ວຽກ​ງານ​ສາທາລະນະ​ສຸກ​ຂອງ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ

(GMT+08:00) 2010-11-04 11:18:12     cri
ໃນ5ປີ​ທີ່​ຜ່ານ​ມາ, ວຽກ​ງານ​ສາທາລະນະ​ສຸກ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່າ​ອງ​ໄວ. ຄຽງ​ຄູ່​ກັບ​ການ​ປະຕິ​ຮູບ​ລະບົບ​ການ​ປິ່ນປົວ​ຢ່າງຮອບດ້ານ, ລະດັບ​ການ​ບໍລິການ​ດ້ານ​ການ​ປິ່ນປົວ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ໄດ້​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ, ຄວາມ​ສາມາ​ດດ້ານ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ລະບົບ​ຮັບປະກັນ​ການ​ປິ່ນປົວ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ໄດ້ຣັບການ​ປັບປຸງ​ໃຫ້​ສົມບູນ​ຂຶ້ນ​ຕື່ມ​ອີກ. ຈີນ​ພວມ​ພະຍາຍາມ​ເພື່ອ​ບັນລຸ​ເປົ້າ​ໝາຍ​ໃຫ້​ຜູ້​ທີ່​ເຈັບ​ເປັນ​ໄດ້​ຮັບ​ການ​ປິ່ນປົວ​ໝົດ​ທຸກ​ຄົນ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ.

ພໍ່​ຕູ້​ເຊີງ​ວານ​ເຮີ​ອາຍຸ75ປີ​ອາ​ໄສ​ຢູ່​ເມືອງ​ເຮີ​ເຈີ​ແຂວງ​ຊານ​ຕຸ​ງ, ສອງ​ປີ​ກ່ອນ​ພໍ​ໄດ້​ເປັນ​ພະຍາດ​ແກ່ນ​ຕາ​ຂຸ້ນ, ​ເຮັດ​ໃຫ້​ຕາ​ເກືອບ​ບໍ່​ເຫັນ​ຮຸ່ງ, ຍ້ອນ​ຄອບຄົວ​ທຸກ​ຍາກ, ຜ່ານ​ມາ​ພໍ່​ຕູ້​ຈຶ່ງ​ບໍ່​ມີ​ຄວາມ​ສາມາດ​ໄປ​ຜ່າຕັດ​ຢູ່​ໂຮງໝໍ. ຫວ່າງ​ມໍ່ໆ​ມາ​ນີ້, ​ເພິ່ນ​ໄດ້ຣັບການ​ຝ່າ​ຕັດ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃນ​ໂຮງໝໍ​ແຫ່ງ​ໜຶ່ງ​ຢູ່​ໃຫ້​ເຮືອນ​ເພິ່ນ, ການ​ຜ່າຕັດ​ໄດ້​ຮັບ​ຜົນສຳ​ເລັດ, ດຽວ​ນີ້​ຕາ​ເບື້ອງ​ໜຶ່ງ​ຂອງ​ພໍ່​ຕູ້​ໄດ້​ເຫັນຮຸ່ງ​ຄືນ​ແລ້ວ.

"ລັດຖະບານ​ເອົາ​ໃຈ​ໃສ່​ນຳ​ພວກ​ເຮົາ​ຫຼາຍ, ​ໄປ​ໂຮງໝໍ​ບໍ່​ພຽງ​ແຕ່​ບໍ່ຕ້ອງ​ເສຍ​ເງິນ. ຍັງ​ຮັບ​ຜິດ​ຊອບ​ປົວ​ໃຫ້​ດີ​ປານ​ນີ້ອີກ.ນີ້​ແມ່ນ​ເລື່ອ​ງທີ່​ດີ​ເລື່ອງ​ໃໝ່, ພໍ​ໃຈ​ທີ່​ສຸດ."​ພໍ່​ຕູ້​ເຊີງ​ວານ​ເຮີ​ພຽງ​ແຕ່​ແມ່ນ​ຜູ້​ໜຶ່ງ​ທີ່​ໄດ້​ຮັບ​ການ​ປິ່ນປົວ​ຈາກ"​ໂຄງການ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ​ທີ່​ມີ​ນັບ​ເປັນ​ລ້ານ​ທີ່​ເປັນ​ພະຍາດ​​ແກ່ນ​ຕາ​ຂຸ້ນ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ເຫັນຮຸ່ງ​ຄືນ"ຂອງ​ຈີນ, ຊຶ່ງ​ເປັນ​ໂຄງການ​ການ​ບໍລິການ​ສາທາລະນະ​ສຸກ​ທີ່​ສໍາຄັນ​ຂອງ​ຈີນ, ນັບ​ແຕ່​ເລີ່​ມປະຕິບັດ​​ໂຄງການ​ນີ້​ໃນ​ປີ2009​ເປັນ​ຕົ້ນ​ມາ, ລວມມີ​ຜູ້​ເປັນ​ພະຍາດ​ແກ່ນ​ຕາ​ຂຸ້ນ2​ແສນ1ໝື່ນ​ຄົນ​ໄດ້ຣັບການ​ຜ່າຕັດ​ຢ່າງ​ບໍ່​ຕ້ອງ​ເສຍ​ຄ່າ, ​ແລະ​ເຫັນ​ຮຸ່ງ​ຄືນ​ໃໝ່​ແລ້ວ.

