ຊາວ​ນາຈີນ

(GMT+08:00) 2010-11-15 16:33:06     cri
ເດືອນ​ຕຸລາ​ແລ້ວ​ນີ້, ຢູ່​ແຂວງ​ຈ່ຽງຊີ່​ທີ່​ເປັນ​ແຂວງ​ໃຫຍ່​ຜະລິດ​ພືດ​ພັນທັນ​ຍາ​ຫານຢູ່ ພາກ​ໃຕ້​ຂອງ​ຈີນ, ​​ໄດ້ມີ​ເຫດການ​ທີ່​ເຂົ້າ​ຍັງ​ບໍ່​ທັນສຸກ​ເຫຼືອງ, ​ແຕ່​ຫຼາຍຄົນ​ກໍ່​ຍາດກັນ​ມາ​ຊື້​ເຂົ້າ​ຂຽວ​​​ແລ້ວ, ນີ້​ບໍ່​ເຄີ​ຍມີ​ມາກ່ອນ​. ຜູ້​ທີ່​ມາ​ຊື້​ນັ້ນ​ມີ​ບໍລິສັດ​ອາຫານ​ຕ່າງປະ​ເທດ, ບໍລິສັດ​ອາ​ຫານ​ແຫ່ງ​ລັດ​ແລະບໍລິສັດ​ອາຫານ​ເອກະ​ຊົນ. ຊາວກະ​ສິກອນ​ທີ່​ຊື່ວ່າ​ຢໍ​ຊຸ່ນຢົງ​ທີ່ຢູ່​ຕາ​ແສງ​ຕຸ່ງກວນ​ເມືອງ​ຝູ້​ໂຈ່​ວຂອງ​ແຂວງ​ຈ່ຽງຊີ່​ເວົ້າ​ວ່າ:

"ຄົນ​ຢູ່​ຕ່າງ​ແຂວງຢ່າງ​ຫຼວງ​ຫຼາຍມາ​ຊື້​ອາຫານ​, ​ເຂົາ​ເຈົ້າ​ໃຫ້ລາຄາ​ສູງ, ພະ​ແນ​ກບໍລິ​ຫານ​ສະບຽງ​ອາ​ຫານ​ແຫ່ງ​ຊາດ​ໃຫ້​96
ຢວນ, ຜູ້​ອື່ນ​ກໍ່​ໃຫ້98​ຢວນຫຼື99​ຢວນ, ​ຢາກ​ໃຫ້​ຂ້ອຍ​ຊ່ວຍຊື້​ໃຫ້​ເຂົາ​ເຈົ້າ, ​ເຂົາ​ເຈົ້າ​ເວົ້າ​ວ່າ​ມີ​ເທົ່າ​ໃດ​ກໍ່​ເອົາໝົດ."

"ຄົນ​ຢູ່​ຕ່າງ​​ແຂວງ"ທີ່​ທ້າວ​ຢໍ​ຊຸ່ນຢົງ​ເວົ້າ​ມາ​ນັ້ນກໍ່​ໝາຍ​ເຖິງ​ບໍລິສັດ​ປຸງ​ແຕ່ງ​ອາຫາ​ນ​ຕ່າງປະ​ເທດ​ທີ່ບໍ່​ຄ່ອນ​ເຫັນໃນ​ເມື່ອ​ກ່ອນ. ​ເຊັ່ນ, ບໍລິສັດ​ຢີຮາ​ຍ​ເຄີຣີທີ່​ເປັນ​ບໍລິສັດ​ອາ​​ຫານໃຫຍ່​ທີ່​ສຸດ​ໃນ​ໂລກທີ່​ບໍ່​ຕໍ່​ລອງ​ລາຄາ. ບໍ​ລິ​ສັດ​ຕ່າງ​ຊາດຂະ​ໜາດ​ໃຫຍ່​ແຫ່ງ​ນີ້​ໄດ້​ສ້າງ​ໂຮງ​ງານສີ​ເຂົ້າທີ່​ຜະລິດ​ເຂົ້າສານ​ໄດ້ມື້​ລະ600​ໂຕນ​​​ຢູ່​ແຂວງ​ຈ່ຽງຊີ່, ​ໃນ​ອະ​ນາຄົດ, ຈະ​ບັນລຸ​ເປົ້າ​ໝາຍ​ທີ່​ຜະລິດເຂົ້າສານ​ໃຫ້​ໄດ້ມື້​ລະ1200​ໂຕນ. ​ເປົ້າ​ໝາຍການ​ຊື້ຂອງ​ວິ​ສາ​ຫະກິດ​ແຫ່ງ​ນີ້​ກໍ່​ແມ່ນ​​​ເຂົ້າ​ເປືອກ​ຈາກ​ຊາວນາ.

