າງ​ຜົນ​ປະ​ໂຫຍ​ດຕໍ່​ປະ​ຊາ​ຊົນ​ທີ່​ດໍາ​ລົງ​ຊີວິດ​ຢູ່​ຕົວ​ເມືອງນີ້​ເທົ່ານັ້ນ,ຍັງ​ປ່ຽນ​ແປງ​ໂສມ​ໜ້າ​ຂອງ​ຕົວ​ເມືອງ​ນີ້

ຕຶກຫ້ອງການພະລັງງານແສງຕາເວັນໃນຍາມລີຕີ

ທ່ານ​ວາງ​ອ້າຍ​ປີ່​ນ,​ແມ່ນປະຊາຊົນ​ທໍາ​ມະ​ດາ​ສາມັນ​ຢູ່​ເຕີ​ໂຈ​ວ,​ເພິ່ນ​ໄດ້​ສໍາ​ຜັດ​ກັບ​ພະລັງ​ງານ​ແສງຕາ​ເວັນ​ເຮັດໃຫ້​ຊີ​ວິດ​ການ​ເປັນ​ຢູ່​ມີ​ການ​ປ່ຽນ​ແປງ​ຫລາຍ.

ເມື່ອ​ກ່ອນ,ຕ້ອງ​ໄປ​ອາບ​ນໍ້າ​ຢູ່​ຫ້ອງອາບ​ນໍ້າ​ລວມ,ບໍ່​ສະດວກ.ນຶ່ງ​ອາທິດ​ກໍ່​ໄປ​ບໍ່​ໄດ້​ເທື່ອ​ນຶ່ງ.ດຽວ​ນີ້​ມີ​ພະລັງງານ​ແສງ​ຕາ​ເວັນ,ສະດວກ​ກວ່າ​ເກົ່າ.ຕົ້ນ​ທຶນ​ມີ​ແຕ່​1ພັນ​ກວ່າ​ຢວນ,ມວນ​ຊົນ​ກໍ່​ຮັບ​​ເອົາໄດ້.ດຽວ​ນີ້,ຢູ່​ເມືອງ​ເຕີ​ໂຈວ,ພະລັງງານ​ແສງຕາ​ເວັນ​ແມ່ນ​ໃຊ້​ໂດຍ​ທົ່ວ​ໄປ​ແລ້ວ,​ຄອບ​ຄົວ​ໃດ​ກໍ່​ມີ.

ເມື່ອຍ່າງ​ເຂົ້າ​ເມືອງ​ເຕີ​ໂຈ​ວ,ທ່ານ​ຈະ​ໄດ້​ເຫັນ​ພະລັງງານ​ແສງ​ຕາ​ເວັນ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ.ຢູ່​ສອງ​ຟາກ​ທາງ​ແມ່ນ​ດອກ​ໄຟ​ເຍືອງ​ທາງ​ດ້ວຍ​ພະລັງງານ​ແສງ​ຕາ​ເວັນ,ຢູ່ທາງ​ສີ່​ແຍກ​ສໍາ​ຄັນ​ລ້ວນ​ແຕ່​ໃຊ້ໄຟ​ອຳນາດດ້ວຍ​ພະ​ລັງ​ງານ​ແສງ​ຕາ​ເວັນ,​ຢູ່​ເທິງ​ຫລັງ​ຄາເຮືອນປະ​ຊາ​ຊົນູ​ແລະ​ສິ່ງ​ກໍ່ສ້າງສາ​ທາ​ລະນະກໍ່​ໄດ້​ຕັ້ງ​ເຄື່ອງ​ຕົ້ມນໍ້າ​ຮ້ອນ​ທີ່​ໃຊ້​ພະລັງ​ງານ​ແສງ​ຕາ​ເວັນ​ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ,ຢູ່​ບາງ​ແຫ​ລ່ງທ່ອງ​ທ່ຽວ​ກໍ່​ໄດ້​ຕິດ​ຕັ້ງ​ດອກ​ໄຟ​ທີ່​ໃຊ້​ພະລັງ​ງານ​ແສງ​ຕາ​ເວັນ,ອຸປະ​ກອນ​ເຫລົ່ານີ້​ໄດ້​ບອກ​ໝົດ​ທຸກ​ຄົນ​ວ່າ,ຕົວ​ເມືອງ​ນີ້​ແມ່ນ​ເມືອງ​ເຕີ​ໂຈວ,​ແມ່ນ​ຕົວ​​ເມືອງ​ແຫ່ງ​ພະລັງງານ​ແສງຕາ​ເວັນ​ຂອງ​ຈີນ.

