ທ່ານ​ຫຼີ​ເຊ​ນລຸງ​ເຫັນ​ວ່າ,ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​30ປີ​ມາ​ນີ້​ໄດ້ປະຈັກ​ຕາ​ຊາວ​ໂລກ​​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ

(GMT+08:00) 2008-10-22 16:12:29 cri
-----------------------------------------------------------------------------------------------------------------
ທີ່​ນີ້​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດຈີນ,ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ​,​ໂດຍ​ຕອບ​ສະ​ໜອງ​ຕາມການ​ເຊີນ​ຂອງ​ທ່ານ​ເວີ່ນ​ເຈຍ​ປາວ ນາຍົກ​ລັດຖະ​ມົນ​ຕີ​ຈີນ,ທ່ານ​ຫຼີ​ເຊ​ນລຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​​ໂປມາ​ຢ້ຽມຢາມ​​ຈີນ​ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ22​ຫາ​ວັນ​ທີ27​ຕຸ​ລາ​ນີ້,​ແລະ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີ​ລົບ​ຄັ້ງ​ທີ7.​ກ່ອນຈະ​ອອກ​ເດີ​ນທາງ,​ທ່ານ​ຫຼີ​ເຊ​ນລຸງ​ໄດ້​​ຕ້ອນ​ຮັບ​ການ​ເຂົ້າ​ສຳ​ພາດ​ຂອງ​ນັກ​ຂ່າວcri,ທ່ານ​​ຫຼີ​ເຊ​ນລຸງ​ກ່າວ​ວ່າ,​​ຜົນ​ສຳ​​ເລັດອັນ​ໃຫຍ່​ຫຼວງທີ່​ຈີນ​ຍາດ​ມາ​ໄດ້​​ໃນການປະຕິ​ຮູ​ບ​ແລະ​ເປີ​ດ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້​​ໃນ30​ປີໄດ້​ປະຈັກ​ຕາຊາວ​ໂລກ,​ການ​ພັດທະນາ​ຂອງ​ຈີນ​ບໍ່ພ​ຽງ​ແຕ່​​ມີ​ຜົນ​ດີ​ຕໍ່​ປະ​ເທດ​ອາ​ຊີທໍ່​ນັ້ນ,ຍັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ໂລກ.

ໃນ​ການ​​ໃຫ້ສຳພາດ,ທ່ານຫຼີ​ເຊ​ນລຸງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​​ຍາດ​ມາ​​ໄດ້​ໃນ​ການ​​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃນ30​ປີ​ມາ​ນີ້.

"ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຜົນສຳ​ເລັດ​​ຂອງ​ຈີນແມ່ນ​ໃຫຍ່​ຫຼວງ​​​ແລະ​ປະຈັກ​ຕາ​ຊາວ​ໂລກ.​ສິງ​ກະ​ໂປ​ມີ​ຄວາມ​ຮູ້​ສຶກຢ່າງ​​ເລິກ​ເຊີ່ງ​ວ່າ,ໃນ30ປີທີ່​ຜ່ານ​ມາ,ຈີນ​ໄດ້​ກາຍ​ເປັນ​ປະ​ເທ​ດທີ່​ເສີມຂະ ຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ພາກ​ພື້ນ,​ພວກ​ເຮົາ​ໄດ້​ສ້າງ​ການ​ພົວພັນ​ດ້ານ​ເສ​ດຖະ​ກິດຢ່າງ​ຫຼວງ​ຫຼາຍ.ຜົນສຳ​ເລັດ​ອັນ​​ໃຫຍ່​ຫຼວງ​ເຫຼົ່າ​ນີ້​ບໍ່ພຽງ​ແຕ່​ສະ​ແດງ​ໃນ​ປະລິມານ​ພັດທະ​ນາ​ເສດຖະ​ກິດມີ​ການ​ເພີ່ມ​ຂຶ້ນ,ຍັງ​ສະ​ແດງ​ໃນ​ດ້ານ ​ແນວ​ຄິດຂອງ​ປະຊາ​ຊົນມີ​ການ​ປ່ຽນ​ແປງ​ອັນ​ສຳຄັນ,​ເອົາ​ໃຈ​ໃສ່ນຳ​ການ​ປ່ຽນ​ແປງ​ຂອງ​ໂລກ​ແລະ​ພະຍາ​ຍາມ​ພັດທະ ນາ​ກ້າວ​​ໄປ​ໜ້າ,ຕົວ​ເມືອງ​ຕ່າງໆ​ຂອງ​ຈີນ​​ແລະ​ທົ່ວ​ປະ​ເທດຈີນ​​ກໍ່​ມີ​ການ​ປ່ຽນ​ແປງ​ດ້ານ​ວັດ​ຖຸ,ສິ່ງ​ກໍ່ສ້າງ​ພື້ນຖານ​​ໂຄ​ລ່າງທີ່​ມີ​ຄົນ​ນະພາ​ບດີ​ໄດ້ກໍ່​ສ້າງ​ຂຶ້ນ.ຜົນສຳ​ເລັດດັ່ງກ່າວ​ແມ່ນ​ບໍ່​ເຄີຍ​ມີ​ໃນ​ປະຫວັດ​ສາດ​ຂອງ​ໂລກ."

ທ່ານຫຼີ​ເຊ​ນລຸງໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ພັດ​ທະນາ​ຂອງ​ການ​ພົວພັນ​ຈີນ-ອາ​ຊຽນ,ພ້ອມ​ທັງ​ໄດ້​​ໃຫ້ຄວາມ​ຢືນຢັນ​ຢ່າງ​ສູງຕໍ່​ຄວາມ​ສຳ​ຄັນຂອງ​ການ​ພັດທະນາ​​ຂອງຈີນ​ໂດຍ​ສັນ​ຕິທີ່​ມີ​ຕໍ່ອາຊີ​ແລະ​ທົ່ວ​ໂລກ.

