ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໄດ້​ຮັບ​ຜົນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ປະ​ຢັດ​ພະ​ລັງ​ງານ​​ແລະຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ

(GMT+08:00) 2010-11-01 18:26:48     cri
ເກືອບຮອດ​ທ້າຍ​ປີ2010​ແລ້ວ,​​​ໃນ​ເວລາຫຼາຍ​ເຂດ​ແຂວງຂອງ​ຈີນພວມ​ພະຍາ​ຍາມ​ເພື່ອ​ບັນລຸ​ເປົ້າ​ໝາຍການປະ​ຢັດ​ພະລັງງານ​​ແລະຫຼຸດ​ການລະບາຍອາຍ​ພິດ​ເຮືອນ​ແກ້ວຂອງ​​ແຜນການ5ປີຄັ້ງ​ທີ11​ແຕ່​ປີ2006ຫາ​ປີ2010ທີ່​ລັດຖະບານ​ຈີນ​ວາງ​ອອກ,ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນໄດ້​ບັນລຸ​ເປົ້າ​ໝາຍ​ໃນ​ແຜນການ​ດັ່ງກ່າວ​ໃນ​ທ້າຍ​ປີ2009ກ່ອນ​ກຳນົດ​ແລ້ວ.ປັກ​ກິ່ງ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ແນວ​ໃດ?​ແລະ​ບົດຮຽນ​ຂອງນະຄອນຫຼວງ​ປັກ​ກິ່ງ​ມີ​ປະ​ໂຫຍ​ດຫຍັງ​ແດ່​ສຳ​ຫຼັບ​ເຂດ​ແຂວງ​ອື່ນໆ.

ນາງ​ຫວາງ​ຢ້ຽນຂອງ​ເຂດ​ສື້ສິ້ງ​ຊ່ານ​ເມືອງ​ປັກ​ກິ່ງ​ພວມ​ແນະນຳ​ດອກ​ໄຟປະ​ຢັດ​ຢູ່​ໃນ​ເຮືອນ​ຂອງລາວ​ໃຫ້​ນັກ​ຂ່າວ​ຮູ້​ວ່າ:
"​ເບິ່ງ​ແມ້,ນີ້​ກໍ່​ແມ່ນ​ດອກ​ໄຟ​ປະຢັດ​ພະລັງງານຂອງ​ເຮືອນຂ້ອຍ,​​​ແມ່ນຄະນະ​ບໍລິຫານ​ຊຸມ​ຊົນ​ເອົາ​ໃຫ້,​ໄດ້​ໃຊ້​ເກືອບປີ​ໜຶ່ງ​ແລ້ວ,ຈົນ​ດຽວ​ນີ້​ຍັງ​ໃຊ້​ໄດ້​ດີ​ແລະ​ແຈ້ງ​ຫຼາຍ."

ດອກ​ໄຟ​ທີ່​ໃຊ້​ໃນ​ເຮືອນ​ຂອງນາງ​ຫວາງຢ້ຽນ​ນັ້ນ,​ແມ່ນ​ດອກ​ໄຟ​ປະຢັດ​ພະລັງງານ​ທີ່​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ເຜີຍ​​ແຜ່​ມາໂດຍ​ຕະຫຼອດ​ໃນຫຼາຍ​ປີມາ​ນີ້.​ທຽບ​ໃສ່​ດອກ​ໄຟທຳ​ມະ​ດາ​ແລ້ວ,ດອກ​ໄຟ​ແບບ​ນີ້​ສາມາດ​ປະຢັດ​ພະລັງງານ60%ຫາ80%,​ເວລາ​ໃຊ້​ຈະ​ໄດ້​ດົນ​ກວ່າ​ເຖິງ4ຫາ6​ເທົ່າ.

