ການ​ຕັດ​ສິນ​ລົງ​ໂທດ​ພັນ​ລະ​ຍາ​ຂອງ​ທ່ານ​ທັກສິນ​ເປັນ​ສັນຍານ​ເຕືອນ​ເຖິງ​ຜູ້​ເປັນ​ສາມີ

(GMT+08:00) 2008-08-01 15:47:54 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ31 ກໍລະກົດ​ນີ້,ສານ​ອາຍາ​ໄທ​ໄດ້​ຕັດ​ສິນ​ລົງ​ໂທດນາງ​ພົດຈະມານ ຊິນນະ​ວັດ ພັນ​ລະ​ຍາ​ຂອງ​ທ່ານທັກສິນ ຊິນນະ​ວັດ ອະດີດ​ນາຍົກລັດຖະມົນຕີ​ໄທ​ວ່າ​ມີ​ຄວາມ​ຜິດ,​ ດ້ວຍ​ການ​ຕັດ​ອິດ​ສະຫຼະ​ພາບ3​ປີ. ການ​ຕັດສິນ​ດັ່ງກ່າວ​ແມ່ນ​ການ​ກ່າວ​ຟ້ອງລາຍ​ທຳ​ອິດທີ່​ແນ​ໃສ່​ທ່ານ​ທັກສິນ​ແລະ​ສະມາຊິກ​ຄອບຄົວ​ຂອງ​ທ່ານ.

ໜັງສື​ຕັດ​ສິນ​ຂອງ​ສານ​ອາຍາ​ໄທ​ຂຽນ​ວ່າ, ປີ 1997, ນາງ​ພົດຈະມານ​ໄດ້​ມອບ​ຫຸ້ນ​ສ່ວນ​ຂອງ​ບໍລິສັດ ຊີວະ​ນັດ​ໃຫ້​ທ່ານ ບັນນະ​ພົດ ດາ​ມາ​ພົງ ທີ່​ເປັນ​ອ້າຍ​ຕ່າງ​ມານ​ດາເປັນ​ຂອງຂວັນ, ສະ​ນັ້ນ​ໄດ້ຫຼີກ​ລ່ຽງ​ການ​ເສຍອາກອນ546ລ້ານ​ບາດ(ຫຼື​ປະມານ 16 ລ້ານ 3 ​ແສນ​ໂດ​ລາ). ນາງ​ພົດຈະມານ​ໃນ​ຖານະ​ເປັນ​ສາທາລະນະ​ຊົນ​ຄວນ​ຖືກ​ລົງ​ໂທດ, ສະ​ນັ້ນ​ຈິ່ງຕັດສິນລົງໂທດ​ຕັດ​ອິດ​ສະຫຼະ​ພາບ 3​ ປີ. ທ່ານ​ບັນນະ​ພົດ​ແລະ​ນາງການຈະ​ນາພາ ຫົງ​ເຫີ​ນ​ ​ເລຂາສ່ວນຕົວຂອງ​ນາງ​ພົດຈະມານ​, ກໍໄດ້​ຖືກ​ຕັດສິນລົງໂທດ​ຕັດ​ອິດສະຫຼະພາບ 3 ປີ​ແລະ 2 ປີ.

ພາຍຫຼັງ​ສານ​ປະກາດ​ການ​ຕັດສິນ​ແລ້ວ​, ​ຈຳ​ເລີຍທັງ 3 ຄົນ​ຕ່າງ​ໄດ້​ຈ່າຍ​ເງິນ​ປະກັນ​ຕົວ 5 ລ້ານ​ບາດ​ແລ້ວ​ໄດ້​ຮັບ​ການ​ປ່ອຍ​ຕົວ. ຄະ​ຕີ​ນີ້​ສາມາດ​ຍື່ນ​ອຸທອນ​ໄດ້ພາຍໃນ 30 ວັນ. ​ເຖິງ​ແມ່ນ​ວ່າ​ນາງ​ພົດຈະມານ​ອາດຈະມີໂອກາດ​ຕິດ​ຄຸກ​ນ້ອຍ​ທີ່​ສຸດກໍຕາມ, ຂະ​ບວນການ​ຕັດສິນ​ຄະ​ຕີ​ອີກ​ອາດ​ຈະ​ແກ່ຍາວເປັນ​ເວລາ​ຫຼາຍ​ປີ, ​ແຕ່​ວ່າ​ຄະດີຂອງນາງ​ພົດຈະມານ​ຫຼີກ​ລ່ຽງອາກອນແລະ​ຖືກ​ຕັດສິນວ່າ​ມີ​ຄວາມ​ຜິດ, ກໍ​ໄດ້​ສົ່ງ​ສັນຍານ​ຄື, ຄະດີ​ທ່ານ​ທັກສິນ​ສໍ້​ລາດ​ບັງ​ຫຼວງ​ຈະ​ກ້າວ​ໄປ​ສູ່​ທິດ​​ທີ່​ບໍ່​ມີ​ຜົນ​ດີ​ຕໍ່​ທ່ານ​ເອງເຊັ່ນກັນ.

