ສາທາລະນະລັດຟີລິບປີນ
-----------------------------------------------------------------------------------------------------------------
ສາທາລະນະລັດຟີລິບປີນ ພາກຕາເວັນອອກຕໍ່ກັບມະຫາສະໝຸດປະຊີຟິກ, ພາກຕາເວັນຕົກຕໍ່ກັບທະເລຈີນໃຕ້, ປະກອບດ້ວຍເກາະດອນນ້ອຍໆໃຫຍ່ໆ 7101 ເກາະ, ເນື້ອທ່ີທັງໝົດ 2 ແສນ 9 ໝື່ນ 9 ພັນ 7 ຮ້ອຍຕາຕະລາງກິໂລແມັດ, ແມ່ນປະເທດໝູ່ເກາະທີ່ຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງອາຊີ, ຕັ້ງນະຄອນຫຼວງຢູ່ມານີລາ. ໃນເກາະດອນຕ່າງໆ, 11 ເກາະໃຫຍ່ ຄື, ເກາະລຸຍຊົງ ເກາະມິນດານາວແລະເກາະຊາມາເປັນຕົ້ນກວມເນື້ອທ່ີທັງໝົດຂອງທົ່ວປະເທດປະມານ 96%. ທົ່ວປະເທດຟີລິບປີນແບ່ງອອກເປັນ 13 ເຂດ, 73 ແຂວງ, 2 ແຂວງສາຂາແລະ 60 ນະຄອນ. ຊາຍຝັ່ງທະເລຍາວເຖິງ 1 ໝື່ນ 8 ພັນ 533 ກິໂລແມັດ.
ຕາມສະຖິຕິໃນວັນທີ 1 ພຶດສະພາປີ 2000, ປະຊາກອນຟີລິບປີນມີປະມານ 75 ລ້ານ 3 ແສນຄົນ, ແລະເພ່ີມຂຶ້ນດ້ວຍຄວາມໄວ 2,3% ຕໍ່ປີ. ໃນບົດລາຍງານສະບັບໜ່ຶງທ່ີສະຫະປະຊາຊາດປະກາດໃນປີ 1998, ໄດ້ຈັດຟີລິບປີນເປັນປະເທດທ່ີມີປະຊາກອນໜາແໜ້ນກວ່າໝູ່ໃນໂລກ. ເຜົ່າມາເລກວມ 85% ຂຶ້ນໄປ, ລວມທັງຊາວຕາກາລົກ ຊາວອີໂລກົສ ຊາວປຳປັງກາ ຊາວບີຊາຢັສແລະຊາວປີໂກນເປັນຕົ້ນ. ຊົມເຜ່ົາສ່ວນໜ້ອຍມີຊາວມຸສລິມ ຊາວຈີນ ຊາວອິນໂດເນເຊຍ ຊາວອາລັບ ຊາວອິນເດຍ ຊາວແອັສປາຍແລະຊາວອາເມລິກາ, ຍັງມີຊົມເຜົ່າພື້ນເມືອງຈຳນວນໜ່ຶງ. ພົນລະເມືອງສ່ວນຫຼາຍເຊ່ືອຖືສາສະໜາໂລມັງກາໂຕລິກ, ສ່ວນໜ້ອຍເຊ່ືອຖືສາສະໜາໂປຼເຕັສຕາຂອງສາສະໜາຄຼິສຕຽນ ສາສະໜາອິສລາມແລະສາສະໜາພຸດເປັນຕົ້ນ. ຟີລິບປີນມີ 70 ກວ່າພາສາ, ພາສາຊາດແມ່ນພາສາຟີລິບປີນ ເຊິ່ງຖືພາສາຕາກາລົກເປັນພື້ນຖານ, ໃຊ້ພາສາອັງກິດໂດຍທ່ົວໄປ, ພາສາທາງການແມ່ນພາສາອັງກິດແລະພາສາຟີລິບປີນ.