ນາງ​ສາວ​ຫານ​ເວົ້າ​ວ່າ,​ພະ​ລັງ​ງານ​ແສງ​ຕາ​ເວັນ​ເຮັດ​ໃຫ້​ບ້ານ​ເກີດ​ຂອງ​ລາວ​ງາມ​ກວ່າ​ເກົ່າ."ຕອນ​ແລງ,ດອກ​ໄຟ​ເຍືອງ​ທາງ​ດ້ວຍ​ພະລັງງານ​ແສງຕາ​ເວັນ​ຮຸ່ງ​ຫລາຍ.ບາງ​ທີ່,ຂ້ອຍ​ແລະ​ໝູ່​ໄປ​ຫລິ້ນ​ຢູ່​ນອກ,ດອກ​ໄຟ​ເຍືອງ​ທາງໃນ​ສວນອຸທິຍານ​ແລະ​ດອກ​ໄຟ​ປະດັບ​ກໍ່​ແມ່ນ​ໃຊ້​ພະລັງ​ງານ​ແສງຕາ​ເວັນ,ງາມ​ຫລີ່​ຫລີ.​ເມື່ອກ່ອນ,​ເວລາ​ເວົ້າ​ເຖິງ​ເມືອງ​ເຕີ​ໂຈ​ວ,ກໍ່​ເວົ້າ​ວ່າ​ໄກ່​ເຕີ​ໂຈ​ວມີ​ຊື່​ສຽງດົ່ງ​ດັ່ງ​ຫລາຍ,​ແຕ່​ດຽວ​ນີ້,ຄົນ​ຫລວງ​ຫລາຍ​ກໍ່​ຮູ້​ວ່າ​ເມືອງ​ເຕີ​ໂຈວ​ແມ່ນ​ເມືອງ​ແຫ່ງ​ພະ​ລັງ​ງານ​ແສງຕາ​ເວັນ.ຂ້ອຍ​ຮູ້ສຶກ​ວ່າ​ດີ​ຫລາຍ."

ໃນ​ຫລາຍ​ປີ​ມໍ່ໆ​ມາ​ນີ້,​ເມື​ອງ​ເຕີ​ໂຈ​ວ​ໄດ້​ຊ່ວຍ​ພັດ​ທະ​ນາ​ຂະ​ແໜງ​ການ​ພະ​ລັງ​ງານ​ແສງ​ຕາ​ເວັນ​ໂດຍຜ່ານ​ເງື່ອນ​ໄຂພິ​ເສດ​ຕ່າງໆ​ເຊັ່ນ​ທີ່​ດິນ,ນະ​ໂຍບາຍ​ແລະ​ອື່ນໆ.ປະຈຸ​ບັນ,ບໍລິສັດ​ທີ່​ກ່ຽວ​ກັບ​ຂະ​ແໜງ​ການ​ພະລັງງານ​ແສງຕາ​ເວັນ​ຫລາຍ​ກວ່າ100​ແຫ່ງ.ຄຽງ​ຄູ່​ກັນ​ກັບພັດທະນາ​ຂະ​ແໜງ​ການພະລັງງານ​ແສງຕາ​ເວັນ,​ເມື​ອງ​ເຕີ​ໂຈ​ວຍັງ​ຕັ້ງໜ້າ​ຊຸກ​ຍູ້​ການ​ເຜີຍ​ແຜ່​ແລະນໍາ​ໃຊ້​ພະ​ລັງ​ງານ​​

