ຄະນະ​ນັກ​ກິລາ​ລາວ​ເດີນທາງ​ມາ​ຮອດ​ປັກ​ກິ່ງ

(GMT+08:00) 2008-08-05 13:13:10 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ຕອນ​ເຊົ້າວັນ​ທີ 5 ສີ​ງຫາ​ນີ້, ຄະນະ​ນັກ​ກິລາ​ລາວ​​ເດີນທາງ​ມາ​ຮອດ​ສະໜາມ​ບິນ​ນະຄອນຫຼວງ​ປັກ​ກິ່ງ, ​ເລີ່​ມການ​ເຂົ້າ​ສູ່​ໂອ​ລິ​ມປິກ​ປັກ​ກິ່ງ​ຂອງ​ເຂົາ​ເຈົ້າ​ຢ່າງ​ເປັນ​ທາງ​ການ. ຄະນະ​ນັກ​ກິລາ​ລາວ​ທີ່​ມາ​ຮອດ​ປັກ​ກິ່ງ​ໃນ​ມື້​ນີ້​ມີ​ສະມາຊິກ 12 ຄົນ, ລວມທັງ​ຮອງ​ຫົວໜ້າ​ຄະນະ​ນັກ​ກິລາ ຄູ່​ຝຶກ ນັກ​ກິລາ​ແລະ​ເຈົ້າ​ໜ້າ​ທີ່​ລວມ 10 ຄົນ, ນອກ​ນີ້​ຍັງ​ມີ​ນັກ​ກິລາ​ຊາວ​ໜຸ່ມ​ລາວ 2 ຄົນ​ຈະ​ເຂົ້າ​ຮ່ວມກິດຈະກຳ​ທີ່​ກ່ຽວຂ້ອງ​ທີ່​ຄ້າຍ​ຊາວ​ໜຸ່ມ​ໂອ​ລິ​ມປິກ​ປັກ​ກິ່ງປີ 2008 ​ໃນ​ໄລຍະ​ໂອ​ລິ​ມປິກ.

ສະມາຊິກ​ຄະນະ​ນັກ​ກິລາ​ລ້ວນ​ແຕ່​ຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​ໃນ​​ເວລາ​ຍ່າງ​ອອກ​ຈາກ​ສະໜາມ​ບິນ, ທ່ານ​ຊົມ​ພູ ພົງສາ ຮອງ​ຫົວໜ້າ​ຄະນະ​ນັກ​ກິລາ​ກ່າວ​ວ່າ:

ນາງ​ພິ​ໄລ​ລັກ ສັກ​ປະ​ເສີດ ນັກ​ກິລາ​ແລນ​ຮູ້ສຶກ​ປະ​ທັບໃຈ​ຫຼາຍ​ຍ້ອນ​ມາ​ຮອດ​ປັກ​ກິ່ງ​ແລ້ວ​ເຫັນວ່າ​ອາກາດ​ຂອງ​ປັກ​ກິ່ງ​ດີ​ຫຼາຍ, ​ເໝາະ​ສົມກັບ​ການ​ແຂ່ງຂັນ

ນາງ​ວິ​ໄລ​ພອນ ວົງ​ພະຈັນ ນັກ​ກິລາ​ລອຍ​ນ້ຳ​ກ່າວ​ວ່ານາງ​ຈະ​ພະຍາຍາມ​ສ້າງຜົນ​ງານ​​ໃຫ້​ດີ​ທີ່​ສຸດ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ

ນາງ​ຍັງ​ຢາກ​ທ່ຽວ​ສະຖານ​ທີ່​ທີ່​ມີ​ຊື່ສ​ຽງ​ແລະ​ບູຮານສະຖານ​ຂອງ​ປັກ​ກິ່ງ​ພາຍຫຼັງ​ການ​ແຂ່ງຂັນ
ທ້າວ​ເທບ​ພິທັກ ຈິນດາ​ວົງ ນັກ​ກິລາລອຍ​ນ້ຳ​ກ່າວ​ວ່າ​ລາວ​ຢາກ​​ສ້າງຜົນ​ງານ​ດີ​ທີ່​ສຸດ​ໃນ​ການ​ແຂ່ງຂັນ​ໂອ​ລິ​ມປິກ​ປັກ​ກິ່ງ

ທ້າວ​ສຸກ​ສະຫວັນ ຕົ້ນ​ສັກ​ເທວາ ນັກ​ກິລາ​ແລ່ນ​​ແມ່ນ​ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ຢູ່​ປັກ​ກິ່ງ​ຄັ້ງ​ທີ 2 ​ແລ້ວ, ລາວມັກ​ປັກ​ກິ່ງຫຼາຍ, ກໍ່ຢາກ​ມີ​ຜົນງານ​ໃໝ່ໃນ​ໂອ​ລິ​ມປິກຄື​ກັນ. ​​

ພາຍຫຼັງ​ອອກຈາກ​ສະໜາມ​ບິນ​ແລ້ວ, ຄະນະ​ນັກ​ກິລາ​ລາວ​​​ນັ່ງ​ລົດມຸ້ງ​ໜ້າ​ສູ່​ບ້ານ​ໂອ​ລິ​ມປິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>