ກອງປະຊຸມສຸດຍອດອາຊຽນ

(GMT+08:00) 2008-07-09 14:59:49 cri
-----------------------------------------------------------------------------------------------------------------

ຊື່ພາສາອັງກິດ:asean and summit meetings

ລວມທັງ:ກອງປະຊຸມສຸດຍອດຢ່າງເປັນທາງການຂອງອາຊຽນ ກອງປະຊຸມສຸດຍອດ
ອາຊຽນທີ່ບໍ່ເປັນທາງການ ການພົບປະສຸດຍອດລະຫວ່າງອາຊຽນກັບປະເທດຈີນ ຍ່ີ
ປຸ່ນແລະສາທາລະນະລັດເກົາຫລີ,ແລະກອງປະຊຸມທີ່ບໍ່ເປັນທາງການຂອງຜູ້ນຳອາ
ຊຽນ--ຈີນ

ກອງປະຊຸມສຸດຍອດເປັນທາງການຂອງອາຊຽນ

ກອງປະຊຸມສຸດຍອດຄັ້ງທີນ່ຶງໄດ້ຈັດຂຶ້ນຢູ່ເກາະບາຫຼີແຫ່ງອິນໂດເນເຊຍແຕ່ວັນທີ 23
ຫາ ວັນທີ24 ກຸມພາເມື່ອປີ 1976 ,ກອງປະຊຸມໄດ້ເຊັນເອກະສານສອງສະບັບຄື:
ສົນທິສັນຍາມິດຕະພາບແລະການຮ່ວມມືຂອງອາຊີອາຄະເນ
(treat of amity and cooperation in southeastasia ) ໄດ້ກ່າວເນັ້ນ ໃຫ້ດຳເນີນການຮ່ວມມືຢ່າງມີປະສິດທິຜົນກັບບັນດາປະເທດອາຊຽນຢູ່ບົນພື້ນຖານ
ທີ່ໂຄລົບເອກະລາດ ແລະອະທິປະໄຕ ຕ່າງບໍ່ແຊກແຊງວຽກງານພາຍໃນຂອງກັນ
ແລະແກ້ໄຂກໍລະນີພິພາດໂດຍສັນຕິ,ຄຳຖະຖະແຫຼງການໃຫ້ປະສານງານເປັນເອກະ
ສັນກັນຂອງສະມາຄົມປະເທດອາຊີອາຄະເນ(declaration of asean concord )
ເຊ່ິງມີຊື່ນ່ຶບງອີກເອີ້ນວ່າຄຳຖະແຫຼງການບາຫີຼ,ໄດ້ກຳນົດຫລັກການຊີ້ນຳຂອງອາຊຽນ
ໃນການພົວພັນເສດຖະກິດ ສັງຄົມແລະວັດທະນະທຳ.

ກອງປະຊຸມສຸດຍອດຄັ້ງທີສອງໄດ້ຈັດຂຶ້ນຢູ່ກົວລາລຳເປີແຕ່ວັນທີ 4 ຫາວັນທີ 5 ສິງ
ຫາເມື່ອປີ 1977 ,ກອງປະຊຸມໄດ້ກ່າວເນັ້ນຫນັກເຖິງທິດທາງແຫ່ງຄວາມສາມັກຄີແລະ
ການຮ່ວມມືຂອງອາຊຽນອະນຸມັດໃຫ້ອາຊຽນແຜ່ຂະຫຍາຍແຜນການຮ່ວມມືເສດຖະ
ກິດໃນພາກພື້ນ.ເຫັນດີໃຫ້ເພ່ີມທະວີການສົນທະນາແລະການຮ່ວມມືລະຫວ່າງອາຊຽນ
ກັບອາເມລິກາ ຍ່ີປຸ່ນ ອົສຕຼາລີ ນູແວນເຊລັງແລະປະຊາຄົມເອີລົບ.

