ສຳຜັດ​ກັບ​ຄວາມ​ໄວ​ຂອງ​ການ​ພັດທະນາ​ເຕັກນິກ​ຂອງ​ຈີນ

(GMT+08:00) 2011-01-04 16:33:05     cri
ປີ2010, ​​ເຮືອ​ດຳ​ນ້ຳ​ບັນທຸກມະນຸດ​ຢູ່​ທະ​ເລ​ເລິກ "ຈ່ຽວຫຼົງ"ລຳທຳ​ອິດຂອງ​ຈີນທີ່​ອອກ​ແບບ​ແລະຜະລິດ​​ໄດ້​ທົດລອງ​ດຳລົງ​ທະ​ເລ​ທີ່​ເລິກ3000​​ແມັດ​ຢ່າງ​ສຳ​ເລັດ​ຜົນ, ດາວ​ທຽມສຳ​ຫຼວດດວງ​ຈັນ​ໜ່ວຍ​ທີ​ສອງຂອງ​ຈີນ​ຄື "ສາງ​ເອີ" ​ໄດ້​ສົ່ງຂຶ້ນ​ສູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນ, ລົດ​ໄຟ​ຄວາມ​ໄວ​ສູງ​ລຸ້ນ​ໃໝ່​ຂອງ​ຈີນມີ​ຄວາມ​ໄວ​486ກວ່າກິ​​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,​ແມ່ນ​ຄວາມ​ໄວ​ສູ​ງສູງ​ສຸດ​ໃນ​ໂລກ​……ປີ 2010, ​ເຕັກນິກ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​​ໄວ.
(ສຽງ)
"​ເກົ້າ, ​ແປັດ, ​ເຈັດ, ຫົກ, ຫ້າ, ສີ່, ສາມ, ສອງ, ໜຶ່ງ, ຂຶ້ນ​ໄດ້!"

ໃນເວລາ18​ໂມງ59​ນາທີ57ວິ​ນາທີ​ຂອງ​ວັນທີ1​ຕຸລາ​2010​ຕາມ​ເວລາ​ປັກ​ກິ່ງ, ຢູ່​ສູນ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ​ທີ່ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ດາວທ​ຽມສຳ​ຫຼວດດວງ​ຈັນ​ໜ່ວຍທີ​ສອງ​ຂອງ​ຈີນ​ຄື "ສາງ​ເອີ" ​ໄດ້​ສົ່ງ​ຂຶ້ນ​ສູ່​ອະວະ​ກາດ​ຢ່າງ​ສຳ​ເລັດ​ຜົນ.

ໜ້າ​ທີ່​ຕົ້ນຕໍ​ຂອງດາວ​ທຽມ "ສາງ​ເອີ​2"ທີ່ຈີນຄົ້ນຄວ້າ​ຜະລິດ​ແມ່ນ​ເກັບພາບ​ແລະ​ຂໍ້​ມູນຂອງ​ຜິວດວງ​ຈັນທີ່​ແຈ້ງ​ກວ່າ​ເກົ່າ​ແລະ​ລະອຽດກວ່າ​ເກົ່າ. ​ເມື່ອ​ທຽບ​ໃສ່ "ສາງ​ເອີ​1"ທີ່ສົ່ງ​ຂຶ້ນກ່ອນ​ນີ້, "ສາງ​ເອີ​2"ມີ​ເຕັກນິກ​ທີ່ກ້າວໜ້າ​ທັນ​ສະ​ໄໝ​ກວ່າ, ​ເຕັກນິກ​ແລະ​ລະບົບ​ທີ່​ສັບ​ສົນ​ກວ່າ​ເກົ່າ, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນຕໍ່​​ໂຄງການ​ສຳ​ຫຼວດດວງ​ຈັນ​ຂອງ​ຈີນ.ທ່ານ​ເໝົາ​ວ້ານ​ປ່ຽວ, ຮອງ​ຫົວໜ້າ​ພະ​ແນ​ກອອກ​ແບບຂອງ​ສູນ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ​ກ່າວ​ວ່າ:

"ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງການ​ສົ່ງ​ 'ສາງ​ເອີ2' ​​ເທື່ອ​ນີ້​ກັບ​ການ​ສົ່ງ​ 'ສາງ​ເອີ​1' ກໍ່​ແມ່ນ, ພວກ​ເຮົາ​ສົ່ງ​ດາວ​ທຽມ​ເຂົ້າ​ສູ່​ວົງ​​ໂຄຈອນ​ອ້ອມ​ດວງ​ຈັນໂດຍ​ກົງ, ຈະ​ບໍ່​ປິ່ນ​ອ້ອມໜ່ວຍ​ໂລກ. ​ເຮັດ​​ແນວ​ນີ້​ມີ​ຜົນ​ດີ​ຫຼາຍ​ຕໍ່​ດາວ​ທຽມ, ​ໄດ້​ປະ​ຢັດພະ ລັງງານຂອງ​ດາວ​ທຽມ​ໃນ​ການ​​ໂຄຈອນ, ​ເພື່ອ​​ເອົາ​ໄປ​ເຮັດ​ການ​ທົດ​ລອງວິທະຍາ ສາດ​ໃຫ້​ມັນຫຼາຍ​ກວ່າ​ເກົ່າ."

