ເສັ້ນ​ທາງ​ວັດ​ທະ​ນະ​ທຳ​ຂອງ​ເມືອງ​ເຮີ​ໂຂວ

(GMT+08:00) 2008-12-23 15:11:59 cri
-----------------------------------------------------------------------------------------------------------------

ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ເຮີ​ໂຂ​ວ ​ເມືອງ​ດ່ານ​ຊາຍ​ແດນ​ຂອງ​ແຂວງ​ຢຸນນານ​ຈີນ,​ເພື່ອ​ໄປ​ຊົມ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ​ທີ່​ຮ່ວມ​ກັນ​ຈັດ​ຂຶ້ນ.

ເຮີ​ໂຂວ​ແມ່ນ​ເມືອງ​ຊາຍ​ແດນ​ທີ່​ຢູ່​ພາກ​ໃຕ້​ສຸດ​ຂອງ​ແຂວງ​ຢຸນນານ​ຈີນ,ຕິດ​ກັບ​ແຂວງ​ລາວ​ກາຍ​ຂອງ​ຫວຽດນາມ​ໂດຍ​ມີ​ນ້ຳພຽງ​ສາຍ​ໜຶ່ງ​ໄຫຼ​ກັ້ນ,​ປະ​ມານ​19​ໂມງ​,ນັກ​ຂ່າວ​ພວກ​ເຮົາ​ໄດ້​ໄປ​ຮອດ​ດ່ານ​ຊາຍ​ແດນກໍ່​ໄດ້​ເຫັນ​ແມ່ຍິງ​ຫວຽດນາມ​ທີ່​ນຸ່ງ​ຊຸດອາວ​ຈາ​ຍ​ພື້ນ​ເມືອງ​ຫວຽດນາມຜ່ານ​ດ່ານ​ເຂົ້າ​ມາ​ຈີນ.ຍ້ອນ​ຫຍັງ,ຄ່ຳ​ປານ​ນີ້​ແລ້ວ,ໝູ່​ເພື່ອນ​ຫວຽດ​ນາມ​ເຫຼົ່າ​ນີ້​ຍັງຂ້າມ​ຊາຍ​ແດນມາ​ເມືອ​ງ​ເຮີ​ໂຂ​ວ,​ແລະ​ຍັງ​ແຕ່ງ​ໜ້າ​ແຕ່ງຕົວ​ງາມໆປານ​ນີ້.​ຍ້ອນຄວາມ​ສົງ​ໃສ​ ພວກ​ເຮົາ​ກໍ່​ເລີຍ​ຕິດຕາມ​ເຂົາ​ເຈົ້າ​ໄປ​ຮອດ​ຖະໜົນ​ປິ່ນ​ເຮີ.

ທີ່​ຈິງ​ແລ້ວ,​ແມ່ຍິງ​ຫວຽດນາມທີ່​ນຸ່ງ​ຊຸດອາວ​ຈາ​ຍ​ ແມ່ນ​​ໄປ​ຖະໜົນ ​ປິ່ນ​ເຮີ ເພື່ອ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສິລະ​ປະວັດ​ທະນະ​ທຳ​ທີ່​ປະຊາຊົນ​​ເປັນ​ເຈົ້າ​ການຈັດຂຶ້ນ.​ເພງ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ຫວຽດນາມ​ທີ່​ຮ້ອງ​ໂດຍ​ຄະນະ​ສິລະ​ປະ"ສ້ຽວ​ຢີ​ເລີ​ຢວນ"ທີ່​ຢູ່​ຖະ​ໜົນ​ປິ່ນ​ເຮີ.​ກາງ​ເວັນ,ຖະໜົນ​ປິ່ນ​ເຮີ​ແມ່ນ​ສູນການ​ຄ້າ​ຂອງ​ເມືອງ​ເຮີ​ໂຂວ,ຮອດ​ຍາມ​ກາງຄືນ​ແຫ່ງ​ນີ້​ໄດ້​ກາຍ​ເປັນ​ສູນ​ວັດ​ທະ​ນະ​ທຳ​ຂອງ​ປະຊາຊົນ​ເຂດ​ຊາຍ​​ແດນ​ຈີນ​ຫວຽດນາມ.​ເຈົ້າ​ຂອງ​ຮ້ານ​ຂາຍ​ເຄື່ອງ​ຫວຽດ​ນາມ​ຫຼາຍໆ​ຄອບຄົວ​ເມື່ອ​ອັດ​ປະຕູ​ຮ້ານ​,ກິນ​ເຂົ້າ​ແລງ​ແລ້ວ​ກໍ່​ມັກ​ໄປ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສິ​ລະ​ປະວັດ​ທະນະ​ທຳ​ຢູ່​ຖະໜົນ​ປິ່ນ​ເຮີ,​ແລ້ວ​ກັບ​ຄືນ​ຫວຽດ​ນາມ​ກ່ອນ​ອັດ​ດ່ານ. ນາງ​ເຈິ​ນ​ໄມ​ແກມທີ່​ມາ​ເຂົ້າຮ່ວມ​ກິດຈະກຳ​ສິລະ​ປະວັດ​ທະນະ​ທຳຂອງ​ຄະນະ​ສິລະ​ປະ"ສຽວ​ຢີ​ເລີ​ຢວນ"ບອກ​ນັກ​ຂ່າວ​ວ່າ:

"ພວກ​ເຮົາ​ມາ​ເຂົ້າ​ຮ່ວມ​ກິດຈະກຳ​ສິນ​ລະປະ, ມ່ວນ​ຊື່ນຫຼາຍ​ແລະ​​ໄດ້​ອອກ​ກຳລັງ​ກາຍ​ກັບ​ໝູ່​ເພື່ອນ​ຄົນ​ຈີນ. ​ເຂົ້າ​ຮ່ວມ​ກິດ​ຈະກຳ​ແບບ​ນີ້ກໍ​ເພື່ອ​​​ເຮັດ​ໃຫ້ຈິດ​ໃຈ​​ເບີກ ບານ​ມ່ວນ​ຊື່ນ, ສຸຂະ​ພາບ​ແຂງ​ແຮງ, ອີ​ກອັນ​ໜຶ່ງ​ແມ່ນ​ສາມາດ​ແລກ​ປ່​ຽນ​ເຄັດ​ລັບ​​ທາງ​ການ​ຮ້ອງ​ເພງ​ແລະ​ຟ້ອນ​ລຳ​ກັບ​ໝູ່​ເພື່ອນ."

ແຕ່​ລະ​ມື້, ​ເມື່ອ​ຕາ​ເວັນ​ລັບ​ຂອບ​ຟ້າ, ​ຖະໜົນ​ປິ່ນ​ເຫີ​ທີ່​ມີ​ຄວາມ​ຍາວ​ປະມານ3​ກິ​ໂລ​ແມັດ​ກໍ​ເຕັມ​ໄປ​ດ້ວຍ​ແສງ​ສີ​ສຽງ​ແຫ່ງ​ຄວາມ​ຄຶ​ກຄື້ນ​ມ່ວນ​ຊື່ນ. ​ແຕ່​ທ່ານ​ອາດ​ຈະ​ບໍ່​ຄິດ​ເລີຍ​ວ່າ, 10ກວ່າ​ປີກ່ອນ​ແຫ່ງ​ນີ້​ຍັງ​ເປັນ​ບ່ອນ​ທີ່​ເປົ່າ​ຫວ່າງ​ງຽບ​ເຫງົາ.

ລຸງ​ໝ້າ​ຊິ້ງຖາງ​ອາ​ຍຸ73​ປີ​ເວົ້າ​ວ່າ: "​ແຕ່​ກີ້​,​ ​ເມື​ອງ​ເຫີ​ໂຂ​ວ​​ແມ່ນ​ເມືອ​ງນ້ອຍໆ, ບໍ່​ມີ​ສະຖານ​ທີ່​ບັນ​ເທິງ​ຈັກ​ແຫ່ງ​ເລີຍ, ມີ​ແຕ່​ຫຼິ້ນ​​ໄພ້​ແລະ​ຫຼິ້ນ​​ໄພ້​ນົກ​ກະຈອກ​ເທົ່າ​ນັ້ນ​​. ພາຍຫຼັງ​​ເຫີໂຂ​ວ​​​ຂອງ​ພວກ​ເຮົາກາຍ​ເປັນ​ທ່າ​ກຳ​ປັ່ນລະ​ດັບ​ໜຶ່ງ​ຂອງ​ລັດ​ແລ້ວ, ​ເສດຖະກິດ​ຈຶ່ງ​​ໄດ້​ຮັບ​ການ​ພັດ​ທະນາ, ນັກ​ທ່ອງ​ທ່ຽວ​ທີ່ມາ​ຈາກ​ແຫ່ງ​ຕ່າງໆ​ກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ສາມາດ​ເວົ້າ​​ໄດ້​ວ່າ, ຖ້າ​ບໍ່​ມີ​ເງື່ອນ​ໄຂ​ທີ່​ພັດທະນາ​​ເສດຖະກິດ​​ແລະ​ພື້ນ​ຖານວັດ​ຖຸ​ທີ່​ສົມ​ບູນ​ໃນ​ມື້​ນີ້, ຄົນ​ທັງ ຫຼາຍ​ກໍ​ຕ້ອງ​ດີ້ນ​ຮົນ​ເພື່ອ​ຊີ​ວິດການ​ເປັນ​ຢູ່, ​​ໃສ່​ໃຈ​ໃນ​ຄອບຄົວ​ຂອງ​ຕົນ​ແລະ​ຈະ​ບໍ່​ມີ​ເວລາ​ຫວ່າງ​ມາ​ຮ່ວມ​ກິດຈະ​ກຳ​ຢູ່​ແຫ່ງ​ນີ້ດອກ."

