ຫວ່າງມໍ່ໆມານີ້, ງານວາງສະແດງການທ່ອງທ່ຽວຊ່ອງແຄບໄຕ້ຫວັນຄັ້ງທີ 6 ໄດ້ຈັດຂຶ້ນຢູ່ນະຄອນເຊ້ຍເມີນແຂວງຝູຈ້ຽນ, ຮ່ວມກັນຊຸກຍູ້ການທ່ອງທ່ຽວຊົນນະບົດຢູ່ແຂວງຝູຈ້ຽນແລະໄຕ້ຫວັນແມ່ນຫົວຂໍ້ເດັ່ນຂອງງານຄັ້ງນີ້. ໃນຄໍລຳທ່ຽວເມືອງຈີນມື້ນີ້, ພວກເຮົາຈະພາກັນໄປເບິ່ງຄວາມສວຍງາມຂອງຊົນນະບົດແຂວງຝູຈ້ຽນແລະໄຕ້ຫວັນ.
"ຍິນດີຕ້ອນຮັບໄປທ່ຽວເມືອງພິງຕົ່ງໄຕ້ຫວັນ, welcome to pingdong…"
ທ່ານໂກຈືອີ, ປະທານສະມາຄົມອຸດສາຫະກຳທ່ອງທ່ຽວແຫຼມເຫີງຊຸນເມືອງພີງຕົ່ງໄຕ້ຫວັນໄດ້ນຳພາທີມງານໂຄສະນາຂອງເຂົາເຈົ້າ, ນຸ່ງຊຸດອາບນ້ຳ, ໃສ່ແວ່ນຕາດຳນ້ຳ, ປະກົດຕົວໃນງານວາງສະແດງການທ່ອງທ່ຽວຊ່ອງແຄບໄຕ້ຫວັນຄັ້ງທີ 6, ເພື່ອໂຄສະນາແລະສະເໜີແຫຼມເຫີງຊຸນທີ່ຢູ່ໃຕ້ສຸດຂອງໄຕ້ຫວັນ.
ຈາກເມືອງໃຫຍ່ທີ່ຈະເລີນຮຸ່ງເຮືອງເຂົ້າໄປສູ່ຊົນນະບົດ, ນີ້ແມ່ນຮູບການໃໝ່ຂອງການພັດທະນາການທ່ອງທ່ຽວ. ໃນດ້ານການພັດທະນາການທ່ອງທ່ຽວຊົນນະບົດ, ໄຕ້ຫວັນເຮັດໄດ້ດີຫຼາຍ. ທ່ານໂຈວຊີ້ງຊົງ, ປະທານສະມາຄົມການທ່ອງທ່ຽວໄຕ້ຫວັນກ່າວວ່າ:
"ຢູ່ໄຕ້ຫວັນ, ການທ່ຽວຊົນນະບົດກໍ່ແມ່ນຄົນໃນເມືອງໄປທ່ຽວຊົນນະບົດ, ພັກຢູ່ເຮືອນຊາວກະສິກອນ, ທັງເກັບໝາກໄມ້ຂອງເຂົາເຈົ້າໄດ້. ໃນຊົນນະບົດ, ອາກາດສົດຊື່ນ, ໝາກໄມ້ກໍ່ສົດ, ຊາວບ້ານໄດ້ຂົ້ວຜັກສົດໃຫ້ກິນ. ການທ່ຽວຊົນນະບົດຕ່າງກັບການທ່ຽວຕົວເມືອງຫຼາຍ, ການທ່ຽວຊົນນະບົດແມ່ນການທ່ອງທ່ຽວຊະນິດໜຶ່ງທີ່ນິຍົມກັນຫຼາຍທີ່ສຸດໃນປະຈຸບັນ."
ມາຮອດເດືອນກໍລະກົດປີນີ້, ຄົນຈາກແຜ່ນດິນໃຫຍ່ທີ່ໄປທ່ຽວໄຕ້ຫວັນມີເຖິງ 2.140.000 ເທື່ອຄົນ. ນັກວິຊາການທົ່ວໄປເຫັນວ່າ, ມີແຕ່ພັດທະນາຊັບພະຍາກອນການທ່ອງທ່ຽວລົງສູ່ລວງເລິກເທົ່ານັ້ນ, ຈຶ່ງຈະສາມາດຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວໄດ້ຫຼາຍກວ່າເກົ່າ.