ຫວ່າງ​ມໍ່ໆ​​ມານີ້, ທ່ານ​ຫູ​ຈິນທ່າວ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ງານ​ສະ​ເຫຼີ​ມ ສະຫຼອງການ​ສົ່ງ​​ "ສາງ​ເອີ​2"ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ​ວ່າ, "ສາງ​ເອີ​2"​ ແມ່ນ​ຜົນ​ສຳ​ເລັດ​ອີກ​ອັນ​ໜຶ່ງ​ຂອງ​ໂຄງການສຳ​ຫຼວດດວງ​ຈັນ​ຂອງ​ຈີນ, ​ແມ່ນ​ຜົນສຳ​ເລັດອີກ​ຢ່າງ​ໜຶ່ງ​ຂອງ​ການສ້າງສາ​ປະ​ເທດ​ຊາດ​ແບບ​ໃໝ່, ​ແມ່ນ​ຜົນ ສຳ​ເລັດ​ຂອງ​ປະຊາຊົນ​ຈີນ​ໃນ​ການກ້າວ​ໄປ​ສູ່​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ຂອງ​ໂລກ. ຜົນສຳ​ເລັດ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຊຸກຍູ້​ການ​ພັດທະນາກິດຈະການ​ການບິນ​ອະວະ​ກາດ​ຂອງ​ຈີນ​ແລະ​ນຳພາ​ການ​ປະດິດ​ສ້າງ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ."

ເດືອນ​ສິງ​ຫາ​ປີ​ນີ້, ​ເຮືອ​ດຳ​ນ້ຳ​ບັນທຸກ​ມະນຸດ​ "ຈ່ຽວຫຼົງ"​ໄດ້​ທົດ​ລອງ ດຳລົງທະ​ເລ​ເລິກ3000​ແມັດຢ່າງ​ສຳ​ເລັດ​ຜົນ. ​ແຜນການປະຕິບັດ​ງານ​ກ່ຽວ​ກັບ​ການ​ປັບປຸງ​ເຕັກນິກ​ຂອງ​ເຮືອ​ດຳ​ນ້ຳ​ "ຈ່ຽວຫຼົງ"​ ແລະຈະ​ທົດ​ລອງ​ຢູ່​ທະ​ເລ​ເລິກ5000​ຫາ7000​ແມັດ​ໄດ້​ຜ່ານ​ການ​ພິຈາລະນາ​ຂອງ​ຊ່ຽວຊານທີ່​ຈັດ​ຕັ້ງ​ໂດຍ​ຫ້ອງການ​ເຕັກນິກ​ທະ​ເລ​ແຜນການ863​ຂອງ​ຈີນ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຮືອ​ດຳ​ນ້ຳ "ຈ່ຽວຫຼົງ"ຈະ​ສືບ​ຕໍ່​ດຳ​ລົງທະ​ເລ​ທີ່​ເລິກ​ກວ່າ​ເກົ່າ.

ວັນ​ທີ3ທັນວາ​2010, ລົດ​ໄຟຄວາມ​ໄວ​ສູງລຸ້ນ​ໃໝ່CRH380Aທີ່​ບໍລິສັດຜະ ລິດ​ຫົວລົດ​ໄຟຊື້​ຟ່າງ​ຊິ່ງ​ຕາວຂອງ​ກຸ່ມ​ບໍລິສັດ​ໜານ​ເຊີ່​ຫຸ້ນ​ສ່ວນ​ຈຳກັດຈີນ​ຄົ້ນຄວ້າ​ຜະລິດ​ນັ້ນ, ​ໄດ້​​ທົດ​ລອງ​ແ​ລ່ນ​ຈາກ​ປັກ​ກິ່ງ​ຫາ​ຊຽງ​ໄຮ​ແລະ​ໄດ້​ສ້າງຄວາມ​ໄວ​ສູງ​ສຸດ​ໃນ​​ໂລກ​ຄື 486,1ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​​ໃນໄລຍະ​ທາງ​ແຕ່ຈາວ​ຈ່ວງຫາ​ເປິ້ງ​ປູ. ທ່ານ​ຈ່າງ​ສູ້ກວ່າ​ງ, ຜູ້​ຊ່ວຍນັກວິ​ສະ​ວະ​ກອນຂອງ​ກະຊວງ​ທາງລົດ​​ໄຟ​ຈີນ​ທັງ​ເປັນ​ຜູ້​ອອກ​ແບບ​ລົດ​ໄຟ​ຄວາມ​ໄວ​ສູງກ່າວ​ວ່າ, ບໍລິສັດ​ຊື້ຟ່າງພວມ​ຜະລິດ​ລົດ​ໄຟ​ທົດ​ລອງ​ຂະ​ບວນໜຶ່ງ, ​ເພື່ອ​ໃຫ້​ມີ​ຄວາມ​ໄວ​ໄວ​ກວ່າ500​ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ. ​ແຕ່​ວ່າ, ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ, ​ໃນ​ຂະນະ​ທີ່​ຍົກ​ສູງ​ຄວາມ​ໄວ, ຍັງ​ຕ້ອງ​ຍົກ​ສູງ​ສະມັດ​ຖະພາບ​ດ້ານ​ການປະ​ຢັດ​ພະລັງງານ​ອີກ.

