ກອງປະຊຸມຜູ່ນຳອາຊຽນ-ຈີນ

(GMT+08:00) 2008-07-09 14:53:02 cri
-----------------------------------------------------------------------------------------------------------------
ວັນທີ6ພະຈິກປີ2002, ກອງປະຊຸມຜູ່ນຳອາຊຽນ-ຈີນຄັ້ງທີ5ໄດ້ຈັດຂ້ຶນຢູ່ບຼູໄນ. ທ່ານຈູ່
ຢົງຈີ່ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມເທ່ືອນ້ີ.

ວັນທີ16ທັນວາປີ1997,ກອງປະຊຸມບ່ໍເປັນທາງການຂອງຜູ່ນຳອາຊຽນ-ຈີນເທ່ືອທຳອິດ
ໄດ້ຈັດຂ້ຶນຢູ່ກົວລາລຳເບີ ນະຄອນຫຼວງຂອງມາເລເຊຍ,ທ່ານຈ່ຽງເຈີມິນ ປະທານປະ
ເທດຈີນໄດ້ເຂົ້າຮ່ວມກອງປະຊຸມດ່ັງກ່າວ.ໃນກອງປະຊຸມ,ທ່ານປະທານຈ່ຽງເຈີມິນໄດ້
ກ່າວຄຳປາໄສສຳຄັນທ່ີພາດຫົວເລ່ືອງວ່າ: ສ້າງສາຍພົວພັນໝູ່ຄູ່ທ່ີໄວ້ເນ້ືອເຊ່ືອໃຈກັນ
ຖານບ້ານໃກ້ເຮືອນຄຽງທ່ີດຕ່ໍກັນຫັນໜ້າໄປສູ່ສະຕະວັດທີ21.ພາຍຫຼັງກອງປະຊຸມສ້ິນ
ສຸດລົງແລ້ວ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຂອງການພົບປະກັນລະຫວ່າງຜູ່ນຳ
ສາທາລະນະລັດປະຊາຊົນຈີນກັບຜູ່ນຳບັນດາປະເທດອາຊຽນ.ຖະແຫຼງການຮ່ວມໄດ້
ກຳນົດຫຼັກການຊ້ີນຳການພົວພັນລະຫວ່າງສອງຝ່າຍ,ແລະເອົາການສ້າງສາຍພົວພັນ
ໝູ່ຄທ່ີູ່ໄວ້ເນ້ືອເຊ່ືອໃຈກັນຖານບ້ານໃກ້ເຮືອນຄຽງທ່ີ່ດີຕ່ໍກັນຫັນໜ້າໄປສູ່ສັດຕະວັດທີ21
ເປັນຈຸດໝາຍຂອງນະໂຍບາຍຮ່ວມ.

ວັນທີ16ທັນວາປີ1998,ກອປະຊຸມບ່ໍເປັນທາງການຂອງຜູ່ນຳອາຊຽນ-ຈີນຄັ້ງທີສອງໄດ້
ຈັດຂຶ້ນຢູ່ຮາໂນ້ຍນະຄອນຫຼວງຫວຽດນາມ,ທ່ານຮູຈີນທາວ ຮອງປະທານປະເທດຈີນ
ໄດ້ເຂົ້າຮ່ວມປະຊຸມດ່ັງກ່າວ.ຜູ່ນຳສອງຝ່າຍໄດ້ຫວນຄືນການຄືບໜ້າໃໝ່ແຫ່ງການພົວ
ພັນລະຫວ່າງສອງຝ່າຍແຕ່ກອງປະຊຸມບ່ໍເປັນທາງການເທ່ືອທຳອິດເມ່ືອປີ1997ເປັນຕົ້ນ
ມາແລະໄດ້ຫາລືກັນກ່ຽວກັບການຂະຫຍາຍຕົວຂອງການພົວພັນລະຫວ່າງສອງຝ່າຍ
ໃນແຕ່ນ້ີຕ່ໍໄປ.ສອງຝ່າຍເຫັນດີໃຫ້ຜ່ານໂຄງຮ່າງສົນທະນາການຮ່ວມມືຮອບດ້ານ,ບຸກ
ເບີກການຮ່ວມມືກັນຫຼາຍຊ່ອງທາງ,ຍຶດໝັ້ນຜ່ານການຫາລືກັນດ້ວຍໄມຕີຈິດແລະສະ
ເໝີພາບ,ຊຳລະແກ້ໄຂບາງຄວາມເຫັນທ່ີຂັດກັນແລະຖົກຖຽງກັນລະຫວ່າງສອງຝ່າຍ
ຢ່າງເໝາະສົມ,ຊຸກຍູ້ການພົວພັນໝູ່ຄູ່ທ່ີໄວ້ເນ້ືອເຊ່ືອໃຈກັນຖານບ້ານໃກ້ເຮືອນຄຽງທ່ີດີ
ຕ່ໍກັນໃຫ້ຂະຫຍາຍຕົວຕ່ືມອີກ.

