ກອງທັບ​ຂອງ​ອາ​ຊຽນກັບ​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ຕັ້ງໜ້າ​ຊອກ​ຫາ​ຊ່ອງ​ທາງ​ໃໝ່​ດ້ານ​ການ​ຮ່ວມ​ມື​ກູ້​ໄພ​ສາກົນ

(GMT+08:00) 2008-06-10 17:39:30 cri
-----------------------------------------------------------------------------------------------------------------

ວັນ​ທີ 10 ມິຖຸນາ​ນີ້, ການສຳ​ມະ​ນາ​ກູ້​ໄພ​ສາກົນ​ຂອງ​ກອງທັບ​ອາ​ຊຽນກັບ​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ຫຼື​ອາຊ​ຊຽນ+3ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ສື​​ເຈ່ຍ​ຈ່ວງທີ່​ພາກ​ເໜືອ​ຂອງ​ຈີນ. ສຳ​ມະ​ນາກ​ອນທີ່​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ຈະ​ລົງ​ເລິກການ​ແລກປ່ຽນ​ແລະ​ການ​ຄົ້ນຄວ້າ​, ຊອກ​ຫາ​ຊ່ອງ​ທາງ​ໃໝ່​​ໃນການ​ຮ່ວມ​ມື​ກູ້​ໄພ​ສາກົນ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ງານ​ລະອຽດ.

ພາກ​ພື້ນອາຊີ​ອາຄະ​ເນ​ໄດ້​ເກີດ​ໄພ​ທຳ​ມະ​ຊາດ​ເລື້ອຍໆໃນ​ປີ​ນີ້​ເປັນ​ຕົ້ນ​ມາ, ​ໃນ​ຕົ້ນ​ປີ​ນີ້, ພາກ​ໃຕ້​ຂອງ​ຈີນ​ໄດ້​ເກີດ​ໄພ​ພາຍຸຫິມະຂະໜາດ​ໃຫຍ່; ຕົ້ນ​ເດືອນ​ພຶດສະພາ​ແລ້ວ​ນີ້, ລົມພາຍຸ​ແຖບ​ຮ້ອນ​ໄດ້​ພັດ​ຖະຫຼົ່ມມ​ຽນມາ, ວັນ​ທີ 12 ພຶດສະພາ​ແລ້ວ​ນີ້, ​ແຂວງ​ເສ​ສວນ​ຈີນ​ເກີດ​ໄພ​ແຜ່ນດິນ​ໄຫວ​ແຮງ. ​ໄພ​ທຳ​ມະ​ຊາດ​ເຫຼົ່າ​ນີ້​ເຮັດ​ໃຫ້​ປະ​ເທດ​ອາຊີ​ອາຄະ​ເນ​ຕ່າງໆ​ເອົາ​ໃຈ​ໃສ່​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ກູ້​ໄພ​ຫຼາຍ​ກວ່າ​ເກົ່າ, ສະ​ນັ້ນ​ຈິ່ງເຮັດ​ໃຫ້​ການ​ສຳ​ມະ​ນາ​ກູ້​ໄພ​ສາກົນ​ຂອງ​ກອງທັບ​ອາຊຽນ+3ທີ່​ຈັດຂຶ້ນ​ໃນ​ວັນ​ທີ 10 ມິຖຸນາ​ນີ້​ມີ​ລັກສະນະ​​ເປັນ​ຮູບ​ປະ​ທຳ​ຫຼາຍ​​ກວ່າ​ເກົ່າ.

​ພົນ​ຕີສ​ຽນລີ້​ຫວາ ຫົວໜ້າ​ຫ້ອງການ​ພົວພັນກັບຕ່າງປະ​ເທດ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ວ່າ, ​ໄພ​ທຳ​ມະ​ຊາດ​ຮ້າຍ​ແຮງ​​ແມ່ນ​ການ​ຂົ່ມຂູ່​ທີ່​ມວນ​ມະນຸດ​ປະ​ເຊີນ​ກັບ​ຮ່ວມ​ກັນ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກູ້​ໄພ​ສາກົນ, ຮ່ວມ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ​ກໍ່​ແມ່ນ​ຄວາມ​ຕ້ອງ​ການ​ທີ່​ມະນຸດ​ພັດທະນາ​ຢ່າງ​ປອດ​ໄພ​ແລະ​ຢູ່​ຮ່ວມ​ກັນຢ່າງ​ກົມກຽວກັນ. ກອງທັບ​ມີ​ທ່າ​ແຮງ​ພິ​ເສດ​ໃນ​ດ້ານ​ການ​ກູ້​ໄພ. ທ່ານ​ກ່າວ​ວ່າ:

"ກອງທັບ​ມີ​ຄວາມ​ສະດຸ້ງ​ໄວ, ມີ​ການຈັດ​ຕັ້ງ​ຮອບ​ຄອບ, ມີ​ຄວາມ​ຮູ້​ວິຊາ​ການ​ແລະ​​ແບບ​ແຜນ​ໝັ້ນ​ໜຽວ, ​ໃນ​ເວລາ​ເກີດ​ອຸປະຕິ​ເຫດ​ໃຫຍ່​ແລະ​ປະສົບ​ໄພ​ທຳ​ມະ​ຊາດ​ຮ້າຍ​ແຮງ, ບໍ່​ພຽງ​ແຕ່​ກາຍ​ເປັນ​ກຳລັງ​ສຳຄັນ​ທີ່​ປະຕິບັດ​ໜ້າ​ທີ່​ກູ້​ໄພ​ຂອງ​ພາຍ​ໃນປະ​ເທດ​ຕົນ, ຍັງ​ສາມາດ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເຂົ້າ​ໃນ​ການ​ກູ້​ໄພ​ຂອງ​ພາກ​ພື້ນ. ກອງທັບ​ຂອງ​ປະ​ເທດ​ຕ່າງໆ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມືມີ​ຜົນ​ດີ​ຕໍ່​ການ​ຍົກ​ສູງ​ຄວາມ​ສາມາດ​ແລະ​ລະດັບ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຮ່ວມ​ກັນ, ​ລົງ​ເລິກ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມືຕົວ​ຈິງ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພທີ່​ບໍ່​ແມ່ນ​ແບບ​ດັ້ງ​ເດີມ."

ພົນ​​ເອກມຸສລານ ຫົວໜ້າ​ໂຮງໝໍ​ກອງທັບ​ບົກ​ຂອງ​ກອງທັບ​ມາ​ເລ​ເຊຍທີ່​ຮ່ວມ​ການ​ສຳ​ມະ​ນາ​ຕີ​ລາຄາ​ສູງ​ຕໍ່​ການ​ປະຕິບັດ​ງານ​ຂອງ​ກອງທັບ​ຈີນ​ໃນ​ການ​ກູ້​ໄພ, ພ້ອມ​ກັນ​ນັ້ນ​ກໍ່​ຫວັງ​ໃຫ້​ປະ​ເທດ​ຕ່າງໆ​ແບ່ງປັນ​ບົດຮຽນ​ກັບມາ​ເລ​ເຊຍ.

"ກອງທັບ​ຈີນ​ເຮັດ​ໄດ້​ດີ​ຫຼາຍ​ໃນ​ການ​ກູ້​ໄພ, ພວກ​ຂ້າພ​ະ​ເຈົ້າ​ສາມາດຮ່ຳຮຽນ​ບົດຮຽນ​ເຫຼົ່າ​ນີ້​ໂດຍ​ຜ່ານການ​ສຳ​ມະ​ນາ​ເທື່ອ​ນີ້. ພ້ອມ​ກັນ​ນັ້ນ, ມາ​ເລ​​ເຊຍ​ກໍ​ໄດ້​ນຳ​ເອົາ​ບົດຮຽນ​ທີ່​ເຂົ້າ​ຮ່ວມ​ການ​ກູ້​ໄພ​ສາກົນ, ມາ​ແບ່ງປັນ​ກັບປະ​ເທດ​ຕ່າງໆ."

ພາຍຫລັງ​ເກີດ​ແຜ່ນດິນ​ໄຫວ​ເວີ້​ນຊ່ວນ​​ເສ​ສວນ​ຈີນ​ແລ້ວ, ປະຊາ​ຄົມ​ໂລກ​ທະຍອຍ​ກັນ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຈີນ.ປະ​ເທດ​ຕ່າງໆ​ເຊັ່ນ ຍີ່​ປຸ່ນ ສ.​ເກົາຫລີ ສິງກະ​ໂປ​ແລະອິນ​ໂດ​ເນ​ເຊຍເປັນຕົ້ນຍັງ​ໄດ້​ສົ່ງ​ຫນ່ວຍ​ກູ້​ໄພ​ແລະ​ຫນ່ວຍ​ແພດ​ໄປ​ຊ່ວຍ​ເຂດ​ປະສົບ​ໄພ.ທ່ານ​ລິວ​ຊ້ຽງຢາງ ຮອງ​ຫົວຫນ້າ​ຫນ່ອຍ​ກູ້​ໄພ​ສາກົນ​ຈີນ​ບອກ​ພວກ​ເຮົາ​ວ່າ:

ເວົ້າສຳລັບ​ເຂົາ​ເຈົ້າທີ່ມາ​ໃຫ້ການ​ຊ່ວ​ຍ​ເຫລືອ, ພວກ​ເຮົາ​ແມ່ນ​ດີ​ໃຈ​ທີ່​ສຸດ.​ໃນ​ນາມ​ເປັນ​ເພື່ອນ​​ໃນ​ຂະ​ແຫນງ​ການ​ດຽວ​ກັນ, ສາມາດ​ເຮັດ​ວຽກ​ຢູ່​ບ່ອນ​ດຽວກັນ, ພວກ​ເຮົາ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ຫມາຍອັນ​ເລິກ​ເຊິ່ງທີ່​ວ່າມະນຸດສະທຳ​ບໍ່​ມີ​ຊາຍ​ແດນ.