ໜອງຢື້ເຢ້ຖານ
ນາງເສີນກວ້ນຢາ, ປະທານສະມາຄົມພັດທະນາການທ່ອງທ່ຽວສອງຝັ່ງຊ່ອງແຄມໄຕ້ຫວັນໄດ້ສະເໜີທິວທັດຊົນນະບົດທີ່ມີສີສັນພິເສດຂອງໄຕ້ຫວັນ:
"ແຕ່ລະບ້ານຂອງໄຕ້ຫວັນລ້ວນແຕ່ມີເອກະລັກພິເສດຂອງຕົນ, ເຊັ່ນວ່າ ນານໂຖວ, ນອກຈາກມີໜອງຢື້ເຢ້ຖານແລ້ວ, ຍັງຜະລິດໃບຊາແລະເຫັດລິງຈື; ຈ່າງຮວ້າແມ່ນທົ່ງດອກໄມ້ຂອງໄຕ້ຫວັນ, ທ່ານຈະໄດ້ເຫັນດອກໄມ້ຫຼາກຫຼາຍຊະນິດ; ເມື່ອໄປຮອດເມືອງມຽວລີ ນອກຈາກມີວັດທະນະທຳຂອງຊາວແຄະແລ້ວ, ຍັງມີອ່າງນ້ຳມິງເຕີ, ແມ່ນອ່າງເກັບນ້ຳໃຫຍ່ສຸດຢູ່ພາກກາງໄຕ້ຫວັນ, ອ້ອມແອ້ມອ່າງນ້ຳນີ້ມີທິວທັດທີ່ສວຍງາມຫຼາຍ. ໄປທ່ຽວເທາະ, ແລ້ວທ່ານຈະຮູ້ຄວາມງາມຂອງໄຕ້ຫວັນ."

ທົ່ງດອກໄມ້
ເໝືອນດັ່ງນາງເສີນກວ້ນຢາເວົ້າມານັ້ນ, ຊົນນະບົດຂອງໄຕ້ຫວັນ, ງາມໄປຄົນລະແບບ. ໃນງານວາງສະແດງການທ່ອງທ່ຽວຊ່ອງແຄບໄຕ້ຫວັນຄັ້ງນີ້, ນັກວິຊາການຂອງໄຕ້ຫວັນກໍ່ໄດ້ຈັດເສັ້ນທາງທ່ອງທ່ຽວຊົນນະບົດຫຼາຍເສັ້ນ. ທ່ານຈົ່ງມິງສື, ຫົວໜ້າຫ້ອງການທ່ອງທ່ຽວເມືອງເຈ່ຍອີ້ກໍ່ໄດ້ແນະນຳເສັ້ນທາງທ່ອງທ່ຽວໃບຊາຂອງພູອາລີ:
"ພວກເຮົາຢາກໃຫ້ທ່ານເຂົ້າໄປທ່ຽວພູອາລີ, ຊິມນ້ຳຊາຂອງພູອາລີລອງເບິ່ງ. ບໍ່ສະເພາະແຕ່ຊິມນ້ຳຊາເທົ່ານັ້ນ, ພວກເຮົາຍັງຈະແນະນຳໃຫ້ຮູ້ສະພາບການປູກຊາ, ຜະລິດຊາ, ການວາງສະແດງຊາ, ຍັງມີເຄື່ອງກິນແຊບໆທີ່ເຮັດດ້ວຍຊາ. ເວົ້າເຖິງເຄື່ອງກິນແຊບໆທີ່ເຮັດດ້ວຍຊາ, ທ່ານອາດຈະບໍ່ເຄີຍກິນໃບຊາຈືນເນາະ, ມັນຫອມຫຼາຍ. ຖ້າໃຊ້ນ້ຳມັນຊາມາແຕ່ງກິນກັບໄກ່ພູອາລີ, ໂອ້ຍ, ລົດຊາດຂອງໄກ່ຈະເຮັດໃຫ້ທ່ານຕິດໃຈອີຫຼີ!"
ທ່ານຢິວເວີນສຽງ, ເລຂາຕາແສງຈ່ຽວຊີ່ເມືອງອີລານກ່າວວ່າ, ເມືອງອີລານມີເຂດກະສິກຳແບບພັກຜ່ອນຢ່ອນອາລົມຫຼາຍແຫ່ງ, ແລະກໍ່ແມ່ນເຂດພັດທະນາກະສິກຳແບບພັກຜ່ອນແຫ່ງທຳອິດຂອງໄຕ້ຫວັນ.
"ຈຸດພິເສດສຳຄັນທີ່ສຸດຂອງຕາແສງຈ່ຽວຊີ່ເມືອງອີລານແມ່ນບໍ່ນ້ຳອຸ່ນຢູ່ທົ່ງພຽງຂອງໄຕ້ຫວັນ. ຢູ່ຈ່ຽວຊີ່, ໄດ້ໃຊ້ບໍ່ນ້ຳອຸ່ນພັດທະນາການລ້ຽງປາແຖບຮ້ອນແລະອື່ນໆ, ແລະໃຊ້ບໍ່ນ້ຳອຸ່ນປິ່ນປົວແລະຮັກສາສຸຂະພາບ, ນີ້ເປັນໜ້າສະເໜີໃຫ້ຄົນແຜ່ນດິນໃຫຍ່ຮູ້. ຈ່ຽວຊີ່ໜ້າໄປທ່ຽວຊົມຫຼາຍ."