ວັນທີ28ພະຈິກປີ1999,ກອງປະຊຸມບ່ໍເປັນທາງການຂອງຜູ່ນຳອາຊຽນ-ຈີນຄັ້ງທີ3ໄດ້
ຈັດຂ້ຶນຢູ່ມານີລາ ນະຄອນຫຼວງຟີລິບປິນ,ທ່ານຈູ່ຢົງຈີ່ ນາຍົກລັດຖະມົນຕີຈີນໄດ້ເຂົ້າ
ຮ່ວມກອງປະຊຸມດັ່ງກ່າວ.ໃນກອງປະຊຸມ,ທ່ານຈູ່ຢົງຈີ່ໄດ້ສະເໜີເຈດຈຳນົງແລະຂ້ໍສະ
ເໜີລະອຽດຂອງຝ່າຍຈີນກ່ຽວກັບເພ່ີມທະວີການພົວພັນໝູ່ຄູ່ທ່ີໄວ້ເນ້ືອເຊ່ືອໃຈກັນຖານ
ບ້ານໃກ້ເຮືອນຄຽງທ່ີດີຕ່ໍກັນກັບອາຊຽນໃນສະຕະວັດໃໝ່,ໂດຍກ່າວວ່າ,ຈີນຈະສືບຕ່ໍລົງ
ເລິກສົນທະນາແລະຮ່ວມມືກັນໃນແຕ່ລະຂົງເຂດແລະແຕ່ລະລະດັບກັບບັນດາປະເທດ
ອາຊຽນແລະອົງການອາຊຽນ,ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດເສດຖະກິດການ
ຄ້າ,ວິທະຍາສາດ-ເຕັກໂນໂລຊີແລະສະຖາບັນການເງິນເປັນຕົ້ນ.ບັນດາປະເທດອາຊຽນ
ໄດ້ສະແດງຄວາມຊົມເຊີຍຕ່ໍຜົນສຳເລັດຂອງປະເທດຈີນທ່ີໄດ້ຮັບໃນການພັດທະນາສ້າງ
ສາ,ຕີລາຄາໃນລະດັບສູງຕ່ໍຈີນທ່ີໄດ້ໃຫ້ຄວາມສະໜັບສະໜູນແລະຊ່ອຍເຫຼືອແກ່ບັນດາ
ປະເທດອາຊຽນໃນວິກິດການການເງິນອາຊີເມ່ືອປີ1997.

ວັນທີ25ພະຈິກປີ2000,ກອງປະຊຸມບ່ໍເປັນທາງການຂອງຜູ່ນຳອາຊຽນ-ຈີນຄັ້ງທີ4ໄດ້ຈັດ
ຂ້ຶນຢູ່ສິງກະໂປ, ທ່ານຈູຢົງຈີ່ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມດ່ັງກ່າວ.
ໃນກອງປະຊຸມ,ທ່ານຈູຢົງຈີໄດຕີລາຄາຢ່າງຕັ້ງໜ້າຕ່ໍການພົວພັນສອງຕ່ໍສອງລະຫວ່າງ
ຈີນກັບອາຊຽນ,ແລະໄດ້ວາງຂ້ໍສະເໜີລະອຽດກ່ຽວກັບການຮ່ວມມືໃນດ້ານຕ່າງໆເຊັ່ນ:
ຂົງເຂດການເມືອງ,ການພັດທະນາຊັບພະຍາກອນມະນຸດ,ເພ່ີມທະວີການສ້າງສາໂຄງ
ລ່າງພ້ືນຖານໃນລ້ອງແມ່ນຳ້ຂອງ,ຂົງເຂດໄຮ່ເທັກ,ກະສິກຳ,ການຄ້າແລະການລົງທຶນ
ລະຫວ່າງສອງຝ່າຍໃນຊ່ວງໄລຍະໜ່ຶງຕ່ໍໄປພາຍໜ້າ.