ກອງປະຊຸມສຸດຍອດຄັ້ງທີສາມໄດ້ໄຂຂຶ້ນຢູ່ມານີລາ ແຕ່ວັນທີ 14 ຫາວັນທີ 15 ທັນ
ວາ ປີ 1978,ກອງປະຊຸມໄດ້ເຊັນຄຳຖະແຫຼງການມານີລາ(manila declaration 1987)
ແລະເອກະສານດ້ານເສດຖະກິດ 4 ສະບັບ ແລະຍັງປະກາດຖະແຫຼງຂ່າວອີກດ້ວຍ.

ກອງປະຊຸມສຸດຍອດຄັ້ງທີ 4 ໄດ້ໄຂຂຶ້ນຢູ່ສິງກະໂປແຕ່ວັນທີ 27 ຫາວັນທີ 28 ມັງ
ກອນ ປີ 1992 ,ກອງປະຊຸມໄດ້ເຊັນຄຳຖະແຫຼງການສິງກະໂປປີ 1992 ແລະສັນຍາ
ຮ່ວມມືວ່າດ້ວຍການເພ່ີມທະວີເສດຖະກິດຂອງອາຊຽນ.ລັດຖະມົນຕີເສດຖະກິດຂອງ
6 ປະເທດອາຊຽນຍັງໄດ້ເຊັນສັນຍາດ່ານພາສີໃຫ້ບູລິມະສິດທ່ົວໄປຢ່າງມີປະສິດທິຜົນ
(cept)ເພື່ອແຜ້ວທາງໃຫ້ແກ່ການສ້າງເຂດການຄ້າເສລີອາຊຽນ(AFTA)ໄດ້ຕົກລົງ
ແຕ່ນີ້ຕໍ່ໄປໃຫ້ຈັດກອງປະຊຸມສຸດຍອດຢ່າງເປັນທາງການ 3 ປີໃດເທື່ອນ່ຶງຖ້າມີຄວາມ
ຈຳເປັນຍັງສາມາດຈັດກອງປະຊຸມສຸດຍອດທີ່ບໍ່ເປັນທາງການໃນໄລຍະດ່ັງກ່າວນີ້,ນອກ
ນີ້,ເພື່ອປະສານໃຫ້ກົມກຽວກັນແລະປະຕິບັດແຜນການເຂດການຄ້າເສລີຂອງອາຊຽນ,
ອາຊຽນຈ່ິງຕົກລົງຍຸບ 5 ຄະນະກຳມະການເສດຖະກິດເດີມ, ແລ້ວສ້າງຕັ້ງຄະນະມຸນຕີ
ຂັ້ນລັດຖະມົນຕີທີ່ມີປະສິດທິຜົນຫຼາຍກວ່າເກົ່າ,ພ້ອມກັນນັ້ນ,ຍັງຍົກສຳນັກເລຂາທິການ
ຂອງອາຊຽນຂຶ້ນເປັນຂັ້ນລັດຖະມົນຕີ,ເຮັດໃຫ້ອົງການດ່ັງກ່າວຍ່ິງມີອິດທິພົນສູງກວ່າ
ເກ່ົາ.ກອງປະຊຸມຍັງຕົກລົງວ່າ,ອາຊຽນຈະສ້າງເຂດການຄ້າເສລີໃຫ້ປະກົດຜົນເປັນຈິງ
ພາຍໃນ 15 ປີ.ເລ່ີມແຕ່ວັນທີ 1 ມັງກອນ ປີ 1993 ເປັນຕົ້ນມາ,ຈະຫຸຼດຄ່າພາສີຂອງ
3 ປະເພດໃຫຍ່ລວມມີຜະລິດຕະພັນ 15 ຢ່າງ ຄື:ຜະລິດຕະພັນອຸດສາຫະກຳ ຜະລິດ
ຕະພັນປຸງແຕ່ງກະສິກຳແລະເຄື່ອງປະກອບການຜະລິດແຕ່ 5% ຫາ 10%ເປັນລຳດັບ
ສູງສຸດບໍ່ໃຫ້ກາຍ20%(ໃນເດືອນຕຸລາ ປີດຽວກັນນັ້ນ, ໃນກອງປະຊຸມລັດຖະມົນຕີເສດ
ເຖະກິດອາຊຽນ,ໄດ້ແກ້ໄຂຄວາມເຫັນທີ່ຂັດກັນໃນບັນຫາບັນຊີຜະລິດຕະພັນ,ໄດ້ກຳ
ນົດຫຼຸດຄ່າພາສີບໍ່ໃຫ້ລື່ນ 5% ພາຍໃນ 15 ປີຂ້າງຫນ້າ. ຄ່າພາສີຂອງຜະລິດຕະພັນ15
ຊະນິດແຕ່ສ່ິງປ່ັນທໍ່ຮອດຊີມັງຈະໃຫ້ຫຼຸດລົງເທື່ອລະເລັກລະນ້ອຍ, ຈະຫຼຸດໄລຍະຈາກ
15 ປີລົງເປັນ 10 ປີ)

