ກອງປະຊຸມສົນທະນາອາຊຽນ-ຈີນ

(GMT+08:00) 2008-07-09 14:53:02 cri
-----------------------------------------------------------------------------------------------------------------
ເດືອນພຶດສະພາປີ 1996, ກອງປະຊຸມເຈົ້າໜ້າທີ່ຊັ້ນສູງຂອງອາຊຽນຕົກລົງເລື່ອນ
ຂັ້ນໃຫ້ຈີນຂຶ້ນເປັນປະເທດໝູ່ຄູ່ສົນທະນາ. ວັນທີ 21 ກໍລະກົດ, ຄະນະຜູ້ແທນຈີນ
ເຊິ່ງມີທ່ານສຽນສີເຊິນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການ
ຕ່າງປະເທດຂອງຈີນເປັນຫົວໜ້ານັ້ນໄດ້ເຂົ້າຮ່ວມກອງປະຊຸມອາຊຽນກັບປະເທດ
ໝູ່ຄູ່ສົນທະນາ. ທັງນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ,ການພົວພັນລະຫວ່າງຈີນ
ກັບອາຊຽນໄດ້ກ້າວເຂົ້າສູ່ໄລຍະໃໝ່ທີ່ຂະຫຍາຍຂຶ້ນເປັນຂັ້ນສູງກວ່າເກົ່າ.

ວັນທີ29ກໍລະກົດປີ1997, ກອງປະຊຸມສົນທະນາອາຊຽນຈີນຈັດຂຶ້ນຢູ່ມາເລເຊຍ.ໃນ
ເວລາກ່າວຄຳປາໄສໃນກອງປະຊຸມ, ທ່ານສຽນສີເຊິນ ຮອງນາຍົກລັດຖະມົນຕີ ທັງ
ເປັນລັດຖະມົນຕີກະຊວງການຕ່າງປະເທດຂອງຈີນໃນຄາວນັ້ນໄດ້ຊີ້ອອກວ່າ,ຈີນຄອງ
ຄອຍພ້ອມກັນກັບອາຊຽນທຳຄວາມພະຍາຍາມກັບອາຊຽນ,ສ້າງການພົວພັນໝູ່ຄູ່ຖານ
ບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນແລະຕ່າງໄວ້ເນື້ອເຊື່ອໃຈກັນທີ່ຫັນໜ້າໄປສູ່ສະຕະວັດທີ
21.ແນວຄິດພື້ນຖານຂອງຈີນແມ່ນເລີ່ມຈາກຍຸດທະສາດລະດັບສູງ, ເລັງສາຍຕາໃສ່
ຄວາມຮັບຮູ້ຄືກັນແລະຜົນປະໂຫຍດຮ່ວມ,ຂະຫຍາຍການພົວພັນສອງຝ່າຍຢ່າງຮອບ
ດ້ານແລະລົງສູ່ລວງເລິກ;ຊຸກຍູ້ການຮ່ວມມືໃນທຸກຂົງເຂດລະຫວ່າງສອງຝ່າຍບົນພື້ນ
ຖານສະເໝີພາບກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດ. ແກ້ໄຂບັນຫາທີ່ຄົງຄ້າງລະ
ຫວ່າງສອງຝ່າຍຢ່າງເໝາະສົມຈາກການເປິກສາຫາລືກັນໂດຍມິດຕະພາບ; ຕ່າງປະ
ສານສົມທົບກັນແລະສະໜັບສະໜູນເຊິ່ງກັນແລະກັນ,ພ້ອມກັນປົກປັກຮັກສາການພັດ
ທະນາ.ທ່ານຍັງຊີ້ອອກວ່າ,ສອງຝ່າຍຍັງຄວນເພີ່ມທະວີການປະສານສົມທົບແລະຮ່ວມ
ມືກັນໃນການຮ່ວມມືອະນຸພາກພື້ນຕ່າງໆ ຄື ການພັດທະນາຫຼົ້ງແມ່ນ້ຳຂອງຕາໜ່າງ
ທາງລົດໄຟປານອາຊີເປັນຕົ້ນ,ເພີ່ມທະວີການສະໜັບສະໜູນແລະປະສານສົມທົບເຊິ່ງ
ກັນແລະກັນໃນເວທີປາໄສພາກພື້ນອາຊຽນ ອົງການອາເປັກ ກອງປະຊຸມອາຊີ-ເອີລົບ
ແລະສະຫະປະຊາຊາດ. ໃນເວລາກ່າວຄຳປາໄສ, ທ່ານສຽນສີເຊິນຍັງໄດ້ຕັ້ງໜ້າຕີລາ
ຄາບົດບາດຂອງອາຊຽນອີກດ້ວຍ.

