ມາເລເຊຍ

(GMT+08:00) 2008-07-09 10:59:46 cri
-----------------------------------------------------------------------------------------------------------------

ມາ​ເລ​ເຊຍ​ປະກາດ​ເປັນ​ເອກະລາດ​ແລະ​ສະຖາປະນາ​ປະ​ເທດ​ໃນ​ວັນ​ທີ 31 ສິງຫາ​ປີ 1957,ຕັ້ງນະຄອນ​ກົວ​ລາ​ລຳ​ເປີ​ເປັນ​ນະຄອນຫຼວງ,​ເດືອນ​ມີ​ຖຸນາປີ 1999,​ໄດ້​ຍ້າຍ​ສຳນັກ​ນາຍົກ​ມາຕັ້ງຢູ່​ນະຄອນ​ປຸດ​ຕຼາຈາ​ຢາ ນະຄອນຫຼວງ​ໃໝ່.ພາສາ​ປະຈຳ​ຊາດ​ແມ່ນ​ພາສາ​ມາ​ເລ,​ໃຊ້​ພາສາ​ອັງກິດ​ແລະ​ພາສາ​ຈີນ​ໂດຍ​ທົ່ວ​ໄປ.ສາສະໜາ​ອິສລາມ​ແມ່ນ​ສາ​ສະ​ໜາ​ປະຈຳ​ຊາດ.

ມາ​ເລ​ເຊຍ​ມີ​ເນື້ອ​ທີ່​ທັງ​ໝົດ 3 ​ແສນ 2 ໝື່ນ 9 ພັນຕາ​ຕະລາ​ກິ​​ໂລ​ແມັດ,ຕັ້ງຢູ່​ອາຊີ​ອາຄະ​ເນ,ທົ່ວ​ປ​ະ​ເທດ​ຖືກ​ທະ​ເລ​ຈີນ​ໃຕ້​ຂັ້ນ​​ເປັນ​ສອງ​ພາກສ່ວນ​ຄື​ມາ​ເລ​ເຊຍ​ຕາ​ເວັນ​ອອກ​ແລະ​ມາ​ເລ​ເຊຍ​ຕາ​ເວັນ​ຕົກ.ມາ​ເລ​ເຊຍ​ຕາ​ເວັນ​ຕົກ​ແມ່ນ​ເຂດ​ມາ​ເລ,ຕັ້ງຢູ່​ພາກ​ໃຕ້​ແຫຼມ​ມາ​ເລ,ພາກ​ເໜືອ​ຕໍ່​ແດນ​ກັບ​ໄທ,ພາກ​ຕາ​ເວັນ​ຕົກ​ແປະ​ກັບ​ຮ່ອມ​ທະ​ເລ​ມາ​ລັກ​ກາ,ພາກ​ຕາ​ເວັນ​ອອກ​ແປະ​ກັບ​ທະ​ເລ​ຈີນ​ໃຕ້,ມາ​ເລ​ເຊຍ​ຕາ​ເວັນ​ອອກ​ແມ່ນ​ຊື່​ລວມຂອງ​ເຂດ​ຊາ​ລາ​ວັກ​ແລະ​ເຂດ​ຊາ​ບາ,ຕັ້ງຢູ່​ພາກ​ເໜືອ​ຂອງ​ເກາະ​ກາລີ​ມານ​ຕານ.ຊາຍ​ຝັ່ງ​ທະ​ເລ​ຍາວ 4192 ກິ​ໂລ​ແມັດ.ມີ​ອາກາດ​ປ່າ​ໄມ້​ແຖບ​ຮ້ອນ.ຢູ່​ເຂດ​ພູດອຍ​ຂອງ​ເຂດ​ໃນ,ອຸນ​ຫະພູມ​ສະ​ເລ່ຍ​ໃນ​ໝົດ​ປີ​ຢູ່​ລະຫວ່າງ 22 ຫາ 28 ອົງ​ສາ,ຢູ່​ເຂດ​ທົ່ງພຽງ​ແຄມ​ທະ​ເລ​ອຸນຫະ​ພູມ 25 ຫາ 30 ອົງສາ.

