ຈີນ​ໄດ້​ປະຕິ​ບັດ​ຄຳ​ໝັ້ນ​ສັນຍາ​ໃນ​ເວລາ​​ເຂົ້າ​ຮ່ວມWTOຢ່າງຄົມ​ຖ້ວ​ນ​ແລ້ວ

(GMT+08:00) 2010-09-02 17:57:41     cri
ຜ່ານ​ການ​ເຈລະຈາທີ່​ຫຍຸ້ງຍາກ​ລຳບາກ​ເປັນ​ເວລາ15​ປີ, ຈີນ​ໄດ້​ກາຍ​ເປັນ​ສະມາ ຊິກ​ທາງ​ການ​ຂອງ​ອົງການ​ການ​ຄ້າ​ໂລກ​ຫຼືWTO​ຢ່າງ​ເປັນ​ທາງ​ການໃນ​ປີ2001. ​ໃນ9​ປີ​ທີ່​ຜ່ານ​ມາ, ຈີນ​ຈາກ​ສະມາຊິກ​ໃໝ່ຂອງWTO​ກາຍ​ເປັນອົງ​ການ​ທີ່​ສະໜັບ ສະໜູນການ​ຊຸກຍູ້​ການ​ຄ້າ​ເສລີ​ແລະກົນ​ໄກ​ການ​ຄ້າຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ. ສະພາບ​ທີ່​ຈີນ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ເຂົ້າ​ຮ່ວມWTOແນວ​ໃດ​?

ຫວ່າງ​ມໍ່ໆມາ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​​ໂທລະພາບ​ເຟີ້​ງຫວງ​ຮົງ​ກົງ, ທ່ານ​ປາສຄານ ລາ​ມີ, ຜູ້ອຳນວຍ​ການ​​ໃຫຍ່WTOກ່າ​ວວ່າ, ຈີນ​ແມ່ນອົງການສຳຄັນ​ທີ່​ສຸດ​ຂອງອົງການ​ການ​ຄ້າ​ໂລກ, ​ທັງແມ່ນ​ອົງການ​ສຳຄັນ​ທີ່​ສຸດ​ໃນການ​ຄ້າ​ໂລກ, ຈີນ​ໄດ້​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ໃນ​ເວລາ​ເຂົ້າ​​ເປັນ​ສະມາຊິກWTO.

ທ່ານ​ປາສຄານ ລາ​ມີກ່າວ​ວ່າ: "ຈີນ​ແມ່ນ​ອົງການ​ສຳຄັນ​ທີ່​ສຸດ​ຂອງ​ອົງການ​ການ​ຄ້າ​ໂລກ, ດຽວ​ນີ້​ແມ່ນ​ອົງການ​ສຳຄັນ​ທີ່​ສຸດ​ໃນ​ການ​ຄ້າ​ໂລກ. ​ເວົ້າ​ລວມ​ແລ້ວ, ຈີນ​ໄດ້​ປະຕິບັດຄຳ​ໝັ້ນ​ສັນຍາ​ໃນ​ເວລາ​ເຂົ້າ​ຮ່ວມWTO"

