ຫຼັກການການພົວພັນລະຫວ່າງຈີນກັບອາຊຽນ

(GMT+08:00) 2008-07-09 14:59:53 cri
-----------------------------------------------------------------------------------------------------------------
1. ຫລັກ 4 ປະການຂອງລັດຖະບານຈີນກ່ຽວກັບການສ້າງຕັ້ງຟື້ນຟູແລະຂະຫຍາຍ
ການພົວພັນກັບບັນດາປະເທດອາຊຽນ.

2. ທັດສະນະຂອງລັດຖະບານຈີນກ່ຽວກັບການພົວພັນເສດຖະກິດການຄ້າການຮ່ວມ
ມືລະຫວ່າງຈີນກັບບັນດາປະເທດອາຊຽນ.

3. ທິດພະຍາຍາມຂອງລັດຖະບານຈີນກ່ຽວກັບການຂະຫຍາຍການພົວພັນສອງຕໍ່ສອງ
ກັບບັນດາປະເທດອາຊຽນໃນສະຕະວັດທີ 21.

4. ຄວາມຄຶດບາງຂໍ້ກ່ຽວກັບການຮ່ວມມືລະຫວ່າງຈີນກັບອາຊຽນໃນຕົ້ນສະຕະວັດໃຫມ່.

5. ບາງຂໍ້ສະເຫນີຂອງຈີນກ່ຽວກັບບັນຫາພັດທະນາ 10+3.

6. ບາງຂໍ້ສະເຫນີຂອງຈີນກ່ຽວກັບການພົວພັນຈີນ-ອາຊຽນເຂົ້າສູ່ໄລຍະໃໝ່ແຫ່ງການ
ພັດທະນາຮອບດ້ານ.

7. ທັດສະນະແລະບາງຂໍ້ລິເລີ່ມຂອງຈີນກ່ຽວກັບ 10+3 ຍົກລະດັບການຮ່ວມມືໃຫ້ສູງ
ຂຶ້ນຕື່ມອີກ.

ບາງຂໍ້ສະເຫນີຂອງຈີນກ່ຽວກັບການພົວພັນຈີນອາຊຽນກ້າວເຂົ້າສູ່ໄລຍະໃໝ່ແຫ່ງການ
ພັດທະນາຮອບດ້ານ.

ວັນທີ 4 ພະຈິກປີ 2002, ໃນກອງປະຊຸມຜູ່ນຳຈີນກັບອາຊຽນຄັ້ງທີ 6 ທ່ີຈັດຂຶ້ນຢູ່ພະ
ນົມເປັນ ນະຄອນຫລວງກຳປູເຈຍ,ທ່ານຈູຢົງຈີ ນາຍົກລັດຖະ ມົນຕີຈີນໄດ້ກ່າວຄຳ
ປາໄສ, ໂດຍໄດ້ວາງບາງຂໍ້ສະເຫນີກ່ຽວກັບການຊຸກຍູ້ການພົວພັນລະຫວ່າງຈີນກັບອາ
ຊຽນກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາຮອບດ້ານ.ຄື:

ຫນຶ່ງ:ເລີ່ມຂະບວນວັດວິວັດສ້າງເຂດການຄ້າເສລີລະຫວ່າງຈີນກັບອາຊຽນ, ຊຸກຍູ້ໃຫ້
ສອງຝ່າຍຮ່ວມມືດ້ານເສດຖະກິດຢ່າງຮອບດ້ານ.

ສອງ:ເລີ່ມຮ່ວມມືກັນບຸກເບີກພັດທະນາທົ່ວເຂດລ້ອງແມ່ນ້ຳຂອງ, ຊຸກຍູ້ຂະບວນວິວັດ
ຫັນອາຊຽນເປັນເອກະພົບດຽວ.

ສາມ:ເລີ່ມການຮ່ວມມືກັນຮອບດ້ານ ໃນຂົງເຂດຄວາມປອດໄພທ່ີບໍ່ແມ່ນດັ້ງເດີມລະ
ຫວ່າງຈີນກັບອາຊຽນ, ປົກປັກຮັກສາສັນຕິພາບແລະຄວາມປອດໄພພາກພື້ນ.

ຄວາມເຫັນແລະບາງຂໍ້ລິເລີ່ມຂອງຈີນກ່ຽວກັບ 10+3 ເພື່ອຍົກລະດັບການຮ່ວມມືໃຫ້
ສູງຂຶ້ນຕື່ມອີກ.

