ສະພາບ​ສັງ​ເຂ​ບລາວ

(GMT+08:00) 2008-07-09 11:00:31 cri
-----------------------------------------------------------------------------------------------------------------

ປະ​ເທດ​ລາວ ມີຊື່​ຄົບຖ້ວນ​ວ່າ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະ​ຊາ​ຊົນ​ລາວ, ​ມີເນື້ອ​ທີ່​ 2 ​ແສນ 3 ໝື່ນ 6800 ຕາ​ລາງ​ກິ​ໂລ​ແມັດ, ຕັ້ງ​ນະ​ຄອນ​ຫຼວງ​ຢູ່​ວຽງ​ຈັນ. ປະ​ເທດ​ລາວ​ຕັ້ງ​ຢູ່​ພາກ​ເໜືອ​ແຫຼມ​ອິນ​ດູ​ຈີນ, ​ແມ່ນ​ປະ​ເທດ​ທີ່​ບໍ່ມີທາງອອກ​ສູ່​ທະ​ເລ​, ​ເບື້ອງ​ຕາ​ເວັນ​ອອກ​ມີ​ຊາຍ​ແດນ​ຕິດ​ກັບ​ຫວຽດ​ນາມ, ​ເບື້ອງ​ໃຕ້​ຕິດ​ກັບ​ກຳປູ​ເຈຍ, ​ເບື້ອງ​ຕາ​​ເວັນຕົກ​ແປ​ະກັບ​ໄທ, ​ເບື້ອງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຕໍ່​​ແດນ​ກັບ​ມຽນມາ, ​ເບື້ອງ​ເໜືອ​ຕິດ​ກັບ​ຈີນ. ​ໃນ​ດິນ​ແດນ​ລາວ​ມີ 80% ​ແມ່ນ​ເຂດ​ພູດ​ອຍ​ແລະ​ເຂດ​ພູ​ພຽງ, ​ແລະດິນ​ສ່ວນຫຼາຍປົກ​ຫຸ້ມ​ໄປ​ດ້ວຍ​ປ່າ​ໄມ້, ​ໄດ້​ຊື່​ເປັນ​ຫຼັງ​ຄາ​ແຫຼມ​ອິນ​ດູ​ຈີນ.

ນັບ​ມາ​ຮອດ​ປີ 1999, ປະຊາກອນ​ລາວ​ມີ​ 5 ລ້ານ​ກວ່າ​ຄົນ, ມີ​ 60 ກວ່າ​ຊົນ​ເຜົ່າ​, ​ແລະ​ແບ່ງ​ອອກ​ເປັນ​ສາມ​ຊົນ​ເຜົ່າ​ໃຫຍ່​ຄື ​ເຜົ່າ​ລາວ​ລຸ່ມ ​ເຜົ່າ​ລາວ​ເທິງ​ແລະ​ເຜົ່າ​ລາວ​ສູງ. ພາສາ​ລາວແມ່ນ​ພາສາທາງ​ການ ​. ພຸດທະສາສະໜາ​​​ແມ່ນ​ສາສະໜາປະຈຳ​ຊາດຂອງ​ລາວ. ດອກຈຳປາແມ່ນ​ດອກ​​ໄມ້ປະຈຳ​ຊາດຂອງ​ລາວ​​.

​ແຕ່​ເໜືອ​ຮອດ​ໃຕ້, ປະ​ເທດ​ລາວ​ແບ່ງ​ອອກ​ເປັນ​ສາມພາກ​ສ່ວນ​ຄື ພາກ​ເໜືອ ພາກກາງ​ແລະ​ພາກ​ໃຕ້, ພາກ​ເໜືອ​ພູມ​ສັນຖານ​ສູງ​ທີ່​ສຸດ, ພູ​ພຽງ​ຊຽງ​ຂວາງ​ສູງ​ກວ່າ​ລະດັບ​ນ້ຳທະ​ເລ 2000-2800 ​ແມັດ. ​ພູ​ສູງ​ສຸດ​ແມ່ນ​ພູເບ້ຍ, ສູງ​ກວ່າ​ລະດັບ​ນ້ຳທະ​ເລ 2820 ​ແມັດ. ​ແມ່ນ້ຳຂອງ​​ແມ່ນ​ແມ່ນ້ຳ​ສາຍໃຫຍ່​ກວ່າ​ໝູ່, ​ໄຫຼຜ່ານ​ພາກ​ຕາ​ເວັນ​ຕົກ 1900 ກິ​ໂລ​ແມັດ. ​​ອາກາດ​ແຖບ​ຮ້ອນ ມໍ່​ແຖບ​ຮ້ອນ​ແລະ​ມີ​ລົມ​ມໍ​ລະ​ສຸມ, ມີ​ນ້ຳຝົນ​ອຸ​ດົມ​ສົມບູນ, ​ແຕ່​ເດືອນ​ພຶດສະພາ​ເຖິງ​ເດືອນ​ຕຸລາ​ແມ່ນລະດູຝົນ, ​ແຕ່​ເດືອນ​ພະຈິກ​ເຖິງ​ເດືອນເມສາປີ​ລຸນ​ແມ່ນ​ລະດູ​ແລ້ງ. ອຸນຫະພູມ​ສະ​ເລ່ຍໝົດປີ​ຢູ່​ລະຫວ່າງ 20 ອົງສາ​ເຖິງ 30 ອົງສາ​ເຊ,  ຢູ່​ນະຄອນຫຼວງ ອຸນຫະພູມສະ​ເລ່ຍໝົດ​ປີ​ຢູ່​ລະຫວ່າງ 25 ອົງສາ. ປະລິມານ​ນ້ຳຝົນ​ສະ​ເລ່ຍໝົດປີ​ມີ 1250 ​ເຖິງ 3750 ມິ​ລິ​ແມັດ.