ກອງປະຊຸມສຸດຍອດຄັ້ງທີ 5 ໄດ້ຈັດຂຶ້ນຢູ່ບາງກອກນະຄອນຫຼວງຂອງໄທແຕ່ວັນທີ
14 ຫາ ວັນທີ 15 ທັນວາ ປີ 1995,ຫົວຫນ້າລັດຖະບານຂອງ 7 ປະເທດອາຊຽນໄດ້
ເຊັນອະນຸສັນຍາສະບັບດັດແກ້ຂອງສັນຍາໂຄງຮ່າງກ່ຽວກັບການເພ່ີມທະວີການຮ່ວມ
ມືເສດຖະກິດອາຊຽນ(PROTOCoL TOAMEND THEFRAMEWORK
AGREEMENT ON ENHANCING ASEAN ECONOMIC
COOPERATION )ບັນດາລັດຖະມົນຕີອາຊຽນໄດ້ເຊັນເອກະສານ 8 ສະບັບ
ເຊ່ັນ:ອະນຸສັນຍາສະບັບດັດແກ້ຂອງສັນຍາດ່ານພາສີໃຫ້ບູລິມະສິດທ່ົວໄປຢ່າງມີປະ
ສິດທິຜົນຂອງ ເຂດການຄ້າເສລີອາຊຽນ,ສັນຍາໂຄງຮ່າງວ່າດ້ວຍວຽກບໍລິການຂອງ
ອາຊຽນ ສັນຍາໂຄງຮ່າງວ່າດ້ວຍສິດຊັບສິນທາງປັນຍາຂອງອາຊຽນ,ແລະອະນຸສັນ
ຍາສະບັບດັດແກ້ຂອງສັນຍາການຄ້າໃຫ້ບູລິມະສິດພິເສດເປັນຕົ້ນ,ຫົວຫນ້າລັດຖະ
ບານຂອງ 7 ປະເທດຂອງອາຊຽນເຊ່ັນ:ກຳປູເຈຍ ລາວແລະມຽນມ້າຕ່າງຕາງຫນ້າ
ລັດຖະບານຂອງຕົນໄດ້ເຊັນສົນທິສັນຍາາຊີອາຄະເນເປັນເຂດປອດນິວເຄຼຍຂອງອາຊີ
ອາຄະເນ,ຄຳຖະແຫຼງການບາງກອກທີ່ໄດ້ປະກາດອອກຫລັງຈາກກອງປະຊຸມໄດ້ອັດ
ລົງໄດ້ຮຽກຮ້ອງໃຫ້ອາຊຽນຂະຫຍາຍເປັນອົງການ 10 ປະເທດໃນອາຊີອາຄະເນເຂົ້າ
ມາຫມົດໃນເວລາກ້າວເຂົ້າສູ່ສະຕະວັດທີ 21 ,ແລະຕົກລົງເລື່ອນຂັ້ນໃຫ້ອິນເດຍເປັນ
ປະເທດຄູ່ສົນທະນາ,ຫົວຫນ້າລັດຖະບານອາຊຽນຍັງຕົກລົງຈັດກອງປະຊຸມສຸດຍອດ
ທີ່ບໍ່ເປັນທາງການປີນ່ຶງເທື່ອນ່ຶງແຕ່ກອງປະຊຸມສຸດຍອດເທື່ອນີ້ເປັນຕົ້ນໄປ,ເພື່ອປະ
ສານຫລັກຫມັ້ນພາຍໃນໃຫ້ກົມກຽວກົນ.