ວັນທີ 4 ພະຈິກປີ 2002, ກອງປະຊຸມຜູ່ນຳອາຊຽນກັບຈີນ ຍີ່ປຸ່ນແລະສາທາລະນະລັດ
ເກົາຫລີ (10+3) ຄັ້ງທີ 6 ໄດ້ຈັດຂຶ້ນຢູ່ພະນົມເປັນນະຄອນຫລວງຂອງກຳປູເຈຍ,ທ່ານ
ຈູຢົງຈີ ນາຍົກລັດຖະມົນຕີຈີນໄດ້ສະເຫນີທັດສະນະແລະຂໍ້ລິເລີ່ມ ຈຳນວນຫນຶ່ງກ່ຽວ
ກັບການຍົກລະດັບການຮ່ວມມືລະຫວ່າງ 10+3 ໃຫ້ສູງຂຶ້ນຕື່ມອີກ.ຄື

ຫນຶ່ງ: ລົງເລິກການຮ່ວມມືເສດຖະກິດແລະການທະນາຄານ

ການພັດທະນາເສດຖະກິດແມ່ນຫນ້າທ່ີສຳຄັນອັນດັບຫນຶ່ງຂອງບັນດາປະເທດອາຊີຕາ
ເວັນອອກ, 10+3ຄວນສືບຕໍ່ຖືການຮ່ວມມືດ້ານເສດຖະກິດເປັນຈຸດສຸມ.ຝ່າຍຈີນສະຫນັບ
ສະຫນນູໃຫ້ປະຕິບັດຂໍ້ລິເລີ່ມຊຽວງໃຫມ່ຕື່ມອີກ, ຈີນໄດ້ເຊັນສັນຍາແລກປ່ຽນເງິນຕາ
ສອງຕໍ່ສອງກັບປະເທດໄທ ຍີ່ປຸ່ນ ສ.ເກົາຫລີແລະມາເລເຊຍແລ້ວ, ແລະຈະສືບຕໍ່ເປິກ
ສາຫາລືກັບປະເທດອື່ນໆອີກ. ຊຸດບຳລຸງນະໂຍບາຍ ການເງິນແລະການທະນາຄານ
ຂອງ10+3 ສີ່ຊຸດຮອບທີຫນຶ່ງທ່ີຝ່າຍຈີນຈັດຂຶ້ນນັ້ນ,ໄດ້ຮັບຄວາມນິຍົມຊົມຊອບຈາກ
ທຸກຝ່າຍ. ຈີນຕົກລົງຈັດຊຸດບຳລຸງແບບນີ້ອີກສີ່ຊຸດຮອບທີສອງໃຫ້ແກ່ບັນດາປະເທດ
10+3.

ສອງ: ຂະຫຍາຍກວ້າງການຮ່ວມມືດ້ານການເມືອງແລະດ້ານຮັກສາຄວາມປອດໄພ

ໃນສະເພາະໜ້ານີ້, ການຕ້ອງໂທດຂ້າມຊາດເຊັ່ນຄື ລັດທິກໍ່ການຮ້າຍເປັນຕົ້ນພວມ
ນັບມື້ນັບກາຍເປັນບັນຫາຕົວຈິງ ທ່ີບັນດາປະເທດຢູ່ພາກພື້ນແຫ່ງນີ້ພວມປະເຊີນໜ້າ.
ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດພວມລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງນັ້ນ,10+3
ຄວນເລີ່ມຮ່ວມມືໃນຂົງເຂດການເມືອງແລະການຮັກສາປອດໄພໄປເທື່ອລະກ້າວ,
ຝ່າຍຈີນສະເໜີໃຫ້ຈັດກອງປະຊຸມຂັ້ນລັດຖະມົນຕີ 10+3 ກ່ຽວກັບການໂຈມຕີການ
ຕ້ອງໂທດຂ້າມຊາດ ແລະ ໄດ້ຮັບຄວາມເຫັນດີຈາກທຸກຝ່າຍແລ້ວ, ທັງນີ້ຈະກາຍ
ເປັນໝາກຜົນອັນຫນຶ່ງຂອງກອງປະຊຸມເທື່ອນີ້. ຈີນຍັງຈະພ້ອມກັບຜູ່ນຳອາຊຽນປະ
ກາດຄຳຖະແຫລງການຮ່ວມລະຫວ່າງຈີນກັບອາຊຽນກ່ຽວກັບການຮ່ວມມືໃນຂົງເຂດ
ຄວາມປອດໄພທ່ີບໍ່ແມ່ນດັ້ງເດີມ, ເພື່ອຮ່ວມກັນປະເຊີນກັບການທ້າທາຍໃຫມ່.