ເມືອງອີລານ
ເພື່ອໃຫ້ເຂົ້າກັບການທ່ອງທ່ຽວຊົນນະບົດໄຕ້ຫວັນ, ໃນງານວາງສະແດງການທ່ອງທ່ຽວຊ່ອງແຄບໄຕ້ຫວັນເທື່ອນີ້, ເຂດວາງສະແດງແຂວງຝູຈ້ຽນກໍ່ໄດ້ຈັດ"ເສັ້ນທາງທ່ອງທ່ຽວຊົນນະບົດຂອງແຂວງຝູຈ້ຽນ"ໂດຍສະເພາະ. ນາງຮວງອູລົງ, ຫົວໜ້າຫ້ອງການທ່ອງທ່ຽວເຂດຊີ້ວອີເມືອງຜູຖຽນແຂວງຝູຈ້ຽນໄດ້ແນະນຳທິວທັດແຄມທະເລທີ່ສວຍງາມຢູ່ບ້ານຊີ້ວອີ.
"ມື້ນີ້ພວກເຮົາແມ່ນມາໂຄສະນາການທ່ອງທ່ຽວຊົນນະບົດ. ຊັບພະຍາກອນແຄມທະເລຂອງເຂດຊີ້ວອີອຸດົມສົມບູນທີ່ສຸດ, ຊາຍຝັ່ງທະເລຍາວຫຼາຍ, ຫາດຊາຍແລະນ້ຳທະເລກໍງາມຫຼາຍ.
ຊັບພະຍາກອນຢູ່ເທິງພູກໍ່ມີຫຼາຍ, ແມ່ນເຂດສາທິດການທ່ອງທ່ຽວຊົນນະບົດແຂວງຝູຈ້ຽນ."
ເພື່ອຊຸກຍູ້ການທ່ອງທ່ຽວຊົນນະບົດໃນແຂວງຝູຈ້ຽນແລະໄຕ້ຫວັນໃຫ້ດີກວ່າເກົ່າ, ໃນງານວາງສະແດງຄັ້ງນີ້, 10 ຕາແສງຂອງໄຕ້ຫວັນກັບ 10 ຕາແສງຂອງຝູຈ້ຽນໄດ້ຮ່ວມກັນລົງນາມໃນ"ຖະແຫຼງການຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວຊົນນະບົດແຂວງຝູຈ້ຽນແລະໄຕ້ຫວັນ."
ຍ້ອນເຫັນອະນາຄົດການທ່ຽວຊົນນະບົດຂອງແຂວງຝູຈ້ຽນແລະໄຕ້ຫວັນ, ບໍລິສັດທ່ອງທ່ຽວຂອງສອງແຂວງນີ້ເລີ່ມວາງແຜນການທ່ອງທ່ຽວແລ້ວ. ນາງລິນເຈຍເອີນ, ຜູ້ອຳນວຍການໃຫຍ່ຂອງບໍລິສັດທ່ອງທ່ຽວສາກົນຊ້ານຊິງເຊ້ຍເມີນເຫັນວ່າ, ການທ່ຽວຊົນນະບົດຢູ່ແຂວງຝູຈ້ຽນຄ້າຍຄືກັນກັບໄຕ້ຫວັນ, ການຮ່ວມມືດ້ານການທ່ອງທ່ຽວຂອງສອງແຂວງນີ້ຄວນແລກປ່ຽນກັນເທື່ອລະກ້າວ.
"ຂ້າພະເຈົ້າເຫັນວ່າສອງບ່ອນລ້ວນແຕ່ມີວັດທະນະທຳໝີ້ນນານກໍ່ຄືພາກໃຕ້ແຂວງຝູຈ້ຽນ, ຈະສ້າງການທ່ອງທ່ຽວວັດທະນະທຳແລະການກິນດຶ່ມທີ່ບໍ່ຄືກັນໃຕ້ສະພາບທີ່ຄ້າຍຄືກັນແນວໃດນັ້ນ, ສອງຝັ່ງຕ້ອງແລກປ່ຽນແລະວາງແຜນເທື່ອລະກ້າວ. ໃນນັ້ນຍັງຕ້ອງມີແຜນການທ່ອງທ່ຽວທີ່ລະອຽດ, ແລ້ວພວກເຮົາຈະຈັດການໂຄສະນາເຜີຍແຜ່, ນີ້ແມ່ນທ່າຂະຫຍາຍຕົວໃນອະນາຄົດ."
(ຈົບ)