ໃນ​ໃບ​ຂ່າວ​ທີ່​ເປີດ​​ເຜີຍ​ໃນ​ວັນ​ທີ23​ກໍລະ​ກົດ​ແລ້ວ​ນີ້, ກົມ​ການ​ຄ້າ​ໂລກ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ໄລ່​ມາ​ຮອດ​ປີ2010, ຈີນ​ໄດ້​ປະຕິ​ບັດ​ຄຳ​ໝັ້ນ​ສັນຍາ​​ໃນ​ເວລາ ເຂົ້າ​ຮ່ວມWTO​ຢ່າງຄົບ​ຖ້ວນ​ແລ້ວ, ​​ໄດ້​ສ້າງ​​ໂຄງ​ປະກອບ​ເສດ​ຖະກິດ​ການ​ຄ້າ​ທີ່​ສອດຄ່ອງ​ກັບລະບຽບຂອງWTO​, ກາຍ​ເປັນ​ໜຶ່ງ​ໃນບັນດາຕະຫຼາດ​ທີ່​​ເປີດປະຕູ ກວ່າ​ໝູ​​ໃນ​ໂລກ. ຕໍ່​ເລື່ອງ​ນີ້, ນັກ​ຂ່າວ​ໄດ້​ສຳພາດ​ສາດສະດາ​ຈານ​ເຫີ​ຫວີ້​ຍ​ຫວີ​ນ, ຫົວໜ້າ​ສູນຄົ້ນ​ຄ້ວາ​ເສ​ດຖະກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຂອງ​ມະຫາ ວິທະ​ຍາ​​ໄລ​ເສດ​ຖະກິດ​ການ​ຄ້າ​ຕ່າງປະ​ເທດຂອງ​ຈີນ, ທ່າ​ນກ່າວ​ວ່າ, ຈີນ​ໄດ້​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ໃນ​ເວລາ​​ເຂົ້າ​ຮ່ວມ​WTOຫຼື​ບໍ່ນັ້ນ, ຕ້ອງ​ເບິ່ງ​ຕາມຄວາມ​ເປັນ​ຈິງ. ເຫີ​ຫວີ້​ຍຫວີ​ນກ່າວ​ວ່າ:

"ກ່ອນ​ອື່ນ​ແມ່ນ​ໃນດ້ານ​ຜະລິດ​ຕະພັນ​ກະສິກຳ, ​ໃນ​ເວລາ​ເຂົ້າ​ຮ່ວມWTO ຈີນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ​ເມື່ອ​ຮອດ​ປີ2010, ພາສີ​ນຳ​ເຂົ້າຜະລິດ​ຕະພັນ​ກະສິກຳ​ສະ​ເລ່ຍ​ແລ້ວຕ້ອງຫຼຸດ​ເປັນ15%ນັ້ນນີ້ເຮັດ​ສຳ​ເລັດ​ແລ້ວ. ສ່ວນ​ການຍົກ​​​ເລີກເງິນ​ອຸດໜູນ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ສິກຳນັ້ນ​ກໍ່ໄດ້ສຳ​ເລັດແລ້ວ​. ນອກ​ນີ້​, ​ໃນ​ດ້ານການ​ນຳ​ເຂົ້າ​ລົດຍົນ, ພວກ​ເຮົາ​​ໄດ້ຍົກ​​​ເລີກ​ໂຄ​ຕາ​ທັງ​ໝົດ​ໃນ​ປີ2005, ນີ້​​ໄດ້​ຍົກ​​ເລີກແລ້ວ, ​ແລະ​ພາສີ​ກໍ່​ໄດ້​ຫຼຸດ​ລົງເປັນ30%, ສ່ວນພາສີຂອງອາ​ໄຫຼ່ລົດ​ກໍ່ໄດ້​ຫຼຸດລົງ​ເປັນ10%​ໃນ​ປີ2006​ຕາມ​ກຳນົດ, ຍັງ​ມີ​ຄວາມ​ຮຽກຮ້ອງ​ທີ່​ຍົກ​​ເລີກ​ຂໍ້​ຈຳກັດທີ່​ຕ້ອງ​ຫັນ​ເປັນ​ການ​ຜະລິດ​ພາຍ​ໃນ​ປະ​ເທດ ຄື​ໃນ​ເບື້ອງ​ຕົ້ນ ບໍລິສັດ​ຕ່າງປະ​ເທດ​ຜະລິດ​ລົດຍົນ​ຢູ່​ຈີນ​ຕ້ອງນຳ​ເອົາ​ເຕັກນິກ​ການ​ຜະລິດອາ​ໄຫຼ່​ຢູ່ຈີນ​, ນີ້​ກໍ່​ໄດ້​ຍົກ​ເລີກ​ແລ້ວ."