ສາມ: ເພີ່ມທະວີການກໍ່ສ້າງກົນໄກຮ່ວມມື

ພາຍໃນໂຄງຮ່າງ10+3 ໄດ້ສ້າງ 6 ກົນໄກກອງປະຊຸມຂັ້ນລັດຖະມົນຕີໃນຂົງເຂດການ
ຕ່າງປະເທດ ການເງິນ ເສດຖະກິດການຄ້າ ກະສິກຳແລະປ່າໄມ້ແຮງງານແລະການ
ທ່ອງທ່ຽວຕາມໆກັນ.ຝ່າຍຈີນສະຫນັບສະຫນູນໃຫ້ສ້າງກົນໄກຮ່ວມມືໃນຂົງເຂດອື່ນໆ
ອີກ. ຈີນຊົມເຊີຍຂໍ້ສະເຫນີຂອງອາຊຽນ ກ່ຽວກັບການຈັດກອງປະຊຸມລັດຖະມົນຕີສິ່ງ
ແວດລ້ອມ10+3. ເພື່ອຊຸກຍູ້ໃຫ້ ຄວາມສະດວກແກ່ການຄ້າລະຫວ່າງບັນດາປະເທດ
ໃນພາກພື້ນແຫ່ງນີ້, ຈີນສະເໜີສ້າງກົນໄກຮ່ວມມືເຮັດວຽກໃນດ່ານພາສີ10+3.

ສີ່: ເພີ່ມທະວີການໄປມາຫາສູ່ກັນດ້ວຍມີໄມຕີຈິດລະຫວ່າງປະຊາຊົນປະເທດຕ່າງໆ.

ການຮ່ວມມື 10+3 ຄວນຄ່ອຍໆແຜ່ຂະຫຍາຍຈາກຂັ້ນຕອນທ່ີໃຫ້ລັດຖະບານເປັນຜູ່
ນຳທາງໄປສູ່ຂັ້ນຕອນ ທ່ີໃຫ້ລັດຖະບານແລະຝ່າຍພົນລະເຮືອນພ້ອມກັນເຂົ້າຮ່ວມ
ແລະຕ່າງຊຸກຍູ້ເຊິ່ງກັນແລະກັນ.ຈີນສະເຫນີໃຫ້ຈັດເວທີປາໄສເຈົ້າຄອງກຳແພງເມືອງ
ອາຊີຕາເວັນອອກຢູ່ເມືອງຄຸນມິງແຂວງຢຸນນານຂອງຈີນໃນ 6 ເດືອນຕົ້ນປີຫນ້າ, ຫວັງ
ວ່າເວທີປາໄສດັ່ງກ່າວຈະມີບົດບາດອັນຕັ້ງຫນ້າໃນການຊຸກຍູ້ວົງການສັງຄົມຕ່າງໆເຂົ້າ
ຮ່ວມການຮ່ວມມື 10+3 ຢ່າງກວ້າງຂວາງ.