ທິດພະຍາຍາມຂອງລັດຖະບານຈີນກ່ຽວກັບຈີນກັບອາຊຽນຂະຫຍາຍການພົວພັນສອງ
ຕ່ໍສອງໃນສະຕະວັດທີ21.

ວັນທີ28ກໍລະກົດປີ2000, ທ່ານຖາງເຈັຍສວນ ລັດຖະມົນຕີການຕ່າງປະເທດຈີນໄດ້
ກ່າວຄຳປາໄສໃນກອງປະຊຸມອາຊຽນກັບປະເທດຄູ່ສົນທະນາ,ໃນເວລາກ່າວເຖິງຈີນ
ກັບບັນດາປະເທດອາຊຽນຂະຫຍາຍການພົວພັນສອງຕ່ໍສອງໃນສະຕະວັດໃໝ່ນັ້ນ,ທ່ານ
ເວົ້າວ່າ,ຝ່າຍຈີນຍິນດີຈະທຳຄວາມພະຍາຍາມກັບປະເທດອາຊຽນໃນບາງດ້ານດ່ັງລຸ່ມ
ນ້ີ:

1,ຮັກສາທ່ວງທ່າການໄປມາຫາສູ່ກັນໃນລະດັບຕ່າງໆເຊ່ິງລວມທັງລະດັບສູງ, ເພ່ີມ
ຄວາມເຂົ້າໃຈແລະໄວ້ເນ້ືອເຊ່ືອໃຈກັນຕ່ືມອີກ, ນອກຈາກການສົນທະນາທາງການ
ເມືອງແລ້ວ, ຝ່າຍຈີນຍິນດີຈະເພ່ີມທະວີການສົນທະນາດ້ານຮັກສາຄວາມປອດໄພ
ສອງຕ່ໍສອງກັບບັນດາປະເທດອາຊຽນ.

2, ອອກແຮງເຈາະຈົງຊຸກຍູ້ການຮ່ວມມືທ່ີຕ່າງຝ່າຍຕ່າງມີຜົນໃນຂົງເຂດຕ່າງໆເຊ່ັນ:
ເສດຖະກິດການຄ້າ,ການລົງທຶນ,ການທະນາຄານ,ວິທະຍາສາດ-ເຕັກໂນໂລຊີ,ກະສິ
ກຳແລະອຸດສາຫະກຳການຄ້າເປັນຕົ້ນ.

3,ຈີນຈະສືບຕ່ໍໃຫ້ຕອບສະໜອງຢ່າງຕັ້ງໜ້າຕ່ໍສົນທິສັນຍາມິດຕະພາບແລະການຮ່ວມ
ມືອາຊີອາຄະເນ, ອະນຸສັນຍາກ່ຽວກັບສົນທິສັນຍາສ້າງອາຊີອາຄະເນເປັນເຂດປອດນິວ
ເຄຼຍ.

4, ເພ່ີມທະວີການປະສານງານແລະຮ່ວມມືກັນກັບອາຊຽນໃນວຽກງານພາກພ້ືນແລະ
ຂັ້ນປະເທດ. ໜ່ຶງໃນບັນດາຈຸດໜັກແມ່ນ, ຊຸກຍູ້ການຮ່ວມມືລະຫວ່າງອາຊຽນກັບຈີນ,
ຍ່ີປ່ນຸແລະສາທາລະນະລັດເກົາຫຼີ ຄື 10+3.

