ລາຍ​ການ​ພິ​ເສດ:ການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ເມືອງ​ອູ້​ຢວນ​ແຂວງ​ຈ່ຽງ​ຊີ່—ຊົນ​ນະ​ບົດ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ຈີນ

(GMT+08:00) 2011-01-28 11:01:38     cri
ສະບາຍ​ດີ,ທ່ານ​ຜູ້​ຟັງ​ທີ່​​ເຄົາລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ຮັບ​ຟັງ​ລາຍ​ການ​ພິ​ເສດ​ການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ:​ແຂວງ​ຈ່ຽງຊີ່​ທີ່​ມີ​ສະ​ເໜ່.ຢູ່​ຈີນ,ມີ​ຄວາມ​ເວົ້າຄຳ​ໜຶ່ງ​ເວົ້າ​ແນວ​ນີ້​ວ່າ:"​​ໄປ​ເບິ່ງ​ພູ​ໃຫຍ່ 5 ໜ່ວຍ​ກັບ​ຄືນ​ມາ​ແລ້ວ,ກໍ່​ຮູ້ສຶກ​ວ່າ,ບໍ່​ມີ​ພູ​ໜ່ວຍ​ໃດ​ງາມ​ທໍ່,​ໄປ​ທ່ຽວ​ບ້ານ​ອູ້​ຢວນມາ​ແລ້ວ,ກໍ່​ບໍ່​ຕ້ອງ​ໄປ​ເບິ່ງ​ບ້ານ​ອື່ນ​ອີກ!"—ນີ້​ແມ່ນ​ຄຳ​ຍ້ອງຍໍ​ຈາກ​ຜູ້​ມີ​ຊື່​ສຽງ​ຫຼາຍ​ທ່ານ​ພາຍຫຼັງ​ພວກ​​ເພິ່ນ​ໄດ້​ໄປ​ທ່ຽວ​ບ້ານ​ອູ້​ຢວນ​ແຂວງ​ຈ່ຽງຊີ່​ແລ້ວ.ມື້​ນີ້,ຜູ້​ດຳ​ເນີນ​ລາຍ​ການຈະ​ພາ​ທ່ານ​ໄປ​ທ່ຽວ​ບ້ານ​ອູ້​ຢວນ,ຊົມ​ທິວ​ທັດ​ຊົນນະບົດ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ຈີນ.

ກ່ອນ​ອື່ນ,ຜູ້​ດຳ​ເນີນ​ລາຍການ​ຈະ​ຕັ້ງ​ຄຳ​ຖາມ 2 ຂໍ້:ຂໍ້​ທີ​ໜຶ່ງ,​ແມ່ນ​ຄວາມ​ງາມ​ຂອງ​ບ້ານ​ອູ້​ຢວນ,ງາມ​ຢູ່​ບ່ອນ​ໃດ?ຂໍ້​ທີ​ສອງ,ສິ່ງ​ກໍ່ສ້າງ​ຂອງ​ບ້ານ​ບູຮານ​ຈ່ຽງວ່ານ​ແມ່ນ​ມີ​ເອກະ​ລັກ​ວັດທະ​ນະທຳ​ປະ​ເພດ​ໃດ? ຄຳ​ຕອບ​ຈະ​ມີ​ຢູ່​ໃນ​ລາຍການ​ຕໍ່​ໄປ​ໃນ​ມື້​ນີ້,ຂໍ​ໃຫ້​ທ່ານ​ຈົ່ງ​ຕັ້ງ​​ໃຈ​ຟັງ.
 
ອູ້​ຢວນ,​ເມືອງ​ນ້ອຍໆ​ທີ່​ຊອກ​ຫາ​ໃນ​ແຜນ​ທີ່​ກໍ່​ຍັງ​ຍາກ,ຊ້ຳພັດ​ມີ​ຄົນ​ໃຫ້​ຄະ​ແນນ​ສູງ​ປານ​ນີ້,ຍ້ອງ​ວ່າ​ແມ່ນ​ບ່ອນ​ງາມ​ທີ່​ສຸດ​ຂອງ​ຈີນ,ຄັນ​ຊັ້ນ,ມັນ​ງາມ​ຢູ່​ບ່ອນ​ໃດ?ພວກ​ເຮົາ​ມາ​ຟັງ​ທ່ານ​ລີນສ້ຽນ​ຈຸ່ນ,​ເລຂາ​ຄະນະ​ພັກ​ເມືອງ​ອູ້​ຢວນ​ແນະນຳ​ສູ່​ຟັງ​ວ່າ:
 