​ເພື່ອ​ບັນລຸ​ເປົ້າ​ໝາຍ​ໃຫ້​ໄດ້​ຮັບ​ການ​ປິ່ນປົວ​ໝົດ​ທຸກ​ຄົນ, ​ໃນ5ປີ​ທີ່​ຜ່ານ​ມາ​ການ​ໃຊ້​ງົບປະມານ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຕາມ​ສະຖິຕິ, ນັບ​ແຕ່​ປີ2006ຫາ​ປີ2009, ການ​ເງິນ​ຂອງ​ສູນ​ກາງ​ໄດ້​ໃຊ້​ງົບປະມານ​ໃນ​ດ້ານ​ສາທາລະນະ​ສຸກ185ຕື້ກວ່າ​ຢວນ, ລະບົບ​ການ​ປິ່ນປົວ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຊັດ​ເຈນ. ທ່ານ​ເຊີນ​ຈູ້​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຈີນ​ກ່າວ​ວ່າ, ປະຈຸ​ບັນ​ນີ້, ສຸຂະພາບ​ໂດຍ​ລວມຂອງ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ແມ່ນ​ຢູ່​ໃນ​ລະດັບ​ນຳ​ໜ້າ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ.

"ລະບົບ​ການ​ບໍລິການ​ໃນ​ການ​ປິ່ນປົວ​ໃນຕົວ​ເມືອງ​ແລະ​ຊົນນະບົດ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນ​ຂັ້ນ​ພື້ນຖານ, ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ດີ​ຂຶ້ນ​ກວ່າ​ເກົ່າ, ຈຳນວນ​ປະຊາກອນ​ທີ່​ໄດ້​ຮັບ​ການ​ຮັບປະກັນ​ດ້ານ​ການ​ປິ່ນປົວ​ເພິ່ມຂຶ້ນ​ເທື່ອ​ລະ​ກ້າວ, ລະດັບ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ຍັງ​ສູງ​ຂຶ້ນ​ຢ່າງ​ວ່ອງ​ໄວ. ປະຈຸ​ບັນ​ນີ້, ສຸຂະພາບ​ຂອງ​ປະຊາຊົນ​ດີ​ຂຶ້ນ​ຢ່າງ​ຊັດ​ເຈນ, ຕົວ​ເລກ​ຄາດໝາຍ​ດ້ານ​ສຸຂະພາບ​ຂອງ​ປະຊາຊົນ​ກໍ​ນຳ​ໜ້າ​ປະ​ເທດ​ທີ່ພວມ​ພັດທະນາ."