ກອງປະຊຸມສຸດຍອດຄັ້ງທີ 6 ໄດ້ຈັດຂຶ້ນຢູ່ຮາໂນ້ຍນະຄອນຫຼວງຂອງຫວຽດນາມແຕ່
ວັນທີ 15 ຫາ ວັນທີ 16 ທັນວາ ປີ 1998,ກອງປະຊຸມໄດ້ຕົກລົງຮັບເອົາກຳປູເຈຍ
ເປັນປະເທດສະມາຊິກທີ 10 ຂອງອາຊຽນ,ກອງປະຊຸມໄດ້ຜ່ານເອກະສານຈຳນວນນ່ຶງ
ທີ່ມີແນໃສ່ຊຸກຍູ້ອາຊຽນເພ່ີມທະວີການຮ່ວມມືດ້ານເສດຖະກິດການເມືອງແລະຄວາມ
ປອດໄພເຊ່ັນ:ຄຳຖະແຫຼງການຮາໂນ້ຍ ໂຄງການດຳເນີນງານຮາໂນ້ຍ,ຖະແຫຼງການ
ວາງມາດຕະການດ້ວຍຄວາມອາດຫານເປັນຕົ້ນ,ຄຳຖະແຫຼງການຮາໂນ້ຍໄດ້ຮຽກຮ້ອງ
ປະເທດທີ່ກ່ຽວຂ້ອງແລະອົງການການເງິນສາກົນຈ່ົງສືບຕໍ່ໃຫ້ການຊ່ອຍເຫຼືອແກປະ
ເທດທີ່ການໂຈມຕີຈາກວິກິດການການເງິນແລະຊ່ອຍເຫຼືອປະເທດເຫຼ່ົານີ້ຟື້ນຟູການ
ເພ່ີມຂຶ້ນດ້ານເສດຖະກິດ,ຄຳຖະແຫຼງການຍັງສະແດງວ່າ,ອາຊຽນຈະອອກແຮງເຮັດ
ໃຫ້ການຄ້າແລະການລົງທຶນຫັນເປັນເສລີ,ສະແຫວງຫາເລ່ັງລັດສ້າງເຂດການຄ້າເສ
ລີຂອງອາຊຽນໂດຍໄວ,ເລ່ັງລັດປະຕິບັດແຜນການຮ່ວມມືອຸດສາຫະກຳຂອງອາຊຽນ
ໃຫ້ໄວເຂົ້າ.ແລະຜ່ານການສ້າງເຂດການລົງທຶນຂອງອາຊຽນເພືອດູດດຶງເອົາທຶນຕ່າງ
ປະເທດໃຫ້ໄດ້ຫຼາຍກວ່າເກ່ົາ,ເພື່ອປົວແປງສະພາບແວດລ້ອມການຄ້າແລະການລົງ
ທຶນໃຫ້ດີຂຶ້ນນັ້ນ,ອາຊຽນຈະໃຊ້ມາດຕະການດ້ວຍຄວາມອາດຫານ,ສ້າງເງື່ອນໄຂທີ່
ມີບູລິມະສິດສະດວກພິເສດໃຫ້ແກ່ນັກທຸລະກິດແລະຜູ້ລົງທຶນ.