ແສງ​ຕາ​ເວັນ​ໃນ​ເຂດ​ຂອງ​ຕົນ.​ໃນ​ທ້າຍ​ປີ2009,ອັດ​ຕາ​ການ​ຕິດ​ຕັ້ງ​ເຄື່ອງ​ຕົ້ມ​ນໍ້າ​ດ້ວຍ​ພະ​ລັງ​ງານ​ແສງຕາ​ເວັນ​ຢູ່​ຄຸ້ມ​ເຮືອນ​ຢູ່​ໃໝ່​ໃນ​ຕົວ​ເມືອງ​ຫລາຍ​ກວ່າ95%,​ໃນ​ຊົນນະ​ບົດ​ຫລາຍ​ກວ່າ50%.ການ​ນໍາ​ໃຊ້​ພະລັງງານ​ແສງຕາ​ເວັນ​ໃນ​ການ​ກໍ່ສ້າງ​ຕົວ​ເມືອງ,​ໄປ​ຈົນ​ຮອດ​ເຄື່ອງ​ໃຊ້​ປະ​ຈໍາ​ວັນເຊັ່ນ​ໄຟ​ສາຍ​ແລະ​ເຄື່ອງ​ສາກ​ຖ່ານ​ທຸກ​ຊະນິດ​ທີ່​ໃຊ້​ພະລັງງານ​ແສງຕາ​ເວັນ​ແລະ​ອື່ນໆ,ຄົນ​ເຕີ​ໂຈ​ວຫວັງ​​​ຜ່ານ​ພຶດຕິກໍາຕົວ​ຈິງ​ໃນຫລາຍ​ປີທີ່ຜ່ານ​ມາ,ການ​ດໍາລົງຊີ​ວິດ​ແລະ​ຜົນ​ສໍາ​ເລັດ​ທີ່ພົ້ນ​ເດັ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເມືອງ​ເຕີ​ໂຈ​ວ​ແມ່ນ​ຕົວ​ເມືອງ​ແຫ່ງ​ພະ​ລັງ​ງານ​ແສງຕາ​ເວັນ​ທີ່​ສົມ​ຊື່ລື​ນາມ.

ກຸ່ມ​ບໍ​ລິ​ສັດ​ພະລັງ​ງານ​ແສງ​ຕາ​ເວັນ​ຫວງໝີງທີ່​ຢູ່​ເມືອງ​ເຕີ​ໂຈ​ວ,​ແມ່ນ​ສູນ​ຜະ​ລິດ​ເຄື່ອງ​ຕົ້ມນໍ້າ​ຮ້ອນ​ດ້ວຍ​ພະ​ລັງ​ງານ​ແສງຕາ​ເວັນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ.ປີ​ກາຍນີ້,​ເຄື່ອງ​ຕົ້ມນໍ້າ​ຮ້ອນ​ດ້ວຍ​ພະລັງ​ງານ​ແສງ​ຕາ​ເວັນ​ຂອງ​ບໍ​ລິ​ສັດ​ນີ້​ໄດ້ປົກ​ຫຸ້ມ2​ລ້ານ​ກິ​ໂລ​ຕາ​ແມັດ,​ເຊິ່ງ​ເທົ່າ​ກັບ​​ເນື້ອ​ທີ່​ທັງ​ໝົດ​ຂອງ​ສະ​ຫະພາບ​ເອີ​ລົບ,​ແມ່ນ2​ເທົ່າ​ຂອງ​ທະວີບ​ອາ​ເມ​ລິ​ກາ​ເໜືອ.ທ່ານ​ຫວງໝີງ,ຜູ້​ອໍາ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິສັດ​ເວົ້າ​ວ່າ,ບໍລິສັດ​ນີ້​ຈະ​ສ້າງ​ສູນ​ຜະລິດ​ເຄື່ອງ​ທີ່​ໃຊ້​ພະລັງ​ງານ​ແສງ​ຕາ​ເວັນ,ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ,ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ,ການ​ທ່ອງ​ທ່ຽວ,ທີ່​ມີຊື່ວ່າ,​ເມືອງ​ຕາ​ເວັນ​ຈີນ.​ເວ​ລາ​ນັ້ນ,​ແຫ່ງ​ນີ້​ຈະ​ກາຍ​ເປັນ​ເຂດ​ອຸດ​ສາ​ຫະ​ກໍາ​ພະລັງງານ​ແສງຕາ​ເວັນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ.
ສຽງ3
"​ເມືອງຕາ​ເວັນ​ຈີນ,​ແມ່ນ​ສິ່ງ​ກໍ່ສ້າງ​ທີ່​ມີ່​ເນື້ອ​ທີ່​ລ້ານ​ກິ​ໂລ​ຕາ​ແມັດ,​ໂຮງ​ງານ,​ໂຄງ​ການ​ສາ​ທາ​ລະ​ນະ,​ໂຮງ​ແຮມ,ຄຸ້ມ​ເຮື​ອນຢູ່​ແລະ​ອື່ນໆ​ກໍ່​ແມ່ນ​ລະ​ບາຍກາກ​ບອນ​ຕໍ່າ,ອະ​ນຸ​ລັກ​ຊີ​ວະ​ພາບ.ອີກ2ປີ,ແຫ່ງ​ນີ້​ຈະ​ກາຍ​ເປັນ​ແບບຢ່າງ​ຂອງໂລກ,ແບບຢ່າງ​ຂອງ​ຕົວ​ເມືອງ​ແລະ​ຄຸ້ມ​ເຮືອນ​ຢູ່​ໃນ​ອະ​ນາ​ຄົດ.ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ."