ທີ່​ຈິງ​ແລ້ວ, ​ເມື່ອ​ສາມ​ປີ​ກ່ອນ,10 ປະ​ເທດ​ອາ​ຊຽນກໍ່​ໄດ້​ເຊັນ​ສັນຍາ​ຄຸ້ມ​ຄອງແລະ​ຮັບ​ມື​ສຸກ​ເສີນ​ຕໍ່​ໄພພິບັດ​ຂອງ​ອາຊຽນ,ອັນ​ໄດ້​ສະຫນອງ​ຂອບ​ກົດຫມາຍ​ໃຫ້​ແກ່​ປະ​ເທດ​ອາຊ​ຽນປ້ອງ​ກັນ ຄວບ​ຄຸມ​ແລະ​ຫລຸດ​ໄພ​ທຳ​ມະ​ຊາດ.ສ່ວນ​ຈີນ​ກັບ​ອາຊຽນກໍ່​ໄດ້​ແລກປ່ຽນ​ກັນ​ກ່ຽວ​ກັບ​ການ​ເພີ່ມຄວາມ​ສາມາດ​ຄຸ້ມ​ຄອງ​ໄພພິບັດ​ໃຕ້​ຂອບອາຊຽນ +3.ນອກ​ນີ້, ສາມ​ປະ​ເທດຄື​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາຫລີ​ກໍ່​ພວມ​ຮ່ວມມື​ກັນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພພິບັດ.​​ແຕ່ເວົ້າ​​ໂດຍ​ລວມ​ແລ້ວ, ກົນ​ໄກ​ຮ່ວມ​ມື​​​ກູ້​ໄພ​ລະຫວ່າງ​ຊາດຍັງ​ຕ້ອງ​ປັບປຸງ​ໃຫ້​ຄົບ​ຖ້ວນ​ຕື່ມ​ອີກ.

​ພົນ​ຕີ​ຊຽນລີ້​ຫວາ ຫົວຫນ້າ​ຫ້ອງການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ກະຊວງ​ປ້ອງ​ກັນ​ປ​ະ​ເທດ​ຈີນ​ກ່າວ​ວ່າມງານ​ສຳ​ມະ​ນາ​ເທື່ອ​ນີ້​ຈະ​ຊຸກ​ຍູ້​ກອງ​ປະກອບ​ອາວຸດ​ລະຫວ່າງ​ອາຊ​ຽນກັບ​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາຫລີ​ຮ່ວມ​ມື​ກັນ​ຢ່າງ​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ກູ້​ໄພ.


ຂ້າພະ​ເຈົ້າຄິດ​ວ່າຄ​ຽງຄູ່​ກັບ​ຫົວ​ຂໍ້​ການສຳ​ມະ​ນາທີ່ພວກ​ຂ້າ​ພະ​ເຈົ້າ​ໄດ້​ລົງ​ເລິກ​​ແລ້ວ​ຍັງຈະ​ມີ​ການ​ຮ່ວມ​ມື​ທີ່​ເປັນ​ຮູບ​ປະ​
ທຳຈຳນວນ​ຫນຶ່ງ​ເຊິ່ງລວມທັງ​ບັນຫາ​ຄ້ຳປະກັນ​ດ້ານ​ກົດຫມາຍ ບັນຫາ​ສ້າງກົນ​ໄກກ່ຽວ​ກັບກຳລັງ​ປະກອບ​ອາວຸດ​ຂອງ​ປະ​ເທດ​ຕ່າງໆດຳ​ເນີນ​ການ​ກູ້​ໄພ​ໃນ​ພາກ​ພື້ນ,ທັງ​ຫມົດ​ເຫລົ່ານີ້​ຈະ​ຊອກ​ຫາ​ວິທີ​ໃຫມ່​​ໄດ້ໃນ​ການ​ຮ່ວມ​ມື.

ຂ່າວ​ແຈ້ງວ່າ, ການ​ສຳ​ມະ​ນາ​​ໃນ​ປີນີ້ຈະ​ຕິດ​ແທດ​ຕົວ​ຈິງ​ກວ່າ​ເກົ່າ, ນອກຈາກ​ຈະ​ຫາລື​ບັນຫາ​ຕ່າງໆ​ ​ແລ້ວ, ສຳ​ມະ​ນາກ​ອນ​ຍັງ​ຈະ​ໄປ​ທັດສະນະ​ສຶກສາການ​ຝຶກ​ຊ້ອມຢູ່​ກາງ​ແຈ້ງ​ຂອງ​ສະ​ຖາ​ບັນ​ແພດສາດ​​ເບ​ຊູນຂອງ​ກອງ ທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>