​ເພື່ອ​ແກ້​ໄຂ​ບັນຫາ"​ທີ່​ວ່າ​ທ່ານໝໍ​ຍາກ, ຄ່າ​ປິ່ນປົວ​ແພງ"ທີ່​ປະຊາຊົນ​ສ່ອງ​ແສງ​ເລື້ອຍໆ​ນັ້ນ, ຈີນ​ໄດ້​​ເລີ່​ມປະຕິ​ຮູບ​ລະບົບ​ການ​ປິ່ນປົວ​ຮອບ​ໃໝ່​ແຜ​ນການ​ປະຕິ​ຮູບ​ການ​ປິ່ນປົວ​ໃໝ່​ທີ່​ເລີ່​ມປະຕິບັດ​ໃນ​ປີ2009ສະ​ເໜີ​ວ່າ, ຕ້ອງ​ຖື​ລະບອບ​ການ​ປິ່ນປົວ​ພື້ນຖານ​ເປັນ​ຜົນ​ປະ​ໂຫຍ​ດສ່ວນ​ລວມສະໜອງ​ໃຫ້​ປະຊາຊົນ​ທັງ​ໝົດ​ໃນ​ຖານະ​ເປັນ​ໂຄງການ​ທີ່​ກ່ຽວ​ພັນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ສຳຄັນ​ທີ່​ສ້າງ​ປະ​ໂຫຍ​ດ​ໃຫ້​ແກ່​ສຸຂະພາບ​ຂອງ​ປະຊາກອນ1ຕື້3ຮ້ອຍ​ລ້ານ, ການ​ປະຕິ​ຮູບ​ການ​ປິ່ນປົວ​ໄດ້​ສ້າງ​ພື້ນຖານ​ການ​ບໍລິການ​ດ້ານ​ການ​ປິ່ນປົວ, ທ່ານ​ເຊີນ​ຈູ້​ລັດຖະມົນຕີ​ວ່າການ​ກະຊວງສາທາລະນະ​ສຸກ​ຈີນ​ກ່າວ​ວ່າ:

""ຖ້າ​ເວົ້າ​ແບບ​ງ່າ​ຍໆ, ການ​ປະຕິ​ຮູບ​ໂຄງ​ປະກອບ​ດ້ານ​ສາທາລະນະ​ສຸກ​ມີ2​ເປົ້າ​ໝາຍ, ອັນ​ໜຶ່ງ​ແມ່ນ​ເຮັດ​ໃຫ້​ປະຊາຊົນ​ບໍ່​ເຈັບ​ບໍ່​ເປັນ​ຫຼື​​ເຈັບ​ເປັນ​ໜ້ອຍ​, ​ບໍ່​ເປັນ​ໜັກ. ອັນ​ທີ2​ແມ່ນ​ຜູ້​ເຈັບ​ເປັນ​ໄດ້​ໄປ​ຫາ​ທ່ານໝໍ, ​ໄດ້​ຮັບ​ການ​ປິ່ນປົວ. ປົວ​ດີ​ແລະ​ມີ​ຄວາມ​ສາມາດ​ຈ່າຍ​ຄ່າ​ປິ່ນປົວ"

​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ຈີນ​ວາງ​ແຜນ​ພາຍ​ໃນ3ປີ​ໃຊ້​ງົບປະມານ850ຕື້​ຢວນ. ​ໂດຍ​ຖື​ເປັນ​ເນື້ອ​ໃນ​ສຳຄັນ​ໜຶ່ງ​ໃນ​ການ​ປະຕິ​ຮູບ​ການ​ປິ່ນປົວ, ຈີນ​ຈະ​ສ້າງ​ລະບົບ​ຮັບປະກັນ​ດ້ານ​ການ​ປິ່ນປົວ​ຂັ້ນ​ພື້ນຖານ​ສຳລັບ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ, ນີ້​ກໍ່​ແມ່ນ​ລະບົບ​ຮັບປະກັນ​ສຸຂະພາບ​ຂັ້ນ​ພື້ນຖານ​ທີ່​ໃຫຍ່​ທີ່​ສຸດ​ໃນ​​ໂລກ.ປະຈຸ​ບັນ​ນີ້, ພະນັກງານ, ກຳມະກອນ​ແລະ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ຂອງ​ຈີນ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ປະກັນ​ຂັ້ນ​ພື້ນຖານ​ມີ​ຫຼາຍ​ກວ່າ4ຮ້ອຍ​ລ້ານ​ຄົນ, ບວກ​ກັບ​ປະຊາກອນ​ທີ່​ເຂົ້າ​ຮ່ວມ​ການ​ປິ່ນປົວ​ແບບ​ມີ​ສ່ວນ​ຮ່ວມ​ໃນ​ຊົນນະບົດ. 8ຮ້ອຍ35ລ້ານ​ຄົນ, ປະຊາຊົນ​ທີ່​ໄດ້​ຮັບ​ການ​ປະກັນ​ດ້ານ​ການ​ປິ່ນປົວ​ຂັ້ນ​ພື້ນຖານ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ມີ1ຕື້2ຮ້ອຍ​ລ້ານ​ຄົນ, ​ລະບົບ​ການ​ຮັບປະກັນ​ການ​ປິ່ນປົວ​ຂັ້ນ​ພື້ນຖານ​ໄດ້​ກວມ90%ຂອງ​ຈຳນວນ​ປະຊາກອນ.