"ສິ່ງ​ແວ​ດລ້ອມ​ຊີວະ​ພາບ​ຂອງ​ເມືອງ​ອູ້​ຢວນ​ງາມ​ທີ່​ສຸດ.ພ້ອມ​ກັນ​ນັ້ນ,ຮີດຄອງ​ປະ​ເພນີ​ແລະ​ວັດ​ທະ​ນະທຳ​ຂອງ​ແຫ່ງ​ນີ້​ກໍ່​ພິ​ເສດ​ຫຼາຍ,ຕົວ​ຢ່າງ​ຄື:ການ​ແຫ່​ລົດ​ສະ​ແດງ​ງິ້ວ,​ເຄື່ອງ​ຮ່ອນ​ເຕົ້າ​ຮູ້,ການ​ຟ້ອນ​ຜີ​ແລະ​ການສະ​ແດງ​ອື່ນໆ,ຊີວິດ​ວັດທະ​ນະທຳ​ຫຼາກ​ຫຼາຍ​ທີ່​ສຸດ.​ໃນ​ເມືອງ​ນີ້,ມີ​ບ້ານ​ບູ​ຮານ,ສິ່ງ​ກໍ່ສ້າງ​ເກົ່າ​ແກ່​ແລະ​ຂົວ​ບູຮານ​ແຈກ​ຢາຍ​ຢູ່​ທຸກ​ແຫ່ງ​ໃນ​ເມືອງ,ຫຼາຍ​ທີ່​ສຸດ,​ເວົ້າ​ໄດ້​ວ່າ,​ໃນ​ດິນ​ແດນ​ທີ່​ກວ້າງ 3000 ກີ​ໂລ​ຕາ​ແມັດ​ແຫ່ງ​ນີ້,ບໍ່​ພຽງ​ແຕ່​ມີ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ທີ່​ດີ​ເທົ່າ​ນັ້ນ,ຍັງ​ມີ​ພື້ນຖານ​ວັດທະ​ນະທຳ​ອັນ​ໜາ​ແໜ້ນ.ຄວາມ​ງາມ​ຂອງ​ອູ້​ຢວນ,ກໍ່​ງາມ​ຢູ່​ບ່ອນ​ວ່າ,​ໄດ້​ໂຮມ​ຄວາມ​ງາມ​ຂອງ​ທຳ​ມະ​ຊາດ​ແລະ​ວັດທະນະທຳ​ເຂົ້າ​ເປັນອັນ​ດຽວ​ກັນ,​ແລະ​ງາມ​ຢູ່​ບ່ອນ​ວ່າ,ມະນຸດ​ກັບ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ,​ເວົ້າ​ໄດ້​ວ່າ,​ແມ່ນ​ທຳ​ມະ​ຊາດ​ກັບ​ຄົນ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ."
 
ໃນ​ລະດູ​ໃບ​ໄມ້​ປົ່ງ,ດອກ​ຜັກ​ກາດ​ນ້ຳມັນຂອງອູ້​ຢວນງາມ​ຫຼາຍ,ສະ​ນັ້ນ,ຈຶ່ງ​ຄິດ​ວ່າ,​ເວລາ​ເໝາະ​ສົມ​ທີ່​ສຸດ​ໃນ​ການ​​ໄປ​ທ່ຽວ​ເມືອງ​ອູ້​ຢວນ​ແມ່ນ​ເດືອນ 3 ​ເດືອນ 4,ນັກ​ທ່ອງ​ທ່ຽວ​ສ່ວນ​ຫຼາຍ​ຈຶ່ງ​ພາກັນ​ໄປ​ທ່ຽວ​ເມືອງ​ອູ້​ຢວນ​ໃນ​ໄລຍະ​ນີ້.​ແຕ່​ທີ່​ຈິງ​ແລ້ວ,​ໃນ​ທຸກ​ລະດູ​ການ,​ເມືອງ​ອູ້​ຢວນກໍ່​ມີ​ສິ່ງ​ໜ້າ​ເບິ່ງ​ໜ້າ​ຊົມ​ທີ່​ຕ່າງ​ກັນ,ຕໍ່​ໄປ​ພວກ​ເຮົາ​ມາ​ຟັງ​ທ່ານ​ເກີ​ຈ້ຽນ,ຊາວບ້ານ​ອູ້​ຢວນ​ເລົ່າ​ສູ່​ຟັງ:
 