ທີ່​ຈິງ​ແລ້ວ, ​ໃນ​ປີ2008, ຫຼັງຈາກ​ໄລຍະຂ້າມ​ຜ່ານ​ຂອງອົງການ​ການ​ຄ້າ​ໂລກ​ຫຼືWTO​ກ່ຽວກັບບໍ​ລິສັດຕ່າງປະ​ເທດ​ເຂົ້າສູ່ຕະຫຼາດ​ອາຫານ​ຂອງຈີນ​ຜ່ານ​ໄປ​​ແລ້ວ, ບໍລິສັດ​ອາ​ຫານຂະໜາດ​ໃຫຍ່​ໃນ​ຕ່າງປະ​ເທດ​ກໍ່​ເລີ່​ມ​ແຂ່ງຂັນ​ກັນ​​ເຂົ້າ​ຢູ່​ຕະຫຼາດ​ຈີນ. ນອກ​ຈາກບໍລິ​ສັດ​ຢີຮາ​ຍ​ເຄີຣີຂອງ​ສິງກະ​ໂປ, ຍັງ​ມີບໍລິສັດ​ລູອິ ​ເດຣຢຸດ​ສ໌​ແລະ​ອື່ນໆ.

ບໍລິສັດ​ອາ​ຫານ​ຕ່າງປະ​ເທດ​ມີ​ຊື່​ສຽງ​ຫຼາຍ, ​ແລະ​ມີຄວາມ​ສະດຸ້ງ​ໄວ​ຕໍ່​ສະພາບ​ຂອງ​ຕະຫຼາດ, ການ​​ເຂົ້າ​ຮ່ວມ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້ການ​ແຂ່ງ ຂັນ​ໃນ​ຕະຫຼາດ​ຊື້​ຂາຍ​ທັນ​ຍາ​ຫານດຸ​ເດືອດ​ກວ່າ​ເກົ່າ. ທ່ານຫວງ​ຝູ້​ໂຈ່​ວ, ຜູ້ອຳ​ນວຍການ​ຂອງ​ບໍລິສັດ​ຊື້​ຂາຍ​ທັນ​ຍາ​ຫານ​ຂອງ​ເຂດ​ລິນ​ຊ່ວນເມືອງ​ຝູ້​​ໂຈ່​ວ​ແຂວງ​ຈ່ຽງຊີ່​ຮູ້ສຶກ​ເຖິງຄວາມດຸ​ເດືອດ ຂອງ​ການ​ແຂ່ງຂັນ, ທ່ານ​ເວົ້າ​ວ່າ:

"ວິ​ສາ​ຫະກິດທີ່​ແຂ່ງຂັນ​ກັນ​ມີ​ຫຼາຍ​, ຕາມ​ຂ້າພະ​ເຈົ້າຮູ້ວ່າ, ມີ​ບໍລິສັດ​ຕ່າງປະ​ເທດ​ມາ​ຊື້​ເ​ຂົ້າຢູ່​ເຂດພວກ​ເຮົາ, ຍັງ​ມີສາງ​ສຳຮອງຂອງສູນ​ກາງ​ແລະ​ບໍລິສັດ​ປຸງ​ແຕ່ງຂອງ​​ເອກະ​ຊົນ, ການ​ແຂ່ງຂັນ​ດຸດ​​ເດືອດ​ຫຼາຍ."

