
ຢູ່ຊານເມືອງຕາເວັນຕົກຂອງນະຄອນຫຼວງປັກກິ່ງ,ມີພະລາຊະວັງຂອງຈີນທີ່ສ້າງຂຶ້ນໃນສະໄໝລາຊະວົງເຊັ່ງເຊິ່ງປະຈຸບັນເຫຼືອແຕ່ຮ່ອງຮອຍຈຳນວນໜຶ່ງຄື ພະລາຊະວັງລະດູຮ້ອນຢວນມີງຢວນ. ແຫ່ງນີ້ກວ້າງ 350 ເຮັກຕາ,ມີຮອງເຕ້ຫຼາຍອົງຂອງລາຊະວົງເຊັ່ງໃຊ້ເວລາ 150 ກວ່າປີກໍ່ສ້າງແລະຮັກສາ,ພັດຖືກກອງທະຫານປະສົມຂອງອັງກິດແລະຝະຣັ່ງຈູດເຜົາທຳລາຍໝົດໃນປີ 1860.ປະຈຸບັນ,ເຖິງແມ່ນວ່າພະລາຊະວັງລະດູຮ້ອນຢວນມີງຢວນໄດ້ເສຍຄວາມຫຼູຫຼາໃນອະດີດ,ແຕ່ເອກະລັກພິເສດຂອງບ່ອນນີ້ພັດຍັງໄດ້ຮັບການຮັກສາຕະຫຼອດມາ.
ຢວນມີງຢວນເລີ່ມກໍ່ສ້າງເມື່ອປີ 1707,ປະກອບດ້ວຍຢວນມີງຢວນ, ຊາງຊຸ່ນຢວນແລະວ້ານຊຸ່ນຢວນ.ຍ້ອນເຄີຍເປັນສະຖານທີ່ເຮັດວຽກແລະເປັນບ່ອນພັກຜ່ອນຢ່ອນອາລົມຕະຫຼອດປີຂອງຮອງເຕ້ 5 ອົງໃນລາຊະວົງເຊັ່ງ,ສະນັ້ນ,ຢວນມີງຢວນກັບພະລາຊະວັງກູ້ກົ່ງຈຶ່ງຖືເປັນໃຈກາງແຫ່ງອຳນາດການປົກຄອງຂອງຈີນໃນຄາວນັ້ນຮ່ວມກັນ. ປີ 1861,ທ່ານວິກຕໍ ຮູໂກ,ນັກວັນນະຄະດີຜູ້ມີຊື່ສຽງຂອງຝະຣັ່ງເຄີຍຕີລາຄາຕໍ່ຢວນມີງຢວນຄືແນວນີ້:"ເຈົ້າມີແຕ່ຄຶດວ່າ,ນັ້ນແມ່ນສິ່ງກໍ່ສ້າງທີ່ໜ້າປະທັບໃຈຄືຫໍໃນວັງດວງຈັນ,ແຕ່ວ່າຢູ່ພະລາຊະວັງລະດູຮ້ອນຄືຢວນມີງຢວນກໍ່ມີສິ່ງກໍ່ສ້າງທີ່ງົດງາມແບບນັ້ນຄືກັນ."
