ສັບປະດາ​ແລກປ່ຽນ​ການ​ສຶກສາລະ​ຫວ່າງ​ຈີນ​ປະ​ເທດ​ອາຊ​ຽນຄັ້ງ​ທຳ​ອິດ​​ໄຂ​ຂຶ້ນ

(GMT+08:00) 2008-07-27 17:43:13 cri
-----------------------------------------------------------------------------------------------------------------

ວັນ​ທີ 26 ກໍລະກົດ​ນີ້, ສັບປະດາ​ແລກປ່ຽນ​ການ​ສຶກສາລະ​ຫວ່າງ​ຈີນ​ກັບປະ​ເທດ​ອາຊ​ຽນຄັ້ງ​ທຳ​ອິດ​ໄດ້​ໄຂ​ຂຶ້ນຢູ່​ນະຄອນ​ກຸ້ຍ​ຢາງ​ທີ່​ພາກ​ຕາ​ເວັນຕົກ​ສຽງ​ໃຕ້​ຂອງ​ຈີນ. ​ເຈົ້າ​ໜ້າ​ທີ່​ມາ​ຈາກ​ກະຊວງ​ສຶກສາ​ທິການ​ຈີນ ອົງການ​ຢູ​ເນສ​ໂກ ກອງເລຂາ​ອາຊ​ຽນ, ມະ​ຫາ​ວິທະຍາ​ໄລ 33 ​ແຫ່ງ​ຂອງ 7 ປະ​ເທດ​ອາຊ​ຽນ​ແລະ ມະ​ຫາ​ວິທະຍາ​ໄລ 18 ​ແຫ່ງ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ​ສັບປະດາ​ແລກປ່ຽນ​ການ​ສຶກສາ.

ທ່ານ​ຈ່ຽງຊິນ​ເຊີ້​ນ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງສຶກສາທິການ​ຈີນ​ຊີ້​ອອກວ່າ, ຈີນ​​ກັບປະ​ເທດ​ອາຊ​ຽນ​ເປັນ​ປະ​ເທດ​ໃກ້​ຄຽງ. ປະຈຸ​ບັນ, ​ແຕ່​ລະ​ປີມີ​ນັກ​ສຶກສາ​ອາ​ຊຽນ 6 ໝື່ນ​ກວ່າ​ຄົນມາຮຽນ​ຢູ່​ຈີນ​. ສັບປະດາ​ແລກປ່ຽນ​ການ​ສຶກສາ​ຄັ້ງ​ທຳ​ອິດ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

​ເດືອນ​ມັງກອນ​ປີ 2007, ຈີນ​ກັບ​ອາ​ຊຽນ​ໄດ້​ເຊັນ"ສັນຍາ​ການ​ຄ້າ​ບໍລິການ", ​ໃນ​ນັ້ນ​ກໍ​ລວມທັງ​ການ​ເປີດ​ປະຕູ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກາ​ນສຶກສາ, ​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ດີກ​ວ່າ​ເກົ່າ​ໃຫ້​ແກ່​ການ​ຍົກ​ສູງ​ການ​ຮ່ວມ​ມື​ການ​ສຶກສາ. ​ໃນ​ຫຼາຍ​ປີ​ມາ​ນີ້, ການ​ແລກປ່ຽນ​ແລະການຮ່ວມ​ມື​​ໃນ​ດ້ານ​ການ​ສຶກສາລະ​ຫວ່າງມະ​ຫາ​ວິທະຍາ​ໄລຈີນ​ກັບປະ​ເທດ​ອາຊີ​ອາຄະ​ເນ​ຈຳນວນ​ໜຶ່ງ​ນັບ​ມື້​ນັບ​ຂະຫຍາຍ​ກວ້າງ​ອອກ. ທ່ານ​ນາງ​ຫວງ​ເວ​ອີ້ ອະທິການ​ບໍດີ​ຂອງ​ມະຫາວິທະຍາ​ໄລ​ກວາ​ງຊີບ​ອກ​ນັກ​ຂ່າວ​ວ່າ, ​ມະຫາວິທະຍາ​ໄລ​ກວາງຊີ​ໄດ້​ສ້າງ​ກົນ​ໄກ​ຮັບຮອງ​ຄະ​ແນນ​ຂອງ​ນັກ​ສຶກສາ​ກັບ​ມະຫາວິທະຍາ​ໄລ​ໄຮ​​ໂຟງ, ສະໜອງ​ການ​ອົບຮົມ​ໄລຍະ​ສັ້ນ​ໃຫ້​ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລສົງ​ໄຄຼສາ​ກາ​ພູ​ກິດ, ​ແລກປ່ຽນ​ນັກ​ສຶກສາ​ກັບ​ມະຫາວິທະຍາ​ໄລ​ຊຸຣາບາ​ຢາ​ຂອງ​ອິນ​ໂດ​ເນ​ເຊຍ, ​ຍັງ​ໄດ້ພ້ອມ​ກັບມະ​ຫາ​ວິທະຍາ​ໄລ​ສວນ​ຕຸ​ສິດ ຣາຈາ​ຮັດສ້າງ​ສະ​ຖາ​ບັນ​ຂົງຈື້.

