ດ່ານພາສີຂັ້ນ​ຕ່ຳ​ທີ່​ສຸດ​ຂອງ​ຈີນຄ້ຳ​ຊູຕະຫລາດ​ສິນຄ້ານ້ອຍ​ແຕ່​ມີ​ປະລິມານ​ຫລາຍ​ທີ່​ສຸດ​ຂອງ​ໂລກ

(GMT+08:00) 2011-02-14 17:06:28     cri
ດ່ານ​ພາສີ​ເມືອງຢີ້ວູ່, ​ແຂວງ​ເຈີ້​ຈ່ຽງ, ​ເຊິ່ງ​ເປັນດ່ານພາສີຂັ້ນ​ເມືອງ​ພຽງແຫ່ງ​ດຽວ​ຂອງ​ຈີນ,  ອາດ​ເວົ້າ​ໄດ້​ວ່າ, ​ເປັນ​ດ່ານ​ພາສີຂັ້ນ​ຕ່ຳ​ສຸດ​ຂອງ​ຈີນ, ​ແຕ່​ມີ​ຄວາມ​ສຳຄັນໂດຍ​ກົງຕໍ່ການ​ພັດທະນາ​ຂອງ​ຕະຫລາດ​ສິນຄ້າ​ນ້ອຍ​ແຕ່​ມີ​ປະລິມານຫລາຍທີ່​ສຸດ​ຂອງ​ໂລກ.

ດ່ານພາສີ​ເມືອງ​ຢີ້ວູ່ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ2009, ​ເປັນ​ຫນຶ່ງ​ໃນດ່ານ​ພາສີ 12​ແຫ່ງ​ທີ່​ຂຶ້ນ​ກັບ​ນະຄອນ​ຫາງ​ໂຈ່​ວ, ​ເທດສະບາ​ນ​ແຂວງ​ເຈີ້​ຈ່ຽງ. ​ເຖິງ​ແມ່ນ​ວ່າຕັ້ງ​ຢູ່ຂັ້ນ​ເມືອງກໍ​ຕາມ, ​ແຕ່​ຍ້ອນ​ວ່າຕະ​ຫລາດ​ສິນຄ້າ​ນ້ອຍ​ເມືອງ​ຢີ້ວູ່ມີ​ລັກສະນະ​ພິ​ເສດ​ຂອງ​ຕົນ, ສະ​ນັ້ນ, ມູນ​ຄ່າ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ແຈ້ງ​ດ່ານ​ພາສີ​ເມືອງ​ຢີ້ວູ່ຈຶ່ງກວມ​1ສ່ວນ3​ຂອງ​ມູນ​ຄ່າສິນຄ້າ​ຂາ​ເຂົ້າຂາ​ອອກ​ຂອງ​ນະຄອນຫາງ​ໂຈ່​ວ. ​ໃນ​ໄລຍະພຽງ1​ປີ​ເຄິ່ງຜ່ານ​ມາ, ການ​ບໍລິການ​ຂອງດ່ານ​ພາສີ​ເມືອງ​ຢີ້ວູ່​ໄດ້​ຊຸກຍູ້​ຕະຫລາດ​ສິນຄ້າ​ນ້ອຍ​ທີ່​ມີ​ປະລິມານ​ຫລາຍ​ທີ່ສຸດ ຂອງໂລກຂະ​ຫຍາຍຕົວ.​ເຖິງ​ແມ່ນ​ວ່າ​ໄດ້​ປະ​ເຊີນ​ຫນ້າ​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນກໍ​ຕາມ, ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ເມືອງ​ຢີ້ວູ່ກໍ​ຍັງ​ມີ​ທ່າ​ອ່ຽງຂະຫຍາຍຕົວ, ທ່າ​ນຈ່າງ​ຈູ່ນ, ຫົວຫນ້າ​ດ່ານ​ພາສີເມືອງ​ຢີ້ວູ່​ແນະນຳ​ວ່າ:

"ໃນ​ດ້ານ​ການ​ສົ່ງ​ອອກ, ຕາມ​ສະຖິຕິ, ປີ2009, ຈຳນວນ​ຕູ້​ບັນຈຸ​ສິນຄ້ານ້ອຍທີ່​ສົ່ງ​ອອກມີ​5​ແສນ1​ໝື່ນ9ພັນ​ຫນ່ວຍ, ປີ2010​ແມ່ນ5​ແສນ7​ໝື່ນ6​ພັນ​ຫນ່ວຍ. ​ໃນ​ດ້ານ​ການ​ນຳ​ເຂົ້າ, ກ່ອນ​ດ່ານ​ພາສີເມືອງ​ຢີ້ວູ່​ສ້າງ​ຕັ້ງ​ຂຶ້ນ, ​ແຕ່ລະ​ປີບໍລິສັດ​ຕ່າງໆ​ຢູ່ເມືອງ​ຢີ້ວູ່​ເສຍ​ພາສີ​ພຽງຫລາຍ​ລ້ານ​ຢວນ​ໃຫ້​ແກ່​ດ່ານ​ພາສີ, ​ແຕ່ຫລັງ​ຈາກດ່ານ​ພາສີ​ເມືອງ​ຢີ້ວູ່​ສ້າງຕັ້ງ​ຂຶ້ນ, ມູນ​ຄ່າ​ພາສີ​ໃນ2010​ແມ່ນ183​ລ້ານຢວນ."

ຍ້ອນ​ວ່າສະຫນາມ​ບິນ​ຢີ້ວູ່​ບໍ່​ແມ່ນ​ສະຫນາມ​ບິນສາກົນ, ສະ​ນັ້ນ, ຫລັງ​ຈາກ​ດ່ານ​ພາສີ​ເມືອງ​ຢີ້ວູ່​ສ້າງ​ຕັ້ງ​ຂຶ້ນ, ກໍ​ເປີດ​ເສັ້ນທາງ​ລົດ​ບັນທຸກສິນຄ້າ​ເມືອງ​ຢີ້ວູ່​ຫານະຄອນ​ຊຽງ​ໄຮ້, ​ເພື່ອ​ເຊື່ອມ​ໂຍງກັບ​ຖ້ຽວ​ບິນ​ສາກົນ​ຂອງສະຫນາມ​ບິນ​ຜູ້​ຕົ່ງ​ຊຽງ​ໄຮ້​ໃນ​ມື້​ດຽວ​ກັນ, ​ໄດ້​ປະຢັດ​ເວລາ​ແຈ້ງດ່ານ​ພາສີ, ​ແລະ​ຫລຸດ​ຜ່ອນຂັ້ນ​ຕອນຜ່ານ​ດ່ານ​ພາສີ​. ບໍລິສັດ​ຕົວ​ແທນຂົນ​ສົ່ງ​ສາກົນ​ຢາງ​ສຽງ​ຢີ້ວູ່​ຈຳກັດ, ​ເຊິ່ງ​ເປັນຜູ້​ລິເລີ່​ມ​ເສັ້ນທາງ​ລົດ​ບັນທຸກ​ຕໍ່​ກັບ​ການບິນ, ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ2001, ທຸ​ລະ​ກິດ​ຕົ້ນຕໍ​ແມ່ນ​ບໍລິການ​ການ​ຂົນ​ສົ່ງ​ສິນຄ້າ​ແລະ​ຮັບ ຜິດຊອບ​ການ​ແຈ້ງ​ດ່ານ​ພາສີ. ​ນາງ​ຈິ່ນລີ້​ຊຽນ, ຜູ້​ຮັບຜິດຊອບ​ຂອງບໍລິສັດກ່າວ​ວ່າ:

"ນັບ​ແຕ່​ດ່ານ​ພາສີ​ເມືອງ​ຢີ້ວູ່​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ, ທຸ​ລະກິດ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເພີ່ມ​ຂຶ້ນ30%. ປີ2008, ບໍລິສັດ​ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ສະ​ເຫ​ນີ​ເປີດ​ທຸ​ລະ​ກິດ​​ເສັ້ນທາງ​ລົດ​ບັນທຸກ​ຕໍ່​ກັບ​ການບິນ​ຂົນ​ສົ່ງກັບ​ບໍລິສັດ​ການບິນ​ຕົ່ງ​ຟາງຊຽງ​ໄຮ້, ບໍລິສັດ​ການບິນຕົ່ງ​ຟາງຊຽງ​ໄຮ້​ກໍ​ຫວັງ​ຢາກ​ຂະຫຍາຍ​ທຸລະ​ກິດ​ຂອງ​ຕົນ​ໄປ​ສູ່​ເມືອງ​ຢີ້ວູ່. ​ແຕ່​ຍ້ອນ​ສາຍ​ເຫດ​ຕ່າງໆ, ຈຶ່ງບໍ່​ໄດ້​ສຳ​ເລັດ​ຜົນ. ຫລັງຈາກ​ດ່ານ​ພາສີ​ເມືອງ​ຢີ້ວູ່​ໄດ້​ສ້າງ​ຕັ້ງ​ຂຶ້ນ, ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຂອງ​ຕະ​ຫລາດ​ສິນຄ້າ​ນ້ອຍ​ເມືອງຢີ້ວູ່, ທ່ານ​ຈ່າງ​ຈູ່ນ, ຫົວຫນ້າ​ດ່ານ​ພາສີ​ເມືອງ​ຢີ້ວູ່​ກໍ​ໄດ້​ສະ​ເຫ​ນີ​ໃຫ້​ການບິນ​ສາກົນ​ເຊື່ອມ​ຕໍ່​ກັບ​ບ່ອນ​ຜະລິດສິນຄ້າ. ສາມ​ຝ່າຍ​ໄດ້​ຕົກລົງ​ກັນ​ທັນທີກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ດ້ານ​ນີ້. ​ແຕ່​ກ່ອນ, ມື້ທຳ​ອິດພວກ​ຂ້າພ​ະ​ເຈົ້າ​ໄດ້​ຮັບ​ສິນຄ້າ, ມື້​ທີ2​ແຈ້ງ​ດ່ານພາສີ​ຢູ່​ຊຽງ​ໄຮ້, ມື້ທີ3​ຈຶ່ງອອກ​ຈາກ​ສະຫນາມ​ບິນໄປ​ຫາ​ຈຸດ​ຫມາຍປາຍທາງ, ຕ້ອງ​ໃຊ້​ເວລາ​3​ມື້. ​ແຕ່​ດຽວ​ນີ້, ​ເສັ້ນທາງ​ລົດ​ບັນທຸກ​ຕໍ່​ກັບ​ການ​ບິນ​ຂົນ​ສົ່ງໄດ້​ເປີດ​ບໍລິການແລ້ວ, ຕອນ​ຄ່ຳມື້ທຳ​ອິດເອົາ​ສິນຄ້າ​ໃຫ້​ບໍລິສັດພວກ​ຂ້າພ​ະ​ເຈົ້າ, ຫລື​ວ່າກ່ອນ​ເວລາ8​ໂມງ​ເຊົ້າ​ມື້​ທີ2​ເອົາ​ສິນຄ້າ​ໃຫ້​ບໍລິສັດພວກ​ຂ້າພະ​ເຈົ້າ, ພວກ​ຂ້າພະ​ເຈົ້າ​ກໍ​ສາມາດ​ແຈ້ງດ່ານ​ພາສີ​ເມືອງ​ຢີ້ວູ່ກ່ອນ​11​ໂມງ​ເຄິ່ງ, ​ແລ້ວ​ຕອນ​ທ່ຽງ12​ໂມງກໍ​ສາມາດຂຶ້ນ​ຍົນອອກ​ເດີນທາງ​ໄປ​ສູ່​ຈຸດໝາຍ​ປາຍທາງ. ດ່ານ​ພາສີ​ເມືອງ​ຢີ້ວູ່​ມີ​ບົດບາດ​ສຳຄັນ​ຫລາຍຕໍ່​ການ​ຈໍລະ​ຈອນສິນຄ້າ​ແລະຕະ ຫລາດ​ສິນຄ້າ​ນ້ອຍ​ເມືອງ​ຢີ້ວູ່."

ທ່ານ​ເລ​ໂອ​ເປັນ​ນັກທຸ​ລະ​ກິດ​ໂກ​ລົມ​ບີ​, ​ມາ​ເຮັດ​ທຸລະ​ກິດ​ຢູ່​ຈີນມາແຕ່ປີ2006, ​ເປັນ​ຜູ້​ຮັບຜິດຊອບ​ຂອງ​ບໍລິສັດການ​ຄ້າ​ສາກົນ​ເຈ່ຍ​ຊິນ​ຈຳກັດ. ຫລັງ​ຈາກ​ດ່ານ​ພາສີ​ເມືອງ​ຢີ້ວູ່​ສ້າງ​ຕັ້ງ​ຂຶ້ນ, ລາວ​ຮູ້ສຶກ​ວ່າການ​ຜ່ານ​ດ່ານ​ພາສີ​ໄວ​ກວ່າ​ເກົ່າ​ຫລາຍ​ເທົ່າ. ທ່ານ​ກ່າວ​ວ່າ:

"ເວລາ​ຂ້າພະ​ເຈົ້າ​ຫາ​ກໍ​ມາ​ປະ​ເທດ​ຈີນ, ການ​​ແລ່ນ​ເອກະສານສັບສົນ​ແລະ​ຊັກ​ຊ້າຫລາຍ​ເມື່ອ​ທຽບ​ໃສ່ດຽວ​ນີ້. ການ​ນັດ​ຕູ້​ບັນຈຸ​ສິນຄ້າຕ້ອງ​ໃຊ້​ເວລາ​ຫລາຍ​, ຕ້ອງຕິດ​ຕໍ່​ກັບ​ດ່ານ​ພາສີ, ຍັງ​ຕ້ອງຕົກລົງລົດ​ບັນທຸກຂົນ​ສົ່ງ. ​ເມື່ອຕູ້​ບັນຈຸ​ສິນຄ້າ​ຖືກ​ສົ່ງ​ໄປ​ດ່ານ​ພາສີ, ຍັງ​ຕ້ອງ​ອີງ​ໃສ່ສະພາບ​ຕົວ​ຈິງ, ບາງທີຕ້ອງ​ຖ້າຢູ່​ນະຄອນ​ຫນິງ​ໂປ່1​ຫລື2​ອາທິດ, ​ຈຶ່ງ​ບັນຈຸ​​ໃສ່​ກຳ​ປັ່ນ​ໄດ້. ຫລັງ​ຈາກ​ດ່ານ​ພາສີ​ເມືອງ​ຢີ້ວູ່​ສ້າງ​ຕັ້ງ​ຂຶ້ນ, ບໍ່​ຄື​ກັບ​ແຕ່​ກ່ອນ​ອີກ​ແລ້ວ, ​ມັນໄວ​ກວ່າ​ແຕ່​ກ່ອນ​ຫລາຍ​ເທົ່າ, 2ຫາ4​ມື້​ກໍ​ສາມາດ​ສຳ​ເລັດ​ການ​ນັດ​ຕູ້​ບັນຈຸ​ສິນຄ້າ​ແລະ​ບັນຈຸ​ສິນຄ້າ​ໃສ່​ກຳ​ປັ່ນ."

ນອກ​ນີ້, ​ເພື່ອ​ຮັກສາ​ຊື່​ສຽງຂອງ​ຕະຫລາດ​ສິນຄ້າ​ນ້ອຍ​ເມືອງ​ຢີ້ວູ່​ໃນ​ຕະຫລາດ​ສາກົນ, ​ເຮັດ​ໃຫ້​ຕະຫລາດ​ສິນຄ້າ​ນ້ອຍ​ເມືອງ​ຢີ້ ວູ່ພັດທະນາ​ຢ່າງ​ໝັ່ນ​ທ່ຽງ​ແລະ​ປອດ​ໃສ​ໃນ​ອະນາຄົດ, ໄດ້​ເພີ່ມ​ຄວາມ​ພະຍາຍາມ​ໃນການ​ປົກ​ປ້ອງ​ສິດຊັບສິນທາງ​ປັນຍາຫລັງ​ຈາກ​ດ່ານ​ພາສີ​ເມືອງ​ຢີ້ວູ່​ໄດ້​ສ້າງ​ຕັ້ງ​ຂຶ້ນ. ທ່ານ​ຈ່າງ​ຈູ່ນ, ຫົວຫນ້າ​ດ່ານ​ພາສີ​ເມືອງ​ຢີ້ວູ່​ກ່າວ​ວ່າ:

"ປີ2010​ດ່ານ​ພາສີ​ເມືອງ​ຢີ້ວູ່​ໄດ້​ສືບສວນ​449​ຄະດີຢ່າງ​ສຳ​ເລັດ​ຜົນ, ​ໄດ້​ປົກ​ປ້ອງ​ລິດຂະ​ສິດທາງ​ປັນຍາ200ກ​ວ່າ​ລາຍ​ຂອງ20​ກວ່າ​ປະ​ເທດ."