ຄວາມເຫັນຂອງລັດຖະບານຈີນກ່ຽວກັບການພົວພັນຮ່ວມມືທາງເສດຖະກິດການຄ້າ
ລະຫວ່າງຈີນກັບບັນດາປະເທດອາຊຽນ.

ວັນທີ26ສິງຫາປີ1997,ໃນເວລາທ່ານຫຼີເຜິງ ນາຍົກລັດຖະມົນຕີຈີນໄປຢ້ຽມຢາມສິງກະ
ໂປ,ທ່ານໄດ້ກ່າວຄຳປາໄສທ່ີພາດຫົວເລ່ືອງວ່າ,ເພ່ີມທະວີການຮ່ວມມືທ່ີຕ່າງຝ່າຍຕ່າງ
ມີຜົນເພ່ືອຊຸກຍູ້ໃຫ້ມີຄວາມຈະເລີນຮຸ່ງເຮືອງພ້ອມກັນ,ຄຳປາໄສໄດ້ສະເໜີທັດສະນະ
ບາງຂ້ໍກ່ຽວກັບການພົວພັນເສດຖະກິດການຄ້າລະຫວ່າງຈີນກັບປະເທດອາຊຽນ:

1, ຈີນຈະປະຕິບັດນະໂຍບາຍໄຂປະຕູສູ່ພາຍນອກຢ່າງເດັດດ່ຽວບ່ໍປ່ຽນແປງ. ນະໂຍບາຍໄຂປະຕູສູ່ພາຍນອກຂອງຈີນແມ່ນຄົບວົງຈອນ,ບ່ໍພຽງແຕ່ໄຂປະຕູຕ່ໍປະເທດ
ພັດທະນາ, ຫາກຍັງໄຂປະຕູຕ່ໍປະເທດພວມພັດທະນາອີກດ້ວຍ.ຈີນໄດ້ປະຕິບັດນະໂຍ
ບາຍເປັນມິດກັບປະເທດບ້ານໃກ້ເຮືອນຄຽງທ່ີດີຕ່ໍກັນໂດຍຕະຫຼອດ,ໂດຍສະເພາະແມ່ນ
ເອົາໃຈໃສ່ຂະຫຍາຍການພົວພັນມິດຕະພາບແລະຮ່ວມມືກັບບັນດາປະເທດອາຊຽນ,
ແລະໄດ້ຮັບໝາກຜົນຢ່າງໜ້າເພິ່ງພໍໃຈມາແລ້ວ.

2, ຈີນກັບບັນດາປະເທດອາຊຽນຕ້ອງບຸກເບີກຂົງເຂດການຮ່ວມມື, ກ້າວໄປເຖິງມີການ
ຕາບຈູນທ່າແຮງໃຫ້ແກ່ກັນອີກດ້ວຍ.
ການຮ່ວມມືທາງເສດຖະກິດລະຫວ່າງຈີນກັບອາຊຽນຕ້ອງບຸກເບີກຊ່ອງທາງໃໝ່ເລ້ືອຍໆ,
ຂົງເຂດຮ່ວມມືຕ້ອງບຸກເບີກໃຫ້ກວ້າງອອກຕ່ືມອີກ,ແບບວິທີຮ່ວມມືຕ້ອງມີໄຫວພິບຫຼາຍ
ສີຫຼາຍສັນກວ່າເກົ່າ. ສອງຝ່າຍໄດ້ດຳເນີນການຮ່ວມມືກັນເປັນຢ່າງດີໃນຂົງເຂດເສດຖະ
ກິດການຄ້າ,ວິທະຍາສາດ-ເຕັກໂນໂລຊີ,ສະຖາບັນການເງິນ,ຂ້ໍມູນຂ່າວສານແລະການ
ຄຸ້ມຄອງມາແລ້ວ,ຕ່ໍໄປພາຍໜ້າ,ຍັງສາມາດດຳເນີນການຮ່ວມມືໃນຂົງເຂດຕ່າງໆເຊັ່ນ:
ການກ່ໍສ້າງພ້ືນຖານໂຄງລ່າງ,ການໂອນເຕັກນິກ,ລົບລ້າງຄວາມທຸກຈົນ,ການອະນຸລັກ
ສ່ິງແລດລ້ອມເປັນຕົ້ນ.ຈີນຊົມເຊີຍບັນດາປະເທດອາຊຽນສືບຕ່ໍມາລົງທຶນສ້າງໂຮງງານ
ຢູ່ຈີນ,ຕະຫຼາດຈີນຈະໄຂປະຕູຕ່ໍບັນດາປະເທດອາຊຽນຕ່ໍໄປ.

