ສື່​ມວນ​ຊົນ​ຟິ​ລິບ​ປິນ​ຮຽກ​ຮ້ອງ​ວ່າ​ບໍ່​ຄວນ​ສວຍ​ໃຊ້​ໂອ​ລິມ​ປິກ​ປຸກ​ປັ່ນ​ການ​ເມືອງ​ຂອງ​ຈີນ

(GMT+08:00) 2008-08-08 18:29:45 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ຫນັງສືພິມ​ມາ​ນີລາ​ແທມສ໊ສະບັບ​ວັນ​ທີ 7 ສິງຫານ​ນີ້​ໄດ້​ພິມ​ບົດ​ຄວາມ​ຂອງ​ທ່ານ​ຟູ​ຕູ​ນາ ນັກຂຽນ​ຄໍ​ລຳ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຫ່າງ​ເຫີ​ນຈາກ​ການ​ເມືອງ,ທ່ານ​ຮຽກຮ້ອງ​​ໃຫ້ບໍ່​ຄວນ​ໃຊ້​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ມາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ດ້ວຍ​ການປຸກ​ປັ່ນ​ການ​ເມືອງ,​ເພື່ອ​ມອບ​ງານ​ກິລາ​ທີ່​ງາມ​ສົມບູນ​ຄັ້ງນີ້ໃຫ້​ປະຊາຊົນ​ທົ່ວ​ໂລກ.

ບົດ​ຄວາມ​ກ່າວ​ວ່າ, ອົງການ​ຈັດຕັ້ງທີ່​ມີ​ເຈດ​ຕະນາບໍ່​ດີ​ຈຳນວຫນຶ່ງ​ເຄີຍ​ຍຸ​ໂຍງ​ໃຫ້​ນັກ​ກິລາ​ທີ່​ເຂົ້າຮ່ວມ​ງານ​ໂອ​ລິ​ມປິກ​ປັກ​ກິ່ງຈຳນວນ​ຫນຶ່ງ​ຈັດການປະ​ທ້ວງ​ສະ​ແດງ​ກຳລັງ​​ຫລື​ຊູ​ປ້າຍ​ຄຳ​ຂວັນ​ເພື່ອປຸກ​ປັ່ນການ​ເມືອງ.​ແຕ່​ເລື່ອງ​ທີ່​ຄົນ​ທັງຫລາຍ​ໄດ້​ເຫັນ​ນັ້ນ​ແມ່ນ, ນັກ​ກິລາ​ທີ່​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຢູ່​ບ້ານ​ໂອ​ລິ​ມປິກ​ໃນ​ຫວ່າງ​ມໍ່ໆ​ນີ້​ພາກັນ​ກ່າວ​ວ່າ,ສິ່ງ​ທີ່​ເຂົາ​ເຈົ້າສົນ​ໃຈນັ້ນ​ແມ່ນ​ການ​ແຂ່ງຂັນ.

ບົດ​ຄວາມ​ຊີ້​ອອກ​ວ່າ,ທ່ານຊາກຣົກ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປກິ​ສາກົນ​ໄດ້​ຢືນຢັນ​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ເຫັນ​ວ່າ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນ​ປ່ອງຢ້ຽມ​ໃຫ້​ແກ່​ຄົນ​ທັງຫລາຍ​ຊອກ​ຮູ້​ກິລາ​ໂອ​ລິ​ມປິກ.

​ໃນ​ຫລາຍ​ມື້​ມາ​ນີ້, ຫນັງສືພິມບູ​ເລ​ທິນມາ​ນີລາ ຫນັງສືພິມອິນ​ຄິຣ​ໂລ​ຟິລິບ​ປິນ​ແລະ​ຫນັງສືພິມ​ພາສາ​ຈີນ​ຕ່າງໆ​ຂອງ​ຟິລິບ​ປິນ​ໄດ້​ພາກັນພິມ​ບົດ​ຄວາມ,ອວຍພອນ​ໃຫ້​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>