ຢູ່​ເມືອງອູ້​ຢວນພວກ​ເຮົາ, ​ໃນ​4ລະດູ​​ເນື້ອ​ໃນ​ການທ່ອງ​ທ່ຽວມີ​ຫຼາຍ​ຢ່າງ​ຫຼາຍ​ແນວ, ຕົວຢ່າງ​ວ່າ, ​ໃນ​ລະດູບານ​ໃໝ່, ນັກ​ທ່ອງ​ທ່ຽວມັກ​ໄປ​ເບິ່ງ​ດອກ​ຜັກກາດ​ນ້ຳມັນ, ທີ່​ຈິງ​ແລ້ວ, ລະດູບານ​ໃໝ່​​ອູ້​ຢວນ​ຄືກັບ​ຮູບ​ແຕ້ມ​ແຜ່ນ​ໜຶ່ງ:​ດອກ​ຜັກ​ນ້ຳມັນ​ສີເຫຼືອງ​ອ່າມ​ຮ່າ​ມ, ດອກ​ໝາກ​ຈອງສີ​ຂາວ​ສະ​ອາດ, ດອກ​ຄາຍ​ສີ​ຍົມ​ພູ​ໜ້າ​ຮັກ, ດອກ​ຕູ້​ຈ່ວນສີ​ແດງ​ເຮື່ອ​ເຮືອງ, ​ແມ່​ນ້ຳ​ຂຽວງາມ, ​ເຮືອນ​ໄທ​ບ້ານ​ທາ​ປູນ​ສີຂາວ​ມຸງດິນຂໍ​ສີດຳ, ​ໃບ​ໄມ້​ຂຽວ​ອຸ່ມ​ທຸ່ມ, ອາກາດ​ອົບ​ອຸ່ນປະກອບ​ເປັນ​ທິວ​ທັດ​ທຳ​ມະ​ຊາດທີ່​ສວຍ​ງາມໜ້າ​ອອນຊອນ​ໃຈ.
 
