ຊາວ​ໜຸ່ມ​ໃນ​ຫໍ​ວາງສະ​ແດງ​ເຢຍລະ​ມັນທີ່​ຮຽນ​ພາສາ​ຈີນ​ດ້ວຍ​ວິທີ​ສະຫຼາດ​ແລະ​ສຳຜັດ​ກັບ​ຄວາມ​ລຳບາກ​ໃນ​ການລ​ຽນ​ແຖວ​ດ້ວຍ​ຕົນ​ເອງ

(GMT+08:00) 2010-08-20 18:18:25     cri

  ໃນຫໍ​ວາງສະ​ແດງ​ຕ່າງໆ​ຂອງ​ສວນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ, ຈະ​ປະກົດ​ເຫັນ​ສະພາບ​ການທີ່​ໜ້າ​ສົນໃຈຫຼາຍ​ຢ່າງ. ຄົນ​ຕ່າງ​ປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ນີ້ສ່ວນ​ຫຼາຍ​ເວົ້າ​​ພາສາ​ຈີນ​ຢ່າງຫຼ່ຽນ​ໄຫຼ, ບັນ​​ຍາຍ​ແລະ​ບໍລິການນັກ​ທ່ອງ​ທ່ຽວ​ຢ່າງມີ​ຄວາມ​ກະຕືລື​ລົ້ນ. ຖ້າ​ບໍ່​ມີຄວາມ​ແຕກ​ຕ່າງ​ກັນ​ດ້ານ​ຜິວພັນ, ພຽງ​ແຕ່​ຈຳ​ແນ​ກ​ດ້ວຍສຽງກໍ່​ບໍ່​​ມີ​ຄວາມ​ແຕກ​ຕ່າງ​​ຫຍັງ​ກັບ​ຄົນ​ຈີນ. ຄົນ​ຕ່າງປະ​ເທດ​ເຫຼົ່າ​ນີ້​ກັບ​ງານ​ໃຝ​ໃ​ໃ​ວາງສະ​ແດງ​ໂລກ​ມີ​ເລື່ອງ​ຫຍັງ​ທີ່​ລືມ​ຍາກ?ພວກ​​ເພິ່ນ​ມີ​ເຄັດ​ລັບ​ຫຍັງ​ໃນ​ການ​ຮຽນ​ພາສາ​ຈີນ?​ໃນ​ຄໍ​ລຳ​ມື້​ນີ້, ພວກ​ເຮົາຈະເລົ່າ​ເລື່ອ​ງຂອງ​ທ້າວ​ທິວ​ ດິດຄຼິສ​ຜູ້​ບ່າວເຢຍລະ​ມັນສູ່​ຟັງ.


ທ້າວ​ຕິວ ດິດຄຼິສອາຍຸ25ປີ​ປີ​ນີ້, ​​​ຮຽນ​ພາສາ​ຈີນ​ໃນ​ມະຫາວິທະ ຍາ​ໄລຕຼີ​ເອີ​​ເຊິ່ງ​ເປັນ​ບ້ານ​ເກີດ​ຂອງ​ທ່ານກາກ ມາກ​ເປັນ​ເວລາ4ປີ, ​ຍ້ອນມີ​ຄວາມ​ສົນ​​ໃຈ​ຕໍ່​ຈີນ​ແລະ​ຄວາມ​ຫວັງ​ຢາກປະກອບ​ສ່ວນ​ເຂົ້າ​ໃນມິດຕະ ພາບ​ລະຫວ່າງ​ຈີນ​ກັບ​​ເຢຍລະ​ມັນ​ຈິ່ງ​ໄດ້ມາ​ຮ່ວມ​ໃນ​ຫໍ​ວາງສະ​ແດງ​ເຢຍລະ​ມັນ, ​ໂດຍເປັນ​ຜູ້​ບັນ​​ຍາຍ​ດ້ວຍ​ພາສາ​ຈີນ​ຜູ້​ໜຶ່ງ​ໃນ​ຫໍ​ວາງສະ​ແດງ​ເຢຍລະ​ມັນ. ​​ເມື່ອ​ຖືກ​ຖາມ​ເຖິງ​ເລື່ອງ​ກ່ຽວ​ກັບ​ຄວາມ​ຮູ້ສຶກ​ຂອງ​ການ​ເຮັດ​ວຽກ​ໃນ​ສວນ​ງານ​ວາງສະ​ແດງ​ໂລກ, ທ້າວ​ທິວ ດິດຄຼິສ​ໄດ້​ສະ​ແດງຄວາມ​ພໍ​ໃຈ​ດ້ວຍ​​ໃບ​ໜ້າຍິ້ມ​ແຍ້ມ​​ແຈ່ມ​ໃສ່​ວ່າ.