ອາດເວົ້າໄດ້ວ່າ,ຢວນມີງຢວນໄດ້ໂຮມສູນສິນລະປະກໍ່ສ້າງຂອງຈີນ.ຢູ່ແຫ່ງນີ້,ມີຄວາມຫຼູຫຼາຂອງພະລາຊະວັງ,ຍັງມີຄວາມສວຍງາມຂອງບ້ານແຄມນ້ຳພາກໃຕ້ຈີນ.ນອກນັ້ນ,ເພື່ອສະແຫວງຫາຄວາມມ່ວນຊື່ນຫຼາຍດ້ານ,ຮອງເຕ້ຂອງລາຊະວົງເຊັ່ງຍັງໄດ້ນຳເຂົ້າສິ່ງກໍ່ສ້າງແບບເອີຣົບສ້າງຢູ່ທິດເໜືອຂອງຊາງຊຸ່ນຢວນ,ເອີ້ນວ່າ"ຊີ່ຢາງໂລ",ຕຶກເອີຣົບຕາເວັນຕົກ.ໃນນັ້ນ,ສິ່ງກໍ່ສ້າງທີ່ມີຊື່ສຽງທີ່ສຸດແມ່ນ"ຕ້າສຸຍຝາ",ນ້ຳພຸ.ທ່ານລີວນີງ,ຜູ້ນຳທ່ຽວຮ່ອງຮອຍຢວນມີງຢວນແນະນຳວ່າ:
"ຮ່ອງຮອຍຂອງຕ້າສຸຍຝາມີສິ່ງກໍ່ສ້າງ 3 ພາກສ່ວນ,ຢູ່ບ່ອນສູງມີເສົາທີ່ຄວັດລາຍຮູບອະງຸ່ນນັ້ນແມ່ນຫ້ອງນອນຂອງມະເຫສີທີ່ມາຈາກເອີຣົບ,ແຕ່ກ່ອນ,ເຟີນີເຈີທີ່ວາງຢູ່ໃນນີ້ລ້ວນແຕ່ເປັນແບບເອີຣົບ.ຢູ່ໜ້າຫ້ອງນອນກໍ່ແມ່ນຕ້າສຸຍຝາ,ສຸຍຝາກໍ່ແມ່ນນ້ຳພຸໃຫຍ່.ໃນສະໄໝນັ້ນ,ປະຕູຂອງຕ້າສຸຍຝາເຮັດດ້ວຍຫີນ,ຢູ່ເທິງປະຕູມີຫົວສິງໂຕໃຫຍ່ທີ່ພົ່ນນ້ຳອອກມາ,ຢູ່ລຸ່ມມີ 7 ຊັ້ນ,ນ້ຳຕົກລົງມາຈາກປາກສິງໂຕທີ່ຢູ່ບ່ອນສູງ,ເຮັດໃຫ້ແຕ່ລະຊັ້ນກໍ່ຄືນ້ຳຕົກຕາດ.ຢູ່ໜ້ານ້ຳພຸມີອ່າງນ້ຳເປັນຮູບດອກເບັນຈະມາດ.ແຕ່ກ່ອນ,ຢູ່ໃຈກາງຂອງອ່າງນ້ຳ,ມີກວາງລາຍທີ່ເຮັດດ້ວຍທອງໂຕໜຶ່ງ,ເຂົາກວາງມີ 8 ແງ່ມ,ຈຶ່ງພົ່ນນ້ຳອອກມາ 8 ສາຍ.ຢູ່ອ້ອມກວາງລາຍ,ມີໝາລ່າສັດທີ່ຢູ່ໃນທ່າແລ່ນ 10 ໂຕ,ໝາແຕ່ລະໂຕໄດ້ພົ່ນນ້ຳອອກມາ,ໃສ່ໂຕກວາງລາຍທີ່ຢູ່ໃຈກາງອ່າງນ້ຳພຸ,ເຮັດໃຫ້ນ້ຳທີ່ຟົ້ງຂຶ້ນນັ້ນງາມອີ່ຫຼີ."

(ຮ່ອງຮອຍຕ້າສຸຍຝາ)
ທ່ານລີວນີງແນະນຳວ່າ,ຢູ່ດ້ານຊ້າຍແລະດ້ານຂວາຂອງຕ້າສຸຍຝາຄືນ້ຳພຸ,ແຕ່ກ່ອນ,ຕ່າງມີທາດພົ່ນນ້ຳຮູບສີ່ຫຼ່ຽມທີ່ໃຫຍ່ສົມຄວນເຊິ່ງມີ 13 ຊັ້ນ,ສາຍນ້ຳທີ່ພົ່ນອອກຈາກບ່ອນສູງສຸດຕົກລົງໃສ່ອ່າງນ້ຳໂດຍກົງ,ຢູ່ອ້ອມທາດ,ມີທໍ່ທອງລວມ 88 ທໍ່ກໍ່ພົ່ນນ້ຳພ້ອມກັນ.ຕາມເລົ່າລືກັນວ່າ,ເມື່ອນ້ຳພຸພົ່ນນ້ຳພ້ອມກັນ,ກໍ່ຄືນ້ຳພູໄຫຼຊຸທັ່ງ,ສົ່ງສຽງດັງອອກໄປໄກເຕີບ.ຖ້າລົມກັນຢູ່ໃກ້,ຕ້ອງໃຊ້ພາສາມື,ສະນັ້ນ,ຄົນທັງຫຼາຍກໍ່ຮູ້ໂລດວ່າ,ມັນມີຄວາມສະຫງ່າງາມແນວໃດ.
