ສອງພີ່ນ້ອງ​ຂອງ​ອິນ​ໂດ​ເນ​ເຊຍຍາດ​ໄດ້​ຫຼຽນ​ຄຳຕີ​ດອກ​ປີກ​ໄກ່​ຄູ່​ຊາຍ

(GMT+08:00) 2008-08-18 17:32:40 cri
-----------------------------------------------------------------------------------------------------------------
​​​​​​​


ຕອນ​ຄ່ຳ​ວັນ​ທີ16ສິງຫາ​ນີ້,ສະໜາມ​ແຂ່ງຂັນຕີ​ດອກ​ປີກ​ໄກ່​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນ​ຂອງ​ທ້າວ​ມາ​ກິ​ສ ກີ​ໂດ​ແລະ​ທ່າວ​ເຮ​ນດຼາ ​ເຊ​ເທ​ຍວັນ, ສອງພີ່ນ້ອງ​ທີ່​ອາຍຸ24ປີ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເອົາ​ຊະນະ​ທ້າວ​ໄຊ້ຢູ່​ນ​ແລະ​ທ້າວ​ຟູ້​ໄຫ​ເຟີ່ງຂອງ​ຈີນ​ດ້ວຍ​ຄະ​ແນນ2ຕໍ່1,​ໄດ້​ຫຼຽນຄຳ​ຫຼຽນ​ທຳ​ອິດ​ຂອງ​ຄະນະ​ນັກ​ກິລາ​ອິນ​ໂດ​ເນ​ເຊຍ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.ຫຼຽນ​ຄຳ​ນີ້​ມີ​ຄວາມ​ໝາຍ2ດ້ານ​ຕໍ່ທ້າວ​ກິ​ໂດ​ແລະ​ທ້າວ​ເຊ​ເທ​ຍວັນ,​ເພາະວ່າ​ມັນ​ບໍ່​ພຽງ​ແຕ່​ແມ່ນ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ຂອງ​ເຂົາ​ເຈົ້າ​ໃນ​ງານ​ໂອ ​ລິ​ມປິກທໍ່​ນັ້ນ,ຍັງ​ແມ່ນ​ຂອງຂວັນ​ສຳຄັນ​ທີ່​ເຂົາ​ເຈົ້າມອບ​ໃຫ້​ປະ​ເທດ​ຊາດ. ​ມາ​ກິ​ສເວົ້າວ່າ:

"ການ​ເອົາ​ຊະນະ​ຄັ້ງນີ້​ສຳລັບ​ພວກ​ເຮົາ​ສອງ​ຄົນ​ແລະ​ປະ​ເທດ​ຊາດພວກ​ເຮົາ​ແມ່ນ​ມີ​ຄວາມ​ໝາຍພິ​ເສດ,​ເພາະວ່າ​ວັນ​ທີ17ສິງຫາ​ແມ່ນ​ວັນຊາດ​ອິນ​ໂດ​ເນ​ເຊຍ,ວັນ​ທີ11ສິງຫາ​ແມ່ນ​ວັນ​ເກີດຂ້ອຍ,​ເຮ​ນດຼາ​ເກີດ​ວັນ​ທີ25ສິງຫາ,ຈຶ່ງ​ມີ​ຄວາມ​ໝາຍ​ທີ່​ສຸດ."

ທ້າວມາ​ກິ​ສ​ແລະ​ທ້າວເຮ​ນດຼາມີ​​ເຕັກນິກສູງ​ຫຼາຍ,ຕ້ານ​ໄດ້​ຢ່າງ​ໝັ້ນໜຽວ,ມີ​ຄວາມ​ສາມາດ​ໃນ​ການ​ຄວບ​ຄຸມ​ເກ​ມ​ທີ່​ດີ​ເດັ່ນ,​ໄດ້​​ເປັນ​ແຊມ​ໃນ​ການ​ແຂ່ງຂັນ​​ຫຼາຍ​ເທື່ອ​​ໃນ​ຫຼາ​ຍປີຜ່ານມາ,​ໂດຍ​ສະ​ເພາະ​ໃນ​ງານ​ຊີງ​ຂັນ​ໂລກປີ​2007,​ເຂົາ​ເຈົ້າກໍ່ຍາດ​ໄດ້​ຫຼຽນ​ຄຳ.ສຳລັບ​ການ​ມາ​ຮ່ວມ​​ແຂ່ງຂັນຢູ່​ຈີນ​ຄັ້ງນີ້,ທ້າວມາ​ກິ​ສມີ​ຄວາມ​ຮູ້ສຶກ​ທີ່​ພິ​ເສດວ່າ:

"​ເວົ້າສຳລັບ​ພວກ​ເຮົາ​ແລ້ວ ຈີນຄືກັບ​ດິນ​ແດນ​ທີ່​ໂຊກ​ດີສຳລັບ​ພວກ​ເຮົາ,​​ເພາະວ່າໃນ​ການ​ແຂ່ງຂັນຢູ່​ຈີນ​ໃນ​ປີ2006​ແລະ2007,ພວກ​ເຮົາ​ກໍ່​ເອົາ​ຊະນະ​ໄດ້ໝົດ,​ເຮັດ​ໃຫ້​ພວກ​ເຮົາມີ​ຄວາມ​ໝັ້ນ​ໃຈ."

ແມ່ນ​ແລ້ວ,ບົນ​ດິນ​ແດນ​ຈີນທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕືລືລົ້ນນີ້,​ໃນ​ສຽງ​ຮ້ອງ​​​ເຊຍ​​ທີ່​ບໍ່​ຢຸດ​ຢັ້ງ,ທ້າວ​ກີ​ໂດ​ແລະ​ທ້າວ​ເຊ​ເທ​ຍວັນ​ເອົາ​ຊະນະ​ນັກ​ກິລາ​ຈີນ​ຢ່າງ​ເບົາ​ຈິດ​ເບົາ​ໃຈ​ໃນ​ຮອບ​ສຸດ​ທ້າຍ.ທ້າວ​ກີ​ໂດ​ວິ​ເຄາະ​ວ່າ​ອາ​ດຈະ​ແມ່ນ​ກຳລັງ​ໜີ​ບຂອງ​ຈີນ​ທີ່​ເປັນ​ເຈົ້າພາບ ​ເຮັດ​ໃຫ້​ນັກ​ກິລາ​ຈີນ​ບໍ່​ມີ​ຄວາມ​ອົດທົນອັນ​ພຽງພໍ​ຈິ່ງ​ປະລາ​ໄຊ.​ໃນ​ການ​ແຂ່ງຂັນ,​​ໃຜ​ທຸ່ນ​ທ່ຽງ​​ກວ່າ,​ໃຜກໍອາດ​ຈະ​​ໄດ້​ໄຊ​ຊະນະ.​ໃນ​ເກ​ມທີ1,ກໍ​ຍ້ອນ​ເຂົາ​​ເຈົ້າ​​ໃຈ​ຮ້ອນ​ໂພດ​ຈຶ່ງ​ເສຍ.

"​ໃນ​ເກ​ມ​ທີ່​ໜຶ່ງ​ໃຈຮ້ອນ​ໂພດ,ຢາກ​ເອົາ​ຊະນະ,ສະ​ນັ້ນ​ຈຶ່ງເສຍ​​ຄະ​ແນນຢ່າງ​ລຽນຕິດ.ພາຍຫຼັງ​ມາ,​ອາດ​ຈະຍ້ອນ​ວ່າ​ເຕັກ​ນິກ​ຂອງ​ພວກ​ເຮົາ​ດີກວ່າ,ສະນັ້ນ,ພວກ​ເຮົາຈຶ່ງໄດ້​ຄະ​ແນນ​ຈາກ​ລູກ​ຢອດ​ຢູ່​ຕໍ່ໜ້າ​ຕະໜ່າງ."