ຢູ່​ບ່ອນ​ທີ່​ຫ່າງ​ຈາກທິດ​ຕາ​ເວັນ​ອອກ​ຂອງ​ເມືອງ​ອູ້​ຢວນ20ກິ​ໂລ​ແມັດ, ມີ​ໝູ່ບ້ານ​ບູຮານ​ແຫ່ງ​ໜຶ່ງ​ທີ່​ມີ​ເອກະລັກ​ວັດທະ​ນະທຳ​ສິ່ງ​ກໍ່ສ້າງ​ຫຸ່ຍ​ໂຈ່​ວ, ຄື​ບ້ານຈ່ຽງ​ວ່າ​ນ. ການ​ຈັດ​ວາງ​ຂອງ​ສິ່ງ​ກໍ່ສ້າງ​​ບ້ານ​ຈ່ຽງວ່າ​ນມີ​ຈຸດ​ພິ​ເສດດີ​ສົມຄວນ,ຄື:ຖະ​ໜົນ​ສາຍ​ໜຶ່ງ​ມີ​ທາງຮ່ອມ6​ເສັ້ນ, ທາງ​ໃໝ່​ທາງ​ເກົ່າສັບ​ປົນກັນ​ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ, ສ້າງ​ມາພັນ​ປີ​ແລ້ວ​ຍັງເປັນ​ລະບຽບດີ​ຢູ່. ທາງ​ຮ່ອມ​ທຸກ​ເສັ້ນ​ລ້ວນ​ແຕ່​ມີ​ເອກະ​ລັກຂອງ​ຕົນ, ​ງາມ​ແບບ​ບູຮານ. ມາ​ຮອດ​ປະຈຸ​ບັນ, ຖະໜົນ​ເກົ່າ​ຂອງ​ຈ່ຽງວ່າ​ນຍັງ​ໄດ້​ຮັກສາ​ເອກະ​ລັກຂອງ​ລາຊະວົງ​ມີ​ງ​ແລະ​ລາ​ຊະ​ວົງ​ຊີ່ງ, ທາງ​ຍ່າງ​ແຄບໆ, ຮ້ານ​ຄ້າ​ເກົ່າ​ບໍ່​ເທົ່າ​ໃດ​ຫຼັງ, ປະຕູ​ຮ້ານ​ຄ້າຍັງ​ເປັນ​ປະຕູ​ທີ່ປະກອບ​ດ້ວຍ​ແປ້ນ​ໄມ້​ຫຼາຍໆ​ແຜ່ນ, ຢູ່​ໃນ​ຮ້ານ​ມີ​ຕູ້​ເກົ່າ, ມີຫ້າງ​ວາງ​ສິນຄ້າ​ເກົ່າ, ຝາທາງ​ນອກ​ຍັງ​ເປັນ​ຝາ​ເກົ່າໆ. ​ຍ່າງ​ຫຼິ້ນ​ຢູ່​ໃນ​ຫັ້ນ, ກໍ່​ຄ້າຍກັບ​ວ່າ​ໄດ້​ກັບ​ຄືນ​ສູ່​ສະ​ໄໝ​ບູຮານ, ຍັງສຳຜັດ​ກັບ​ບັນຍາກາດ​ຢູ່​ບ້ານ​ຈ່ຽງວ່າ​ນ​ໃນສະ​ໄໝ​ລາ​ຊະວົງ​ມີ​ງ​ແລະ​ລາຊະວົງ​ຊີ່​ງ. ຢູ່​ຈ່ຽງວ່າ​ນມີ​ສິ່ງ​ກໍ່ສ້າງ​ບູຮານ​ທີ່​ຮັກສາ​ເປັນ​ຢ່າງ​ດີ, ຍັງ​ມີ​ນ້ຳສ້າງ​ບູຮານ​, ສາລາບູຮານ, ຂົວບູຮານ, ທຸກ​​ບ່ອນ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຈຸດ​ພິ​ເສດ​ຂອງ​ວັດທະ​ນະທຳ​ຫຸ່ຍ​ໂຈ່ວ. ຜູ້ນຳ​ທ່ຽວທ້ອງ​ຖິ່ນ​ພາ​ພວກ​ເຮົາ​ໄປ​ເບິ່ງ​ຫໍ​ສ່າ​ນສິງ, ​ເວົ້າ​ສູ່​ຟັງ​ວ່າ,
 
ຢູ່​ບ້ານ​ຈ່ຽງວ່າ​ນມີ​ຖະ​ໜົນ​​ເກົ່າ​ແກ່​ເສັ້ນ​ໜຶ່ງ​ຊື່ວ່າ ຖະໜົນ​ເປີ​ຍ​ເມີນ, ມີ​ເຮືອນ​ເກົ່າ​ແກ່​ຫຼາຍ​ຫຼັງ​ໂຮມ​ກັນ​ຢູ່​ທີ່ນີ້, ​ພວກ​ເຮົາ​ໄດ້​ເຫັນ​ເຮືອນ​ງາມໆຫຼາຍ​ຫຼັງ​ທີ່​ດີ​ສົມຄວນ​ຢູ່​ທີ່ນີ້. ຕົວຢ່າງ​ວ່າ, ຫໍ​ສ່າ​ນສີ​ງ, ສ້າງ​ໃນ​ສະ​ໄໝ​ກາງລາຊະວົງ​ຊີ່​ງ, ​ແມ່ນ​​ເກົ່າ​ຂອງ​ທ່ານ​ຈ່ຽງຊ່ຽນ, ນັກ​ສຶກສາ​ສາດ, ນັກ​ຄົ້ນຄວ້າ​ພຸດທະ​ສາດສະ​ໜາ, ຮອດ​ປະຈຸ​ບັນປະ​ມານ200ກວ່າ​ປີ​ແລ້ວ. ​ເມື່ອ​ຍ່າງ​ເຂົ້າ​ທາງ​ໃນ​ກໍ່​ເຫັນ​ຈຸດ​ພິ​ເສດ​ຂອງ​ເຮືອນ​ຫຼັງ​ນີ້. ຍ່າງ​ເຂົ້າ​ປະຕູ​ທີ​ສອງ,ພວກ​ເຮົາ​ໄດ້​ເຫັນ​ເຮືອ​ຊາວ​ຮຸ່ຍ​ໂຈວຫຼັງ​ຫນຶ່ງ​ບໍ່​ເປີດ​ປ່ອງຢ້ຽມ,ຢູ່​ຫນ້າ​ປະຕູ​ມີ​ຝາ​ຫນຶ່ງ​ທີ່​ດູ​ມໍ,ຮອດ​ປະຈຸ​ບັນ,​ເຮືອນ​ຫຼັງ​ນີ້​ໄດ້​ມີ​ປະ​ຫວັດ 200 ກວ່າ​ປີ​ແລ້ວ,​ແຕ່​ຍັງ​ມີ​ຄົນ​ຢູ່.
 