ວັນທີ29ກໍລະກົດປີ1998,ກອງປະຊຸມສົນທະນາອາຊຽນ-ຈີນໄດ້ຈັດຂຶ້ນຢູ່່ມານີລາ.ທ່ານ
ຖາງເຈຍຊວນ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນໃນຄາວນັ້ນຊີ້ອອກວ່າ,
ໜ້າທີ່ດ່ວນກວ່າໝູ່ແລະການທ້າທາຍຮ່ວມຂອງຈີນແລະບັນດາປະເທດອາຊຽນກໍ່ແມ່ນ
ຜ່ານຜ່າວິກິດການການເງິນອາຊີຕາເວັນອອກ, ຟື້ນຟູເສດຖະກິດອາຊີໂດຍໄວເທົ່າທີ່
ຈະໄວໄດ.ຈີນໄດ້ວາງນະໂຍບາຍດັ່ງລຸ່ມນີ້, ຄື ໜຶ່ງ, ຊຸກຍູ້ໃຫ້ເສດຖະກິດພາກພື້ນນີ້ມີ
ສະຖຽນລະພາບແລະພັດທະນາ. ສອງ, ເປີດກວ້າງຂົງເຂດການຄ້າ ການລົງທຶນແລະ
ການຮ່ວມມືເຊິ່ງກັນແລະກັນ.ໃນຂະນະລົງເລິກການຮ່ວມມືເສດຖະກິດການຄ້ານັ້ນ,ຈີນ
ກັບບັນດາປະເທດອາຊຽນຈະເປີດກວ້າງຂົງເຂດການຮ່ວມມືຂະຫຍາຍໄປຮອດຂົງເຂດ
ອື່ນໆ ຄືການຂຸດຄົ້ນຊັບພະຍາກອນ ກະສິກຳ ເຕັກນິກທີ່ໃຊ້ການໄດ້ ຢຸກຢາອະນາໄມ
ການຂຸດຄົ້ນຊັບພະຍາກອນມະນຸດແລະການອະນຸລັກສິ່ງແວດລ້ອມເປັນຕົ້ນ, ໂດຍສະ
ເພາະແມ່ນເພີ່ມມາດຕາສ່ວນແຫ່ງການຮ່ວມມືວິທະຍາສາດ-ເຕັກໂນໂລຊີ, ເພີ່ມທະວີ
ການແລກປ່ຽນຂໍ້ມູນຂ່າວສານດ້ານການທະນາຄານແລະການຄ້າ, ເພື່ອຊຸກຍູ້ການສັບ
ຊ້ອນອົງປະກອບແລະການຫັນປ່ຽນວິທີເພີ່ມຂຶ້ນຂອງໃຜລາວ. ສາມ, ຮ່ວມແຮງຮ່ວມ
ໃຈກັນ, ຜ່ານຜ່າຄວາມຫຍຸ້ງຍາກຊົ່ວຄາວ. ສີ່, ເພີ່ມທະວີຄວາມສາມາດປ້ອງກັນຕົວ
ແລະການຕ້ານທານຂອງອາຊີຕໍ່ການສ່ຽງໄພການທະນາຄານ. ຫ້າ, ເພີ່ມທະວີການ
ແລກປ່ຽນແລະປະສານສົມທົບລະຫວ່າງສອງຝ່າຍໃນເວທີປາໄສ ເສດຖະກິດ ການ
ຮ່ວມມືສົນທະນາກ່ຽວກັບການຮັກສາຄວາມປອດໄພ, ຊຸກຍູ້ປະຕິບັດການຮ່ວມມືດ້ານ
ການພັດທະນາເຂດລ້ອງແມ່ນ້ຳຂອງຕື່ມອີກ, ເປີດກວ້າງການຮ່ວມມືກັນໃນອະນຸພາກ
ພື້ນແລະເຂດພັດທະນາເພີ່ມຂຶ້ນ.