ບໍ່​ວ່າ​ແມ່ນບໍລິສັດຈີນ​ຫຼື​ຕ່າງປະ​ເທດ, ທີ່ມາຊື້​ເຂົ້າ​ຢ່າງບໍ່​ຂາດ​ສາຍ​ເຮັດ​ໃຫ້ຊາວນາດີ​​ໃຈ​ຫຼາຍ, ​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈວ່າການ​ຂາຍ​​ເຂົ້າປີ​ນີ້​ຈະ​ໄດ້ລາຄາ​ສູງ​, ຊາວນາຫຼາຍຄົນ​ເວົ້າ​ວ່າ, "ຖ້າວ່າ​ລາຄາ​ຕ່ຳ​ກວ່າ100​ຢວນກໍ່​ຈະ​ບໍ່​ຂາຍ."

ສຳລັບຜູ້​ມາ​ຊື້​ເຂົ້າ​ທີ່​ມາ​ຈາກ​ຫຼາຍ​ພາກສ່ວນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ, ຜົນ​ດີ​ໃນ​​ໄລຍະ​ສັ້ນ​ແມ່ນລາຄາ​​ເຂົ້າ​ສູງ​ຂຶ້ນ​ຈະ​ເຮັດ​ໃຫ້​ຊາວ​ນາໄດ້​ກຳ​ໄລ​ຫຼາຍ, ​ໄດ້​ກະ​ຕຸ້ນ ຄວາມ​ຫ້າ​ວຫັນ​ໃນ​ການ​ປູກ​ເຂົ້າ. ຫຼາຍ​ປີ​ກ່ອນ​ນີ້, ຍ້ອນ​ການ​ປູກ​ເຂົ້າບໍ່​ໄດ້​ກຳ​ໄລ, ຊາວ​ນາຈີນ​ຢ່າງ​ຫຼວງ​ຫຼາຍ​​ໄ​ດ້​ເ​ຂົ້າໄປ​​ເຮັດ​ວຽກ​ຢູ່​ຕົວ​ເມືອງ. ​ແຕ່​ຄຽງ​ຄູ່​ກັບ​ລາຄາ​ຂອງ​ທັນ​ຍາ​ຫານ​ສູງ​ຂຶ້ນ, ບາງ​ຄົນ​ກໍ່​ກັບ​ຄືນ​ສູ່ຊົນນະບົດ​ເພື່ອ​ປູກ​ເຂົ້າຕໍ່. ທ່ານ​ຈ່າງ​ຢ້ຽຍລີ້, ນັກ​ວິ​ຊາການດ້ານ​ກະສິກຳ​ຂອງ​ຫ້ອງການ​ກະສິກຳ​ຂອງ​ຕາ​ແສງ​ຜິ​ງຢວນ​ແຂວງ​ຊ່ານ​ຕຸ່ງກ່າວ​ວ່າ:

"ຄວາມ​ຫ້າວຫັນ​​ໃນ​ການ​ປູກ​ເຂົ້າຂອງ​ຊາວ​ນາ​ໄດ້​ສູງ​ຂຶ້ນ, ບາງ​ຄົນທີ່​​ໄປເຮັດ​ວຽກ​ຢູ່​ບ່ອນ​ອື່ນກໍ່​​ໄດ້​ກັບ​ຄືນບ້ານ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ລາຄາສູງ​ຂອງ​ທັນ​ຍາ​ຫານດຶງ​ດູດ​​ເຂົາ​ເຈົ້າ."