|
ເຖິງວ່າຮູບສິ່ງກໍ່ສ້າງມີເອກະລັກເອີຣົບກໍ່ຕາມ,ແຕ່ໃນດ້ານການສ້າງພະລາຊະວັງແລະການປະດັບສິ່ງກໍ່ສ້າງ,ຕ້າສຸຍຝາກໍ່ໄດ້ໃຊ້ວິທີດັ້ງເດີມຂອງຈີນບໍ່ໜ້ອຍ.ໃນງານວາງສະແດງວັດຖຸບູຮານພະລາຊະວັງລະດູຮ້ອນຢວນມີງຢວນ,ໄດ້ວາງສະແດງປາຫີນຄູ່ໜຶ່ງທີ່ເປັນພາກສ່ວນໜຶ່ງຂອງຕ້າສຸຍຝາໃນເມື່ອກ່ອນ.ນາງເຊິນຮຸ່ຍ,ພະນັກງານພະແນກວັດຖຸບູຮານຂອງຫ້ອງການຄຸ້ມຄອງຢວນມີງຢວນບອກວ່າ:
"ປາຫີນຄູ່ນີ້ເປັນພາກສ່ວນໜຶ່ງຂອງຕ້າສຸຍຝາໃນເມື່ອກ່ອນ,ບໍ່ໄດ້ໃຊ້ຮູບຄວັດຄົນແບບເອີຣົບທີ່ຄົນທັງຫຼາຍຮູ້ໂດຍທົ່ວໄປ,ຫາກແມ່ນໃຊ້ສິນລະປະຮູບຄວັດຂອງຈີນ.ໃນພາສາຈີນ,ປາມີຄວາມໝາຍວ່າ,ສິລິມຸງຄຸນແລະມີສ່ວນເຫຼືອ.ປາຫີນຄູ່ນີ້ຄວັດລະອຽດທີ່ສຸດ,ບໍ່ວ່າເກັດປາຫຼືຫາງປາ,ລ້ວນແຕ່ຄືປາແທ້.ມັນໄດ້ສະແດງໃຫ້ເຫັນສີມືຄວັດຮູບທີ່ສູງຫຼາຍໃນສະໄໝຊຽນລົງຮວງເຕ້ຂອງລາຊະວົງເຊັ່ງ."
ແຕ່ສິ່ງທີ່ໜ້າເສຍດາຍນັ້ນແມ່ນ,ໃນເດືອນຕຸລາປີ 1860,ກອງທະຫານປະສົມອັງກິດແລະຝະຣັ່ງໄດ້ຍຶດຄອງພະລາຊະວັງລະດູຮ້ອນຢວນມີງຢວນ,ໄດ້ປຸ້ນຈີ້ແລະເຜົາຜານທຳລາຍແຫ່ງນີ້ຢ່າງໂຫດຮ້າຍປ່າເຖື່ອນ.ໄຟໄໝ້ຕະຫຼອດ 48 ຊົ່ວໂມງ,ເຮັດໃຫ້ພະລາຊະວັງແຫ່ງນີ້ທີ່ງາມສຸດຍອດແລະມີຊື່ສຽງເຫຼືອແຕ່ຮ່ອງຮອຍ.ມາຮອດປະຈຸບັນ,150 ປີໄດ້ຜ່ານໄປແລ້ວ.ປີ 2010,ງານວາງສະແດງວັດຖຸບູຮານພະລາຊະວັງລະດູຮ້ອນຢວນມີງຢວນທີ່ເກັບຄືນມາໄດ້ນັ້ນໄດ້ວາງສະແດງຫີນຄວັດ,ເຄື່ອງຢົກ,ເຄື່ອງທອງສຳເລັດຮູບ,ເຄື່ອງປັ້ນດິນເຜົາທີ່ບໍ່ຄົບຖ້ວນແລະວັດຖຸບູຮານອື່ນໆທີ່ລ້ຳຄ່າເຊິ່ງໄດ້ເກັບຄືນໃນປະຈຸບັນໃຫ້ນັກທ່ອງທ່ຽວຊົມເປັນຄັ້ງທຳອິດ.ເຖິງວ່າວັດຖຸບູຮານເຫຼົ່ານີ້ໄດ້ເກົ່າແກ່ແລະເປ່ເພຫຼາຍແລ້ວ,ແຕ່ພັດເປັນສັນຍາລັກຂອງພະລາຊະວັງລະດູຮ້ອນຢວນມີງຢວນ,ໄດ້ສະແດງໃຫ້ເຫັນຄວາມງາມທີ່ບໍ່ສົມບູນເຊິ່ງມີເອກະລັກພິເສດຫຼາຍ.ນາງເຊິນຮຸ່ຍ,ພະນັກງານພະແນກວັດຖຸບູຮານຂອງຫ້ອງການຄຸ້ມຄອງພະລາຊະວັງລະດູຮ້ອນຢວນມີງຢວນກ່າວວ່າ:
"ວັດຖຸບູຮານຂອງພະລາຊະວັງລະດູຮ້ອນຢວນມີງຢວນແມ່ນໄດ້ຄົ້ນພົບໃນການຂຸດຄົ້ນບູຮານວັດຖຸເພື່ອສຶກສາແບບວິທະຍາສາດໃນຫຼາຍປີທີ່ຜ່ານມາ.ເຖິງວ່າມັນໄດ້ເກົ່າແກ່ແລະເປ່ເພແລ້ວ,ແຕ່ນີ້ແມ່ນວັດຖຸບູຮານເກົ່າແກ່ດັ້ງເດີມຂອງພະລາຊະວັງລະດູຮ້ອນຢວນມີງຢວນ. ວັດຖຸບູຮານເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຄວາມຈະເລີນຮຸ່ງເຮືອງຂອງຢວນມີງຢວນແລະຍັງເປັນສິ່ງຢັ້ງຢືນເຖິງຄວາມອັບປະຍົດຂອງພະລາຊະວັງນີ້ອີກດ້ວຍ."
ປີ 1988,ຈີນໄດ້ຈັດຮ່ອງຮອຍພະລາຊະວັງລະດູຮ້ອນຢວນມີງຢວນເປັນຫົວໜ່ວຍອະນຸລັກວັດຖຸບູຮານລະດັບຊາດ.ຜ່ານການປະຕິສັງຂອນແລະການອະນຸລັກເປັນເວລາຫຼາຍປີ,ປະຈຸບັນ,ໃນພະລາຊະວັງລະດູຮ້ອນຢວນມີງຢວນ,ມີໜອງຟູໄຫທີ່ກວ້າງໃຫຍ່,ມີບຶງທີ່ໜ້າຮັກ,ຍັງມີນ້ຳອ້ອມພູນ້ອຍແລະໃຫຍ່,ໄດ້ຮັກສາທຳມະຊາດຂອງນ້ຳ.ນອກນັ້ນ,ຢວນມີງຢວນຍັງໄດ້ປູກຕົ້ນໄມ້ປູກຫຍ້າຕາມຮູບແບບເດີມ,ໄດ້ສ້າງທິວທັດພືດທີ່ປະກອບດ້ວຍຕົ້ນແປກ,ໄມ້ໄຜ່,ດອກບົວແລະຕົ້ນຍອຍໄຮ.
ພະລາຊະວັງລະດູຮ້ອນຢວນມີງຢວນໃນປະຈຸບັນ,ຖືຮ່ອງຮອຍເປັນສິ່ງສຳຄັນ,ໄດ້ເປັນແຫຼ່ງທ່ອງທ່ຽວພິເສດທີ່ທັງຮັກສາຮູບເກົ່າຂອງປະຫວັດສາດທັງມີບັນຍາກາດສວນດອກໄມ້ທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ,ໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ຫາຍາກຂອງນະຄອນຫຼວງປັກກິ່ງ.ພວກເຮົາເຊື່ອວ່າ,ຮ່ອງຮອຍຢວນມີງຢວນຈະກາຍເປັນສະຖານທີ່ລະລຶກພິເສດທີ່ອະນຸລັກອະລິຍະທຳຂອງມະນຸດແລະຊຸກຍູ້ຄວາມກົມກຽວກັນຂອງໂລກຢ່າງແນ່ນອນ.