ວັນທີ27ກໍລະກົດປີ1999,ກອງປະຊຸມສົນທະນາອາຊຽນ-ຈີນໄດ້ຈັດຂຶ້ນຢູ່່ສິງກະໂປ.ໃນ
ກອງປະຊຸມ, ທ່ານຖາງເຈຍຊວນ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນໃນ
ຄາວນັ້ນໄດ້ຊີ້ອອກວ່າ, ເມື່ອໄດ້ພ້ອມກັນທຳຄວາມພະຍາຍາມແລະຄົ້ນຄ້ວາຢ່າງບໍ່ຢຸດ
ຢັ້ງມາເປັນເວລາຫຼາຍປີແລ້ວ,ຈີນກັບອາຊຽນກໍ່ໄດ້ມີທິດແລະແນວຄິດຍິ່ງຈະແຈ້ງກວ່າ
ເກົ່າຕໍ່ການປັບປຸງແລະຂະຫຍາຍການຮ່ວມມືກັນດ້ວຍໄມຕີຈິດ.ເມື່ອໂຮມເຂົ້າແລ້ວຕົ້ນ
ຕໍແມ່ນມີສີ່ດ້ານດັ່ງລຸ່ມນີ້, ຄື ໜຶ່ງ, ໄດ້ມີເນື້ອໃນເພີ່ມຂຶ້ນກ່ຽວກັບການພົວພັນໝູ່ຄູ່ຖານ
ບ້ານໃກ້ເຮືອນຄຽງແລະໄວ້ເນື້ອເຊື່ອໃຈກັນຕື່ມອີກ; ສອງ, ເອົາການຮ່ວມມືດ້ານເສດ
ຖະກິດ ການຄ້າແລະວິທະຍາສາດເຕັກໂນໂລຊີເປັນຈຸດສຸມ, ພ້ອມກັນບຸກເບີກຫຼາຍ
ຊ່ອງທາງ, ນຳໃຊ້ຫຼາຍແບບວິທີ, ລົງເລິກແລະເປີດກວ້າງການຮ່ວມມືທີ່ຕ່າງຝ່າຍຕ່າງ
ມີຜົນປະໂຫຍດໃນແຕ່ລະຂົງເຂດ; ສາມ, ເປີດກວ້າງການຮ່ວມມືພາກພື້ນແລະສາກົນ;
ສີ່, ເລີ່ມຈາກສະພາບການກວມລວມແຫ່ງສັນຕິພາບແລະສະຖຽນລະພາບຂອງພາກ
ພື້ນ,ໂຄລົບຄວາມຮັບຮູ້ຄືກັນດ້ານການເມືອງທີ່ຜູ້ນຳຂັ້ນສູງສຸດຂອງຈີນ-ອາຊຽນໄດ້ບັນ
ລຸແລ້ວນັ້ນ, ຍຶດໝັ້ນສະແຫວງຫາສິ່ງທີ່ຄືກັນ ສະຫງວນສິ່ງທີ່ຕ່າງກັນ, ແກ້ໄຂຄວາມ
ເຫັນຂັດກັນແລະການວິວາດກັນທີ່ມີຢູ່ລະຫວ່າງສອງຝ່າຍດ້ວຍສັນຕິວິທີ, ໂດຍຜ່ານ
ການເປິກສາຫາລືກັນດ້ວຍໄມຕີຈິດລະຫວ່າງສອງຝ່າຍ,ບໍ່ໃຫ້ຄວາມເຫັນທີ່ຂັດກັນເຫຼົ່າ
ນັ້ນກະທົບກະເທືອນເຖິງສະຖານະພາບກວມລວມແຫ່ງມິດຕະພາບຖານບ້ານໃກ້ເຮືອນ
ຄຽງຂອງສອງຝ່າຍ. ອາຊຽນສະແດງຄວາມຂອບອົກຂອບໃຈຕໍ່ຈີນທີ່ຍັງໃຫ້ຄຳໝັ້ນສັນ
ຍາວ່າເງິນຢວນຈີນຈະບໍ່ລົງລາຄາຢູ່ໃຕ້ກໍລະນີທີ່ຕົນພວມປະເຊີນກັບຄວາມຫຍຸ້ງຍາກ
ຫຼາຍແລະກຳລັງໜີບອັນມະຫາສານ, ແລະປະກອບສ່ວນອັນໃຫຍ່ຫຼວງຕໍ່ການທີ່ໃຫ້ສະ
ຖານະການການທະນາຄານຂອງພາກພື້ນມີຄວາມໝັ້ນທ່ຽງແລະຊ່ອຍເຫຼືອບັນດາປະ
ເທດອາຊຽນຟຶ້ນຟູເສດຖະກິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>