  ສິ່ງ​ທີ່​ເຮັ​ດ​ໃຫ້​ຄົນ​ຈ່ຽງວ່າ​ນພາກພູມ​ໃຈ​ນັ້ນ​ແມ່ນູ​ພູ​ໂຮ້ລົງ,​ເຂົາ​ເຈົ້າ​ຖື​ວ່າ​ຄົນ​ເຜົ່າ​ນີ້​ມີ​ປະຊາ​ກອນ​ຫຼວງ​ຫຼາຍ​ແລະ​ມີ​ຄົນ​ເກັ່ງ​ຫຼາຍ​ແມ່ນ​ຍ້ອນ​ຮ່ວງ​ຈຸ້ຍ​ຂອງ​ສາຍພູ​ໂຮ້ລົງ​ດີ​ຫຼາຍ,ທີ່​ຈິງ​ແລ້ວ,ທັດ​ສະນະ​ຮ່ວງ​ຈຸ້ຍ​ແບ​ບນີ້​ກໍ່​ບໍ່​ເປັນ​ຫນ້າ​ເຊື້ອ​ປານ​ໃດ, ​ແຕ່​ຄົນ​ຈ່ຽງວ່າ​ນ​ໄດ້​ສ້າງ​ແບບ​ຢ່າງ​ອັນ​ດີງາມ​ໃຫ້​ພູ​ຫນ່ວຍນີ້,ປູກ​ຕົ້ນ​ໄມ້​ແລະ​ອະນຸລັກ​ທຳ​ມະ​ຊາດ.ປະຈຸ​ບັນ,​ເມື່ອ​ຍ່າງ​ເຂົ້າ​ພູ​ໂຮ້ລົງ,ກໍ່​ເຫມືອນ​ດັ່ງ​ຍ່າງ​ເຂົ້າ​ປ່າ​ໄມ້​ຕຶບ​ດົງນາ,ຢູ່​ເທິງ​ພູ​ເຕັມ​ໄປ​ດ້ວຍ​ຕົ້ນ​ໄມ້​ໃຫຍ່​ຕຶບ​ຈົນ​ຫຼຍວບໍ່​ເຫັນ​ຢ້າ,ອັນ​ໄດ້​ເພີ່ມ​ຄວາມ​ສວຍ​ງາມ​ບໍ່​ຫນ້ອຍ​ໃຫ້​ແກ່​ບບ້ານ​ຈ່ຽງວ່າ​ນທີ່​ສ້າງ​ຕາມ​ສາຍພູ​ໂຮ້ລົງ.
 