ທ່ານ​ກ່າວ​ວ່າ: "ລົດ​ໄຟ​ຄວາມ​ໄວ​ສູງ​ຈະ​ມີ​ຄວາມ​ໄວ​ສູງ​ກວ່າ​ເກົ່າ​ອີກ​ໃນ​ອະນາ​ຄົດ. ​ແຕ່ວ່າ​ກ່ອນ​ຍົກສູງ​ຄວາມ​ໄວ​ຂອງ​ມັນ, ອັນ​ທຳ​ອິດ​ຕ້ອງ​ເຮັດ​ໃຫ້​ມັນ​ມີ​ຄວາມ​ປອດ​​ໄພ, ຂີ່​​ສະບາຍ, ​​ຍັງ​ຕ້ອງ​ມີ​ສະມັດ​ຖະພາບທີ່​ດີກ​ວ່າ​ເກົ່າ​ໃນ​ການ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ສະ​ນັ້ນ, ພວກ​​ເຮົາ​ຍັງ​ຕ້ອງຄົ້ນຄວ້າ​ດຳ​ເນີນ​ວຽກ​ງານ​ຫຼາຍ​ກວ່າ​ເກົ່າ, ​ໂດຍ​ສະ​ເພາະ​ໃນ​ດ້ານ​ການ​ປະ​ຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ພວກ​ເຮົາ​ຍັງ​ຢາກ​ຍົກ​ລະດັບ​ຄາດໝາຍ​ປະຢັດ​ພະລັງງານ​ຂອງ​ລົດ​ໄຟ​ຄວາມ​ໄວ​ສູງ​ຕື່ມ​ອີກ."

ປີ​ນີ້, ງານ​ວາງສະ​ແດງ​ໂລກ​ຊຽງ​​ໄຮ​ຂອງ​ຈີນ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ, ລົດຍົນ​ທີ່​ໃຊ້​ພະລັງງານ​ໃໝ່1100​ກວ່າ​ຄັນ​ທີ່​ບໍລິການ​​ໃນງານ​ເປັນ​ເວລາ184​ວັນ​, ​ໄດ້​ຮັກສາ​​ເອກະລັກພິ​ເສດທີ່ "​ໃຊ້​ພະລັງງານ​ຢ່າງ​ມີ​ປະສິດທິພາບ​ສູງ, ລະບາຍມູນ​ລະ​ພິດ​ໜ້ອຍ​ແ​ລະມີ​ສຽງດັງ​ຄ່ອຍ", ​ໄດ້​ບັນລຸ​ເປົ້າ​ໝາຍ​ທີ່ "ບໍ່​ລະບາຍ​ມົນ​ລະ​ພິດ​" ຢູ່​ເຂດ​ໃຈກາງ​ທີ່ຈັດ​ງານ​ວາງສະ​ແດງ​ໂລກ, ​ແລະ​​ເປັນ​ທິດ​ທາງ​ຂອງ​ອຸດສາຫະກຳ​ລົດຍົນ​​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ. ທ່ານ​ຈ່າງ​ຫຼາຍ​ອູ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ເຕັກນິກ​ຈີນ​ກກ່າວ​ວ່າ:

"ລົດຍົນ​ປະຢັດ​ພະລັງງານ​ແລະ​​ໃຊ້​ພະລັງງານ​ໃໝ່​ຂອງ​ພວກ​ເຮົາ​​ແມ່ນ​ໃຊ້​ເຕັກນິກ ທັນ​ສະ​ໄໝ​ຕ່າງໆ ​ເຊັ່ນ​ໃຊ້ພະລັງງານ​ປະສົມ, ​ໃຊ້ພະລັງ​ໄຟຟ້າລວນໆ, ລະບົບ ​ໝໍ້​ໄຟ​ແລະລົດຍົນ​ຄຸມ​ດ້ວຍ​ເອ​ເລັກ​ໂຕຼນິກ, ​ນີ້​ແມ່ນ​ເອກະລັກ​ພິ​ເສດ​ຂອງ​ພວກ​ເຮົາ​.​"