ແຕ່​ກ່ອນການ​ແຜີ​ຍ​ແຜ່​ດອກ​ໄຟ​ປະຢັດ​ພະລັງງານ​ຢູ່​ຈີນ​ບໍ່​ດີ​ປານ​ໃດ.​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ທີ່​ຜະ​ລິດ​ແລະ​ສົ່ງ​ອອກ​ດອກ​ໄຟ​ປະຢັດ​ພະລັງງານ​ຫຼາຍ​ທີ່​ສຸດ​ໃນ​ໂລກ,​ແຕ່ການຈຳໜ່າຍ​ດອກ​ໄຟ​ປະຢັດ​ພະລັງງານ​ຢູ່​ຕະຫຼາ​ດຂອງ​ຈີນ​ຊ້ຳພັດບໍ່​ຫຼາຍ​ປານ​ໃດ,ສາ​ເຫດ​ແມ່ນ​ລາຄາ​ແພງ​​ໂພດ,​ແຕ່​ລະ​ດອກລາຄາ20ຫາ30ຢວນ.

​ເລີ່​ມ​ແຕ່​ປີ2008​ເປັນຕົ້ນ​ມາ, ຈີນ​ໄດ້​ດຳ​ເນີນ​ກິດຈະກຳ​ທີ່"1ຢວນ​ຊື້​ດອກ​ໄຟ​ປະຢັດ​ພະລັງ​ງານ1ດອກ"ຢູ່ນະຄອນຫຼວງ​ປັກ​ກິ່ງດ້ວຍ​ວິທີ​ທີ່​ລັດຖະບານຖົມ​ຂຸມໃຫ້.ທ່ານ​ຈ່າງ​ເຢ້ນ​ເຢວ,ຮອງ​ຫົວໜ້າ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ນະຄອນ​ປັກກິ່ງ​ບອກໃຫ້​ຮູ້​ວ່າ:

"​ອີງ​ຕາມ​ມາດຕະຖານ​ດັ່ງກ່າວ,ແຕ່​ລະ​ຄອບຄົວສາມາດ​ຊື້ດອກ​ໄຟ5ດອກ,ຖ້າ​​ຕ້ອງການ​ຫຼາຍດອກ,​ປະຊາຊົນສາມາດ​ຊື້​ດອກ​ໄຟ​ປະຢັດ​ພະລັງງານຕາມ​ລາຄາປະມູນ​ຂອງ​ວິ​ສາ​ຫະກິດ."

​ມາ​ຮອດ​ປີ2009,ນະຄອນ​ປັກ​ກິ່ງ​ໄດ້​ເຜີຍ​ແຜ່​ດອກ​ໄຟ​ປະຢັດ​ພະລັງງານ​ທັງ​ໝົດ20ລ້ານ​ດອກ,ປັກ​ກິ່ງສາມາດ​ປະຢັດ​​ໄຟຟ້າ750ລ້ານ​ກິ​ໂລ​ວັດ​​ໂມງ​ໃນ​ໜຶ່ງ​ປີ,​ເທົ່າ​ກັບ​ປະລິມານ​ການ​ໃຊ້​ໄຟຟ້າ​ຂອງ​ຄົນ​ປັກ​ກິ່ງ1ລ້ານ​ຄົນ​ເກືອບໜຶ່ງ​ປີ.

ທີ່​ຈິງ​ແລ້ວ,ການ​ເຜີຍ​ແຜ່​​ໃຫ້ດອກ​ໄຟ​ປະຢັດ​ພະລັງງານ,ພຽງ​ແຕ່​ແມ່ນ​ໂຄງການ​ໜຶ່ງ​ໃນ​ຫຼາຍມາດ​ຕະການການປະ​ຢັດ​ພະລັງງານ​​ແລະຫຼຸດ​ການລະບາຍອາຍ​ພິດ​ເຮືອນ​ແກ້ວຂອງອົງການ​ປົກ​ຄອງນະຄອນ​ປັກ​ກິ່ງ.ທ່ານ​ເຈຍ​ຈ້ຽນຖິງ,ຮອງ​ຫົວໜ້າຫ້ອງການປະ​ຢັດຊັບພະຍາ​ກອນແລະອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ນະຄອນ​ປັກ​ກິ່ງບອກວ່າ,​ໃນ​ຫຼາຍປີ​ຜ່ານ​ມາ​ນີ້,ການ​ສັບ​ຊ້ອນ​ໂຄງ​ປະ​ກອບ​ວິ​ສາ​ຫະກິດ​ແມ່ນການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ປະ​ຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ອາຍ​ພິດ​​ເຮືອນ​​​ແກ້ວ​ຂອງ​ນະຄອນ​ປັກ​ກິ່ງ:

"​ເລີ່​ມ​ແຕ່​ຫົວ​ທີ່​ປະຕິບັດ​ແຜນການ5ປີ​ຄັ້ງທີ11,ນະຄອນຫຼວງ​ປັກ​ກິ່ງ​ກໍ່​ໄດ້ຍຶດໝັ້ນ​ທິດພັດທະນາ​ວິ​ສາ​ຫະກິດ​ທີ່​ກ້າວໜ້າ​,ມີ​ປະສິດທິພາບ​ສູງ​,ບັນລຸ​ການ​ຫັນປ່ຽນ​​ເສດຖະກິດ​ຜະລິດ​ໃຫ້​​ເປັນ​ເສ​ດຖະກິດບໍລິການ.ພວກ​ເຮົາ​ໄດ້​ໄປ​ໂຮງງານ​ທີ່​ລະບາຍມົນລະ​ພິດ​ຫຼາຍ​,ສິ້ນ​ເປືອງ​ພະລັງ​ງານ​ແລະ​ນ້ຳ​ຫຼາຍ100ກວ່າ​ແຫ່ງ,ອັດຕາການ​ປະກອບສ່ວນ​ຂອງການ​ສັບ​ຊ້ອນ​ໂຄງ​ປະກອບ​ທີ່​ມີ​ຕໍ່​ການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວຂອງ​ນະຄອນ​ປັກ​ກິ່ງ​ຫຼາຍ​ກວ່າ80%."

ທ່ານ​ເຈຍ​ຈ້ຽນຖິງ​ເວົ້າ​ວ່າ,ນອກຈາກ​​ໄດ້​ສັບ​ຊ້ອນ​ໂຄງ​ປະກອບ​ວິ​ສາ​ຫະກິດ​ແລ້ວ,ປັກ​ກິ່ງ​ຍັງ​ໄດ້​ປະຕິບັດ​ໂຄງການ​ປະຢັດ​ພະລັງງານທີ່​ສຳຄັນ​ຈຳນວນ​ໜຶ່ງ,ຕົວຢ່າງ​ວ່າ​ການ​ປະຕິບັດ​​ການ​ສຳ​ຫຼວດຄິດ​ໄລ່ການ​​ໃຊ້ພະລັງງານ​ແລະການ​ປະຢັດ​ພະລັງງານແລະການ​ດັດ​ສ້າງ​​ຕໍ່​ວິ​ສາ​ຫະກິດທີ່​​ໃຊ້​ພະ​ລັງ​ງານ,ປະຕິບັດ​ ​ການ​ປະຢັດພະລັງງານ​​ແລະການດັດ​ປັບ​ຕໍ່​​​ໜ່ວຍງານລັດຖະບານ​ຈີນ.

ອີງ​ຕາມ​ຕົວ​ເລກ​ທີ່ທາງ​ການ​ຂອງ​ຈີນ​ປະກາດ,ຮອດ​ທ້າຍ​ປີ2009,ນະຄອນ​ປັກ​ກິ່ງ​ໄດ້​ສຳ​ເລັດ119%ຂອງ​ເປົ້າ​ໝາຍ​ປະຢັດ​ພະລັງງານ​ຂອງ​ແຜນການ5ປີ​ຄັ້ງທີ11​ກ່ອນ​​ກຳໜົດ1ປີ.​ແຕ່​ປີ2006ຮອດ​ປີ2009,ປະລິມານການ​ໃຊ້​ພະລັງງານ​ຂອງນະຄອນ​ປັກ​ກິ່ງ​ໄດ້​ເພີ່ມ​ຂຶ້ນ4,5%ສະ​ເລ່ຍຕໍ່​ປີ,​ ເພີ່ມ​ການ​ສະໜັບສະໜູນ​​​​ໃຫ້​ແກ່​​ເສດຖະກິດ​ເພີ່ມ​ຂຶ້ນ11,6%ສະ​ເລ່ຍຕໍ່​ປີ.