ນອກຈາກ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ໃນ​ຂອບ​ເຂດ​ການ​ຄ້າ​ສິນຄ້າ​ແລ້ວ, ສາດສະດາ​ຈານ​ເຫີ​​ເຫວີ້​ຍຫວີ​ນຍັງ​ກ່າວ​ວ່າ, ຈີນ​ກໍ່​ໄດ້​ປະຕິບັດ​ຄໍາໝັ້ນ​ສັນຍາທາງ ດ້ານ​ການ​ຄ້າ​ການ​ບໍລິການ. ​ສໍາລັບ​ຂະ​ແໜງ​ການ​ທະນາຄານ, ​ໃນ​ເບື້ອງ​ຕົ້ນ, ຕ່າງປະ​ເທດ​ມາ​ດຳ​ເນີນ​ທຸລະ​ກິດ​ເງິນ​ຢວນຢູ່​ຈີນ​ຕ້ອງດຳ​ເນີນ​ການທົດ​ລອງ​​ເທື່ອ​ລະ​ກ້າວ, ປະຈຸ​ບັນ, ຈີນ​ໄດ້​ຍົກ​ເລີກ​ຂໍ້​ຈຳ​ກັດ​ດັ່ງກ່າວ​ແລ້ວ. ​ສໍາລັບຂະ​ແໜງ​ການ​ກໍ່ສ້າງ, ຈີນ​ໄດ້​ຍົກ​ເລີກ​ຂໍ້​ຈຳກັດ​ຕໍ່​ບໍລິສັດ​ຕ່າງປະ​ເທດ​ທີ່​ສ້າງ​ຕັ້ງບໍລິສັດ​ກໍ່ສ້າງ.

ໃນ​ຄຳ​ໝັ້ນ​ສັນຍາ​ຂອງ​ຈີນ​ກ່ອນຈະ​ເຂົ້າ​ຮ່ວມWTO, ຂໍ້​ທີ່​ເຮັດ​ໃຫ້​ຄົນ​ທັງຫຼາຍ​ສົນ​ໃຈ​ທີ່​ສຸດ​ແມ່ນເຮັດ​ໃຫ້ກຳ​ແພງ​ພາສີ​ການ​ຄ້າ​ຕ່າງໆ​ຫຼຸດ​ລົງ. ກ່ຽວ​ກັບສະພາບ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ທາງ​ດ້ານ​ນີ້, ສາດສະດາຈານ​ເຫີ​ຫວີ້​ຍຫວີ​ນສະ​ເໜີ​ວ່າ:

"​ໃນ​ເວລາ​ນັ້ນ, ຈີນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າຈະ​ຫຼຸດ​ພາສີທັງ​ມົດ​ລົງ​ເປັນ10%, ປະຈຸ​ບັນ​ແມ່ນ​ຕ່ຳ​ກວ່າ10%​ແລ້ວ. ຜະລິດ​ຕະພັນ​ອຸດສາຫະກຳ9%, ຜະລິດ​ຕະພັນ​ກະສິກຳ​15%, ​ແຕ່​ລະດັບ​ລວມ​ແມ່ນ10%. ທີ່​ຈິງ​ແລ້ວ​, ​ໃນ​ເດືອນ​ພະຈິກ​ປີ2006​ທີ່​ຈີນ​ເຂົ້າ​ຮ່ວມWTO​ຄົບຮອບ5​ປີ, ລະດັບ​ລວມຂອງ​ພາສີ​​ໄດ້​ຫຼຸດລົງ​ຮອດ9,9%, ​​ເຊິ່ງໄດ້ຫຼຸດ​ລົງ​ຫຼາຍ​ກວ່າ​ຄຳ​ໝັ້ນ​ສັນຍາອີກ​ຊ້ຳ."