ທ່ານຊຸງ​ກຳ​ໂກ ຫົວໜ້າ​ສະ​ຖາ​ບັນ​ສິລະ​ປະກຳມາ​ເລ​ເຊຍ​ທີ່​ມາ​ເຂົ້າຮ່ວມສັບປະດາ​ແລກປ່ຽນ​ການ​ສຶກສາ​ເທື່ອ​ນີ້​ກ່າວ​ວ່າ, "​ໃນ​ເມືອ​ກ່ອນ, ພວກ​ຂ້າພ​ະ​ເຈົ້າ​ເອົາ​ຈຸດ​ໜັກ​ການ​ຮ່ວມ​ມື​ສາກົນ​ຢູ່​ເອີ​ລົບ​​ແລະ​ອາ​ເມ​ລິ​ກາ, ​ແຕ່​ປັດຈຸບັນ​ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ​ຄວນ​ຫັນສາຍຕາມາ​ໃສ່ຈີນ​ແລະ​ປະ​ເທດ​ອາ​ຊຽນອື່ນໆ​ຫຼາຍ​ກວ່າ​ເກົ່າ."

ຕາມ​ຂ່າວ​ແຈ້ງວ່າ, ສັບປະດາເທື່ອ​ນີ້​ມີ​ກິດຈະກຳ​ຕ່າງໆ​ຄື"​ເວທີ​ປຶກສາ​ຫາລື​ອະທິການ​ບໍດີ​ຈີນ​ອາຊ​ຽນ""ກອງ​ປະຊຸມ​ຮ່ວມ​ມື​ການ​ສຶກສາ​ຊັ້ນ​ສູງ​ຈີນ​ອາຊ​ຽນ""ງານ​ວາງສະ​ແດງ​ການ​ສຶກສາ​ຈີນ​ອາຊ​ຽນ""​ແລະ"ງານ​ສິລະ​ປະຊາວ​ໜຸ່ມ​ຈີນ​ອາຊ​ຽນ"​ເປັນ​ຕົ້ນ, ​ແລະ​ຈະ​ເປີດ"​​ແວັບ​ໄຊ​ຂໍ້​ມູນ​ຂ່າວສານ​ການ​ສຶກສາ​ຈີນ​ອາຊ​ຽນ" ​ແລະຈະ​ຜ່ານຮັບຮອງ"ຖະ​ແຫຼ​ງການ​ກຸ້ຍ​ຢາງ"ທີ່​ມີ​ຈຸ​ປະສົງ​ຍົກ​ສູງ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາລະ ຫວ່າງ​ສອງ​ຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>