ທ່ານ​ເຈຍຈ້ຽນຖິງ​ເຫັນ​ວ່າ,ປັກ​ກິ່ງ​ສາມາດ​ນຳ​ໜ້າ​ທົ່ວ​ປະ​ເທດ​ຈີນ​ໃນການປະ​ຢັດ​ພະລັງງານ​ຫຼຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ,ມີ​ສ່ວນ​ກ່ຽວຂ້ອງ​ຢ່າງ​ແໜ້ນ​ແຟ້ນກັບ​ການ​ສ້າງ​ລະບອບປະຢັດ​ພະລັງງານ​ຂອງນະຄອນ​ປັກ​ກິ່ງ,ຕົວຢ່າງ​ວ່າ​ປັກ​ກິ່ງ​ປະຕິບັດ​ລະບຽບການຮັບ​ຜິດ​ຊອບ​ເປົ້າ​ໝາຍ​ການ​ປະຢັດ​ພະລັງງານ​ແລະ​ລະບຽບການ​ຕີ​ລາຄາແລະການກວດກາ,​ໄດ້ນຳ​ໜ້າ​​​ເຂດ​ແຂວງ​ອື່ນໆຂອງ​ຈີນ​ວາງ​ຂໍ້​ກຳໜົດ​ກ່ຽວ​ກັບການ​ປະ​ເມີນແລະ​ກວດ​ກາ​​ຄຸ້ມ​ຄອງວຽກ​ງານປະຢັດ​ພະລັງງານ​ຂອງ​ໂຄງການ​​ລົງທຶນຄົງ​ທີ່,ນຳ​ໜ້າ​ສ້າງ​ກົນ​ໄກ​ກຳ​ຈັດ​ຊຳລະ​​​ແລະທົດ​ແທນ​​ເຕັກ​ໂນ​ໂລ​ຊີ​ທີ່​ເສດ​ເຫຼືອ,ນຳ​ໜ້າ​ສ້າງ​ລະບົບ​​ເຮັດ​ວຽກ​ໃນ​ຕະຫຼອດ​ການ​ຜະລິດ​ຢ່າງ​ສະອາດຊຸດ​ໜຶ່ງ,ການ​ປະຕິບັດມາດ​ຕະການ​ຕ່າງໆ​ເຫຼົ່າ​ນີ້,​ຈະ​ມີ​ຜົນ​ດີ​ຕໍ່​ນະຄອນ​ປັກ​ກິ່ງ​​ໃນ​ການປັບປຸງ​ການ​ສ້າງ​ກົນ​ໄກ​ທີ່​ມີ​ປະສິດທິພາບ​ຍາວ​ນານ​​ໃນ​ດ້ານການປະ​ຢັດ​ພະລັງງານ​​ແລະຫຼຸດ​ການລະບາຍອາຍ​ພິດ​ເຮືອນ​ແກ້ວ​ໃນ​ອະນາຄົດ​ຕື່ມ​ອີກ:
"ພວກ​ເຮົາຈະ​ຖື​ການ​ຍົກ​ສູງປະສິດທິພາບ​ດ້ານການ​ໃຊ້​ພະລັງງານ​ເປັນ​ຈຸດສຳຄັນ,ຕັ້ງໜ້າ​ຫັນປ່ຽນ​ຮູບ​ການການ​ພັດທະນາ​ເສດຖະກິດ.​ໃນ​ດ້ານ​ຊ່ອງ​ທາງ​ການ​ປະຢັດ​ພະລັງງານ,​ຈາກ​ອົງການ​ປົກຄອງ​ເປັນ​ຫຼັກກາຍ​ເປັນ​ອົງການ​ປົກຄອງ​ເປັນ​ຜູ້ແນະນຳ,ຕະຫຼາດ​ຊຸກຍູ້,ປະຊາຊົນ​ເຂົ້າ​ຮ່ວມ​ການ​ຫັນປ່ຽນ,ພວກ​ເຮົາ​ຕ້ອງ​ເລັ່ງລັດ​ປະກອບສ້າງ​ວິທີ​ການ​ຜະລິດ​​ແລະ​ວິທີ​ການ​ບໍລິ​ໂພ​ກສີຂຽວ,ຊຸກຍູ້​ເສດຖະກິດ​ສັງຄົມ​ຂອງ​ປັກ​ກິ່ງ​ໃຫ້​ພັດທະນາ​ໄປ​ໜ້າ​ຢ່າງຮອບດ້ານ,​ປະສານ​ງານ​ແລະ​ຍືນ​ຍົງ​ຄົງ​ຕົວ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