"ຂ້ອຍຮູ້ສຶກດີໃຈຫຼາຍທີ່ໄດ້ເຮັດວຽກໃນສວນງານວາງສະແດງໂລກ, ຍ້ອນວ່າຂ້ອຍຮູ້ສຶກວ່ານີ້ແມ່ນໂອກາດໃຫຍ່, ສາ​ມາດ​ແລກ​ປ່ຽນ​ແລະ ສົນ ທະນາກັບນັກທ່ອງທ່ຽວ​ໃນແຕ່ລະມື້, ໄດ້ຄວາມຮູ້ໃໝ່ຫຼາຍ. ຂ້ອຍ ຍັງ​ຮູ້​ສຶກ​ວ່າ​ນີ້​ມີ​ຄວາມ​ຊ່ວຍ​ເຫຼືອ​ຫຼາຍ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ເຢຍ​ລະ​ມັນ ".ຫໍວາງ​ສະແດງ​ເຢຍ​ລະ​ມັນ​ມີການ​ອອກ​ແບບ​ຢ່າງ​ລະອຽດ, ​ເມື່ອ​ຍ່າງເຂົ້າປະຕູ, ຜູ້​ຊົມ​ຈະ​ຕ້ອງ​ຜ່ານ​ເຂດ​ທິວ​ທັດ​ທີ່​ເປັນ​ຮູບ​ເນີນ, ຢູ່​ນີ້​ມີ​ຄຳ ແນະ​ນຳ​ກ່ຽວ​ກັບ​ລັດ​ແລະ​ເຂດ​ຕ່າງ​ໆ​ຂອງ​ເຢຍ​ລະ​ມັນ, ຫຼັງ​ຈາກ​ຜ່ານ ທາງ​ອຸ​ໂມງ​ໄປ​ຮອດ​ທ່າ​ທະ​ເລ​ທີ່​ມີ​ໂສມ​ໜ້າ​ໃໝ່​ແລ້ວ,​ຜູ້​ຊົມ​ຈະ​ໄດ້​ເຂົ້າ​ຫ້ອງ​ແຜນ​ຜັງ​ອະ​ນາ​ຄົດ, ສວນ​ດອກ​ໄມ້​ວັດ​ທະ​ນະ​ທຳ, ສວນ​ສາ​ທາ​ລະ ນະຕົວ ເມືອງ, ໂຮງ​ງານ​ປະ​ດິດ​ສ້າງ​ໃໝ່, ສະ​ໜາມ​ຫຼວງ​ຕົວ​ເມືອງ​ແລະ ສວນ​ວັດ​ຖຸ​ຕາມ​ລຳ​ດັບ,ພາກ​ສ່ວນ​ນີ້​ແມ່ນ​ການ​ສະ​ແດງ​ຊີ​ວິດ​ການ​ເປັນ​ຢູ່​ໃນ​ຕົວ​ເມືອງ​ຂອງ​ເຢຍ​ລະ​ມັນ​ດ້ວຍ​ຮູບ​ພາບ​ແລະ​ສິ່ງ​ກໍ່​ສ້າງ​ດ້ານ​ຊີ​ວິດ​ການ ເປັນ​ຢູ່​ໃນ​ຕົວ​ເມືອງ​ທີ່​ມີ​ລັກ​ສະ​ນະ​ແບບ​ຢ່າງ, ສະ​ແດງ​ຫົວ​ຂໍ້​ຫຼັກ"​ຕົວ ເມືອງ​ທີ່​ກົມ​ກຽວ​ກັນ". ໃນ​ຕອນ​ສຸດ​ທ້າຍ​ຂອງ​ການ​ທ່ຽວ​ຊົມ, ຜູ້ຊົມຈະມາ​ຮອດ​ຫໍ​ໃຫຍ່"ແຫຼ່ງ​ພະ​ລັງ"​ທີ່​ມະ​ຫັດ​ສະ​ຈັນ​ທ້າວ​ທິວ​ດິດ​ຄຼິສ​ກ່າວ​ຢ່າງ​ພາກ​ພູມ​ໃຈ​ວ່າ,"​ແຫຼ່ງ​ພະ​ລັງ"​ແມ່ນ​ສິ່ງ​ລ້ຳຄ່​າສຳ​ຄັນທີ່​ສຸດ​ໃນຫໍວາງສະ​​ແດງ​ເຢຍລະມັນ.

