ການ​ຢ້ຽມຢາມ​ສີ​ງກະ​ໂປ​ຂອງ​ທ່ານ​ເວີນ​ເຈ່ຍ​ປາວ​ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ

(GMT+08:00) 2008-06-10 10:56:40 cri
-----------------------------------------------------------------------------------------------------------------


ຕາມ​ຂ່າວCRI: ຕອນ​ທ່ຽງ​ຄືນ​ວັນ​ທີ 21 ພະຈິກ​ນີ້, ທ່ານ​ເວີນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ສີ​ງກະ​ໂປ​ແລະ​ເດີນທາງ​ກັບ​ຄືນ​ຮອດ​ປັກ​ກິ່ງ​ແລ້ວ. ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​​ເດີນທາງ​ຮ່ວມ​ກັບ​ທ່ານ​ເວີນ​ເຈ່ຍ​ປາວ​ໄດ້​ກ່າວ​ໃນ​ຍົນ​ພິ​ເສດ​ວ່າ, ທ່ານ​ເວີນ​ເຈ່ຍ​ປາວ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ່​ນຳ​ອາຊີ​ຕາ​ເວັນ​ອອກ​ຕ່າງໆ​ແລະ​ຢ້ຽມຢາມ​ສີ​ງກະ​ໂປ​ໄດ້ລົງ​ເລິກ​ການ​ຮ່ວມ​ມື​ທີ່ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ຊຸກຍູ້​​ໃຫ້ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ, ​ໃນ​ການພົບ​ປະ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ນັ້ນ, ທ່ານ​ເວີນ​ເຈ່ຍ​ປາວ​ໄດ້​ບັນ​ລະ​ຍາຍ​ຈີນ​ຈະ​ປະຕິບັດ​ຍຸດ​ທະ​ສາດ​ເປີດ​ປະຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດຢ່າງ​​ເດັດດ່ຽວ​ແຕ່​ຕົ້ນ​ຕະຫຼອດ​ປາຍ, ​ແລະ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງ​ກັບ​ຜູ່​ນຳ​ຂອງ​ປະ​ເທດ​ອາ​ຊຽນກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນພາ​ກພື້ນ​ແລະ​ສອງ​ຝ່າຍ. ການ​ຢ້ຽມຢາມ​ເທື່ອ​ນີ້​ຍັງ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ຕິດ​ແທດກັບ​ຕົວ​ຈິງ​ລະຫວ່າງ​ອາຊີ​ຕາ​ເວັນ​ອອກ, ​ເພີ່ມ​ການ​ຮ່ວມ​ມື​ມິດຕະພາບລະຫວ່າງ​ຈີນ​ກັບປະ​ເທດ​ທີ່ຕ່າງໆ, ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ສີ​ງກະ​ໂປ​ກ້າວ​ສູ່​ລະດັບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>