ເຕັກ​ນິກ​ພະລັງງານ​ໃໝ່ , ໂສມ​ໜ້າ​ຕົວ​ເມືອງ​ໃໝ່​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ປະ​ຊາ​ຊົນ​ພາກ​ພູມ​ໃຈ​ເທົ່າ​ນັ້ນ,ຍັງ​ດຶງ​ດູດ​ນັກ​ທຸລະ​ກິດຈີນ​ແລະ​ຕ່າງ​ປະ​ເທດກໍ່​ໄປ​ເມື​ອງ​ເຕີ​ ໂຈວ​ເພື່ອ​ຊອກ​ຫາ​ໂອກາດ​ທຸລະ​ກິດ.ທ່ານ​ແອນດຼູ ສຄູ​ເລີ​ ຄົນ​ແມັກ​ຊິກ​ເວົ້າ​ວ່າ,

"ໄດ້​ຍິນວ່າ​ຕົວເມືອງ​ນີ້​ແມ່ນ​ເມືອງ​ພະລັງ​ງານ​ແສງ​ຕາ​ເວັນ,ຂ້ອຍ​ຫວັງ​ວ່າ​ຈະ​ສາມາດ​ຄົ້ນ​ພົບ​ເຕັກ​ນິກ​ໃຫມ່​ທີ່​ເໝາະ​ສົມ,ແລ້ວ​ເອົາ​ເມືອ​ນໍ້າ​ໃຊ້​ຢູ່ແມັກ​ຊິກ."            

ໃນ​ຖານະ​ເປັນຕົວ​ເມືອງ​ທີ່​ບໍ່​ມີ​ທາງ​ອອກ​ສູ່ທະ​ເລ,ເມື່ອ​ກ່ອນ,ຄົນ​ຕ່າງ​ປະເທດ​ໄປເມືອງ​ເຕີໂຈວ​ບໍ່ຫລາຍ,ແຕ່ວ່າດຽວ​ນີ້ຕ່າງ​ເກົ່າຫລາຍ​ແລ້ວ.ພະນັກງານ​ທີ່ ເຮັດວຽກ​ຢູ່ໂຮງແຮມ​ບອກໃຫ້​ຮູ້ວ່າ, ເຂົາເຈົ້າ​ຕ້ອນ​ຮັບ​ແຂກຕ່າງ​ປະເທດ​ບໍ່ໜ້ອຍໃນ​ແຕ່ມື້​ເຊັ່ນ,ແຂກທີ່​ມາຈາກ​ອາເມ​ລິກາ,ເຢຍ​ລະມັນ,ແມັກ​ຊິກ,ນູແວນ​ເຊລັງ​ແລະ​ປະເທດ​ອື່ນໆ.ເຖິງວ່າ​ເຂົາເຈົ້າ​ມາຈາກ​ບ່ອນ​ຕ່າງ​ກັນກໍ່​ຕາມ,ແຕ່ຈຸດ​ປະສົງ​ຂອງ ​ເຂົາ​ເຈົ້າ​ແມ່ນ​ຢາກ​ມາຊອກ​ຫາເຕັກ​ນິກ​ພະລັງງານ​ແສງຕາ​ເວັນ​ແລະ​ອຸປະກອນ. ວັນທີ16​ກັນ​ຍາ​2010​ກອງ​ປະຊຸມ​ຕົວເມືອງ​ພະລັງງານ​ແສງຕາ​ເວັນໂລກ​ຄັ້ງທີ4 ​ຈະຈັດ​ຂຶ້ນ​ຢູ່ເມືອງ​ເຕີໂຈວ. ກອງປະຊຸມ​ນີ້ແມ່ນຈັດ​ຂຶ້ນຢູ່​ຈີນ​ເປັນ​ເທື່ອ​ທໍາອິດ. ທ່ານ​ເຫລີຍຈ້ຽນກົວ,ເລຂາ​ພັກ​ເມືອງ​ເຕີໂຈວ​ກ່າວວ່າ,ຈະ​ໃຊ້​ໂອກາດ​ນີ້​ຊຸກ​ຍູ້​ການ​ພັດທະນາ​ພະລັງງານ​ແສງ​ຕາເວັນ​ແລະ​ນໍາໃຊ້​ພະ​ລັງ​ງານ​ແສງຕາ​ເວັນ​ຕື່ມ​ອີກ. ເພື່ອ​ກໍ່ສ້າງ​ເມືອງເຕີ​ໂຈວ​ເປັນຕົວ​ເມືອງ​ທີ່ມີສະພາບ​ແວດລ້ອມ​ດີແລະ​ລະບາຍ​ກາກ​ບອນຕໍ່າ.