"ສິ່ງ​ທີ່​ນັກ​ທ່ອງ​ທ່ຽວ​ມັກ​ເບິ່ງ​ທີ່​ສຸດ​ໃນ​ຫໍ​ວາງ​ສະ​ແດງ​ເຢຍລະ​ມັນ​ຂອງ​ພວ​ກ​ເຮົາ​ແມ່ນ​ແຫຼ່ງ​ພະ​ລັງ", "ໃນ​ແຫຼ່ງ​ພະ​ລັງ"​ແມ່ນ​ໝາກ​ບານ ໃຫຍ່​ອັນ​ໜຶ່ງ, ມີ​ນ້ຳ​ໜັກ​ໜຶ່ງ​ໂຕນ​ປາຍ, ມີດ​ອກ​ໄຟ4​ແສນ​ດອກ,  ຖ້າ​ຄົນ ທັງ​ຫຼາຍ​ຮ້ອງ​ດ້ວຍ​ສຽງ​ດັງ, ໝາກ​ບານ​ໜ່ວຍ​ນີ້​ກໍ່​ຈະ​ແກວ່ງ​ໄປ​ແກວ່ງ​ມາ, ສິ່ງ​ທີ່​ໄດ້​ບົ່ງ​ບອກ​ໃຫ້​ພວກ​ເຮົາ​ຮູ້​ນັ້ນ​ແມ່ນ, "ຖ້າ​ເຮົາ​ສາ​ມັກ​ຄີກັ​ນ, ກໍ່ສາ ມາດ​ຍ້າຍ​ພູ​ໄທຊານ​ໄດ້", ຖ້າ​ມະ​ນຸດ​ເຮົາ​ຮ່ວມ​ມື​ກັນ, ກໍ່​ສາ​ມາດ​ຍູ້​ໜ່ວຍ ໂລກ​ໄດ້. ນີ້​ກໍ່​ແມ່ນ​ສິ່ງ​ລ້ຳ​ຄ່າ​ທີ່ສຸດ​ໃນ​ຫໍວາງ​ສະ​ແດງ​ເຢຍ​ລະ​ມັນ​ຂອງ​ພວກເຮົາ.


ນອກຈາກ "​ແຫຼ່ງພະລັງ"​ແລ້ວ, ຢູ່​​ໃນ​ຫໍ​ວາງສະ​ແດງ​ເຢຍລະ​ມັນ​ຍັງ​ມີ​ຜະລິດ​ຕະພັນ​ເຕັກ​​​ໂນ​ໂຣຊີສູງທີ່​ໃຊ້​ໃນ​ຊີວິດ​ປະຈຳ​ວັນຫຼາຍຢ່າງ ​ໂດຍ​ໄດ້​​ເຮັດ​ໃຫ້​ຫໍ​ວາງສະ​ແດງ​ເຢຍລະ​ມັນ​ກາຍ​ເປັນ​ໜຶ່ງ​ໃນ​ຫໍ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ໃນ​ງານ​ວາງສະ​ແດງ​ໂລກ, ​ນັກ​ທ່ອງ​ທ່ຽວ​ລຽນ​ແຖວ​ຢ່າງ​ຍາວ​ຢຽດຢູ່​ນອກ​ຫໍ, ສ່ວນ​ຫຼາຍ​ໃຊ້​ເວລາ3-4ຊົ່ວ​ໂມງ​ຈິ່ງ​ສາມາດ​ເຂົ້າ​ໄປ​​ໄດ້. ​ເພື່ອ​ສຳ​ຜັດ​ກັບ​ຄວາມ​ຮູ້ສຶກ​ໃນ​ການ​ລຽນ​ແຖວ, ທ້າວ​ທິວ ດິດຄຼິສທ໌ກໍ່​​​ໄດ້ໄປ​ລຽນ​​ແຖວນຳ​ຜູ້​ເຂົ້າ​ຊົມຄົນ​ອື່ນໆ.