ຢູ່​ຕາມທ້ອງ​ຖິ່ນ, ຍັງ​ມີ​ຊາວ​ກະສິກອນ​ຢ່າງ​ຫຼວງຫຼາຍ​ທີ່​ປູກພືດ​ອຸດ​ສາ​ຫະກຳ​ໃນ​ເມື່ອ​ກ່ອນ​​ຖືກ​ລາຄາ​ສູງ​ຂອງການ​ປູກ​ເຂົ້າດຶງ​ດູດ​ໃຈ, ປ່ຽນມາ​ປູກ​ພືດທີ່​ເປັນອາ​ຫານ​ແທນ ​ເຊັ່ນ​ເຂົ້າ​ເບຼ​ເປັນ​ຕົ້ນ. ລຸງ​ມາ​ລີ້ ຊາວ​ກະສິກອນ​ຂອງ​ຕາ​ແສງ​ຜິ​ງຢວນກໍ່​ແມ່ນ​ໜຶ່ງ​ໃນ​ຊາວ​ກະສິກອນ​ດັ່ງກ່າວ. ລາວ​ເວົ້າ​ວ່າ:

"ປະຊາຊົນ​ມີ​ຄວາມ​ຫ້າວຫັນ​ສູງ​ຫຼາຍ, ການ​ປູກ​​ເຂົ້າເບຼດີກ​ວ່າການ​ປູກ​ພືດ​ອື່ນໆ, ​ແຕ່​ກ່ອນ ​ເຂດ​ເຮົານີ້​ແມ່ນ​ເຂດ​ປູກ​ຝ້າຍ​."
ລຸງຫວງ​ຊິ້ງຊິ່ນ ຊາວ​ກະສິກອນ​ເມື​ອງຕິ້ງ​ໂຈ່​ວ​ແຂວງ​ເຫີ​ເປີ​ຍ​​ເວົ້າວ່າ:

"ຖ້າລາຄາ​ສູງ, ​ພວກ​ເຮົາ​ຈະ​ປູກ​ແນ່ນອນ, ປູກ​ຫຼາຍ​ກໍ່​ໄດ້​ກຳ​ໄລ​ຫຼາຍ, ປີ​ກາຍ​ຂ້ອຍໄດ້​ປູກ​ເຂົ້າ​ປະມານ0,3​ເຮັກຕາ, ປີ​ນີ້ ​ປູກ​ປະມານ0,6​ເຮັກຕາ."

ແຕ່​ວ່າການ​ທີ່​ບໍລິສັດ​ອາ​ຫານຕ່າງປະ​ເທດຍາດ​ກັນ​ມາ​ຊື້​ເຂົ້າ, ຈະ​ເຮັດ​ໃຫ້​ບໍ​ລະ​ສັດ​ອາ​ຫານ​​ຂະ​ໜາ​ດກາງ​ແລະ​ນ້ອຍ​ຂອງ​ເອກະ​ຊົນຂອງ​ຈີນທີ່​ຂາດ​ຄວາມ​ສາມາດ​ດ້ານການ​ແຂ່ງຂັນ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼື​ກາຍ​ເປັນ​ວິ​ສາ​ຫະກິດ​ທີ່​ຖືກ​ຊື້​ຫຸ້ນ. ຕໍ່​ເລື່ອງ​ນີ້, ທ່ານ​ຫວງ​ຝູ້​ໂຈ່​ວ, ຜູ້​ອຳ​ນວຍ​ການຂອງ​ບໍລິສັດ​ຊື້​ຂາຍ​ທັນ​ຍາ​ຫານ​ແຫ່ງ​ລັດ​ຂອງ​ແຂວງ​ຈ່ຽງຊີ່​ກ່າວ​ວ່າ:

"ພວກ​ເຮົາ​ໄດ້ກະກຽມ​ດີ​ແລ້ວ, ​​​​ເພື່ອຮັບ​ມື, ​ແຕ່​ຍັງ​​ເປັນ​ຫ່ວງ​ຢູ່ວ່າຈະບໍ່​ສາມາດຍາດ​ຊື້​ເຂົ້າ​ໄວ້​ໃນສາງ​ເຮົາ​."