ຕາມ​ສະຖິຕິ​ໃນ​ເດືອນ​ກໍລະກົດ​ປີ 2000,ມາ​ເລ​ເຊຍ​ມີ​ປະຊາກອນ 22 ລ້ານ 2 ​ແສນ​ຄົນ,​ໃນ​ນັ້ນ,ມີ​ຜູ້​ຊາຍ 11 ລ້ານ 2 ​ແສນ​ຄົນ,ຜູ້ຍິງ 11 ລ້ານ​ຄົນ.​ອັດຕາ​ເພີ່ມ​ຂຶ້ນ​ຂອງ​ປະຊາ​ກອນ​ແມ່ນ 2,6%.​ ຊາວ​ມາ​ເລ​ແລະ​ຄົນ​ພື້ນ​ເມືອງ​ອື່ນ​ໆ​ກວມ 60%,​ຊາວ​ຈີນ​ກວມ 25,38​%,​ຊາວ​ອິນ​ເດຍ​ແລະ​ປາ​ກິ​ສະ​ຖານ​ກວມ 7,6​%;​ໃນ​ໝູ່​ຄົນ​ພື້ນ​ເມືອງ​ຢູ່​ຊາ​ລາ​ວັກ,​ເຜົ່າ​ອີ​ປານ​ກວມ​ສ່ວນ​ຫຼາຍ,​ຢູ່​ຊາ​ບາ,ມີ​ຊາຍ​ເຜົ່າ​ກາ​ຕາ​ຊານ​ຫຼາຍ​ກວ່າ​ໝູ່.

​ໃນ​ຕົ້ນສະ​ໄໝ​ຄິດຕະສັງກາດ,ຢູ່​ແຫຼມ​ມາ​ເລ​ໄດ້​ສ້າງ​ຫຼາຍ​ອານາຈັກ​ບູຮານ.​ໃນຕົ້ນ​ສະຕະ​ວັດ​ທີ 15,ລາດ​ຊະ​ອະນາ​ຈັກ​ມາ​ລັກ​ກາ​ໄດ້​ໂຮມ​ສ່ວນ​ໃຫຍ່​ຂອງ​ແຫຼມ​ມາ​ເລ​ເຂົ້າ​ເປັນ​ເອກະ​ພາບ​ກັນ,​ແລະ​ໄດ້​ພັດທະນາ​ເປັນ​ສູນ​ການ​ຄ້າ​ສາກົນ​ສຳຄັນ​ຂອງ​ອາຊີ​ອາຄະ​ເນ​ໃນ​ຄາວ​ນັ້ນ.​ແຕ່​ສະຕະວັດ​ທີ 16 ​ເປັນ​ຕົ້ນ​ມາ,​ໄດ້​ດຖືກ​ປອກ​ຕຸຍ​ການ ​ໂຮ​ນລັງ​ແລະ​ອັງກິດ​ເຂົ້າ​ຮຸກ​ຮານ​ເປັນ​ລຳດັບ.ປີ 1911,ຕົກ​ເປັນ​ເມືອງ​ຂຶ້ນ​ຂອງ​ອັງກິດ.ຊາ​ລາ​ວັກ​ແລະ​ຊາ​ບາ​ແມ່ນຂຶ້ນ​ກັບ​ບຼູ​ໄນ​ໃນ​ປະຫວັດ​ສາດ,ປີ 1888,​ສອງ​ເຂດ​ດັ່ງກ່າວ​ໄດ້​ຕົກ​ເປັນ​ປະ​ເທດ​ອາລັກ​ຂາ​ຂອງ​ອັງກິດ.​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງທີ 2 ,ຖືກ​ຍີ່ປຸ່ນ​ຍຶດ​ຄອງ. ​ຫັຼງສົງ​ຄາມ​ໂລກ​ແລ້ວ,​ອັງກິດ​ໄດ້​ຟື້ນ​ຟູ​ການ​ປົກຄອງ​ແບບ​ລ່າ​ເມືອງ​ຂຶ້ນ​ຂອງ​ເຂົາ.ວັນ​ທີ 31 ສິງຫາ​ປີ 1957,​ສະຫະ​ພັນ​ມາ​ເລ​ໄດ້​ເປັນ​ເອກະລາດ​ໃນ​ເຄືອ​ຈັກກະ​ພົບ​ອັງ​ກິດ​.ວັນ​ທີ 16 ກັນຍາ​ປີ 1963,​ສະ​ຫະ​ພັນ​ມາ​ເລ​ແລະ​ສິງກະ​ໂປ,ຊາ​ລາ​ວັກ​ແລະ​ຊາ​ບາ​ໄດ້​ໂຮມ​ເຂົ້າ​ກັນ​ຕັ້ງ​ເປັນປະ​ເທດມາ​ເລ​ເຊຍ,ວັນ​ທີ 9 ສິງຫາ​ປີ 1965,​ສິງກະ​ໂປ​​ໄດ້​ປະກາດ​ຖອນ​ຕົວ​ອອກ​ຈາກ​ມາ​ເລ​ເຊຍ.

ທົ່ວ​ປະ​ເທດ​ມາ​ເລ​ເຊຍ​ແບ່ງ​ເປັນ 13 ລັດ​ແລະ 3 ​ເຂດ​ຂຶ້ນ​ກັບ​ສະຫະພັນ​ໂດຍ​ກົງ.
13 ລັດ​ແມ່ນ:​ໂຈ​ຮໍ ​ເກ​ດາ ​ເກ​ລານ​ຕັນ ມາ​ລັກ​ກາ ​ແຊມ​ບີ​ລານ ປາ​ຮາງ ປີ​ນັງ ປີ​ລັກ ​ເປີ​ລິ​ສ ​ເຊ​ລັງ​ກໍ ​ເຕຼັງກາ​ນູ ຊາ​ປາ​ແລະ​ຊາ​ລາ​ວັກ.