3, ຈີນກັບບັນດາປະເທດອາຊຽນຕ້ອງເພ່ີມທະວີການປະສານງານແລະຮ່ວມມືກັນໃນຂົງ
ເຂດການທະນາຄານ.

ຈີນກັບອາຊຽນຄວນເພ່ີມທະວີການແລກປ່ຽນຂ້ໍມູນຂ່າວສານ,ຕ່າງແຈ້ງສະພາບໃຫ້ແກ່
ກັນ,ຕ້ານທານການສວຍໂອກາດດ້ານການເງິນສາກົນ;ຄວນສະຫຼຸບ,ຖອດຖອນປະສົບ
ການແລະບົດຮຽນຂອງວິກິດການການເງິນທ່ີເຄີຍເກີດຂ້ຶນໃນໂລກຢ່າງຈິງຈັງ,ຮັກສາ
ສະຕິລະວັງຕົວໃນລະດັບສູງ, ເພ່ີມທະວີການຄຸ້ມຄອງສະຖາບັນການເງິນ, ບູລະນະລະ
ບອບສະຖາບັນການເງິນໃຫ້ສົມບູນ,ປ້ອງກັນແລະຫຼຸດຜ່ອນໄພການເງິນໃຫ້ຫຼຸດໜ້ອຍ
ໃນລະດັບຕ່ຳທີ່ສຸດ,ຮັບປະກັນໃຫ້ເສດຖະກິດມີການພັດທະນາຢ່າງປອດໄສ.

4, ການຮ່ວມມືລະຫວ່າງຈີນກັບບັນດາປະເທດອາຊຽນຕ້ອງເລັງສາຍຕາໄປສູ່ສະຕະວັດ
ທີ21.
ຈີນກັບອາຊຽນຕ້ອງກຳຈຸດຮ່ວມແຫ່ງຜົນປະໂຫຍດສອງຝ່າຍໄວ້ແໜ້ນໆ,ຍົກການຮ່ວມ
ມືທ່ີຕ່າງຝ່າຍຕ່າງມີຜົນກ້າວຂ້ຶນສູ່ລະດັບໃໝ່.ການທ່ີຈີນກັບອາຊຽນຮ່ວມມືກັນທ່ີຕ່າງ
ຝ່າຍຕ່າງມີຜົນນັ້ນ,ບ່ໍແມ່ນຄະນິງເຖິງຜົນປະໂຫຍດຊົ່ວຄາວເທົ່ານ້ັນ,ຫາກແມ່ນແຜນ
ໃຫຍ່ຍາວໄກທ່ີຫັນໜ້າໄປສູ່ສະຕະວັດທີ21; ບໍ່ພຽງແຕ່ເລັງສາຍຕາຈຳເພາະພາກພ້ືນ
ຕົນທ່ໍນັ້ນ,ຫາກຍັງແມ່ນຫັນໜ້າໄປສູ່ໂລກ; ບ່ໍພຽງແຕ່ມີຜົນດີຕ່ໍການພັດທະນາເສດຖະ
ກິດຂອງສອງຝ່າຍເທົ່ານັ້ນ,ຫາກຍັງມີຜົນດີຕ່ໍສັນຕິພາບແລະສະຖຽນລະພາບຂອງພາກ
ພ້ືນອາຊີ-ປາຊິຟິກກໍຄືຂອງໂລກ, ກໍແມ່ນພ້ືນຖານຂອງການຫັນການເມືອງຂອງໂລກ
ເປັນຫຼາຍເຄ້ົາອີກດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>