​ເຖິງ​ວ່າ​ພາຍຫຼັງ​ເກີດ​ລັດຖະປະຫານ​ກເມື່ອ​ເດືອນ​ກັນຍາ​ປີ 2006, ທ່ານ​ທັກສິນ​ໄດ້​​ຫ່າງ​ເຫີ​ນ​ຈາກ​ວົງ​ການ​ການ​ເມືອງ​ໄທ, ​ແຕ່​ອິດ​ທິພົນ​ທາງການ​ເມືອງ​ຂອງ​ທ່ານ​ຍັງ​ບໍ່​ໄດ້​ສູນຫາຍ​ໄປ.

ຍ້ອນ​ວ່າ​ລັດຖະບານ​ຂອງ​ທ່ານສະໝັກ ສຸນ​ທຳ​ລະ​ເວດ​ຢາກ​ດັດ​ແກ້​ລັດຖະທຳ​ມະ​ນູນ, ນັບ​ແຕ່​ວັນ​ທີ 25 ພຶດສະພາ​ມາ​ນີ້, ພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາທິປະ​ໄຕ​ທີ່​ປະກອບ​ດ້ວຍກຸ່ມແລະ​ປະຊາຊົນ​ທີ່ຄັດຄ້ານ​ທ່ານ​ທັກສິນ​ໄດ້​​ໂຮງ​ຊຸມນຸມ​ປະ​ທ້ວງ​ອີກ. ພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາທິປະ​ໄຕເຫັນ​ວ່າ, ​ຢູ່​ເບື້ອງ​ຫຼັງ​ຂອງ​ລັດຖະບານ​ສະໝັກ​ແມ່ນ​ທ່ານ​ທັກສິນ​ເປັນ​ຜູ້​ຄວບ​ຄຸມ, ການ​ດັດ​ແກ້​ລັດຖະທຳ​ມະນູ​ນກໍ​​ເພື່ອ​ໃຫ້​ທ່ານ​ທັກສິນ​ລອດ​ພົ້ນ​ຈາກ​ການ​ຕັດສິນ​ອາຍາ, ສະ​ນັ້ນ​​ເຂົາ​​ເຈົ້າ​ເຫັນ​ວ່າ​ທ່ານ​ສະໝັກ​"ຕົວ​ແທນຂອງ​ທ່ານ​ທັກສິນ"ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ​ໃນ​ສະພາຜູ້​ແທນລາ​ຊະ​ດອນ, ລັດຖະບານ​ສະໝັກ​ກໍປະ​ເຊີນ​ກັບ​ການ​ຕິຕຽນ​ຢ່າງ​ຮຸນ​ແຮງຈາກພັກ​ຝ່າຍ​ຄ້ານ. ຍ້ອນ​ລັດຖະບານ​ສະໝັກ​ຕົກ​ຢູ່​​ໃນສະພາບ​ການ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ, ​ແລະຫາງ​ສຽງ​ໃຫ້​ຕັດສິນ​ຄະດີ​ທ່ານ​ທັກສິນ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ທ່ຽງ​ທຳ​ຈາກ​ສັງຄົມ​ນັບ​ມື້​ນັບ​ດັງ​ຂຶ້ນ, ການ​ຕັດສິນ​ຄະດີຂອງ​ທ່ານ​ທັກສິນ​ກໍ​ໄດ້​ກາຍ​ເປັນ​ເລື່ອງ​ສຳຄັນ​ທີ່​ມີ​ຜົນ​ສະທ້ອນ​ຕໍ່​ສະພາບ​ການ​ເມືອງ​ຂອງ​ໄທ.

ການ​ຕັດສິນ​ຄະ​ຕີ​ນາງ​ພົດຈະມານ​ຫຼີກ​ລ່ຽງ​ການ​ເສຍ​ອາກອນ, ສຳ​ລັບ​ທ່ານ​ທັກສິນ​ແລະ​ຄອບຄົວ​ຂອງ​ທ່ານ​ກໍ​ຄື​ສັນຍານ​ເຕືອນ. ສື່​ມວນ​ຊົນ​​ໄທ​ເຫັນ​ວ່າ, ​ໃນ​ຂະ​ບວນການ​ຕັດສິນ​ຄະ​ດີ​ກ່ຽວ​ກັບ​ທ່ານ​ທັກສິນ, ທ່ານ​ທັກສິນ​ຕ້ອງ​ຮັບ​ມື​ຢ່າງ​ລະມັດລະວັງ, ຖ້າ​ບໍ່​ດັ່ງ​ນັ້ນ​ອະດີ​ດນາຍົກລັດຖະມົນຕີຜູ້ນີ້​ອາດ​ຈະ​ຖືກ​ຕິດ​ຄຸກກໍ່​ເປັນ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>