ປະທານສະພາການກິລາແຫ່ງຊາດມະເລເຊຍກ່າວວ່າງານໂອລິມປິກປັກກິ່ງຈະໄດ້ຮັບຜົນສຳເລັດຢ່າງແນ່ນອນ
(GMT+08:00) 2008-08-05 20:19:10 cri
-----------------------------------------------------------------------------------------------------------------

ຕາມຂ່າວ cri: ວັນທີ 4 ສິງຫານີ້, ທ່ານດາຕຸກ ໂຈກເພຼສ ແອມບົງ ປະທານສະພາການກິລາແຫ່ງຊາດມະເລເຊຍກ່າວວ່າ, ເຊື່ອວ່າງານໂອລິມປິກປັກກິ່ງຈະໄດ້ຮັບຜົນສຳເລັດຢ່າງແນ່ນອນ.
ມື້ດຽວກັນ, ທ່ານແອມບົງໄດ້ເດີນທາງຮອດສະຫນາມບິນສາກົນນະ ຄອນຫລວງປັກກິ່ງ.ທ່ານກ່າວວ່າ, ເມື່ອລົງຈາກຍົນ, ທ່ານກໍ່ຮູ້ສຶກເຖິງຄວາມເອົາໃຈໃສ່ແລະຄວາມລະອຽດຮອບຄອບຂອງເຈົ້າພາບຄື:ທາງສະຫນາມບິນສາມາດກວດກາບັດຢັ້ງຢືນຂອງນັກກິລາແລະພະນັກງານທີ່ເຂົ້າຮ່ວມງານໂອລິມປິກໄດ້ຢ່າງວ່ອງໄວ;ພະນັກງານດ່ານຕ້ອນຮັບແຂກດ້ວຍໃບຫນ້າຍຍິ້ມແຍ້ມແຈ່ມໃສ,ອັນໄດ້ສະແດງໃຫ້ເຫັນຄວາມພ້ອມຂອງປັກກິ່ງທີ່ດີທີ່ສຸດ.ສ່ວນອາສາສະຫມັກໂອລິມປິກທີ່ນຸ່ງຊຸດທີ່ເປັນເອກະພາບກັນກໍ່ໄດ້ສະຫນອງຂ່າວຄາວຕ່າງໆໃຫ້ແກ່ຜູ່ຄົນຈາກປະເທດຕ່າງໆທີ່ມາຮ່ວມໂອລິມປິກນັ້ນດ້ວຍຄວາມຫ້າວຫັນ, ເຊື່ອວ່າງານກິລາໂອລິມປິກປັກກິ່ງຈະໄດ້ຮັບຜົນສຳເລັດຢ່າງແນ່ນອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