ຂໍ້ສະເໜີບາງຂໍ້ຂອງຈີນກ່ຽວກັບບັນຫາພັດທະນາຂອງ10+3

ວັນທີ 30 ກໍລະກົດປີ 2002, ກອງປະຊຸມລັດຖະມົນຕີການຕ່າງປະເທດລະຫວ່າງອາ
ຊຽນກັບຈີນ ຍີ່ປຸ່ນແລະສາທາລະນະລັດເກົາຫລີຄື 10+3 ໄດ້ຈັດຂຶ້ນຢູ່ເມືອງເສລີເບ
ກາວັນ ນະຄອນຫລວງຂອງບຼູໄນ. ໃນກອງປະຊຸມ, ທ່ານຖາງເຈຍຊວນ ລັດຖະມົນຕີ
ການຕ່າງປະເທດຈີນໄດ້ຊີ້ອອກວ່າ:ການຮ່ວມມືລະຫວ່າງ 10+3 ຍັງບໍ່ດົນປານໃດ,
ການຮ່ວມມືທ່ີມີລັກສະນະທາດແທ້ຫາກໍ່ຢ່ວງບາດກ້າວ, ລະດັບ ສັງລວມຂອງການ
ຮ່ວມມືກໍ່ຍັງອ່າວຕຳ່ຢູ່. ເຮັດແນວໃດຈິ່ງຈະອີງຕາມການຂະ ຫຍາຍຕົວແລະການປ່ຽນ
ແປງຂອງສະຖານະການ, ຍົກລະດັບການຮ່ວມມືໃຫ້ສູງຂຶ້ນແລະ ຮັກສາທ່ວງທາພັດ
ທະນາຢ່າງບໍ່ຢຸດຢັ້ງນັ້ນ, ແມ່ນບັນຫາຕົ້ນຕໍທ່ີ10+3ພວມປະເຊີນຫນ້າ. ກ່ຽວກັບບັນ
ຫາດັ່ງກ່າວທ່ານຖາງເຈຍຊວນໄດ້ວາງຂໍ້ສະເຫນີໄວ້ດັ່ງນີ້:

ຫນຶ່ງ:ໃນຂະນະທ່ີເອົາການຮ່ວມມືເສດຖະກິດເປັນຈຸດໜັກນັ້ນ, 10+3 ຄວນຄ່ອຍໆຂະ
ຫຍາຍກວ້າງຂົງເຂດຮ່ວມມືອັນໃຫມ່.ໃນກອງປະຊຸມຜູ່ນຳ 10+3 ທ່ີຈັດຂຶ້ນເມື່ອປີ
2001,ອີງຕາມສະຖານະການໃໝ່ພາຍຫລັງເຫດການ 11 ກັນຍາ, ທ່ານຈູຢົງຈີ ນາ
ຍົກລັດຖະມົນຕີຈີນໄດ້ສະເໜີໃຫ້ 10+3 ດຳເນີນການຮ່ວມມືກັນທາງ ດ້ານການເມືອງ
ແລະ ການຮັກສາຄວາມປອດໄພ,ແລ້ວລົງມືຈາກຂົງເຂດຄວາມປອດໄພທ່ີບໍ່ແມ່ນດັ້ງ
ເດີມກ່ອນ. ສະນັ້ນ ຝ່າຍຈີນສະເຫນີໃຫ້ຈັດກອງປະຊຸມຂັ້ນ ລັດຖະມົນ ຕີ 10+3
ກ່ຽວກັບການໂຈມຕີການຕ້ອງໂທດຂ້າມຊາດ,ເພື່ອຊຸກຍູ້ການຮ່ວມມືຂອງປະເທດ
10+3 ໃນຂົງເຂດດັ່ງກ່າວ.ຂອບເຂດການຮ່ວມມືລວມທັງການໂຈມຕີການເຄື່ອນໄຫວ
ກໍ່ການຮ້າຍ ການຄ້າຢາເສບຕິດ ຄົນຍ້າຍຖິ່ນຜິດກົດມຫາຍ ການຕ້ອງໂທດອາດຍາ
ຂ້າມຊາດ ການຕ້ອງໂທດດ້ານເສດຖະກິດການທະນາຄານ ການຕ້ອງໂທດທາງຄອມ
ພິວເທີແລະການຕ້ອງໂທດຂອງອົງການ ສາສະຫນາເຂວເປັນຕົ້ນ.

ສອງ: ເພີ່ມທະວີການປະສານງານລະຫວ່າງແຕ່ລະກົນໄກຮ່ວມມືຕື່ມອີກ. ປະຈຸບັນ
ຂົງເຂດການຮ່ວມມືລະຫວ່າງ 10+3 ໄດ້ຂະຫຍາຍກວ້າງອອກເລື້ອຍໆ,ແລະໄດ້ສ້າງ
ກົນໄກຮ່ວມມືທ່ີສົມຄູ່ກັນ, ແຕ່ວ່າແຕ່ລະກົນໄກນັ້ນຍັງຕ້ອງເພີ່ມທະວີການປະສານງານ
ກັນຕື່ມ.ລະຫວ່າງສາມຈີນ ຍີ່ປຸ່ນແລະສາທາລະນະລັດເກົາຫລີສາມປະເທດນັ້ນກໍ່ຄວນ
ເພີ່ມທະວີການແລກປ່ຽນກ່ຽວກັບການຄືບໜ້າໃຜລາວກັບອາຊຽນ, ເພື່ອນຳໃຊ້ຊັບພະ
ຍາ ກອນທ່ີມີຈຳນວນຈຳກັດຢ່າງເຕັມສ່ວນ, ຊຸກຍູ້ການຮ່ວມມືໃຫ້ມີປະສິດຜົນຫລາຍ
ທ່ີສຸດເທົ່າທ່ີຈະຫລາຍໄດ້.