ຄຳ​ເວົ້າ​ຂອງທ້າວ​ກີ​ໂດ​ໄດ້​ຮັບ​ການ​ຢືນຢັນ​ຂອງ​ທ້າວ​​ໄຊ້ຢຸ່ນ ນັກ​ກິລາ​ຈີນ:

"ຕົ້ນ​ຕໍແມ່ນຍ້ອນ​ວ່າ​ພວກ​ເຂົາ​ເຈົ້າ​ຄວບ​ຄຸມ​ໄດ້​ດີ,ບໍ່​​ໃຫ້​ພວກ​ເຮົາ​ມີ​ໂອກາດບຸກ.ສະນັ້ນ,​ແຂ່ງຂັນ​ກັບ​ພວກ​ເຂົາ​ເຈົ້າ​ເທື່ອ​ໃດ,ຂ້ອຍ​ລ້ວນ​ແຕ່​ຮູ້ສຶກຢູ່​ຍາກທີ່​ສຸດ,​​ເຮັດ​ໃຫ້ສອງ​ຄົນ​ພວກ​ເຮົາສົມທົບ​ກັນ​ບໍ່​ໃກ້ຊິດ​ປານ​ໃດ.​"

ສອງພີ່ນ້ອງອິນ​ໂດ​ເນ​ເຊຍກໍ່​ແມ່ນ​ອາ​ໄສ​ເຕັກນິກອັນ​ດີງາມ​ແລະ​ການ​ສົມທົບອັນ​ດີ​ເດັ່ນ​ຄື​ແນວ​ນີ້,ຈຶ່ງ​ໄດ້ຮັກສາ​ກຽດສັກ​ສີ​ຂອງ​ຕົນ​ທີ່​ເປັນ​ນ້ຳ​ເບີ1​ໃນ​ໂລກ,ພວກ​ເຂົາ​ເຈົ້າ​ທີ່​ມີ​ອາຍຸ24ປີ​ຈະ​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ2010ຫຼື​ບໍ່?ພວກ​ເຂົາ​ເຈົ້າ​ເວົ້າ​ວ່າຍັງ​ບໍ່​ຄິດ​ຮອດ​​​ໄກປານນັ້ນ.

"ຖ້າສືບ​ຕໍ່ຕີຄື​​​ໃນ​ປັດ​ຈຸ​ບັນ,​ການ​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ2010ບໍ່​ມີ​ບັນຫາ,​ແຕ່​ວ່າ​ພວ​ກ​ເຮົາ​ບໍ່​ໄດ້​ຄິດໄກປານນັ້ນດອກ.ຍັງ​ມີ​​ການ​ແຂ່ງຂັນຫຼາຍ​​ເທື່ອ,​ເຊັ່ນ​ການ​ແຂ່ງຂັນ​ໂອ​ເພັນ​ຢູ່​​​ອັງກິດ​ແລະ​ການ​ແຂ່ງຂັນ​ໂອ​ເພັນຢູ່ຍີ່ປຸ່ນ,ພວກ​ເຮົາ​ຍັງ​ບໍ່​ທັນໄດ້​ຫຼຽນ​ຄຳ,ຕ້ອງກຽມ​ການ​ແຂ່ງຂັນເຫຼົ່າ​ນີ້​ກ່ອນ,​ອັນໄກ​ກວ່າ​ຍັງບໍ່ທັນ​ໄດ້​ຄິດ."

ນັກ​ກິລາ​ສອງ​ຄົນ​ຂອງ​ອິນ​ໂອ​ເນ​​ເຊຍມີ​ກຳລັງ​ຕົວ​ຈິງ​ອັນ​ດີ​ເດັ່ນ,ການ​ປະສານສົມທົບກໍ​ດີ,​ເຊື່ອ​ວ່າ​ພວກ​ເຂົາ​ເຈົ້າ​ຈະມີ​ອະນາຄົດ​ອັນ​ກວ້າງຂວາງຢ່າງ​ແນ່ນອນ,​ຈະສະ​ແດງຝີ​ມື​ອັນ​ດີ​ເດັ່ນ​ກວ່າ​ເກົ່າ​ໃຫ້​ແຟນດອກ​ປີກ​ໄກ່ຊົມ​ເບິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>