 ມີ​ນັກ​ທ່ອງ​ທ່ຽວ​ເວົ້າ​ວ່າ: "​ເມື່ອ​ມາ​ຮອດ​ເມືອງ​ອູ້​ຢວນ,ບ່ອນ​ອື່ນ​ບໍ່​ໄປ​ກໍ່​ໄດ້,​ແຕ່​ຖ້າ​ບໍ່​ໄປ​ຢາມ​ບ້ານ​ຫຼີ​ເຄິ່ງທີ່​ມີ​ນ້ຳ​ຫ້ວຍ​ໄຫຼ​ຈົ້ນໆ,ມີ​ຂົວ​ນ້ອຍ​ກາຍ​ຂ້າມ​ເຮືອນ​ໄປ​ຫາ​ເຮືອນ​ຄົນ​ແລ້ວ,ກໍ່​ທໍ່​ກັບ​ວ່າ,ທ່ານ​ມາ​ເມືອງ​ອູ້​ຢວນ​ເສຍ​ຖ້ຽວ​ລ້າໆ."
 
 ຄຳ​ວ່າ​ເຄິ່ງ​ໃນ​ພາສາ​ທ້ອງ​ຖິ່ນ​ຫມາຍ​ເຖິງ​ນ້ຳ​ຫ້ວຍ,​ແຕ່​ໃນ​ບ້ານ​ນີ້​ຄົນ​ສ່ວນ​​ໃຫຍ່​ລ້ວນ​ແຕ່​ມີນາ​ມສະກຸນ​ຫຼີ,​ເຂົາ​ເຈົ້າ​ໄດ້​ດຳລົງ​ຊີວິດ​ຢູ່​ສອງ​ຟັ່ງ​ນ້ຳ​ຫ້ວຍ​ແຫ່ງ​ນີ້​ທຸກ​ເຊັ່ນ​ຄົນ,ສະ​ນັ້ນ ບ້ານ​ບູຮານ​ແຫ່ງ​ນີ້​ຈຶ່ງ​ເອີ້ນກັນ​ວ່າ"​ຫຼີ​ເຄິ່ງ"​ແປ​ວ່າ​ບ້ານ​ນ້ຳ​ຫ້ວຍ​ຫຼີຫ່າງ​ຈາກ​ເມຶອງອູ້ຢວນ 12 ກິ​ໂລ​ແມັດ.ສິ່ງ​ກໍ່ສ້າງ​ຢູ່​ແຫ່ງ​ນີ້​ສ້າງ​ແບບ​ອ່ານ​ຮຸ້ຍທີ່​ມີ​ຊື່​ສຽງ,​ເຮັດ​ໃຫ້​ຄົນຮູ້​ສຶກວ່າ​ມີ​ບັນ​ຍາ​ກາດ​ທີ່​ສະຫງົບ​ງຽບ​ແລະ​ສິລິ​ມົງຄຸນ.ຍ່າງ​ໄປ​ຕາມ​ກາງ​ຫີນ​ສີຂຽວ​ແຫ່ງ​ນີ້,ພວກ​ເຮົາ​ໄດ້​ຊົມ​ພາວ​ວິວສວຍ​ງາມ​ທີ່​ມີ​ນ້ຳ​ຫ້ວຍ,ຂົວ​ນ້ອຍ​ແລະ​ເຮືອນ​ຄົນ.
 
ແຫ່ງ​ນີ້​ງາມ​ປານ​ສະຫວັນ​ເມືອງ​ຄົນ,ສະ​ຫງົບ​ມິດ​ງຽບ​,ບໍ່​ຊິງ​ດີ​ຊີງ​ເດັ່ນ​ກັບ​ໃຜ,ຢູ່​ແບບ​ທຳ​ມະ​ຊາດ,​ເຮືອນ​ທັງ​ຫມົດ​ໃນ​ເມືອງ​ອູ້​ຢວນມີ​ແຕ່​ແຫ່ງ​ນີ້​ທີ່​ມີ​ຄວາມ​ຮູ້ສຶກ​ແບບ​ນີ້,​ໄທບ້ານ​ປຸກ​ເຮືອນ​ຢູ່​ຕາມ​ສອງ​ຝັ່ງ​ນ້ຳ​ຫ້ວຍ​ແລະ​ທ່ຽວ​ໄປ​ມາ​ຕາມ​ຂົວ​ນ້ອຍ​ແຫ່ງ​ນີ້.
 