ກອງປະຊຸມສຸດຍອດຄັ້ງທີ 7 ໄດ້ຈັດຂຶ້ນຢູ່ເມືອງເຊລີເບກາວັນ ນະຄອນຫຼວງຂອງບຼູ
ໄນແຕ່ວັນທີ 5 ຫາ ວັນທີ6 ພະຈິກ ປີ 2001,ຜູ້ນຳອາຊຽນໄດ້ພິຈາລະນາບົດລາຍ
ງານໄລຍະກາງກ່ຽວກັບແຜນການດຳເນີນງານຮ່າໂນ້ຍ,ແລະກຳນົດໂຄງການໃຫ້ບູລິ
ມະສິດຮ່ວມມືສະບັບໃຫມ່,ໃນນັ້ນລວມທັງ,ຫັນພາກພື້ນອາຊຽນເປັນເອກະພົບດຽວ
ການພັດທະນາຂໍ້ມູນຂ່າວສານ ເຕັກນິກໂທລະຄົມສື່ສານແລະຊັບພະຍາກອນມະນຸດ,
ບັນດາຜູ້ນຳຍັງເຫັນດີໃຫ້ສ້າງຕັ້ງຄະນະມຸນຕີໃຫ້ການເປີກສາການຄ້າອາຊຽນ,ແລະ
ກະຕຸກຊຸກຍູ້ວິສາຫະກິດເອກະຊົນຈັດກອງປະຊຸມສຸດຍອດການຄ້າອາຊຽນຕາມເວລາ
ກຳນົດແຕ່ປີ 2002 ເປັນຕົ້ນໄປ,ແລະເຫັນດີໃຫ້ໃຊ້ລະບົບບູລິມະສິດພິເສດທ່ີຫັນອາ
ຊຽນເປັນເອກະພົບດຽວກັນໃນຕົ້ນປີ 2002,ເຮັດໃຫ້ປະເທດສະມາຊິກໃຫມ່ຄື:ຫວຽດ
ນາມ ລາວກຳປູເຈຍແລະມຽນມ້າສາມາດເຂົ້າສູ່ຕະຫຼາດສະມາຊິກອາຊຽນອື່ນໆ
ທ່ີອ່າວພັດທະນາແດ່ໂດຍບໍ່ຕ້ອງເສຍພາສີໃຫ້ເພ່ີມທະວີການຮ່ວມມືໃນຫຼາຍຂົງເຂດ,
ລວມທັງ:ພະລັງງານ ການທ່ອງທ່ຽວກະສິກຳແລະໂທລະຄົມ,ກອງປະຊຸມຍັງຕ່າງໄດ້
ອອກຄຳຖະແຫຼງການຂອງຜູ້ນຳອາຊຽນກ່ຽວກັບບັນຫາລັດທິກ່ໍການຮ້າຍແລະບັນຫາ
ໂລກເອດ.

ກອງປະຊຸມສຸດຍອດອາຊຽນຄັ້ງທີ 8 ໄດ້ຈັດຂຶ້ນຢູ່ພະນົມເປັນ ນະຄອນຫຼວງຂອງກຳ
ປຸູເຈຍແຕ່ວັນທີ 4 ຫາ ວັນທີ 5 ພະຈິກ ປີ 2002,ຜູ້ນຳ 10 ປະເທດອາຊຽນໄດ້ຫາລື
ບັນຫາພາກພື້ນກໍຄືສາກົນທີ່ສົນໃຈນຳກັນເຊ່ັນ:ການຫັນອາຊຽນເປັນເອກະພົບດຽວ,
ການໂຈມຕີລັດທິກໍ່ການຮ້າຍເປັນຕົ້ນ.ແລ້ວກ້າວເຖິງຂັ້ນມີຄວາມຮັບຮູ້ຄືນກັນ,ຜູ້ນຳ
ປະເທດສະມາຊິກອາຊຽນໄດ້ເຊັນສັນຍາການທ່ອງທ່ຽວອາຊຽນ,ແນໃສ່ຊຸກຍູ້ການທ່ອງ
ທ່ຽວອາຊຽນໃຫ້ມີການພັດທະນາຕ່ືມອີກ,ປະເທດຈີນຍັງເຂົ້າຮ່ວມສັນຍາການຂົນສ່ົງ
ໂດຍສະດວກໃນອະນຸພາກພື້ນແມ່ນ້ຳຂອງ,ແລະສັນຍາການຄ້າພະລັງງານໄຟຟ້າລະ
ຫວ່າງລັດຖະບານ,ແລະປະກາດຍົກເວັ້ນເກັບພາສີຕໍ່ສິນຄ້າສ່ວນໃຫຍ່ຂອງລາວ ກຳ
ປູເຈຍແລະມຽນມ້າທີ່ສ່ົງເຂົ້າຂາຍຢູ່ປະເທດຈີນແຕ່ປີ 2004 ເປັນຕົ້ນໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>