ຈີນ​ມີ​ພົນລະ​ເມືອງຢ່າງ​ຫຼວງ​ຫຼາຍ, ແມ່ນ​ປະ​ເທດ​​ທີ່​ມີ​ຄວາມ​ຕ້ອງການ​ສະບຽງ​ອາ​ຫານຫຼາຍ​, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ, ການ​ເພີ່​ມການ​ຜະລິດ​ທັນ​ຍາ​ຫານ​ຕ້ອງ​ໄປ​ພ້ອມ​ກັບ​ການ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ຂອງ​ລັດ​ຖະບານທີ່​ເຂັ້ມ​ແຂງ​ຕໍ່​ຕະຫຼາດ​ທັນ​ຍາ​ຫານ. ສະ​ນັ້ນ, ນັກວິຊາການ​ຈີນ​ຢ່າງ​ຫຼວງຫຼາຍ​ເຫັນ​ວ່າ, ທັນ​ຍາ​ຫານ​ຄວນ​ແມ່ນລັດ​ຖະບານ​ເປັນ​ຜູ້​ກຳ, ຖານະຜູກ​ຂາດດ້ານ​ສະ​ບຽງອາ​ຫານ​ຂອງ​ລັດຖະບານ​ຕ້ອງ​ຍຶດໝັ້ນ​​ໃຫ້​ດີ. ສາ​ເຫດ​ແມ່ນ, ຖ້າວ່າ​ບໍລິສັດຈຳ​ນວນ​ໜ້ອຍ​ຄວບຄຸມ​ຕະຫຼາດ​ອາ​ຫານ​ໃຫຍ່​ຂອງ​ຈີນ​ແລ້ວ, ​ເປົ້າ​ໝາຍ​ທີ່​ສະ​ແຫວ​ງຫາ​ກຳ​ໄລ​ສູງ​ຈະ​ສ້າງ​ຜົນ​ກະທົບ​ຫຼາຍ​ຕໍ່​ການ​ຜະລິດ​ທັນ​ຍາ​ຫານ​ຢ່າງ​ປອດ​ໄພ​ຂອງ​ຈີນ.

ສຳລັບ​ລາຄາອາ​ຫານ​ສູງ​ຂຶ້ນ, ຊາວ​ກະສິກອນ​ຈີນກໍ່​ບໍ່​ແມ່ນ​ມີ​ແຕ່​ດີ​ໃຈ​ເທົ່າ​ນັ້ນ, ຍັງ​ມີ​ຄວາມ​ເປັນ​ຫ່ວງອີກ. ຕົ້ນ​ຕໍ​ແມ່ນ​ເປັນ​ຫ່ວງ​ນຳ​ລາຄາ​ຂອງ​ພາຫະນະ​ການຜະ ລິດແລະ​ລາຄາ​ຂອງ​ສິນຄ້າ.  ລຸງ​ຫວງ​ຊິ້ງ​ຊິ່ນ​ແລະ​ລຸງມາລີ້​ກ່າວ​ວ່າ:

"ປະຈຸ​ບັນ​ກໍ່​ຢ້ານ​ລາຄາ​ຂອງພະ​ຫະນະການ​ຜະລິດແລະ​ລາຄາ​ຂອງ​ສິນຄ້າອື່ນໆ​ສູງ ຂຶ້ນ, ຖ້າ​​ເປັນຈັ່ງ​ຊັ້ນ, ລາຍ​ໄດ້​ຕົວ​ຈິງ​ຂອງ​ຊາ​ວກະສິກອນ​ກໍ່​ຈະ​ຫຼຸດ​ໜ້ອຍ​ລົງ."

ສະ​ນັ້ນ, ລາຄາ​ຂອງ​ພາຫະນະ​ກະສິກຳ​ປີ​ນີ້​ເປັນ​ແນວ​ໃດ? ທ່ານ​ຫຼີ້​ເຈິ້ນ​ຈຸ່ນ, ຮອງ​ຫົວໜ້າຮ້ານ​ຄ້າຂາຍຂອງ​ຕາ​ແສງ​ຜິ​ງຢວນ​ແຂວງ​ຊ່ານ​ຕຸ່ງກ່າວ​ວ່າ:

"ລາຄາ​ຂອງ​ເຄື່ອງມື​ກະສິກຳ​ໃນ​ປີ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ລະ​ດູ​ໄບ​ໄມ້​ຫຼົ່ນ, ລາຄາ​ສູງກວ່າປີ​ກາຍ​ໜ້ອຍ​ໜຶ່ງ, ​​ຄືເພີ່ມ​ຂຶ້ນ10%."