ລາວ​ເວົ້າ​ວ່າ:"​ເພື່ອ​ສຳຜັດ​ກັບ​ຄວາມ​ຮູ້​ສຶກ​ໃນ​ການ​ລຽນ​ແຖວ, ຂ້ອຍ​ໄດ້​ໄປ​ລຽນ​ແຖວ​​ເພື່ອ​​ເຂົ້າ​ຊົມ​ຫໍວາງສະ​ແດງ​ເຢຍລະມັນ, ຂ້ອຍ​​ໄດ້​ລຽນ​ແຖວ​​ປະມານ3​ຊົ່ວ​ໂມງ, ຮູ້​ສຶກຍາກ​ຫຼາຍ​ແລະ​ເມື່ອ​ຫຼາຍ, ​ເມື່ອ​ເຂົ້າ​ໄປ​ໃນ​ຫໍ​ວາງສະ​ແດງ​​ແລ້ວ​ກໍ່​ບໍ່​ຢາກ​​ເບິ່ງ​ຫຍັງ​ແລະ​ຮຽນ​ຮູ້ຫຍັງ​ເລີຍ, ​ແຕ່​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ຊົມ​ຫໍ​ວາງສະ​ແດງ​ເຢຍລະ​ມັນ​ນັ້ນ, ​ເຖິງ​ວ່າ​ຕ້ອງ​ໃຊ້​ເວລາ​3ຊົ່ວ​​ໂມງລຽນ​ແຖວກໍ່ຕາມ, ​ເມື່ອ​​ເຂົ້າຫໍ​ແລ້ວ​ຍັງ​ມີ​ຄວາມ​ສົນ​ໃຈ​ແລະ​ຢາກ​ຮຽນ​ຮູ້​ຫຼາຍ​ຢ່າງ. ນີ້​ແມ່ນດີ​ຫຼາຍ."

ທ້າວ​ດິດຄຼິສທ໌​​ເວົ້າ​ຕື່ມ​ວ່າ, ​ໃນ​ເວລາ​ລຽນ​ແຖວ, ລາວ​ກໍ່​ຮຽນ​ຮູ້ນຳ​ນັກ​ທ່ອງ​ທ່ຽວ, ​ເອົາ​ຕັ່ງ​ນ້ອຍ​ໄປ​ນຳ, ບຶດ​ໜຶ່ງນັ່ງ​ບຶດໜຶ່ງ​ຢືນ, ​ແລະ​ທັງ​ກິນ​ໝາກ​ແຕງ​ໄປ​ນຳ ເພື່ອ​ເພີ່ມ​ວິຕາ​ມິນ​ໃຫ້​ຮ່າງ​ກາຍ. ມີ​ຄອບຄົວ​ເຜົ່າ​ອຸຍ​​ເກີທີ່​ມາ​ຈາກ​ຊິ່ນ​ຈ່ຽງ​​ໄດ້​ຂີ່​ລົດ​ໄຟ​3-4ມື້ ເພື່ອ​ໄປ​ຊົມ​ງານ​ວາງສະ​ແດງ​ໂລກ, ​ເພາະ​ວ່າ​ເຂົາ​ເຈົ້າ​ເຫັນ​ວ່າ, ງານ​ວາງສະ​ແດງ​ໂລກ​ແມ່ນ​ໂອກາດ​ທີ່​ດີ​ຂອງ​ການເຂົ້າ​ໃຈ​ຕ່າງປະ​ເທດ.ທ້າວ​ດິດຄຼິສທ໌​ເວົ້າ​​ວ່າ, ບໍ່​ພຽງ​ແຕ່​ແມ່ນ​ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ, ລາວ​ກໍ່​ໄດ້​ຄວາມ​ຮູ້​ຫຼາຍຈາກ​ງານ​ວາງສະ​ແດງ​ໂລກ, ​ໂດຍ​ສະ​ເພາະ​ແມ່ນ​ລະດັບ​ພາສາ​ຈີນຂອງ​ລາວ ໄດ້​ຍົກ​ສູງ​ຂຶ້ນຫຼາຍ. ລາວ​ເວົ້າ​ວ່າ:

"ດຽວ​ນີ້​ຂ້ອຍ​​ເຮັດ​ວຽກ​ຢູ່​ຫໍ​ວາງ​ສະ​ແດງ​ເຢຍລະ​ມັນ, ຂ້ອຍ​ໄດ້ຮຽນຄຳ​ສັບ​ໃໝ່ທຸກມື້, ​ໃນ​ເວລາ​ລົມ​ກັບ​ນັກ​ທ່ອງ​ທ່ຽວ, ສ່ວນ​ຫຼາຍ​ເຂົາ​ເຈົ້າ​ຈະເວົ້າ​ຫົວ​ຂໍ້ລະ​ອຽດ, ຂ້ອຍ​ກໍ່​ໄດ້​ຮຽນ​ຫຼາຍ​ສິ່ງ​ຫຼາຍຢ່າງ​ແລະ​ຄຳ​ສັບ​ໃໝ່​ໃນ​ການ​ລົມ​ກັນ."

ເຖິງ​ວ່າ​ທ້າວ​ດິດຄຼິສທ໌​​ເວົ້າ​ພາສາ​ຈີນ​ໄດ້​ຢ່າງ​ຄ່ອງ​​ແຄ້ວ​ໃນ​ປະຈຸ​ບັນ, ​ແຕ່​ລາວ​ເວົ້າ​ວ່າ, ​​​​ໃນ​ໄລຍະ​ທີ່ລາວ​ຫາ​ກໍ່​ມາຮອດ​ຈີນ​ໃໝ່​ໆ, ລາ​ວເວົ້າ​ພາສາ​ຈີນບໍ່​ເປັນຈັກ​ຄວາມ​ເລີຍ. ລາວ​ເວົ້າ​ວ່າ:

"ຂ້ອຍ​ໄດ້​ຮຽນ​ພາສາ​ຈີນ2​ປີ​ຢູ່​ເຢຍລະ​ມັນ​ແລ້ວ, ​ແຕ່ຮຽນ​ບໍ່​ເກັ່ງ, ເພາະວ່າ​ຢູ່​ເຢຍລະ​ມັນ​ບໍ່​ມີ​ສະພາບ​​ແວດ​ລ້ອມ​ທີ່ຊ່ວຍ​ໃຫ້​ຮຽນ​ພາສາ​ຈີນ, ສະ​ນັ້ນ​ໃນ​ໄລຍະ​ທີ່​ຂ້ອຍຫາ​ກໍ່​ມາ​ຮອດ​ຈີນ, ຂ້ອຍ​ເວົ້າ​ພາສາ​ຈີນ​ບໍ່​ເປັນ​ຈັກຄວາມ, ຫຼັງ​ຈາກ​ຂ້ອຍ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ຊ້ຽຍ​​ເມີນ​ແລ້ວຈິ່ງ​ເວົ້າ​ເປັນ. ​ ​ແຕ່​ຂ້ອຍ​ບໍ່​ໄດ້​ເຂົ້າຮຽນ​ເລື້ອຍໆ​, ສ່ວນ​ຫຼາຍ​ແມ່ນຮຽນ​​ໃນ​ການ​ລົມ​ກັນ​ກັບໝູ່​ຈີນ, ຂ້ອຍກັບ​ໝູ່​ຈີນ​ໄປ​ກິນ​ເຂົ້າ​ໄປ​ຮ້ອງ​ເພ​ງ​ແລະ​ໄປ​ຫຼິ້ນນຳ​ກັນ, ຮຽນ​​​ໄດ້ໄວ​ຫຼາຍ​ກວ່າ. ຂ້ອຍ​ມັກ​ເອົາ​ປື້​ມນ້ອຍໆ​ໄປ​ນຳ​, ​ເມື່ອ​ໄດ້​ຍິນ​ຄຳ​ສັບ​ທີ່​ຂ້ອຍ​ບໍ່​ເຄີຍ​ໄດ້​ຍິນຈັກ​ເທື່ອ, ຂ້ອຍ​ກໍ່​ໃຫ້​ເຂົາ​ເຈົ້າ​ຂຽນ​ໃຫ້, ຂ້ອຍ​ຮຽນ​ໄດ້​ກໍ​ຍ້ອນ​ແບບ​ນີ້​ລະ"

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