"ການ​ພັດ​ທະນາ​ຂອງ​ຈີນ​​ແມ່ນ​ສຳຄັນ​ຫຼາຍຕໍ່​ອາຊີ​ຫຼືວ່າ​ຕໍ່ທົ່ວ​ໂລກ.ຍ້ອນ​ຈີນ​ມີ​ປະ​ຊາ​ກອນ1,3ຕື້​ຄົນ,ກວມ​1/4ຂອງ​ປະຊາ​ກອນ​ທົ່ວ​ໂລກ.​ຖ້າ​ຈີນ​ສາມາດ​ເຊື່​ອມ​ໂຍງ​​ເຂົ້າກັນ​ກັບ​ປະຊາ​ຄົມ​ໂລກ​ຢ່າງ​ສັນຕິ​ພາບ​ແລະ​ຈະ​ເລີ​ນ​ຮຸ່ງ​ເຮືອງ,ນີ້​ຈະ​​ສ້າງຜົນ​ປະ​ໂຫຍ​ດ​ຢ່າງ​ຫຼວງຫຼາຍ​ໃຫ້​ແກ່​ພວກ​ເຮົາ​.​ເພາະວ່າ,ດຳ​ເນີນ​ການຄ້າ​ ການ​ລົງ​ທຶນ ການທ່ອງ​ທ່ຽວ​ແລະ​ການ​​ໄປມາ​ຫາສູ່​ກັນ​ກັບ​ຈີນມີ​ຄວາມ​ສຳ​ຄັນ​ຫຼາຍຕໍ່​ການ​ຄ້າ​ທັງ​ໝົດ.​ຂ້າພະ​ເຈົ້າ​ເຫັນ​ວ່າ,ຈີນ​ກໍ່ໄດ້​ເສີມ​ຂະຫຍາຍ​ບົດບາດ​​ໃນ​ວຽກ​ງານ​ລະຫວ່າງ​ຊາດ,ທ່ານ​​ໂດຼ ​ເບຼວ​​ໄດ້​ເວົ້າຫຼັງງານ​ໂອ​ລິ​ມປິກ​ປັກ​ກິ່ງ​ວ່າ,ຖ້າ​ບໍ່​ມີ​ຈີນ​​ເຂົ້າຮ່ວມ,​ໃນ​ສະຕະ​ວັດທີ21,​ອີ່​ຫຍັງ​ກໍ່ບໍ່ສາມາດມີ​ຜົນ.

ຍ້ອນ​ວ່າຈີນ​ກໍ່​​ຖືກ​ຜົນ​ກະທົບ​ຈາກ​ບັນຫາ​ເຫົ່ຼານີ້,​ຕ້ອງການ​ເຂົ້າຮ່ວມ​,ຕົວຢ່າງ​:ການ​ເຈລະຈາ​ການ​ຄ້າ​ຫຼາຍ​ຝ່າຍຮອບ​​ໂຕ​ຮາ​,ການ​ປຶກສາ​ສັນ​ຍາ​ກ່ຽວ​ກັບ​ສັນຍາ​ຂອບຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຂອງສະ​ຫະປະ​ຊາ​ຊາດ,ບັນຫາບໍ່​ແຜ່​ຜາຍ​ນິວ​ເຄຼຍຫຼື​ບັນຫາ​ນິວ​ເຄຼຍຂອງ​​ແຫຼມ​ເກົາຫຼີ​ເປັນ​ຕົ້ນ,ທັງ​ໝົດ​ເຫົ່ຼານີ້​ກໍ່​ຕ້ອງການ​ຈີນ​ມາເສີມ​ຂະຫຍາ​ຍບົດບາດ​ອັນຕັ້ງໜ້າ."

ເມື່ອ​ໄດ້​ເວົ້າ​ເຖິງ​​ເລື່ອງ​​ສິງກະ​ໂປຈະເຊັນ​ສັນຍາ​ການ​ຄ້າ​ເສລີກັບ​ຈີນ​ນັ້ນ,ທ່ານ​ຫຼີ​ເຊ​ນລຸງ​ກ່າວວ່າ "ຂ້າພະ​ເຈົ້າດີ​ໃຈ​ຫຼາຍ​ຕໍ່​ສັນຍາ​ການ​ຄ້າ​ເສລີ​ສິງກະ​ໂປ-ຈີນ​ໄດ້​ສຳ​ເລັດ​ການ​ເຈ​ລະ​ຈາ​ແລະ​ລົງ​ລາຍ​ເຊັນ​.ນີ້​ຈະ​ເປັນ​ສັນຍາ​ລັກ​ອັນ​ດີ​ງາມ​ແລະ​ສຳຄັນ​ຂອງການ​ພັດທະ​ນາການ​ພົວພັນ​ຢ່າງ​ໄມຕີ​ຈິດ​ລະ​ຫວ່າງ​ສອງ​ປະ​ເທດ.ມູນ​ຄ່າ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ເພີ່ມ​ຢ່າງ​ບໍ່​ຢຸດ​ຢັ້ງ,ຫຼັງ​ຈາກ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເສລີ​ແລ້ວ,ຈະ​ເຮັດ​ໃຫ້ການ​ພັດທະນາ​ຂອງສອງ​ປະ​ເທດ​ພວກ​ເຮົາ​​ໄວ​ກວ່າ​ເກົ່າ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>