ນອກ​ນີ້, ດ່ານ​ພາສີ​ເມືອງ​ຢີ້ວູ່​ຍັງ​ຈັດ​ຫ້ອງ​ວາງສະ​ແດງ​ໂຄສະນາ ການ​ປົກ​ປ້ອງ​ສິດຊັບ​ສິນທາງ​ປັນ​ຍາ. ​ໃນ​ຫ້ອງ​ວາງສະ​ແດງ, ຈະໄດ້ເຫັນ​ຜະລິດ​ຕະພັນ​ທີ່​ລ່ວງ​ລ້ຳສິດທິບັດ​ຂອງ​ຫຍີ່​ຫໍ້ທີ່​ມີ​ຊື່​ສຽງ​ພາຍ​ໃນ​ແລະ​ຕ່າງປະ​ເທດທີ່​ດ່ານ​ພາສີ​ເມືອງ​ຢີ້ວູ່​ກວດ​ພົບ​ໄດ້, ​ແລະ​ຍັງ​ມີ​ປ້າຍ​ຂອບ​ໃຈທີ່​ບໍລິສັດ​ຂ້າມ​ຊາດ​ທີ່​ມີຊື່​ສຽງ​ຫລາຍ​ບໍລິສັດ​ມອບ​ໃຫ້​ດ່ານ​ພາສີ​ເມືອງ​ຢີ້ວູ່. ພ້ອມ​ດຽວ​ກັນ​ນີ້, ດ່ານ​ພາສີ​ຍັງ​ໄດ້​ຈັດ​ຕັ້ງນັກທຸລະກິດ​ຈີນ​ແລະ​ຕ່າງປະ​ເທດ​ຂອງ​ເມືອງ​ຢີ້ວູ່ມາ​ຊົມ​ຫ້ອງວາງສະ​ແດງ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາເປັນ​ປະຈຳ, ​ເຮັດ​ໃຫ້​ບໍລິສັດຂອງ​ເມືອງ​ຢີ້ວູ່​ມີ​ສະຕິ​ປົກ​ປ້ອງ​ສິດຊັບ​ສິນທາ​ງປັນຍາ​ເພື່ອ​ປົກ​ປ້ອງ​ສິດ​ແລະຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ. ຕົວ​ເລກສະ​ແດງ​ໃຫ້​ເຫັນ​ວ່າ, ນັ​ບ​ແຕ່​ດ່ານ​ພາສີ​ເມືອງ​ຢີ້ວູ່​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ, ມີ18​ບໍລິສັດ​ໄດ້ຈົດ​ທະບຽນ​ຢູ່​ລະບົບ​ປົກ​ປ້ອງ​ສິດຊັບ​ສິນທາ​ງປັນຍາຂອງກົມ​ໃຫຍ່​ພາສີ​ແຫ່ງ​ຊາດຈີນ, ​ແລະຄົ້ນ​ພົບ4​ຄະດີ​​ທີ່​ລ່ວງ​ລະ​ເມີດ​ສິດ​ເຄື່ອງໝາຍ​ສິນຄ້າ​ຂອງ​ບໍລິສັດ​ເມືອງ​ຢີ້ວູ່.

ປັນຈຸບັນ​ນີ້, ປະ​ເພດ​ຜະລິດ​ຕະພັນ​ຂອງ​ຕະຫລາດ​ຢີ້ວູ່​ບໍ່ພ​ຽງ​ແຕ່​ແມ່ນ​ສິນຄ້າ​ນ້ອຍ​ເທົ່າ​ນັ້ນ, ຍັງ​ໄດ້​ຄ່ອຍໆ​ກາຍ​ເປັນ​ຕະຫລາດ​ຂາຍ​ຈາກ​ທົ່ວ​ໂລກ​ແລະ​ຕະຫລາດຂາຍ​ສິນຄ້າ​ໄປ​ທົ່ວ​ໂລກ. ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ​ຂອງ​ຕະຫລາດ​ຢີ້ວູ່,​ແຍກ​ອອກ​ຈາກ​ປະສິດທິພາບ​ສູງ​ໃນ​ການ​ເຮັດ​ວຽກ​ຂອງ​ດ່ານ​ພາສີ​ຢີ້ວູ່​ບໍ່​ໄດ້. ສະນັ້ນ, ດ່ານ​ພາສີ​ຂັ້ນ​ຕ່ຳ​ສຸດ​ຂອງ​ຈີນ​ແຫ່ງ​ນີ້, ຈຶ່ງ​ສາມາດ​ຄ້ຳ​ຊູຕະຫລາດ​ສິນຄ້ານ້ອຍ​ທີ່​ມີ​ປະລິມານ​ຫລາຍ​ທີ່ສຸດ​ຂອງ​ໂລກ​ໃຫ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