ສາມ:ໃຫ້ເອົາ 10+3 ເປັນຊ່ອງທາງຕົ້ນຕໍ, ຊຸກຍູ້ການຮ່ວມມືໃນພາກອາຊີຕາເວັນອອກ
ໃນກອງປະຊຸມຜູ່ນຳ 10+3 ຄັ້ງທີສາມທ່ີຈັດຂຶ້ນຢູ່ມານີລາເມື່ອປີ 1999, ໄດ້ປະກາດ
ຄຳຖະແຫລງການຮ່ວມກ່ຽວກັບການຮ່ວມມືຂອງອາຊີຕາເວັນອອກ, ໄດ້ກຳນົດການ
ຮ່ວມມືໃນອາຊີຕາເວັນອອກເປັນຈຸດຫມາຍຂອງການຮ່ວມມື 10+3. ຄຽງຄູ່ກັບ 10+3
ມີການຂະຫຍາຍຕົວນັ້ນ,ລະຫວ່າງປະເທດຕ່າງໆກໍ່ໄດ້ມີຄວາມຮັບຮູ້ຄືກັນຫລາຍຂຶ້ນ,
ສະຕິຮ່ວມມືກັນກໍ່ຄ່ອຍໆຈໍ່ຕົວຂຶ້ນ, ເພາະສະນັ້ນ, ຝ່າຍຈີນຈິ່ງສະຫນັບສະຫນູນໃຫ້ການ
ຮ່ວມມືອາຊີຕາເວັນອອກມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສະຫນັບສະຫນູນໃຫ້ອາ
ຊຽນສືບຕໍ່ເສີມຂະຫຍາຍບົດບາດສຳຄັນຕໍ່ໄປ.

ບາງຄວາມຄຶດກ່ຽວກັບການຮ່ວມມືລະຫວ່າງຈີນອາຊຽນໃນຕົ້ນສະຕະວັດໃຫມ່.

ວັນທີ 26 ກໍລະກົດປີ 2001, ໃນກອງປະຊຸມຈີນອາ-ຊຽນສົນທະນາກັນທ່ີຈັດຂຶ້ນຢູ່ຮ່າ
ໂນຍ,ທ່ານຖາງເຈ່ຍຊວນ ລັດຖະມົນຕີການຕ່າງປະເທດຈີນໄດ້ກ່າວຄຳປາໄສໂດຍ
ໄດ້ຄວາມຄຶດບາງຂໍ້ ກ່ຽວກັບການຮ່ວມມືລະຫວ່າງຈີນກັບອາຊຽນໃນຕົ້ນສະຕະວັດ
ໃຫມ່ ຄື:

ຫນຶ່ງ: ເພີ່ມເນື້ອໃນໃຫ້ແກ່ການພົວພັນຫມູ່ຄູ່ເປັນບ້ານໃກ້ເຮືອນຄຽງທ່ີຕ່າງມີຄວາມໄວ້
ເນື້ອເຊື່ອໃຈກັນໃຫ້ແໜ້ນຕື່ມແລະຍົກລະດັບການພົວພັນການເມືອງລະຫວ່າງສອງ
ຝ່າຍໃຫ້ສູງຂຶ້ນຕື່ມອີກ.ຝ່າຍຈີນສະຫນັບສະຫນູນນະໂຍບາຍສັນຕິພາບ ເສລີພາບ
ແລະເປັນກາງ ທ່ີອາຊຽນປະຕິບັດ, ມີທ່າທີຕັ້ງຫນ້າຕໍ່ການເຂົ້າຮ່ວມສົນທິສັນຍາມິດ
ຕະພາບແລະຮ່ວມມືກັນຂອງອາຊີອາຄະເນ. ຝ່າຍຈີນສະຫນັບສະຫນຸນຄວາມພະຍາ
ຍາມຂອງອາຊຽນເພື່ອສ້າງອາຊີອາຄະເນເປັນເຂດປອດນິວເຄຼຍ, ຫວັງໃຫ້ການເປິກ
ສາຫາລືກັນລະຫວ່າງອາຊຽນກັບຫ້າປະເທດທ່ີມີນິວເຄຼຍ ຈົ່ງໄດ້ກ້າວເຖິງຂັ້ນເປັນ
ເອກະສັນກັນໂດຍໄວເທົ່າທີ່ຈະໄວໄດ້,ຝ່າຍຈີນຈະຍາດແຍ່ງເຊັນສັນຍາດັ່ງກ່າວໂດຍ
ໄວເທົ່າທ່ີຈະໄວໄດ້.