ບັນພະບູລຸດຂອງຊາວຟີລິບປີນແມ່ນຍົກຍ້າຍມາຈາກແຜ່ນດິນໃຫຍ່ອາຊີ.ກ່ອນແອັສປາຍເຂົ້າຜຮຸກຮານ, ຟີລິບປີນມີຫຼາຍນາຈັກຂອງກົກເຫຼົ່າທ້ອງຖ່ິນແລະຊາວມາເລທ່ີຍຍົກຍ້າຍມາຢູ່ແຫ່ງນັ້ນ. ປີ 1565, ແອັສປາຍໄດ້ເຂົ້າຮຸກຮານຍຶດຄອງຟີລິບປີນ, ສ້າງເປັນຫົວເມືອງຂຶ້ນຍາວນານເປັນເວລາ 300 ກວ່າປີ. ວັນທີ 12 ມີຖຸນາປີ 1898, ຟີລິບປີນໄດ້ປະກາດເປັນເອກະລາດ, ແລ້ວໄດ້ສ້າງສາທາລະນະລັດທຳອິດໃນປະຫວັດສາດຂອງຟີລິບປີນ. ໃນປີດຽວກັນ, ອາເມລິກາໄດ້ຍຶດຄອງຟີລິບປີນຕາມສົນທິສັນຍາປາລີທ່ີໄດ້ເຊັນກັນພາຍຫຼັງສົງຄາມ ອາເມລິກາກັບແອັສປາຍ, ຟີລິບປີນໄດ້ຕົກເປັນຫົວເມືອງຂຶ້ນຂອງອາເມລິກາອີກ. ເດືອນພະຈິກປີ 1935, ຟີລິບປີນໄດ້ສ້າງຕັ້ງລັດຖະບານປົກຄອງຕົນເອງ. ວັນທີ 8 ທັນວາ ປີ 1941, ທະຫານຍ່ີປຸ່ນເຂົ້າຮຸກຮານຟີລິບປີນ. ປີ 1945, ອາເມລິກາຟື້ນຟູການປົກຄອງລ່າເມືອງຂຶ້ນຕໍ່ຟີລິບປີນຄືນໃໝ່, ວັນທີ 4 ກໍລະກົດປີ 1946, ຟີລິບປີນປະກາດເປັນເອກະລາດ, ປີ 1965, ທ່ານມາກົສຂຶ້ນຮັບຕຳແໜ່ງເປັຣປະທານາທິບໍດິຜູ່ທີ 6 ຫຼັງສົງຄາມໂລກຄັ້ງທີ 2 , ແລະໄດ້ເປັນປະທານາທິບໍດີສາມສະໄໝລຽນຕິດ. ເດືອນສິງຫາປີ 1983, ທ່ານເປນີໂກໂນ ອາກີໂນ ຜູ່ນຳພັກຝ່າຍຄ້ານຖືກສອບຄາດຕະກຳ, ເຮັດໃຫ້ສະຖານະການການເມືອງຟີລິບປີນປັ່ນປ່ວນ. ວັນທີ 7 ກຸມພາປີ 1986, ໄດ້ຈັດການເລືອກຕັ້ງປະທານາທິບໍດີກ່ອນເວລາກຳນົດ. ທ່ານໂກລາຊົງ ອາກີໂນໄດ້ຮັບຕຳແໜ່ງປະທານາທິບໍດີໃຕ້ການສະໜັບສະໜູນຂອງປະຊາຊົນ ສະມາຄົມສາສະໜາໂລມັງກາໂຕລິກແລະກອງທະຫານ. ປີ 1992, ທ່ານປະທານາທິບໍດີອາກີໂນປົກຄອງຈຸບກຳນົດການປົກຄອງ, ໃນເດືອນພຶດສະພາປີດຽວກັນ, ໄດ້ຈັດການເລືອກຕັ້ງທ່ົວໄປໃນທ່ົວປະເທດທ່ີ 6 ປີໃດຈັດຂຶ້ນເທ່ືອໜ່ຶງ, ທ່ານລາມົສໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຊຸດທີ 8. ວັນທີ 2 ກັນຍ່ປິ 1996, ລັດຖະບານຟີລິບປີນໄດ້ເຊັນສັນຍາສັຍຕິພາບກັບແນວໂຮມປົດປ່ອຍຊາດໂມໂລ ເຊ່ິງເປັນອົງການຕ້ານລັດຖະບານທ່ີໃຫຍ່ກວ່າໝູ່ຂອງຟີລິບປີນ, ແລ້ວໄດ້ສິ້ນສຸດສະຖານະສົນວະວົນຍ້ອນສົງຄາມທ່ີຍືດເຍືອເຖິງ 24 ປີຢູ່ພາກໃຕ້ຟີລິບປີນ.
ຟີລິບປີນປະກາດປະຕິບັດນະໂຍບາຍການຕ່າງປະເທດທ່ີຕັ້ງຕົວເປັນເອກະລາດ, ຂະຫຍາຍການພົວພັນການເມືອງແລະເສດຖະກິດກັບປະເທດທັງໝົດບົນພື້ນຖານສະໝຳ່ສະເໝີກັນ ສະເໝີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດແລະໂຄລົບເຊ່ິງກັນແລະກັນ, ເອົາໃຈໃສ່ການພົວພັນກັບອາເມລິກາແລະຍ່ີປຸ່ນ, ຕັ້ງໜ້າຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດອາຊຽນ, ເນັ້ນໜັກຂະຫຍາຍການພົວພັນກັບປະເທດພວມພັດທະນາ, ແມ່ນສະມາຊິກຂອງອາຊຽນ. 3 ຈຸດໝາຍສຳຄັນຂອງນະໂຍບາຍຕໍ່ຕ່າງປະເທດຟີລິບປີນກໍຄື: ເພ່ີມທະວີຄວາມປອດໄພແຫ່ງຊາດ, ຊຸກຍູ້ການພັດທະນາເສດຖະກິດປິກປ້ອງຮັກສາຊາວຟີລິບປີນຢູ່ຕ່າງປະເທດ. ຟີລິບປີນເຈາະຈົງດຳເນີນການທູດເສດຖະກິດ, ຕັ້ງໜ້າເຂົ້າຮ່ວມວຽກງານສາກົນແລະພາກພື້ນ, ພະຍາຍາມປ່ຽນແປງແລະສ້າງພາບພົດອັນດີງາມຂອງຟີລິບປີນບົນເວທີສາກົນ