"ສໍາລັບ​ເມືອງ​ເຕີໂຈວ,ພະ​ລັງ​ງານ​ໃໝ່​ທີ່ຖື​ພະລັງງານ​ແສງຕາເວັນ​ເປັນຕົ້ນຕໍ​ແມ່ນອຸດ​ສາຫະກໍາ​ໃໝ່​ທີ່ມີ​ລັກສະນະ​ຍຸດ​ທະ​ສາດ,ນີ້ກໍ່​ແມ່ນ​ທ່າແຮງ​ຂອງ​ພວກຂ້າ​ພະ​ເຈົ້າ,ພວກ​ຂ້າພະເຈົ້າ​ຄວນ​ເຮັດ​ໃຫ້​ພະລັງງານ​ແສງຕາເວັນ​ກາຍ​ເປັນອຸດ​ສາ​ຫະກໍາຕົ້ນ​ຕໍຂອງ​ເມືອງ​ເຕີໂຈວ,ຍົກສູງ​ອັດຕາ​ສ່ວນ​ຂອງມັນ​ໃນໂຄງ​ປະກອບ​ເສດ​ຖະກິດ,ຊັກ​ນໍາ​ການພັດທະນາ​ອຸດສາ​ຫະກໍາ​ອື່ນໆ."

ທ່ານເຫລີຍຈ້ຽນ​ກົວ​ເວົ້າ​ວ່າ,ນອກ​ຈາກ​ພະ​ລັງ​ງານ​ແສງ​ຕາ​ເວັນ​ແລ້ວ, ເມືອງ ເຕີໂຈວ​ຍັງ​ເອົາ​ໃຈ​ໃສ່​ການພັດ​ທະນາ​ອຸດສາ​ຫະກໍາ​ຕ່າງໆ​ເຊັ່ນ,ການ​ຜະ​ລິດ​ອຸ​ປະ ກອນ​ໄຟ​ຟ້າ​ແຮງ​ລົມ, ພັດ​ທະ​ນາ​ພະ​ລັງ​ງານ​ຊີ​ວະ​ພາບ​ແລະ​ອື່ນໆ. ຂີ່​ລົດ​ຈາກ​ເມືອງ​ເຕີໂຈວ​ໄປ​ນະ​ຄອນ​ຫລວງ​ປັກ​ກິ່ງ​ໃຊ້​ເວ​ລາ​ພຽງ​3ຊົ່ວໂມງທໍ່​ນັ້ນ, ເມືອງເຕີໂຈວ​ຈະນໍາໃຊ້ທ່າ​ແຮງດ້ານ​ຄົມມະ​ນາຄົມ,ຖານ​ອຸດສາ​ຫະກໍາ​ພະລັງ​ງານ​ໃໝ່​ແລະ​ອື່ນໆ,ມາ​ພັດ​ທະ​ນາ​ເປັນ​ເຂດ​ທີ່​ຄົ້ນ​ຄວ້າ​ພັດ​ທະ​ນາ​ແລະ​ຈໍາ​ໜ່າຍ​ເຄື່ອງ​ໃຊ້​ພະລັງງານ​ໃໝ່,ສົ່ງເສີມ​ວິສາ​ຫະ​ກິດ​ຈີນ​ແລະ​ຕ່າງປະ​ເທດ,ອົງ​ການ​ລົງ​ທຶນ​ແລະ​ນັກ​ວິ​ຊາ​ການ​ມາ​ລົງ​ທຶນ​ແລະ​ເຮັດ​ທຸລະ​ກິດອຸດ​ສາຫະ​ກໍາ​ຢູ່​ເມືອງເ​ຕີໂຈວ.
 ​

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