ເບິ່ງ​ຈາກຈຸດປະສົງ​ຂອງ​ການ​ສ້າງ​ຕັ້ງ​ອົງການ​ການ​ຄ້າ​ໂລກ​, ​ເປົ້າ​ໝາຍ​ຂອງ ການ​ຊຸກຍູ້​ການ​ຄ້າ​ເສລີ​ແມ່ນ​ເຮັດ​ໃຫ້​ສະມາຊິກ​ທັງ​ໝົດ​ຕ່າງ​ຝ່າຍ​ຕ່າງ​ໄດ້ຜົນ​ປະ​ໂຫຍ​ດ. ສະ​ນັ້ນ, ຈີນ​ໄດ້​ປະຕິບັດຄຳ​ໝັ້ນສັນຍາ​ແລະ​ພັນທະ​​ໃນ​ເວລາ​ເຂົ້າ​ຮ່ວມWTO, ທັງ​ໄດ້​ຮັບຜົນ​ປະ​ໂຫຍ​ດຈາກ​ການ​ຄ້າ​ເສລີ. ສາດສະດາຈານ​​ເຫີ​ເຫວີ້​ຍຫວີ​ນກ່າວ​ວ່າ, ຍ້ອນ​ສະມາຊິກWTO​ເປີດ​ຕະຫຼາດ​​ໃຫ້ກັນ​ແລະ​ກັນ, ມູນ​ຄ່າ​ຂາ​ເຂົ້າຂາ​ອອກຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງ​ຫຼາຍ. ສາດສະດາຈານ​​ເຫີ​ເຫວີ້​ຍຫວີ​ນກ່າວ​ວ່າ:

"ພວກ​ເຮົາ​ເປີດ​ຕະຫຼາດ​ຕໍ່​ສະມາຊິກWTOອື່ນ​ໆ, ສະມາຊິກWTOອື່ນໆ​ກໍ່​​ໄດ້ເປີດ ຕະຫຼາດຕໍ່​ພວກ​ເຮົາ. ​ໃນ9​ປີ​ທີ່​ຈີນ​ເຂົ້າ​​ເປັນ​ສະມາຊິກWTO​ນີ້, ມູນ​ຄ່າການ​ສົ່ງ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ​ໄດ້​ກາຍ​​ເປັນ​ປະ​ເທດ​ທີ່​ສົ່ງ​ອອກ​ສິນຄ້າ​ຫຼາຍກວ່າ​ໝູ່​ໃນ​ໂລກ. ກ່ອນ​ເຂົ້າ​​ເປັນ​ສະມາຊິກWTO ຄື​ໃນ​ປີ2000, ມູນ​ຄ່າ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ມີ​ພຽງ440​ຕື້​ຢວນ​ເທົ່າ​ນັ້ນ, ປີ​ກາຍ​ນີ້​ແມ່ນ2200​ກວ່າ​ຕື້ຢວນ, ​ເມື່ອ​ທຽບ​ໃສ່​ກັນ​ແລ້ວ, ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ຄ້າ​ເພີ່ມ​ຂຶ້ນ​ໄວ​ຫຼາຍ. ຫຼັງ​ຈາກ​ເຂົ້າ​​ເປັນ​ສະມາຊິກ WTO​ແລ້ວ, ຈີນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍກວ່າ​."

ປະຈຸ​ບັນ, ຈີນ​​​ເປັນ​ສະມາຊິກWTO​ເກືອບ9​ປີ​ແລ້ວ, ນອກ​ຈາກ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ແລະ​ພັນທະ, ​ມີສິດ​​ແລະ​ຜົນ​ປະ​ໂຫຍ​ດ​ແລ້ວ, ຈີນ​ຍັງ​ຕ້ອງ​ເຮັດ​ຫຍັງອີກ​ແດ່? ທ່ານ​ເມີຍຊິນ​ອີ​, ນັກ​ຄົ້ນ​ຄ້ວາ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ໃນ​ຖານະທີ່​ເປັນ​ປະ​ເທດ​ການ​ຄ້າ​ໃຫຍ່, ຕ້ອງ​ເຂົ້າ​ຮ່ວມ​ການ​ປ່ຽນ​ແປງຫຼັກການ​ເສດຖະ ກິດ​ການ​ຄ້າ​ສາກົນ, ​ເພື່ອ​ຊອກ​ຫາ​ເສັ້ນ​ທາງ​ໃໝ່​ໃຫ້​​ແກ່ໂລກ. ສາດສະດາ ຈານ​​ເຫີ​ເຫວີ້​ຍຫວີ​ນກ່າວ​ວ່າ:

"​ໃນ​ຖານະທີ່​ເປັນ​ສະມາຊິກ​ຂອງWTO, ພາຍຫຼັງ​ປະຕິບັດ​ພັນທະ​ຂອງ​ຕົນ​ແລ້ວ, ພວກ​ເຮົາຍັງ​ຕ້ອງ​ຊຸກຍູ້​​ໃຫ້ລະບຽບ​ເສດຖະກິດ​ການ​ຄ້າ​ສາກົນ​ມີ​ການ​ປ່ຽນ​ແປງ. ​ພວກ​ເຮົາຕ້ອງ​ຈາກ​ການ​ເຂົ້າ​ຮ່ວມ​ລະບຽບ​ສາກົນ​ເທົ່າ​ນັ້ນ​ມາ​ລ້າໆ​ຫັນ​ເປັນ​ຊຸກຍູ້​ໃຫ້​ລະບຽບ​ສາກົນ​ມີ​ການ​ປ່ຽນ​ແປງ​, ນີ້​ກໍ່​ໝາຍ​ຄວາມ​ວ່າ, ​​ເວົ້າ​ສຳລັບ​ປະ​ເທດການ​ຄ້າ​ໃຫຍ່, ໜ້າ​ທີ່​ຂອງ​ພວກ​ເຮົາ​ບໍ່​ພຽງ​ແຕ່​ແມ່ນ​ເດີນ​ຕາມ​ເສັ້ນທາງ​​ທີ່​ມີ​ຢູ່​ແລ້ວເທົ່າ​ນັ້ນ, ຍັງ​ມີໜ້າ​ທີ່ຮັບຜິດຊອບ​ທີ່​ສຳຄັນ​ຕໍ່​ໂລກ​ອີກ, ນັ້ນ​ກໍ່​ແມ່ນ​ຊອກ​ຫາ​ເສັ້ນທາງ​ໃໝ່​ໃຫ້​ໂລກ."

ຈາກ​ນັ້ນ​ເຫັນ​ວ່າ, ຈີນ​ໄດ້​ປະຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທັງ​ໝົດ​ແລ້ວ​​, ນີ້​ແມ່ນຂີດ​ໝາຍ​ທັງ​ແມ່ນ​ຈຸດບາດ​ລ້ຽວ​ໃຫຍ່. ຈາກ​ນີ້​ເປັນ​ຕົ້ນ​ໄປ, ຈີນ​ຄວນຮັບຜິດຊອບໜ້າ​ທີ່​ຂອງ​ປະ​ເທດ​ໃຫຍ່, ​ເຂົ້າ​ຮ່ວມ​ການຈັດ​ລະບຽບການ​ໃໝ່ຂອງWTO, ຕັ້ງໜ້າ​ເຂົ້າຮ່ວ​ມການ​ເຈລະ​ຈາ​ການ​ຄ້າ​ຫຼາຍ​ຝ່າຍ​, ສືບ​ຕໍ່​ຊຸກຍູ້​ຂະ​ບວນການ​ເຈລະຈາ​ຮອບ​ໂດ​ຮາ, ສືບ​ຕໍ່​ຊຸກຍູ້​ໃຫ້ການ​ຄ້າ​ໂລກ​ຫັນ​ເປັນ​​ເສລີ. ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຄໍ​ລຳ​ແຈ້ງ​ຂ່າວ​ເສດຖະກິດ​ຈີນ​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້, ສະບາ​ຍດີ!​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