ນອກ​ນີ້, ຈີນ​ຍັງ​ຊຸກຍູ້​ໃຫ້ການ​ບໍລິການ​ສາທາລະນະ​ສຸກ​ຂັ້ນ​ພື້ນຖານ​ໃຫ້​ມີ​ຄວາມ​ດຸນ​ດ່ຽງ​ກັນ, ຫຼຸດ​ຄວາມ​ຜິດ​ໂຕນ​ກັນ​ດ້ານ​ການ​ບໍລິການ​ສາທາລະນະ​ສຸກ​ລະຫວ່າງ​ປະຊາຊົນ​ໃນ​ຊົນນະບົດ​ແລະ​ຕົວ​ເມືອງ​ໃຫ້​ໜ້ອຍ​ລົງ, ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ, ຮັກສາ​ສຸຂະພາບ​ໃຫ້​ແມ່​ແລະ​ເດັກ, ​ໃຫ້ການ​ສຶກສາ​ກ່ຽວ​ກັບ​ສຸຂະພາບ​ການ​ບໍລິການ​ສາທາລະນະ​ສຸກ​ຂັ້ນ​ພື້ນຖານ​ອື່ນໆ​ແກ່​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ຢ່າງ​ເປັນ​ເອກະ​ພາບ​ກັນ​ເທື່ອ​ລະ​ກ້າວ.

​ເພື່ອ​ຫຼຸດ​ຄ່າ​ປິ່ນປົວ​ໃຫ້​ໜ້ອຍ​ລົງ, ​ໃນ​ປີ2009, ລັດ​ໄດ້​ເລີ່​ມປະຕິບັດ​ລະບອບ​ຢາ​ປົວ​ພະຍາ​ດພື້ນຖານ​ຢ່າງ​ເປັນ​ທາງ​ການ, ຢາ​ປົວ​ພະຍາດ307ປະ​ເພດ​ຈະ​ຂາຍ​ໃນ​ລາຄາ​ຕ່ຳ​ສຸດ. ທ່ານ​ນາງ​ຮູ​ລີ​ນລີ​ນຜູ້​ຊ່ວຍ​ຫົວ​ນ້າ​ສູນ​ຄົ້ນ​ຄ້ວາ​ສາທາລະນະ​ສຸກ​ແລະ​ການ​ພັດທະນາ​ຂອງ​ສະ​ຖາ​ບັນ​ຄຸ້ມ​ຄອງ​ສາທາລະນະ​ສຸກ​ມະຫາ​ງິທະຍາ​ໄລ​ຊິງ​ຮວາ​​ເຫັນ​ວ່າ: ມາດ​ຕະການ​ການ​ປະຕິ​ຮູບ​ການ​ປິ່ນປົວ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ປະຊາຊົນ​ເຈົ້າ​ເຖິງ​ການ​ປິ່ນປົວ​ຢ່າງ​ໝັ້ນ​ທຽມ​ກັນ, ​ເຮັດ​ໃຫ້​ປະຊາຊົນ​ທົ່ວ​ໄປ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ການ​ຖື​ການ​ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດດ້ານ​ສຸຂະພາບ​ພື້ນຖານ​ຂອງ​ຄົນ​ສ່ວນ​ຫຼາຍ​ເປັນ​ເປົ້າ​ໝາຍ​ໜຶ່ງ​ຂອງ​ການ​ປະຕິ​ຮູບ, ບໍ່​ວ່າ​ເວົ້າ​ທາງ​ດ້ານ​ການ​ສ້າງ​ຕັ້ງ​ລະບອບ​ຮັບປະກັນ​ການ​ປິ່ນປົວ​ພື້ນຖານ, ຫຼື​ກາ​ນ້າ​ງຕັ້ງ​ລະບອບ​ຢາ​ປົວ​ພະຍາດ​ພື້ນຖານ, ຫຼື​ການ​ສ້າງ​ຕັ້ງ​ລະບົບ​ບໍລິການ​ສາທາລະນະ​ສຸກ​ຂອງ​ທ້ອງ​ຖິ່ນ, ລ້ວນ​ແຕ່​ເພື່ອ​ບັນລຸ​ສິດ​ຮັກສາ​ສຸຂະພາບ​ຂັ້ນ​ພື້ນຖານ​ຂອງ​ປະຊາຊົນ. ປະຊາຊົນ​ສາມັນ​ແມ່ນ​ຜູ້​ໄດ້ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ມີ​ລາຍ​ໄດ້​ຕ່ຳ.