3 ​ເຂດ​ຂື້ນ​ກັບ​ສະຫະພັນ​ໂດຍ​ກົງ​ແມ່ນ:ກົວ​ລາ​ລຳ​ປົວ ປຸດ​ຕຼາຈາ​ຢາ​ແລະ​ເກາະ​ລາ​ປູ​ອານ.
ຜູ້ນຳ​ສູງ​ສຸດ​ຂອງ​ມາ​ເລ​ເຊຍ​ແມ່ນ​ປະມຸກ​ລັດ​ແລະ​ຈອມທັບ​ຂອງ​ກອງ​ປະກອບ​ອາວຸດ,​ແມ່ນ​ສະພາ​ຜູ້​ປົກຄອງ​ເລືອກ​ຕັ້ງ​ຈາກ​ເຈົ້າຊູນ​ຕານ​ຂອງ 9 ລັດ​ມາ​ເລ​ເຊຍ​ທີ່​ສືບ​ທອດ​ກັນ​ມາ,ມີ​ອຳນາດ​ສູງ​ສຸດ​ດ້ານ​ນິຕິ​ບັນຍັດ ຕຸລາ​ການ​ແລະ​ການ​ບໍລ​ິ​ຫານ,​ແລະ​ສິດ​ແຕ່ງ​ຕັ້ງ​ນາຍົກ​ລັດຖະ​ມົນຕີ ປະຕິ​ເສດ​ເຫັນ​ດີ​ຍຸບ​ລັດຖະ​ສະພາ​ເປັນ​ຕົ້ນ.​ລັດຖະ​ສະພາ​ແມ່ນ​ອົງການ​ນິຕິ​ບັນ​ຍັດ,​ປະ​ກອບ​ດ້ວຍ​ສະພາ​ສູງ​ແລະ​ສະ​ພາ​ຕ່ຳ.​ແຕ່​ກຳ​ລັງ​ຕົວ​ຈິງ​ແມ່ນ​ຢູ່​ໃນ​ກຳມື​ຂອງ​ຄະນະ​ລັດຖະ​ບານ.

ສະພາ​ຜູ້​ປົກຄອງ​ແມ່ນ​ປະກອບ​ດ້ວຍ​ເຈົ້າຊູນ​ການ​ທີ່​ສືບ​ທອດ​ກັນ​ມາ​ຂອງ 9 ລັດ​ຄື ລັດ​ໂຈ​ຮໍ​ເປັນຕົ້ນ​ແລະ​ປະທານ​ຂອງ 4 ລັດ​ຄື​ລັດ​ມາ​ລັກ​ກາ​ເປັນຕົ້ນ.ທະ​ແນມ​ແຕ່​ແມ່ນ​ກົດໝາຍ​ທີ່​ກ່ຽວ​ພັນ​ເຖິງ​ກາ​ນະ​ສິດ​ພິ​ເສດ​ຂອງ​ຜູ້​ປົກ​ຄອງ,​ຖ້າ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ສະ​ພາ​ດັ່ງ​ກ່າວ,​ກໍ​ຜ່ານ​ບໍ່​ໄດ້.

​ມາ​ເລ​ເຊຍ​ມີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ອຸດົມ​ສົມ​ບູນ.​ປະລິ​ມານ​ຜະລິດ​ແລະ​ສົ່ງ​ອອກ​ຢາງ​ພາ​ລາ ນ້ຳ​ມັນ​ປາ​ມ​ແລະ​ພິດ​ໄທ​ຄອງ​ຖາ​ນະ​ນຳ​ໜ້າ​ຂອງ​ໂລກ.​ການ​ທ່ອງ​ທ່ຽວ​ແມ່ນ​ເສົາ​ຄ້ຳ​ເສດ​ຖະ​ກິດ​ໃຫຍ່​ທີ​ສາມ​ແລະ​ແຫຼ່ງ​ລາຍ​ໄດ້​ຂອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫຍ່​ທີ​ສອງ​ຂອງ​ລັດ. ປີ 2001,ຜູ້​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ມີ 12 ລ້ານ 6 ​ແສນ 6 ໝື່ນ​​ເທື່ອ​ຄົນ.​ບ່ອນ​ທ່ອງ​ທ່ຽວ​ສຳ​ຄັນ​ມີ:​ກົວ​ລາ​ລຳ​ເປີ ປີ​ນັງ ມາ​ລັກ​ກາ ​ເກາະ​ທຽວ​ມານ ​ເກາະ​ເລີ​ດັງ​ແລະ​ລັງກາ​ວີ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>