 

"ກ້າວ​ຕໍ່​ໄປ,ຂ້ອຍ​ກຽມ​ໄປສະ​ແດງ​ຢູ່​​ສະຖານີໂທລະພາບ​ສູນ​ກາງ​ຈີນ​ຄື​CCTV,​ລາຍ​ການ"​ເສັ້ນ​ທາງ​ສູ່​ດາວ"​ແມ່ນ​ລາຍ​ການ​ທີ່​ພວກ​ເຮົາ​ຢາກ​ເຂົ້າ​ຮ່ວມ​ທີ່​ສຸດ.​ພວກ​ເຮົາ​ຢາກ​ເຮັດ​ໃຫ້​ຄວາມ​ຝັນ​ກາຍ​ເປັນ​ຈິງ,​ກຳ​ລັງ​ພະ​ຍາ​ຍາມ​ຢູ່."

ລາຍການ"​ເສັ້ນທາງ​ສູ່​ດາວ"ຂອງ​​ໂທລະພາບ​ສູນ​ກາງ​ຈີນ​ແມ່ນ​ເວທີ​ສະ​ແດງ​ສຳ​ລັບ​ຄົນ​ທົ່ວ​​ໄປ,​ຕົ້ນ​ຕໍ​ແມ່ນ​ລາຍ​ການ​ທີ່​ມວນ​ຊົນ​ປະ​ດິດ​ແຕ່ງ​​ແລະ​ສະ​ແດງ​ເອງ.​ຍ້ອນ​ເຂົ້າ​ເຖິງ​ມວນ​ຊົນ​ໄດ້​ດີ,​ຈຶ່ງ​ມີ​ຄົນ​ຈຳ​ນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ,​ແລະ​ໄດ້​​ສ້າງ​ດາວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ສັງ​ຄົມ​ໄດ້​ຫຼາຍ​ຄົນ​ແລ້ວ.​ພວກ​ເຮົາ​ຂໍ​ອວຍ​ພອນ​ໃຫ້​ນາງ​ໂຮ​ແລະ​ຄະ​ນະ​ສະ​ແດງ​ຂອງ​ນາງ​ຈົ່ງ​ໄດ້​ມີ​ໂອ​ກາດ​ຂຶ້ນ​ສູ່​ເວທີ​ສະ​ແດງ​ຂອງ​ລາຍ​ການ​"​ເສັ້ນ​ທາງ​ສູ່​ດາວ"ຂອງ​ໂທລະ ພາບ​ສູນ​ກາງ​ຈີນ​ໂດຍ​ໄວ.​ທີ່​ຈິງ​ແລ້ວ,ຖະ​ໜົນປິ່ນ​ເຮີ​ເມືອງ​​ເຮີ​ໂຂວ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຈາກ​ການ​ຟ້ອນ​ສຽງ​ຮ້ອງ​ສຽງ​ລຳ​​ກໍ່​ແມ່ນ"​ເສັ້ນ​ທາງ​ສູ່​ດາວ"​​ໃນ​ຊີວິດ​ຕົວ​ຈິງ.​​ໃກ້​ຈະ​ຮອດ​23​ໂມງ​​ແລ້ວ,​ເພື່ອ​ກັບ​ຄືນ​ຫວຽດ​ນາມ​ທັນ​ໃຫ້​ເວ​ລາ​ກ່ອນ​ອັດ​ດ່ານ​ຊາຍ​ແດນ​ຈີນ​ຫວຽດ​ນາມ,​​ກຸ່ມ​ແມ່​ຍິງ​ທີ່​ນຸ່ງ​ຊຸດ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​ເລີ່ມ​ຟ້າວ​ໄປ​ທ່າ​ເຮີ​ໂຂວ.​ນາງ​ດາງ​ຊຸຍ​ງາທີ່​ຫາ​ກໍ່​ສຳ​ເລັດ​ການ​ສະ​ແດງ​ສິລະ​ປະ​ເວົ້າ​ສູ່​ນັກ​ຂ່າວ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ວ່າ: "ພວກ​ເຮົາ​ດີ​ໃຈ​ຫຼາຍ​ທີ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ສະ​ແດງ​ສິລະ​ປະ​ແບບ​ນີ້,​ຮູ້​ສຶກ​ມ່ວນ​ໃຈ​ຫຼາຍ,​ໃນ​ຍາມ​ທຳ​ມະ​ດາ​ກໍ່​ບໍ່​ຄ່ອຍ​ຮູ້​ສຶກ​ອິດ​ເມື່ອຍ.​ຍິງ​ຊາຍ​ນ້ອຍ​ໃຫຍ່ມາ​ເຕົ້າ​ໂຮມ​ກັນ​ຢູ່​ແຫ່ງ​ນີ້​ເພື່ອ​ລົມ​ກັນ​ ຮ້ອງ​ເພງ​​ແລະ​ຟ້ອນ​ນຳ​ກັນ,​ເປັນ​ບັນ​ຍາ​ກາດ​ທີ່​ມ່ວນ​​ແທ້ໆ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>