ປີ2010, ບໍ່​ວ່າ​ລົດ​​ໄຟ​ຄວາມ​ໄວ​ສູງ​​ແລະ​ລົດ​ໃຊ້​ພະລັງ​ງານ​ໃໝ່ທີ່​ກ່ຽວ​ພັນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​​​ແໜ້ນ​ແຟ້ນ, ຫຼື​ດາວ​ທຽມ "ສາງ​ເອີ2"​ແລະ​ເຮືອ​ດຳ​ນ້ຳ​ລົງ​ທະ​ເລ​ເລິກ "ຈ່ຽວຫຼົງ"ທີ່​ສອງ​ແສງ​ເຖິງ​ຄວາມ​ສາມາດ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​, ການ​ຍົກ​ສູງ​ລະດັບ​​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ທຸກ​ເທື່ອ​ກໍ່​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ໂລກ. ການ​ພັດທະນາ​ເຕັກ​​ໂນ​ໂລ​ຊີ​ຢ່າງ​ວ່ອງ​ໄວ​​​ໄດ້​ສ້າງ​ຄວາມ​ສະດວກ​ສະບາຍ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ.

ຫວ່າງ​ມໍ່ໆມາ​ນີ້, ທ່າ​ນວ້ານກ່າງ, ລັດ​ຖະມົນຕີ​ວ່າການ​ກະຊວງວິ​ທະຍາສາດ​ເຕັກ​ໂນ​​ໂລ​ຊີ​ຈີນ​ກ່າວ​ວ່າ, ​ໃນ​ອະນາ​ຄົດ, ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສ້າງ​ຄວາມ​ສາມາດ​ດ້ານການ​ປະດິດ​ສ້າງ​​ເຕັກ​ໂນ​ໂລ​ຊີດ້ວຍ​ຕົນ​ເອງ, ສືບ​ຕໍ່​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.

ທ່ານ​ວ້ານກ່າງ​ກ່າວ​ວ່າ:"​ໃນ​ຂົງ​ເຂດ​ຄົ້ນຄວ້າ​ພື້ນຖານ​ແລະຂົງ​ເຂດ​ຄົ້ນ​ຄວ້າ​ເຕັກນິກ​ທີ່​ກ້າວໜ້າ, ພວກ​ເຮົາ​ຄວນ​ເພີ່ມ​ທະວີ​ການ​ຄົ້ນຄວ້າ​​ໂປຼຕິນ, ການ​ຄົ້ນຄວ້າ​ເຕັກ​ນິກວິທະຍາ​ສາດກ່ຽວ​ກັບ​ຊີວິດ, ການຄົ້ນຄວ້າ​ຈຸ​ລັງ​ລອກ​ແບບ(stem cell)ແລະ​ການ​ຄົ້ນຄວ້າ​ເຕັກນິກ​ນາ​​ໂນ​ແມັດ. ​ໃນ​ດ້ານ​ການ​ຄົ້ນຄວ້າ​ການປະຍຸກ, ລັດຖະບານ​ໄດ້​ເຜີຍ​ແຜ່​ຂໍ້ຕົກລົງ​​ໃນ​ຫວ່າງ​ມໍ່ໆມາ​ນີ້ກ່ຽວ​ກັບ​ການເລັ່ງລັດ​ພັດທະນາ​ອຸດສາຫະ ກຳ​ທີ່ຈະ​ເລີ​ນ​ໃໝ່​ທີ່​ມີ​ລັກ​ສະ​ນັກ​ຍຸດ​ທະ​ສາດ​ໂດຍ​ໄດ້​ຕົກລົງວ່າ, ​​​ໃນ​ໄລຍະ​ນີ້​ຈະ​ສຸມ​ກຳລັງ​ເລັ່ງລັດ​ຊຸກຍູ້7​ຂົງ​ເຂດ​ສຳຄັນ​ໃຫ້​ພັດທະນາ​ກ້າວ​ໄປ​ໜ້າ ​ເຊັ່ນ​ການ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຫຼືIT​ລຸ້ນ​ໃໝ່, ຢາ​ປົວ​ພະຍາດ​ຊີວະ​ພາບ, ການ​ຜະລິດ​ອຸປະກອນ​ທີ່​ໃຊ້ເຕັກນິກ​ສູງ, ພະລັງງານ​ໃໝ່, ວັດຖຸ​ໃໝ່​ແລະລົດຍົນ​ທີ່​ໃຊ້​ພະລັງງານ​ໃໝ່."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