ແຕ່​ວ່າ​ສຳລັບ​ຄົນ​ຕ່າງ​ແຂວງ​ແລ້ວ,ຄວາມ​ສວຍ​ງາມ​ແບບບູຮານ​ຂອງ​ເມືອງ​ນີ້​ມີ​ຄວາມ​ດຶງ​ດູດ​ຫຼາຍ​ກວ່າ:
 
 ພວກ​ເຮົາ​ເຫັນ​ວ່າ ວຽກ​ວັດຖຸບູຮານ,ວັດທະ​ນະທຳ​ບູຮານ​ຂອງ​ເມືອງ​ນີ້​ຮັກສາ​ໄດ້​ດີ​ຫຼາຍ,ສິ່ງ​ກໍ່ສ້າງ​ບູຮານ​ບໍ່​ໄດ້​ຖືກ​ທຳລາຍ​ຈັກ​ບ່ອນ,​ໄດ້​ຮັກສາ​ໄວ້​ເປັນ​ຢ່າງ​ດີ.

ໃນ​ເວລາ​ທີ່​ການ​ສຳ​ພາດ​ໃກ້​ຈະ​ສິ້ນ​ສູດ​ລົງ,ພວກ​ເຮົາ​ໄດ້​ຍິນ​ສຽງ​ເພງ​ທີ່​ຄຸ້ມ​ຫູ​ຄື​ເພງ​ຈີນ​ທີ່​ຊື່ວ່າ​ໃຈ​ຂອງ​ຂ້ອຍ​ທີ່​ເປັນ​ຄົນ​ຈີນ
 
ພວກ​ເຮົາ​ຍ່າງ​ໄປ​ຊອກ​ຫາ​ສຽງ​ດົນຕີ​ດັ່ງ​ກ່າວ, ຈິ່ງ​ຮູ້​ວ່າສຽງ​ດົນ​ຕີ​ນີ້​​ແມ່ນ"ຂຸ່ຍ​ຖາວຕີ" ,ຄື​ຂຸ່ຍທີ່​ເຮັດ​ດ້ວຍ​ດິນ​ໜຽວ​ຊະນິດ​ໜຶ່ງ,ຮູບ​ຊົງຂອງ​ມັນປານີດ​ຫລາຍ,​ອັນ​ນ້ອຍອັນ​ໃຫຍ່​ສຽງ​ກໍ່​ຕ່າງ​ກັນ,​ອັນນ້ອຍ​ສຽງ​ເສາະ​ໃສ,​ອັນໃຫຍ່​ສຽງ​ນຸ້ມນວນ, ຫັດ​ເປົ່າ​ກໍ​ງ່າຍ.
 
ເມືອງ​ອູ້​ຢວນ,​ຊົນນະບົດ​ທີ່​ງາມ​ກວ່າ​ໝູ່​ຂອງ​ຈີນ,​ງາມ​ແບບ​ລຽບ​ງ່າ​ຍ ,ງາມ​ແບບທໍາ​ມະ​ຊາດ​ແລະ​ກົມກືນກັນ,​ທຸກ​ບ່ອນ​ກໍ​ສະ​ແດງ​​ໃຫ້​ເຫັນ​ວັດທະນະ​ທໍາ​ແລະ​ຮີດຄອງ​ປະ​ເພນີ​ຊົນນະບົດ, ທໍາ​ມະ​ຊາດ​ຂອງ​ເມືອງນີ້​ເຮັດ​ໃຫ້​ຄົນ​ມີ​ຈິດ​ໃຈ​ສະຫງົບ.
 
ສຸດ​ທ້າຍ, ພວກ​ເຮົາ​ມາ​ທວນ​ຄືນ​ສອງ​ຄໍາ​ຖາມ​ຂອງ​ລາຍການ​ມື້​ນີ້, ຂໍ້​ທີໜຶ່ງ​ແມ່ນ​ຄວາມ​ງາມ​ຂອງ​ເມືອງ​ອູ້​ຢວນ​ແມ່ນ​ງາມ​ຢູ່​ບ່ອນ​ໃດ​ແທ້? ຂໍ້​ທີ​ສອງ​ສິ່ງ​ກໍ່ສ້າງ​ບ້ານ​ຈ່ຽງ​ວ່ານມີ​ລັກສະ​ນະ​ວັດ​ທະນະ​ທໍາ​ແບບ​ໃດ. ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ແຂວງ​ຈ່ຽງຊີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