ທຸງຊາດ: ທຸງຊາດ​ຂອງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ແມ່ນ​ທຸງ​ພື້ນ​ສີ​ຄາມ ​ແຂບ​ແດງ​ແລະ​ວົງ​ເດືອນ​ສີຂາວ. ລວງ​ກວ້າງ​ຂອງ​ທຸງ​ເທົ່າ​ສອງ​ສ່ວນ​ສາມ​ຂອງ​ລວງ​ຍາວ, ​ແຂບ​ແດງ​ແຕ່ລະ​ເບື້ອງ​ເທົ່າ​ກັບ​ເຄິ່ງໜຶ່ງ​ຂອງ​ແຂບ​ສີ​ຄາມ​ແລະ​ວົງ​ເດືອນ​ສີຂາວ ກວ້າງ​ເທົ່າ​ກັບ​ສີ່​ສ່ວນ​ຫ້າ​ຂອງ​ແຂບ​ສີ​ຄາມ

​ເຄື່ອງໝາຍ​ຊາດ: ​ເຄື່ອງໝາຍ​ຊາດ​ຂອງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ເປັນ​ຮູບ​ວົງມົນ ດ້ານ​ລຸ່ມ​ມີ​ຮູບ​ເຄິ່ງກົງຈັກ​ເປັນ​ແຂ້ວ ​ແລະ​ໂບສີ​ແດງ​ຂຽນ​ອັກສອນ ສາທາລະນະ​ລັດປະຊາ​ທິປະ​ໄຕ​ປະຊາຊົນ​ລາວ, ສອງ​ຂ້າງ​ອ້ອມ​ດ້ວຍ​ຮວງ​ເຂົ້າສຸກ ​ເປັນ​ຮູບ​ເຟື້ອງ​ພະຈັນ ​ແລະ​ໂບສີ​ແດງ​ຂຽນ​ອັກສອນ​ສັນຕິ​ພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ລັດ​ທະນະ​ຖາວອນ; ລະຫວ່າງ​ກາງຂອງ​ສອງ​ປາຍ​ຮວງ​ເຂົ້າມີ​ຮູບ​ທາດຫຼວງ, ຢູ່​ກາງ​ຮູບ​ວົງມົນ​ມີ​ຫົນທາງ ທົ່ງ​ນາ ປ່າ​ໄມ້ ​ແລະ​ເຂື່ອນ​ໄຟຟ້າ​ນ້ຳຕົກ.

ປະ​ເທດ​ລາວ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສັນຕິພາບ​ທີ່​ເປັນ​ເອກະລາດ​ເປັນ​ເຈົ້າຕົນ​ເອງ, ມີ​ເຈດ​ຈຳນົງ​ຂະຫຍາຍ​ການ​ພົວພັນ​ໄມ​ຕີ​ຈິດ​ແລະ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ບົນ​ພື້ນຖານຫຼັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ. ນັບ​ມາ​ຮອດ​ທ້າຍ​ປີ 1998 ​ໄດ້​ສ້າງສາ​ຍສຳພັນ​​ການ​ທູດ​ກັບ 109 ປະ​ເທດ​ແລ້ວ, ​ເມື່ອ​​ເດືອນ​ກໍລະກົດປີ 1997 ​ລາວໄດ້​ເຂົ້າ​ເປັນ​ສະມາຊິກຂອງກຸ່ມ​ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>