ສອງ: ລົງເລິກເຮັດໃຫ້ການພົວພັນຮ່ວມມືທ່ີຕ່າງຝ່າຍຕ່າງມີຜົນປະໂຫຍດຄົບວົງຈອນ.
ຝ່າຍຈີນສະເຫນີວ່າ:ໂດຍຢູ່ບົນພື້ນຖານແຫ່ງການຮ່ວມມືສອງຕໍ່ສອງ,ອີງຕາມຈຸດ
ຫມາຍພັດທະນາແລະທ່າແຮງຂອງໃຜລາວລະຫວ່າງຈີນກັບອາຊຽນ, ແລ້ວໃຫ້ກຳນົດ
5 ຂົງເຂດໃຫຍ່ຄື ກະສິກຳ ການບຸກເບີກຊັບພະຍາກອນມະນຸດ ການຮ່ວມມືກັນບຸກ
ເບີກເຂດລ້ອງແມ່ນ້ຳຂອງ ໂທລະຄົມຂໍ້ມູນຂ່າວສານແລະການລົງທຶນແກ່ກັນເປັນຂົງ
ເຂດລົງທຶນຈຸດສຸມໃນການຮ່ວມມືລະຫວ່າງຈີນກັບອາຊຽນ ໃນຕົ້ນສະຕະວັດໃຫມ່,
ເພື່ອໂຮມສູນນຳໃຊ້ຊັບພະຍາກອນແລະກຳລັງຂອງສອງຝ່າຍໃຫ້ມີປະສິດທິຜົນກວ່າ
ເກົ່າ. ໃນຂົງເຂດທ່ີມີເງື່ອນໄຂແລະພື້ນຖານຂອງການຮ່ວມມືອ່າວດີແດ່ຄື ກະສິກຳ,
ຍັງສາມາດວາງແຜນການດຳເນີນງານກ່ຽວກັບການຮ່ວມມືໄລຍະກາງແລະໄລຍະ
ຍາວອີກດ້ວຍ.

ສາມ: ເພີ່ມທະວີການປະສານງານແລະຮ່ວມມືກັນໃນວຽກງານສາກົນແລະວຽກງານ
ພາກພື້ນ.ສອງຝ່າຍຄວນເພີ່ມທະວີການຮ່ວມມື 10+3 ເປັນພິເສດ, ຊຸກຍູ້ການຮ່ວມ
ມືໃນອາຊີຕາເວັນອອກໃຫ້ມີການຄືບຫນ້າຢ່າງບໍ່ຢຸດຢັ້ງ.ໃນຂົງເຂດຮັກສາຄວາມປອດ
ໄພທ່ີບໍ່ແມ່ນດັ້ງເດີມ ຄື ການປາບຢາເສບຕິດ ໂຈມຕີການຄ້າເຖື່ອນແລະຄົນຍ້າຍຖິ່ນ
ຢ່າງຜິດກົດຫມາຍເປັນຕົ້ນ, ຈີນກໍ່ຍິນດີຈະພ້ອມກັນກັບອາຊຽນດຳເນີນການຮ່ວມມື
ດ້ວຍຫລາຍຮູບການ,ແລະທຳຄວາມພະ ຍາຍາມຢ່າງຕັ້ງຫນ້າຂອງຕົນ.ເດືອນສິງຫາ
ປີ 2001, ຈີນ ລາວ ມຽນມ້າແລະໄທໄດ້ຈັດກອງປະຊຸມປາບຢາເສບຕິດຂັ້ນລັດຖະ
ມົນຕີຢູ່ປັກກິ່ງ. ຈີນອາຊຽນທັງສອງຝ່າຍຍັງມີຊ່ອງຫວ່າງຮ່ວມມືກັນຢ່າງກວ້າງຂວາງ
ໃນຂົງເຂດວັດທະນະທຳແລະຂ່າວຄາວເປັນຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>