ສະ​ນັ້ນ, ນັກວິຊາການ​ສ່ວນ​ຫຼາຍ​ເຫັນ​ວ່າ, ລາຄາ​ຂອງ​ທັນ​ຍາ​ຫານຈະ​ເພີ່ມ​ຂຶ້ນ​ຢ່າງ​ແນ່ນອນ. ກ່ອນ​ນີ້, ທ່ານ​ໝ້າ​ສ້ຽວ​ເຫີ, ຮອງ​ຫົວໜ້າ​ສະ​ຖາ​ບັນມະຫາ​ພາກ​ຂອງ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ:

"​ໃນ​ຫຼາຍ​ປີ​ມາ​ນີ້, ລາຄາ​ຂອງ​ພາຫະນະ​ການ​ຜະລິດ​ເພີ່ມ​ຂຶ້ນ, ຄ່າ​ແຮງ​ງານ​ເພີ່ມ​ຂຶ້ນ, ກໍ່​ຈະ​ເຮັດ​ໃຫ້​ຕົ້ນ​ທຶນຜະລິດ​ທັນ​ຍາ​ຫານ​ເພີ່ມ​ຂຶ້ນ, ຖ້າວ່າ​ບໍ່​ຍົກ​ສູງ​ລາຄາ​ຂອງ​ທັນ​ຍາ​ຫານ, ຊາວ​ກະສິກອນ​ກໍ່​ຕ້ອງ​ຫຼຸດ​ການ​ຜະລິດ​ໃຫ້​ໜ້ອຍ​ລົງ. ການ​ສະໜອງ​ແລະ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ຈະ​ເຮັດ​ໃຫ້​ລາຄາ​ເພີ່ມ​ຂຶ້ນ."

ເຖິງ​ວ່າ​ລາຄາ​ຂອງ​ທັນ​ຍາ​ຫານ​ຕົ້ນຕໍ​ຂອງ​ຈີນຄື​ເຂົ້າ​ເບຼ, ສາລີ​ແລະ​ເຂົ້າ​ໄດ້​ສ້າງ​ສະຖິຕິ​ສູງສຸດ​ເທື່ອ​ໃໝ່​ໃນ​ປະຫວັດສາດ, ​ແຕ່​ຍ້ອນ​ວ່າ​ໃນ30​ກວ່າ​ປີ​ທີ່​ຜ່ານ​ໄປ​ນັ້ນ, ຕະຫຼາດ​ທັນ​ຍາ​ຫານ​ຂອງ​ຈີນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ເທື່ອ​ແລ້ວ. ຊາວ​ກະສິກອນ​ຈີນບໍ່​ຫວັງວ່າ​ລາຄາ​ໃນ​ປະຈຸ​ບັນ​ຈະເພີ່ມ​ຂຶ້ນ​ຫຼາຍ, ​ແຕ່​ຫວັງ​ວ່າ​ລາຄາຈະ​ມິ​ຄວາມ​ໝັ້ນ​ທ່ຽງ. ​ລຸງ​ຫວງ​ຊິ້ງຊິ່ນ, ຊາວ​ກະສິກອນ​ເມືອງ​ຕິ້ງ​ໂຈ່​ວ​ແຂວງ​ເຫີ​ເປີ​ຍ​ເວົ້າ​ວ່າ:

"ພວກ​ເຮົາ​ບໍ່​ຢາກ​​ໃຫ້​ລາຄາ​ເພີ່ມ​ຂຶ້ນ, ​ແລະກໍ່​ບໍ່​ຢາກ​ໃຫ້​ລາຄາ​ຫຼຸດ​ລົງ, ການ​ຮັກສາລາຄາ​ທີ່ໝັ້ນ​ທ່ຽງ​​ແມ່ນ​ສິ່ງ​ທີ່ດີ​ທີ່​ສຸດ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