ຄະ​ນະ​ນັກ​ຮຽນ​ຊັ້ນ​ມັດ​ທະ​ຍົມ​ຈາກ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ແຂວງ​ເສ​ສວນ​ທີ່​ຈະ​ໄປ​ຢ້ຽມ​ຢາມ​ຟີ​ລິບ​ປິນ​ເປີດ​ຄ້າຍ​ເສີງ​ຕູ່

(GMT+08:00) 2009-01-07 15:13:39 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊີ​ນຮວາ:ຕອນ​ບ່າຍ​ວັນ​ທີ​6ມັງກອນ​ນີ້, ຄະນະ​ນັກຮຽນ​ຊັ້ນມັດທະຍົມ​ຈາກ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ​ທີ່​ຈະ​ໄປຢ້ຽມ​ຢາມ​ຟີລິ​ບປິນ​​​​​ໄດ້​ຈັດ​ພິທີ​ເປີດ​ຄ້າຍຢູ່​ໂຮງຮຽນ​ມັດທະຍົມຖາງ​ຫູ​ເສີງຕູ່​​​ແຂວງເສ​ສວນ. ນັກຮຽນ​ຈຳນວນ 100ຄົນ ຄູ​ອາຈານ​ແລະ​ແພດ​​11ຄົນ ທີ່​ມາ​ຈາກ​​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ທີ່​ຮຸນ​ແຮງ​ທີ່​ສຸດ​ຂອງ​ແຂວງສ​ສວນ ​ເຊັ່ນ:ເປ​ສວນ ມຽນຊູ ​ສື​ຟັ່ງ​ແລະ​ແຫ່ງ​ອື່ນໆ​ໄດ້​ເຂົ້າຮ່ວມ​ພິທີ​​ເປີດຄ້າຍ.

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ນາງ​​ກຼໍ​ເຣຍອາ​ໂຣ​ໂຢ ປະທານາທິບໍດີຟີ​ລິບ​ປິນ,ວັນ​ທີ11ມັງກອນ​ນີ້ ຄະນະນັກຮຽນຈີນ​ຈະ​​ເລີ່​ມ​ຢ້ຽມ​ຢາມ​ຟີ​ລິບ​ປິນ​ເປັນ​ເວລາ​ໜຶ່ງ​ອາທິດ.​

ໃນ​ໄລຍະ​ນີ້,ປະທານາທິບໍດີຟີ​ລິ​ບປິນກຼໍ​ເຣຍອາ​ໂຣ​ໂຢກໍ່ຈະ​ຕ້ອນ​ຮັບ​​ເຂົາ​ເຈົ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>