​ໃນ5ປີ​ທີ່​ຜ່ານ​ມາ, ຄວາມ​ສາມາດຮັບມືກັບເຫດການຕ່າງໆດ້ານສາທາລະນ ະ ສຸກທີ່ເກີດຂຶ້ນ​ຢ່າງ​ຕໍ່​ເນື່ອງ​, ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ຈາກ​ທົ່ວ​ໂລກ​ໂດຍ​ທົ່ວ​ໄປ. ປະ​ຈຸ​ບັນ​ນີ້, ຈີນ​ໄດ້​ຕັ້ງລະບົບລາຍ​ງານ​ໂດຍ​ກົງ​ທາງ​ອິນ​ເຕີ​ແນັດ​ກ່ຽວ​ກັບ​ເຫດການ​ສາ ທາລະນະ​ສຸກ​ທີ່​ເກີດ​ຂຶ້ນ​ກະທັນຫັນ​ແລະ​ພະຍາດ​ຕິດ​​ແປດ38ຊະນິດ, ອັດຕາ​ລາຍ​ງານ​ພະຍາດ​ຕິດ​ແປດ​ຢ່າງກະ​ທັນ​ຫັນ​ໃນ​ທົ່ວ​ປະ​ເທດ​ຫຼາຍ​ກວ່າ90%, ຢູ່​ໃນ​ລະດັບ​ນຳ​ໜ້າ​ຂອງ​ໂລກ. ​ໃນ​ປີ2009, ທົ່ວ​ໂລກ​ໄດ້​ເກີດ​ພະຍາດ​ໄຂ້ຫວັດ​ໃຫຍ່​ສາຍ​ພັນ​ໃໝ່AH1N1, ຈີນ​ໄດ້​ນຳ​ໜ້າ​ຄົ້ນ​ຄ້ວາ​ແລະ​ຜະລິດ​ວັກ​ແຊ້ງ​ໄຂ້​ວັດ​ໃຫຍ່​ສາຍ​ພັນ​ໃໝ່AH1N1, ມີ​ຜູ້​ທີ່​ໄດ້​ສັກ​ວັກ​ແຊ້ງຫຼາຍ​ກວ່າ1ຮ້ອຍ​ລ້ານ​ຄົນ, ອັນ​ໄດ້​ຫຼຸດ​ຜ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ແລະ​ຜົນ​ກະທົບ​ຕໍ່​ຊີວິດ​ສັງຄົມ​ໃນ​ລະດັບ​ສູງ​ສຸດ, ຜູ້​ເຈັບ​ນັກ​ແລະ​ຜູ້​ເສຍ​ຊີວິດ​ຍ້ອນ​ໄຂ້ຫວັດ​ໃຫຍ່​ດັ່ງກ່າວ​ກໍ່​ຫຼຸດ​ລົງ. ນອກ​ນີ້, ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ຈະ​ລົບ​ລ້າງ​ພະຍາດໝາກ​ແດງ​ໃນ​ປີ2012, ​ໃນ​ເດືອນ​ກັນຍາ​ປີ​ນີ້​ຈີນ​ຍັງ​ໄດ້​ສັກ​ວັກ​ແຊງ​ໃຫ້​ເດັກ​ນ້ອຍ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ1ຮ້ອຍ​ລ້ານ​ກວ່າ​ຄົນ​ໂດຍ​ບໍ່​ເກັບ​ຄ່າ.

​​ເມື່ອ​ເຈັບ​ເປັນ​ກໍ່​ໄດ້​ຮັບ​ການ​ປິ່ນປົວ​ແມ່ນ​ຄວາມ​ຝັນ​ຂອງ​ຄົນ​ຈີນ​ໃນ​ຫຼາຍ​ຮ້ອຍ​ຫຼາຍ​ພັນ​ປີຜ່ານມາ. ຄຽງ​ຄູ່​ກັບ​ການ​ລົງ​ເລິກ​ຂອງ​ການ​ປະຕິ​ຮູບ​ລະບົບ​ການ​ປິ່ນປົວ​ຂອງ​ຈີນ, ສະພາບ​ການ​ບໍລິການ​ດ້ານ​ການ​ປິ່ນປົວ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຕໍ່​ເນື່ອງ, ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ, ຄວາມ​ຝັນ​ນີ້​ຈະ​ກາຍ​ເປັນຄວາມ​ຈິງ​ໃນ​ອະ​ນາ​ຄົດ​ອັນ​ໃຫ້​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